ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຮັບເຣີ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຮັບເຣີ

      • ຢ່າ​ພາດ​ໂອກາດ​ທີ່​ຈະ​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຂອງ​ພະເຈົ້າ (1-10)

      • ໃຫ້​ພະຍາຍາມ​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຂອງ​ພະເຈົ້າ (11-13)

        • ຖ້ອຍຄຳ​ຂອງ​ພະເຈົ້າ​ມີ​ຊີວິດ (12)

      • ພະ​ເຢຊູ​ເປັນ​ປະໂລຫິດ​ໃຫຍ່​ທີ່​ຍິ່ງໃຫຍ່ (14-16)

ເຮັບເຣີ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 3:12, 13

ເຮັບເຣີ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 4:23; ກຈກ 15:7; ກລຊ 1:23

ເຮັບເຣີ 4:3

ໄຂເງື່ອນ

  • *

    ໝາຍເຖິງ​ຄົນ​ຢິວ​ທີ່​ບໍ່​ເຊື່ອຟັງ

  • *

    ໝາຍເຖິງ​ຕັ້ງແຕ່​ກ່ອນ​ອາດາມ​ກັບ​ເອວາ​ມີ​ລູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 95:11; ຮຣ 3:11
  • +ອພຍ 31:17

ເຮັບເຣີ 4:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:2, 3

ເຮັບເຣີ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 95:11

ເຮັບເຣີ 4:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:30; ພບຍ 31:27

ເຮັບເຣີ 4:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 95:7, 8

ເຮັບເຣີ 4:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 24:13; ພບຍ 1:38

ເຮັບເຣີ 4:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 2:28

ເຮັບເຣີ 4:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:2, 3

ເຮັບເຣີ 4:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 95:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    8/2019, ໜ້າ 7

ເຮັບເຣີ 4:12

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຂໍ້​ຕໍ່”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 23:29; 1ທຊ 2:13
  • +ອຟຊ 6:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 42, 186

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 12

    ຫໍສັງເກດການ (ສຶກສາ)

    9/2017, ໜ້າ 21-26

    ຫໍສັງເກດການ (ສຶກສາ)

    9/2016, ໜ້າ 32

    ຮຽນໄບເບິນ ໜ້າ 26

    ໄບເບິນສອນ ໜ້າ 25-26

    ນະມັດສະການ ໜ້າ 24

ເຮັບເຣີ 4:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 7:9; 90:8; ສພສ 15:11
  • +ກຈກ 17:31; ຣມ 2:16; 14:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 36

ເຮັບເຣີ 4:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 10:23
  • +ມຣກ 1:11

ເຮັບເຣີ 4:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 53:4; ຮຣ 2:17
  • +ຮຣ 7:26; 1ປຕ 2:22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 31

ເຮັບເຣີ 4:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 3:11, 12; ຮຣ 10:19-22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    7/2016, ໜ້າ 19-20

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຮຣ. 4:1ຮຣ 3:12, 13
ຮຣ. 4:2ມທ 4:23; ກຈກ 15:7; ກລຊ 1:23
ຮຣ. 4:3ພສ 95:11; ຮຣ 3:11
ຮຣ. 4:3ອພຍ 31:17
ຮຣ. 4:4ປຖກ 2:2, 3
ຮຣ. 4:5ພສ 95:11
ຮຣ. 4:6ຈຊບ 14:30; ພບຍ 31:27
ຮຣ. 4:7ພສ 95:7, 8
ຮຣ. 4:8ອພຍ 24:13; ພບຍ 1:38
ຮຣ. 4:9ມຣກ 2:28
ຮຣ. 4:10ປຖກ 2:2, 3
ຮຣ. 4:11ພສ 95:11
ຮຣ. 4:12ຢຣມ 23:29; 1ທຊ 2:13
ຮຣ. 4:12ອຟຊ 6:17
ຮຣ. 4:13ພສ 7:9; 90:8; ສພສ 15:11
ຮຣ. 4:13ກຈກ 17:31; ຣມ 2:16; 14:12
ຮຣ. 4:14ຮຣ 10:23
ຮຣ. 4:14ມຣກ 1:11
ຮຣ. 4:15ອຊຢ 53:4; ຮຣ 2:17
ຮຣ. 4:15ຮຣ 7:26; 1ປຕ 2:22
ຮຣ. 4:16ອຟຊ 3:11, 12; ຮຣ 10:19-22
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
ຄຳພີໄບເບິນສະບັບແປໂລກໃໝ່
ເຮັບເຣີ 4:1-16

ຈົດໝາຍເຖິງຄລິດສະຕຽນຄົນເຮັບເຣີ

4 ດັ່ງນັ້ນ ໃນ​ເມື່ອ​ຍັງ​ມີ​ຄຳ​ສັນຍາ​ທີ່​ຈະ​ໃຫ້​ພວກ​ເຮົາ​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຂອງ​ພະເຈົ້າ ກໍ​ໃຫ້​ພວກ​ເຮົາ​ລະວັງ​ເພື່ອ​ຈະ​ບໍ່​ມີ​ຜູ້​ໃດ​ພາດ​ໂອກາດນັ້ນ.+ 2 ພວກ​ເຮົາ​ກໍ​ໄດ້​ຍິນ​ຂ່າວດີ​ຄື​ກັບ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ+ ແຕ່​ເຂົາເຈົ້າບໍ່​ໄດ້​ປະໂຫຍດ​ຈາກ​ຖ້ອຍຄຳທີ່​ໄດ້​ຍິນ​ຍ້ອນ​ບໍ່​ມີ​ຄວາມ​ເຊື່ອ​ແບບ​ດຽວ​ກັບ​ຄົນ​ທີ່​ເຊື່ອຟັງ. 3 ສ່ວນ​ພວກ​ເຮົາ​ທີ່​ສະແດງ​ຄວາມ​ເຊື່ອ​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ ບໍ່​ຄື​ກັບ​ເຂົາເຈົ້າ*​ທີ່​ພະເຈົ້າ​ເວົ້າ​ວ່າ: “ເຮົາ​ສາບານ​ດ້ວຍ​ຄວາມ​ໃຈຮ້າຍ​ວ່າ ‘ເຂົາເຈົ້າ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຂອງ​ເຮົາ’”+ ທັງ​ໆ​ທີ່​ວຽກ​ຂອງ​ເພິ່ນ​ແລ້ວ​ໆ​ຕັ້ງແຕ່​ເລີ່ມ​ມີ​ໂລກ​ນີ້.*+ 4 ມີ​ບ່ອນ​ໜຶ່ງ​ໃນ​ພະຄຳພີ​ທີ່​ເພິ່ນ​ເວົ້າ​ເຖິງ​ວັນ​ທີ 7 ວ່າ: “ໃນ​ວັນ​ທີ 7 ພະເຈົ້າ​ໄດ້​ຢຸດ​ພັກ​ຈາກ​ວຽກ​ທັງໝົດ​ຂອງ​ເພິ່ນ.”+ 5 ເພິ່ນ​ຍັງ​ເວົ້າ​ຢູ່​ອີກ​ບ່ອນ​ໜຶ່ງ​ວ່າ: “ເຂົາເຈົ້າ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຂອງ​ເຮົາ.”+

6 ພວກ​ນັ້ນ​ທີ່​ໄດ້​ຍິນ​ຂ່າວດີ​ກ່ອນ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຍ້ອນ​ບໍ່​ເຊື່ອຟັງ ແຕ່​ຄົນ​ອື່ນ​ຍັງ​ມີ​ໂອກາດ​ທີ່​ຈະ​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ນັ້ນ.+ 7 ເປັນ​ເວລາ​ດົນ​ຫຼັງ​ຈາກນັ້ນ ພະເຈົ້າ​ໄດ້​ກຳນົດ​ມື້​ໜຶ່ງ​ໄວ້​ອີກ​ເທື່ອ​ໜຶ່ງ​ໃນ​ເພງ​ສັນລະເສີນ​ຂອງ​ດາວິດ​ໂດຍ​ໃຊ້​ຄຳ​ວ່າ “ມື້​ນີ້” ຄື​ກັບ​ທີ່​ໄດ້​ເວົ້າ​ມາ​ແລ້ວ​ໃນ​ຈົດໝາຍ​ນີ້​ວ່າ “ມື້​ນີ້​ຖ້າ​ພວກ​ເຈົ້າ​ຟັງ​ສຽງ​ຂອງ​ເພິ່ນ ກໍ​ຂໍ​ໃຫ້​ພວກ​ເຈົ້າ​ຢ່າ​ເປັນ​ຄົນ​ຫົວ​ແຂງ.’”+ 8 ທີ່ຈິງ ຖ້າ​ໂຢຊວຍ+​ໄດ້​ພາ​ເຂົາເຈົ້າ​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ແລ້ວ ພະເຈົ້າ​ກໍ​ຄື​ຊິ​ບໍ່​ເວົ້າ​ເຖິງ​ອີກ​ມື້​ໜຶ່ງ. 9 ນີ້​ສະແດງ​ວ່າ​ຍັງ​ມີ​ການ​ຢຸດ​ພັກ​ແບບ​ດຽວ​ກັບ​ວັນ​ຊະບາໂຕ​ສຳລັບ​ປະຊາຊົນ​ຂອງ​ພະເຈົ້າ.+ 10 ຄົນ​ທີ່​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຂອງ​ພະເຈົ້າ​ກໍ​ຢຸດ​ຈາກ​ວຽກ​ຂອງ​ໂຕເອງ ຄື​ກັບ​ທີ່​ພະເຈົ້າ​ຢຸດ​ຈາກ​ວຽກ​ຂອງ​ເພິ່ນ.+

11 ດັ່ງນັ້ນ ໃຫ້​ພວກ​ເຮົາ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ນັ້ນ ເພື່ອ​ຈະ​ບໍ່​ມີ​ຜູ້​ໃດ​ມີ​ນິດໄສ​ບໍ່​ເຊື່ອຟັງ​ຄື​ກັບ​ພວກ​ນັ້ນ.+ 12 ຖ້ອຍຄຳ​ຂອງ​ພະເຈົ້າ​ມີ​ຊີວິດ ມີ​ພະລັງ​ຫຼາຍ+ ແລະ​ຄົມ​ກວ່າ​ດາບ 2 ຄົມ+ ແທງ​ຊອດ​ເຖິງຂັ້ນ​ແຍກ​ອອກ​ລະຫວ່າງ​ຕົວຕົນ​ທີ່​ເຫັນ​ພາຍ​ນອກ​ກັບ​ສິ່ງ​ທີ່​ຄົນ​ເຮົາ​ເປັນ​ແທ້​ໆ​ ແລະ​ລະຫວ່າງ​ກະດູກ*​ກັບ​ນ້ຳ​ມັນ​ໃນ​ກະດູກ ແລະ​ສາມາດ​ຮູ້​ເຖິງ​ຄວາມ​ຄິດ​ກັບ​ເຈຕະນາ​ໃນ​ໃຈ. 13 ທຸກ​ສິ່ງ​ທີ່​ພະເຈົ້າ​ສ້າງ​ຂຶ້ນ​ມາ ບໍ່​ມີ​ຫຍັງ​ຖືກ​ປົກ​ປິດ​ໄວ້​ຈາກ​ສາຍ​ຕາ​ຂອງ​ເພິ່ນ+ ແຕ່​ທຸກ​ສິ່ງ​ຖືກ​ເປີດເຜີຍ​ແລະ​ປາກົດ​ແຈ້ງຕໍ່​ສາຍ​ຕາ​ຂອງ​ເພິ່ນ​ຜູ້​ທີ່​ພວກ​ເຮົາ​ຕ້ອງໃຫ້​ການ.+

14 ດັ່ງນັ້ນ ໃນ​ເມື່ອ​ພວກ​ເຮົາ​ມີ​ປະໂລຫິດ​ໃຫຍ່​ທີ່​ຍິ່ງໃຫຍ່​ເຊິ່ງ​ເຂົ້າ​ໄປ​ຮອດ​ສະຫວັນ​ແລ້ວ ກໍ​ໃຫ້​ພວກ​ເຮົາ​ປະກາດ​ເລື່ອງ​ຂອງ​ເພິ່ນ​ຢ່າງ​ເປີດເຜີຍ​ຕໍ່​ໄປ.+ ປະໂລຫິດ​ໃຫຍ່​ຜູ້​ນັ້ນ​ແມ່ນ​ພະ​ເຢຊູ​ລູກ​ຂອງ​ພະເຈົ້າ.+ 15 ປະໂລຫິດ​ໃຫຍ່​ຂອງ​ພວກ​ເຮົາ​ເຫັນອົກ​ເຫັນໃຈ​ໃນ​ຄວາມ​ອ່ອນແອ​ຂອງ​ພວກ​ເຮົາ+ ຍ້ອນ​ເພິ່ນ​ເຄີຍ​ຜ່ານ​ການ​ທົດສອບ​ທຸກ​ຢ່າງ​ມາ​ແລ້ວ​ຄື​ກັບ​ພວກ​ເຮົາ ແຕ່​ເພິ່ນ​ກໍ​ບໍ່​ໄດ້​ເຮັດ​ຜິດ.+ 16 ດັ່ງນັ້ນ ໃຫ້​ພວກ​ເຮົາ​ເຂົ້າ​ໄປ​ໃກ້​ໆ​ແລະ​ອະທິດຖານ+​ດ້ວຍ​ຄວາມ​ໝັ້ນໃຈ​ຕໍ່​ໜ້າ​ບັນລັງ​ຂອງ​ພະເຈົ້າ​ຜູ້​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ເມດຕາ​ແລະ​ຄວາມ​ກະລຸນາ​ນັ້ນ​ຈາກ​ເພິ່ນ​ເມື່ອ​ພວກ​ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌