ພະຍານພະເຢໂຫວາເຊື່ອອັນໃດ?
ເຮົາເຊື່ອວ່າ “ພະຄຳພີໝົດສິ້ນເປັນດ້ວຍພະວິນຍານຂອງພະເຈົ້າແລະເປັນປະໂຫຍດ.” (2 ຕີໂມເຕ 3:16) ພວກເຮົາເຫັນດີນຳເຕັມທີກັບຄຳໃຫ້ການຂອງເປໂຕໃນເລື່ອງພະເຍຊູຄລິດທີ່ວ່າ “ບໍ່ມີນາມຊື່ອື່ນໃຕ້ຟ້າສະຫວັນອັນເປັນທີ່ໂຜດປະທານໃນທ່າມກາງຄົນທັງປວງເພື່ອຈະໃຫ້ເຮົາທັງຫຼາຍໄດ້ພົ້ນ.”—ກິດຈະການ 4:12.
ຢ່າງໃດກໍດີ ເນື່ອງຈາກພະເຍຊູກ່າວວ່າ ພະອົງເປັນ “ພະບຸດຂອງພະເຈົ້າ” ແລະ “ພະບິດາຜູ້ເປັນຊີວິດໄດ້ໃຊ້ເຮົາມາ” ພະຍານພະເຢໂຫວາເຊື່ອວ່າພະເຈົ້າຍິ່ງໃຫຍ່ກວ່າພະເຍຊູ. (ໂຢຮັນ 10:36; 6:57) ພະເຍຊູເອງຍອມຮັບວ່າ “ພະບິດາຂອງເຮົາກໍໃຫຍ່ກວ່າເຮົາ.” (ໂຢຮັນ 14:28; 8:28) ດັ່ງນັ້ນ ເຮົາບໍ່ເຊື່ອໃນຂໍ້ທີ່ວ່າພະເຍຊູທໍ່ທຽມກັບພະບິດາຢ່າງຫຼັກຄຳສອນເລື່ອງຕີເອການຸພາບສອນໄວ້. ຫຼາຍກວ່ານັ້ນ ເຮົາເຊື່ອວ່າພະເຈົ້າສ້າງພະບຸດ ແລະພະບຸດຢູ່ໃຕ້ອຳນາດພະເຈົ້າ.—ໂກໂລດ 1:15; 1 ໂກລິນໂທ 11:3.
ພະນາມຂອງພະເຈົ້າຄືເຢໂຫວາ. ບັນທຶກໃນຄຳພີແຈ້ງດັ່ງນີ້: “ພະເຈົ້າຜູ້ມີນາມຊື່ວ່າພະເຢໂຫວາອົງດຽວເປັນພະເຈົ້າອົງສູງສຸດເທິງແຜ່ນດິນທັງສິ້ນ.” (ຄຳເພງ 83:18) ເພື່ອໃຫ້ເປັນໄປຕາມຄຳຖະແຫຼງນີ້ ພະເຍຊູໃຫ້ຄວາມສຳຄັນຫຼາຍແກ່ພະນາມພະເຈົ້າໂດຍການສອນສາວົກໃຫ້ອະທິດຖານດັ່ງນີ້: “ພະບິດາຂອງຂ້າພະເຈົ້າທັງຫຼາຍຜູ້ຢູ່ໃນສະຫວັນ ຂໍໃຫ້ນາມຊື່ຂອງພະອົງເປັນທີ່ນັບຖືອັນບໍລິສຸດ.” ແລະພະເຍຊູເອງອະທິດຖານເຖິງພະເຈົ້າດັ່ງນີ້: “ຂ້າພະເຈົ້າໄດ້ກະທຳໃຫ້ນາມຊື່ຂອງພະເຈົ້າເປັນທີ່ຮູ້ຈັກແກ່ຄົນທັງຫຼາຍທີ່ພະເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າ.”—ມັດທາຍ 6:9; ໂຢຮັນ 17:6.
ພະຍານເຊື່ອວ່າເຂົາຄວນເປັນເໝືອນພະເຍຊູໃນການສຳແດງພະນາມແລະພະປະສົງຂອງພະເຈົ້າໃຫ້ຄົນອື່ນຮູ້ຈັກ. ດ້ວຍເຫດນັ້ນ ເຮົາໄດ້ຮັບເອົາຊື່ພະຍານພະເຢໂຫວາ ເພາະເຮົາເອົາຢ່າງພະເຍຊູຜູ້ເປັນ “ພິຍານອົງສັດຊື່.” (ຄຳປາກົດ 1:5; 3:14) ເອຊາອີ 43:10 ເວົ້າຢ່າງເໝາະສົມເຖິງປະຊາຊົນທີ່ເປັນຕົວແທນຂອງພະເຈົ້າວ່າ “ພະເຢໂຫວາໄດ້ກ່າວວ່າ ‘ທ່ານທັງຫຼາຍເປັນພິຍານຝ່າຍເຮົາດ້ວຍກັນກັບຜູ້ຂ້າໃຊ້ຂອງເຮົາທີ່ເຮົາໄດ້ເລືອກໄວ້.’”
ລາຊະອານາຈັກຂອງພະເຈົ້າ
ພະເຍຊູໄດ້ສອນສາວົກໃຫ້ອະທິດຖານດັ່ງນີ້: “ຂໍໃຫ້ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງພະອົງມາຕັ້ງຢູ່” ແລະພະອົງເຮັດໃຫ້ເລື່ອງລາຊະອານາຈັກເປັນເນື້ອໃນສຳຄັນໃນການສັ່ງສອນ. (ມັດທາຍ 6:10; ລືກາ 4:43) ພະຍານພະເຢໂຫວາເຊື່ອວ່າລາຊະອານາຈັກເປັນລັດຖະບານຈິງໆທີ່ປົກຄອງຈາກສະຫວັນເທິງແຜ່ນດິນໂລກທັງສິ້ນແລະເຊື່ອວ່າພະເຍຊູເປັນພະມະຫາກະສັດເຊິ່ງຖືກແຕ່ງຕັ້ງແລ້ວຢ່າງບໍ່ເຫັນປະຈັກແກ່ຕາ. ຄຳພີໄບເບິນບອກດັ່ງນີ້: “ການສະເຫວີຍລາດຈະຕັ້ງຢູ່ບ່າຂອງພະອົງ ... ພະລາຊະອານາຈັກຂອງພະອົງກັບຄວາມສຸກສຳລານຈະບໍ່ມີສິ້ນສຸດ.”—ເອຊາອີ 9:6, 7.
ແຕ່ພະເຍຊູຄລິດຈະບໍ່ເປັນກະສັດແຕ່ອົງດຽວໃນລັດຖະບານຂອງພະເຈົ້າ. ພະອົງຈະມີຜູ້ຮ່ວມປົກຄອງກັບພະອົງໃນສະຫວັນ. ອັກຄະສາວົກໂປໂລຂຽນຢ່າງນີ້: “ຖ້າເຮົາທັງຫຼາຍອົດທົນ ເຮົາທັງຫຼາຍຈະຄຸ້ມຄອງດ້ວຍກັນກັບພະອົງທັງມວນ.” (2 ຕີໂມເຕ 2:12) ຄຳພີໄບເບິນລະບຸວ່າ ມະນຸດທີ່ຈະຖືກປຸກຂຶ້ນຈາກຕາຍຮ່ວມກັບພະຄລິດໃນສະຫວັນນັ້ນມີຈຳກັດຄື “ແສນສີ່ໝື່ນສີ່ພັນຄົນນັ້ນຜູ້ເປັນທີ່ຊື້ໄວ້ແລ້ວຈາກແຜ່ນດິນໂລກ.”—ຄຳປາກົດ 14:1-3.
ແມ່ນແລ້ວ ທຸກລັດຖະບານຕ້ອງມີປະຊາລາສະດອນ ແລະພະຍານພະເຢໂຫວາເຊື່ອວ່ານອກຈາກຜູ້ຄອບຄອງເຫຼົ່ານີ້ທາງພາກສະຫວັນແລ້ວຈະມີອີກຫຼາຍພັນລ້ານຄົນຮັບຊີວິດຕະຫຼອດໄປເປັນນິດ. ໃນທີ່ສຸດແຜ່ນດິນໂລກຈະປ່ຽນສະພາບເປັນອຸທິຍານທີ່ສວຍງາມ ແລະຈະມີປະຊາກອນທີ່ສົມຄວນຈະໄດ້ຢູ່ພາຍໃຕ້ລາຊະອານາຈັກຂອງພະເຈົ້າ ທຸກຄົນຈະຍອມຕົວຢູ່ໃຕ້ການປົກຄອງຂອງພະຄລິດແລະຜູ້ຮ່ວມປົກຄອງກັບພະອົງ. ເພາະເຫດນີ້ ພະຍານພະເຢໂຫວາເຊື່ອໝັ້ນວ່າແຜ່ນດິນໂລກຈະບໍ່ມີວັນຖືກທຳລາຍ ແລະເຊື່ອວ່າຄຳສັນຍາໃນພະຄຳພີຈະສຳເລັດສົມຈິງທີ່ວ່າ “ຄົນຊອບທຳທັງຫຼາຍຈະມີແຜ່ນດິນໄວ້ແລະເຂົາຈະຕັ້ງຢູ່ທີ່ນັ້ນສືບໆໄປເປັນນິດ.”—ຄຳເພງ 37:29; 104:5.
ແຕ່ລາຊະອານາຈັກຂອງພະເຈົ້າຈະມາໂດຍວິທີໃດ? ຄາວເມື່ອມະນຸດທັງສິ້ນສະໝັກໃຈອ່ອນນ້ອມຢູ່ໃຕ້ການປົກຄອງຂອງພະເຈົ້າບໍ? ບໍ່ເລີຍ ຄຳພີໄບເບິນຊີ້ກົງສະພາບຈິງວ່າ ທີ່ລາຊະອານາຈັກຈະມານັ້ນຕ້ອງເປັນໄປໂດຍທີ່ພະເຈົ້າເຂົ້າມາແຊກແຊງກິດຈະການຂອງມະນຸດ “ພະເຈົ້າແຫ່ງຟ້າສະຫວັນຈະຕັ້ງພະລາຊະອານາຈັກອັນໜຶ່ງໄວ້ທີ່ຈະບໍ່ຈິບຫາຍສັກເທື່ອ ... ມັນຈະໃຫ້ລາຊະອານາຈັກທັງປວງນີ້ຫັກແຕກຈິບຫາຍ ແຕ່ວ່າຕົວເອງຈະຕັ້ງຢູ່ສືບໆໄປເປັນນິດ.”—ດານຽນ 2:44.
ລາຊະອານາຈັກຂອງພະເຈົ້າຈະມາເມື່ອໃດ? ໂດຍອາໄສພື້ນຖານຂອງຄຳພະຍາກອນໃນຄຳພີໄບເບິນເປັນຫຼັກເຊິ່ງສຳເລັດສົມຈິງຂະນະນີ້ ພະຍານພະເຢໂຫວາເຊື່ອວ່າຈະມາໃນອີກບໍ່ດົນ. ພວກເຮົາຂໍເຊີນທ່ານກວດກາຄຳພະຍາກອນບາງຕອນທີ່ບອກລ່ວງໜ້າກ່ຽວດ້ວຍສັນຍະລັກ “ສະໄໝສຸດທ້າຍ” ແຫ່ງລະບົບຊົ່ວນີ້. ຄຳພະຍາກອນເຫຼົ່ານັ້ນມີບັນທຶກໃນພະທຳມັດທາຍ 24:3-14; ລືກາ 21:7-13, 25-31 ແລະ 2 ຕີໂມເຕ 3:1-5.
ເພາະເຮົາທຳຕາມມາລະໂກ 12:30, 31 ທີ່ບອກວ່າເຈົ້າ “ຈົ່ງຮັກພະເຢໂຫວາຜູ້ເປັນພະເຈົ້າຂອງເຈົ້າດ້ວຍສຸດໃຈ, ແລະດ້ວຍສຸດຈິດ, ແລະດ້ວຍສຸດຄວາມຄຶດ, ແລະດ້ວຍສຸດແຮງຂອງເຈົ້າ” ແລະ “ຮັກເພື່ອນບ້ານເໝືອນຮັກຕົວເອງ.” ພວກເຮົາຈຶ່ງບໍ່ໄດ້ແບ່ງແຍກກັນທາງເຊື້ອຊາດ, ຜິວ, ແລະຖານະທາງສັງຄົມ. (ມາລະໂກ 12:30, 31) ພວກເຮົາເປັນທີ່ຮູ້ຈັກຢ່າງກວ້າງຂວາງໃນດ້ານຄວາມຮັກລະຫວ່າງພີ່ນ້ອງຄລິດສະຕຽນ ເຊິ່ງພົບເຫັນໄດ້ໃນທຸກປະເທດ. (ໂຢຮັນ 13:35; 1 ໂຢຮັນ 3:10-12) ສະນັ້ນພວກເຮົາຈຶ່ງຮັກສາຖານະຄວາມເປັນກາງດ້ານການເມືອງຂອງຊາດຕ່າງໆ. ພວກເຮົາພະຍາຍາມເປັນເໝືອນສາວົກກຸ່ມທຳອິດຂອງພະເຍຊູ ເຊິ່ງພະອົງກ່າວເຖິງເຂົາວ່າ “ເຂົາບໍ່ເປັນຝ່າຍໂລກເໝືອນດັ່ງຂ້າພະເຈົ້າບໍ່ເປັນຝ່າຍໂລກ.” (ໂຢຮັນ 17:16) ພວກເຮົາເຊື່ອວ່າການແຍກຕົວຈາກໂລກໝາຍເຖິງການລະເວັ້ນການປະພຶດທີ່ຜິດສິນລະທຳເຊິ່ງສະໄໝນີ້ຖືເປັນເລື່ອງທຳມະດາ ລວມທັງການຕົວະ, ການຂະໂມຍ, ການຜິດຊາຍຍິງ, ການຮັກຮ່ວມເພດ, ການໃຊ້ເລືອດໃນທາງຜິດ, ການບູຊາຮູບເຄົາລົບ, ແລະການປະຕິບັດອື່ນໆເຊິ່ງພະຄຳພີຕິຕຽນ.—1 ໂກລິນໂທ 6:9-11; ເອເຟດ 5:3-5; ກິດຈະການ 15:28, 29.
ຄວາມຫວັງສຳລັບອະນາຄົດ
ພະຍານພະເຢໂຫວາເຊື່ອວ່າພະເຢໂຫວາສົ່ງພະຄລິດເຂົ້າມາໃນໂລກ ເພື່ອໃຫ້ຫຼັ່ງເລືອດຂອງພະອົງໄຖ່ມະນຸດຊາດ ແລ້ວມະນຸດຈະໄດ້ຮັບຊີວິດຕະຫຼອດໄປເປັນນິດໃນລະບົບໃໝ່. (ໂລມ 5:9; ມັດທາຍ 20:28) ພະຍານພະເຢໂຫວາສຳນຶກບຸນຄຸນຢ່າງເລິກເຊິ່ງຕໍ່ພະເຈົ້າ ແລະພະບຸດ ເນື່ອງດ້ວຍການຈັດຕຽມຄ່າໄຖ່ເຊິ່ງເຮັດໃຫ້ການມີຊີວິດໃນອະນາຄົດມີທາງເປັນໄປໄດ້.
ພະຍານພະເຢໂຫວາເຊື່ອໝັ້ນເຕັມທີວ່າຈະມີຊີວິດໃນອະນາຄົດໂດຍການຄືນມາຈາກຕາຍສະໄໝລາຊະອານາຈັກຂອງພະເຈົ້າຄອບຄອງ. ພວກເຮົາເຊື່ອວ່າເມື່ອຄົນເຮົາຕາຍ ຊີວິດຂອງເຂົາກໍໝົດໄປຄື “ໃນວັນດຽວນັ້ນຄວາມໝາຍໃຈແຫ່ງຕົນກໍຈິບຫາຍໄປ.” (ຄຳເພງ 146:3, 4; ເອເຊກຽນ 18:4; ຜູ້ເທສະໜາປ່າວປະກາດ 9:5) ແມ່ນແລ້ວຊີວິດໃນອະນາຄົດສຳລັບຄົນທີ່ຕາຍແລ້ວນັ້ນຂຶ້ນຢູ່ກັບການທີ່ພະເຈົ້າຈະລະນຶກເຖິງພວກເຂົາໂດຍການບັນດານໃຫ້ເປັນຂຶ້ນມາຈາກຕາຍ.—ໂຢຮັນ 5:28, 29.
ຢ່າງໃດກໍດີ ພະຍານພະເຢໂຫວາໝັ້ນໃຈວ່າຄົນທີ່ມີຊີວິດໃນເວລານີ້ຈະລອດຊີວິດໃນຄາວທີ່ພະເຈົ້ານຳອະວະສານມາສູ່ລະບົບນີ້ເໝືອນໂນເອແລະຄອບຄົວຂອງທ່ານລອດຊີວິດຜ່ານພົ້ນນ້ຳຖ້ວມໂລກ ຄົນເຫຼົ່ານີ້ກໍຈະມີຊີວິດສືບຕໍ່ໄປເທິງແຜ່ນດິນໂລກທີ່ຊຳລະແລ້ວ. (ມັດທາຍ 24:36-39; 2 ເປໂຕ 3:5-7, 13) ແຕ່ພວກເຮົາເຊື່ອວ່າຜູ້ທີ່ລອດຊີວິດຈະຕ້ອງບັນລຸຂໍ້ຮຽກຮ້ອງຂອງພະເຢໂຫວາດັ່ງທີ່ຄຳພີໄບເບິນບອກວ່າ “ໂລກນີ້ກັບຄວາມຄຶດຢາກໄດ້ຂອງໂລກພວມໄປເສຍ ... ແຕ່ວ່າຜູ້ທີ່ກະທຳຕາມນ້ຳໃຈແຫ່ງພະເຈົ້າກໍຕັ້ງຢູ່ໄປເປັນນິດ.”—1 ໂຢຮັນ 2:17; ຄຳເພງ 37:11; ຄຳປາກົດ 7:9, 13-15; 21:1-5.
ຄົງເປັນໄປບໍ່ໄດ້ແນ່ໆທີ່ຈະເວົ້າເຖິງຄວາມເຊື່ອທຸກຢ່າງຂອງພະຍານພະເຢໂຫວາໃນທີ່ນີ້ ແຕ່ພວກເຮົາເຊີນທ່ານຊອກຫາຄວາມຮູ້ຫຼາຍຂຶ້ນ.
ເວັ້ນແຕ່ລະບຸໄວ້ເປັນຢ່າງອື່ນ ຂໍ້ພະຄຳພີທີ່ຍົກມາກ່າວແມ່ນມາຈາກຄຳພີໄບເບິນພາສາລາວສະບັບແປເກົ່າ. ຕົວຫຍໍ້ ລ.ມ. ໝາຍຄວາມວ່າຂໍ້ນັ້ນແປມາຈາກພະຄຳພີບໍລິສຸດສະບັບແປໂລກໃໝ່-ພ້ອມຂໍ້ອ້າງອີງ (ພາສາອັງກິດ).
[ຖ້ອຍຄຳທີ່ຍົກມາໜ້າ 4]
ເຮົາໄດ້ຮັບເອົາຊື່ພະຍານພະເຢໂຫວາ ເພາະເຮົາເອົາຢ່າງພະເຍຊູ