ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 68 ໜ້າ 162-ໜ້າ 163 ຂໍ້ 1
  • ເອລີຊາເບັດ​ມີ​ລູກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເອລີຊາເບັດ​ມີ​ລູກ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ຜູ້​ກຽມ​ທາງ​ກຳເນີດ​ແລ້ວ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ຂ່າວ​ຈາກ​ສະຫວັນ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ລົດຮົບແລະມົງກຸດຈະປົກປ້ອງເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ນິມິດຂອງຊາກາລີສົ່ງຜົນຕໍ່ເຈົ້າແນວໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 68 ໜ້າ 162-ໜ້າ 163 ຂໍ້ 1
ເຊຄາຣີຢາ​ບອກ​ໝູ່​ແລະ​ພີ່ນ້ອງ​ວ່າ​ລູກ​ຊາຍ​ຂອງ​ລາວ​ຈະ​ຊື່​ໂຢຮັນ

ບົດ​ທີ 68

ເອລີຊາເບັດ​ມີ​ລູກ

ຜ່ານ​ມາ​ຫຼາຍ​ກວ່າ 400 ປີ​ແລ້ວ​ຫຼັງ​ຈາກ​ມີ​ການ​ສ້າງ​ກຳແພງ​ເມືອງ​ເຢຣູຊາເລັມ​ຂຶ້ນ​ໃໝ່. ປະໂລຫິດ​ທີ່​ຊື່​ເຊຄາຣີຢາ​ກັບ​ເອລີຊາເບັດ​ເມຍ​ຂອງ​ລາວ​ອາໄສ​ຢູ່​ໃກ້​ເມືອງ​ເຢຣູຊາເລັມ. ເຂົາເຈົ້າ​ແຕ່ງດອງ​ກັນ​ມາ​ບັກ​ຫຼາຍໆ​ປີ ແຕ່​ກໍ​ບໍ່​ມີ​ລູກ. ມີ​ມື້​ໜຶ່ງ​ຕອນ​ທີ່​ເຊຄາຣີຢາ​ກຳລັງ​ເຜົາ​ເຄື່ອງຫອມ​ໃນ​ວິຫານ ທູດສະຫວັນ​ຄັບຣີເອນ​ກໍ​ມາ​ຫາ​ລາວ ລາວ​ຕົກໃຈ​ແລະ​ຢ້ານ​ຫຼາຍ. ແຕ່​ຄັບຣີເອນ​ບອກ​ລາວ​ວ່າ: ‘ບໍ່​ຕ້ອງ​ຢ້ານ. ພະ​ເຢໂຫວາ​ໃຫ້​ຂ້ອຍ​ມາ​ບອກ​ຂ່າວ​ດີ​ກັບ​ເຈົ້າ. ເອລີຊາເບັດ​ເມຍ​ຂອງ​ເຈົ້າ​ຈະ​ໄດ້​ລູກ​ຊາຍ​ແລະ​ໃຫ້​ຕັ້ງ​ຊື່​ວ່າ​ໂຢຮັນ. ພະ​ເຢໂຫວາ​ເລືອກ​ໂຢຮັນ​ໃຫ້​ເຮັດ​ວຽກ​ພິເສດ​ຢ່າງ​ໜຶ່ງ.’ ເຊຄາຣີຢາ​ຖາມ​ວ່າ: ‘ຂ້ອຍ​ຈະ​ເຊື່ອ​ເຈົ້າ​ໄດ້​ແນວ​ໃດ? ຂ້ອຍ​ກັບ​ເມຍ​ກໍ​ເຖົ້າ​ຫຼາຍ​ແລ້ວ ມີ​ລູກ​ບໍ່​ໄດ້​ດອກ.’ ຄັບຣີເອນ​ບອກ​ວ່າ: ‘ພະເຈົ້າ​ໃຊ້​ຂ້ອຍ​ມາ​ບອກ​ຂ່າວ​ນີ້ ແຕ່​ເຈົ້າ​ພັດ​ບໍ່​ເຊື່ອ. ຍ້ອນ​ແນວ​ນີ້ ເຈົ້າ​ຈະ​ເວົ້າ​ບໍ່​ໄດ້​ຈົນ​ກວ່າ​ລູກ​ເຈົ້າ​ຈະ​ເກີດ.’

ເຊຄາຣີຢາ​ຢູ່​ໃນ​ວິຫານ​ດົນ​ກວ່າ​ປົກກະຕິ. ເມື່ອ​ລາວ​ອອກ​ມາ ຄົນ​ທີ່​ຖ້າ​ຢູ່​ທາງ​ນອກ​ກໍ​ຢາກ​ຮູ້​ວ່າ​ມີ​ຫຍັງ​ເກີດຂຶ້ນ. ແຕ່​ເຊຄາຣີຢາ​ເວົ້າ​ບໍ່​ໄດ້. ລາວ​ມີ​ແຕ່​ເຮັດ​ທ່າທາງ​ບອກ​ເຂົາເຈົ້າ. ແລ້ວ​ປະຊາຊົນ​ກໍ​ຮູ້​ວ່າ​ລາວ​ໄດ້​ຮັບ​ຂ່າວ​ສານ​ຈາກ​ພະເຈົ້າ.

ຕໍ່​ມາ ເອລີຊາເບັດ​ກໍ​ຖືພາ​ແລະ​ເກີດ​ລູກ​ຊາຍ​ຄື​ກັບ​ທີ່​ທູດສະຫວັນ​ບອກ. ໝູ່​ແລະ​ຍາດ​ຕິ​ພີ່ນ້ອງ​ຂອງ​ລາວ​ກໍ​ມາ​ເບິ່ງ​ແອນ້ອຍ​ນັ້ນ. ທຸກ​ຄົນ​ດີ​ໃຈ​ນຳ​ລາວ​ຫຼາຍ. ເອລີຊາເບັດ​ບອກ​ວ່າ: ‘ຂ້ອຍ​ຕັ້ງ​ຊື່​ລູກ​ວ່າ​ໂຢຮັນ’ ແຕ່​ຄົນ​ທີ່​ມາ​ຢາມ​ເວົ້າ​ວ່າ: ‘ຍາດ​ຕິ​ພີ່ນ້ອງ​ຂອງ​ເຈົ້າ​ບໍ່​ມີ​ຜູ້​ໃດ​ຊື່​ໂຢຮັນ​ໄດ໋. ຕັ້ງ​ຊື່​ແອນ້ອຍ​ວ່າ​ເຊຄາຣີຢາ​ຄື​ກັບ​ຊື່​ພໍ່​ຂອງ​ລາວ​ເລີຍ.’ ແຕ່​ເຊຄາຣີຢາ​ຂຽນ​ໃສ່​ແຜ່ນ​ກະດານ​ວ່າ: ‘ຊື່​ໂຢຮັນ.’ ທັນໃດ​ນັ້ນ ເຊຄາຣີຢາ​ກໍ​ເວົ້າ​ໄດ້​ອີກ​ເທື່ອ​ໜຶ່ງ! ແລ້ວ​ເລື່ອງ​ຂອງ​ແອນ້ອຍ​ຄົນ​ນີ້​ກໍ​ຖືກ​ຊ່າ​ລື​ກັນ​ໄປ​ທົ່ວ​ແຂວງ​ຢູດາຍ. ມີ​ຫຼາຍ​ຄົນ​ສົງໄສ​ວ່າ: ‘ເມື່ອ​ແອນ້ອຍ​ຄົນ​ນີ້​ໃຫຍ່​ຂຶ້ນ ລາວ​ຈະ​ເປັນ​ແນວ​ໃດ​ນໍ້?’

ຈາກ​ນັ້ນ ເຊຄາຣີຢາ​ກໍ​ໄດ້​ຮັບ​ພະລັງ​ບໍລິສຸດ​ແລະ​ພະຍາກອນ​ວ່າ: ‘ຂໍ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ. ເພິ່ນ​ສັນຍາ​ກັບ​ອັບຣາຮາມ​ວ່າ​ຈະ​ສົ່ງ​ເມຊີອາ​ຜູ້​ຊ່ວຍ​ໃຫ້​ລອດ​ມາ​ຊ່ວຍ​ພວກ​ເຮົາ. ໂຢຮັນ​ຈະ​ເປັນ​ຜູ້​ພະຍາກອນ​ແລະ​ຈະ​ກຽມ​ທາງ​ໄວ້​ໃຫ້​ເມຊີອາ.’

ມີ​ເລື່ອງ​ອັດສະຈັນ​ເກີດຂຶ້ນ​ກັບ​ມາຣິອາ​ທີ່​ເປັນ​ພີ່ນ້ອງ​ຂອງ​ເອລີຊາເບັດ​ຄື​ກັນ. ເຮົາ​ຈະ​ມາ​ເບິ່ງ​ເລື່ອງ​ນີ້​ໃນ​ບົດ​ຕໍ່​ໄປ.

“ມະນຸດ​ເຮັດ​ບໍ່​ໄດ້ ແຕ່​ພະເຈົ້າ​ເຮັດ​ໄດ້​ທຸກ​ຢ່າງ.”—ມັດທາຍ 19:26

ຄຳ​ຖາມ: ທູດສະຫວັນ​ຄັບຣີເອນ​ບອກ​ເຊຄາຣີຢາ​ເລື່ອງ​ຫຍັງ? ໂຢຮັນ​ຈະ​ເຮັດ​ວຽກ​ພິເສດ​ຫຍັງ?

ມັດທາຍ 11:7-14; ລູກາ 1:5-25, 57-79; ເອຊາຢາ 40:3; ມາລາກີ 3:1

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌