ບົດທີ 69
ທູດສະຫວັນຄັບຣີເອນມາຫາມາຣິອາ
ເອລີຊາເບັດມີຍາດຕິພີ່ນ້ອງຄົນໜຶ່ງຊື່ມາຣິອາ ລາວອາໄສຢູ່ເມືອງນາຊາເຣັດໃນແຂວງຄາລີເລ. ມາຣິອາໝັ້ນກັບໂຢເຊັບທີ່ເຮັດວຽກເປັນຊ່າງໄມ້. ເມື່ອເອລີຊາເບັດຖືພາໄດ້ 6 ເດືອນ ທູດສະຫວັນຄັບຣີເອນກໍມາຫາມາຣິອາແລະບອກວ່າ: “ສະບາຍດີ ມາຣິອາ. ເຈົ້າເປັນຄົນທີ່ພະເຢໂຫວາພໍໃຈຫຼາຍ.” ມາຣິອາບໍ່ເຂົ້າໃຈວ່າທູດສະຫວັນໝາຍຄວາມວ່າແນວໃດ ທູດສະຫວັນຈຶ່ງບອກລາວວ່າ: ‘ເຈົ້າຈະຖືພາແລະເກີດລູກຊາຍ. ໃຫ້ຕັ້ງຊື່ລູກວ່າເຢຊູ. ລາວຈະປົກຄອງເປັນກະສັດແລະການປົກຄອງຂອງລາວຈະໝັ້ນຄົງຕະຫຼອດໄປ.’
ມາຣິອາບອກວ່າ: ‘ແຕ່ຂ້ອຍຍັງເປັນສາວບໍລິສຸດ ຂ້ອຍຈະມີລູກໄດ້ແນວໃດ?’ ຄັບຣີເອນບອກວ່າ: ‘ບໍ່ມີຫຍັງທີ່ພະເຢໂຫວາເຮັດບໍ່ໄດ້. ເຈົ້າຈະໄດ້ຮັບພະລັງບໍລິສຸດຂອງພະເຈົ້າແລະຈະມີລູກຊາຍ. ເອລີຊາເບັດພີ່ນ້ອງຂອງເຈົ້າກໍຖືພາຄືກັນ.’ ມາຣິອາຈຶ່ງເວົ້າວ່າ: “ຂ້ອຍເປັນທາດຍິງທີ່ຮັບໃຊ້ພະເຢໂຫວາ. ຂໍໃຫ້ເປັນໄປຕາມທີ່ທ່ານເວົ້າ.”
ມາຣິອາເດີນທາງໄປຢາມເອລີຊາເບັດຢູ່ເມືອງໜຶ່ງໃນເຂດພູ. ຕອນທີ່ເອລີຊາເບັດໄດ້ຍິນສຽງທັກທາຍຂອງມາຣິອາ ລາວຮູ້ສຶກວ່າລູກຢູ່ໃນທ້ອງຂອງລາວດີ້ນ. ແລ້ວລາວກໍໄດ້ຮັບພະລັງບໍລິສຸດແລະເວົ້າວ່າ: ‘ມາຣິອາ ພະເຢໂຫວາອວຍພອນເຈົ້າ. ຂ້ອຍຮູ້ສຶກເປັນກຽດຫຼາຍແທ້ໆທີ່ແມ່ຂອງຜູ້ເປັນນາຍຂອງຂ້ອຍມາຢາມຂ້ອຍຮອດເຮືອນ.’ ແລ້ວມາຣິອາກໍເວົ້າວ່າ: ‘ຂ້ອຍຂໍສັນລະເສີນພະເຢໂຫວາສຸດຫົວໃຈ.’ ລາວຢູ່ກັບເອລີຊາເບັດ 3 ເດືອນ ແລ້ວກໍກັບເມືອເຮືອນຢູ່ນາຊາເຣັດ.
ເມື່ອໂຢເຊັບຮູ້ວ່າມາຣິອາຖືພາ ລາວກໍຢາກຖອນໝັ້ນ. ແຕ່ທູດສະຫວັນກໍໄດ້ມາເຂົ້າຝັນລາວແລະບອກວ່າ: ‘ບໍ່ຕ້ອງຢ້ານ ແຕ່ງດອງກັບມາຣິອາໂລດ ລາວບໍ່ໄດ້ເຮັດຫຍັງຜິດ.’ ໂຢເຊັບຈຶ່ງແຕ່ງດອງກັບມາຣິອາແລະພາລາວໄປຢູ່ເຮືອນນຳ.
“ພະເຢໂຫວາເຮັດທຸກສິ່ງທຸກຢ່າງຕາມທີ່ເພິ່ນຕ້ອງການ ທັງໃນສະຫວັນແລະໃນໂລກ.”—ເພງສັນລະເສີນ 135:6