ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ເຢເຣມີ 12-16
ຊາດອິດສະລາແອນລືມພະເຢໂຫວາ
ເຢເຣມີໄດ້ຮັບວຽກມອບໝາຍທີ່ທ້າທາຍເຊິ່ງສະແດງໃຫ້ເຫັນຄວາມຕັ້ງໃຈຂອງພະເຢໂຫວາທີ່ຈະທຳລາຍຄວາມຍິ່ງຈອງຫອງຂອງຢູດາແລະເຢຣຶຊາເລມ
ເຢເຣມີຊື້ຜ້າຄາດແອວລິນິນ
ຜ້າຄາດແອວທີ່ມັດຢູ່ແອວສະແດງເຖິງສາຍສຳພັນທີ່ໃກ້ຊິດເຊິ່ງອາດເປັນໄປໄດ້ລະຫວ່າງພະເຢໂຫວາກັບຊາດອິດສະລາແອນ
ເຢເຣມີເອົາຜ້າຄາດແອວໄປແມ່ນ້ຳເອິຟາລາດ
ລາວເຊື່ອງຜ້າຄາດແອວໄວ້ໃນຫີນທີ່ແຕກ ແລ້ວກໍກັບໄປເຢຣຶຊາເລມ
ເຢເຣມີກັບໄປເອົາຜ້າຄາດແອວຢູ່ແມ່ນ້ຳເອິຟາລາດ
ຜ້າຄາດແອວເປື່ອຍ
ພະເຢໂຫວາອະທິບາຍເລື່ອງນັ້ນຫຼັງຈາກເຢເຣມີເຮັດວຽກມອບໝາຍສຳເລັດ
ການທີ່ເຢເຣມີເຊື່ອຟັງຈາກໃຈໃນສິ່ງທີ່ອາດເບິ່ງຄືວ່າບໍ່ສຳຄັນໄດ້ມີສ່ວນຊ່ວຍໃນຄວາມພະຍາຍາມຂອງພະເຢໂຫວາທີ່ຈະເຂົ້າເຖິງໃຈຂອງປະຊາຊົນ