ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ມັງກອນ ໜ້າ 9
  • ຂອບໃຈພະເຈົ້າກັບພະຄລິດສຳລັບອິດສະຫຼະໃນອະນາຄົດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂອບໃຈພະເຈົ້າກັບພະຄລິດສຳລັບອິດສະຫຼະໃນອະນາຄົດ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ພະເຢໂຫວາຊ່ວຍເຮົາໃຫ້ຜ່ານຄວາມຍາກລຳບາກໄດ້
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ເຮົາ​ຈະ​ຍັງ​ມີ​ຄວາມ​ຍິນດີ​ໄດ້​ແນວ​ໃດ​ເມື່ອ​ມີ​ບັນຫາ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • “ໃຫ້​ຄວາມ​ພຽນ [ອົດ​ທົນ] ນັ້ນ​ກະທຳ​ການ​ຈົນ​ສຳເລັດ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ຕັ້ງຕາຄອຍຖ້າດ້ວຍຄວາມອົດທົນຕໍ່ໆໄປ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ມັງກອນ ໜ້າ 9
ພະ​ເຢຊູ​ແນມ​ລົງ​ມາ​ຈາກ​ບັນລັງ​ເທິງ​ສະຫວັນ ຢູ່​ທາງ​ຫຼັງ​ແມ່ນ​ບັນລັງ​ຂອງ​ພະ​ເຢໂຫວາ​ທີ່​ສະຫວ່າງ​ເຈີດ​ຈ້າ.

ຊີວິດ​ຄລິດສະຕຽນ

ຂອບໃຈ​ພະເຈົ້າ​ກັບ​ພະຄລິດ​ສຳລັບ​ອິດ​ສະຫຼະ​ໃນ​ອະນາຄົດ

ເຈົ້າ​ຕ້ອງ​ຮັບ​ມື​ກັບ​ຫຍັງ​ແດ່​ໃນ​ແຕ່​ລະ​ມື້? ເຈົ້າ​ເປັນ​ຫົວ​ໜ້າ​ຄອບຄົວ​ທີ່​ຕ້ອງ​ຮັບ​ຜິດ​ຊອບ​ຫຼາຍ​ຢ່າງ​ບໍ? ເຈົ້າ​ເປັນ​ພໍ່​ຫຼື​ແມ່​ລ້ຽງ​ດ່ຽວ​ທີ່​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ເບິ່ງ​ແຍງ​ຄອບຄົວ​ບໍ? ເຈົ້າ​ເປັນ​ໄວ​ລຸ້ນ​ທີ່​ຖືກ​ໝູ່​ຢູ່​ໂຮງ​ຮຽນ​ຂົ່ມເຫງ​ບໍ? ເຈົ້າ​ກຳລັງ​ຮັບ​ມື​ກັບ​ຄວາມ​ເຈັບ​ປ່ວຍ​ຫຼື​ບັນຫາ​ຍ້ອນ​ອາຍຸ​ຫຼາຍ​ຂຶ້ນ​ບໍ? ທຸກ​ຄົນ​ມີ​ບັນຫາ. ຄລິດສະຕຽນ​ຫຼາຍ​ຄົນ​ກຳລັງ​ຮັບ​ມື​ກັບ​ບັນຫາ​ຫຼາຍ​ຢ່າງ​ໃນ​ເວລາ​ດຽວ​ກັນ. ແຕ່​ເຮົາ​ຮູ້​ວ່າ​ອີກ​ບໍ່​ດົນ​ເຮົາ​ຈະ​ເປັນ​ອິດ​ສະຫຼະ​ຈາກ​ບັນຫາ​ເຫຼົ່າ​ນີ້.—2​ກຣ 4:16-18

ແຕ່​ຕອນ​ນີ້ ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ເຂົ້າ​ໃຈ​ວ່າ​ເຮົາ​ຕ້ອງ​ຮັບ​ມື​ກັບ​ຫຍັງ​ແດ່ ເພິ່ນ​ເຫັນ​ຄ່າ​ຄວາມ​ສັດ​ຊື່​ແລະ​ຄວາມ​ອົດ​ທົນ​ຂອງ​ເຮົາ ແລະ​ຈະ​ໃຫ້​ສິ່ງ​ດີໆຫຼາຍ​ຢ່າງ​ກັບ​ເຮົາ. (ຢເຣ 29:11, 12) ພະ​ເຢຊູ​ກໍ​ສົນ​ໃຈ​ເຮົາ​ແຕ່​ລະ​ຄົນ​ຄື​ກັນ. ເມື່ອ​ເຮົາ​ເຮັດ​ໜ້າ​ທີ່​ຂອງ​ຄລິດສະຕຽນ​ຢ່າງ​ຄົບ​ຖ້ວນ ເຮົາ​ກໍ​ໝັ້ນ​ໃຈ​ໃນ​ຄຳເວົ້າ​ຂອງ​ເພິ່ນ​ໄດ້​ທີ່​ວ່າ: “ຂ້ອຍ​ຈະ​ຢູ່​ກັບ​ພວກ​ເຈົ້າ.” (ມທ 28:20) ເມື່ອ​ເຮົາ​ໃຊ້​ເວລາ​ຄິດ​ຕຶກຕອງ​ເລື່ອງ​ອິດ​ສະຫຼະ​ໃນ​ອະນາຄົດ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ ຄວາມ​ຫວັງ​ຂອງ​ເຮົາ​ກໍ​ຈະ​ແຈ້ງ​ຂຶ້ນ​ແລະ​ເຮົາ​ຈະ​ຕັ້ງ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ອົດ​ທົນ​ກັບ​ບັນຫາ​ໃນ​ຕອນ​ນີ້.—ຣມ 8:19-21

ເບິ່ງ​ວິດີໂອ​ໃນ​ຂະນະ​ທີ່​ພາຍຸ​ໃກ້​ເຂົ້າ​ມາ ເຮົາ​ຕ້ອງ​ຈົດຈໍ່​ທີ່​ພະ​ເຍຊູ​ເທົ່າ​ນັ້ນ!—ສິ່ງ​ດີໆທີ່​ເຈົ້າ​ຈະ​ໄດ້​ຮັບ​ໃນ​ອະນາຄົດ​ຈາກ​ລາຊະອານາຈັກ​ຂອງ​ພະເຈົ້າ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ມະນຸດ​ຈຶ່ງ​ບໍ່​ໄດ້​ຮັບ​ຊີວິດ​ແບບ​ທີ່​ພະເຈົ້າ​ສະເໜີ​ໃຫ້ ແລະ​ຜົນ​ເປັນ​ແນວ​ໃດ?

  • ຄົນ​ທີ່​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ຫຍັງ​ໃນ​ອະນາຄົດ?

  • ອະນາຄົດ​ທີ່​ດີ​ເລີດ​ແບບ​ນີ້​ຈະ​ເປັນ​ໄປ​ໄດ້​ແນວ​ໃດ?

  • ເຈົ້າ​ຖ້າ​ທີ່​ຈະ​ໄດ້​ຮັບ​ສິ່ງ​ດີໆຫຍັງ​ແດ່​ໃນ​ໂລກ​ໃໝ່?

ຮູບ: ຜູ້​ຄົນ​ມີ​ຄວາມ​ສຸກ​ກັບ​ສິ່ງ​ດີໆໃນ​ອຸທິຍານ. 1. ພີ່ນ້ອງ​ຍິງ​ກອດ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ. 2. ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ກັບ​ອາຫານ​ທີ່​ມີ​ຢ່າງ​ອຸດົມ​ສົມບູນ​ໃນ​ໂລກ​ທີ່​ສະອາດ​ແລະ​ສະຫງົບ​ສຸກ.

ນຶກ​ພາບ​ວ່າ​ໂຕ​ເອງ​ຢູ່​ໃນ​ໂລກ​ໃໝ່

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌