ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ19 ກຸມພາ ໜ້າ 8
  • ຕັ້ງຕາຄອຍຖ້າດ້ວຍຄວາມອົດທົນຕໍ່ໆໄປ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຕັ້ງຕາຄອຍຖ້າດ້ວຍຄວາມອົດທົນຕໍ່ໆໄປ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
  • ເລື່ອງທີ່ຄ້າຍກັນ
  • ຢ່າໃຫ້ສິ່ງໃດກໍຕາມມາເຮັດໃຫ້ເຈົ້າພາດລາງວັນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ພະເຢໂຫວາຊ່ວຍເຮົາໃຫ້ຜ່ານຄວາມຍາກລຳບາກໄດ້
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ເຮົາ​ຈະ​ຍັງ​ມີ​ຄວາມ​ຍິນດີ​ໄດ້​ແນວ​ໃດ​ເມື່ອ​ມີ​ບັນຫາ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • “ໃຫ້​ຄວາມ​ພຽນ [ອົດ​ທົນ] ນັ້ນ​ກະທຳ​ການ​ຈົນ​ສຳເລັດ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ຄມປ19 ກຸມພາ ໜ້າ 8

ຊີວິດ​ຄລິດສະຕຽນ

ຕັ້ງ​ຕາ​ຄອຍ​ຖ້າ​ດ້ວຍ​ຄວາມ​ອົດ​ທົນ​ຕໍ່ໆໄປ

ດົນ​ປານ​ໃດ​ແລ້ວ​ທີ່​ເຈົ້າ​ຄອຍ​ຖ້າ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ມາ​ປົກຄອງ? ເຖິງ​ວ່າ​ຈະ​ເຈິ​ກັບ​ຄວາມ​ຫຍຸ້ງຍາກ​ເຈົ້າ​ຍັງ​ຄອຍ​ຖ້າ​ດ້ວຍ​ຄວາມ​ອົດ​ທົນ​ບໍ? (ໂລມ 8:25) ຄລິດສະຕຽນ​ບາງ​ຄົນ​ເຈິ​ກັບ​ຄວາມ​ກຽດ​ຊັງ ການ​ຂົ່ມເຫງ ຕິດ​ຄຸກ ຫຼື​ເຖິງ​ຂັ້ນ​ຖືກ​ຂູ່​ວ່າ​ຈະ​ຖືກ​ຂ້າ. ສ່ວນ​ຄົນ​ອື່ນໆກໍ​ເຈິ​ກັບ​ຄວາມ​ຫຍຸ້ງຍາກ​ເຊັ່ນ ພະຍາດ​ຊຳເຮື້ອ ຫຼື​ອາຍຸ​ທີ່​ຫຼາຍ​ຂຶ້ນ.

ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັ້ງ​ໃຈ​ຄອຍ​ຖ້າ​ລາຊະອານາຈັກ​ຂອງ​ພະເຈົ້າ​ເມື່ອ​ເຈິ​ຄວາມ​ຫຍຸ້ງຍາກ? ເຮົາ​ຕ້ອງ​ເສີມ​ສ້າງ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ໂດຍ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້​ແລະ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ອ່ານ ແລະ​ເບິ່ງ​ໄປ​ທີ່​ຄວາມ​ຫວັງ​ຢູ່​ສະເໝີ. (2 ໂກ. 4:16-18; ເຫບ. 12:2) ເຮົາ​ຕ້ອງ​ຕ້ອງ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ແລະ​ຂໍ​ພະລັງ​ບໍລິສຸດ​ຂອງ​ພະອົງ. (ລືກາ 11:10, 13; ເຫບ. 5:7) ພໍ່​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ຂອງ​ເຮົາ​ສາມາດ​ຊ່ວຍ​ເຮົາ​ໃຫ້ “ມີ​ຄວາມ​ພຽນ​ແລະ​ຄວາມ​ອົດ​ທົນ​ໄວ້​ທຸກ​ຢ່າງ [ຈົນ​ເຖິງ​ທີ່​ສຸດ] ດ້ວຍ​ຄວາມ​ຍິນດີ”—ໂກໂລ. 1:11, ລ.ມ.

ເບິ່ງ​ວິດີໂອ​ເຮົາ​ຕ້ອງ “ແລ່ນ​ແຂ່ງ​ດ້ວຍ​ຄວາມ​ມາ​ນະ​ອົດ​ທົນ”—ໝັ້ນ​ໃຈ​ວ່າ​ຈະ​ໄດ້​ຮັບ​ລາງວັນ ຈາກ​ນັ້ນ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ແຣັດ​ແລະ​ເມຍ​ຂອງ​ລາວ​ຢູ່​ໃນ​ເຂດ​ປະກາດ

    “ເຫດການ​ທີ່​ບໍ່​ຄາດ​ຄິດ” ອັນ​ໃດ​ທີ່​ສາມາດ​ເກີດ​ຂຶ້ນ​ໄດ້​ໃນ​ຊີວິດ​ຂອງ​ເຮົາ? (ຜູ້ປ. 9:11)

  • ຫຼັງ​ຈາກ​ທີ່​ແຣັດ​ເປັນ​ອຳມະພາດ ພີ່​ນ້ອງ​ຄາ​ໄດ້​ໃຫ້​ລາວ​ອ່ານ​ພະ​ຄຳພີ​ຂໍ້​ໜຶ່ງ

    ການ​ອະທິດຖານ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ເຈິ​ກັບ​ຄວາມ​ຫຍຸ້ງຍາກ?

  • ແຣັດ​ແລະ​ຄາ​ໄປ​ຢ້ຽມ​ບຳລຸງ​ລ້ຽງ​ພີ່​ນ້ອງ​ຄູ່​ໜຶ່ງ

    ຖ້າ​ເຮົາ​ບໍ່​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຫຼາຍ​ຄື​ກັບ​ແຕ່​ກ່ອນ ເປັນ​ຫຍັງ​ເຮົາ​ຄວນ​ຄິດ​ເຖິງ​ສິ່ງ​ທີ່​ເຮົາ​ຍັງ​ເຮັດ​ໄດ້​ໃນ​ຕອນ​ນີ້?

  • ແຣັດ​ນຶກ​ພາບ​ວ່າ​ລາວ​ຈະ​ດີ​ເປັນ​ປົກກະຕິ​ອີກ​ຄັ້ງ​ໃນ​ໂລກ​ໃໝ່

    ເບິ່ງ​ໄປ​ທີ່​ລາງວັນ​ຢູ່​ສະເໝີ

    ອັນ​ໃດ​ຊ່ວຍ​ເຈົ້າ​ໃຫ້​ຍັງ​ໝັ້ນ​ໃຈ​ວ່າ​ຈະ​ໄດ້​ຮັບ​ລາງວັນ?

ເຈົ້າ​ຈະ​ຊ່ວຍ​ຄົນ​ທີ່​ເຈິ​ກັບ​ຄວາມ​ຫຍຸ້ງຍາກ​ແລະ​ຄົນ​ໃນ​ຄອບຄົວ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ?

  • ເວົ້າ​ກັບ​ພວກ​ເຂົາ​ດ້ວຍ​ຄວາມ​ກະລຸນາ​ແລະ​ບໍ່​ປຽບ​ທຽບ​ພວກ​ເຂົາ​ກັບ​ຄົນ​ອື່ນ

  • ເປັນ​ຜູ້​ຟັງ​ທີ່​ດີ

  • ອະທິດຖານ​ກັບ​ພວກ​ເຂົາ​ແລະ​ອະທິດຖານ​ເພື່ອ​ພວກ​ເຂົາ

  • ກຽມ​ອາຫານ ຫຼື​ຊ່ວຍ​ເຮັດ​ວຽກ​ເຮືອນ​ໃຫ້​ພວກ​ເຂົາ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌