ບົດຄວາມສຶກສາທີ 21
ວິທີທີ່ພະເຢໂຫວາຕອບຄຳອະທິດຖານຂອງເຮົາ
“ພວກເຮົາກໍຮູ້ວ່າຈະໄດ້ຮັບສິ່ງນັ້ນ ເພາະພວກເຮົາໄດ້ຂໍຈາກພະອົງ.”—1ຢຮ. 5:15
ເພງ 41 ຂໍຟັງຄຳອະທິດຖານຂອງເຮົາ
ໃຈຄວາມສຳຄັນa
1-2. ເຮົາອາດສົງໄສຫຍັງໃນເລື່ອງການອະທິດຖານ?
ເຈົ້າເຄີຍສົງໄສບໍວ່າພະເຢໂຫວາກຳລັງຕອບຄຳອະທິດຖານຂອງເຈົ້າຫຼືບໍ່? ຖ້າເຄີຍ ກໍບໍ່ແມ່ນເຈົ້າຄົນດຽວທີ່ຄິດແບບນັ້ນ ພີ່ນ້ອງຂອງເຮົາຫຼາຍຄົນກໍຮູ້ສຶກແບບນັ້ນຄືກັນ ໂດຍສະເພາະຕອນທີ່ເຂົາເຈົ້າເຈິບັນຫາ. ຖ້າເຮົາກຳລັງເຈິບັນຫາໜັກໆຢູ່ ມັນກໍແຮ່ງຍາກຫຼາຍຂຶ້ນທີ່ເຮົາຈະເຫັນວ່າພະເຢໂຫວາຕອບຄຳອະທິດຖານຂອງເຮົາແນວໃດ.
2 ເຮົາຈະມາເບິ່ງວ່າເປັນຫຍັງເຮົາຈຶ່ງໝັ້ນໃຈໄດ້ວ່າ ພະເຢໂຫວາຕອບຄຳອະທິດຖານຂອງຜູ້ຮັບໃຊ້ຂອງເພິ່ນ. (1ຢຮ. 5:15) ນອກຈາກນັ້ນ ເຮົາຍັງຈະມາເບິ່ງວ່າເປັນຫຍັງບາງເທື່ອເບິ່ງຄືວ່າພະເຢໂຫວາບໍ່ໄດ້ຕອບຄຳອະທິດຖານຂອງເຮົາ? ແລະພະເຢໂຫວາຕອບຄຳອະທິດຖານຂອງເຮົາແນວໃດໃນທຸກມື້ນີ້?
ພະເຢໂຫວາອາດບໍ່ໄດ້ຕອບຄຳອະທິດຖານໃນແບບທີ່ເຮົາຄິດ
3. ເປັນຫຍັງພະເຢໂຫວາຢາກໃຫ້ເຮົາອະທິດຖານເຖິງເພິ່ນ?
3 ຄຳພີໄບເບິນຮັບຮອງກັບເຮົາວ່າ ພະເຢໂຫວາຮັກເຮົາແລະເຮົາມີຄ່າຫຼາຍສຳລັບເພິ່ນ. (ຮກ. 2:7; 1ຢຮ. 4:10) ຍ້ອນແນວນີ້ເພິ່ນຈຶ່ງເຊີນເຮົາໃຫ້ຂໍຄວາມຊ່ວຍເຫຼືອຈາກເພິ່ນໂດຍການອະທິດຖານ. (1ປຕ. 5:6, 7) ພະເຢໂຫວາຢາກຊ່ວຍເຮົາໃຫ້ໃກ້ຊິດກັບເພິ່ນແລະຮັບມືກັບບັນຫາຕ່າງໆໄດ້.
ພະເຢໂຫວາຕອບຄຳອະທິດຖານຂອງດາວິດໂດຍຊ່ວຍລາວໃຫ້ລອດຈາກພວກສັດຕູ (ເບິ່ງຂໍ້ 4)
4. ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຕອບຄຳອະທິດຖານຂອງຜູ້ຮັບໃຊ້ຂອງເພິ່ນ? (ເບິ່ງຮູບພາບ)
4 ເມື່ອເຮົາອ່ານຄຳພີໄບເບິນ ເຮົາມັກຈະເຫັນພະເຢໂຫວາຕອບຄຳອະທິດຖານຂອງຜູ້ຮັບໃຊ້ຂອງເພິ່ນ. ເຈົ້າຄິດເຖິງຕົວຢ່າງຂອງຜູ້ໃດບໍ? ເຈົ້າອາດຄິດເຖິງຕົວຢ່າງຂອງກະສັດດາວິດ. ຕະຫຼອດຊີວິດຂອງລາວ ລາວເຈິກັບສັດຕູທີ່ອັນຕະລາຍຫຼາຍ ແລ້ວລາວໄດ້ຮ້ອງຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາສະເໝີ. ມີເທື່ອໜຶ່ງລາວໄດ້ອ້ອນວອນຕໍ່ພະເຢໂຫວາວ່າ: “ພະເຢໂຫວາເອີ້ຍ ຂໍພະອົງຟັງຄຳອະທິດຖານຂອງລູກ. ຂໍພະອົງຟັງຄຳຮ້ອງຂໍຄວາມຊ່ວຍເຫຼືອຂອງລູກ. ຂໍພະອົງຕອບລູກ ຍ້ອນພະອົງສັດຊື່ແລະຍຸຕິທຳ.” (ເພງ. 143:1, ລ.ມ.) ພະເຢໂຫວາຕອບຄຳອະທິດຖານຂອງກະສັດດາວິດໂດຍຊ່ວຍລາວໃຫ້ລອດ. (1ຊມ. 19:10, 18-20; 2ຊມ. 5:17-25) ດັ່ງນັ້ນ ດາວິດຈຶ່ງສາມາດເວົ້າດ້ວຍຄວາມໝັ້ນໃຈວ່າ: “ພະເຢໂຫວາຢູ່ໃກ້ທຸກຄົນທີ່ຮ້ອງຫາເພິ່ນ.” ເຮົາເອງກໍໝັ້ນໃຈແບບນີ້ໄດ້ຄືກັນ.—ເພງ. 145:18, ລ.ມ.
ພະເຢໂຫວາຕອບຄຳອະທິດຖານຂອງໂປໂລໂດຍໃຫ້ກຳລັງກັບລາວເພື່ອຈະອົດທົນໄດ້ (ເບິ່ງຂໍ້ 5)
5. ໃນສະໄໝທີ່ຂຽນຄຳພີໄບເບິນ ພະເຢໂຫວາຕອບຄຳອະທິດຖານຂອງຜູ້ຮັບໃຊ້ຂອງເພິ່ນໃນແບບທີ່ເຂົາເຈົ້າຕ້ອງການທຸກເທື່ອບໍ? ຂໍໃຫ້ຍົກຕົວຢ່າງ.
5 ພະເຢໂຫວາອາດບໍ່ໄດ້ຕອບຄຳອະທິດຖານໃນແບບທີ່ເຮົາຄິດໄວ້. ເລື່ອງນີ້ກໍເຄີຍເກີດຂຶ້ນກັບໂປໂລ. ລາວຂໍໃຫ້ພະເຢໂຫວາເອົາ “ໜາມຢູ່ໃນຮ່າງກາຍ” ຂອງລາວອອກ. ລາວອະທິດຖານເລື່ອງນີ້ເຖິງສາມເທື່ອ. ແລ້ວພະເຢໂຫວາຕອບຄຳອະທິດຖານຂອງລາວບໍ? ເພິ່ນຕອບ ແຕ່ບໍ່ໄດ້ຕອບໃນແບບທີ່ລາວຄິດ. ແທນທີ່ພະເຢໂຫວາຈະເຮັດໃຫ້ບັນຫາຂອງລາວໝົດໄປ ເພິ່ນໄດ້ໃຫ້ກຳລັງກັບລາວເພື່ອຊ່ວຍລາວໃຫ້ຮັກສາຄວາມສັດຊື່ຕໍ່ເພິ່ນຕໍ່ໆໄປໄດ້.—2ກຣ. 12:7-10
6. ເປັນຫຍັງບາງເທື່ອອາດເບິ່ງຄືວ່າພະເຢໂຫວາບໍ່ໄດ້ຕອບຄຳອະທິດຖານຂອງເຮົາ?
6 ບາງເທື່ອ ພະເຢໂຫວາກໍຕອບຄຳອະທິດຖານໃນແບບທີ່ເຮົາບໍ່ໄດ້ຄິດໄວ້. ແຕ່ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຮູ້ດີທີ່ສຸດວ່າຈະຊ່ວຍເຮົາໃນວິທີໃດ. ເພິ່ນອາດເຖິງກັບເຮັດ “ຫຼາຍກວ່າທີ່ພວກເຮົາຈະຂໍຫຼືນຶກພາບອອກໄດ້.” (ອຟຊ. 3:20) ດັ່ງນັ້ນ ພະເຢໂຫວາອາດຕອບຄຳອະທິດຖານໃນເວລາແລະວິທີທີ່ເຮົາຄາດບໍ່ເຖິງ.
7. ເປັນຫຍັງບາງເທື່ອເຮົາອາດຕ້ອງປ່ຽນສິ່ງທີ່ເຮົາຂໍໃນຄຳອະທິດຖານ? ຂໍໃຫ້ຍົກຕົວຢ່າງ.
7 ເມື່ອເຮົາເຂົ້າໃຈຊັດເຈນຫຼາຍຂຶ້ນວ່າພະເຢໂຫວາຕ້ອງການຫຍັງແທ້ໆເຮົາອາດຕ້ອງປ່ຽນສິ່ງທີ່ເຮົາຂໍໃນຄຳອະທິດຖານ. ໃຫ້ເຮົາມາເບິ່ງຕົວຢ່າງຂອງພີ່ນ້ອງມາຕິນ ເພີດຊິງເກີ. ບໍ່ດົນຫຼັງຈາກທີ່ພີ່ນ້ອງມາຕິນແຕ່ງດອງ ລາວກໍຖືກຈັບໄປທີ່ຄ້າຍກັກຂັງຂອງພວກນາຊີ. ຕອນທຳອິດ ລາວອະທິດຖານຂໍໃຫ້ພະເຢໂຫວາຊ່ວຍລາວອອກຈາກຄ້າຍກັກຂັງເພື່ອທີ່ຈະໄປເບິ່ງແຍງເມຍແລະໄປປະກາດໄດ້ອີກ. ແຕ່ເມື່ອຜ່ານໄປສອງອາທິດ ລາວກໍບໍ່ເຫັນວີ່ແວວທີ່ພະເຢໂຫວາຈະຊ່ວຍລາວໃຫ້ອອກຈາກຄ້າຍກັກຂັງ. ລາວຈຶ່ງອະທິດຖານວ່າ: “ພະເຢໂຫວາເອີ້ຍ ຂໍຊ່ວຍບອກຂ້ອຍໃຫ້ຮູ້ໄດ້ບໍວ່າພະອົງຢາກໃຫ້ຂ້ອຍເຮັດຫຍັງ.” ແລ້ວລາວກໍເລີ່ມເຫັນວ່າພີ່ນ້ອງຄົນອື່ນໆທີ່ຢູ່ຄ້າຍກັກຂັງກຳລັງເຈິບັນຫາຫຍັງແດ່. ຫຼາຍຄົນເປັນຫ່ວງເມຍແລະລູກຂອງຕົວເອງຫຼາຍ. ພີ່ນ້ອງມາຕິນຈຶ່ງອະທິດຖານວ່າ: “ພະເຢໂຫວາ ຂອບໃຈທີ່ພະອົງໃຫ້ວຽກມອບໝາຍໃໝ່ກັບຂ້ອຍ. ຂໍຊ່ວຍຂ້ອຍໃຫ້ກຳລັງໃຈພີ່ນ້ອງແລະຊ່ວຍເຂົາເຈົ້າໃຫ້ເຂັ້ມແຂງແດ່ເດີ້.” ແລະຕະຫຼອດ 9 ປີທີ່ພີ່ນ້ອງມາຕິນຢູ່ໃນຄ້າຍກັກຂັງ ລາວກໍເຮັດແບບນັ້ນແທ້ໆ!
8. ຕອນທີ່ເຮົາອະທິດຖານ ສິ່ງທີ່ສຳຄັນຢ່າງໜຶ່ງທີ່ເຮົາຕ້ອງຈື່ໄວ້ແມ່ນຫຍັງ?
8 ເຮົາຈຳເປັນຕ້ອງຈື່ໄວ້ວ່າ ພະເຢໂຫວາກຳນົດເວລາໄວ້ແລ້ວວ່າຈະເຮັດໃຫ້ຄວາມຕ້ອງການຂອງເພິ່ນເກີດຂຶ້ນຕອນໃດ. ຄວາມຕ້ອງການຂອງເພິ່ນຢ່າງໜຶ່ງກໍຄື ເພິ່ນຢາກກຳຈັດບັນຫາທີ່ບໍ່ດີທຸກຢ່າງໃນຕອນນີ້ໃຫ້ໝົດໄປແບບຖາວອນ ເຊັ່ນ: ໄພທຳມະຊາດ ຄວາມເຈັບປ່ວຍແລະຄວາມຕາຍ. ພະເຢໂຫວາຈະໃຊ້ການປົກຄອງຂອງເພິ່ນເຮັດໃຫ້ຄວາມຕ້ອງການໃນເລື່ອງເຫຼົ່ານີ້ເກີດຂຶ້ນແທ້. (ດນອ. 2:44; ພນມ. 21:3, 4) ແຕ່ກ່ອນຈະຮອດເວລານັ້ນ ພະເຢໂຫວາກໍໄດ້ຍອມໃຫ້ຊາຕານປົກຄອງໂລກນີ້.b (ຢຮ. 12:31; ພນມ. 12:9) ຖ້າພະເຢໂຫວາແກ້ໄຂບັນຫາທັງໝົດຂອງມະນຸດຕັ້ງແຕ່ຕອນນີ້ ມັນກໍເບິ່ງຄືວ່າຊາຕານປົກຄອງໂລກນີ້ໄດ້ດີຫຼາຍແທ້ໆ. ດັ່ງນັ້ນ ເຮົາຈຶ່ງຕ້ອງລໍຖ້າໃຫ້ຄຳສັນຍາຂອງພະເຢໂຫວາເປັນຈິງ. ແຕ່ໃນລະຫວ່າງທີ່ລໍຖ້າຢູ່ ເພິ່ນກໍບໍ່ໄດ້ປະຖິ້ມເຮົາ. ໃຫ້ເຮົາມາເບິ່ງນຳກັນວ່າພະເຢໂຫວາຊ່ວຍເຮົາແນວໃດໃນທຸກມື້ນີ້.
ພະເຢໂຫວາຕອບຄຳອະທິດຖານຂອງເຮົາແນວໃດໃນທຸກມື້ນີ້
9. ພະເຢໂຫວາຊ່ວຍເຮົາແນວໃດຕອນທີ່ເຮົາຕ້ອງຕັດສິນໃຈໃນເລື່ອງສຳຄັນ? ຂໍໃຫ້ຍົກຕົວຢ່າງ.
9 ພະເຢໂຫວາໃຫ້ສະຕິປັນຍາກັບເຮົາ. ພະເຢໂຫວາສັນຍາວ່າເພິ່ນຈະໃຫ້ເຮົາມີສະຕິປັນຍາເພື່ອຈະຕັດສິນໃຈໄດ້ຢ່າງຖືກຕ້ອງ. ເຮົາຈຳເປັນຕ້ອງມີສະຕິປັນຍາຈາກພະເຢໂຫວາ ໂດຍສະເພາະຕອນທີ່ຕ້ອງຕັດສິນໃຈເລື່ອງທີ່ກ່ຽວຂ້ອງກັບຊີວິດຂອງເຮົາ ເຊັ່ນ: ເຮົາຈະແຕ່ງດອງຫຼືຢູ່ເປັນໂສດ. (ຢກບ. 1:5) ໃຫ້ເຮົາມາເບິ່ງຕົວຢ່າງຂອງພີ່ນ້ອງຍິງຄົນໜຶ່ງທີ່ຊື່ມາເຣຍ.c ຕອນທີ່ມາເຣຍຮັບໃຊ້ເປັນໄພໂອເນຍປະຈຳຢ່າງມີຄວາມສຸກ ລາວໄດ້ເຈິກັບພີ່ນ້ອງຊາຍຄົນໜຶ່ງ. ລາວບອກວ່າ: “ຕອນທຳອິດເຮົາກໍເປັນໝູ່ກັນ ແຕ່ເມື່ອເຮົາສະໜິດກັນຫຼາຍຂຶ້ນເລື້ອຍໆຄວາມຮູ້ສຶກຂອງເຮົາກໍເລີ່ມປ່ຽນໄປ. ຂ້ອຍຮູ້ວ່າຕ້ອງຕັດສິນໃຈເລື່ອງນີ້. ຂ້ອຍຈຶ່ງອະທິດຖານຫາພະເຢໂຫວາຫຼາຍແທ້ໆຍ້ອນຢາກໃຫ້ເພິ່ນຊີ້ນຳຂ້ອຍວ່າຄວນເຮັດແນວໃດ. ແຕ່ຂ້ອຍກໍຮູ້ວ່າ ພະເຢໂຫວາຈະບໍ່ຕັດສິນໃຈແທນຂ້ອຍ.” ລາວຮູ້ສຶກວ່າພະເຢໂຫວາຕອບຄຳອະທິດຖານຂອງລາວທີ່ຂໍສະຕິປັນຍາຈາກເພິ່ນ. ເປັນຫຍັງລາວຈຶ່ງເຊື່ອແບບນັ້ນ? ຍ້ອນຕອນທີ່ລາວຄົ້ນຄວ້າໃນປຶ້ມຂອງອົງການ ລາວເຈິຫຼາຍບົດຄວາມທີ່ເວົ້າເຖິງເລື່ອງນີ້ພໍດີ ເຊິ່ງຊ່ວຍໃຫ້ລາວຕັດສິນໃຈເລື່ອງສຳຄັນນີ້ໄດ້. ນອກຈາກນັ້ນ ມາເຣຍໄດ້ປຶກສາແມ່ທີ່ເປັນພະຍານທີ່ສັດຊື່ນຳ ແລະແມ່ກໍໃຫ້ຄຳແນະນຳທີ່ດີກັບລາວ. ຄຳແນະນຳນັ້ນເຮັດໃຫ້ມາເຣຍກັບໄປຄິດດີໆວ່າລາວຮູ້ສຶກແນວໃດແທ້ໆ. ແລະໃນທີ່ສຸດລາວກໍຕັດສິນໃຈຢ່າງສະຫຼາດ.
ພະເຢໂຫວາໃຫ້ກຳລັງກັບເຮົາແນວໃດເພື່ອຈະອົດທົນໄດ້? (ເບິ່ງຂໍ້ 10)
10. ໃນຟີລິບປອຍ 4:13 ພະເຢໂຫວາຊ່ວຍຜູ້ຮັບໃຊ້ຂອງເພິ່ນແນວໃດ? ຂໍໃຫ້ຍົກຕົວຢ່າງ. (ເບິ່ງຮູບພາບ)
10 ພະເຢໂຫວາໃຫ້ກຳລັງເພື່ອຈະອົດທົນໄດ້. ພະເຢໂຫວາເຄີຍໃຫ້ກຳລັງກັບໂປໂລມາແລ້ວ. ເພິ່ນຈະໃຫ້ກຳລັງກັບເຮົານຳເພື່ອຈະອົດທົນກັບຄວາມທຸກໄດ້. (ອ່ານຟີລິບປອຍ 4:13) ໃຫ້ເຮົາມາເບິ່ງນຳກັນວ່າ ພະເຢໂຫວາຊ່ວຍພີ່ນ້ອງທີ່ຊື່ເບັນຈາມິນແນວໃດໃຫ້ອົດທົນກັບຄວາມທຸກ. ຕອນຍັງນ້ອຍ ເບັນຈາມິນກັບຄອບຄົວຢູ່ໃນຄ້າຍລີ້ໄພໃນທະວີບອາຝຼິກກາ. ລາວບອກວ່າ: “ຂ້ອຍອະທິດຖານຫາພະເຢໂຫວາຢູ່ເລື້ອຍໆຂໍເພິ່ນໃຫ້ກຳລັງກັບຂ້ອຍເພື່ອທີ່ຂ້ອຍຈະເຮັດໃນສິ່ງທີ່ເພິ່ນພໍໃຈ. ແລ້ວພະເຢໂຫວາກໍຕອບຄຳອະທິດຖານຂອງຂ້ອຍ. ເພິ່ນໃຫ້ຂ້ອຍມີຄວາມສະຫງົບໃຈແລະກ້າປະກາດຕໍ່ໆໄປ. ພະເຢໂຫວາໃຫ້ຂ້ອຍມີປຶ້ມຂອງອົງການເພື່ອຈະຊ່ວຍໃຫ້ຂ້ອຍຍັງສະໜິດກັບເພິ່ນໄດ້ສະເໝີ.” ເບັນຈາມິນເວົ້າຕໍ່ອີກວ່າ: “ຂ້ອຍໄດ້ອ່ານປະສົບການຂອງພີ່ນ້ອງແລະຮູ້ວ່າພະເຢໂຫວາຊ່ວຍເຂົາເຈົ້າໃຫ້ອົດທົນໄດ້ແນວໃດ ແລະມັນກໍຊ່ວຍຂ້ອຍໃຫ້ຕັ້ງໃຈຫຼາຍຂຶ້ນທີ່ຈະສັດຊື່ຕໍ່ພະເຢໂຫວາສະເໝີ.”
ເຈົ້າເຄີຍເຫັນວິທີທີ່ພະເຢໂຫວາໃຊ້ພີ່ນ້ອງຮ່ວມຄວາມເຊື່ອມາຊ່ວຍເຈົ້າບໍ? (ເບິ່ງຂໍ້ 11-12)d
11-12. ພະເຢໂຫວາອາດໃຊ້ພີ່ນ້ອງຮ່ວມຄວາມເຊື່ອເພື່ອຕອບຄຳອະທິດຖານຂອງເຮົາແນວໃດ? (ເບິ່ງຮູບພາບ)
11 ພະເຢໂຫວາໃຊ້ພີ່ນ້ອງຮ່ວມຄວາມເຊື່ອໃຫ້ຊ່ວຍເຮົາ. ໃນຄືນສຸດທ້າຍທີ່ພະເຢຊູມີຊີວິດຢູ່ ເພິ່ນອະທິດຖານຫຼາຍແທ້ໆ. ເພິ່ນຂໍໃຫ້ພະເຢໂຫວາຊ່ວຍເພິ່ນບໍ່ໃຫ້ເປັນສາເຫດທີ່ເຮັດໃຫ້ພະເຢໂຫວາຖືກໝິ່ນປະໝາດ. ແຕ່ແທນທີ່ພະເຢໂຫວາຈະເຮັດຕາມທີ່ພະເຢຊູຂໍ ພະເຢໂຫວາພັດສົ່ງທູດສະຫວັນ ເຊິ່ງເປັນພີ່ນ້ອງຂອງພະເຢຊູມາໃຫ້ກຳລັງໃຈແທນ. (ລກ. 22:42, 43) ພະເຢໂຫວາກໍອາດຈະຊ່ວຍເຮົາແບບນີ້ຄືກັນ. ເພິ່ນອາດໃຊ້ພີ່ນ້ອງຮ່ວມຄວາມເຊື່ອໂທມາໃຫ້ກຳລັງໃຈຫຼືມາຫາເຮົາຢູ່ເຮືອນ. ໃຫ້ເຮົາທຸກຄົນຫາໂອກາດທີ່ຈະໃຊ້ “ຄຳເວົ້າດີໆ” ເພື່ອໃຫ້ກຳລັງໃຈພີ່ນ້ອງຂອງເຮົາ.—ສຸພາ. 12:25, ລ.ມ.
12 ໃຫ້ເຮົາມາເບິ່ງຕົວຢ່າງຂອງພີ່ນ້ອງຍິງຄົນໜຶ່ງທີ່ຊື່ມິຣຽມ. ບໍ່ຈັກອາທິດຫຼັງຈາກທີ່ຜົວຂອງລາວຕາຍ ຕອນທີ່ລາວຢູ່ເຮືອນຄົນດຽວລາວຮູ້ສຶກເຫງົາແລະເສົ້າຫຼາຍ. ລາວຢຸດຮ້ອງໄຫ້ບໍ່ໄດ້ເລີຍແລະຢາກຈະລົມກັບໃຜຈັກຄົນ. ລາວບອກວ່າ: “ຂ້ອຍບໍ່ມີແຮງຈະໂທຫາໃຜເລີຍ ຂ້ອຍຈຶ່ງອະທິດຖານເຖິງພະເຢໂຫວາ. ຂ້ອຍທັງອະທິດຖານທັງຮ້ອງໄຫ້ ແລ້ວຕອນນັ້ນກໍມີໂທລະສັບດັງຂຶ້ນ. ມີຜູ້ດູແລຄົນໜຶ່ງທີ່ເປັນໝູ່ສະໜິດຂອງເຮົາໂທມາ.” ມິຣຽມໄດ້ກຳລັງໃຈຈາກຜູ້ດູແລກັບເມຍຂອງລາວ. ມິຣຽມຈຶ່ງໝັ້ນໃຈວ່າ ພະເຢໂຫວາຫັ້ນແຫຼະທີ່ກະຕຸ້ນໃຫ້ຜູ້ດູແລໂທມາຫາລາວ.
ພະເຢໂຫວາອາດຈະໃຊ້ຄົນທີ່ບໍ່ໄດ້ນະມັດສະການເພິ່ນຊ່ວຍເຮົາແນວໃດ? (ເບິ່ງຂໍ້ 13-14)
13. ຂໍໃຫ້ຍົກຕົວຢ່າງວ່າ ພະເຢໂຫວາອາດໃຊ້ຄົນທີ່ບໍ່ໄດ້ນະມັດສະການເພິ່ນເພື່ອຕອບຄຳອະທິດຖານຂອງເຮົາແນວໃດ.
13 ພະເຢໂຫວາອາດໃຊ້ຄົນທີ່ບໍ່ໄດ້ນະມັດສະການເພິ່ນເພື່ອຊ່ວຍເຮົາ. (ສຸພາ. 21:1) ບາງເທື່ອພະເຢໂຫວາກໍຕອບຄຳອະທິດຖານຂອງຜູ້ຮັບໃຊ້ຂອງເພິ່ນໂດຍໃຫ້ຄົນທີ່ບໍ່ໄດ້ນະມັດສະການເພິ່ນມາຊ່ວຍເຫຼືອເຂົາເຈົ້າ. ຕົວຢ່າງເຊັ່ນ: ພະເຢໂຫວາໃຫ້ກະສັດອາຕາເຊເຊັດຍອມເຮັດຕາມຄຳຂໍຂອງເນເຮມີຢາທີ່ຈະກັບໄປເມືອງເຢຣູຊາເລັມເພື່ອຈະສ້າງເມືອງນີ້ຂຶ້ນມາໃໝ່. (ນຮຢ. 2:3-6) ໃນທຸກມື້ນີ້ ພະເຢໂຫວາກໍອາດໃຊ້ຄົນທີ່ບໍ່ໄດ້ນະມັດສະການເພິ່ນມາຊ່ວຍເຫຼືອເຮົາຕອນທີ່ເຮົາຕ້ອງການ.
14. ປະສົບການຂອງພີ່ນ້ອງຊູຮິງໃຫ້ກຳລັງໃຈເຈົ້າແນວໃດ? (ເບິ່ງຮູບພາບ)
14 ພີ່ນ້ອງຍິງຄົນໜຶ່ງຊື່ຊູຮິງຮູ້ສຶກວ່າພະເຢໂຫວາໄດ້ໃຊ້ໝໍເພື່ອຊ່ວຍລາວ. ລູກຊາຍຂອງລາວມີບັນຫາຫຼາຍຢ່າງທາງດ້ານຈິດໃຈຕັ້ງແຕ່ຍັງນ້ອຍໆ. ຕໍ່ມາລູກຊາຍຂອງລາວກໍເກີດອຸບັດຕິເຫດທີ່ຮ້າຍແຮງ ເຊິ່ງເຮັດໃຫ້ລາວກັບຜົວຕ້ອງອອກຈາກວຽກມາເບິ່ງແຍງລູກ. ນີ້ຈຶ່ງເຮັດໃຫ້ຄອບຄົວມີບັນຫາເລື່ອງເງິນ. ຕອນນັ້ນຊູຮິງຮູ້ສຶກທົນບໍ່ໄດ້ແລ້ວ. ລາວຮູ້ສຶກວ່າໂຕເອງເປັນຄືກັບຢາງທີ່ຖືກດຶງທີ່ໃກ້ຈະຂາດແລ້ວ. ລາວອະທິດຖານລະບາຍຄວາມຮູ້ສຶກກັບພະເຢໂຫວາແລະຂໍໃຫ້ເພິ່ນຊ່ວຍ. ແຕ່ຢູ່ດີໆໝໍທີ່ລາວໄປຫາກໍສົນໃຈບັນຫາຂອງຄອບຄົວແລະພະຍາຍາມຫາທາງຊ່ວຍລາວ. ໃນທີ່ສຸດ ຄອບຄົວຂອງລາວກໍໄດ້ຮັບຄວາມຊ່ວຍເຫຼືອຈາກລັດຖະບານແລະມີບ່ອນຢູ່ໃນລາຄາທີ່ພໍຈ່າຍໄດ້. ຊູຮິງບອກວ່າ: “ເຮົາເຫັນວ່າພະເຢໂຫວາຍື່ນມືມາຊ່ວຍເຮົາ. ພະອົງເປັນ ‘ຜູ້ຟັງຄຳອະທິດຖານ’ ແທ້ໆ.”—ເພງ. 65:2, ລ.ມ.
ຕ້ອງມີຄວາມເຊື່ອເພື່ອຈະເຫັນຄຳຕອບຈາກພະເຢໂຫວາແລະເຮັດສິ່ງທີ່ເພິ່ນຕ້ອງການ
15. ອັນໃດຊ່ວຍພີ່ນ້ອງຍິງຄົນໜຶ່ງໃຫ້ຮູ້ວ່າພະເຢໂຫວາຕອບຄຳອະທິດຖານຂອງລາວ?
15 ປົກກະຕິແລ້ວພະເຢໂຫວາບໍ່ໄດ້ຕອບຄຳອະທິດຖານຂອງເຮົາແບບທີ່ອັດສະຈັນແລະໜ້າຕື່ນເຕັ້ນ. ແຕ່ຄຳຕອບທີ່ພະເຢໂຫວາໃຫ້ເປັນສິ່ງທີ່ຈຳເປັນສຳລັບເຮົາເພື່ອທີ່ເຮົາຈະຮັກສາຄວາມສັດຊື່ຕໍ່ເພິ່ນໄດ້. ດັ່ງນັ້ນ ເຮົາຕ້ອງພະຍາຍາມເບິ່ງໃຫ້ອອກວ່ານີ້ແມ່ນຄຳຕອບຂອງພະເຢໂຫວາ. ພີ່ນ້ອງຍິງຄົນໜຶ່ງທີ່ຊື່ໂຢໂກະຮູ້ສຶກວ່າພະເຢໂຫວາບໍ່ໄດ້ຕອບຄຳອະທິດຖານຂອງລາວ. ລາວຈຶ່ງພະຍາຍາມຈົດເລື່ອງທີ່ລາວອະທິດຖານຂໍຈາກພະເຢໂຫວາໄວ້ໃນປຶ້ມ. ເມື່ອເວລາຜ່ານໄປ ໂຢໂກະກໍຈັບເອົາປຶ້ມນັ້ນຂຶ້ນມາເບິ່ງ ປາກົດວ່າພະເຢໂຫວາຕອບຄຳອະທິດຖານເກືອບທຸກເລື່ອງແລ້ວ ແມ່ນແຕ່ເລື່ອງທີ່ລາວເຄີຍຂໍເຊິ່ງລືມໄປແລ້ວດ້ວຍຊ້ຳ. ດັ່ງນັ້ນ ໃຫ້ເຮົາໃຊ້ເວລາຄິດທົບທວນເປັນໄລຍະໆວ່າ ພະເຢໂຫວາຕອບຄຳອະທິດຖານຂອງເຮົາແນວໃດແດ່.—ເພງ. 66:19, 20
16. ເຮົາຕ້ອງສະແດງຄວາມເຊື່ອແນວໃດໃນເລື່ອງການອະທິດຖານ? (ເຮັບເຣີ 11:6)
16 ເຮົາຕ້ອງສະແດງຄວາມເຊື່ອ ບໍ່ພຽງແຕ່ໂດຍການອະທິດຖານເຖິງພະເຢໂຫວາ ແຕ່ເມື່ອເພິ່ນຕອບຄຳອະທິດຖານຂອງເຮົາ ເຮົາກໍຕ້ອງສະແດງຄວາມເຊື່ອນຳໂດຍເຮັດຕາມທີ່ພະເຢໂຫວາຕ້ອງການ. (ອ່ານເຮັບເຣີ 11:6) ໃຫ້ເຮົາມາເບິ່ງຕົວຢ່າງຂອງໄມແລະຄຣິດສ໌ຊີ້ເມຍຂອງລາວ. ເຂົາເຈົ້າສອງຄົນຢາກຮັບໃຊ້ໃນເບເທນຫຼາຍ. ໄມບອກວ່າ “ເຮົາຂຽນໃບສະໝັກເຂົ້າເບເທນຫຼາຍເທື່ອແລະອະທິດຖານບອກພະເຢໂຫວາຫຼາຍແທ້ໆກ່ຽວກັບເລື່ອງນີ້. ແຕ່ເຮົາກໍຍັງບໍ່ໄດ້ໄປຮັບໃຊ້ຢູ່ຫັ້ນຈັກເທື່ອ.” ເຖິງຈະເປັນແບບນັ້ນ ໄມກັບຄຣິດສ໌ຊີ້ກໍຍັງໝັ້ນໃຈວ່າພະເຢໂຫວາຮູ້ດີທີ່ສຸດວ່າເຂົາເຈົ້າຄວນຮັບໃຊ້ແບບໃດ. ເຂົາເຈົ້າຈຶ່ງເຮັດວຽກຮັບໃຊ້ຢ່າງເຕັມທີເທົ່າທີ່ເຂົາເຈົ້າຈະເຮັດໄດ້. ເຂົາເຈົ້າເປັນໄພໂອເນຍປະຈຳແລະໄປຮັບໃຊ້ໃນບ່ອນທີ່ຕ້ອງການຜູ້ປະກາດຫຼາຍກວ່າແລະຍັງຊ່ວຍໃນວຽກໂຄງການກໍ່ສ້າງນຳ. ຕອນນີ້ເຂົາເຈົ້າຮັບໃຊ້ເປັນຜູ້ດູແລໝວດ. ໄມບອກວ່າ “ເຖິງວ່າພະເຢໂຫວາບໍ່ໄດ້ຕອບຄຳອະທິດຖານຂອງເຮົາໃນແບບທີ່ເຮົາຕ້ອງການ ແຕ່ເພິ່ນໄດ້ຕອບແທ້ ແລະຕອບໃນແບບທີ່ດີກວ່າທີ່ເຮົາຄິດໄວ້ດ້ວຍຊ້ຳ.”
17-18. ຄືທີ່ບອກໄວ້ໃນຄຳເພງ 86:6, 7 ເຮົາໝັ້ນໃຈໄດ້ໃນເລື່ອງຫຍັງ?
17 ອ່ານຄຳເພງ 86:6, 7. ດາວິດເຊິ່ງເປັນຄົນໜຶ່ງທີ່ຂຽນປຶ້ມຄຳເພງໝັ້ນໃຈວ່າພະເຢໂຫວາຟັງແລະຕອບຄຳອະທິດຖານຂອງລາວ. ເຈົ້າກໍສາມາດໝັ້ນໃຈແບບນັ້ນໄດ້ຄືກັນ. ຕົວຢ່າງຂອງຫຼາຍຄົນໃນບົດຄວາມນີ້ເຮັດໃຫ້ເຮົາໝັ້ນໃຈວ່າ ພະເຢໂຫວາສາມາດໃຫ້ສະຕິປັນຍາກັບເຮົາແລະໃຫ້ກຳລັງເພື່ອເຮົາຈະອົດທົນໄດ້. ພະເຢໂຫວາອາດໃຊ້ພີ່ນ້ອງຮ່ວມຄວາມເຊື່ອຫຼືແມ່ນແຕ່ຄົນທີ່ຍັງບໍ່ໄດ້ນະມັດສະການເພິ່ນໃຫ້ຊ່ວຍເຮົາກໍໄດ້.
18 ເຖິງວ່າພະເຢໂຫວາບໍ່ໄດ້ຕອບຄຳອະທິດຖານໃນແບບທີ່ເຮົາຕ້ອງການທຸກເທື່ອ ແຕ່ເຮົາຮູ້ວ່າພະເຢໂຫວາຈະຕອບແນ່ນອນ. ເພິ່ນຈະໃຫ້ໃນສິ່ງທີ່ເຮົາຈຳເປັນຕ້ອງມີແລະໃນເວລາທີ່ເໝາະສົມທີ່ສຸດ. ດັ່ງນັ້ນ ຂໍໃຫ້ເຈົ້າອະທິດຖານຕໍ່ໆໄປແລະເຊື່ອວ່າເພິ່ນຈະຟັງ. ໃຫ້ເຈົ້າໝັ້ນໃຈວ່າພະເຢໂຫວາສົນໃຈແລະເປັນຫ່ວງເຈົ້າຫຼາຍໃນຕອນນີ້. ແລະເພິ່ນຈະ “ໃຫ້ທຸກຊີວິດໄດ້ສົມຫວັງ” ໃນໂລກໃໝ່ທີ່ກຳລັງຈະມາເຖິງຢ່າງແນ່ນອນ.—ເພງ. 145:16, ລ.ມ.
ເພງ 46 ຂອບໃຈພະເຢໂຫວາ
a ພະເຢໂຫວາຮັບຮອງກັບເຮົາວ່າ ເພິ່ນຈະຕອບຄຳອະທິດຖານຂອງເຮົາຖ້າເຮົາຂໍສິ່ງທີ່ສອດຄ່ອງກັບຄວາມຕ້ອງການຂອງເພິ່ນ. ເມື່ອເຮົາເຈິບັນຫາ ຂໍໃຫ້ເຮົາໝັ້ນໃຈວ່າພະເຢໂຫວາຈະຊ່ວຍເຮົາໃຫ້ຮັກສາຄວາມສັດຊື່ຕໍ່ເພິ່ນໄດ້. ເຮົາຈະມາເບິ່ງນຳກັນວ່າພະເຢໂຫວາຕອບຄຳອະທິດຖານຂອງເຮົາແນວໃດ.
b ເບິ່ງຂໍ້ມູນກ່ຽວກັບເຫດຜົນທີ່ພະເຢໂຫວາຍອມໃຫ້ຊາຕານປົກຄອງໂລກນີ້ໃນບົດຄວາມທີ່ຊື່ວ່າ “ຈົດຈໍ່ທີ່ປະເດັນສຳຄັນສະເໝີ” ໃນຫໍສັງເກດການ ເດືອນມິຖຸນາ 2017
c ຊື່ສົມມຸດ
d ຄຳອະທິບາຍຮູບພາບ: ແມ່ກັບລູກສາວໄປລີ້ໄພຢູ່ອີກປະເທດໜຶ່ງ. ເມື່ອເຂົາເຈົ້າໄປຮອດ ພີ່ນ້ອງກໍເຂົ້າມາຕ້ອນຮັບຢ່າງອົບອຸ່ນແລະຊ່ວຍເຫຼືອເຂົາເຈົ້າ.