ບົດຄວາມສຶກສາທີ 15
ເພງທີ 30 ພະອົງເປັນພະເຈົ້າ ເປັນພໍ່ ແລະເພື່ອນຂອງຂ້ອຍ
“ການທີ່ໄດ້ຢູ່ໃກ້ພະເຈົ້າເປັນປະໂຫຍດຫຼາຍ” ສຳລັບເຮົາ
“ສຳລັບລູກ ການທີ່ໄດ້ຢູ່ໃກ້ພະເຈົ້າເປັນປະໂຫຍດຫຼາຍ.”—ພສ. 73:28
ຈຸດສຳຄັນ
ເຮົາຈະສະໜິດກັບພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ ແລະເຮົາໄດ້ຮັບປະໂຫຍດຫຍັງຈາກການເຮັດແບບນັ້ນ?
1-2. (ກ) ເຮົາຕ້ອງເຮັດຫຍັງເພື່ອຈະສະໜິດກັບຜູ້ໃດຜູ້ໜຶ່ງ? (ຂ) ເຮົາຈະຮຽນຫຍັງໃນບົດນີ້?
ເຈົ້າມີໝູ່ສະໜິດບໍ? ເຈົ້າໄດ້ເຮັດຫຍັງແດ່ເພື່ອຈະເປັນໝູ່ກັບລາວ? ເຈົ້າອາດໃຊ້ເວລານຳກັນ ຮຽນຮູ້ກ່ຽວກັບຊີວິດຂອງລາວ ແລະພະຍາຍາມຮູ້ຈັກວ່າລາວມັກຫຍັງແລະບໍ່ມັກຫຍັງ. ເຈົ້າໄດ້ເຫັນວ່າລາວມີຄຸນລັກສະນະທີ່ດີຫຼາຍຢ່າງທີ່ເຈົ້າຢາກຮຽນແບບ. ເມື່ອເປັນແນວນີ້ ເຈົ້າກໍຮັກໝູ່ຜູ້ນີ້ຫຼາຍ.
2 ເພື່ອຈະສະໜິດກັບຜູ້ໃດຜູ້ໜຶ່ງຕ້ອງໃຊ້ເວລາແລະຄວາມພະຍາຍາມ ເຮົາກໍຕ້ອງໃຊ້ເວລາແລະຄວາມພະຍາຍາມຄືກັນເພື່ອຈະສະໜິດກັບພະເຢໂຫວາພະເຈົ້າ. ໃນບົດນີ້ຈະເວົ້າເຖິງວິທີທີ່ເຮົາຈະສະໜິດກັບພະເຢໂຫວາຫຼາຍຂຶ້ນແລະປະໂຫຍດທີ່ເຮົາໄດ້ຮັບຈາກການເຮັດແບບນັ້ນ. ທຳອິດ ເຮົາຈະມາເບິ່ງວ່າເປັນຫຍັງຈຶ່ງເປັນສິ່ງທີ່ດີທີ່ເຮົາຈະສະໜິດກັບພະເຢໂຫວາໝູ່ທີ່ດີທີ່ສຸດຂອງເຮົາ.
3. ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ຈະຄິດເຖິງປະໂຫຍດຂອງການສະໜິດກັບພະເຢໂຫວາ?
3 ແນ່ນອນວ່າເຈົ້າເຫັນດີນຳທີ່ວ່າການສະໜິດກັບພະເຢໂຫວາເປັນປະໂຫຍດຕໍ່ເຮົາ. ແຕ່ການຄິດວ່າມັນດີແນວໃດຈະກະຕຸ້ນເຮົາໃຫ້ສະໜິດກັບເພິ່ນຫຼາຍຂຶ້ນ. (ພສ. 63:6-8) ຕົວຢ່າງເຊັ່ນ: ເຮົາຮູ້ວ່າການກິນອາຫານທີ່ເປັນປະໂຫຍດ ການອອກກຳລັງກາຍ ການພັກຜ່ອນພຽງພໍ ແລະການກິນນ້ຳພຽງພໍໃນແຕ່ລະມື້ດີຕໍ່ສຸຂະພາບຂອງເຮົາ ແຕ່ຫຼາຍຄົນບໍ່ໄດ້ຄິດເຖິງສິ່ງເຫຼົ່ານີ້ແລະບໍ່ສົນໃຈສຸຂະພາບຂອງໂຕເອງ. ຍ້ອນແນວນີ້ເຂົາເຈົ້າຈຶ່ງສຸຂະພາບບໍ່ດີ. ແຕ່ຄົນທີ່ຄິດຢູ່ສະເໝີວ່າສິ່ງເຫຼົ່ານີ້ເຮັດໃຫ້ສຸຂະພາບແຂງແຮງ ເຂົາເຈົ້າຈະເຮັດສິ່ງເຫຼົ່ານີ້. ຄ້າຍຄືກັນ ເຮົາອາດຮູ້ວ່າການສະໜິດກັບພະເຢໂຫວາເປັນສິ່ງທີ່ດີສຳລັບເຮົາ ແຕ່ການຄິດເຖິງປະໂຫຍດຂອງການເຮັດແບບນີ້ຈະກະຕຸ້ນເຮົາໃຫ້ສະໜິດກັບເພິ່ນຫຼາຍຂຶ້ນ.—ພສ. 119:27-30
4. ຕາມເພງສັນລະເສີນ 73:28 ຜູ້ຂຽນຮູ້ສຶກແນວໃດ?
4 ອ່ານເພງສັນລະເສີນ 73:28. ຜູ້ຂຽນເພງສັນລະເສີນບົດ 73 ເປັນຄົນເລວີທີ່ຖືກແຕ່ງຕັ້ງໃຫ້ເປັນນັກດົນຕີຢູ່ວິຫານຂອງພະເຢໂຫວາ. ລາວຮັບໃຊ້ພະເຢໂຫວາຢ່າງສັດຊື່ມາຫຼາຍປີແລ້ວ ແຕ່ລາວກໍຮູ້ສຶກວ່າຈຳເປັນຕ້ອງເຕືອນໂຕເອງແລະຄົນອື່ນໃຫ້ຈື່ໄວ້ສະເໝີວ່າ “ການທີ່ໄດ້ຢູ່ໃກ້ພະເຈົ້າ” ເປັນປະໂຫຍດຫຼາຍສຳລັບລາວແລະສຳລັບເຂົາເຈົ້າ. ການສະໜິດກັບພະເຢໂຫວາມີປະໂຫຍດແນວໃດ?
ການສະໜິດກັບພະເຢໂຫວາເຮັດໃຫ້ມີຄວາມສຸກ
5. (ກ) ເປັນຫຍັງການສະໜິດກັບພະເຢໂຫວາຫຼາຍຂຶ້ນຈຶ່ງເຮັດໃຫ້ເຮົາມີຄວາມສຸກຫຼາຍ? (ຂ) ຕາມສຸພາສິດ 2:6-16 ໃຫ້ຍົກຕົວຢ່າງວ່າສະຕິປັນຍາຈາກພະເຢໂຫວາເປັນປະໂຫຍດແລະປົກປ້ອງເຈົ້າເປັນສ່ວນໂຕແນວໃດ?
5 ແຮ່ງເຮົາສະໜິດກັບພະເຢໂຫວາ ເຮົາກໍແຮ່ງຈະມີຄວາມສຸກຫຼາຍຂຶ້ນ. (ພສ. 65:4) ມີຫຼາຍເຫດຜົນທີ່ເຮັດໃຫ້ເຮົາມີຄວາມສຸກ. ເຫດຜົນໜຶ່ງແມ່ນເຮົາໄດ້ຮັບປະໂຫຍດຈາກການໃຊ້ສະຕິປັນຍາທີ່ຢູ່ໃນຄຳພີໄບເບິນ. ສະຕິປັນຍານີ້ຊ່ວຍປົກປ້ອງເຮົາຈາກອິດທິພົນທີ່ບໍ່ດີແລະຈາກການເຮັດຜິດຮ້າຍແຮງ. (ອ່ານສຸພາສິດ 2:6-16) ຍ້ອນແນວນີ້ຄຳພີໄບເບິນຈຶ່ງບອກວ່າ: “ຄົນທີ່ຊອກຫາສະຕິປັນຍາຈົນພົບແລະຄົນທີ່ຮຽນຈົນມີຄວາມເຂົ້າໃຈກໍມີຄວາມສຸກ.”—ສພສ. 3:13
6. ເປັນຫຍັງຜູ້ຂຽນເພງສັນລະເສີນຈຶ່ງບໍ່ມີຄວາມສຸກ?
6 ບາງເທື່ອໝູ່ຂອງພະເຢໂຫວາກໍທຸກໃຈ. ຜູ້ຂຽນເພງສັນລະເສີນບົດ 73 ບໍ່ມີຄວາມສຸກເມື່ອລາວຄິດໃນແງ່ລົບ. ລາວເລີ່ມຄິດວ່າຄົນຊົ່ວມີຊີວິດທີ່ດີເຖິງວ່າເຂົາເຈົ້າບໍ່ໄດ້ສົນໃຈພະເຢໂຫວາຫຼືບໍ່ເຊື່ອຟັງມາດຕະຖານຂອງເພິ່ນ ແລະເລື່ອງນີ້ເຮັດໃຫ້ລາວຮູ້ສຶກໃຈຮ້າຍ. ລາວເຖິງຂັ້ນອິດສາສິ່ງທີ່ເຂົາເຈົ້າມີ. ລາວສະຫຼຸບແບບຜິດໆວ່າຄົນທີ່ໃຊ້ຄວາມຮຸນແຮງແລະຄົນຍິ່ງລວຍຂຶ້ນໆ ຢູ່ດີມີແຮງ ແລະບໍ່ເຈິຄວາມລຳບາກຫຍັງເລີຍ. (ພສ. 73:3-7, 12) ຜູ້ຂຽນເພງສັນລະເສີນທຸກໃຈຫຼາຍຈົນສົງໄສວ່າການທີ່ລາວພະຍາຍາມຮັບໃຊ້ພະເຢໂຫວາຈະມີປະໂຫຍດຫຍັງບໍ? ຕອນທີ່ທຸກໃຈນັ້ນ ລາວເວົ້າວ່າ: “ເຖິງວ່າລູກຈະມີໃຈບໍລິສຸດແລະລ້າງມືເພື່ອສະແດງວ່າລູກບໍ່ມີຄວາມຜິດ ມັນກໍບໍ່ມີປະໂຫຍດຫຍັງເລີຍ.”—ພສ. 73:13
7. ເມື່ອເຮົາທຸກໃຈ ເຮົາສາມາດເຮັດຫຍັງ? (ເບິ່ງຮູບໜ້າປົກນຳ)
7 ເຖິງວ່າຜູ້ຂຽນເພງສັນລະເສີນທຸກໃຈຫຼາຍ ແຕ່ລາວໄດ້ເຮັດບາງຢ່າງເພື່ອປ່ຽນແປງຄວາມຄິດຂອງໂຕເອງ. ລາວ “ເຂົ້າໄປໃນບ່ອນສັກສິດຂອງພະເຈົ້າ” ແລະຢູ່ຫັ້ນພະເຢໂຫວາໄດ້ປັບຄວາມຄິດຂອງລາວ. (ພສ. 73:17-19) ເມື່ອເຮົາທຸກໃຈ ພະເຢໂຫວາໝູ່ທີ່ດີທີ່ສຸດຂອງເຮົາຮູ້ເລື່ອງນີ້. ຖ້າເຮົາອະທິດຖານຂໍໃຫ້ເພິ່ນຊີ້ນຳແລະຍອມຮັບການຊ່ວຍເຫຼືອທີ່ເພິ່ນຈັດກຽມໂດຍທາງຄຳພີໄບເບິນແລະໂດຍທາງປະຊາຄົມ ເຮົາກໍຈະມີກຳລັງທີ່ຈະອົດທົນກັບຄວາມທຸກໃຈໄດ້. ແມ່ນແຕ່ຕອນທີ່ເຮົາອຸກໃຈຫຼາຍ ພະເຢໂຫວາກໍປອບໃຈເຮົາ.—ພສ. 94:19a
ຄົນເລວີທີ່ຂຽນເພງສັນລະເສີນບົດ 73 ຢືນຢູ່ໃນ “ບ່ອນສັກສິດຂອງພະເຈົ້າ” (ເບິ່ງຂໍ້ 7)
ການສະໜິດກັບພະເຢໂຫວາເຮັດໃຫ້ຊີວິດມີຈຸດມຸ່ງໝາຍແລະມີຄວາມຫວັງສຳລັບອະນາຄົດ
8. ການສະໜິດກັບພະເຢໂຫວາເປັນປະໂຫຍດຕໍ່ເຮົາໃນທາງໃດອີກ?
8 ການສະໜິດກັບພະເຢໂຫວາຍັງເປັນປະໂຫຍດຕໍ່ເຮົາໃນອີກ 2 ທາງ. ປະໂຫຍດຢ່າງທຳອິດແມ່ນ ເຮັດໃຫ້ຊີວິດເຮົາມີຈຸດມຸ່ງໝາຍ ແລະປະໂຫຍດຢ່າງທີ 2 ແມ່ນ ເຮັດໃຫ້ເຮົາມີຄວາມຫວັງທີ່ແນ່ນອນສຳລັບອະນາຄົດ. (ຢຣມ. 29:11) ໃຫ້ເຮົາມາເບິ່ງຢ່າງລະອຽດນຳກັນ.
9. ການສະໜິດກັບພະເຢໂຫວາເຮັດໃຫ້ຊີວິດເຮົາມີຈຸດມຸ່ງໝາຍແນວໃດ?
9 ການສະໜິດກັບພະເຢໂຫວາເຮັດໃຫ້ຊີວິດເຮົາມີຈຸດມຸ່ງໝາຍ. ຫຼາຍຄົນໃນທຸກມື້ນີ້ທີ່ປະຕິເສດວ່າພະເຈົ້າບໍ່ມີແທ້ຄິດວ່າຊີວິດບໍ່ມີຈຸດມຸ່ງໝາຍ ແລະເຂົາເຈົ້າເຊື່ອວ່າໃນທີ່ສຸດມະນຸດຈະດັບສູນໄປຈາກໂລກນີ້. ແຕ່ຈາກທີ່ເຮົາຮຽນໃນຄຳພີໄບເບິນ ເຮົາໝັ້ນໃຈວ່າພະເຈົ້າມີແທ້ ແລະເຮົາຮູ້ວ່າເພິ່ນ “ໃຫ້ລາງວັນກັບຄົນທີ່ຊອກຫາເພິ່ນຢ່າງຈິງຈັງ.” (ຮຣ. 11:6) ນອກຈາກນັ້ນ ພະເຢໂຫວາໄດ້ສ້າງເຮົາໃຫ້ມີຄວາມຕ້ອງການທີ່ຈະຮັບໃຊ້ເພິ່ນ ແລະເມື່ອເຮັດແບບນັ້ນເຮົາກໍມີຄວາມສຸກແທ້ໆ.—ພບຍ. 10:12, 13
10. ເພງສັນລະເສີນ 37:29 ບອກໃຫ້ຮູ້ຫຍັງກ່ຽວກັບອະນາຄົດຂອງຄົນທີ່ຝາກຄວາມຫວັງໄວ້ກັບພະເຢໂຫວາ?
10 ຫຼາຍຄົນບໍ່ມີຄວາມຫວັງແທ້ສຳລັບອະນາຄົດ. ເຂົາເຈົ້າມີແຕ່ເຮັດວຽກ ເອົາຜົວເອົາເມຍ ມີລູກ ແລະທ້ອນເງິນໄວ້ກິນຕອນເຖົ້າ. ເຂົາເຈົ້າບໍ່ຮູ້ໃນສິ່ງທີ່ພະເຢໂຫວາສັນຍາໄວ້ກ່ຽວກັບອະນາຄົດ. ແຕ່ກົງກັນຂ້າມ ຜູ້ຮັບໃຊ້ຂອງພະເຢໂຫວາຝາກຄວາມຫວັງໄວ້ກັບເພິ່ນ. (ພສ. 25:3-5; 1ຕມ. 6:17) ເຮົາໝັ້ນໃຈໃນພະເຈົ້າທີ່ເຮົາສະໜິດນຳ ແລະເຮົາເຊື່ອໃນສິ່ງທີ່ເພິ່ນໄດ້ສັນຍາໄວ້ກັບເຮົາ. ເຮົາມີສິ່ງດີໆຫຼາຍຢ່າງໃຫ້ຄອຍຖ້າເຊິ່ງລວມເຖິງການຮັບໃຊ້ພະເຢໂຫວາຕະຫຼອດໄປໃນໂລກທີ່ເປັນສວນທີ່ງາມໆ.—ອ່ານເພງສັນລະເສີນ 37:29
11. ການສະໜິດກັບພະເຢໂຫວາມີຜົນດີຕໍ່ເຮົາແນວໃດ ແລະມັນເຮັດໃຫ້ເພິ່ນຮູ້ສຶກແນວໃດ?
11 ການສະໜິດກັບພະເຢໂຫວາຍັງເປັນປະໂຫຍດຕໍ່ເຮົາໃນອີກຫຼາຍທາງ. ຕົວຢ່າງເຊັ່ນ: ພະເຢໂຫວາສັນຍາວ່າຈະຍົກໂທດຄວາມຜິດໃຫ້ເຮົາເມື່ອເຮົາກັບໃຈ. (ອຊຢ. 1:18) ເມື່ອເປັນແນວນີ້ ເຮົາກໍບໍ່ຕ້ອງແບກຄວາມຮູ້ສຶກຜິດອີກຕໍ່ໄປຍ້ອນເຄີຍເຮັດຜິດ. (ພສ. 32:1-5) ພະເຢໂຫວາມີຄວາມສຸກເມື່ອເຮົາສະໜິດກັບເພິ່ນ. (ສພສ. 23:15) ແນ່ນອນວ່າມີສິ່ງດີໆອີກຫຼາຍຢ່າງທີ່ເຮັດໃຫ້ເຮົາມີຄວາມສຸກຍ້ອນເຮົາມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາ. ຕອນນີ້ໃຫ້ມາເບິ່ງວ່າເຮົາຈະສະໜິດກັບພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ?
ເຮົາຈະສະໜິດກັບພະເຢໂຫວາໄດ້ແນວໃດ?
12. ເຈົ້າໄດ້ເຮັດຫຍັງເພື່ອຈະສະໜິດກັບພະເຢໂຫວາ?
12 ຖ້າເຈົ້າຮັບບັບເຕມາແລ້ວ ເຈົ້າກໍສະໜິດກັບພະເຢໂຫວາລະດັບໜຶ່ງຢູ່ແລ້ວ. ເຈົ້າໄດ້ຮຽນຮູ້ຄວາມຈິງຫຼາຍຢ່າງກ່ຽວກັບພະເຢໂຫວາແລະພະເຢຊູ ກັບໃຈຈາກຄວາມຜິດທີ່ເຄີຍເຮັດຜ່ານມາ ສະແດງຄວາມເຊື່ອໃນພະເຢໂຫວາ ແລະພະຍາຍາມເຮັດສອດຄ່ອງກັບຄວາມຕ້ອງການຂອງເພິ່ນ. ແຕ່ເພື່ອຈະສະໜິດກັບພະເຢໂຫວາຫຼາຍຂຶ້ນ ເຮົາຕ້ອງເຮັດສິ່ງເຫຼົ່ານີ້ຕໍ່ໆໄປ.—ກລຊ. 2:6
13. ມີ 3 ສິ່ງຫຍັງແດ່ທີ່ຈະຊ່ວຍເຮົາໃຫ້ສະໜິດກັບພະເຢໂຫວາຕໍ່ໆໄປ?
13 ສິ່ງໃດຈະຊ່ວຍເຮົາໃຫ້ສະໜິດກັບພະເຢໂຫວາຫຼາຍຂຶ້ນ? (1) ເຮົາຕ້ອງອ່ານແລະສຶກສາຄຳພີໄບເບິນຕໍ່ໆໄປ. ຕອນທີ່ອ່ານ ເປົ້າໝາຍຂອງເຮົາບໍ່ແມ່ນພຽງແຕ່ຮຽນຮູ້ຄວາມຈິງພື້ນຖານກ່ຽວກັບພະເຢໂຫວາເທົ່ານັ້ນ ແຕ່ເຮົາຄວນພະຍາຍາມເຂົ້າໃຈວ່າພະເຢໂຫວາຄິດແນວໃດແລະເພິ່ນຢາກໃຫ້ເຮົາເຮັດຫຍັງ ແລ້ວໃຊ້ຊີວິດຕາມທີ່ເພິ່ນຕ້ອງການ. (ອຟຊ. 5:15-17) (2) ເຮົາຕ້ອງເສີມຄວາມເຊື່ອໃຫ້ເຂັ້ມແຂງໂດຍຄິດຕຶກຕອງເຖິງວິທີຕ່າງໆທີ່ພະເຢໂຫວາສະແດງຄວາມຮັກຕໍ່ເຮົາເປັນສ່ວນໂຕ. (3) ເຮົາຕ້ອງຊັງສິ່ງທີ່ຈະເຮັດໃຫ້ພະເຢໂຫວາເສຍໃຈແລະບໍ່ເປັນໝູ່ກັບຄົນທີ່ເຮັດແນວບໍ່ດີ.—ພສ. 1:1; 101:3
14. ຕາມ 1 ໂກຣິນໂທ 10:31 ມີຫຍັງແດ່ທີ່ເຮົາເຮັດໄດ້ໃນຊີວິດປະຈຳວັນເພື່ອເຮັດໃຫ້ພະເຢໂຫວາພໍໃຈ? (ເບິ່ງຮູບນຳ)
14 ອ່ານ 1 ໂກຣິນໂທ 10:31. ເປັນເລື່ອງສຳຄັນຫຼາຍທີ່ເຮົາຈະເຮັດສິ່ງທີ່ເຮັດໃຫ້ພະເຢໂຫວາພໍໃຈ. ເຮົາຕ້ອງເຮັດຫຼາຍກວ່າການໄປປະຊຸມແລະໄປປະກາດ. ການເຮັດສິ່ງທີ່ດີທີ່ເຮັດໃຫ້ພະເຢໂຫວາພໍໃຈລວມເຖິງສິ່ງຕ່າງໆທີ່ເຮົາເຮັດໃນຊີວິດປະຈຳວັນນຳ. ຕົວຢ່າງເຊັ່ນ: ເມື່ອເຮົາສັດຊື່ໃນທຸກສິ່ງແລະແບ່ງປັນສິ່ງທີ່ເຮົາມີກັບຄົນອື່ນ ເຮົາກໍເຮັດໃຫ້ພະເຢໂຫວາມີຄວາມສຸກ. (2ກຣ. 8:21; 9:7) ພະເຢໂຫວາຍັງຢາກໃຫ້ເຮົາສະແດງຄວາມນັບຖືຕໍ່ຊີວິດທີ່ເພິ່ນໃຫ້ເຮົາເປັນຂອງຂວັນ. ເຮົາຈະສະໜິດກັບພະເຢໂຫວາທີ່ເປັນຜູ້ໃຫ້ຊີວິດຫຼາຍຂຶ້ນ ໂດຍລະວັງທີ່ຈະບໍ່ກິນບໍ່ດື່ມຫຼາຍໂພດ ແລະໂດຍເບິ່ງແຍງສຸຂະພາບໃຫ້ແຂງແຮງ. ທຸກສິ່ງທີ່ເຮົາພະຍາຍາມເຮັດໃຫ້ພະເຢໂຫວາພໍໃຈ ແມ່ນແຕ່ສິ່ງທີ່ເບິ່ງຄືວ່າເລັກນ້ອຍຈະເຮັດໃຫ້ພະເຢໂຫວາຮັກເຮົາ.—ລກ. 16:10
ການຂັບລົດຢ່າງປອດໄພ ເບິ່ງແຍງໂຕເອງໂດຍອອກກຳລັງກາຍແລະກິນອາຫານທີ່ເປັນປະໂຫຍດ ແລະເປັນຄົນມີນ້ຳໃຈ ເປັນບາງວິທີທີ່ເຮົາສາມາດເຮັດໃຫ້ພະເຢໂຫວາພໍໃຈໄດ້ (ເບິ່ງຂໍ້ 14)
15. ພະເຢໂຫວາຢາກໃຫ້ເຮົາປະຕິບັດກັບຄົນອື່ນແນວໃດ?
15 ພະເຢໂຫວາດີຕໍ່ທຸກຄົນທັງຜູ້ທີ່ຮັບໃຊ້ເພິ່ນແລະບໍ່ໄດ້ຮັບໃຊ້ເພິ່ນ. (ມທ. 5:45) ເພິ່ນຢາກໃຫ້ເຮົາເຮັດແບບດຽວກັນນີ້ຕໍ່ຄົນອື່ນ. ຕົວຢ່າງເຊັ່ນ: ຄຳພີໄບເບິນບອກວ່າ: “ຢ່າເວົ້າໃສ່ຮ້າຍຜູ້ໃດ. ຢ່າເປັນຄົນມັກຜິດຖຽງ . . . ສະແດງຄວາມອ່ອນໂຍນຕໍ່ທຸກຄົນສະເໝີ.” (ຕຕ. 3:2) ເມື່ອເຮົາຄິດເຖິງເລື່ອງນີ້ຕະຫຼອດ ເຮົາຈະບໍ່ດູຖູກຄົນອື່ນຍ້ອນເຂົາເຈົ້າມີຄວາມເຊື່ອຕ່າງຈາກເຮົາ. (2ຕມ. 2:23-25) ເຮົາສະໜິດກັບພະເຢໂຫວາຫຼາຍຂຶ້ນໂດຍເຮັດດີກັບຄົນອື່ນສະເໝີແລະຄິດເຖິງຄວາມຮູ້ສຶກຂອງເຂົາເຈົ້າ.
ເຮົາສະໜິດກັບພະເຢໂຫວາໄດ້ເຖິງວ່າເຮັດຜິດພາດ
16. ຜູ້ຂຽນເພງສັນລະເສີນບົດ 73 ເລີ່ມຮູ້ສຶກແນວໃດຫຼັງຈາກຮັບໃຊ້ພະເຢໂຫວາໄລຍະໜຶ່ງ?
16 ບາງເທື່ອເຈົ້າອາດຮູ້ສຶກວ່າບໍ່ສະໜິດກັບພະເຢໂຫວາຍ້ອນໄດ້ເຮັດຜິດ. ຂໍໃຫ້ຈື່ຕົວຢ່າງຂອງຜູ້ຂຽນເພງສັນລະເສີນບົດ 73. ລາວເວົ້າວ່າ: “ລູກເກືອບຈະເຈີດອອກຈາກທາງໄປແລ້ວ. ມັນເປັນຄືກັບວ່າລູກກຳລັງຈະມື່ນລົ້ມ.” (ພສ. 73:2) ລາວຍອມຮັບວ່າ ລາວ “ເສົ້າໃຈຫຼາຍ” ແລະ “ບໍ່ມີເຫດຜົນ” “ຄືກັບສັດປ່າທີ່ບໍ່ເຂົ້າໃຈຫຍັງ” ຕໍ່ໜ້າພະເຢໂຫວາ. (ພສ. 73:21, 22) ແຕ່ລາວຮູ້ສຶກບໍວ່າຍ້ອນລາວມີຄວາມຄິດທີ່ບໍ່ຖືກຕ້ອງ ພະເຢໂຫວາຈຶ່ງບໍ່ຮັກລາວອີກຕໍ່ໄປແລະເພິ່ນຈະບໍ່ຍົກໂທດໃຫ້ລາວ?
17. (ກ) ເຖິງວ່າຮູ້ສຶກບໍ່ດີແທ້ໆ ແຕ່ຜູ້ຂຽນເພງສັນລະເສີນໄດ້ເຮັດຫຍັງ? (ຂ) ເຮົາໄດ້ຮຽນຫຍັງຈາກເລື່ອງຂອງລາວ? (ເບິ່ງຮູບນຳ)
17 ຖ້າຜູ້ຂຽນເພງສັນລະເສີນຄິດວ່າພະເຢໂຫວາປະຖິ້ມລາວ ລາວຕ້ອງຮູ້ສຶກແບບນັ້ນໄລຍະສັ້ນໆເທົ່ານັ້ນ. ເຖິງວ່າລາວຮູ້ສຶກບໍ່ດີແທ້ໆ ແຕ່ລາວຮູ້ວ່າຕ້ອງສະໜິດກັບພະເຢໂຫວາ. ລາວຂຽນວ່າ: “ແຕ່ຕອນນີ້ ລູກຮູ້ສຶກຄືກັບວ່າໄດ້ຢູ່ກັບພະອົງສະເໝີ ແລະພະອົງຈັບມືຂວາຂອງລູກໄວ້. ພະອົງຈະໃຫ້ຄຳແນະນຳແລະຊີ້ນຳລູກ. ພະອົງຈະເມດຕາລູກ.” (ພສ. 73:23, 24) ເຮົາກໍຄືກັນ ຄວນຂໍກຳລັງຈາກພະເຢໂຫວາເມື່ອຮູ້ສຶກວ່າຄວາມເຊື່ອຂອງເຮົາອ່ອນແອ ຫຼືເມື່ອຮູ້ສຶກທໍ້ໃຈຍ້ອນເຮັດຜິດ. (ພສ. 73:26; 94:18) ເຖິງວ່າໄດ້ເຮັດຜິດຮ້າຍແຮງ ເຮົາສາມາດກັບມາຫາພະເຢໂຫວາໄດ້ແລະໝັ້ນໃຈວ່າເພິ່ນ “ພ້ອມທີ່ຈະໃຫ້ອະໄພ.” (ພສ. 86:5) ເມື່ອເຮົາຮູ້ສຶກບໍ່ດີແທ້ໆຫຼືທໍ້ໃຈຫຼາຍ ເປັນເລື່ອງສຳຄັນທີ່ຈະສະໜິດກັບພະເຢໂຫວາພະເຈົ້າຂອງເຮົາ.—ພສ. 103:13, 14
ເມື່ອຄວາມເຊື່ອຂອງເຮົາອ່ອນແອ ເຮົາຄວນສະໜິດກັບພະເຢໂຫວາໃຫ້ຫຼາຍຂຶ້ນໂດຍໃຊ້ເວລາຫຼາຍຂຶ້ນໃນການອະທິດຖານແລະເຂົ້າຮ່ວມປະຊຸມເປັນປະຈຳ (ເບິ່ງຂໍ້ 17)
ສະໜິດກັບພະເຢໂຫວາຕະຫຼອດໄປ
18. ເປັນຫຍັງການສະໜິດກັບພະເຢໂຫວາຈຶ່ງບໍ່ມີຂອບເຂດຈຳກັດ?
18 ການສະໜິດກັບພະເຢໂຫວາແລະການຮູ້ຈັກເພິ່ນບໍ່ມີຂອບເຂດຈຳກັດ. ຄຳພີໄບເບິນບອກວ່າ ແນວທາງຂອງພະເຢໂຫວາ ສະຕິປັນຍາຂອງເພິ່ນ ແລະຄວາມຮູ້ຂອງເພິ່ນ “ບໍ່ມີຜູ້ໃດຈະເຂົ້າໃຈໄດ້ທັງໝົດ.”—ຣມ. 11:33
19. ເພງສັນລະເສີນຮັບຮອງຫຍັງກັບເຮົາ?
19 ເພງສັນລະເສີນ 79:13 ບອກວ່າ: “ພວກເຮົາທີ່ເປັນປະຊາຊົນຂອງພະອົງແລະເປັນຄືກັບຝູງແກະທີ່ຢູ່ທົ່ງຫຍ້າຂອງພະອົງຈະຂອບໃຈພະອົງຕະຫຼອດໄປ ແລະຈະສັນລະເສີນພະອົງໄປທຸກຍຸກທຸກສະໄໝ.” ເມື່ອເຈົ້າສະໜິດກັບພະເຢໂຫວາ ເຈົ້າກໍໝັ້ນໃຈໄດ້ຄືກັນວ່າເພິ່ນຈະໃຫ້ສິ່ງດີໆກັບເຈົ້າຕະຫຼອດໄປ ແລະເຈົ້າສາມາດເວົ້າດ້ວຍຄວາມໝັ້ນໃຈວ່າ: “ພະອົງເປັນຫີນຜາຂອງລູກແລະເປັນຜູ້ຈັດກຽມທຸກສິ່ງທີ່ລູກໄດ້ຮັບ.”—ພສ. 73:26
ເພງທີ 32 ຂໍໃຫ້ຢູ່ຝ່າຍພະເຢໂຫວາ!
a ບາງຄົນທີ່ຮູ້ສຶກຊຶມເສົ້າ ກັງວົນ ຫຼືໂສກເສົ້າເປັນເວລາດົນອາດຕ້ອງໄດ້ໄປຫາໝໍ. ສຳລັບຂໍ້ມູນເພີ່ມເຕີມ ເບິ່ງຫໍສັງເກດການສະບັບທີ 1 2023. (ພາສາໄທ)