ເຄັດລັບທີ 1 ການຈັດລຳດັບຄວາມສຳຄັນທີ່ຖືກຕ້ອງ
“ລອງ [ກວດ] ເບິ່ງສິ່ງທັງຫຼາຍທີ່ເປັນອັນປະເສີດ [ສຳຄັນ] ທີ່ສຸດ.”—ຟິລິບ 1:10
ເລື່ອງນີ້ໝາຍຄວາມວ່າແນວໃດ? ໃນຊີວິດຄອບຄົວທີ່ປະສົບຄວາມສຳເລັດ ຜົວແລະເມຍຕ້ອງຖືວ່າຄວາມຕ້ອງການຂອງອີກຝ່າຍໜຶ່ງສຳຄັນກວ່າຂອງຕົວເອງຫຼືຊັບສິ່ງຂອງ ວຽກງານ ໝູ່ເພື່ອນແລະແມ່ນແຕ່ຍາດພີ່ນ້ອງ. ຜົວແລະເມຍໃຊ້ເວລາສ່ວນຫຼາຍນຳກັນແລະນຳລູກ ແລະເຕັມໃຈເສຍສະລະເພື່ອຜົນປະໂຫຍດຂອງຄອບຄົວ.—ຟິລິບ 2:4
ເປັນຫຍັງເລື່ອງນີ້ຈຶ່ງສຳຄັນ? ຄຳພີໄບເບິນຖືວ່າຄອບຄົວສຳຄັນຫຼາຍ. ທີ່ຈິງ ອັກຄະສາວົກໂປໂລຂຽນວ່າ ຄົນທີ່ບໍ່ຫາລ້ຽງຄອບຄົວ “ຊົ່ວກວ່າຄົນທີ່ບໍ່ເຊື່ອ.” (1 ຕີໂມເຕ 5:8) ແຕ່ເມື່ອເວລາຜ່ານໄປລຳດັບຄວາມສຳຄັນຂອງຄົນເຮົາອາດປ່ຽນໄປ. ຕົວຢ່າງເຊັ່ນ ຜູ້ໃຫ້ຄຳປຶກສາດ້ານຄອບຄົວຄົນໜຶ່ງສັງເກດເຫັນວ່າຜູ້ເຂົ້າຮ່ວມການສຳມະນາທີ່ລາວຈັດຂຶ້ນມັກຈັດເລື່ອງວຽກອາຊີບມາກ່ອນເລື່ອງຄອບຄົວ. ຕາມທີ່ລາວເວົ້າ ເບິ່ງຄືວ່າຄົນເຫຼົ່ານີ້ຢາກ “ແກ້ໄຂບັນຫາຄອບຄົວພໍໃຫ້ມັນຫວິດໆໄປ” ເພື່ອເຂົາເຈົ້າ “ຈະເຂ່ຍບັນຫາເລື່ອງຄອບຄົວອອກຈາກລາຍການວຽກທີ່ຕ້ອງເຮັດແລະກັບໄປເອົາໃຈໃສ່ໃນເລື່ອງວຽກອາຊີບ.” ບົດຮຽນທີ່ໄດ້ຄືຫຍັງ? ການເວົ້າວ່າເຮົາໃຫ້ເລື່ອງຄອບຄົວມາເປັນອັນດັບທຳອິດແມ່ນເວົ້າງ່າຍແຕ່ພັດເຮັດຍາກ.
ລອງວິທີຕໍ່ໄປນີ້. ໃຫ້ກວດກາເບິ່ງຕົວເອງວ່າເຮົາຈັດລຳດັບຄວາມສຳຄັນແນວໃດໂດຍໃຊ້ຄຳຖາມທາງລຸ່ມນີ້.
◼ ເມື່ອຜົວຫຼືເມຍຫຼືລູກຢາກເວົ້າລົມນຳ ເຮົາຕັ້ງໃຈຟັງທັນທີຕາມທີ່ເຮັດໄດ້ບໍ?
◼ ເມື່ອລົມກັບຄົນອື່ນກ່ຽວກັບກິດຈະກຳຕ່າງໆ ເຮົາມັກເວົ້າເຖິງເລື່ອງທີ່ເຮັດຮ່ວມກັບຄອບຄົວບໍ?
◼ ຖ້າຄອບຄົວຕ້ອງການເວລາຈາກເຮົາ ເຮົາຈະປະຕິເສດການຮັບເອົາໜ້າທີ່ວຽກງານ (ເຊັ່ນ ວຽກອາຊີບຫຼືວຽກອື່ນໆ) ເພີ່ມຂຶ້ນບໍ?
ຖ້າເຮົາຕອບຄຳຖາມທີ່ຢູ່ຂ້າງເທິງວ່າແມ່ນ ເຮົາກໍອາດຈະຄຶດວ່າຕົວເອງຈັດລຳດັບຄວາມສຳຄັນໄດ້ຢ່າງຖືກຕ້ອງແລ້ວ. ແຕ່ຄູ່ຂອງເຮົາແລະລູກຄຶດແນວໃດ? ວິທີທີ່ເຮົາເບິ່ງຕົວເອງບໍ່ໄດ້ເປັນສິ່ງດຽວເທົ່ານັ້ນທີ່ວັດແທກວ່າເຮົາຈັດລຳດັບຄວາມສຳຄັນໄດ້ຢ່າງຖືກຕ້ອງ. ຫຼັກການນີ້ໃຊ້ໄດ້ກັບເຄັດລັບອື່ນໆເພື່ອໃຫ້ປະສົບກັບຜົນສຳເລັດໃນຄອບຄົວເຊິ່ງຈະພິຈາລະນາໃນໜ້າຕໍ່ໄປ.
ຕັ້ງໃຈຢ່າງເດັດຂາດ. ໃຫ້ຄຶດເຖິງໜຶ່ງຫຼືສອງວິທີທີ່ສະແດງວ່າເຮົາໃຫ້ຄອບຄົວມາເປັນອັນດັບທຳອິດ. (ຕົວຢ່າງເຊັ່ນ: ໃຫ້ຄຶດເຖິງການຫຼຸດຜ່ອນກິດຈະກຳບາງຢ່າງທີ່ອາດກິນເວລາເພື່ອຈະຢູ່ກັບຄອບຄົວ.)
ເປັນສິ່ງທີ່ດີຖ້າຈະບອກໃຫ້ຜົວຫຼືເມຍແລະລູກຮູ້ກ່ຽວກັບການຕັດສິນໃຈຂອງເຮົາ. ເມື່ອມີຄົນໜຶ່ງໃນຄອບຄົວຕັ້ງໃຈທີ່ຈະປ່ຽນແປງ ຄົນອື່ນໆກໍຈະເຮັດຕາມ.
[ຮູບພາບໜ້າ 3]
ຜົວຫຼືເມຍທີ່ປະສົບຜົນສຳເລັດແມ່ນຍ້ອນໄດ້ຈັດໃຫ້ຄູ່ຊີວິດແລະລູກມາເປັນອັນດັບທຳອິດໃນຊີວິດ