ເຄັດລັບທີ 3 ການຮ່ວມມືກັນເປັນຄູ່
“ຄົນ 2 ຄົນປະເສີດກວ່າຄົນຜູ້ດຽວ . . . ເຫດວ່າຖ້າເຂົາລົ້ມລົງ ຜູ້ນີ້ຈະຍົກຍໍຜູ້ນັ້ນຂຶ້ນ.”—ຜູ້ເທສະໜາປ່າວປະກາດ 4:9, 10
ເລື່ອງນີ້ໝາຍຄວາມວ່າແນວໃດ? ຜົວເມຍທີ່ປະສົບຄວາມສຳເລັດໃນຊີວິດຄອບຄົວແມ່ນຍ້ອນໄດ້ສະແດງຄວາມນັບຖືຕໍ່ການຈັດຕຽມຂອງພະເຢໂຫວາເລື່ອງຄວາມເປັນປະມຸກຕາມທີ່ບອກໄວ້ໃນຄຳພີໄບເບິນ. (ເອເຟດ 5:22-24) ແນວໃດກໍຕາມ ທັງຜົວແລະເມຍຕ້ອງຖືວ່າຊີວິດຄູ່ແມ່ນການຮ່ວມມືກັນ ບໍ່ແມ່ນຢູ່ໃຜຢູ່ລາວ. ເມື່ອຮ່ວມມືກັນ ຜົວແລະເມຍຕ້ອງເປັນໃຈອັນດຽວກັນ. ຄຳກ່າວໃນຄຳພີໄບເບິນທີ່ວ່າ ທັງສອງ “ເປັນເນື້ອໜັງອັນດຽວກັນ” ນີ້ບໍ່ພຽງແຕ່ພັນລະນາເຖິງຄວາມຜູກພັນຖາວອນເທົ່ານັ້ນ ແຕ່ຍັງສະແດງເຖິງຄວາມໃກ້ຊິດສະໜິດສະໜົມນຳອີກ.—ຕົ້ນເດີມ 2:24
ເປັນຫຍັງເລື່ອງນີ້ຈຶ່ງສຳຄັນ? ຖ້າເຮົາແລະຄູ່ຊີວິດບໍ່ໄດ້ຮ່ວມມືກັນ ເລື່ອງເລັກໆນ້ອຍໆກໍຈະກາຍເປັນເລື່ອງໃຫຍ່ທັນທີ ເຊິ່ງແຕ່ລະຝ່າຍຈະຕໍ່ສູ້ກັນເອງແທນທີ່ຈະແກ້ບັນຫານັ້ນ. ກົງກັນຂ້າມ ເມື່ອເຮົາແລະຄູ່ຊີວິດຮ່ວມມືກັນ ຜູ້ໜຶ່ງຈະເປັນນັກບິນແລະຜູ້ໜຶ່ງຈະເປັນຜູ້ຊ່ວຍນັກບິນທີ່ຢູ່ໃນເຮືອບິນລຳດຽວກັນ ແທນທີ່ຈະຢູ່ໃນເຮືອບິນຄົນລະລຳທີ່ກຳລັງຈະຕຳກັນ. ເມື່ອບໍ່ເຫັນດີນຳກັນ ເຮົາຈະຊອກຫາທາງແກ້ໄຂທີ່ໃຊ້ໄດ້ແທ້ ແທນທີ່ຈະເສຍເວລາແລະເສຍອາລົມໃນການຕຳໜິແລະໂທດກັນແລະກັນ.
ລອງວິທີຕໍ່ໄປນີ້. ໃຫ້ກວດກາເບິ່ງຕົວເອງໃນເລື່ອງນ້ຳໃຈຮ່ວມມືກັນເປັນຄູ່ ໂດຍຕອບຄຳຖາມຕໍ່ໄປນີ້.
◼ ເນື່ອງຈາກວ່າເຮົາເປັນຜູ້ທີ່ຫາເງິນ ເຮົາຖືວ່າເງິນນັ້ນເປັນຂອງເຮົາຜູ້ດຽວບໍ?
◼ ເຮົາບໍ່ຢາກກ່ຽວຂ້ອງພົວພັນກັບຍາດພີ່ນ້ອງຂອງຜົວຫຼືເມຍບໍ ທັງໆທີ່ລາວໃກ້ຊິດກັບເຂົາເຈົ້າ?
◼ ເພື່ອຈະພັກຜ່ອນໄດ້ຢ່າງເຕັມທີ ເຮົາຈຳເປັນຕ້ອງຢູ່ຫ່າງຈາກຜົວຫຼືເມຍບໍ?
ຕັ້ງໃຈຢ່າງເດັດຂາດ. ໃຫ້ຄຶດເຖິງໜຶ່ງຫຼືສອງວິທີທີ່ຈະສະແດງວ່າເຮົາຢາກຮ່ວມມືນຳກັນເປັນຄູ່ຫຼາຍຂຶ້ນ.
ຄົງຈະດີຖ້າຂໍຄຳຄິດເຫັນຈາກຜົວຫຼືເມຍກ່ຽວກັບເລື່ອງນີ້.
[ຮູບພາບໜ້າ 5]
ການຮ່ວມມືກັນເປັນຄູ່ໝາຍຄວາມວ່າຜູ້ໜຶ່ງຈະເປັນນັກບິນແລະຜູ້ໜຶ່ງຈະເປັນຜູ້ຊ່ວຍນັກບິນທີ່ຢູ່ໃນເຮືອບິນລຳດຽວກັນ