ເຄັດລັບທີ 6 ການໃຫ້ອະໄພ
“ຈົ່ງອົດກັ້ນໄວ້ກັນແລະກັນ ແລະຍົກໂທດໃຫ້ກັນແລະກັນ.”—ໂກໂລດ 3:13
ເລື່ອງນີ້ໝາຍຄວາມວ່າແນວໃດ? ຜົວເມຍທີ່ປະສົບຄວາມສຳເລັດໃນຊີວິດຄອບຄົວໄດ້ຮຽນຮູ້ຈາກເຫດການໃນອະດີດ ແຕ່ບໍ່ຈົດຈຳຄວາມເຄືອງໃຈທີ່ເຄີຍເກີດຂຶ້ນແລະໃຊ້ສິ່ງເຫຼົ່ານີ້ເພື່ອເວົ້າແບບຕີລວດກວາດພຽງເຊັ່ນ “ເຈົ້າມາຊ້າຕະຫຼອດ” ຫຼື “ເຈົ້າບໍ່ເຄີຍຟັງຂ້ອຍເລີຍ.” ທັງຜົວແລະເມຍເຊື່ອວ່າ “ເປັນຍົດສັກ . . . [ທີ່ຈະເບິ່ງ] ກາຍໄປເທິງການຜິດລ່ວງ.”—ສຸພາສິດ 19:11
ເປັນຫຍັງເລື່ອງນີ້ຈຶ່ງສຳຄັນ? ພະເຢໂຫວາ “ມີໃຈພ້ອມຈະຍົກຜິດ” ແຕ່ມະນຸດບໍ່ເປັນແບບນັ້ນສະເໝີໄປ. (ຄຳເພງ 86:5) ຄວາມຜິດເກົ່າໆທີ່ບໍ່ໄດ້ແກ້ໄຂອາດເຮັດໃຫ້ຄວາມເຄືອງໃຈເພີ່ມຂຶ້ນຈົນເຖິງຂັ້ນທີ່ບໍ່ມີທາງໃຫ້ອະໄພໄດ້. ຕ່າງຝ່າຍຕ່າງກໍເກັບຄວາມຮູ້ສຶກຂອງຕົນໄວ້ແລະບໍ່ມີຄວາມເຫັນໃຈໃນຄວາມຮູ້ສຶກຂອງອີກຝ່າຍໜຶ່ງ. ທັງສອງຕ້ອງຝືນໃຈຢູ່ກັບຊີວິດຄູ່ທີ່ຂາດຄວາມຮັກ.
ລອງວິທີຕໍ່ໄປນີ້. ໃຫ້ເບິ່ງຮູບຕອນທີ່ເອົາກັນໃໝ່ໆ ຫຼືຕອນທີ່ເປັນແຟນກັນ. ພະຍາຍາມຟື້ນຟູຄວາມຮັກຄວາມຜູກພັນທີ່ເຄີຍມີກ່ອນທີ່ບັນຫາຕ່າງໆໄດ້ແຊກຊຶມເຂົ້າມາແລະເຮັດໃຫ້ຄວາມຄຶດຂອງເຮົາປ່ຽນໄປ. ຈາກນັ້ນໃຫ້ຄຶດເຖິງຈຸດດີຕ່າງໆຂອງຜົວຫຼືເມຍເຊິ່ງເຮົາປະທັບໃຈໃນຕອນທຳອິດ.
◼ ໃນຕອນນີ້ ຈຸດດີອັນໃດຂອງຜົວຫຼືເມຍເຊິ່ງຖືກໃຈເຮົາຫຼາຍທີ່ສຸດ?
◼ ໃຫ້ຄຶດເຖິງຜົນກະທົບໃນທາງທີ່ດີຕໍ່ລູກ ຖ້າເຮົາມັກໃຫ້ອະໄພຄົນອື່ນ.
ຕັ້ງໃຈຢ່າງເດັດຂາດ. ໃຫ້ຄຶດເຖິງໜຶ່ງຫຼືສອງວິທີທີ່ເຮົາຕັ້ງໃຈຈະບໍ່ເອົາຄວາມເຄືອງໃຈໃນອະດີດເຂົ້າມາກ່ຽວຂ້ອງກັບຄວາມຂັດແຍ່ງໃນປັດຈຸບັນທີ່ມີກັບຜົວຫຼືເມຍ.
ຄົງຈະດີຖ້າຈະຍ້ອງຜົວຫຼືເມຍເລື່ອງຈຸດດີຂອງລາວທີ່ຖືກໃຈເຮົາ.—ສຸພາສິດ 31:28, 29
ໃຫ້ຄຶດຫາບາງວິທີທີ່ສະແດງວ່າເຮົາໃຫ້ອະໄພລູກ.
ຄົງຈະດີທີ່ຈະເວົ້າກັບລູກເລື່ອງການໃຫ້ອະໄພແລະປະໂຫຍດທີ່ແຕ່ລະຄົນໃນຄອບຄົວຈະໄດ້ຮັບເມື່ອໃຫ້ອະໄພກັນ.
[ຮູບພາບໜ້າ 8]
ເມື່ອໃຫ້ອະໄພ ໜີ້ສິນຂອງຄວາມຜິດນັ້ນໄດ້ຮັບການໄຊ້ຄືນແລ້ວ. ເຮົາຈະບໍ່ພະຍາຍາມທວງໜີ້ຄວາມຜິດນັ້ນອີກ