ເຄັດລັບທີ 2 ການສຳນຶກເຖິງພັນທະຜູກມັດ
“ສິ່ງນັ້ນທີ່ພະເຈົ້າໄດ້ກະທຳໃຫ້ຕິດພັນກັນຢູ່ແລ້ວ ຢ່າໃຫ້ຄົນກະທຳໃຫ້ແຍກແຕກຈາກກັນ.”—ມັດທາຍ 19:6
ເລື່ອງນີ້ໝາຍຄວາມວ່າແນວໃດ? ຜົວເມຍທີ່ປະສົບຜົນສຳເລັດໃນຊີວິດຄອບຄົວຖືວ່າການແຕ່ງດອງເປັນການຜູກພັນທີ່ຖາວອນ. ເມື່ອມີບັນຫາເກີດຂຶ້ນກໍພະຍາຍາມແກ້ໄຂແທນທີ່ຈະໃຊ້ເປັນຂໍ້ແກ້ຕົວເພື່ອຢ່າຮ້າງກັນ. ເມື່ອຜົວເມຍສຳນຶກເຖິງພັນທະຜູກມັດ ເຂົາເຈົ້າກໍຮູ້ສຶກໝັ້ນຄົງປອດໄພ. ແຕ່ລະຝ່າຍເຊື່ອວ່າອີກຝ່າຍໜຶ່ງຈະຍຶດໝັ້ນຕໍ່ໆໄປກັບສາຍຜົວເມຍ.
ເປັນຫຍັງເລື່ອງນີ້ຈຶ່ງສຳຄັນ? ໃນຫຼາຍແງ່ ພັນທະຜູກມັດເປັນແກນສຳຄັນຂອງສາຍສຳພັນລະຫວ່າງຜົວເມຍ. ແຕ່ການຂັດແຍ່ງກັນເລື້ອຍໆອາດເຮັດໃຫ້ເບິ່ງຄືວ່າພັນທະຜູກມັດເປັນການອົດຢູ່ນຳກັນແທນທີ່ຈະຢູ່ດ້ວຍຄວາມເຕັມໃຈ. ທີ່ຈິງແລ້ວ ການໃຫ້ຄຳສັນຍາທີ່ວ່າ “ເຮົາຈະຢູ່ນຳກັນຈົນຮອດມື້ຕາຍ” ກາຍເປັນສັນຍາທາງທຸລະກິດເຊິ່ງຜົວຫຼືເມຍຢາກໃຫ້ມີຊ່ອງຫວ່າງເພື່ອຈະພົ້ນຈາກສາຍຜົວເມຍ. ຄົນເຮົາອາດບໍ່ໄດ້ຢ່າຮ້າງກັນແທ້ໆ ແຕ່ອາດ “ຍຸດຕິສາຍສຳພັນ” ໃນບາງແງ່ເຊັ່ນ ບໍ່ຍອມເວົ້າລົມກັນເມື່ອຈຳເປັນຕ້ອງປຶກສາຫາລືເລື່ອງທີ່ສຳຄັນ.
ລອງວິທີຕໍ່ໄປນີ້. ໃຫ້ກວດກາເບິ່ງຕົວເອງວ່າເຮົາສຳນຶກເຖິງພັນທະຜູກມັດຫຼາຍສ່ຳໃດ ໂດຍໃຊ້ຄຳຖາມຕໍ່ໄປນີ້.
◼ ເມື່ອກຳລັງຜິດຖຽງກັນ ເຮົາຮູ້ສຶກເສຍໃຈທີ່ໄດ້ແຕ່ງດອງກັບຜູ້ນີ້ບໍ?
◼ ເຮົາຝັນຫວານເລື້ອຍໆເຖິງການໄດ້ຢູ່ກັບຜູ້ທີ່ບໍ່ແມ່ນຜົວຫຼືເມຍຂອງເຮົາບໍ?
◼ ບາງຄັ້ງເຮົາບອກຜົວຫຼືເມຍບໍວ່າ “ຂ້ອຍຈະບໍ່ຢູ່ກັບເຈົ້າອີກຕໍ່ໄປ” ຫຼື “ຂ້ອຍຈະໄປຊອກຫາຄົນທີ່ເຫັນຄຸນຄ່າຂອງຂ້ອຍ”?
ຕັ້ງໃຈຢ່າງເດັດຂາດ. ໃຫ້ຄຶດເຖິງໜຶ່ງຫຼືສອງວິທີທີ່ເຮັດໄດ້ເພື່ອເສີມສ້າງພັນທະຜູກມັດຂອງເຮົາໃຫ້ເຂັ້ມແຂງ. (ຄຳແນະນຳບາງຢ່າງ: ໃນບາງໂອກາດໃຫ້ຂຽນຈົດໝາຍສັ້ນໆໃຫ້ຜົວຫຼືເມຍ ເອົາຮູບຜົວຫຼືເມຍວາງໄວ້ຢູ່ໂຕະເຮັດວຽກ ຫຼືທຸກໆມື້ໂທລະສັບຈາກບ່ອນເຮັດວຽກໄປຫາຜົວຫຼືເມຍເພື່ອໃຫ້ມີການຕິດຕໍ່ພົວພັນກັນ.)
ຄົງຈະດີຖ້າຄຶດຫາຫຼາຍໆວິທີແລ້ວໃຫ້ຖາມຜົວຫຼືເມຍຂອງເຮົາວ່າວິທີໃດມີຄວາມໝາຍຫຼາຍທີ່ສຸດຕໍ່ລາວ?
[ຮູບພາບໜ້າ 4]
ພັນທະຜູກມັດເປັນຄືຮົ້ວກັ້ນແຄມຫົນທາງທີ່ປ້ອງກັນຊີວິດຄູ່ຂອງເຮົາໃຫ້ຢູ່ໃນທາງທີ່ຖືກຕ້ອງ
[ທີ່ມາຂອງຮູບພາບ]
© Corbis/age fotostock