ຄຳສອນໃນຄຳພີໄບເບິນ
ພໍ່ແມ່ຄວນມີເປົ້າໝາຍແບບໃດ?
ເຮົາຢາກໃຫ້ລູກໄວຮຸ່ນເປັນແບບໃດ?
ກ. ຖອດແບບຈາກເຮົາ.
ຂ. ຂັດຂືນແລະເຮັດຕ່າງຈາກ ເຮົາໃຫ້ຫຼາຍທີ່ສຸດ.
ຄ. ເປັນຜູ້ໃຫຍ່ທີ່ມີຄວາມຮັບຜິດຊອບແລະຕັດສິນໃຈແບບຮອບຄອບ.
ພໍ່ແມ່ບາງຄົນທີ່ເລືອກເອົາຂໍ້ ຄ ແຕ່ພັດມັກເຮັດ ແບບຂໍ້ ກ. ເຂົາເຈົ້າພະຍາຍາມບັງຄັບລູກໃຫ້ມີມາດຕະຖານຄືກັບຕົວເອງເຊັ່ນ ຖ້າເປັນເລື່ອງອາຊີບກໍເລືອກໄວ້ໃຫ້ລູກແລ້ວ. ຜົນເປັນແນວໃດ? ທັນທີທີ່ລູກມີອິດສະຫຼະ ລູກຈະເຮັດກົງກັນຂ້າມກັບສິ່ງທີ່ພໍ່ແມ່ບອກ. ບໍ່ແປກໃຈເລີຍ ພໍ່ແມ່ຫຼາຍຄົນທີ່ເລືອກເອົາຂໍ້ ກ ພັດໄດ້ລູກທີ່ເຮັດແບບຂໍ້ ຂ.
ເປັນຫຍັງການຄວບຄຸມຢ່າງເຂັ້ມງວດຈຶ່ງບໍ່ໄດ້ຜົນ?
ເຮົາຢາກໃຫ້ລູກໄວຮຸ່ນເປັນຜູ້ໃຫຍ່ທີ່ມີຄວາມຮັບຜິດຊອບແລະຕັດສິນໃຈແບບຮອບຄອບ. ແຕ່ເຮົາຈະບັນລຸເປົ້າໝາຍນັ້ນໄດ້ແນວໃດ? ສິ່ງໜຶ່ງທີ່ແນ່ນອນກໍຄື: ການຄວບຄຸມຢ່າງເຂັ້ມງວດເປັນວິທີທີ່ບໍ່ໄດ້ຜົນ. ຂໍໃຫ້ພິຈາລະນາສອງເຫດຜົນ.
1. ການຄວບຄຸມຢ່າງເຂັ້ມງວດບໍ່ເປັນໄປຕາມຫຼັກການໃນຄຳພີໄບເບິນ. ພະເຢໂຫວາສ້າງມະນຸດໃຫ້ມີສິດເລືອກຢ່າງອິດສະຫຼະ. ພະເຢໂຫວາຍອມໃຫ້ເຮົາເລືອກເອົາແນວທາງຊີວິດຂອງຕົວເອງ ບໍ່ວ່າຈະດີຫຼືບໍ່ດີກໍຕາມ. ຕົວຢ່າງເຊັ່ນ ເມື່ອທ້າວກາອີນມີໃຈຢາກຂ້າທ້າວອາເບນນ້ອງຊາຍຂອງຕົນ ພະເຢໂຫວາເວົ້າກັບລາວວ່າ: “ຖ້າເຈົ້າກະທຳດີ ເຈົ້າຈະບໍ່ເປັນທີ່ໂຜດຮັບຫຼື? ແລະຖ້າເຈົ້າກະທຳບໍ່ດີ ສັດເຄື່ອງບູຊາຖວາຍແທນບາບກໍນອນຢູ່ທີ່ປະຕູແລະຄວາມຢາກໄດ້ຂອງມັນກໍຫາເຈົ້າແລະເຈົ້າຈະຄຸ້ມຄອງມັນ.”—ຕົ້ນເດີມ 4:7
ຂໍໃຫ້ສັງເກດວ່າໃນຂະນະທີ່ພະເຢໂຫວາຕັກເຕືອນທ້າວກາອີນຢ່າງຈະແຈ້ງ ພະອົງບໍ່ໄດ້ບັງຄັບໃຫ້ລາວເຊື່ອຟັງ. ທ້າວກາອີນຕ້ອງເລືອກເອົາວ່າຈະຄວບຄຸມຄວາມຄຽດຮ້າຍຂອງຕົນຫຼືບໍ່. ບົດຮຽນທີ່ໄດ້ຄືຫຍັງ? ຖ້າພະເຢໂຫວາບໍ່ໄດ້ຄວບຄຸມຢ່າງເຂັ້ມງວດເພື່ອໃຫ້ມະນຸດເຊື່ອຟັງພະອົງ ພໍ່ແມ່ກໍບໍ່ຄວນເຮັດແບບນັ້ນກັບລູກໄວຮຸ່ນ.
2. ການຄວບຄຸມຢ່າງເຂັ້ມງວດມັກເກີດຜົນທີ່ກົງກັນຂ້າມ. ໃຫ້ນຶກພາບວ່າເຮົາພໍ້ກັບພະນັກງານຂາຍສິນຄ້າທີ່ບັງຄັບຊູຊີ. ແຮ່ງລາວຊູຊີຢາກຂາຍສິນຄ້າ ເຮົາກໍແຮ່ງບໍ່ຢາກຊື້. ເຖິງວ່າຢາກໄດ້ສິນຄ້ານັ້ນກໍຕາມ ເຮົາອາດຈະບໍ່ຊື້ຍ້ອນບໍ່ມັກວິທີການຂາຍຂອງລາວ. ເຮົາຢາກປົບໜີຈາກລາວ.
ສິ່ງທີ່ຄ້າຍໆກັນນັ້ນອາດຈະເກີດຂຶ້ນ ຖ້າເຮົາພະຍາຍາມບັງຄັບໃຫ້ລູກເຮັດຕາມມາດຕະຖານ ຄວາມເຊື່ອ ແລະເປົ້າໝາຍຂອງເຮົາ. ລູກຈະ “ຊື້ສິນຄ້າ” ຂອງເຮົາບໍ? ຄົງຈະບໍ່ຊື້! ທີ່ຈິງ ວິທີທີ່ເຮົາເຮັດອາດເກີດຜົນກົງກັນຂ້າມ ຄືເຮັດໃຫ້ລູກໄວຮຸ່ນບໍ່ມັກມາດຕະຖານຂອງເຮົາ. ຫຼາຍຄັ້ງ ການຄວບຄຸມຢ່າງເຂັ້ມງວດບໍ່ໄດ້ຜົນ. ຄັນຊັ້ນເຮົາຈະເຮັດແນວໃດ?
ແທນທີ່ຈະພະຍາຍາມຄວບຄຸມຊີວິດຂອງລູກໄວຮຸ່ນຢ່າງເຂັ້ມງວດຫຼືໃຫ້ລູກຮັບເອົາມາດຕະຖານຂອງເຮົາແບບທີ່ເຮົາເຄີຍເຮັດຕອນລູກຍັງນ້ອຍ ຕ້ອງຊ່ວຍລູກໃຫ້ເຫັນວ່າການເຮັດສິ່ງຖືກຕ້ອງເປັນວິທີທີ່ດີ. ຕົວຢ່າງເຊັ່ນ ຖ້າເປັນພະຍານພະເຢໂຫວາ ເຮົາຕ້ອງເຮັດໃຫ້ລູກເຫັນວ່າການໃຊ້ຊີວິດຕາມຫຼັກການຂອງພະເຢໂຫວາຈະເຮັດໃຫ້ລູກມີຄວາມຍິນດີໄປຕະຫຼອດຊີວິດ.—ເອຊາອີ 48:17, 18
ໃນຂະນະທີ່ເຮັດເຊັ່ນນັ້ນ ພໍ່ແມ່ຢາກໃຫ້ລູກເປັນຄົນແບບໃດຕົວເອງຕ້ອງປະພຶດແບບນັ້ນ. (1 ໂກລິນໂທ 11:1) ເຮັດໃຫ້ເຫັນຢ່າງຊັດເຈນວ່າເຮົາມີຫຼັກການແບບໃດໃນຊີວິດ. (ສຸພາສິດ 4:11) ຖ້າລູກໄວຮຸ່ນຮັກພະເຢໂຫວາແລະຫຼັກການຂອງພະອົງ ລູກຈະຕັດສິນໃຈຢ່າງຖືກຕ້ອງ ແມ່ນແຕ່ຕອນທີ່ພໍ່ແມ່ບໍ່ຢູ່ນຳ.—ຄຳເພງ 119:97; ຟິລິບ 2:12
ສອນລູກໃຫ້ຮູ້ຈັກເບິ່ງແຍງຕົວເອງ
ດັ່ງທີ່ກ່າວໄວ້ໃນໜ້າ 2 ຂອງຈຸນລະສານນີ້ ໃນທີ່ສຸດລູກທີ່ໃຫຍ່ແລ້ວ “ຈະລາພໍ່ແມ່ແຫ່ງຕົນ” ໄປ ເຊິ່ງເວລານັ້ນອາດຈະມາຮອດໄວກວ່າທີ່ເຮົາຄຶດ. (ຕົ້ນເດີມ 2:24) ພໍ່ແມ່ຕ້ອງຊ່ວຍລູກໃຫ້ຮູ້ຈັກເຮັດສິ່ງທີ່ຈຳເປັນເພື່ອຈະເປັນຜູ້ໃຫຍ່ເຊິ່ງເບິ່ງແຍງຕົວເອງໄດ້. ໃຫ້ເຮົາຄຶດເຖິງສິ່ງຕ່າງໆທີ່ຄວນສອນລູກເມື່ອເຂົາເຈົ້າຍັງຢູ່ກັບເຮົາ.
ການເຮັດວຽກເຮືອນ. ລູກໄວຮຸ່ນແຕ່ງກິນເອງເປັນບໍ? ລ້າງຖ້ວຍແລະຊັກເຄື່ອງນຸ່ງເປັນບໍ? ອະນາໄມແລະມ້ຽນຫ້ອງນອນໃຫ້ເປັນລະບຽບຮຽບຮ້ອຍບໍ? ຮັກສາແລະແປງລົດແບບງ່າຍໆເອງໄດ້ບໍ? ການຮູ້ຈັກເຮັດສິ່ງເຫຼົ່ານີ້ຈະຊ່ວຍລູກໃຫ້ເບິ່ງແຍງເຮືອນຊານຂອງຕົນເອງໄດ້. ອັກຄະສາວົກໂປໂລກ່າວວ່າ: “ທ່ານທັງຫຼາຍເອງຮູ້ວ່າມືທັງສອງເບື້ອງຂອງເຮົານີ້ໄດ້ບົວລະບັດແກ່ສິ່ງຂອງທີ່ເຮົາຕ້ອງປະສົງແລະສຳລັບຄົນທັງຫຼາຍທີ່ໄດ້ຢູ່ກັບເຮົາ.”—ກິດຈະການ 20:34
ການເຂົ້າກັບຄົນອື່ນ. (ຢາໂກໂບ 3:17) ລູກໄວຮຸ່ນເຂົ້າກັບຄົນອື່ນໄດ້ດີສ່ຳໃດ? ລູກຮູ້ແກ້ໄຂຂໍ້ຂັດແຍ່ງແບບສັນຕິບໍ? ເຮົາສອນລູກໃຫ້ປະຕິບັດຕໍ່ຄົນອື່ນດ້ວຍຄວາມນັບຖືບໍ? (ເອເຟດ 4:29, 31, 32) ຄຳພີໄບເບິນກ່າວວ່າ: “ຈົ່ງນັບຖືຄົນທັງປວງ.”—1 ເປໂຕ 2:17
ການໃຊ້ເງິນ. (ລືກາ 14:28) ເຮົາຈະຊ່ວຍລູກໄວຮຸ່ນໄດ້ບໍເພື່ອໃຫ້ມີອາຊີບຕິດໂຕ ບໍ່ໃຊ້ເງິນເກີນງົບ ແລະຫຼີກລ່ຽງການເປັນໜີ້? ເຮົາສອນລູກໃຫ້ຮູ້ປະຢັດເງິນບໍເພື່ອຊື້ສິ່ງທີ່ຈຳເປັນ ຄຶດໃຫ້ດີໆກ່ອນຊື້ ແລະໃຫ້ພໍໃຈກັບສິ່ງທີ່ມີ? (ສຸພາສິດ 22:7) ໂປໂລຂຽນວ່າ: “ຖ້າເຮົາທັງຫຼາຍມີອາຫານລ້ຽງຕົວແລະມີທີ່ອາໄສ ເຮົາທັງຫຼາຍຈະດີໃຈດ້ວຍສິ່ງຂອງນັ້ນ.”—1 ຕີໂມເຕ 6:8
ລູກໄວຮຸ່ນທີ່ໄດ້ຮຽນຮູ້ຈະໃຊ້ຊີວິດຕາມຫຼັກການທີ່ຖືກຕ້ອງແລະສາມາດເບິ່ງແຍງຕົວເອງກໍພ້ອມແລ້ວທີ່ຈະເປັນຜູ້ໃຫຍ່. ພໍ່ແມ່ກໍບັນລຸເປົ້າໝາຍຂອງຕົນເອງແລ້ວ!—ສຸພາສິດ 23:24
ພໍ່ແມ່ສົງໄສບໍ?
● ທ່ານທີ່ເປັນພໍ່ແມ່ມີເປົ້າໝາຍຫຍັງສຳລັບລູກ?—ເຫບເລີ 5:14
● ລູກໄວຮຸ່ນຈະມີຄວາມຮັບຜິດຊອບແນວໃດເມື່ອເປັນຜູ້ໃຫຍ່?—ໂຢຊວຍ 24:15
[ຮູບພາບໜ້າ 25]
ເຮົາຢາກໃຫ້ລູກໄວຮຸ່ນເປັນແບບໃດ?
ຖອດແບບຈາກເຮົາ . . .
ຂັດຂືນ . . .
ເປັນຜູ້ໃຫຍ່ທີ່ມີຄວາມຮັບຜິດຊອບ