ກະສັດໃນສະຫວັນນຳພະພອນມາໃຫ້ແຜ່ນດິນໂລກ
41 ພະເຢໂຫວາຕັ້ງພະເຍຊູເປັນກະສັດໃນສະຫວັນ.—ເອຊາອີ 9:6; ດານຽນ 7:13, 14; ກິດຈະການ 2:32-36
42 ພະອົງຈະປົກຄອງແຜ່ນດິນໂລກທັງສິ້ນ.—ດານຽນ 7:14; ມັດທາຽ 28:18
43 ເຈົ້າຈື່ໄດ້ບໍວ່າແມ່ນຫຍັງຈະເກີດຂຶ້ນນຳຄົນບໍ່ດີ?—ຄຳເພງ 37:9, 10; ລຶກາ 13:5
44 ເຈົ້າຈື່ຊື່ທູດສະຫວັນອົງທຳອິດທີ່ເຮັດບາບໄດ້ບໍ? ພະເຍຊູຈະກຳຈັດເຂົາແລະທູດສະຫວັນທີ່ບໍ່ດີອົງອື່ນໆ. ຮູບພະແລະຮູບປັ້ນຂອງເຂົາຈະຖືກທຳລາຍ.—ເຫບເລິ 2:14; ຄຳປາກົດ 20:2, 10
45 ພະເຍຊູຈະເຮັດສິ່ງດີຫຼາຍສິ່ງເພື່ອຄົນທີ່ເຊື່ອຟັງ.—ເຫບເລິ 5:9
46 ຈະບໍ່ມີໃຜເຈັບປ່ວຍອີກຕໍ່ໄປ.—ເອຊາອີ 33:24; ຄຳປາກົດ 22:1, 2
ເຈົ້າຈື່ໄດ້ບໍວ່າພະເຍຊູປິ່ນປົວຄົນເຈັບປ່ວຍ?
47 ທຸກຄົນຈະມີເຄື່ອງຂອງດີໆ.—ເອຊາອີ 65:17, 21-23
48 ພະເຈົ້າຈື່ໄດ້ແມ່ນແຕ່ຄົນຕາຍ. ພະອົງຈະໃຊ້ພະເຍຊູນຳພວກເຂົາກັບມາມີຊີວິດອີກ. ອັນນີ້ເອີ້ນວ່າການກັບເປັນຂຶ້ນຈາກຕາຍ.—ໂຍຮັນ 5:28, 29; 11:25
49 ຫຼັງຈາກຄົນບໍ່ດີຖືກຂ້າຕາຍໝົດແລ້ວ ບໍ່ມີໃຜຈະຕາຍອີກຈັກຄົນ. ແມ່ນແຕ່ສັດປ່າກຈະບໍ່ເປັນອັນຕະລາຍ. ທຸກຄົນຈະມີຄວາມສຸກຕະຫຼອດໄປ.—ຄຳປາກົດ 21:4; ເອຊາອີ 65:25; ຄຳເພງ 37:11, 29