ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 11
  • ໂຍຮັນ​ກຽມ​ທາງ​ໄວ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂຍຮັນ​ກຽມ​ທາງ​ໄວ້
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ໂຢຮັນ​ກຽມ​ທາງ​ໄວ້​ໃຫ້​ພະ​ເຢຊູ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ພະ​ເຢຊູ​ເປັນ​ເມຊີອາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ພະ​ເຍຊູ​ຮັບ​ບັບເຕມາ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ໂຍຮັນໃຫ້ພະເຍຊູຮັບບັບເຕມາ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 11

ບົດ 11

ໂຍຮັນ​ກຽມ​ທາງ​ໄວ້

ສິບເຈັດ​ປີ​ໄດ້​ຜ່ານ​ໄປ​ຕັ້ງ​ແຕ່​ຕອນ​ພະ​ເຍຊູ​ເປັນ​ເດັກ​ນ້ອຍ​ມີ​ອາຍຸ 12 ປີ​ແລະ​ໄດ້​ນັ່ງ​ຊັກ​ຖາມ​ພວກ​ອາຈານ​ທີ່​ພະ​ວິຫານ. ຕອນ​ນີ້​ເປັນ​ລະດູ​ໃບ​ໄມ້​ປົ່ງ​ຂອງ​ປີ​ສາກົນ​ສັກກະຫຼາດ 29 ແລະ​ເບິ່ງ​ຄື​ວ່າ​ທຸກ​ຄົນ​ພວມ​ເວົ້າ​ເຖິງ​ໂຍຮັນ​ລູກ​ພີ່​ລູກ​ນ້ອງ​ຂອງ​ພະ​ເຍຊູ​ຜູ້​ເຊິ່ງ​ປະກາດ​ໄປ​ທົ່ວ​ດິນແດນ​ແຖວ​ແມ່ນ້ຳ​ຢູລະເດນ.

ໂຍຮັນ​ເປັນ​ຄົນ​ທີ່​ໜ້າ​ແປກ​ແທ້ໆ ທັງ​ທາງ​ການ​ປາກົດ​ຕົວ​ແລະ​ຄຳ​ເວົ້າ. ເສື້ອ​ຜ້າ​ຂອງ​ທ່ານ​ເຮັດ​ດ້ວຍ​ຂົນ​ອູດ ແລະ​ທ່ານ​ເອົາ​ໜັງ​ສັດ​ຄາດ​ແອວ. ອາຫານ​ຂອງ​ທ່ານ​ແມ່ນ​ຕັກແຕນ​ແລະ​ນ້ຳ​ເຜີ້ງ​ປ່າ. ສ່ວນ​ຂ່າວ​ສານ​ຂອງ​ທ່ານ​ເດ? “ຈົ່ງ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່ ເພາະ​ວ່າ​ແຜ່ນດິນ​ສະຫວັນ [“ລາຊະອານາຈັກ​ຝ່າຍ​ສະຫວັນ,” ລ.ມ.] ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ແລ້ວ.”

ຂ່າວ​ສານ​ນີ້​ເຮັດ​ໃຫ້​ຜູ້​ຟັງ​ຂອງ​ທ່ານ​ຕື່ນ​ເຕັ້ນ. ຫຼາຍ​ຄົນ​ສຳນຶກ​ເຖິງ​ຄວາມ​ຈຳເປັນ​ທີ່​ເຂົາ​ຈະ​ຕ້ອງ​ກັບ​ໃຈ ນັ້ນ​ແມ່ນ​ປ່ຽນ​ແປງ​ທັດສະນະ​ເດີມ​ຂອງ​ຕົນ ແລະ​ປະ​ຖິ້ມ​ແນວ​ທາງ​ຊີວິດ​ທີ່​ບໍ່​ເພີງ​ປາຖະໜາ​ແຕ່​ເກົ່າ​ກ່ອນ. ດັ່ງ​ນັ້ນ ຜູ້​ຄົນ​ຈຳນວນ​ຫຼາຍ​ຈາກ​ເມືອງ​ຕ່າງໆ ຕາມ​ຝັ່ງ​ແມ່ນ້ຳ​ຢູລະເດນ ແມ່ນ​ແຕ່​ຈາກ​ກຸງ​ເຢຣຶຊາເລມ ໄດ້​ມາ​ຫາ​ໂຍຮັນ​ແລະ​ທ່ານ​ໄດ້​ໃຫ້​ຄົນ​ເຫຼົ່າ​ນັ້ນ​ຮັບ​ບັບເຕມາ ແມ່ນ​ຈຸ່ມ​ຕົວ​ເຂົາ​ໃຫ້​ມຸດ​ລົງ​ໄປ​ໃນ​ແມ່ນ້ຳ​ຢູລະເດນ. ເພາະ​ເຫດ​ໃດ?

ໂຍຮັນ​ໃຫ້​ປະຊາຊົນ​ຮັບ​ບັບເຕມາ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ສຳນຶກ​ຜິດ​ແລະ​ໄດ້​ປ່ຽນ​ໃຈ​ໃໝ່​ຈາກ​ແນວ​ທາງ​ຜິດ​ບາບ​ທີ່​ເຂົາ​ໄດ້​ເຮັດ​ຕໍ່​ບັນຍັດ​ຂອງ​ພະເຈົ້າ. ດ້ວຍ​ເຫດ​ນີ້ ເມື່ອ​ພວກ​ຟາລິຊຽນ​ແລະ​ພວກ​ຊາດຶເຊເອນ​ບາງ​ຄົນ​ອອກ​ມາ​ທີ່​ແມ່ນ້ຳ​ຢູລະເດນ ໂຍຮັນ​ໄດ້​ຕຳໜິ​ເຂົາ​ດັ່ງ​ນີ້ “ອ້າຍ​ຄົນ​ຊາດ​ງູ​ຮ້າຍ . . . ຈົ່ງ​ເກີດ​ໝາກ​ສົມຄວນ​ແກ່​ການ​ອັນ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ເທີ້ນ. ແລະ​ຢ່າຊູ​ຄຶດ​ຈະ​ເວົ້າ​ໃນ​ໃຈ​ເອງ​ວ່າ ຫມູ່​ເຮົາ​ມີ​ທ່ານ​ອັບລາຫາມ​ເປັນ​ພໍ່​ຂອງ​ເຮົາ​ທັງ​ຫຼາຍ. ເຫດ​ວ່າ​ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ ພະເຈົ້າ​ອາດ​ເອົາ​ຫີນ​ທັງ​ຫຼາຍ​ນີ້​ໃຫ້​ເກີດ​ເປັນ​ລູກ​ແຫ່ງ​ທ່ານ​ອັບລາຫາມ​ກໍ​ໄດ້. ແລະ​ບັດ​ນີ້​ຂວານ​ເປັນ​ທີ່​ວາງ​ໄວ້​ທີ່​ຮາກ​ກົກ​ໄມ້​ທັງ​ຫຼາຍ​ແລ້ວ ເຫດ​ສັນນີ້ ໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດ​ໝາກ​ດີ​ກໍ​ຕ້ອງ​ບັກ​ເສຍ​ແລະ​ຖິ້ມ​ໃນ​ໄຟ​ເສຍ.”

ເນື່ອງ​ຈາກ​ໂຍຮັນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຄົນ​ຫຼວງ​ຫຼາຍ ພວກ​ຢິວ​ສົ່ງ​ປະໂລຫິດ​ແລະ​ພວກ​ເລວີ​ໄປ​ຫາ​ທ່ານ. ຄົນ​ເຫຼົ່າ​ນັ້ນ​ຖາມ​ວ່າ “ທ່ານ​ເປັນ​ຜູ້​ໃດ”?

ໂຍຮັນ​ຍອມ​ຮັບ​ວ່າ “ເຮົາ​ບໍ່​ເປັນ​ພະ​ຄລິດ.”

ເຂົາ​ຈຶ່ງ​ຖາມ​ວ່າ “ຖ້າ​ຢ່າງ​ນັ້ນ ທ່ານ​ເປັນ​ທ່ານ​ເອລີ​ຫຼື”?

ທ່ານ​ຕອບ​ວ່າ “ເຮົາ​ບໍ່​ເປັນ.”

“ທ່ານ​ເປັນ​ຜູ້​ທຳນວາຍ​ຫຼື”?

“ບໍ່​ເປັນ.”

ຄົນ​ເຫຼົ່າ​ນັ້ນ​ຖາມ​ຊ້ຳ​ອີກ​ວ່າ “ທ່ານ​ເປັນ​ຜູ້​ໃດ ເພື່ອ​ຫມູ່​ເຮົາ​ຈະ​ໄດ້​ຕອບ​ແກ່​ທ່ານ​ທັງ​ຫຼາຍ​ທີ່​ໄດ້​ໃຊ້​ຫມູ່​ເຮົາ​ມາ ທ່ານ​ເວົ້າ​ສິ່ງ​ໃດ​ເຖິງ​ທ່ານ​ເອງ”?

ໂຍຮັນ​ຊີ້​ແຈງ​ວ່າ “ເຮົາ​ເປັນ​ສຽງ​ປາກ​ແຫ່ງ​ຜູ້​ທີ່​ຮ້ອງ​ໃນ​ປ່າ​ວ່າ ຈົ່ງ​ຈັດແຈ່ງ​ຫົນ​ທາງ​ແຫ່ງ​ພະ​ເຢໂຫວາ​ໃຫ້​ຊື່. ຕາມ​ທີ່​ທ່ານ​ເອຊາອີ​ຜູ້​ທຳນວາຍ​ໄດ້​ບອກ​ໄວ້.”

ຄົນ​ເຫຼົ່າ​ນັ້ນ​ຈຶ່ງ​ຢາກ​ຮູ້​ວ່າ “ຖ້າ​ທ່ານ​ບໍ່​ເປັນ​ພະ​ຄລິດ​ກໍ​ດີ ທ່ານ​ເອລີ​ກໍ​ດີ ທ່ານ​ຜູ້​ທຳນວາຍ​ກໍ​ດີ ເຫດ​ສັນ​ໃດ​ທ່ານ​ໄດ້​ໃຫ້​ຮັບ​ສິນ​ບັບເຕມາ”?

ທ່ານ​ຕອບ​ວ່າ “ເຮົາ​ໃຫ້​ຮັບ​ສິນ​ບັບເຕມາ​ໃນ​ນ້ຳ ແຕ່​ວ່າ​ໃນ​ທ່າມກາງ​ພວກ​ທ່ານ ຍັງ​ມີ​ອົງ​ໜຶ່ງ​ທີ່​ທ່ານ​ທັງ​ຫຼາຍ​ບໍ່​ຮູ້​ຈັກ. ເປັນ​ພະອົງ​ທີ່​ມາ​ພາຍ​ຫຼັງ​ເຮົາ.”

ໂຍຮັນ​ພວມ​ຈັດ​ກຽມ​ຫົນ​ທາງ​ໄວ້​ໂດຍ​ຊ່ອຍ​ປະຊາຊົນ​ໃຫ້​ມີ​ສະພາບ​ຫົວໃຈ​ທີ່​ຖືກ​ຕ້ອງ​ເພື່ອ​ຍອມ​ຮັບ​ພະ​ເມຊີ​ຜູ້​ເຊິ່ງ​ຈະ​ມາ​ເປັນ​ພະ​ມະຫາ​ກະສັດ. ໂຍຮັນ​ກ່າວ​ເຖິງ​ຜູ້​ນີ້​ວ່າ “ພະອົງ​ຜູ້​ທີ່​ມາ​ພາຍ​ຫຼັງ​ເຮົາ​ກໍ​ມີ​ອຳນາດ​ຫຼາຍ​ກວ່າ​ເຮົາ ແລະ​ເຮົາ​ບໍ່​ສົມຄວນ​ຈະ​ຖື​ເກີບ​ແຫ່ງ​ພະອົງ​ໄປ.” ທີ່​ຈິງ ໂຍຮັນ​ຍັງ​ເວົ້າ​ວ່າ “ພະອົງ​ທີ່​ມາ​ພາຍ​ຫຼັງ​ເຮົາ ກໍ​ໃຫຍ່​ກວ່າ​ເຮົາ ເພາະ​ພະອົງ​ເປັນ​ຢູ່​ກ່ອນ​ເຮົາ​ແລ້ວ.”

ດ້ວຍ​ເຫດ​ນີ້ ຂ່າວ​ສານ​ທີ່​ໂຍຮັນ​ປະກາດ​ວ່າ “ແຜ່ນດິນ​ສະຫວັນ [“ລາຊະອານາຈັກ​ຝ່າຍ​ສະຫວັນ,” ລ.ມ.] ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ແລ້ວ” ຈຶ່ງ​ເປັນ​ການ​ແຈ້ງ​ໃຫ້​ປວງ​ຊົນ​ຮູ້​ທົ່ວ​ໄປ​ວ່າ ການ​ສັ່ງ​ສອນ​ຂອງ​ພະ​ເຍຊູ​ຄລິດ​ກະສັດ​ຜູ້​ເຊິ່ງ​ພະ​ເຢໂຫວາ​ຕັ້ງ​ໄວ້​ນັ້ນ ຈວນ​ຈະ​ເລີ່ມ​ຕົ້ນ​ແລ້ວ. ໂຍຮັນ 1:6-8, 15-28; ມັດທາຽ 3:1-12; ລຶກາ 3:1-18; ກິດຈະການ 19:4.

▪ ໂຍຮັນ​ມີ​ບຸກຄະລິກ​ລັກສະນະ​ແນວ​ໃດ?

▪ ເຫດ​ໃດ​ໂຍຮັນ​ໃຫ້​ຄົນ​ຮັບ​ບັບເຕມາ?

▪ ເຫດ​ໃດ​ໂຍຮັນ​ເວົ້າ​ໄດ້​ວ່າ​ລາຊະອານາຈັກ​ມາ​ໃກ້​ແລ້ວ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌