ບົດ 121
ຕໍ່ໜ້າສານຊັນເຮດຣິນ ແລ້ວໄປຫາພີລາດ
ໃກ້ຊິແຈ້ງແລ້ວ. ເປໂຕໄດ້ປະຕິເສດພະເຍຊູເປັນເທື່ອທີສາມແລະສະມາຊິກຂອງສານຊັນເຮດຣິນໄດ້ສິ້ນສຸດການພິຈາລະນາຄະດີແບບຕົບຕາຄົນ ແລ້ວຕ່າງກໍແຍກຍ້າຍກັນໄປ. ຢ່າງໃດກໍຕາມ ພໍໃກ້ຮຸ່ງເຊົ້າຂອງວັນສຸກ ເຂົາເລີ່ມປະຊຸມກັນອີກ ເທື່ອນີ້ຢູ່ໃນຫ້ອງປະຊຸມຂອງສານຊັນເຮດຣິນ. ຈຸດປະສົງຂອງພວກເຂົາແມ່ນຢາກເຮັດໃຫ້ການພິຈາລະນາຄະດີເມື່ອຕອນຄ່ຳເບິ່ງຄືຖືກຕ້ອງຕາມກົດໝາຍ. ເມື່ອພາພະເຍຊູມາ ພວກເຂົາກໍເວົ້ານຳພະອົງຄືມື້ຄືນກ່ອນວ່າ “ຖ້າທ່ານເປັນພະຄລິດ ເຊີນບອກພວກເຮົາເທີ້ນ.”
ພະເຍຊູຕອບວ່າ “ຖ້າເຮົາຈະບອກທ່ານທັງຫຼາຍໆຈະບໍ່ເຊື່ອ. ແລະຖ້າເຮົາຖາມທ່ານທັງຫຼາຍໆ ຈະບໍ່ຕອບເຮົາ.” ຢ່າງໃດກໍຕາມ ພະເຍຊູຊີ້ເຖິງເອກະລັກຂອງພະອົງຢ່າງກ້າຫານວ່າ “ແຕ່ນີ້ຕໍ່ໄປ ບຸດມະນຸດຈະນັ່ງເບື້ອງຂວາແຫ່ງລິດເດດຂອງພະເຈົ້າ.”
ເຂົາທຸກຄົນຢາກຮູ້ວ່າ “ທ່ານເປັນພະບຸດຂອງພະເຈົ້າຫຼື”?
ພະເຍຊູຕອບວ່າ “ທ່ານທັງຫຼາຍເອງກ່າວວ່າເຮົາເປັນສັນນັ້ນ.”
ສຳລັບຄົນທີ່ຕັ້ງໃຈຈະສັງຫານພະອົງ ຄຳຕອບເຊັ່ນນີ້ກໍຖືວ່າພຽງພໍແລ້ວ. ພວກເຂົາຖືວ່ານັ້ນເປັນການໝິ່ນປະໝາດ. ເຂົາຖາມວ່າ “ເຮົາທັງຫຼາຍຕ້ອງການຫາຄຳພິຍານອີກຫຼື ເຫດວ່າພວກເຮົາເອງກໍໄດ້ຍິນແຕ່ປາກຂອງທ່ານ.” ດັ່ງນັ້ນ ເຂົາຈຶ່ງມັດພະເຍຊູ ແລ້ວພາພະອົງໄປມອບໃຫ້ແກ່ປົນເຊພີລາດຜູ້ວ່າການລັດແຫ່ງປະເທດໂລມ.
ຢູດາ ຜູ້ທໍລະຍົດພະເຍຊູ ໄດ້ສັງເກດເບິ່ງເຫດການຕ່າງໆ ເຊິ່ງດຳເນີນໄປນັ້ນ. ເມື່ອເຫັນວ່າພະເຍຊູຖືກຕັດສິນລົງໂທດລາວຮູ້ສຶກສຳນຶກຜິດ. ດັ່ງນັ້ນ ລາວຈຶ່ງໄປຫາປະໂລຫິດໃຫຍ່ແລະຜູ້ເຖົ້າແກ່ເພື່ອຈະຄືນເງິນ 30 ແຜ່ນໂດຍຊີ້ແຈງວ່າ “ຂ້າພະເຈົ້າໄດ້ຜິດແລ້ວ ເພາະໄດ້ມອບໄວ້ເລືອດອັນບໍລິສຸດ.”
ເຂົາຕອບຢ່າງໂຫດຫ້ຽມວ່າ “ການນັ້ນເປັນສິ່ງໃດກັບຫມູ່ເຮົາ ສຸດແລ້ວກັບເຈົ້າເທີ້ນ.” ດັ່ງນັ້ນ ຢູດາຈຶ່ງໂຍນເງິນເຂົ້າໄປໃນພະວິຫານ ແລ້ວອອກໄປພະຍາຍາມຈະຜູກຄໍຕາຍ, ແຕ່ເບິ່ງຄືວ່າງ່າໄມ້ທີ່ຢູດາເອົາເຊືອກມັດໃສ່ນັ້ນຫັກ ຮ່າງຄີງລາວໄດ້ຕົກກະແທກໃສ່ໂງ່ນຫີນທາງລຸ່ມ ເລີຍເຮັດໃຫ້ຮ່າງກາຍສີກອອກຈາກກັນ.
ພວກປະໂລຫິດໃຫຍ່ບໍ່ແນ່ໃຈວ່າຈະເຮັດຫຍັງກັບເງິນນັ້ນ. ພວກເຂົາລົງຄວາມເຫັນວ່າ “ບໍ່ສົມຄວນຈະເອົາເງິນນັ້ນໃສ່ໄວ້ໃນເຫຼັ້ມສາງເພາະວ່າເປັນນາຄ່າເລືອດ.” ດັ່ງນັ້ນ ຫຼັງຈາກປຶກສາກັນແລ້ວ ເຂົາໄດ້ເອົາເງິນນັ້ນໄປຊື້ທົ່ງຂອງຊ່າງໝໍ້ເພື່ອເອົາມາຝັງຄົນຕ່າງບ້ານຕ່າງເມືອງ. ດ້ວຍເຫດນີ້ເຂົາຈຶ່ງເອີ້ນທົ່ງນັ້ນວ່າ “ນາເລືອດ.”
ຍັງເປັນເວລາເຊົ້າມືດເມື່ອພວກເຂົາພາພະເຍຊູເຂົ້າໄປໃນສຳນັກງານຜູ້ວ່າການລັດ, ແຕ່ພວກຢິວທີ່ໄປນຳກັນກັບພະອົງບໍ່ຍອມເຂົ້າໄປ ເພາະເຂົາຖືວ່າການຢູ່ໃກ້ຄົນຕ່າງຊາດຈະເຮັດໃຫ້ເຂົາເປັນມົນທິນ. ສະນັ້ນ ເພື່ອໂອນອ່ອນຜ່ອນຕາມເຂົາ ພີລາດຈຶ່ງອອກມາ. ທ່ານຖາມເຂົາວ່າ “ທ່ານທັງຫຼາຍມີຄວາມຟ້ອງອັນໃດຕໍ່ທ່ານຜູ້ນີ້”?
ເຂົາເຈົ້າຕອບວ່າ “ຖ້າລາວບໍ່ເປັນຜູ້ຮ້າຍແລ້ວ ພວກຜູ້ຂ້າກໍບໍ່ນຳລາວມາມອບໃຫ້ທ່ານ.” (ປ.ມ.)
ເພື່ອຫຼີກເວັ້ນບໍ່ຢາກມີສ່ວນພົວພັນນຳ ພີລາດຈຶ່ງຕອບວ່າ “ທ່ານທັງຫຼາຍຈົ່ງເອົາທ່ານແລະຕັດສິນເພິ່ນຕາມກົດໝາຍຂອງທ່ານທັງຫຼາຍ.”
ໂດຍສະແດງຄວາມມຸ່ງໝັ້ນໃນການໝາຍປອງຊີວິດ ພວກຢິວຈຶ່ງອ້າງວ່າ “ພວກເຮົາບໍ່ໄດ້ຮັບອະນຸຍາດໃຫ້ປະຫານຜູ້ໃດ.” (ປ.ມ.) ແທ້ຈິງ ຫາກວ່າເຂົາຂ້າພະເຍຊູໃນຕອນເທສະການປັດສະຄາ ມັນຄົງຈະເກີດຄວາມວຸ່ນວາຍຂຶ້ນໃນທ່າມກາງປະຊາຊົນ ເນື່ອງຈາກມີຫຼາຍຄົນເຄົາລົບພະເຍຊູ. ເຖິງແນວນັ້ນ ຖ້າເຂົາສາມາດເຮັດໃຫ້ພວກໂລມັນສຳເລັດໂທດພະອົງໂດຍຂໍ້ກ່າວຫາທາງດ້ານການເມືອງ ສິ່ງນີ້ກໍຈະຊ່ວຍໃຫ້ພວກເຂົາພົ້ນຈາກຄວາມຮັບຜິດຊອບຕໍ່ປະຊາຊົນ.
ດັ່ງນັ້ນ ພວກຫົວໜ້າສາສະໜາບໍ່ໄດ້ກ່າວເຖິງການພິຈາລະນາຄະດີກ່ອນໜ້ານັ້ນ ເຊິ່ງເຂົາໄດ້ຕັດສິນວ່າພະເຍຊູມີຄວາມຜິດຖານໝິ່ນປະໝາດ ຕອນນີ້ຈຶ່ງໄດ້ຄິດແຕ່ງຂໍ້ກ່າວຫາທີ່ຕ່າງກັນຂຶ້ນມາ. ເຂົາຕັ້ງຂໍ້ກ່າວຫາເປັນສາມຂໍ້ “ພວກຂ້າພະເຈົ້າໄດ້ພົບທ່ານຜູ້ນີ້ພວມ [1] ຊັກຊວນປະເທດຂອງພວກຂ້າພະເຈົ້າໃຫ້ກະທຳຜິດ ແລະ [2] ຫ້າມເຂົາບໍ່ໃຫ້ເສຍເງິນສ່ວຍແກ່ກະສັດເຊຊາ ແລະ [3] ກ່າວວ່າຕົວເອງເປັນພະຄລິດ ກະສັດອົງໜຶ່ງ.”
ພີລາດເປັນຫ່ວງຂໍ້ກ່າວຫາທີ່ວ່າ ພະເຍຊູອ້າງວ່າຕົນເປັນກະສັດນັ້ນແຫຼະ. ດັ່ງນັ້ນ ລາວຈຶ່ງເຂົ້າໄປໃນທຳນຽບອີກ ເອີ້ນພະເຍຊູມາຫາຕົນແລ້ວຖາມວ່າ “ທ່ານເປັນກະສັດແຫ່ງພວກຢູເດຫຼື”? ກ່າວອີກໃນຄວາມໝາຍໜຶ່ງ ທ່ານລະເມີດກົດໝາຍໂດຍປະກາດຕົວເປັນກະສັດເພື່ອຕໍ່ຕ້ານຊີຊາບໍ?
ພະເຍຊູຕ້ອງການຮູ້ວ່າພີລາດໄດ້ຍິນເລື່ອງກ່ຽວກັບພະອົງຫຼາຍສ່ຳໃດ. ດັ່ງນັ້ນ ພະອົງຈຶ່ງຖາມວ່າ “ທ່ານໄດ້ກ່າວຄຳນີ້ແຕ່ລຳພັງຂອງທ່ານຫຼື ຫຼືຄົນຜູ້ອື່ນໄດ້ກ່າວຄຳນີ້ແກ່ທ່ານເຖິງເຮົາຫຼື”?
ພີລາດຍອມຮັບວ່າບໍ່ຮູ້ເລື່ອງຂອງພະອົງ ແລະຕ້ອງການຮູ້ຄວາມຈິງ. ລາວຕອບວ່າ “ເຮົາເປັນຊາວຢູເດຫຼື ປະເທດຂອງທ່ານກັບພວກປະໂລຫິດຜູ້ໃຫຍ່ໄດ້ມອບທ່ານໄວ້ແກ່ເຮົາ. ທ່ານໄດ້ກະທຳສິ່ງໃດ”?
ພະເຍຊູບໍ່ໄດ້ພະຍາຍາມຫຼົບຫຼີກປະເດັນແມ່ນແຕ່ໜ້ອຍກ່ຽວກັບການເປັນກະສັດ. ຄຳຕອບທີ່ພະເຍຊູໃຫ້ໃນຕອນນີ້ເຮັດໃຫ້ພີລາດປະຫຼາດໃຈແທ້ໆ. ລຶກາ 22:66–23:3; ມັດທາຽ 27:1-11; ມາລະໂກ 15:1; ໂຍຮັນ 18:28-35; ກິດຈະການ 1:16-20.
▪ ໃນຕອນເຊົ້າ ສານຊັນເຮດຣິນປະຊຸມກັນອີກເທື່ອໜຶ່ງເພື່ອຈຸດປະສົງຫຍັງ?
▪ ຢູດາຕາຍຢ່າງໃດ ແລະມີການເຮັດຫຍັງກັບເງິນ 30 ແຜ່ນ?
▪ ເປັນຫຍັງພວກຢິວຕ້ອງການໃຫ້ພວກໂລມັນປະຫານພະເຍຊູ ແທນທີ່ຈະປະຫານພະອົງເອງ?
▪ ພວກຢິວຕັ້ງຂໍ້ກ່າວຫາໃດແດ່ຕໍ່ພະເຍຊູ?