ບົດ 122
ຈາກພີລາດໄປຫາເຫໂລດ ແລ້ວກັບມາອີກ
ເຖິງວ່າພະເຍຊູບໍ່ໄດ້ພະຍາຍາມປິດບັງພີລາດວ່າພະອົງເປັນກະສັດ ພະອົງຊີ້ແຈງວ່າລາຊະອານາຈັກຂອງພະອົງບໍ່ເປັນອັນຕະລາຍຕໍ່ໂລມ. ພະເຍຊູກ່າວວ່າ “ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງເຮົາບໍ່ເປັນແຕ່ໂລກນີ້. ຖ້າແຜ່ນດິນຂອງເຮົາເປັນແຕ່ໂລກນີ້ ພວກຂ້າໃຊ້ຂອງເຮົາຈະໄດ້ເລວເສິກແລ້ວເພື່ອບໍ່ໃຫ້ເຮົາເປັນທີ່ມອບໄວ້ແກ່ພວກຢູເດ ແຕ່ວ່າບັດນີ້ ແຜ່ນດິນຂອງເຮົາບໍ່ເປັນແຕ່ທີ່ນີ້.” ດ້ວຍເຫດນີ້ ພະເຍຊູຍອມຮັບວ່າພະອົງມີລາຊະອານາຈັກຕັ້ງສາມເທື່ອ ເຖິງແມ່ນວ່າບໍ່ໄດ້ມາຈາກແຜ່ນດິນໂລກນີ້ກໍຕາມ.
ສະນັ້ນ ພີລາດກໍຍັງຂ້ຽວຂອດພະອົງຕໍ່ໄປວ່າ “ເຫດສັນນີ້ທ່ານເປັນກະສັດຫຼື”? ນັ້ນໝາຍຄວາມວ່າ ທ່ານເປັນກະສັດບໍເຖິງແມ່ນວ່າລາຊະອານາຈັກຂອງພະອົງບໍ່ແມ່ນສ່ວນຂອງໂລກນີ້?
ພະເຍຊູເຮັດໃຫ້ພີລາດຮູ້ວ່າເຂົາລົງຄວາມເຫັນຖືກແລ້ວ ໂດຍຕອບວ່າ “ທ່ານເວົ້າອັນນັ້ນ ເຮົາເປັນກະສັດ. ເຮົາໄດ້ເກີດມາສຳລັບການນີ້ ແລະເຮົາໄດ້ມາໃນໂລກສຳລັບການນີ້ ເພື່ອຈະເປັນພິຍານຝ່າຍຄວາມຈິງ. ຄົນທຸກຄົນທີ່ເປັນຝ່າຍຄວາມຈິງກໍຟັງສຽງປາກຂອງເຮົາ.”
ຖືກແລ້ວ ຈຸດປະສົງທີ່ພະເຍຊູຢູ່ເທິງແຜ່ນດິນໂລກນີ້ກໍເພື່ອຈະເປັນພິຍານ “ຝ່າຍຄວາມຈິງ” ໂດຍສະເພາະຢ່າງຍິ່ງແມ່ນຄວາມຈິງເລື່ອງລາຊະອານາຈັກຂອງພະອົງ. ພະເຍຊູພ້ອມທີ່ຈະສັດຊື່ຕໍ່ຄວາມຈິງນັ້ນ ເຖິງວ່າຕ້ອງແລກດ້ວຍຊີວິດຂອງພະອົງກໍຕາມ. ເຖິງແມ່ນວ່າພີລາດຈະຖາມວ່າ “ຄວາມຈິງເປັນສິ່ງໃດ” ເຂົາບໍ່ໄດ້ລໍຖ້າຄຳອະທິບາຍຕໍ່ໄປ. ເຂົາໄດ້ຍິນຫຼາຍພໍເພື່ອຈະຕັດສິນໄດ້ແລ້ວ.
ພີລາດກັບໄປຫາຝູງຊົນທີ່ລໍຖ້າຢູ່ຂ້າງນອກທຳນຽບ. ພະເຍຊູຄົງຈະຢືນຄຽງຂ້າງລາວຕອນທີ່ລາວບອກພວກປະໂລຫິດໃຫຍ່ແລະຄົນທີ່ຢູ່ນຳລາວວ່າ “ເຮົາບໍ່ເຫັນການໂທດຫຼວງໃນທ່ານຜູ້ນີ້ສັກຂໍ້.”
ເນື່ອງຈາກໂມໂຫຮ້າຍຍ້ອນຄຳຕັດສິນນັ້ນ ຝູງຊົນໄດ້ຊູຊີຢືນຢັນວ່າ “ທ່ານໄດ້ຍຸຍົງຄົນທັງຫຼາຍໃຫ້ຕື່ນຂຶ້ນແລະສັ່ງສອນທົ່ວແຂວງຢູເດ ຕັ້ງແຕ່ແຂວງຄາລິເລຈົນເຖິງທີ່ນີ້.”
ຄວາມບ້າປ່ວງແບບຂາດເຫດຜົນຂອງພວກຢິວຄົງໄດ້ເຮັດໃຫ້ພີລາດງົງ. ຂະນະທີ່ປະໂລຫິດໃຫຍ່ແລະຜູ້ເຖົ້າແກ່ຮ້ອງຢູ່ນັ້ນ ພີລາດຫັນໜ້າໄປຫາພະເຍຊູແລ້ວຖາມວ່າ “ເຈົ້າບໍ່ໄດ້ຍິນເລື່ອງທັງໝົດນີ້ ທີ່ເຂົາກ່າວຫາບໍ?” (ທ.ປ.) ເຖິງຢ່າງນັ້ນກໍຕາມ ພະເຍຊູບໍ່ພະຍາຍາມຕອບ. ທ່າທີທີ່ສະຫງົບໝັ້ນຄົງເຖິງວ່າປະເຊີນການກ່າວຫາຢ່າງໂຫດຮ້າຍນັ້ນເຮັດໃຫ້ພີລາດປະທັບໃຈ.
ເມື່ອຮູ້ວ່າພະເຍຊູເປັນຊາວຄາລິເລ ພີລາດຮູ້ເຖິງວິທີທີ່ຈະເຮັດໃຫ້ຕົນພົ້ນຈາກຄວາມຮັບຜິດຊອບ. ເນື່ອງຈາກເຫໂລດອັນຕິປາ (ລາຊະບຸດຂອງເຫໂລດມະຫາລາດ) ເຊິ່ງເປັນຜູ້ປົກຄອງແຂວງຄາລິເລ ຍັງຢູ່ໃນເມືອງເຢຣຶຊາເລມເພື່ອສະຫຼອງປັດສະຄາ ດັ່ງນັ້ນ ພີລາດຈຶ່ງສົ່ງພະເຍຊູໄປໃຫ້ເຂົາ. ກ່ອນໜ້ານັ້ນ ເຫໂລດໄດ້ສັ່ງໃຫ້ຕັດຫົວຂອງໂຍຮັນຜູ້ໃຫ້ຮັບບັບເຕມາ ແລ້ວເມື່ອເຫໂລດໄດ້ຍິນເລື່ອງການອັດສະຈັນທີ່ພະເຍຊູໄດ້ກະທຳກໍຕົກໃຈຢ້ານຫຼາຍ ເພາະຢ້ານວ່າພະເຍຊູຈະເປັນໂຍຮັນທີ່ຖືກປຸກໃຫ້ຟື້ນຄືນຈາກຕາຍ.
ເມື່ອເຫໂລດໄດ້ໂອກາດພົບພະເຍຊູ ເຂົາມີຄວາມຍິນດີຫຼາຍ. ນັ້ນບໍ່ແມ່ນວ່າເພາະເຂົາເປັນຫ່ວງເລື່ອງສະຫວັດດີພາບຂອງພະເຍຊູ ຫຼືພະຍາຍາມຢ່າງແທ້ຈິງທີ່ຈະຮູ້ວ່າຂໍ້ກ່າວຫາຕໍ່ພະອົງນັ້ນເປັນຄວາມຈິງຫຼືບໍ່. ຈະເວົ້າໃຫ້ຖືກແລ້ວ ເຂົາກໍພຽງແຕ່ຢາກຮູ້ຢາກເຫັນ ແລະຫວັງຈະເຫັນພະເຍຊູເຮັດການອັດສະຈັນເທົ່ານັ້ນ.
ຢ່າງໃດກໍດີ ພະເຍຊູປະຕິເສດທີ່ຈະສະໜອງຄວາມຢາກຮູ້ຢາກເຫັນຂອງເຫໂລດ. ທີ່ຈິງເມື່ອເຫໂລດຊັກຖາມພະອົງ ພະອົງບໍ່ໄດ້ຕອບຈັກຄຳ. ດ້ວຍຄວາມຜິດຫວັງ ເຫໂລດແລະທະຫານຍາມຂອງເຂົາຈຶ່ງຢອກລໍ້ພະເຍຊູຫຼິ້ນ ໂດຍເອົາເສື້ອຜ້າສີສົດໃສມານຸ່ງໃຫ້ພະອົງພ້ອມທັງຫຍໍ້ຫຍັນພະອົງນຳອີກ. ຈາກນັ້ນເຂົາກໍສົ່ງພະອົງຄືນໄປໃຫ້ພີລາດ. ຜົນສຸດທ້າຍ ເຫໂລດແລະພີລາດເຊິ່ງແຕ່ກ່ອນເຄີຍເປັນສັດຕູກັນກັບກາຍເປັນມິດທີ່ດີຕໍ່ກັນ.
ເມື່ອພະເຍຊູກັບມາ ພີລາດເອີ້ນເອົາປະໂລຫິດໃຫຍ່, ຜູ້ປົກຄອງຊາວຢິວ, ແລະປະຊາຊົນມາໂຮມກັນ ແລ້ວກ່າວວ່າ “ທ່ານທັງຫຼາຍໄດ້ພາທ່ານຜູ້ນີ້ມາຫາເຮົາ ເໝືອນເປັນຄົນຊັກຊວນຄົນທັງຫຼາຍໃຫ້ກະທຳຜິດ ແລະຈົ່ງເບິ່ງເຮົາໄດ້ສືບຖາມທ່ານຕໍ່ໜ້າທ່ານທັງຫຼາຍ ແລະເຮົາບໍ່ໄດ້ເຫັນການໂທດຫຼວງໃນທ່ານສັກຂໍ້ທີ່ທ່ານທັງຫຼາຍມາຟ້ອງທ່ານດ້ວຍ. ແລະທ່ານເຫໂລດກໍບໍ່ເຫັນທັງມວນ ເຫດວ່າເຮົາໄດ້ໃຊ້ທ່ານທັງຫຼາຍໄປຫາທ່ານເຫໂລດ ແລະຈົ່ງເບິ່ງທ່ານຜູ້ນີ້ບໍ່ໄດ້ກະທຳສິ່ງໜຶ່ງສິ່ງໃດທີ່ສົມຄວນຈະຖືກຕາຍ. ເຫດສັນນີ້ ເມື່ອໄດ້ຂ້ຽນທ່ານ ເຮົາຈະປ່ອຍທ່ານໄປ.”
ດ້ວຍເຫດນີ້ ພີລາດໄດ້ຖະແຫຼງການສອງເທື່ອວ່າພະເຍຊູບໍ່ມີຄວາມຜິດ. ລາວຢາກຈະປ່ອຍພະອົງໄປ ເພາະສຳນຶກວ່າປະໂລຫິດໃຫຍ່ໄດ້ມອບພະເຍຊູໃຫ້ກັບຕົນກໍຍ້ອນຄວາມອິດສາເທົ່ານັ້ນເອງ. ຕອນທີ່ພີລາດພະຍາຍາມຈະປ່ອຍພະເຍຊູຕໍ່ໄປ ເຂົາໄດ້ຮັບແຮງກະຕຸ້ນທີ່ແຮງກວ່າອີກຢ່າງໜຶ່ງໃຫ້ເຮັດເຊັ່ນນັ້ນ. ເມື່ອເຂົານັ່ງເທິງບັນລັງຕັດສິນຄວາມຢູ່ນັ້ນ ເມຍຂອງເຂົາໄດ້ສົ່ງຂ່າວມາແນະນຳລາວວ່າ “ຢ່າມີການກ່ຽວຂ້ອງກັບທ່ານຜູ້ຊອບທຳນີ້ ເພາະວ່າວັນນີ້ຂ້າພະເຈົ້າໄດ້ທົນທຸກຫຼາຍປະການໃນຄວາມຝັນ [ເບິ່ງຄືວ່າມີຕົ້ນຕໍມາຈາກພະເຈົ້າ] ເພາະເຫດທ່ານນີ້.”
ແນວໃດກໍຕາມ ພີລາດຈະປ່ອຍບຸກຄົນທີ່ບໍ່ມີຄວາມຜິດນີ້ຕາມທີ່ທ່ານຮູ້ວ່າຄວນຈະປ່ອຍນັ້ນໄດ້ຢ່າງໃດ? ໂຍຮັນ 18:36-38; ລຶກາ 23:4-16; ມັດທາຽ 27:12-14, 18, 19; 14:1, 2; ມາລະໂກ 15:2-5.
▪ ພະເຍຊູຕອບຄຳຖາມກ່ຽວກັບການເປັນກະສັດຂອງພະອົງຢ່າງໃດ?
▪ ແມ່ນຫຍັງເປັນ “ຄວາມຈິງ” ເຊິ່ງພະເຍຊູໄດ້ໃຊ້ຊີວິດທາງແຜ່ນດິນໂລກເພື່ອເປັນພິຍານເຖິງ?
▪ ພີລາດຕັດສິນແນວໃດ ປະຊາຊົນຕອບສະໜອງຢ່າງໃດ ແລະພີລາດເຮັດຕໍ່ພະເຍຊູແນວໃດ?
▪ ເຫໂລດອັນຕິປາແມ່ນໃຜ ເປັນຫຍັງເຂົາຈຶ່ງຍິນດີເຫຼືອເກີນທີ່ຈະພົບພະເຍຊູ ແລະເຂົາເຮັດຢ່າງໃດກັບພະເຍຊູ?
▪ ເປັນຫຍັງພີລາດຈຶ່ງຢາກປ່ອຍພະເຍຊູ?