ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 90 ໜ້າ 210
  • ພະ​ເຢຊູ​ຕາຍ​ຢູ່​ໂຄລະໂຄທາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢຊູ​ຕາຍ​ຢູ່​ໂຄລະໂຄທາ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ຈາກ​ພີລາດ​ໄປ​ຫາ​ເຫໂລດ ແລ້ວ​ກັບ​ມາ​ອີກ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ພະເຍຊູຖືກປະຫານ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຖືກ​ມອບ​ຕົວ​ໃຫ້ ແລ້ວ​ພາ​ໄປ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເຫດຜົນ​ທີ່​ເຮົາ​ຄວນ​ຮັກ​ພະ​ເຍຊູ
    ຮຽນຈາກຄູຜູ້ຍິ່ງໃຫຍ່
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 90 ໜ້າ 210
ຕອນ​ທີ່​ພະ​ເຢຊູ​ຖືກ​ຄຶງ​ຢູ່​ເທິງ​ເສົາ ມີ​ທະຫານ​ຄົນ​ໜຶ່ງ​ແລະ​ລູກສິດ​ບາງ​ຄົນ​ລວມ​ທັງ​ມາຣິອາ​ກັບ​ໂຢຮັນ​ຢືນ​ຢູ່​ໃກ້⁠ໆ

ບົດ​ທີ 90

ພະ​ເຢຊູ​ຕາຍ​ຢູ່​ໂຄລະໂຄທາ

ພວກ​ປະໂລຫິດ​ໃຫຍ່​ພາ​ພະ​ເຢຊູ​ໄປ​ເຮືອນ​ຂອງ​ປີລາດ​ທີ່​ເປັນ​ເຈົ້າແຂວງ. ປີລາດ​ຖາມ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ຟ້ອງ​ຜູ້​ຊາຍ​ຄົນ​ນີ້​ຍ້ອນ​ຂໍ້ຫາ​ຫຍັງ?” ເຂົາເຈົ້າ​ຕອບ​ວ່າ: ‘ລາວ​ອ້າງ​ວ່າ​ໂຕເອງ​ເປັນ​ກະສັດ!’ ປີລາດ​ຈຶ່ງ​ຖາມ​ພະ​ເຢຊູ​ວ່າ: “ເຈົ້າ​ເປັນ​ກະສັດ​ຂອງ​ຄົນ​ຢິວ​ບໍ?” ພະ​ເຢຊູ​ຕອບ​ວ່າ: “ການ​ປົກຄອງ​ຂອງ​ຂ້ອຍ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້.”

ຕໍ່​ມາ ປີລາດ​ກໍ​ສົ່ງ​ພະ​ເຢຊູ​ໄປ​ໃຫ້​ເຮໂຣດ​ຜູ້​ປົກຄອງ​ແຂວງ​ຄາລີເລ​ເພື່ອ​ໃຫ້​ລາວ​ສອບ​ສວນ​ເບິ່ງ​ວ່າ​ພະ​ເຢຊູ​ມີ​ຄວາມ​ຜິດ​ຫຍັງ. ເຮໂຣດ​ເຫັນ​ວ່າ​ພະ​ເຢຊູ​ບໍ່​ມີ​ຄວາມ​ຜິດ​ຫຍັງ ລາວ​ຈຶ່ງ​ສົ່ງ​ພະ​ເຢຊູ​ກັບ​ໄປ​ໃຫ້​ປີລາດ. ແລ້ວ​ປີລາດ​ກໍ​ບອກ​ປະຊາຊົນ​ວ່າ: ‘ເຮໂຣດ​ກັບ​ຂ້ອຍ​ບໍ່​ເຫັນ​ວ່າ​ລາວ​ເຮັດ​ຫຍັງ​ຜິດ ຂ້ອຍ​ຈະ​ປ່ອຍ​ລາວ​ໄປ.’ ແຕ່​ມີ​ຄົນ​ບັກ​ຫຼາຍໆ​ຮ້ອງ​ຂຶ້ນ​ວ່າ: ‘ຂ້າ​ລາວ! ຂ້າ​ລາວ!’ ພວກ​ທະຫານ​ເອົາ​ແສ້​ຟາດ​ພະ​ເຢຊູ ຖົ່ມ​ນ້ຳ​ລາຍ​ໃສ່​ເພິ່ນ ແລະ​ຕີ​ເພິ່ນ. ເຂົາເຈົ້າ​ເອົາ​ມົງກຸດ​ໜາມ​ສຸບ​ໃສ່​ຫົວ​ເພິ່ນ​ແລະ​ເຍາະເຍີ້ຍ​ເພິ່ນ​ວ່າ: “ຂໍ​ກົ້ມ​ຄຳນັບ​ກະສັດ​ຂອງ​ຄົນ​ຢິວ.” ປີລາດ​ບອກ​ປະຊາຊົນ​ອີກ​ເທື່ອ​ໜຶ່ງ​ວ່າ: ‘ຂ້ອຍ​ບໍ່​ເຫັນ​ວ່າ​ຜູ້​ຊາຍ​ຄົນ​ນີ້​ມີ​ຄວາມ​ຜິດ​ຫຍັງ.’ ແຕ່​ເຂົາເຈົ້າ​ຮ້ອງ​ຂຶ້ນ​ວ່າ: “ເອົາ​ລາວ​ໄປ​ຄຶງ​ໄວ້​ເທິງ​ເສົາ!” ປີລາດ​ຈຶ່ງ​ຍອມ​ໃຫ້​ເຂົາເຈົ້າ​ເອົາ​ພະ​ເຢຊູ​ໄປ​ປະຫານ.

ພວກ​ທະຫານ​ພາ​ພະ​ເຢຊູ​ໄປ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ​ໂຄລະໂຄທາ ແລ້ວ​ຕອກ​ເພິ່ນ​ຕິດ​ກັບ​ເສົາ​ຕົ້ນ​ໜຶ່ງ​ແລະ​ຍົກ​ເສົາ​ນັ້ນ​ຂຶ້ນ. ພະ​ເຢຊູ​ອະທິດຖານ​ວ່າ: “ພໍ່​ເອີ້ຍ ຍົກໂທດ​ໃຫ້​ເຂົາເຈົ້າ​ແດ່ ເຂົາເຈົ້າ​ບໍ່​ຮູ້​ວ່າ​ກຳລັງ​ເຮັດ​ຫຍັງ​ຢູ່.” ຜູ້​ຄົນ​ພາກັນ​ເຍາະເຍີ້ຍ​ພະ​ເຢຊູ​ວ່າ: ‘ຖ້າ​ເຈົ້າ​ເປັນ​ລູກ​ຂອງ​ພະເຈົ້າ​ແທ້ໆ​ກະ​ລົງ​ມາ​ຈາກ​ເສົາ​ທໍລະມານ​ທະແມ້! ຊ່ວຍ​ໂຕເອງ​ໃຫ້​ລອດ​ແມ້!’

ຄົນ​ຮ້າຍ​ຜູ້​ໜຶ່ງ​ທີ່​ຖືກ​ຄຶງ​ຢູ່​ທາງ​ຂ້າງ​ພະ​ເຢຊູ​ເວົ້າ​ວ່າ: “ຕອນ​ທີ່​ທ່ານ​ໄດ້​ເປັນ​ກະສັດ ຢ່າ​ລືມ​ຂ້ອຍ​ເດີ້.” ພະ​ເຢຊູ​ສັນຍາ​ກັບ​ລາວ​ວ່າ: “ເຈົ້າ​ຈະ​ໄດ້​ຢູ່​ກັບ​ຂ້ອຍ​ໃນ​ອຸທິຍານ​ແນ່ນອນ.” ຕອນ​ບ່າຍ​ຂອງ​ມື້​ນັ້ນ ທ້ອງຟ້າ​ກໍ​ມືດ​ແທ້​ມືດ​ວ່າ​ດົນ​ຮອດ 3 ຊົ່ວໂມງ. ມີ​ລູກສິດ​ບາງ​ຄົນ​ຢືນ​ຢູ່​ໃກ້ໆ​ເສົາ​ທໍລະມານ​ຂອງ​ພະ​ເຢຊູ ແລະ​ມາຣິອາ​ແມ່​ຂອງ​ເພິ່ນ​ກໍ​ຢູ່​ຫັ້ນ​ນຳ. ພະ​ເຢຊູ​ບອກ​ໂຢຮັນ​ໃຫ້​ເບິ່ງແຍງ​ມາຣິອາ​ຄື​ກັບ​ເປັນ​ແມ່​ຂອງ​ລາວ​ເອງ.

ໃນ​ທີ່​ສຸດ ພະ​ເຢຊູ​ກໍ​ເວົ້າ​ວ່າ: “ສຳເລັດ​ແລ້ວ!” ຈາກ​ນັ້ນ ຄໍ​ເພິ່ນ​ກໍ​ພັບ​ລົງ ແລ້ວ​ເພິ່ນ​ກໍ​ຕາຍ. ຕອນ​ນັ້ນ​ເກີດ​ແຜ່ນດິນ​ໄຫວ​ຮຸນແຮງ​ຂຶ້ນ. ຜ້າກັ້ງ​ທີ່​ຍາວ​ແລະ​ໜັກ​ຫຼາຍ​ເຊິ່ງ​ຂັ້ນ​ລະຫວ່າງ​ຫ້ອງ​ບໍລິສຸດ​ກັບ​ຫ້ອງ​ບໍລິສຸດ​ທີ່​ສຸດ​ໃນ​ວິຫານ​ກໍ​ຈີກ​ເຄິ່ງ​ເປັນ 2 ຕ່ອນ​ຕັ້ງແຕ່​ເທິງ​ລົງ​ລຸ່ມ. ນາຍ​ທະຫານ​ຄົນ​ໜຶ່ງ​ເວົ້າ​ວ່າ: “ຜູ້​ນີ້​ເປັນ​ລູກ​ຂອງ​ພະເຈົ້າ​ແທ້ໆ.”

“ພະ​ເຢຊູ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະເຈົ້າ​ທຸກ​ເລື່ອງ​ເກີດຂຶ້ນ​ແທ້.”—2 ໂກຣິນໂທ 1:20

ຄຳ​ຖາມ: ເປັນ​ຫຍັງ​ປີລາດ​ຍອມ​ໃຫ້​ພະ​ເຢຊູ​ຖືກ​ປະຫານ? ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເປັນ​ຫ່ວງ​ຄົນ​ອື່ນ​ຫຼາຍ​ກວ່າ​ໂຕເອງ?

ມັດທາຍ 27:11-14, 22-31, 38-56; ມາຣະໂກ 15:2-5, 12-18, 25, 29-33, 37-39; ລູກາ 23:1-25, 32-49; ໂຢຮັນ 18:28–19:30

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌