ບົດ 124
ຖືກມອບຕົວໃຫ້ ແລ້ວພາໄປ
ເມື່ອພີລາດ ເຊິ່ງຮູ້ສຶກປະທັບໃຈເນື່ອງດ້ວຍອາການສະຫງ່າຜ່າເຜີຍຢ່າງສຸຂຸມເຍືອກເຢັນຂອງພະເຍຊູຜູ້ທົນທຸກທໍລະມານນັ້ນ ໄດ້ພະຍາຍາມອີກເທື່ອໜຶ່ງທີ່ຈະປ່ອຍພະອົງ ປະໂລຫິດໃຫຍ່ຄຽດຮ້າຍຍິ່ງຂຶ້ນ. ພວກເຂົາຕັ້ງໃຈບໍ່ໃຫ້ສິ່ງໃດເຂົ້າມາແຊກແຊງຄວາມມຸ່ງໝາຍອັນຊົ່ວຮ້າຍຂອງເຂົາ. ດັ່ງນັ້ນ ເຂົາຮ້ອງສຽງດັງອີກວ່າ “ເອົາເຂົາໄປຕອກເທິງຫຼັກເສຍ! ເອົາເຂົາໄປຕອກເທິງຫຼັກເສຍ!” (ລ.ມ.)
ພີລາດຕອບວ່າ “ທ່ານທັງຫຼາຍຈົ່ງເອົາເຂົາໄປຕອກເທິງຫຼັກເອງ.” (ລ.ມ.) (ຈາກຖ້ອຍຄຳນີ້ ປາກົດວ່າພວກຢິວອາດຈະມີສິດອຳນາດປະຫານຊີວິດອາດຊະຍາກອນເຊິ່ງມີຄວາມຜິດຮ້າຍແຮງພໍໃນທາງສາສະໜາ. ສິດທິນີ້ພັດກົງກັນຂ້າມກັບຄຳທີ່ເຂົາອ້າງກັນກ່ອນໜ້ານັ້ນ.) ຄັນຢ່າງໜ້ອຍທີ່ສຸດເປັນເທື່ອທີຫ້າທີ່ພີລາດໄດ້ປະກາດວ່າພະເຍຊູບໍ່ຜິດ ໂດຍບອກວ່າ “ຝ່າຍເຮົາໆ ບໍ່ພົບໂທດຫຼວງໃນທ່ານສັກຂໍ້.”
ເມື່ອພວກຢິວເຫັນວ່າຂໍ້ກ່າວຫາທາງການເມືອງບໍ່ໄດ້ຜົນ ຈຶ່ງຫັນມາເອົາຂໍ້ກ່າວຫາທາງສາສະໜາຖານໝິ່ນປະໝາດເຊິ່ງໃຊ້ກັນບໍ່ຈັກຊົ່ວໂມງກ່ອນໜ້ານັ້ນຕອນພິຈາລະນາຄະດີຂອງພະເຍຊູຕໍ່ສານຊັນເຮດຣິນ. ເຂົາກ່າວວ່າ “ພວກຂ້າພະເຈົ້າມີກົດໝາຍ ແລະຕາມກົດໝາຍນັ້ນທ່ານຕ້ອງຕາຍ ເຫດວ່າທ່ານໄດ້ກະທຳຕົວເອງເປັນພະບຸດຂອງພະເຈົ້າ.”
ຂໍ້ກ່າວຫານີ້ເປັນເລື່ອງໃໝ່ສຳລັບພີລາດ ແລະນັ້ນເຮັດໃຫ້ລາວຫວາດຫວັ່ນຍິ່ງຂຶ້ນ. ຮອດຕອນນີ້ລາວສຳນຶກວ່າພະເຍຊູບໍ່ແມ່ນມະນຸດທຳມະດາ ຈາກຄວາມຝັນຂອງເມຍຕົນແລະບຸກຄະລິກອັນເຂັ້ມແຂງທີ່ພະເຍຊູສະແດງອອກຢ່າງໂດດເດັ່ນ. ອ້າວ! ເປັນ “ພະບຸດຂອງພະເຈົ້າ” ໄດ້ບໍ? ພີລາດຮູ້ວ່າພະເຍຊູມາຈາກແຂວງຄາລິເລ. ເຖິງຢ່າງນັ້ນ ເປັນໄປໄດ້ບໍທີ່ພະອົງອາດເຄີຍມີຊີວິດມາກ່ອນ? ເມື່ອພາພະອົງກັບເຂົ້າໄປໃນທຳນຽບອີກ ພີລາດຖາມວ່າ “ທ່ານມາແຕ່ໃສ”?
ພະເຍຊູບໍ່ປາກ. ກ່ອນໜ້ານັ້ນພະອົງໄດ້ບອກກັບພີລາດແລ້ວວ່າພະອົງເປັນກະສັດ ແຕ່ວ່າລາຊະອານາຈັກຂອງພະອົງບໍ່ເປັນສ່ວນຂອງໂລກນີ້. ຕອນນີ້ ຄຳຊີ້ແຈງຕໍ່ໄປກໍບໍ່ອາດສົ່ງເສີມຈຸດມຸ່ງໝາຍທີ່ເປັນປະໂຫຍດອັນໃດ. ຢ່າງໃດກໍດີ ການທີ່ພະເຍຊູບໍ່ຍອມຕອບເຮັດໃຫ້ພີລາດຮູ້ສຶກເສຍສັກສີ ເຂົາເປັນເດືອດເປັນແຄ້ນຕໍ່ພະເຍຊູທັນທີໂດຍກ່າວວ່າ “ທ່ານບໍ່ປາກແກ່ເຮົາຫຼື. ທ່ານບໍ່ຮູ້ຈັກຫຼື ເຮົາມີອຳນາດຈະປ່ອຍທ່ານ ແລະເຮົາມີອຳນາດຈະຄຶງທ່ານໄວ້”?
ພະເຍຊູຕອບດ້ວຍຄວາມນັບຖືວ່າ “ທ່ານຈະບໍ່ມີອຳນາດຕໍ່ເຮົາ ຖ້າອຳນາດນັ້ນບໍ່ໂປດປະທານແກ່ທ່ານມາແຕ່ທາງເທິງ.” ພະອົງໝາຍຄວາມວ່າພະເຈົ້າເປັນຜູ້ອະນຸຍາດໃຫ້ຜູ້ປົກຄອງທີ່ເປັນມະນຸດບໍລິຫານກິດຈະການທາງແຜ່ນດິນໂລກນີ້. ພະເຍຊູກ່າວຕື່ມອີກວ່າ “ເພາະເຫດນັ້ນຜູ້ທີ່ໄດ້ມອບເຮົາໄວ້ກັບທ່ານກໍມີບາບໂທດຫຼາຍກວ່າ.” ທີ່ຈິງ ປະໂລຫິດໃຫຍ່ກາອີເຟກັບພັກພວກຂອງເຂົາແລະຢູດາອີດສະກາລີໂອດ ທຸກຄົນຕ້ອງຮັບຜິດຊອບຫຼາຍກວ່າພີລາດເພາະການປະຕິບັດທີ່ບໍ່ຍຸດຕິທຳຕໍ່ພະເຍຊູ.
ເພາະປະທັບໃຈໃນຕົວພະເຍຊູຫຼາຍຂຶ້ນ ແລະຢ້ານວ່າພະເຍຊູອາດຈະມີຕົ້ນຕໍມາຈາກພະເຈົ້າ ພີລາດຈຶ່ງພະຍາຍາມທີ່ຈະປ່ອຍພະອົງອີກ. ແຕ່ຊາວຢິວປະຕິເສດຄວາມພະຍາຍາມຂອງພີລາດ. ເຂົາຢ້ຳຂໍ້ກ່າວຫາທາງການເມືອງອີກ ໂດຍຂູ່ຢ່າງມີເລ່ຫຼ່ຽມວ່າ “ຖ້າທ່ານປ່ອຍຜູ້ນີ້ ທ່ານບໍ່ເປັນສ່ຽວຂອງກະສັດເຊຊາ. ຄົນທຸກຄົນທີ່ກະທຳຕົວເອງເປັນກະສັດກໍຂັດຂວາງກະສັດເຊຊາ.”
ແມ່ນວ່າຈະມີສ່ວນກ່ຽວພັນຢ່າງຂາດຂັ້ນເຊັ່ນນັ້ນກໍຕາມ ພີລາດໄດ້ພາພະເຍຊູອອກມາຂ້າງນອກອີກເທື່ອໜຶ່ງ. ເຂົາຊັກຊວນໃໝ່ອີກວ່າ “ຈົ່ງເບິ່ງກະສັດຂອງທ່ານທັງຫຼາຍເທີ້ນ.”
“ເອົາອອກໄປ! ເອົາອອກໄປ! ຈົ່ງເອົາເຂົາໄປຕອກເທິງຫຼັກເສຍ!” (ລ.ມ.)
ພີລາດຖາມຢ່າງສິ້ນຫວັງວ່າ “ຈະໃຫ້ເຮົາເອົາກະສັດຂອງພວກທ່ານໄປຕອກເທິງຫຼັກຫຼື?” (ລ.ມ.)
ພວກຢິວຂັດເຄືອງໃຈຕໍ່ການຢູ່ພາຍໃຕ້ການປົກຄອງຂອງໂລມ. ທີ່ຈິງແລ້ວ ພວກເຂົາກຽດຊັງອຳນາດປົກຄອງຂອງໂລມ! ດັ່ງນັ້ນ ພວກປະໂລຫິດໃຫຍ່ໄດ້ຕອບຢ່າງໜ້າຊື່ໃຈຄົດວ່າ “ພວກຂ້າພະເຈົ້າບໍ່ມີກະສັດເວັ້ນໄວ້ແຕ່ກະສັດເຊຊາ.”
ເພາະຢ້ານສູນເສຍຕຳແໜ່ງທາງການເມືອງແລະຊື່ສຽງຂອງເຂົາ ໃນທີ່ສຸດພີລາດກໍຍອມຈຳນົນຕໍ່ຄຳຮຽກຮ້ອງທີ່ບໍ່ຍອມຜ່ອນຜັນຂອງພວກຢິວ. ລາວຈຶ່ງມອບພະເຍຊູໃຫ້ພວກເຂົາ. ພວກທະຫານຖອດເສື້ອຄຸມສີມ່ວງອອກຈາກຕົວພະເຍຊູ ແລ້ວເອົາເສື້ອຊັ້ນນອກຂອງພະອົງມາສວມໃຫ້. ຂະນະທີ່ພະເຍຊູຖືກພາໄປຕອກເທິງຫຼັກນັ້ນ ເຂົາໃຫ້ພະອົງແບກເສົາທໍລະມານຂອງພະອົງເອງ.
ຕອນນີ້ ແມ່ນເຊົ້າວັນສຸກທີ 14 ເດືອນນີຊານ ບາງທີໃກ້ຈະທ່ຽງແລ້ວ. ພະເຍຊູບໍ່ໄດ້ນອນຕັ້ງແຕ່ຕອນເດິກຂອງວັນພະຫັດ ແລະພະອົງທົນຮັບຄວາມເຈັບປວດຄັ້ງແລ້ວຄັ້ງອີກ. ເປັນທີ່ເຂົ້າໃຈວ່າ ອີກບໍ່ດົນນ້ຳໜັກຂອງຫຼັກທີ່ພະອົງແບກຢູ່ເຮັດໃຫ້ພະອົງໝົດແຮງ. ສະນັ້ນ ຄົນກາຍຜ່ານຜູ້ໜຶ່ງຊື່ຊີໂມນເປັນຄົນຊີເລນຊາວອາຟະລິກາຖືກບັງຄັບໃຫ້ແບກຫຼັກນັ້ນແທນພະເຍຊູ. ເມື່ອພວມຍ່າງຢູ່ນັ້ນ ມີຄົນມານຳຫຼັງຈຳນວນຫຼາຍ ມີທັງຜູ້ຍິງຫຼາຍຄົນທີ່ຕີອົກຊົກຕົນດ້ວຍຄວາມທຸກໂສກຮ້ອງໄຫ້ຮ່ຳໄຮເນື່ອງດ້ວຍພະເຍຊູ.
ເມື່ອຫຼຽວໄປເບິ່ງພວກຜູ້ຍິງເຫຼົ່ານັ້ນ ພະເຍຊູກ່າວວ່າ “ລູກສາວທັງຫຼາຍຂອງເມືອງເຢຣຶຊາເລມເອີຍ ຢ່າຊູຮ້ອງໄຫ້ເພາະເຫັນແກ່ເຮົາ ແຕ່ວ່າຈົ່ງຮ້ອງໄຫ້ເພາະເຫັນແກ່ທ່ານທັງຫຼາຍເອງແລະລູກຂອງທ່ານ. ເຫດວ່າ ຈົ່ງເບິ່ງ ຄາວຈະມາເມື່ອເຂົາຈະກ່າວວ່າ ຫມູ່ຍິງແມ່ໝັນແລະທ້ອງທີ່ບໍ່ໄດ້ເກີດລູກແລະຫົວນົມທີ່ບໍ່ໄດ້ລ້ຽງລູກກໍເປັນສຸກ. . . . ເຫດວ່າ ຖ້າເຂົາກະທຳການນີ້ແກ່ໄມ້ທີ່ຍັງເປັນ ເຂົາຈະກະທຳສິ່ງໃດແກ່ໄມ້ຕາຍແລ້ວ”?
ຕົ້ນໄມ້ທີ່ພະເຍຊູພາດພິງເຖິງໄດ້ແກ່ຊາດຢິວເຊິ່ງຍັງຄົງມີຄວາມຊື້ນແຫ່ງຊີວິດໃນຕົ້ນນັ້ນຢູ່ [ໄມ້ທີ່ຍັງເປັນ] ເນື່ອງຈາກພະເຍຊູຢູ່ທີ່ນັ້ນແລະຊົນທີ່ເຫຼືອຈຳພວກໜຶ່ງທີ່ເຊື່ອພະອົງຍັງຢູ່ດ້ວຍ. ເມື່ອຄົນເຫຼົ່ານີ້ຖືກເອົາອອກໄປຈາກຊາດນັ້ນແລ້ວ ຈະເຫຼືອແຕ່ຕົ້ນໄມ້ທີ່ຕາຍຝ່າຍວິນຍານເທົ່ານັ້ນ [ໄມ້ຕາຍແລ້ວ] ເວົ້າກໍຄືອົງການລະດັບຊາດທີ່ຫ່ຽວແຫ້ງໄປ. ໂອ້ ນັ້ນຈະເປັນສາເຫດສຳລັບການຮ້ອງໄຫ້ແທ້ໆ ເມື່ອກອງທັບໂລມັນປະຕິບັດໜ້າທີ່ເປັນເພັດຊະຄາດຂອງພະເຈົ້າໃນການທຳລາຍລ້າງຊາດຢິວ! ໂຍຮັນ 19:6-17; 18:31; ລຶກາ 23:24-31; ມັດທາຽ 27:31, 32; ມາລະໂກ 15:20, 21.
▪ ເມື່ອຂໍ້ກ່າວຫາທາງການເມືອງບໍ່ໄດ້ຜົນ ພວກຫົວໜ້າສາສະໜາຕັ້ງຂໍ້ກ່າວຫາຫຍັງຕໍ່ພະເຍຊູ?
▪ ເປັນຫຍັງພີລາດຈຶ່ງຢ້ານກົວຫຼາຍຂຶ້ນ?
▪ ໃຜຮັບບາບຫຼາຍກວ່າສຳລັບສິ່ງທີ່ເກີດຂຶ້ນກັບພະເຍຊູ?
▪ ໃນທີ່ສຸດ ເພື່ອໃຫ້ພີລາດຍອມມອບພະເຍຊູໄປປະຫານ ພວກປະໂລຫິດເຮັດແນວໃດ?
▪ ພະເຍຊູກ່າວຢ່າງໃດນຳເຫຼົ່າຜູ້ຍິງທີ່ຮ້ອງໄຫ້ເພື່ອພະອົງ ແລະເມື່ອພາດພິງເຖິງຕົ້ນໄມ້ທີ່ “ຍັງເປັນ” ແລະຕົ້ນທີ່ “ຕາຍແລ້ວ” ພະອົງໝາຍຄວາມວ່າແນວໃດ?