ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 123
  • “ເບິ່ງ! ລູກ​ຜູ້​ຊາຍ!”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ເບິ່ງ! ລູກ​ຜູ້​ຊາຍ!”
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ຈາກ​ພີລາດ​ໄປ​ຫາ​ເຫໂລດ ແລ້ວ​ກັບ​ມາ​ອີກ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ຖືກ​ມອບ​ຕົວ​ໃຫ້ ແລ້ວ​ພາ​ໄປ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ພະ​ເຢຊູ​ຕາຍ​ຢູ່​ໂຄລະໂຄທາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ພະເຍຊູຖືກປະຫານ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 123

ບົດ 123

“ເບິ່ງ! ລູກ​ຜູ້​ຊາຍ!”

ເພາະ​ຮູ້ສຶກ​ປະທັບ​ໃຈ​ຈາກ​ການ​ສະແດງ​ອອກ​ຂອງ​ພະ​ເຍຊູ ແລະ​ຍອມ​ຮັບ​ວ່າ​ພະອົງ​ບໍ່​ມີ​ຄວາມ​ຜິດ ພີລາດ​ຈຶ່ງ​ຫາ​ວິທີ​ອື່ນ​ເພື່ອ​ຈະ​ປ່ອຍ​ພະອົງ. ລາວ​ຈຶ່ງ​ບອກ​ຝູງ​ຊົນ​ວ່າ “ທ່ານ​ທັງ​ຫຼາຍ​ມີ​ທຳນຽມ​ທີ່​ເຮົາ​ຈະ​ປ່ອຍ​ຄົນ​ຜູ້​ໜຶ່ງ​ເວລາ​ປັດສະຄາ.”

ຕອນ​ນັ້ນ ບາລັບບາດ​ຄາຕະກອນ​ທີ່​ລື​ຊື່​ຜູ້​ໜຶ່ງ​ກໍ​ຖືກ​ຄຸມ​ຂັງ​ນຳ ດັ່ງ​ນັ້ນ ພີລາດ​ຈຶ່ງ​ຖາມ​ວ່າ “ທ່ານ​ທັງ​ຫຼາຍ​ຢາກ​ໄດ້​ເຮົາ​ປ່ອຍ​ຜູ້​ໃດ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ ບາລັບບາດ​ຫຼື​ພະ​ເຍຊູ​ທີ່​ຊື່​ວ່າ​ພະ​ຄລິດ”?

ເນື່ອງ​ຈາກ​ຖືກ​ໂນ້ມນ້າວ​ໂດຍ​ພວກ​ປະໂລຫິດ​ໃຫຍ່​ເຊິ່ງ​ໄດ້​ປຸກ​ລະ​ດົມ​ພວກ​ເຂົາ ປະຊາຊົນ​ຂໍ​ໃຫ້​ປ່ອຍ​ບາລັບບາດ ແຕ່​ໃຫ້​ປະຫານ​ພະ​ເຍຊູ. ໂດຍ​ບໍ່​ຍອມ​ເລີກ ພີລາດ​ຖາມ​ອີກ​ວ່າ “ແຕ່​ສອງ​ຄົນ​ນີ້​ທ່ານ​ທັງ​ຫຼາຍ​ຢາກ​ໄດ້​ເຮົາ​ປ່ອຍ​ຜູ້​ໃດ​ໃຫ້​ທ່ານ​ທັງ​ຫຼາຍ”?

ເຂົາ​ຮ້ອງ​ສຽງ​ດັງ​ວ່າ “ບາລັບບາດ.”

ດ້ວຍ​ຄວາມ​ສະດຸ້ງ​ຕົກໃຈ​ພີລາດ​ຖາມ​ຂຶ້ນ​ວ່າ “ເຫດ​ສັນນີ້​ເຮົາ​ຈະ​ກະທຳ​ສິ່ງ​ໃດ​ກັບ​ພະ​ເຍຊູ ທີ່​ຊື່​ວ່າ​ພະ​ຄລິດ”?

ພວກ​ເຂົາ​ຕອບ​ສຽງ​ດັງ​ສະທ້ານ​ແກ້ວ​ຫູ​ວ່າ “ໃຫ້​ຄຶງ​ທ່ານ​ໄວ້.” ‘ຄຶງ​ທ່ານ​ໄວ້ ຄຶງ​ທ່ານ​ໄວ້.’

ເມື່ອ​ຮູ້​ວ່າ​ເຂົາ​ຮຽກ​ຮ້ອງ​ເອົາ​ຄວາມ​ຕາຍ​ຂອງ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ ພີລາດ​ຈຶ່ງ​ອ້ອນ​ວອນ​ວ່າ “ແຕ່​ວ່າ ທ່ານ​ຜູ້​ນີ້​ໄດ້​ກະທຳ​ການ​ຮ້າຍ​ປະການ​ໃດ ເຮົາ​ບໍ່​ໄດ້​ເຫັນ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໃນ​ທ່ານ​ທີ່​ເປັນ​ສົມຄວນ​ຈະ​ຖືກ​ຕາຍ. ເຫດ​ສັນນີ້ ເມື່ອ​ໄດ້​ຂ້ຽນ​ທ່ານ​ແລ້ວ​ເຮົາ​ຈະ​ປ່ອຍ​ທ່ານ​ໄປ.”

ເຖິງ​ວ່າ​ລາວ​ໄດ້​ພະຍາຍາມ​ແລ້ວ ຝູງ​ຊົນ​ທີ່​ເປັນ​ເດືອດ​ເປັນ​ແຄ້ນ​ທີ່​ຖືກ​ຍຸຍົງ​ໂດຍ​ຫົວໜ້າ​ສາສະໜາ​ຂອງ​ເຂົາ​ກໍ​ຍັງ​ໂຫ່​ຮ້ອງ​ຢູ່​ບໍ່​ຢຸດ​ວ່າ “ໃຫ້​ຄຶງ​ທ່ານ​ໄວ້.” ການ​ປຸກປັ່ນ​ຂອງ​ປະໂລຫິດ​ເຮັດ​ໃຫ້​ພວກ​ເຂົາ​ເສຍ​ສະຕິ ຝູງ​ຊົນ​ຈຶ່ງ​ບ້າ​ເລືອດ. ລອງ​ຄິດ​ເບິ່ງ ພຽງ​ແຕ່​ຫ້າ​ມື້​ກ່ອນ​ທໍ່​ນັ້ນ ລາງ​ຄົນ​ໃນ​ພວກ​ນີ້​ຄົງ​ຈະ​ຢູ່​ໃນ​ຈຳນວນ​ຄົນ​ເຫຼົ່າ​ນັ້ນ​ທີ່​ຍິນດີ​ຕ້ອນຮັບ​ພະ​ເຍຊູ​ເຂົ້າ​ສູ່​ເມືອງ​ເຢຣຶຊາເລມ​ຖານະ​ກະສັດ! ລະຫວ່າງ​ນັ້ນ ຫາກ​ວ່າ​ເຫຼົ່າ​ສາວົກ​ຂອງ​ພະ​ເຍຊູ​ຢູ່​ຫັ້ນ ເຂົາ​ເຈົ້າ​ກໍ​ຄົງ​ຈະ​ຢູ່​ຢ່າງ​ມິດໆ ເພື່ອ​ບໍ່​ໃຫ້​ເປັນ​ທີ່​ສັງເກດ.

ເມື່ອ​ພີລາດ​ເຫັນ​ວ່າ​ຄຳ​ອ້ອນ​ວອນ​ຂອງ​ຕົນ​ບໍ່​ໄດ້​ຜົນ ແຕ່​ພັດ​ກໍ່​ຄວາມ​ວຸ່ນວາຍ​ຂຶ້ນ​ຊ້ຳ ລາວ​ຈຶ່ງ​ເອົາ​ນ້ຳ​ມາ​ລ້າງ​ມື​ຂອງ​ຕົນ​ຕໍ່​ໜ້າ​ຝູງ​ຄົນ ແລ້ວ​ກ່າວ​ວ່າ “ເຮົາ​ບໍ່​ມີ​ຜິດ​ເລືອດ​ຂອງ​ທ່ານ​ຊອບທຳ​ຜູ້​ນີ້ ສຸດ​ແລ້ວ​ກັບ​ທ່ານ​ທັງ​ຫຼາຍ​ເທີ້ນ.” ເຖິງ​ຕອນ​ນີ້ ປະຊາຊົນ​ຕອບ​ວ່າ “ໃຫ້​ເລືອດ​ຂອງ​ທ່ານ​ຕົກ​ຢູ່​ເທິງ​ເຮົາ​ທັງ​ຫຼາຍ ແລະ​ເທິງ​ລູກ​ຂອງ​ເຮົາ​ທັງ​ຫຼາຍ​ເທີ້ນ.”

ດັ່ງ​ນັ້ນ ເພື່ອ​ໃຫ້​ເປັນ​ໄປ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ພວກ​ເຂົາ ພ້ອມ​ທັງ​ຢາກ​ໃຫ້​ຝູງ​ຊົນ​ພໍ​ໃຈ​ຫຼາຍ​ກວ່າ​ການ​ເຮັດ​ສິ່ງ​ທີ່​ຕົນ​ຮູ້​ວ່າ​ຖືກ​ຕ້ອງ ພີລາດ​ຈຶ່ງ​ປ່ອຍ​ບາລັບບາດ​ໃຫ້​ພວກ​ເຂົາ. ລາວ​ສັ່ງ​ໃຫ້​ຖອດ​ເສື້ອ​ຜ້າ​ຂອງ​ພະ​ເຍຊູ​ອອກ ແລ້ວ​ກໍ​ຂ້ຽນ​ພະອົງ. ນີ້​ບໍ່​ແມ່ນ​ການ​ຂ້ຽນ​ຕີ​ແບບ​ທຳມະດາ. ເດິ ເຈິຣ໌ນັລ ອອຟ ດິ ອາເມລິກັນ ເມດິຄັລ ແອສໂຊຊິເອຊັນ ພັນລະນາ​ວິທີ​ການ​ຂ້ຽນ​ຕີ​ຂອງ​ຊາວ​ໂລມັນ​ວ່າ:

“ເຄື່ອງ​ມື​ໂດຍ​ທົ່ວ​ໄປ​ເປັນ​ແສ້​ສັ້ນ (ຟລາກຣຸມ ຫຼື ຟລາເກລຸມ ) ເຊິ່ງ​ມີ​ເສັ້ນ​ໜັງ​ດຽວ ຫຼື​ເສັ້ນ​ໜັງ​ເປຍ​ຫຼາຍ​ເສັ້ນ​ສັ້ນ​ຍາວ​ຕ່າງ​ກັນ​ເຊິ່ງ​ມີ​ຕຸ່ມ​ເຫຼັກ​ໜ່ວຍ​ນ້ອຍໆ ຫຼື​ຕ່ອນ​ກະດູກ​ແກະ​ທີ່​ແຫຼມ​ຄົມ​ມັດ​ຕິດ​ເປັນ​ໄລຍະ​ໄປ. . . . ຕອນ​ທີ່​ທະຫານ​ໂລມັນ​ຟາດ​ຫຼັງ​ນັກ​ໂທດ​ຢ່າງ​ສຸດ​ແຮງ​ຊ້ຳ​ແລ້ວ​ຊ້ຳ​ອີກ ໜ່ວຍ​ເຫຼັກ​ນັ້ນ​ຈະ​ເຮັດ​ໃຫ້​ຟົກ​ຊ້ຳ​ເລິກ ແລະ​ເຊືອກ​ໜັງ​ກັບ​ກະດູກ​ແກະ​ຈະ​ບາດ​ເຂົ້າ​ໄປ​ໃນ​ໜັງ​ແລະ​ເອັນ​ໃຕ້​ຜິວ​ໜັງ. ແລ້ວ​ເມື່ອ​ຂ້ຽນ​ຕໍ່​ໄປ ຮອຍ​ແຜ​ຈະ​ສີກ​ເຂົ້າ​ໄປ​ໃນ​ກ້າມ​ຊີ້ນ​ເກືອບ​ຮອດ​ໂຄງ​ກະດູກ ແລະ​ເຮັດ​ໃຫ້​ຊີ້ນ​ແຕກ​ຈົນ​ມີ​ເລືອດ​ໄຫຼ​ອອກ​ມາ.”

ຫຼັງ​ຈາກ​ການ​ຂ້ຽນ​ແບບ​ທໍລະມານ​ເຊັ່ນ​ນັ້ນ​ແລ້ວ ພະ​ເຍຊູ​ຖືກ​ພາ​ເຂົ້າ​ໄປ​ໃນ​ທຳນຽບ​ຂອງ​ຜູ້​ວ່າ​ການ​ລ້ດ ແລະ​ພວກ​ທະຫານ​ຖືກ​ເອີ້ນ​ໃຫ້​ມາ​ປະຊຸມ​ກັນ. ຢູ່​ຫັ້ນ​ພວກ​ທະຫານ​ໄດ້​ປະໝາດ​ຢຽບ​ຫຍາມ​ພະອົງ​ຕໍ່​ໄປ​ອີກ ໂດຍ​ເອົາ​ໜາມ​ມາ​ສານ​ເປັນ​ມຸງກຸດ​ແລ້ວ​ກົດ​ໃສ່​ຫົວ​ຂອງ​ພະອົງ. ເຂົາ​ເອົາ​ໄມ້​ອໍ້​ໃສ່​ມື​ຂວາ ແລະ​ເອົາ​ເສື້ອ​ສີ​ມ່ວງ​ມາ​ນຸ່ງ​ໃຫ້​ພະອົງ​ແບບ​ທີ່​ຜູ້​ຄົນ​ໃນ​ລາຊະວົງ​ນຸ່ງ​ຖື​ກັນ. ຕໍ່​ຈາກ​ນັ້ນ ເຂົາ​ເວົ້າ​ເຍາະ​ເຍີ້ຍ​ພະອົງ​ວ່າ “ກະສັດ​ຊາວ​ຢູເດ​ເອີຍ ຈົ່ງ​ຈຳເລີນ​ເທີ້ນ.” ເຂົາ​ຍັງ​ຖົ່ມ​ນ້ຳ​ລາຍ​ແລະ​ຕົບ​ໜ້າ​ພະອົງ. ດຶງ​ເອົາ​ໄມ້​ອໍ້​ແຂງ​ມາ​ຈາກ​ມື​ຂອງ​ພະອົງ ໃຊ້​ໄມ້​ນັ້ນ​ຟາດ​ຫົວ​ພະອົງ ຊ້ຳ​ບໍ່​ຫນຳ​ຍັງ​ກົດ​ໜາມ​ແຫຼມ​ຂອງ “ມຸງກຸດ” ທີ່​ລົບ​ລູ່​ພະອົງ​ນັ້ນ​ໃສ່​ໜັງ​ຫົວ​ຂອງ​ພະອົງ​ອີກ.

ຄວາມ​ສະຫງ່າ​ຜ່າ​ເຜີຍ​ແລະ​ພະລັງ​ທີ່​ໂດດ​ເດັ່ນ​ຂອງ​ພະ​ເຍຊູ​ເມື່ອ​ປະເຊີນ​ກັບ​ການ​ທາລຸນ​ເຊັ່ນ​ນີ້ ເຮັດ​ໃຫ້​ພີລາດ​ຮູ້ສຶກ​ປະທັບ​ໃຈ​ຫຼາຍ​ຈົນ​ກະຕຸ້ນ​ໃຫ້​ເຂົາ​ພະຍາຍາມ​ທີ່​ຈະ​ປ່ອຍ​ພະອົງ​ອີກ​ເທື່ອ​ໜຶ່ງ. ລາວ​ບອກ​ຝູງ​ຊົນ​ວ່າ “ເບິ່ງ​ເທີ້ນ ເຮົາ​ພາ​ທ່ານ​ອອກ​ມາ​ຫາ​ທ່ານ​ທັງ​ຫຼາຍ ເພື່ອ​ທ່ານ​ທັງ​ຫຼາຍ​ຈະ​ຮູ້​ຈັກ​ວ່າ ເຮົາ​ບໍ່​ພົບ​ໂທດ​ຫຼວງ​ໃນ​ທ່ານ​ສັກ​ຂໍ້.” ລາວ​ອາດ​ຈະ​ຄິດ​ວ່າ​ພາບ​ທີ່​ພະ​ເຍຊູ​ຖືກ​ທໍລະມານ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ພວກ​ເຂົາ​ອ່ອນ​ລົງ​ກໍ​ໄດ້. ຂະນະ​ທີ່​ພະ​ເຍຊູ​ຢືນ​ຢູ່​ຕໍ່​ໜ້າ​ກຸ່ມ​ຄົນ​ເຊິ່ງ​ໂຫດ​ຫ້ຽມ​ເຫຼົ່າ​ນັ້ນ ໂດຍ​ສວມ​ມຸງກຸດ​ໜາມ​ແລະ​ເສື້ອ​ຊັ້ນ​ນອກ​ສີ​ມ່ວງ ພ້ອມ​ດ້ວຍ​ໃບ​ໜ້າທີ່​ມີ​ຄາບ​ເລືອດ​ເຊິ່ງ​ບົ່ງ​ບອກ​ເຖິງ​ຄວາມ​ເຈັບ​ປວດ​ນັ້ນ ພີລາດ​ຖະແຫຼງ​ວ່າ “ເບິ່ງ! ລູກ​ຜູ້​ຊາຍ!” (ລ.ມ.)

ແມ່ນ​ວ່າ​ຈະ​ຟົກ​ຊ້ຳ​ແລະ​ຖືກ​ທຸບ​ຕີ​ປານ​ນັ້ນ ຜູ້​ທີ່​ຢືນ​ຢູ່​ນີ້​ແມ່ນ​ບຸກຄົນ​ເຊິ່ງ​ໂດດ​ເດັ່ນ​ທີ່​ສຸດ​ໃນ​ຕະຫຼອດ​ປະຫວັດສາດ ບຸລຸດ​ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ​ຢ່າງ​ແທ້​ຈິງ​ເທົ່າ​ທີ່​ໂລກ​ເຄີຍ​ເຫັນ! ແມ່ນ​ແລ້ວ ພະ​ເຍຊູ​ພິສູດ​ໃຫ້​ເຫັນ​ຄວາມ​ສະຫງ່າ​ຜ່າ​ເຜີຍ​ແລະ​ຄວາມ​ໝັ້ນຄົງ​ແນ່ນອນ​ຢ່າງ​ສະຫງົບ​ທີ່​ສະແດງ​ເຖິງ​ຄວາມ​ຍິ່ງ​ໃຫຍ່​ເຊິ່ງ​ແມ່ນ​ແຕ່​ພີລາດ​ກໍ​ຕ້ອງ​ຍອມ​ຮັບ ເພາະ​ຄຳ​ເວົ້າ​ຂອງ​ລາວ​ເບິ່ງ​ຄື​ມີ​ທັງ​ຄວາມ​ຮູ້ສຶກ​ນັບຖື​ແລະ​ຄວາມ​ສົງສານ​ປົນ​ກັນ. ໂຍຮັນ 18:39–19:5; ມັດທາຽ 27:15-17, 20-30; ມາລະໂກ 15:6-19; ລຶກາ 23:18-25.

▪ ພີລາດ​ພະຍາຍາມ​ທີ່​ຈະ​ປ່ອຍ​ຕົວ​ພະ​ເຍຊູ​ໂດຍ​ວິທີ​ໃດ?

▪ ພີລາດ​ພະຍາຍາມ​ປົດ​ເປື້ອງ​ຕົນ​ເອງ​ໃຫ້​ພົ້ນ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ໃດ?

▪ ມີ​ອັນ​ໃດ​ກ່ຽວ​ຂ້ອງ​ຢູ່​ໃນ​ການ​ຂ້ຽນ​ຕີ​ແດ່?

▪ ຫຼັງ​ຈາກ​ການ​ຂ້ຽນ​ຕີ​ແລ້ວ ພະ​ເຍຊູ​ຖືກ​ເຍາະ​ເຍີ້ຍ​ແນວ​ໃດ​ແດ່?

▪ ເພື່ອ​ຈະ​ປ່ອຍ​ຕົວ​ພະ​ເຍຊູ ພີລາດ​ພະຍາຍາມ​ເຮັດ​ຫຍັງ​ຕໍ່​ໄປ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌