ບົດທີ 38
ເຫດຜົນທີ່ເຮົາຄວນຮັກພະເຍຊູ
ລອງວາດພາບເບິ່ງວ່າລູກຢູ່ໃນເຮືອທີ່ກຳລັງຈະຈົມນ້ຳ. ລູກຄົງຈະຢາກໃຫ້ຜູ້ໃດຜູ້ໜຶ່ງມາຊ່ວຍລູກແມ່ນບໍ?— ຖ້າມີຄົນຍອມເສຍສະລະຊີວິດຂອງຕົນເອງເພື່ອລູກເດ?— ທີ່ຈິງນັ້ນເປັນສິ່ງທີ່ພະເຍຊູຄລິດໄດ້ເຮັດ. ດັ່ງທີ່ເຮົາຮຽນແລ້ວໃນບົດທີ 37 ພະອົງໄດ້ສະລະຊີວິດຂອງຕົນເອງເປັນຄ່າໄຖ່ເພື່ອເຮົາຈະໄດ້ຮັບການຊ່ວຍໃຫ້ລອດ.
ແນ່ນອນວ່າພະເຍຊູບໍ່ໄດ້ຊ່ວຍເຮົາໃຫ້ລອດຈາກການຈົມນ້ຳ. ພະອົງຊ່ວຍເຮົາໃຫ້ລອດຈາກຫຍັງ?— ລູກຈື່ໄດ້ບໍ?— ຈາກບາບແລະຄວາມຕາຍທີ່ພວກເຮົາໝົດທຸກຄົນໄດ້ຮັບຈາກອາດາມ. ເຖິງແມ່ນວ່າບາງຄົນໄດ້ເຮັດສິ່ງທີ່ຊົ່ວຮ້າຍຫຼາຍ ພະເຍຊູກໍຕາຍເພື່ອເຂົາເຈົ້ານຳ. ລູກຈະສ່ຽງຊີວິດຂອງຕົນເອງເພື່ອພະຍາຍາມປົກປ້ອງຊີວິດຂອງຄົນແບບນັ້ນບໍ?—
ຄຳພີໄບເບິນກ່າວວ່າ: “ເຫດວ່າບໍ່ເຄີຍມີຜູ້ໜຶ່ງຜູ້ໃດຈະຕາຍແທນຄົນຊອບທຳ ຫາກວ່າມີຜູ້ໜຶ່ງທີ່ອາດຈະຕາຍແທນຄົນດີ [ກໍໄດ້].” ເຖິງຢ່າງນັ້ນ ຄຳພີໄບເບິນອະທິບາຍວ່າພະເຍຊູ “ຕາຍແທນຄົນຊົ່ວຮ້າຍທັງຫຼາຍ [“ຄົນທີ່ດູຖູກພະເຈົ້າ,” ລ.ມ.].” ນັ້ນລວມເຖິງຜູ້ທີ່ບໍ່ໄດ້ຮັບໃຊ້ພະເຈົ້ານຳອີກ! ຄຳພີໄບເບິນຍັງກ່າວຕື່ມວ່າ: “ເມື່ອເຮົາທັງຫຼາຍຍັງເປັນຄົນບາບ [ຍັງເຮັດສິ່ງຊົ່ວຢູ່] ພະຄລິດໄດ້ຕາຍແທນພວກເຮົາ.”—ໂລມ 5:6-8.
ລູກຄິດພໍ້ອັກຄະສາວົກຄົນໃດບໍທີ່ຄັ້ງໜຶ່ງເຄີຍເຮັດສິ່ງທີ່ຊົ່ວຮ້າຍຫຼາຍ?— ອັກຄະສາວົກຄົນນັ້ນຂຽນວ່າ: “ພະຄລິດເຍຊູໄດ້ສະເດັດເຂົ້າມາໃນໂລກເພື່ອຈະໄດ້ຊ່ອຍຄົນບາບທັງຫຼາຍໃຫ້ພົ້ນ. ແລະໃນຄົນບາບທັງຫຼາຍນັ້ນເຮົາເປັນຕົ້ນ.” ອັກຄະສາວົກທີ່ເວົ້າແບບນັ້ນແມ່ນໂປໂລ. ລາວເວົ້າວ່າລາວເຄີຍ “ເປັນຄົນໂງ່” ແລະບອກວ່າລາວເຄີຍ “ຕິດຕາມຄວາມຊົ່ວຮ້າຍ.”—1 ຕີໂມເຕ 1:15; ຕິໂຕ 3:3.
ລອງຄິດເບິ່ງວ່າພະເຈົ້າມີຄວາມຮັກອັນຍິ່ງໃຫຍ່ສ່ຳໃດທີ່ສົ່ງລູກຊາຍຂອງພະອົງມາຕາຍແທນຄົນແບບນັ້ນ! ຂໍໃຫ້ຈັບເອົາຄຳພີໄບເບິນຂອງລູກແລະອ່ານເລື່ອງນີ້ຢູ່ພະທຳໂຢຮັນບົດທີ 3 ຂໍ້ 16. ຂໍ້ນັ້ນບອກວ່າ: “ພະເຈົ້າໄດ້ຮັກມະນຸດສະໂລກ [ກໍຄືຜູ້ທີ່ອາໄສຢູ່ເທິງແຜ່ນດິນໂລກ] ຫຼາຍປານນັ້ນຈົນໄດ້ປະທານໃຫ້ພະບຸດອົງດຽວຂອງພະອົງ ເພື່ອຄົນທຸກຄົນທີ່ເຊື່ອໃນພະບຸດນັ້ນຈະບໍ່ຈິບຫາຍ ແຕ່ວ່າຈະມີຊີວິດອັນຕະຫຼອດໄປເປັນນິດ.”
ພະເຍຊູໄດ້ທົນທຸກທໍລະມານກັບສິ່ງໃດແດ່ເມື່ອພະອົງເສຍສະລະຊີວິດເພື່ອພວກເຮົາ?
ພະເຍຊູພິສູດວ່າພະອົງມີຄວາມຮັກຕໍ່ເຮົາແບບດຽວກັບທີ່ພໍ່ຂອງພະອົງມີ. ລູກອາດຈື່ໄດ້ວ່າໃນບົດທີ 30 ເຮົາອ່ານເລື່ອງທີ່ພະເຍຊູຕ້ອງທົນທຸກທໍລະມານໃນຄືນທີ່ພະອົງຖືກຈັບ. ພະອົງຖືກພາໄປເຮືອນຂອງທ່ານກາອີເຟປະໂລຫິດໃຫຍ່ ເຊິ່ງເປັນບ່ອນທີ່ພະອົງຖືກໄຕ່ສວນຄະດີ. ມີການນຳເອົາພະຍານປອມເຂົ້າມາເພື່ອເວົ້າເລື່ອງຂີ້ຕົວະກ່ຽວກັບພະເຍຊູ ແລະຜູ້ຄົນຕີພະອົງດ້ວຍກຳປັ້ນ. ນັ້ນເປັນຕອນທີ່ທ່ານເປໂຕປະຕິເສດວ່າບໍ່ຮູ້ຈັກພະເຍຊູ. ບັດນີ້ໃຫ້ສົມມຸດວ່າເຮົາຢູ່ທີ່ນັ້ນແລະສາມາດເຫັນເຫດການອື່ນໆອີກທີ່ເກີດຂຶ້ນ.
ຟ້າແຈ້ງແລ້ວ. ພະເຍຊູບໍ່ໄດ້ນອນໝົດຄືນ. ເນື່ອງຈາກການພິຈາລະນາໃນຄືນນັ້ນເປັນແບບທີ່ບໍ່ຖືກຕ້ອງ ພວກປະໂລຫິດຈຶ່ງຟ້າວເອີ້ນສະມາຊິກສານຊັນເຮດຣິນ ຫຼືສານສູງຂອງຢິວໃຫ້ມາປະຊຸມກັນ ແລະຈັດໃຫ້ມີການພິຈາລະນາຄະດີເທື່ອໃໝ່. ອີກຄັ້ງໜຶ່ງທີ່ເຂົາເຈົ້າກ່າວຫາພະເຍຊູວ່າເຮັດຄວາມຜິດຕໍ່ພະເຈົ້າ.
ຈາກນັ້ນພວກປະໂລຫິດໄດ້ມັດພະເຍຊູ ແລະເຂົາເຈົ້າພາພະອົງໄປຫາທ່ານພີລາດເຊິ່ງເປັນເຈົ້າແຂວງຄົນໂລມ. ເຂົາເຈົ້າບອກທ່ານພີລາດວ່າ: ‘ພະເຍຊູຕໍ່ຕ້ານລັດຖະບານ. ລາວສົມຄວນຖືກປະຫານ.’ ແຕ່ທ່ານພີລາດສາມາດເຫັນໄດ້ວ່າພວກປະໂລຫິດກຳລັງຕົວະ. ດັ່ງນັ້ນ ທ່ານພີລາດຈຶ່ງບອກເຂົາເຈົ້າວ່າ: ‘ຂ້ອຍບໍ່ໄດ້ພົບເຫັນຄວາມຜິດຫຍັງໃນຕົວຊາຍຄົນນີ້. ຂ້ອຍຈະປ່ອຍລາວໄປ.’ ແຕ່ພວກປະໂລຫິດແລະຄົນອື່ນໆຮ້ອງຂຶ້ນວ່າ ‘ປ່ອຍໄປບໍ່ໄດ້! ຈົ່ງປະຫານລາວເຖີ້ນ!’
ຈາກນັ້ນ ທ່ານພີລາດກໍພະຍາຍາມຈະບອກຄົນເຫຼົ່ານັ້ນອີກວ່າລາວຈະປ່ອຍພະເຍຊູໃຫ້ເປັນອິດສະຫຼະ. ແຕ່ພວກປະໂລຫິດຍົວະຝູງຊົນໃຫ້ຮ້ອງຂຶ້ນວ່າ: ‘ຖ້າທ່ານປ່ອຍລາວໄປ ທ່ານກໍຕໍ່ຕ້ານລັດຖະບານເຊັ່ນດຽວກັນ! ປະຫານລາວແມ!’ ຝູງຊົນພາກັນຮ້ອງດັງຟົດຂຶ້ນ. ລູກຮູ້ບໍວ່າທ່ານພີລາດເຮັດແນວໃດ?—
ລາວຍອມເຮັດຕາມ. ທຳອິດ ລາວສັ່ງໃຫ້ຂ້ຽນພະເຍຊູ. ຈາກນັ້ນລາວມອບພະເຍຊູໃຫ້ທະຫານເພື່ອເອົາໄປປະຫານ. ເຂົາເຈົ້າພາກັນເອົາມຸງກຸດທີ່ເປັນໜາມມາສຸບໃສ່ຫົວພະເຍຊູແລະຢອກລໍ້ພະອົງໂດຍການຄູ້ເຂົ່າລົງຕໍ່ໜ້າພະອົງ. ຕໍ່ມາເຂົາເຈົ້າກໍໃຫ້ພະເຍຊູແບກຫຼັກເສົາໃຫຍ່ຫຼືຫຼັກເສົາທໍລະມານ ແລະພາພະອົງອອກໄປຈາກເມືອງໄປບ່ອນທີ່ເອີ້ນວ່າກະດູກຫົວ. ຢູ່ທີ່ນັ້ນເຂົາເຈົ້າຕອກມືແລະຕີນຂອງພະເຍຊູຕິດກັບເສົາທໍລະມານ. ຈາກນັ້ນກໍຍົກຫຼັກທໍລະມານຕັ້ງຂຶ້ນເພື່ອພະເຍຊູຈະຖືກຄຶງຢູ່ເທິງຫຼັກນັ້ນ. ເລືອດຂອງພະອົງໄຫຼອອກ. ຄວາມເຈັບປວດນີ້ສາຫັດຫຼາຍ.
ພະເຍຊູບໍ່ໄດ້ສິ້ນຊີວິດໂດຍທັນທີ. ພະອົງຖືກຄຶງຢູ່ຫຼັກທໍລະມານນັ້ນ. ພວກປະໂລຫິດໃຫຍ່ພາກັນເຍາະເຍີ້ຍພະອົງ. ແລະຄົນທີ່ເດີນທາງຜ່ານໄປມາກໍເວົ້າວ່າ: ‘ຖ້າເຈົ້າເປັນລູກຂອງພະເຈົ້າຈົ່ງລົງມາຈາກຫຼັກທໍລະມານເຖີ້ນ!” ແຕ່ພະເຍຊູຮູ້ວ່າຜູ້ເປັນພໍ່ສົ່ງພະອົງມາເພື່ອເຮັດຫຍັງ. ພະອົງຮູ້ວ່າຕ້ອງສະລະຊີວິດທີ່ສົມບູນແບບຂອງຕົນເອງເພື່ອພວກເຮົາຈະມີໂອກາດໄດ້ຮັບຊີວິດຕະຫຼອດໄປ. ໃນທີ່ສຸດ ປະມານບ່າຍສາມໂມງຂອງມື້ນັ້ນ ພະເຍຊູຮ້ອງຫາພໍ່ດ້ວຍສຽງດັງແລ້ວກໍສິ້ນຊີວິດ.—ມັດທາຍ 26:36–27:50; ມາລະໂກ 15:1; ລືກາ 22:39–23:46; ໂຢຮັນ 18:1–19:30.
ພະເຍຊູຈັ່ງແມ່ນແຕກຕ່າງແທ້ໆຈາກອາດາມ! ອາດາມບໍ່ໄດ້ສະແດງຄວາມຮັກຕໍ່ພະເຈົ້າ. ລາວບໍ່ເຊື່ອຟັງພະເຈົ້າທັງບໍ່ໄດ້ສະແດງຄວາມຮັກຕໍ່ເຮົາ. ເນື່ອງຈາກອາດາມເຮັດບາບ ເຮົາໝົດທຸກຄົນຈຶ່ງເກີດມາເປັນຄົນບາບ. ແຕ່ພະເຍຊູສະແດງຄວາມຮັກຕໍ່ພະເຈົ້າແລະຕໍ່ເຮົານຳ. ພະອົງເຊື່ອຟັງພະເຈົ້າສະເໝີ. ແລະພະອົງໄດ້ເສຍສະລະຊີວິດຂອງຕົນເອງເພື່ອຈະກຳຈັດຄວາມເສຍຫາຍທີ່ອາດາມເຮັດກັບພວກເຮົາໃຫ້ໝົດໄປ.
ເຮົາສາມາດເຮັດສິ່ງໃດແດ່ເພື່ອສະແດງໃຫ້ເຫັນວ່າເຮົາຮັກພະເຍຊູ?
ລູກຮູ້ສຶກຂອບໃຈສຳລັບສິ່ງດີເລີດທີ່ພະເຍຊູເຮັດບໍ?— ເມື່ອລູກອະທິດຖານເຖິງພະເຈົ້າ ລູກຂອບໃຈພະອົງທີ່ໄດ້ມອບລູກຊາຍເພື່ອພວກເຮົາບໍ?— ອັກຄະສາວົກໂປໂລຮູ້ຄຸນຄ່າໃນສິ່ງທີ່ພະຄລິດເຮັດເພື່ອລາວ. ໂປໂລຂຽນວ່າລູກຊາຍຂອງພະເຈົ້າ “ຮັກເຮົາ ແລະໄດ້ມອບພະອົງເອງໄວ້ແທນເຮົາ.” (ຄາລາຊີ 2:20) ພະເຍຊູຕາຍເພື່ອລູກແລະເພື່ອພໍ່ (ແມ່) ນຳ. ພະອົງເສຍສະລະຊີວິດທີ່ສົມບູນແບບເພື່ອພວກເຮົາສາມາດມີຊີວິດຕະຫຼອດໄປໄດ້! ແນ່ນອນວ່ານັ້ນຄືເຫດຜົນອັນໜັກແໜ້ນທີ່ວ່າເປັນຫຍັງເຮົາຄວນຮັກພະເຍຊູ.
ອັກຄະສາວົກໂປໂລຂຽນເຖິງບັນດາຄລິດສະຕຽນທີ່ຢູ່ໃນເມືອງໂກລິນໂທວ່າ: “ດ້ວຍວ່າຄວາມຮັກຂອງພະຄລິດກະຕຸ້ນເຮົາ” ຄວາມຮັກຂອງພະຄລິດຄວນກະຕຸ້ນເຮົາໃຫ້ເຮັດຫຍັງ?— ຂໍໃຫ້ສັງເກດເບິ່ງຄຳຕອບຂອງທ່ານໂປໂລທີ່ວ່າ: “ພະອົງໄດ້ຕາຍແທນຄົນທັງປວງ ເພື່ອຄົນທັງຫຼາຍທີ່ມີຊີວິດຢູ່ຈະມີຊີວິດຕໍ່ໄປບໍ່ໃຊ່ສຳລັບຕົວເອງ ແຕ່ວ່າສຳລັບພະອົງຜູ້ໄດ້ຕາຍ.”—2 ໂກລິນໂທ 5:14, ລ.ມ.; 15.
ລູກຄິດອອກບໍວ່າມີວິທີໃດແດ່ທີ່ເຮົາສາມາດສະແດງໃຫ້ເຫັນວ່າເຮົາມີຊີວິດເພື່ອເຮັດໃຫ້ພະຄລິດພໍໃຈ?— ທີ່ຈິງວິທີໜຶ່ງກໍຄືໂດຍການບອກຄົນອື່ນໃນສິ່ງທີ່ລູກໄດ້ຮຽນຮູ້ກ່ຽວກັບພະອົງ. ຫຼືລອງຄິດໃນເລື່ອງນີ້ ລູກອາດຢູ່ເຮືອນຄົນດຽວ ດັ່ງນັ້ນພໍ່ຫຼືແມ່ບໍ່ສາມາດເຫັນໃນສິ່ງທີ່ລູກພວມເຮັດ ແລະຄົນອື່ນໆກໍບໍ່ສາມາດເຫັນລູກເຊັ່ນກັນ. ລູກຈະເບິ່ງລາຍການໂທລະພາບຫຼືສິ່ງຕ່າງໆທີ່ຢູ່ໃນອິນເຕີເນັດເຊິ່ງລູກຮູ້ວ່າພະເຍຊູຈະບໍ່ພໍໃຈບໍ?— ຂໍໃຫ້ຈື່ໄວ້ວ່າຕອນນີ້ພະເຍຊູມີຊີວິດຢູ່ ແລະພະອົງສາມາດເຫັນທຸກສິ່ງທີ່ເຮົາເຮັດ!
ໃຜສາມາດເຫັນທຸກສິ່ງທີ່ເຮົາເຮັດ?
ອີກເຫດຜົນໜຶ່ງທີ່ເຮົາຄວນຮັກພະເຍຊູກໍຄື ເຮົາຕ້ອງການຈະຮຽນແບບພະເຢໂຫວາ. ພະເຍຊູກ່າວວ່າ: “ພະບິດາຮັກເຮົາ.” ລູກຮູ້ບໍວ່າເປັນຫຍັງພະອົງຈຶ່ງຮັກພະເຍຊູແລະເປັນຫຍັງເຮົາຄວນຮັກພະເຍຊູຄືກັນ?— ກໍເພາະວ່າພະເຍຊູເຕັມໃຈທີ່ຈະເສຍສະລະຊີວິດຂອງຕົນເອງເພື່ອເຮັດໃຫ້ໃຈປະສົງຂອງພະເຈົ້າສຳເລັດ. (ໂຢຮັນ 10:17) ດັ່ງນັ້ນ ຂໍໃຫ້ເຮົາເຮັດໃນສິ່ງທີ່ຄຳພີໄບເບິນບອກເຮົາທີ່ວ່າ: “ຈົ່ງເປັນຜູ້ກະທຳຕາມແບບຢ່າງພະເຈົ້າເໝືອນເປັນລູກທີ່ຮັກຂອງພະເຈົ້າ ແລະຈົ່ງທຽວໄປໃນຄວາມຮັກເໝືອນດັ່ງພະຄລິດທັງມວນໄດ້ຮັກທ່ານທັງຫຼາຍແລະໄດ້ມອບພະອົງເອງໄວ້ແທນເຮົາທັງຫຼາຍ.”—ເອເຟດ 5:1, 2.
ເພື່ອສ້າງຄວາມຮູ້ຄຸນຄ່າຕໍ່ພະເຍຊູແລະຕໍ່ສິ່ງທີ່ພະອົງເຮັດເພື່ອພວກເຮົາ ຂໍໃຫ້ອ່ານພະທຳໂຢຮັນ 3:35; 15:9, 10; ແລະ 1 ໂຢຮັນ 5:11, 12.