ບົດທີ 21
ຂ້ອຍຈະເຮັດແນວໃດຖ້າຖືກພໍ່ແມ່ເວົ້າໃຫ້?
“ແມ່ຂ້ອຍເຮັດປານວ່າເປັນຕຳຫຼວດ ລາວມັກຈັບຜິດຂ້ອຍຕະຫຼອດ. ຕອນທີ່ຂ້ອຍເຮັດວຽກເຮືອນ ລາວກໍຈະກວດເບິ່ງວ່າມີບ່ອນໃດແດ່ທີ່ຍັງບໍ່ຮຽບຮ້ອຍ.”—ເຄຣກ
“ພໍ່ແມ່ມັກຈົ່ມໃຫ້ຂ້ອຍ. ເຂົາເຈົ້າຈົ່ມໄດ້ທຸກເລື່ອງແລະບອກວ່າຂ້ອຍບໍ່ເອົາຈິງເອົາຈັງໃນເລື່ອງຫຍັງເລີຍບໍ່ວ່າຈະເປັນເລື່ອງຮຽນ ເລື່ອງວຽກເຮືອນ ຫຼືເລື່ອງປະຊຸມ.”—ເຈມສ໌
ເບິ່ງຄືວ່າບໍ່ວ່າເຈົ້າຈະເຮັດຫຍັງກໍບໍ່ເຄີຍຖືກໃຈພໍ່ແມ່ເລີຍແມ່ນບໍ? ເຈົ້າຮູ້ສຶກຄືກັບວ່າພໍ່ແມ່ກຳລັງກວດສອບທຸກສິ່ງທີ່ເຈົ້າເຮັດດ້ວຍກ້ອງຈຸລະທັດ ແລະບໍ່ວ່າເຈົ້າຈະພະຍາຍາມສ່ຳໃດ ເຂົາເຈົ້າກໍບໍ່ເຄີຍພໍໃຈ.
ເຈົ້າໄດ້ຍິນພໍ່ແມ່ມັກຈົ່ມເລື່ອງໃດຫຼາຍທີ່ສຸດ?
□ ຫ້ອງນອນຄືຮົກຕະຫຼອດ.
□ ແຕ່ລະມື້ບໍ່ເຮັດຫຍັງ ເບິ່ງແຕ່ໂທລະທັດ.
□ ຈັ່ງແມ່ນນອນເດິກເອົາແທ້ເອົາວ່າ.
□ ຕື່ນສວາຍທຸກມື້ ໄປໂຮງຮຽນບໍ່ເຄີຍທັນ.
ໃຫ້ຂຽນໃສ່ທາງລຸ່ມວ່າເລື່ອງໃດທີ່ເຮັດໃຫ້ເຈົ້າລຳຄານຫຼາຍທີ່ສຸດ.
․․․․․
ເຈົ້າອາດຮູ້ສຶກລຳຄານທີ່ພໍ່ແມ່ມັກອອກຄຳສັ່ງແລະຈົ່ມໃຫ້ເຈົ້າ. ແຕ່ລອງຄິດເບິ່ງວ່າ ຖ້າພໍ່ແມ່ບໍ່ແນະນຳສັ່ງສອນເຈົ້າເລີຍ ເຈົ້າຄິດວ່າພໍ່ແມ່ຍັງສົນໃຈເຈົ້າບໍ? (ເຮັບເຣີ 12:8) ແທ້ໆແລ້ວ ຖ້າພໍ່ແມ່ສັ່ງສອນກໍສະແດງວ່າພໍ່ແມ່ຮັກເຈົ້າ. ຄຳພີໄບເບິນບອກວ່າພໍ່ຈະຕັກເຕືອນ “ລູກທີ່ຮັກ.”—ສຸພາສິດ 3:12
ເຈົ້າຄືຊິດີໃຈທີ່ພໍ່ແມ່ຮັກແລະພະຍາຍາມສອນເຈົ້າແມ່ນບໍ? ແທ້ໆແລ້ວ ເຈົ້າເອງກໍຍັງນ້ອຍແລະມີປະສົບການບໍ່ຫຼາຍ ດັ່ງນັ້ນເຈົ້າຈຳເປັນຕ້ອງໄດ້ຮັບການຕັກເຕືອນແກ້ໄຂ. ຖ້າບໍ່ມີໃຜຊີ້ນຳ ເຈົ້າອາດຍອມແພ້ໃຫ້ “ຄວາມຕ້ອງການທີ່ມີໃນໄວໜຸ່ມສາວ” ໄດ້ແບບງ່າຍໆ.—2 ຕີໂມທຽວ 2:22
ແຕ່ມັນເຈັບ!
ແນ່ນອນ “ຕອນທີ່ຖືກສັ່ງສອນນັ້ນບໍ່ມີຜູ້ໃດມັກຍ້ອນມັນເຈັບ.” (ເຮັບເຣີ 12:11) ການສັ່ງສອນອາດເບິ່ງຄືເຈັບປວດຫຼາຍໂດຍສະເພາະຊ່ວງທີ່ເຈົ້າເປັນໄວລຸ້ນ. ຍ້ອນຊ່ວງນັ້ນເຈົ້າກຳລັງເຕີບໃຫຍ່ ຮ່າງກາຍປ່ຽນແປງແລະຍັງບໍ່ຮູ້ຈັກໂຕເອງດີພໍ. ດັ່ງນັ້ນ ເມື່ອມີຄົນມາແນະນຳ ເຈົ້າຈຶ່ງອາດຮູ້ສຶກບໍ່ພໍໃຈເຖິງວ່າຄົນນັ້ນຈະຄິດຢ່າງຮອບຄອບແລະເວົ້າດີສ່ຳໃດກໍຕາມ.
ຄວາມຮູ້ສຶກນັ້ນອາດເກີດຂຶ້ນໄດ້ ຍ້ອນສິ່ງທີ່ຄົນອື່ນເວົ້າເຖິງເຈົ້າອາດສົ່ງຜົນຕໍ່ວິທີທີ່ເຈົ້າເບິ່ງໂຕເອງໂດຍສະເພາະຖ້າເປັນຄວາມຄິດເຫັນຂອງພໍ່ແມ່. ດັ່ງນັ້ນ ເມື່ອພໍ່ແມ່ແກ້ໄຂເຈົ້າຫຼືຈົ່ມກ່ຽວກັບສິ່ງທີ່ເຈົ້າເຮັດ ເຈົ້າຈຶ່ງຮູ້ສຶກບໍ່ດີຫຼືເສຍໃຈຫຼາຍ.
ຖ້າພໍ່ແມ່ບອກວ່າເຈົ້າເຮັດບໍ່ຖືກ ນັ້ນໝາຍຄວາມວ່າເຈົ້າເປັນຄົນທີ່ບໍ່ໄດ້ເລື່ອງຫຼືບໍ່ເຄີຍເຮັດຫຍັງດີເລີຍບໍ? ບໍ່. ມະນຸດທຸກຄົນເປັນຄົນບໍ່ສົມບູນແບບແລະເຮັດຜິດພາດຫຼາຍເທື່ອ. (ປັນຍາຈານ 7:20) ແລະເຮົາກໍມັກຮຽນຮູ້ຈາກຄວາມຜິດພາດນັ້ນ. (ໂຢບ 6:24) ແຕ່ເຈົ້າອາດຮູ້ສຶກວ່າເມື່ອເຈົ້າເຮັດດີ ພໍ່ແມ່ກໍຍ້ອງແຕ່ໜ້ອຍດຽວ. ແຕ່ເມື່ອເຈົ້າເຮັດຜິດພາດ ພໍ່ແມ່ພັດຈົ່ມແທ້ຈົ່ມວ່າ. ນີ້ອາດເຮັດໃຫ້ເຈົ້າຮູ້ສຶກເຈັບຫຼາຍ. ແຕ່ມັນກໍບໍ່ໄດ້ໝາຍຄວາມວ່າເຈົ້າເປັນຄົນທີ່ໃຊ້ບໍ່ໄດ້.
ເປັນຫຍັງພໍ່ແມ່ຈຶ່ງຈົ່ມໃຫ້ເຈົ້າ?
ບາງເທື່ອທີ່ພໍ່ແມ່ຈົ່ມຫຼາຍເກີນໄປກໍບໍ່ແມ່ນຍ້ອນເຈົ້າເຮັດບາງຢ່າງຜິດ ແຕ່ເປັນຍ້ອນພໍ່ແມ່ກຳລັງອາລົມບໍ່ດີຊື່ໆ. ແມ່ຂອງເຈົ້າເຮັດວຽກມາໝົດມື້ ຫຼືບໍ່ສະບາຍບໍ? ລາວກຳລັງຕໍ່ສູ້ກັບຄວາມເຈັບປ່ວຍບໍ? ຖ້າເປັນແນວນັ້ນ ລາວອາດຈະຈົ່ມໃຫ້ເຈົ້າຫຼາຍກວ່າປົກກະຕິຖ້າເຫັນວ່າຫ້ອງຂອງເຈົ້າບໍ່ສະອາດແລະບໍ່ເປັນລະບຽບ. ພໍ່ອາດໃຈຮ້າຍແລະອາລົມເສຍຍ້ອນຄອບຄົວມີບັນຫາເລື່ອງເງິນບໍເລີຍເຮັດໃຫ້ລາວເວົ້າແບບບໍ່ຄິດ “ຄືກັບດາບທີ່ສຽບແທງ.” (ສຸພາສິດ 12:18) ແມ່ນຢູ່ວ່າ ການຖືກຈົ່ມຢ່າງບໍ່ຍຸຕິທຳແບບນີ້ຈະເຮັດໃຫ້ຫງຸດຫງິດ ແຕ່ຖ້າເຈົ້າມີແຕ່ຄິດແບບນີ້ ກໍແຮ່ງຈະເຮັດໃຫ້ເຈົ້າອາລົມເສຍ. ລອງພະຍາຍາມໃຫ້ອະໄພແລະເບິ່ງຂ້າມຄວາມຜິດຂອງພໍ່ແມ່. ຂໍຈື່ໄວ້ວ່າ: “ພວກເຮົາທຸກຄົນເຮັດຜິດພາດຢູ່ເລື້ອຍໆ. ຖ້າຜູ້ໃດບໍ່ຜິດພາດເລີຍໃນຄຳເວົ້າ ລາວກໍເປັນຄົນສົມບູນແບບແລ້ວ.”—ຢາໂກໂບ 3:2
ເນື່ອງຈາກຄວາມບໍ່ສົມບູນແບບ ພໍ່ແມ່ຈຶ່ງອາດຮູ້ສຶກວ່າເຂົາເຈົ້າເປັນພໍ່ແມ່ທີ່ບໍ່ດີພໍ. ໃນຄວາມເປັນຈິງເມື່ອເຈົ້າມີບັນຫາ ພໍ່ແມ່ກໍມັກຄິດວ່າຍ້ອນເຂົາເຈົ້າເອງທີ່ບໍ່ໄດ້ເລື່ອງ. ຕົວຢ່າງເຊັ່ນ ເມື່ອລູກມີຜົນການຮຽນທີ່ບໍ່ດີ ແມ່ອາດຈົ່ມໃຫ້ລູກ. ແຕ່ແທ້ໆແລ້ວແມ່ກຳລັງຄິດວ່າ: ‘ຂ້ອຍເປັນແມ່ທີ່ບໍ່ດີແລະເອົາໃຈໃສ່ລູກຍັງບໍ່ດີພໍເລີຍເຮັດໃຫ້ລູກມີຜົນການຮຽນທີ່ບໍ່ດີ.’
ໃຫ້ໃຈເຢັນໆເມື່ອຖືກສັ່ງສອນ
ເມື່ອຖືກພໍ່ແມ່ເວົ້າໃຫ້ບໍ່ວ່າຈະຍ້ອນເຫດຜົນໃດ ເຈົ້າກໍຄືຊິຢາກຮູ້ວ່າຈະອົດທົນແລະຮັບມືກັບເລື່ອງນີ້ໄດ້ແນວໃດ? ທຳອິດ ຢ່າຖຽງຄືນ. ສຸພາສິດ 17:27 ບອກວ່າ: “ຄົນທີ່ມີຄວາມຮູ້ຈະລະວັງຄຳເວົ້າຂອງໂຕເອງ ແລະຄົນທີ່ມີຄວາມເຂົ້າໃຈຈະໃຈເຢັນໆ.” ເຈົ້າຈະ “ໃຈເຢັນ” ໄດ້ແນວໃດເມື່ອຖືກເວົ້າໃຫ້? ລອງເຮັດຕາມວິທີນີ້ເບິ່ງ:
ຕັ້ງໃຈຟັງ. ແທນທີ່ຈະຟ້າວແກ້ໂຕຫຼືອະທິບາຍວ່າເຈົ້າບໍ່ໄດ້ເຮັດຫຍັງຜິດ ໃຫ້ພະຍາຍາມຄວບຄຸມອາລົມແລະຕັ້ງໃຈຟັງສິ່ງທີ່ພໍ່ແມ່ເວົ້າ. ຢາໂກໂບບອກຄລິດສະຕຽນໃຫ້ “ໄວໃນການຟັງ ຊ້າໃນການເວົ້າ ແລະຊ້າໃນການຮ້າຍ.” (ຢາໂກໂບ 1:19) ຖ້າພໍ່ແມ່ກຳລັງເວົ້າແລ້ວເຈົ້າຖຽງຄືນ ເຂົາເຈົ້າຈະຄິດວ່າເຈົ້າບໍ່ຢາກຟັງເຂົາເຈົ້າ. ແລ້ວເຂົາເຈົ້າກໍແຮ່ງຈະອາລົມເສຍແລະຈົ່ມໃຫ້ເຈົ້າຫຼາຍຂຶ້ນ.
ຄິດດີໆ. ບາງເທື່ອເຈົ້າອາດຄິດວ່າພໍ່ແມ່ເວົ້າແບບບໍ່ໄດ້ຄິດເຖິງຄວາມຮູ້ສຶກຂອງເຈົ້າເລີຍ. ແທນທີ່ຈະຄິດເຖິງນ້ຳສຽງແລະທ່າທີທີ່ພໍ່ແມ່ເວົ້າກັບເຈົ້າ ຂໍໃຫ້ສົນໃຈເລື່ອງທີ່ເຂົາເຈົ້າເວົ້າ. ແລ້ວຄິດດີໆວ່າ: ‘ເລື່ອງທີ່ພໍ່ແມ່ຈົ່ມໃຫ້ຂ້ອຍ ມີເລື່ອງໃດແດ່ທີ່ເປັນຄວາມຈິງ? ຂ້ອຍເຄີຍໄດ້ຍິນພໍ່ແມ່ຈົ່ມເລື່ອງນີ້ມາກ່ອນບໍ? ຈະເປັນຫຍັງບໍຖ້າຂ້ອຍເຮັດຕາມທີ່ພໍ່ແມ່ຕ້ອງການ?’ ຕອນນີ້ບໍ່ວ່າເຈົ້າຈະຮູ້ສຶກແນວໃດກໍຂໍໃຫ້ຈື່ໄວ້ວ່າ ພໍ່ແມ່ຕີສອນເຈົ້າກໍຍ້ອນຮັກເຈົ້າ. ຖ້າພໍ່ແມ່ຊັງເຈົ້າ ເຂົາເຈົ້າຈະບໍ່ສັ່ງສອນເຈົ້າເລີຍ.—ສຸພາສິດ 13:24
ຍອມຮັບຜິດ. ເມື່ອພໍ່ແມ່ຈົ່ມໃຫ້ເຈົ້າ ເຈົ້າຄວນຍອມຮັບຜິດແລະເວົ້າກັບເຂົາເຈົ້າດ້ວຍຄວາມນັບຖືວ່າ ເຈົ້າຈະເຮັດຕາມທີ່ເຂົາເຈົ້າບອກ. ຕົວຢ່າງເຊັ່ນ ເມື່ອແມ່ບອກວ່າ: “ເປັນຫຍັງຫ້ອງຄືຮົກແທ້. ຖ້າຍັງບໍ່ມ້ຽນໃຫ້ຮຽບຮ້ອຍ ກໍບໍ່ຕ້ອງອອກໄປໃສ!” ເຈົ້າອາດຄິດວ່າຫ້ອງເຈົ້າກໍບໍ່ເຫັນວ່າຊິຮົກບ່ອນໃດ ແຕ່ຖ້າເຈົ້າບອກແມ່ແບບນັ້ນກໍຄືຊິມີເລື່ອງແທ້. ດັ່ງນັ້ນ ໃຫ້ພະຍາຍາມເຂົ້າໃຈຄວາມຄິດຂອງແມ່ ແລ້ວເວົ້າວ່າ: “ໂດຍ. ດຽວລູກຊິມ້ຽນຫ້ອງໃຫ້ຮຽບຮ້ອຍຕອນນີ້ເລີຍ.” ເມື່ອເຈົ້າຍອມຮັບຜິດແລະເຮັດຕາມທີ່ພໍ່ແມ່ບອກ ທຸກຢ່າງກໍຈະດີຂຶ້ນ.—ເອເຟໂຊ 6:1
ລໍຖ້າ. ໃຫ້ເຮັດຕາມສິ່ງທີ່ພໍ່ແມ່ບອກກ່ອນ ແລ້ວຈຶ່ງເວົ້າເຖິງເຫດຜົນຂອງເຈົ້າ. ຄຳພີໄບເບິນບອກວ່າ: “ຄົນທີ່ຄວບຄຸມຄຳເວົ້າຂອງໂຕເອງໄດ້ກໍເປັນຄົນຮອບຄອບ.” (ສຸພາສິດ 10:19) ເມື່ອພໍ່ແມ່ເຫັນວ່າເຈົ້າເຊື່ອຟັງເຂົາເຈົ້າແທ້ໆ ເຂົາເຈົ້າກໍຈະຍອມຟັງເຈົ້າຫຼາຍຂຶ້ນ.
ໃນ 4 ວິທີນີ້ ເຈົ້າຄິດວ່າວິທີໃດເຮັດຕາມຍາກທີ່ສຸດ. ․․․․․
ຄຸ້ມຄ່າທີ່ຈະອົດທົນ
ຖ້າເຈົ້າຕ້ອງອົດທົນກັບຄວາມລຳບາກແລ້ວໄດ້ສິ່ງທີ່ມີຄ່າເຊັ່ນ ຄຳ ເຈົ້າຈະຍອມລຳບາກບໍ? ຄຳພີໄບເບິນບອກວ່າສະຕິປັນຍາມີຄ່າຫຼາຍກວ່າຊັບສົມບັດໃດໆ. (ສຸພາສິດ 3:13, 14) ແຕ່ເຈົ້າຈະໄດ້ສະຕິປັນຍານັ້ນແນວໃດ? ສຸພາສິດ 19:20 ບອກວ່າ: “ໃຫ້ຟັງຄຳແນະນຳແລະຍອມຮັບຄຳສັ່ງສອນ ເພື່ອໃນອະນາຄົດເຈົ້າຈະໄດ້ເປັນຄົນສະຫຼາດ.” ແນ່ນອນວ່າ ຕອນທີ່ມີຄົນມາແນະນຳສັ່ງສອນ ເຈົ້າອາດຈະບໍ່ມັກ. ແຕ່ຖ້າເຈົ້າເບິ່ງວ່າຄຳແນະນຳນັ້ນມີປະໂຫຍດເຖິງແມ່ນຈະໜ້ອຍດຽວ ແລະພະຍາຍາມເຮັດຕາມ ເຈົ້າກໍຈະໄດ້ສິ່ງທີ່ມີຄ່າຫຼາຍກວ່າຄຳອີກ.
ເປັນເລື່ອງທຳມະດາທີ່ເຈົ້າຈະຖືກຈົ່ມຫຼືວິພາກວິຈານ. ຕອນນີ້ຄົນທີ່ຈົ່ມໃຫ້ເຈົ້າຫຼືສັ່ງສອນເຈົ້າແມ່ນພໍ່ແມ່ແລະຄູອາຈານ. ໃນອະນາຄົດ ກໍຄືຊິແມ່ນນາຍຈ້າງແລະຄົນອື່ນໆທີ່ເຈົ້າຕິດຕໍ່ພົວພັນນຳ. ຖ້າເຈົ້າຮຽນຮູ້ທີ່ຈະຮັບມືໄດ້ເມື່ອຖືກພໍ່ແມ່ເວົ້າໃຫ້ ຕໍ່ໄປເມື່ອມີຄົນເວົ້າໃຫ້ເຈົ້າຕອນຢູ່ໂຮງຮຽນຫຼືຢູ່ບ່ອນເຮັດວຽກ ເຈົ້າເອງກໍຈະຮັບມືໄດ້ ຮູ້ວິທີປັບປຸງໂຕເອງໃຫ້ດີຂຶ້ນແລະມີຄວາມໝັ້ນໃຈຫຼາຍຂຶ້ນ. ເຫັນໄດ້ແຈ້ງວ່າການອົດທົນຕໍ່ຄຳຈົ່ມຫຼືຄຳວິພາກວິຈານເລັກໆນ້ອຍໆ ມັນຄຸ້ມຄ່າຫຼາຍແທ້ໆ!
ບ້ານເຈົ້າມີກົດລະບຽບຫຼາຍເກີນໄປບໍ? ເຈົ້າມີອິດສະຫຼະພໍບໍຫຼືຢາກມີຫຼາຍກວ່ານີ້? ແລ້ວຈະເຮັດແນວໃດດີ?
ຂໍ້ຄຳພີຫຼັກ
“ຄົນສະຫຼາດມັກຟັງແລະຮັບເອົາຄຳສັ່ງສອນ.”—ສຸພາສິດ 1:5
ຄຳແນະນຳ
ສິ່ງທີ່ຈະຊ່ວຍໃຫ້ເຈົ້າຍອມຮັບການສັ່ງສອນຈາກພໍ່ແມ່ແມ່ນ
● ຢ່າຄິດແຕ່ເລື່ອງທີ່ພໍ່ແມ່ຕຳໜິເຈົ້າ ໃຫ້ຄິດນຳວ່າລາວໄດ້ຊົມເຊີຍເຈົ້າແນວໃດແດ່.
● ຖ້າເຈົ້າບໍ່ເຂົ້າໃຈສິ່ງທີ່ພໍ່ແມ່ບອກຫຼືສິ່ງທີ່ພໍ່ແມ່ຄາດໝາຍຈາກເຈົ້າ ກໍໃຫ້ຖາມເຂົາເຈົ້າ.
ເຈົ້າຮູ້ບໍ . . . ?
ພໍ່ແມ່ບາງຄົນບໍ່ຮູ້ວ່າຈະສະແດງຄວາມຮັກຕໍ່ລູກແນວໃດ ຍ້ອນເຂົາເຈົ້າເອງກໍບໍ່ເຄີຍໄດ້ຮັບຄວາມຮັກແລະຄວາມອົບອຸ່ນຈາກພໍ່ແມ່ຄືກັນ.
ແຜນພາກປະຕິບັດ!
ເທື່ອຕໍ່ໄປທີ່ພໍ່ແມ່ເວົ້າໃຫ້ຂ້ອຍ ຂ້ອຍຈະ ․․․․․
ຖ້າຂ້ອຍຮູ້ສຶກວ່າພໍ່ແມ່ເວົ້າໃຫ້ຂ້ອຍຫຼາຍເກີນໄປ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເປັນຫຍັງເຈົ້າຈຶ່ງຮູ້ສຶກວ່າເປັນເລື່ອງຍາກທີ່ຈະຍອມຮັບຄຳຕຳໜິ?
● ອັນໃດເຮັດໃຫ້ພໍ່ແມ່ຈົ່ມໃຫ້ເຈົ້າ?
● ເມື່ອມີຄົນໃຫ້ຄຳແນະນຳ ເຈົ້າຈະເຮັດແນວໃດຈຶ່ງຈະໄດ້ຮັບປະໂຫຍດ?
[ຖ້ອຍຄຳທີ່ຍົກມາໜ້າ 177]
“ແຕ່ກ່ອນແມ່ມັກຮ້ອງໃສ່ຂ້ອຍ ແລະຂ້ອຍກໍຈະສວນກັບທັນທີ. ແຕ່ຕອນນີ້ຂ້ອຍພະຍາຍາມເຮັດຕາມຄຳແນະນຳໃນຄຳພີໄບເບິນແລະກໍໄດ້ຜົນ. ທັດສະນະຂອງແມ່ເລີ່ມປ່ຽນໄປ. ຂ້ອຍເລີ່ມເຂົ້າໃຈແມ່ຫຼາຍຂຶ້ນ ແລະຄວາມສຳພັນຂອງເຮົາກໍດີຂຶ້ນ.“—ມາລີນ
[ຮູບພາບໜ້າ 180]
ຖ້າເຈົ້າເບິ່ງອອກວ່າຄຳແນະນຳທີ່ໄດ້ຮັບມີປະໂຫຍດແມ່ນແຕ່ໜ້ອຍດຽວ ເຈົ້າກໍຈະໄດ້ສິ່ງທີ່ມີຄ່າຫຼາຍກວ່າຄຳ