ບົດທີ 3
ຂ້ອຍຈະມີອິດສະຫຼະຫຼາຍຂຶ້ນໄດ້ແນວໃດ?
“ຂ້ອຍປາຖະໜາໃຫ້ພໍ່ແມ່ປ່ອຍໃຫ້ຂ້ອຍໄປບ່ອນຕ່າງໆດ້ວຍຕົວເອງໃນບາງໂອກາດ.”—ນາງ ຊາຣາ ອາຍຸ 18 ປີ.
“ຂ້ອຍຖາມພໍ່ແມ່ຕະຫຼອດວ່າເປັນຫຍັງພວກເພິ່ນຈຶ່ງບໍ່ເຊື່ອໃຈຂ້ອຍເມື່ອຂ້ອຍຢາກອອກໄປຫຼິ້ນນຳໝູ່. ຫຼາຍຄັ້ງພວກເພິ່ນຕອບວ່າ: ‘ພໍ່ແມ່ເຊື່ອໃຈລູກ. ພໍ່ແມ່ພຽງແຕ່ບໍ່ເຊື່ອໃຈໝູ່ຂອງລູກ.’”—ນາງ ຄລິດສະຕິນ ອາຍຸ 18 ປີ.
ຄືກັບຊາຣາແລະຄລິດສະຕິນ ເຈົ້າປາຖະໜາທີ່ຈະໄດ້ອິດສະຫຼະຫຼາຍຂຶ້ນບໍ? ເພື່ອຈະໄດ້ອິດສະຫຼະຕື່ມອີກ ເຈົ້າຈຳເປັນຕ້ອງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພໍ່ແມ່. ແຕ່ຄວາມໄວ້ເນື້ອເຊື່ອໃຈປຽບຄືກັນກັບເງິນ. ການຫາເງິນແມ່ນຍາກ ການສູນເສຍເງິນພັດງ່າຍ ແລະບໍ່ວ່າຈະໄດ້ຮັບເງິນຫຼາຍປານໃດກໍຕາມ ເບິ່ງຄືວ່າມັນບໍ່ເຄີຍ ພໍຈັກເທື່ອ. ນາງ ເອເລຍນາ ອາຍຸ 16 ປີເລົ່າວ່າ: “ເມື່ອໃດກໍຕາມທີ່ຂ້ອຍຢາກອອກໄປນອກບ້ານ ພໍ່ແມ່ຈະສໍ້ຖາມເປັນຊຸດຄຳຖາມເຊັ່ນວ່າ ຂ້ອຍຈະໄປໃສ ຂ້ອຍຈະໄປກັບໃຜ ຂ້ອຍຈະໄປເຮັດຫຍັງຢູ່ຫັ້ນ ແລະຈະກັບມາຈັກໂມງ. ຂ້ອຍຮູ້ວ່າພວກເພິ່ນແມ່ນພໍ່ແມ່ຂ້ອຍ ແຕ່ວ່າມັນເຮັດໃຫ້ຂ້ອຍໃຈຮ້າຍເມື່ອພວກເພິ່ນຖາມຂ້ອຍແບບນັ້ນ!”
ເຈົ້າສາມາດເຮັດຫຍັງໄດ້ແດ່ເພື່ອໃຫ້ພໍ່ແມ່ໄວ້ເນື້ອເຊື່ອໃຈຫຼາຍຂຶ້ນແລະໃຫ້ອິດສະຫຼະເຈົ້າຕື່ມອີກ? ກ່ອນທີ່ຈະຕອບຄຳຖາມນີ້ ຂໍໃຫ້ມາເບິ່ງນຳກັນເຖິງສາເຫດທີ່ວ່າຄວາມໄວ້ເນື້ອເຊື່ອໃຈເປັນເລື່ອງທີ່ຍາກຫຼາຍລະຫວ່າງພໍ່ແມ່ຫຼາຍຄົນແລະລູກຂອງຕົນ.
ຄວາມຫຍຸ້ງຍາກໃນຂະນະທີ່ເຕີບໃຫຍ່ຂຶ້ນ
ຄຳພີໄບເບິນກ່າວວ່າ: “ຜູ້ຊາຍຈະລາພໍ່ແມ່ແຫ່ງຕົນ.” (ຕົ້ນເດີມ 2:24) ແນ່ນອນວ່າສິ່ງດຽວກັນນີ້ສາມາດເວົ້າໄດ້ກັບຜູ້ຍິງ. ບໍ່ວ່າເຈົ້າຈະເປັນຜູ້ຊາຍຫຼື ຜູ້ຍິງ ຈຸດປະສົງສຳຄັນທີ່ສຸດອັນໜຶ່ງຂອງໄວໜຸ່ມສາວແມ່ນເພື່ອກຽມເຈົ້າໄວ້ສຳລັບການເຂົ້າສູ່ໄວຜູ້ໃຫຍ່ ເຊິ່ງກໍຄືເວລາທີ່ເຈົ້າຈະກຽມຍ້າຍອອກຈາກເຮືອນແລະບາງທີສ້າງຄອບຄົວຂອງຕົນເອງ.a
ແນວໃດກໍຕາມ ການປ່ຽນແປງໄປສູ່ໄວຜູ້ໃຫຍ່ບໍ່ໄດ້ເປັນຄືກັບປະຕູທີ່ເຈົ້າພຽງແຕ່ຍ່າງຜ່ານເຂົ້າໄປເມື່ອຮອດອາຍຸນັ້ນ. ການກ້າວເຂົ້າສູ່ໄວຜູ້ໃຫຍ່ເປັນຄືກັບຂັ້ນໄດທີ່ເຈົ້າຕ້ອງປີນຂຶ້ນເທື່ອລະຂັ້ນຕະຫຼອດໄລຍະໄວໜຸ່ມສາວຂອງເຈົ້າ. ນອກຈາກນັ້ນ ເຈົ້າກັບພໍ່ແມ່ອາດມີຄວາມຄິດເຫັນທີ່ຂັດແຍ່ງກັນໃນຂະນະທີ່ເຈົ້າກ້າວຂຶ້ນຂັ້ນໄດນັ້ນ. ຍິງສາວຊື່ເມີເຣຍຮູ້ສຶກວ່າ ລາວບໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈໃນເລື່ອງການເລືອກໝູ່ເພື່ອນ ລາວເວົ້າວ່າ: “ຂ້ອຍອາຍຸ 20 ປີ ແລະເລື່ອງນີ້ຍັງເປັນປະເດັນ! ພໍ່ແມ່ຄິດວ່າຂ້ອຍຈະບໍ່ເຂັ້ມແຂງພໍທີ່ຈະເວັ້ນໜີຈາກສະຖານະການຢ່າງໜຶ່ງທີ່ຊົ່ວຮ້າຍ. ຂ້ອຍພະຍາຍາມບອກພໍ່ແມ່ວ່າຂ້ອຍໄດ້ ເວັ້ນໜີຈາກສະຖານະການທີ່ຊົ່ວຮ້າຍຕ່າງໆແລ້ວ ແຕ່ນັ້ນຍັງບໍ່ດີພຽງພໍສຳລັບພວກເພິ່ນ!”
ຄຳຄິດເຫັນຂອງເມີເຣຍເປີດເຜີຍວ່າ ປະເດັນເລື່ອງຄວາມໄວ້ເນື້ອເຊື່ອໃຈອາດກໍ່ໃຫ້ເກີດຄວາມເຄັ່ງຕຶງລະຫວ່າງຄົນໜຸ່ມສາວແລະພໍ່ແມ່. ນັ້ນເປັນຄວາມຈິງໃນຄອບຄົວຂອງເຈົ້າບໍ? ຖ້າເປັນຈິງ ເຈົ້າຈະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພໍ່ແມ່ຕື່ມອີກໄດ້ແນວໃດ? ແລະຖ້າເຈົ້າໄດ້ເຮັດໃຫ້ພໍ່ແມ່ໝົດຄວາມໄວ້ເນື້ອເຊື່ອໃຈຍ້ອນການກະທຳບາງຢ່າງທີ່ບໍ່ສະຫຼາດສຸຂຸມໃນສ່ວນຂອງເຈົ້າເອງ ເຈົ້າສາມາດເຮັດຫຍັງໄດ້ແດ່ເພື່ອຈະໄດ້ຄວາມໄວ້ເນື້ອເຊື່ອໃຈຄືນອີກ?
ພິສູດຕົວເອງວ່າໄວ້ເນື້ອເຊື່ອໃຈໄດ້
ອັກຄະສາວົກໂປໂລຂຽນໄປເຖິງຄລິດສະຕຽນໃນສະຕະວັດທຳອິດວ່າ: “ຈົ່ງໝັ່ນພິສູດຢືນຢັນຕົວທ່ານ.” (2 ໂກລິນໂທ 13:5, ລ.ມ.) ແມ່ນຢູ່ວ່າໂປໂລບໍ່ໄດ້ເຈາະຈົງໃສ່ໄວໜຸ່ມສາວເປັນຫຼັກ. ເຖິງຢ່າງນັ້ນກໍດີ ຫຼັກການນີ້ສາມາດເອົາໄປໃຊ້ນຳໄດ້. ຫຼາຍຄັ້ງຂຶ້ນຢູ່ກັບວ່າເຈົ້າໄດ້ພິສູດວ່າຕົວເອງໄວ້ໃຈໄດ້ສ່ຳໃດ ແລ້ວອິດສະຫຼະທີ່ເຈົ້າຈະໄດ້ກໍສ່ຳນັ້ນ. ບໍ່ໄດ້ໝາຍຄວາມວ່າເຈົ້າຕ້ອງດີຮອບດ້ານ. ເພາະໃນຕົວຈິງ ທຸກຄົນເຮັດຜິດພາດ. (ຜູ້ເທສະໜາປ່າວປະກາດ 7:20) ແຕ່ວ່າໂດຍລວມແລ້ວ ການປະພຶດຂອງເຈົ້າເປັນເຫດຜົນທີ່ພໍ່ແມ່ບໍ່ໄວ້ເນື້ອເຊື່ອໃຈເຈົ້າບໍ?
ຕົວຢ່າງເຊັ່ນ ໂປໂລຂຽນວ່າ: “ເຮົາ . . . ຢາກໄດ້ກະທຳຕາມຢ່າງສົມຄວນ (ສັດຊື່) ໃນການທັງປວງ.” (ເຫບເລີ 13:18) ຈົ່ງຖາມຕົວເອງວ່າ ‘ຂ້ອຍມີປະຫວັດແນວໃດໃນເລື່ອງຄວາມສັດຊື່ຕໍ່ພໍ່ແມ່ກ່ຽວກັບເລື່ອງທີ່ວ່າຂ້ອຍໄປໃສແລະເຮັດຫຍັງ?’ ຂໍໃຫ້ພິຈາລະນາຄຳຄິດເຫັນຂອງໜຸ່ມສາວຈຳນວນໜຶ່ງທີ່ສຳນຶກວ່າເຂົາເຈົ້າຈຳເປັນຕ້ອງໄດ້ເຮັດການປ່ຽນແປງໃນເລື່ອງນີ້. ຫຼັງຈາກທີ່ອ່ານຄຳຄິດເຫັນຂອງເຂົາເຈົ້າແລ້ວ ຂໍໃຫ້ຕອບຄຳຖາມທີ່ຢູ່ທາງລຸ່ມນີ້.
ນາງ ລໍຣີ ເວົ້າວ່າ: “ຂ້ອຍລັກຕິດຕໍ່ທາງອີເມວກັບຊາຍໜຸ່ມຄົນໜຶ່ງທີ່ຂ້ອຍມັກ. ພໍ່ແມ່ຮູ້ເລື່ອງນີ້ແລະບອກໃຫ້ຂ້ອຍເຊົາເຮັດ. ຂ້ອຍສັນຍາວ່າຈະເຊົາ ແຕ່ຂ້ອຍກໍບໍ່ໄດ້ເຊົາ. ຂ້ອຍຍັງສົ່ງໃຫ້ລາວຕໍ່ໆໄປຈົນຮອດໜຶ່ງປີ. ຂ້ອຍສົ່ງອີເມວໃຫ້ຊາຍໜຸ່ມນັ້ນ ພໍ່ແມ່ໄດ້ຮູ້ ຂ້ອຍຂໍໂທດແລະສັນຍາວ່າຈະເຊົາເຮັດ ແຕ່ຈາກນັ້ນຂ້ອຍກໍເຮັດອີກ. ມັນຮອດຈຸດທີ່ວ່າພໍ່ແມ່ບໍ່ໄວ້ເນື້ອເຊື່ອໃຈຂ້ອຍຈັກເລື່ອງເລີຍ!”
ເຈົ້າຄິດວ່າ ເປັນຫຍັງພໍ່ແມ່ຂອງລໍຣີຈຶ່ງບໍ່ໄດ້ໄວ້ວາງໃຈລາວ? ․․․․․
ຖ້າເຈົ້າເປັນພໍ່ແມ່ຂອງລໍຣີ ເຈົ້າຈະເຮັດແນວໃດ ແລະເປັນຫຍັງຈຶ່ງເຮັດເຊັ່ນນັ້ນ? ․․․․․
ລໍຣີຄວນປະພຶດຕົວແນວໃດໃນວິທີທີ່ເປັນຕາໜ້າໄວ້ເນື້ອເຊື່ອໃຈຫຼາຍກວ່ານີ້ຫຼັງຈາກທີ່ພໍ່ແມ່ເວົ້າກັບລາວກ່ຽວກັບບັນຫານີ້ຄັ້ງທຳອິດ? ․․․․․
ນາງ ເບເວີລີ ເວົ້າວ່າ: “ພໍ່ແມ່ບໍ່ໄດ້ໄວ້ວາງໃຈຂ້ອຍເມື່ອມາເຖິງເລື່ອງພວກຊາຍໜຸ່ມ ແຕ່ຕອນນີ້ຂ້ອຍເຂົ້າໃຈໃນເຫດຜົນ. ຂ້ອຍກຳລັງຄົບຫາກັບສອງຄົນໃນພວກເຂົາເຈົ້າເຊິ່ງອາຍຸແກ່ກວ່າຂ້ອຍສອງປີ. ຂ້ອຍຍັງລົມໂທລະສັບເປັນເວລາດົນໆກັບເຂົາເຈົ້າ ແລະໃນການພົບປະສັງສັນກັນຂ້ອຍຈະລົມແຕ່ກັບຊາຍໜຸ່ມພວກນັ້ນແລະບໍ່ໄດ້ເວົ້າລົມກັບຄົນອື່ນເລີຍ. ພໍ່ແມ່ກັກໂທລະສັບຂ້ອຍໄວ້ເດືອນໜຶ່ງ ແລະບໍ່ຍອມໃຫ້ຂ້ອຍໄປບ່ອນຕ່າງໆທີ່ພວກຊາຍໜຸ່ມນັ້ນໄປ.”
ຖ້າເຈົ້າເປັນພໍ່ແມ່ຂອງເບເວີລີ ເຈົ້າຈະເຮັດຫຍັງ ແລະເປັນຫຍັງຈຶ່ງເຮັດເຊັ່ນນັ້ນ? ․․․․․
ເຈົ້າຄິດວ່າຂໍ້ຈຳກັດຕ່າງໆທີ່ພໍ່ແມ່ຂອງເບເວີລີວາງອອກໃຫ້ລາວບໍ່ມີເຫດຜົນບໍ? ຖ້າບໍ່ມີເຫດຜົນ ເປັນຍ້ອນຫຍັງ? ․․․․․
ເບເວີລີສາມາດເຮັດຫຍັງໄດ້ແດ່ເພື່ອກອບກູ້ເອົາຄວາມໄວ້ເນື້ອເຊື່ອໃຈຈາກພໍ່ແມ່? ․․․․․
ໄດ້ຄວາມໄວ້ເນື້ອເຊື່ອໃຈຄືນມາອີກ
ຄືກັບໜຸ່ມສາວທີ່ກ່າວເຖິງຂ້າງເທິງນັ້ນ ຈະວ່າແນວໃດຖ້າການກະທຳຂອງເຈົ້າມີສ່ວນເຮັດໃຫ້ພໍ່ແມ່ຂາດຄວາມໄວ້ເນື້ອເຊື່ອໃຈ? ເຖິງແມ່ນວ່າຈະເປັນເຊັ່ນນັ້ນ ຂໍໃຫ້ໝັ້ນໃຈວ່າເຈົ້າສາມາດໄດ້ຄວາມໄວ້ເນື້ອເຊື່ອໃຈກັບຄືນມາ. ແຕ່ໂດຍວິທີໃດ?
ມີທາງເປັນໄປໄດ້ທີ່ພໍ່ແມ່ຈະໄວ້ເນື້ອເຊື່ອໃຈເຈົ້າຫຼາຍກວ່າເກົ່າແລະໃຫ້ອິດສະຫຼະເຈົ້າຕື່ມອີກເມື່ອເຈົ້າສະແດງໃຫ້ເຫັນຕໍ່ໆໄປວ່າເຈົ້າມີຄວາມຮັບຜິດຊອບ. ນາງແອເນັດ ໃນທີ່ສຸດກໍເຂົ້າໃຈຄວາມຈິງນັ້ນ. ລາວເວົ້າວ່າ: “ເມື່ອຍັງໜຸ່ມນ້ອຍ ເຈົ້າບໍ່ເຂົ້າໃຈຢ່າງເຕັມທີເຖິງຄວາມສຳຄັນຂອງການໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ. ຕອນນີ້ຂ້ອຍຮູ້ສຶກມີຄວາມຮັບຜິດຊອບເພີ່ມຂຶ້ນ ແລະຂ້ອຍຮູ້ສຶກວ່າຈຳເປັນທີ່ຈະປະພຶດໃນແນວທາງທີ່ຈະຊ່ວຍຂ້ອຍໃຫ້ຮັກສາຄວາມໄວ້ເນື້ອເຊື່ອໃຈທີ່ພໍ່ແມ່ມີຕໍ່ຂ້ອຍ.” ເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້? ແທນທີ່ຈະຈົ່ມທີ່ວ່າພໍ່ແມ່ຂາດຄວາມໄວ້ເນື້ອເຊື່ອໃຈໃນຕົວເຈົ້າ ໃຫ້ສຸມໃສ່ການສ້າງປະຫວັດຄວາມປະພຶດທີ່ເປັນຕາໜ້າໄວ້ວາງໃຈ ເປັນໄປໄດ້ທີ່ເຈົ້າຈະໄດ້ຮັບອິດສະຫຼະຫຼາຍຂຶ້ນ.
ຕົວຢ່າງ ເຈົ້າເປັນຄົນທີ່ໄວ້ເນື້ອເຊື່ອໃຈໄດ້ໃນຂອບເຂດຕ່າງໆທີ່ຂຽນໄວ້ທາງລຸ່ມນີ້ບໍ? ໃຫ້ໝາຍ ✔ ໃສ່ປ່ອງທີ່ຢູ່ທາງຂ້າງສຳລັບລັກສະນະສະເພາະໃດໆກໍຕາມທີ່ເຈົ້າຈຳເປັນຕ້ອງພະຍາຍາມແກ້ໄຂ.
◻ ເມືອເຮືອນຕາມເວລາທີ່ກຳນົດໄວ້
◻ ເຮັດຕາມທີ່ສັນຍາໄວ້
◻ ກົງຕໍ່ເວລາ
◻ ການໃຊ້ເງິນຢ່າງສະຫຼາດສຸຂຸມ
◻ ເຮັດວຽກເຮືອນໃຫ້ແລ້ວ
◻ ຕື່ນນອນໂດຍບໍ່ຕ້ອງປຸກ
◻ ຮັກສາຫ້ອງນອນໃຫ້ສະອາດ
◻ ເວົ້າຄວາມຈິງ
◻ ໃຊ້ໂທລະສັບແລະຄອມພິວເຕີໃຫ້ພໍດີພໍງາມ
◻ ຍອມຮັບໃນຄວາມຜິດແລະຂໍໂທດ
◻ ອື່ນໆ ․․․․․
ເປັນຫຍັງບໍ່ຕັ້ງເປົ້າກັບຕົວເອງເພື່ອພິສູດ ວ່າເຈົ້າເອງເປັນຕາໜ້າໄວ້ວາງໃຈໃນຂອບເຂດຕ່າງໆທີ່ເຈົ້າໄດ້ຊີ້ບອກນັ້ນ? ນຳໃຊ້ຄຳເຕືອນຈາກຄຳພີໄບເບິນທີ່ວ່າ: “ໃຫ້ທ່ານທັງຫຼາຍປະຖິ້ມບຸກຄະລິກກະພາບເກົ່າທີ່ເປັນໄປຕາມແນວການປະພຶດເດີມຂອງພວກທ່ານ.” (ເອເຟດ 4:22, ລ.ມ.) “ໃຫ້ຄຳຂອງພວກທ່ານທີ່ວ່າແມ່ນ ໝາຍຄວາມວ່າແມ່ນ.” (ຢາໂກໂບ 5:12, ລ.ມ.) “ຈົ່ງປາກຄວາມຈິງກັບເພື່ອນບ້ານ.” (ເອເຟດ 4:25) “ຈົ່ງຟັງພໍ່ແມ່ແຫ່ງຕົນໃນສັບພະທຸກສິ່ງ.” (ໂກໂລດ 3:20) ໃນທີ່ສຸດ ຄວາມກ້າວໜ້າຂອງເຈົ້າກໍຈະປາກົດໃຫ້ຄົນອື່ນໆເຫັນ ເຊິ່ງລວມເຖິງພໍ່ແມ່ຂອງເຈົ້ານຳ.—1 ຕີໂມເຕ 4:15.
ແຕ່ຈະວ່າແນວໃດຖ້າເຈົ້າຮູ້ສຶກວ່າເຖິງແມ່ນວ່າພະຍາຍາມຈົນສຸດຄວາມສາມາດຂອງເຈົ້າແລ້ວ ພໍ່ແມ່ຍັງບໍ່ຍອມໃຫ້ອິດສະຫຼະພາບແບບທີ່ເຈົ້າສົມຄວນໄດ້ຮັບ? ເປັນຫຍັງບໍ່ເວົ້າລົມເລື່ອງນີ້ກັບພໍ່ແມ່? ແທນທີ່ຈະຈົ່ມວ່າພໍ່ແມ່ ຕ້ອງເປັນຄົນໄວ້ວາງໃຈຄົນອື່ນຫຼາຍກວ່ານີ້ ໃຫ້ຖາມພໍ່ແມ່ດ້ວຍຄວາມນັບຖືໃນສິ່ງທີ່ພວກເພິ່ນຄິດວ່າເຈົ້າ ຈຳເປັນຕ້ອງເຮັດເພື່ອຈະໄດ້ຄວາມໄວ້ເນື້ອເຊື່ອໃຈຈາກພວກເພິ່ນ. ໃຫ້ອະທິບາຍເປົ້າໝາຍຂອງເຈົ້າຢ່າງຈະແຈ້ງໃນເລື່ອງນີ້.
ຢ່າຄາດໝາຍວ່າພໍ່ແມ່ຈະຍິນຍອມໃນທັນທີທັນໃດ. ແນ່ນອນວ່າພໍ່ແມ່ຢາກໝັ້ນໃຈວ່າເຈົ້າຈະຮັກສາຄຳສັນຍາຂອງເຈົ້າ. ຈົ່ງໃຊ້ໂອກາດນີ້ທີ່ຈະພິສູດຕົວເອງວ່າໄວ້ວາງໃຈໄດ້. ໃນທີ່ສຸດ ພໍ່ແມ່ຈະໃຫ້ຄວາມໄວ້ເນື້ອເຊື່ອໃຈແລະໃຫ້ອິດສະຫຼະເຈົ້າຫຼາຍຂຶ້ນ. ນັ້ນເປັນກໍລະນີຂອງເບເວີລີເຊິ່ງກ່າວເຖິງກ່ອນໜ້ານີ້. ລາວເວົ້າວ່າ: “ການຈະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈມັນຍາກຫຼາຍກວ່າການສູນເສຍຄວາມໄວ້ເນື້ອເຊື່ອໃຈ.” ລາວກ່າວຕື່ມວ່າ: “ຕອນນີ້ຂ້ອຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈແລ້ວ ແລະມັນຮູ້ສຶກດີອີ່ຫຼີ!”
ສາມາດອ່ານເພີ່ມເຕີມກ່ຽວກັບຫົວເລື່ອງນີ້ໃນບົດທີ 22 ຂອງເຫຼັ້ມທີ 2
ພໍ່ແມ່ເຈົ້າຢ່າຮ້າງກັນບໍ? ເຈົ້າຈະສາມາດຮັກສາຄວາມສົມດຸນໄດ້ແນວໃດເມື່ອທຸກສິ່ງທຸກຢ່າງໃນຊີວິດຂອງເຈົ້າເບິ່ງຄືວ່າຜິດພາດເນື່ອງຈາກການຢ່າຮ້າງ?
[ຂໍ້ຄວາມໄຂເງື່ອນ]
ຂໍ້ພະຄຳພີຫຼັກ
“ຢ່າມີເສລີພາບໄວ້ເປັນຂໍ້ອ້າງເພື່ອປົກປິດຄວາມຊົ່ວ.”—1 ເປໂຕ 2:16, ລ.ມ.
ຄຳແນະນຳ
ແທນທີ່ຈະສົມທຽບຂໍ້ຈຳກັດຕ່າງໆທີ່ເຈົ້າມີໃນຕອນນີ້ກັບອິດສະຫຼະທີ່ອ້າຍເອື້ອຍມີ ໃຫ້ສົມທຽບຂໍ້ຈຳກັດຕ່າງໆທີ່ເຈົ້າເຄີຍມີຕອນຍັງນ້ອຍກວ່ານີ້ກັບອິດສະຫຼະທີ່ເຈົ້າໄດ້ຮັບໃນປັດຈຸບັນ.
ເຈົ້າຮູ້ບໍ . . .?
ການມີອິດສະຫຼະແບບບໍ່ຈຳກັດບໍ່ແມ່ນສັນຍະລັກສະແດງເຖິງຄວາມຮັກຂອງພໍ່ແມ່ ແຕ່ເປັນສັນຍະລັກທີ່ຊີ້ບອກວ່າພໍ່ແມ່ບໍ່ໃຫ້ການເອົາໃຈໃສ່.
ແຜນພາກປະຕິບັດ!
ຂ້ອຍຈະເປັນຄົນທີ່ໄວ້ເນື້ອເຊື່ອໃຈໄດ້ຫຼາຍຂຶ້ນໃນຂອບເຂດຕໍ່ໄປນີ້ ․․․․․
ຖ້າຂ້ອຍເຮັດໃຫ້ພໍ່ແມ່ໝົດຄວາມໄວ້ເນື້ອເຊື່ອໃຈໃນຕົວຂ້ອຍ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
• ເຖິງແມ່ນວ່າເຈົ້າພະຍາຍາມເອົາແທ້ເອົາວ່າທີ່ຈະພິສູດຕົວເອງວ່າເປັນຄົນທີ່ໄວ້ວາງໃຈໄດ້ ເປັນຫຍັງພໍ່ແມ່ອາດລັງເລໃຈທີ່ຈະໃຫ້ເຈົ້າມີອິດສະຫຼະຫຼາຍຂຶ້ນຕື່ມ?
• ຄວາມສາມາດໃນການສື່ຄວາມຂອງເຈົ້າກັບພໍ່ແມ່ມີຜົນແນວໃດຕໍ່ຄວາມເຕັມໃຈຂອງພວກເພິ່ນທີ່ຈະໃຫ້ເຈົ້າມີອິດສະຫຼະຫຼາຍຂຶ້ນຕື່ມ?
[ຈຸດເດັ່ນໜ້າ 24]
“ເມື່ອເວົ້າລົມກັບພໍ່ແມ່ ຂ້ອຍເປີດໃຈກັບພວກເພິ່ນກ່ຽວກັບບັນຫາແລະຄວາມກັງວົນຕ່າງໆ. ຂ້ອຍຄິດວ່າເລື່ອງນີ້ເຮັດໃຫ້ງ່າຍຂຶ້ນທີ່ພໍ່ແມ່ໄວ້ເນື້ອເຊື່ອໃຈຂ້ອຍ.”—ນາງ ໄດແອນນາ
[ຮູບພາບໜ້າ 23]
ການປ່ຽນແປງໄປສູ່ໄວຜູ້ໃຫຍ່ເຊິ່ງສາມາດໄວ້ເນື້ອເຊື່ອໃຈໄດ້ເປັນຄືຂັ້ນໄດທີ່ເຈົ້າຕ້ອງປີນຂຶ້ນເທື່ອລະຂັ້ນຕະຫຼອດໄວໜຸ່ມສາວ
[ຮູບພາບ]
(ລາຍລະອຽດເບິ່ງຈາກໜັງສື)
ໄວເດັກ
ໄວໜຸ່ມສາວ
ໄວຜູ້ໃຫຍ່