ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 19 ໜ້າ 50-ໜ້າ 51 ຂໍ້ 2
  • ໄພພິບັດ 3 ຢ່າງ​ທຳອິດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໄພພິບັດ 3 ຢ່າງ​ທຳອິດ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ໂມເຊແລະອາໂລນເຂົ້າເຝົ້າຟາໂລ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ໄພພິບັດ​ອີກ 6 ຢ່າງ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ໂມເຊ​ເລືອກ​ນະມັດສະການ​ພະ​ເຢໂຫວາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ໄພພິບັດ 10 ປະການ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 19 ໜ້າ 50-ໜ້າ 51 ຂໍ້ 2
ໂມເຊ​ກັບ​ອາໂຣນ​ໄປ​ຫາ​ຟາໂຣ

ບົດ​ທີ 19

ໄພພິບັດ 3 ຢ່າງ​ທຳອິດ

ພວກ​ອິດສະຣາເອນ​ຖືກ​ບັງຄັບ​ໃຫ້​ເປັນ​ທາດ​ແລະ​ເຮັດ​ວຽກ​ໜັກ. ພະ​ເຢໂຫວາ​ສົ່ງ​ໂມເຊ​ແລະ​ອາໂຣນ​ໄປ​ບອກ​ຟາໂຣ​ວ່າ: ‘ປ່ອຍ​ຄົນ​ຂອງ​ເຮົາ​ໄປ​ສະຫຼອງ​ເທດສະການ​ເພື່ອ​ນະມັດສະການ​ເຮົາ​ໃນ​ບ່ອນ​ກັນດານ.’ ແຕ່​ຟາໂຣ​ທີ່​ຍິ່ງ​ຈອງຫອງ​ຕອບ​ວ່າ: ‘ຂ້ອຍ​ບໍ່​ສົນ​ວ່າ​ພະ​ເຢໂຫວາ​ຊິ​ເວົ້າ​ຫຍັງ ແລະ​ຂ້ອຍ​ກໍ​ຈະ​ບໍ່​ປ່ອຍ​ພວກ​ອິດສະຣາເອນ​ໄປ.’ ຫຼັງ​ຈາກ​ນັ້ນ ຟາໂຣ​ກໍ​ບັງຄັບ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ວຽກ​ໜັກ​ກວ່າ​ເກົ່າ​ອີກ. ພະ​ເຢໂຫວາ​ເລີຍ​ໃຫ້​ບົດ​ຮຽນ​ບາງ​ຢ່າງ​ກັບ​ຟາໂຣ. ເຈົ້າ​ຮູ້​ບໍ​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ? ເພິ່ນ​ໄດ້​ເຮັດ​ໃຫ້​ເກີດ​ໄພພິບັດ 10 ຢ່າງ​ໃນ​ເອຢິບ. ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: ‘ຟາໂຣ​ບໍ່​ຍອມ​ຟັງ​ເຮົາ. ມື້​ອື່ນ​ເຊົ້າ​ລາວ​ຈະ​ໄປ​ແມ່​ນ້ຳ​ນິນ ໃຫ້​ເຈົ້າ​ໄປ​ຫາ​ລາວ​ແລະ​ບອກ​ລາວ​ວ່າ​ຖ້າ​ບໍ່​ປ່ອຍ​ຄົນ​ຂອງ​ເຮົາ​ໄປ ນ້ຳ​ໃນ​ແມ່​ນ້ຳ​ນິນ​ຈະ​ກາຍ​ເປັນ​ເລືອດ.’ ໂມເຊ​ເຊື່ອຟັງ​ພະ​ເຢໂຫວາ​ແລະ​ໄປ​ຫາ​ຟາໂຣ. ຟາໂຣ​ແນມ​ເບິ່ງ​ອາໂຣນ​ເອົາ​ໄມ້ຄ້ອນເທົ້າ​ຟາດ​ໃສ່​ແມ່​ນ້ຳ​ນິນ ແລ້ວ​ນ້ຳ​ໃນ​ແມ່​ນ້ຳ​ກໍ​ກາຍ​ເປັນ​ເລືອດ. ປາ​ໃນ​ແມ່​ນ້ຳ​ກໍ​ຕາຍ​ແລະ​ນ້ຳ​ກໍ​ເລີ່ມ​ເນົ່າ​ເໝັນ​ຈົນ​ກິນ​ບໍ່​ໄດ້. ແຕ່​ຟາໂຣ​ກໍ​ຍັງ​ບໍ່​ຍອມ​ປ່ອຍ​ພວກ​ອິດສະຣາເອນ​ໄປ.

ເຈັດ​ມື້​ຕໍ່​ມາ ພະ​ເຢໂຫວາ​ໄດ້​ສົ່ງ​ໂມເຊ​ກັບ​ໄປ​ບອກ​ຟາໂຣ​ວ່າ: ‘ຖ້າ​ເຈົ້າ​ຍັງ​ບໍ່​ຍອມ​ປ່ອຍ​ເຂົາເຈົ້າ​ໄປ ຢູ່​ເອຢິບ​ຈະ​ເຕັມ​ແຕ່​ຝູງ​ກົບ.’ ອາໂຣນ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ ແລ້ວ​ຝູງ​ກົບ​ກໍ​ມາ​ເຕັມ​ແຜ່ນດິນ. ມັນ​ຢູ່​ໃນ​ເຮືອນ ໃນ​ບ່ອນ​ນອນ ແລະ​ໃນ​ຖ້ວຍ​ຂອງ​ຄົນ​ເອຢິບ. ມີ​ກົບ​ຢູ່​ທົ່ວ​ທຸກ​ບ່ອນ​ໃນ​ເອຢິບ! ຟາໂຣ​ບອກ​ໂມເຊ​ໃຫ້​ຂໍ​ພະ​ເຢໂຫວາ​ເຮັດ​ໃຫ້​ກົບ​ໝົດ​ໄປ​ຈາກ​ແຜ່ນດິນ ແລ້ວ​ລາວ​ສັນຍາ​ວ່າ​ຈະ​ປ່ອຍ​ພວກ​ອິດສະຣາເອນ​ໄປ. ພະ​ເຢໂຫວາ​ຈຶ່ງ​ຢຸດ​ໄພພິບັດ​ນີ້. ພວກ​ເອຢິບ​ເກັບ​ຊາກ​ກົບ​ຕາຍ​ມາ​ລວມ​ກັນ​ໄດ້​ບັກ​ຫຼາຍໆ​ກອງ. ແລ້ວ​ທົ່ວ​ແຜ່ນດິນ​ກໍ​ມີ​ແຕ່​ກິ່ນ​ເໝັນ. ແຕ່​ຟາໂຣ​ກໍ​ຍັງ​ບໍ່​ປ່ອຍ​ພວກ​ອິດສະຣາເອນ​ໄປ.

ຕໍ່​ມາ ພະ​ເຢໂຫວາ​ກໍ​ບອກ​ໂມເຊ​ວ່າ: ‘ໃຫ້​ອາໂຣນ​ເອົາ​ໄມ້ຄ້ອນເທົ້າ​ຟາດ​ໃສ່​ຂີ້ຝຸ່ນ​ຢູ່​ດິນ ແລ້ວ​ຂີ້ຝຸ່ນ​ກໍ​ຈະ​ກາຍ​ເປັນ​ໂຕ​ຮີ້ນ.’ ທັນໃດ​ນັ້ນ​ກໍ​ມີ​ໂຕ​ຮີ້ນ​ເຕັມ​ໄປ​ທົ່ວ​ທຸກ​ບ່ອນ. ຄົນ​ຂອງ​ຟາໂຣ​ກໍ​ເລີຍ​ມາ​ບອກ​ຟາໂຣ​ວ່າ: ‘ໄພພິບັດ​ນີ້​ມາ​ຈາກ​ພະເຈົ້າ.’ ແຕ່​ຟາໂຣ​ກໍ​ຍັງ​ບໍ່​ປ່ອຍ​ພວກ​ອິດສະຣາເອນ​ໄປ.

ໄພພິບັດ 3 ຢ່າງ​ທຳອິດ​ໃນ​ເອຢິບ ແມ່​ນ້ຳ​ນິນ​ກາຍ​ເປັນ​ເລືອດ ຝູງ​ກົບ ແລະ​ຝູງ​ຮີ້ນ

“ເຮົາ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ເຫັນ​ອຳນາດ​ແລະ​ລິດເດດ​ຂອງ​ເຮົາ ແລະ​ເຂົາເຈົ້າ​ຈະ​ໄດ້​ຮູ້​ວ່າ​ຊື່​ຂອງ​ເຮົາ​ແມ່ນ​ເຢໂຫວາ.”—ເຢເຣມີຢາ 16:21

ຄຳ​ຖາມ: ໄພພິບັດ 3 ຢ່າງ​ທຳອິດ​ແມ່ນ​ຫຍັງ? ເປັນ​ຫຍັງ​ພະ​ເຢໂຫວາ​ເຮັດ​ໃຫ້​ເກີດ​ໄພພິບັດ​ເຫຼົ່າ​ນີ້?

ອົບພະຍົບ 5:1-18; 7:8–8:19; ເນເຮມີຢາ 9:9, 10

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌