ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 1 ໜ້າ 7-13
  • ຂ້ອຍ​ຈະ​ເວົ້າ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຈະ​ເວົ້າ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເວົ້າ​ລົມ​ກັນ​ເປັນ​ປະຈຳ!
  • ຫຼີກ​ລ່ຽງ​ການ​ສື່​ຄວາມ​ທີ່​ບໍ່​ຈະ​ແຈ້ງ
  • ຂ້ອຍ​ຈະ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ?
    ຄຳຕອບຂອງ 10 ຄຳຖາມທີ່ໜຸ່ມສາວຖາມ
  • ເປັນ​ຫຍັງ​ພໍ່​ແມ່​ບໍ່​ປ່ອຍ​ໃຫ້​ຂ້ອຍ​ມີ​ຄວາມ​ມ່ວນ​ຊື່ນ​ແດ່?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ເປັນ​ຫຍັງ​ຕ້ອງ​ມີ​ກົດ​ຫຼາຍ​ຂະໜາດ​ນີ້?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຖ້າ​ພໍ່​ແມ່​ຜິດ​ກັນ​ຈະ​ເຮັດ​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ເບິ່ງຕື່ມ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 1 ໜ້າ 7-13

ບົດ​ທີ 1

ຂ້ອຍ​ຈະ​ເວົ້າ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ?

“ຂ້ອຍ​ພະຍາຍາມ​ເອົາ​ແທ້​ເອົາ​ວ່າ​ທີ່​ຈະ​ບອກ​ພໍ່​ແມ່​ກ່ຽວ​ກັບ​ຄວາມ​ຮູ້ສຶກ​ຂອງ​ຂ້ອຍ ແຕ່​ຂ້ອຍ​ບໍ່​ຮູ້​ຈະ​ເວົ້າ​ແນວ​ໃດ ແລະ​ພວກ​ເພິ່ນ​ກໍ​ຕັດ​ຄວາມ​ຂ້ອຍ​ໂລດ. ຂ້ອຍ​ຕ້ອງ​ເກັບ​ໂຮມ​ຄວາມ​ກ້າຫານ​ຫຼາຍ​ເພື່ອ​ຈະ​ເວົ້າ​ຄວາມ​ຮູ້ສຶກ​ອອກ​ມາ ແລະ​ມັນ​ກໍ​ຫຼົມ​ແຫຼວ​ຢ່າງ​ສິ້ນ​ເຊີງ!”—ນາງ ໂຣຊາ.

ຕອນ​ທີ່​ເຈົ້າ​ອາຍຸ​ນ້ອຍ​ກວ່າ​ນີ້ ພໍ່​ແມ່​ອາດ​ເປັນ​ຄົນ​ທຳອິດ​ທີ່​ເຈົ້າ​ຈະ​ເຂົ້າ​ຫາ​ເພື່ອ​ຂໍ​ຄຳ​ແນະນຳ. ເຈົ້າ​ຈະ​ບອກ​ເພິ່ນ​ບໍ່​ວ່າ​ຈະ​ເປັນ​ເລື່ອງ​ໃຫຍ່​ຫຼື​ເລື່ອງ​ນ້ອຍ. ເຈົ້າ​ສະແດງ​ຄວາມ​ຄິດ​ເຫັນ​ແລະ​ຄວາມ​ຮູ້ສຶກ​ໄດ້​ຢ່າງ​ເສລີ ແລະ​ເຈົ້າ​ກໍ​ໝັ້ນ​ໃຈ​ໃນ​ຄຳ​ແນະນຳ​ຂອງ​ພວກ​ເພິ່ນ.

ແຕ່​ຕອນ​ນີ້​ເຈົ້າ​ອາດ​ຈະ​ຮູ້ສຶກ​ວ່າ​ພໍ່​ແມ່​ບໍ່​ເຂົ້າ​ໃຈ​ເຈົ້າ​ເລີຍ. ຍິງ​ສາວ​ຄົນ​ໜຶ່ງ​ຊື່​ອາ​ເດ​ເລົ່າ​ວ່າ: “ໃນ​ແລງ​ມື້​ໜຶ່ງ​ຕອນ​ກິນ​ເຂົ້າ ຂ້ອຍ​ເລີ່ມ​ຮ້ອງໄຫ້​ແລະ​ລະບາຍ​ຄວາມ​ຮູ້ສຶກ​ຂອງ​ຕົນ​ອອກ​ມາ. ພໍ່​ແມ່​ຮັບ​ຟັງ ແຕ່​ເບິ່ງ​ຄື​ວ່າ​ພວກ​ເພິ່ນ​ບໍ່​ເຂົ້າ​ໃຈ ​ຂ້ອຍ​ເລີຍ.” ຜົນ​ເປັນ​ແນວ​ໃດ? “ຂ້ອຍ​ກໍ​ເລີຍ​ຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ​ນອນ​ແລະ​ຮ້ອງໄຫ້​ຕໍ່!”

ໃນ​ທາງ​ກົງ​ກັນ​ຂ້າມ ບາງ​ຄັ້ງ​ເຈົ້າ​ອາດ​ບໍ່ ​ຢາກ​ເວົ້າ​ຢ່າງ​ເປີດ​ເຜີຍ​ນຳ​ພໍ່​ແມ່. ຊາຍ​ໜຸ່ມ​ຊື່​ຄລິດສະໂຕເຟີ​ເລົ່າ​ວ່າ: “ຂ້ອຍ​ເວົ້າ​ລົມ​ກັບ​ພໍ່​ແມ່​ໃນ​ຫຼາຍ​ເລື່ອງ ແຕ່​ຂ້ອຍ​ກໍ​ພັດ​ມັກ​ທີ່​ວ່າ​ບາງ​ຄັ້ງ​ເພິ່ນ​ບໍ່​ຮູ້​ຄວາມ​ໃນ​ໃຈ​ຂອງ​ຂ້ອຍ​ທັງ​ໝົດ.”

ເປັນ​ສິ່ງ​ຜິດ​ບໍ​ທີ່​ຈະ​ບໍ່​ເປີດ​ເຜີຍ​ຄວາມ​ຄິດ​ບາງ​ເລື່ອງ​ໃຫ້​ຄົນ​ອື່ນ​ຮູ້? ບໍ່​ຜິດ​ສະເໝີ​ໄປ ຕາບ​ໃດ​ທີ່​ເຈົ້າ​ບໍ່​ມີ​ເຈຕະນາ​ຈະ​ຫຼອກ​ລວງ. (ສຸພາສິດ 3:32) ແນວ​ໃດ​ກໍ​ຕາມ ແມ່ນ​ກະທັ່ງ​ເບິ່ງ​ຄື​ວ່າ​ພໍ່​ແມ່​ບໍ່​ເຂົ້າ​ໃຈ​ເຈົ້າ​ຫຼື​ເຈົ້າ​ບໍ່​ຢາກ​ເປີດ​ເຜີຍ​ຄວາມ​ຮູ້ສຶກ ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ແນ່ນອນ​ນັ້ນ​ຄື ເຈົ້າ​ຈຳເປັນ​ຕ້ອງ​ເວົ້າ​ກັບ​ພໍ່​ແມ່ ແລະ​ພວກ​ເພິ່ນ​ກໍ​ຈຳເປັນ​ຕ້ອງ​ໄດ້​ຍິນ​ຈາກ​ເຈົ້າ.

ເວົ້າ​ລົມ​ກັນ​ເປັນ​ປະຈຳ!

ໃນ​ບາງ​ແງ່ ການ​ເວົ້າ​ລົມ​ກັບ​ພໍ່​ແມ່​ເປັນ​ຄື​ກັບ​ການ​ຂັບ​ລົດ. ຖ້າ​ເຈົ້າ​ເຈິ​ອຸປະສັກ​ກີດ​ຂວາງ​ເທິງ​ຫົນ​ທາງ ເຈົ້າ​ຄົງ​ບໍ່​ມີ​ແຕ່​ຈອດ​ລົດ​ໄວ້​ເທົ່າ​ນັ້ນ ແຕ່​ຈະ​ຫາ​ເສັ້ນ​ທາງ​ລ່ຽງ. ຂໍ​ໃຫ້​ພິຈາລະນາ​ສອງ​ຕົວຢ່າງ.

ອຸປະສັກ​ຂໍ້​ທີ 1 ເຈົ້າ​ຢາກ​ເວົ້າ ແຕ່​ເບິ່ງ​ຄື​ວ່າ​ພໍ່​ແມ່​ບໍ່​ຟັງ. ຍິງ​ສາວ​ຄົນ​ໜຶ່ງ​ຊື່​ເລອາ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເວົ້າ​ກັບ​ພໍ່. ບາງ​ຄັ້ງ​ຂ້ອຍ​ເວົ້າ​ກັບ​ພໍ່​ໄປ​ໄດ້​ໄລຍະ​ໜຶ່ງ​ແລ້ວ​ພໍ່​ຈະ​ເວົ້າ​ວ່າ: ‘ໂອ້ ຂໍ​ໂທດໆ ລູກ​ກຳລັງ​ເວົ້າ​ນຳ​ພໍ່​ບໍ?’”

ຄຳຖາມ ເລອາ​ຈຳເປັນ​ຕ້ອງ​ໄດ້​ປຶກສາ​ບັນຫາ​ແທ້ໆ ລາວ​ຄວນ​ເຮັດ​ແນວ​ໃດ? ຢ່າງ​ໜ້ອຍ​ລາວ​ມີ​ສາມ​ທາງ​ເລືອກ.

ທາງ​ເລືອກ ກ

ຮ້ອງ​ໃສ່​ພໍ່. ເລອາ​ຮ້ອງ​ສຽງ​ດັງ​ວ່າ: “ໂອ້ຍ ນີ້​ເປັນ​ເລື່ອງ​ສຳຄັນ​ໄດ໋! ຟັງ​ລູກ​ແດ່​ແມະ!”

ທາງ​ເລືອກ ຂ

ບໍ່​ເວົ້າ​ນຳ​ພໍ່​ເລີຍ. ເລອາ​ອາດ​ຈະ​ບໍ່​ພະຍາຍາມ​ເວົ້າ​ລົມ​ເລື່ອງ​ບັນຫາ​ຂອງ​ຕົນ​ກັບ​ພໍ່​ເລີຍ.

ທາງ​ເລືອກ ຄ

ລໍ​ຖ້າ​ຈົນ​ຮອດ​ໂອກາດ​ທີ່​ດີ​ກວ່າ​ແລ້ວ​ຈຶ່ງ​ຄ່ອຍ​ເວົ້າ​ເລື່ອງ​ນີ້. ເລອາ​ອາດ​ເວົ້າ​ກັບ​ພໍ່​ໂດຍ​ກົງ​ໃນ​ເວລາ​ຕໍ່​ມາ ຫຼື​ລາວ​ຂຽນ​ຈົດ​ໝາຍ​ເລົ່າ​ບັນຫາ​ຂອງ​ຕົນ​ໃຫ້​ພໍ່​ຮູ້.

ເຈົ້າ ຄິດ​ວ່າ​ເລອາ​ຄວນ​ເລືອກ​ເຮັດ​ທາງ​ເລືອກ​ຂໍ້​ໃດ? ․․․․․

ຂໍ​ໃຫ້​ວິເຄາະ​ເບິ່ງ​ວ່າ​ທາງ​ເລືອກ​ແຕ່​ລະ​ທາງ​ອາດ​ກໍ່​ຜົນ​ແນວ​ໃດ.

ພໍ່​ຂອງ​ເລອາ​ພວມ​ສົນ​ໃຈ​ໃນ​ເລື່ອງ​ອື່ນ ແລະ​ບໍ່​ໄດ້​ສັງເກດ​ວ່າ​ລູກ​ສາວ​ຂັດ​ຂ້ອງ​ໃຈ. ຖ້າ​ເລອາ​ໃຊ້​ທາງ​ເລືອກ (ກ) ພໍ່​ອາດ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ເລອາ​ຈຶ່ງ​ຮ້ອງ​ດັງໆໃສ່​ລາວ. ທາງ​ເລືອກ​ນີ້​ແຮ່ງ​ຈະ​ເຮັດ​ໃຫ້​ພໍ່​ຂອງ​ເລອາ​ບໍ່​ຟັງ​ລາວ ແລະ​ການ​ເຮັດ​ແບບ​ນັ້ນ​ກໍ​ບໍ່​ໄດ້​ສະແດງ​ຄວາມ​ນັບຖື​ແລະ​ໃຫ້​ກຽດ​ພໍ່​ແມ່. (ເອເຟດ 6:2) ສະນັ້ນ ທີ່​ຈິງ​ແລ້ວ​ທາງ​ເລືອກ​ຂໍ້​ນີ້​ບໍ່​ໄດ້​ເຮັດ​ໃຫ້​ອັນ​ໃດ​ດີ​ຂຶ້ນ.

ເຖິງ​ແມ່ນ​ວ່າ​ທາງ​ເລືອກ (ຂ) ອາດ​ຈະ​ເປັນ​ວິທີ​ທີ່​ງ່າຍ​ທີ່​ສຸດ ແຕ່​ກໍ​ບໍ່​ແມ່ນ​ວິທີ​ທີ່​ສະຫຼາດ​ທີ່​ສຸດ. ເພາະ​ເຫດ​ໃດ? ເນື່ອງ​ຈາກ​ວ່າ: “ໄຮ້​ທີ່​ປຶກສາ​ແລ້ວ​ແຜນການ​ກໍ​ຫຼົ້ມຈົມ.” (ສຸພາສິດ 15:22, ທ.ປ.) ເພື່ອ​ຈະ​ຈັດການ​ກັບ​ບັນຫາ​ນີ້​ໃຫ້​ສຳເລັດ ເລອາ​ຕ້ອງ​ເວົ້າ​ກັບ​ພໍ່ ແລະ​ເພື່ອ​ທີ່​ພໍ່​ຈະ​ຊ່ວຍ​ໄດ້ ເພິ່ນ​ກໍ​ຕ້ອງ​ຮູ້​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຊີວິດ​ຂອງ​ລາວ. ການ​ບໍ່​ເວົ້າ​ກໍ​ບໍ່​ໄດ້​ເຮັດ​ໃຫ້​ອັນ​ໃດ​ດີ​ຂຶ້ນ.

ແນວ​ໃດ​ກໍ​ຕາມ​ຖ້າ​ເລອາ​ໃຊ້​ທາງ​ເລືອກ (ຄ) ລາວ​ບໍ່​ໄດ້​ຍອມ​ໃຫ້​ສິ່ງ​ກີດ​ຂວາງ​ເທິງ​ຫົນ​ທາງ​ພາ​ໃຫ້​ກາຍ​ເປັນ​ທາງ​ຕັນ. ເລອາ​ຈະ​ພະຍາຍາມ​ເວົ້າ​ເລື່ອງ​ນັ້ນ​ໃນ​ໂອກາດ​ອື່ນ. ແລະ​ຖ້າ​ລາວ​ເລືອກ​ທີ່​ຈະ​ຂຽນ​ຈົດໝາຍ​ໃຫ້​ພໍ່ ເລອາ​ອາດ​ຈະ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ​ໂດຍ​ທັນທີ​ໂລດ. ການ​ຂຽນ​ຈົດ​ໝາຍ​ອາດ​ຊ່ວຍ​ລາວ​ໃຫ້​ຮຽບ​ຮຽງ​ຄຳ​ເວົ້າ​ທີ່​ລາວ​ຢາກ​ຈະ​ເວົ້າ​ກັບ​ພໍ່. ເມື່ອ​ອ່ານ​ຈົດ​ໝາຍ ພໍ່​ຈະ​ຮູ້​ວ່າ​ເລອາ​ພະຍາຍາມ​ຈະ​ບອກ​ຫຍັງ​ໃຫ້​ເພິ່ນ​ຟັງ ເຊິ່ງ​ອາດ​ຊ່ວຍ​ຜູ້​ເປັນ​ພໍ່​ໃຫ້​ເຂົ້າ​ໃຈ​ບັນຫາ​ຂອງ​ເລອາ​ໄດ້​ດີ​ຂຶ້ນ. ດັ່ງ​ນັ້ນ ທາງ​ເລືອກ (ຄ) ຈຶ່ງ​ເປັນ​ປະໂຫຍດ​ຕໍ່​ທັງ​ເລອາ​ແລະ​ພໍ່.

ເລອາ​ອາດ​ມີ​ທາງ​ເລືອກ​ອັນ​ໃດ​ອີກ? ລອງ​ເບິ່ງ​ດູ​ວ່າ​ເຈົ້າ​ຈະ​ຄິດ​ພໍ້​ຈັກ​ທາງ​ເລືອກ​ໜຶ່ງ​ບໍ ແລະ​ໃຫ້​ຂຽນ​ລົງ​ທາງ​ລຸ່ມ​ນີ້. ຈາກ​ນັ້ນ​ໃຫ້​ຂຽນ​ວ່າ​ທາງ​ເລືອກ​ຂໍ້​ນັ້ນ ຄົງ​ຈະ​ເກີດ​ຜົນ​ແບບ​ໃດ.

․․․․․

ອຸປະສັກ​ຂໍ້​ທີ 2 ພໍ່​ແມ່​ຢາກ​ເວົ້າ​ນຳ ແຕ່​ເຈົ້າ​ພັດ​ບໍ່​ຢາກ​ເວົ້າ​ນຳ. ຍິງ​ສາວ​ຊື່​ຊາຣາ​ບອກ​ວ່າ: “ບໍ່​ມີ​ຫຍັງ​ໂຫດ​ຮ້າຍ​ໄປ​ກວ່າ​ການ​ຖືກ​ຖາມ​ດ້ວຍ​ຄຳຖາມ​ຕ່າງໆທັນທີ​ທີ່​ກັບ​ມາ​ແຕ່​ໂຮງ​ຮຽນ. ຂ້ອຍ​ຢາກ​ຈະ​ລືມ​ເລື່ອງ​ຢູ່​ໂຮງ​ຮຽນ ແຕ່​ທັນທີ​ທັນໃດ​ພໍ່​ແມ່​ກໍ​ເລີ່ມ​ຕົ້ນ​ຖາມ​ວ່າ: ‘ມື້​ນີ້​ລູກ​ເປັນ​ແນວ​ໃດ​ແດ່? ມື້​ນີ້​ມີ​ບັນຫາ​ຫຍັງ​ບໍ?’” ແນ່ນອນ​ວ່າ​ພໍ່​ແມ່​ຂອງ​ຊາຣາ​ຖາມ​ດ້ວຍ​ເຈຕະນາ​ທີ່​ດີ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ລາວ​ຈົ່ມ​ວ່າ: “ເປັນ​ເລື່ອງ​ຍາກ​ທີ່​ຈະ​ເລົ່າ​ເລື່ອງ​ກ່ຽວ​ກັບ​ໂຮງ​ຮຽນ​ເມື່ອ​ຂ້ອຍ​ເມື່ອຍ​ແລະ​ເຄັ່ງ​ຕຶງ.”

ຄຳຖາມ ຊາຣາ​ອາດ​ຈະ​ຮັດ​ແນວ​ໃດ​ໃນ​ສະຖານະການ​ເຊັ່ນ​ນີ້? ຄື​ກັບ​ຕົວຢ່າງ​ກ່ອນ​ໜ້າ​ນີ້ ຢ່າງ​ໜ້ອຍ​ຊາຣາ​ມີ​ສາມ​ທາງ​ເລືອກ.

ທາງ​ເລືອກ ກ

ບໍ່​ຍອມ​ເວົ້າ. ຊາຣາ​ເວົ້າ​ວ່າ: “ປ່ອຍ​ໃຫ້​ລູກ​ຢູ່​ຄົນ​ດຽວ​ໄດ້​ບໍ່. ລູກ​ບໍ່​ຕ້ອງການ​ເວົ້າ​ໃນ​ຕອນ​ນີ້!”

ທາງ​ເລືອກ ຂ

ຝືນ​ໃຈ​ເວົ້າ. ເຖິງ​ວ່າ​ຮູ້ສຶກ​ເຄັ່ງ​ຕຶງ ຊາຣາ​ຕອບ​ຄຳຖາມ​ຂອງ​ພໍ່​ແມ່​ດ້ວຍ​ຄວາມ​ບໍ່​ພໍ​ໃຈ.

ທາງ​ເລືອກ ຄ

ໂຈະ​ການ​ເວົ້າ​ເລື່ອງ “ໂຮງ​ຮຽນ” ໄວ້​ກ່ອນ ແຕ່​ປ່ຽນ​ໄປ​ເວົ້າ​ເລື່ອງ​ອື່ນ​ແທນ. ຊາຣາ​ສະເໜີ​ວ່າ​ໃຫ້​ເວົ້າ​ເລື່ອງ​ໂຮງ​ຮຽນ​ໃນ​ຕອນ​ອຶ່ນ​ເພາະ​ລາວ​ຮູ້​ວ່າ​ຕົນ​ເອງ​ຈະ​ອາລົມ​ດີ​ຂຶ້ນ. ຈາກ​ນັ້ນ​ຊາຣາ​ກໍ​ເວົ້າ​ດ້ວຍ​ຄວາມ​ສົນ​ໃຈ​ຢ່າງ​ແທ້​ຈິງ​ວ່າ: “ພໍ່​ແມ່ ເດ​ມື້​ນີ້​ເປັນ​ຈັ່ງ​ໃດ?”

ເຈົ້າ ຄິດ​ວ່າ​ຊາຣາ​ຄວນ​ເລືອກ​ເຮັດ​ທາງ​ເລືອກ​ຂໍ້​ໃດ? ․․․․․

ອີກ​ຄັ້ງ​ໜຶ່ງ ຂໍ​ໃຫ້​ວິເຄາະ​ເບິ່ງ​ວ່າ​ແຕ່​ລະ​ທາງ​ເລືອກ​ອາດ​ກໍ່​ຜົນ​ແນວ​ໃດ.

ຊາຣາ​ເຄັງ​ຕືງ​ແລະ​ບໍ່​ມີ​ທ່າທີ​ທີ່​ຕ້ອງການ​ຢາກ​ເວົ້າ. ຖ້າ​ຊາຣາ​ເລືອກ​ໃຊ້​ທາງ​ເລືອກ (ກ) ລາວ​ຄົງ​ຈະ​ຍັງ​ຮູ້ສຶກ​ເຄັ່ງ​ຕຶງ​ຢູ່ ຊ້ຳ​ບໍ່​ໜຳ​ລາວ​ກໍ​ຈະ​ຮູ້ສຶກ​ຜິດ​ຕື່ມ​ອີກ​ທີ່​ໃຊ້​ຄຳ​ເວົ້າ​ຮຸນແຮງ​ຕໍ່​ພໍ່​ແມ່.—ສຸພາສິດ 29:11.

ໃນ​ຂະນະ​ດຽວ​ກັນ ພໍ່​ແມ່​ຂອງ​ຊາຣາ​ຄົງ​ຈະ​ຮູ້ສຶກ​ບໍ່​ພໍ​ໃຈ​ກັບ​ການ​ກະທຳ​ແບບ​ນັ້ນ ແລະ​ຄວາມ​ມິດ​ງຽບ​ທີ່​ຕິດ​ຕາມ​ມາ. ພໍ່​ແມ່​ອາດ​ສົງໄສ​ວ່າ​ຊາຣາ​ກຳລັງ​ປິດ​ບັງ​ບາງ​ຢ່າງ​ໄວ້ ດັ່ງ​ນັ້ນ ພໍ່​ແມ່​ອາດ​ພະຍາຍາມ​ຫຼາຍ​ຂຶ້ນ​ທີ່​ຈະ​ໃຫ້​ຊາຣາ​ເວົ້າ ເຊິ່ງ​ແນ່ນອນ​ວ່າ​ຈະ​ເຮັດ​ໃຫ້​ລາວ​ຂັດ​ຂ້ອງ​ໃຈ​ຫຼາຍ​ກວ່າ​ເກົ່າ. ໃນ​ທີ່​ສຸດ​ທາງ​ເລືອກ​ຂໍ້​ນີ້​ບໍ່​ໄດ້​ຊ່ວຍ​ໃຫ້​ດີ​ຂຶ້ນ.

ເຫັນ​ໄດ້​ແຈ້ງ​ວ່າ​ທາງ​ເລືອກ (ຂ) ດີ​ກວ່າ​ທາງ​ເລືອກ (ກ). ເພາະ​ວ່າ ຢ່າງ​ໜ້ອຍ​ຊາຣາ​ກັບ​ພໍ່​ແມ່​ກໍ​ໄດ້​ລົມ​ກັນ. ແຕ່​ເນື່ອງ​ຈາກ​ການ​ເວົ້າ​ລົມ​ນັ້ນ​ບໍ່​ໄດ້​ອອກ​ມາ​ຈາກ​ໃຈ ດັ່ງ​ນັ້ນ​ທັງ​ຊາຣາ​ແລະ​ພໍ່​ແມ່​ຈຶ່ງ​ບໍ່​ໄດ້​ຮັບ​ໃນ​ສິ່ງ​ທີ່​ຕົນ​ຕ້ອງການ ນັ້ນ​ຄື​ການ​ສົນທະນາ​ແບບ​ເປີດ​ໃຈ​ແລະ​ຜ່ອນຄາຍ.

ແນວ​ໃດ​ກໍ​ຕາມ​ເມື່ອ​ໃຊ້​ທາງ​ເລືອກ (ຄ) ຊາຣາ​ຄົງ​ຮູ້ສຶກ​ດີ​ຂຶ້ນ​ເພາະ​ການ​ລົມ​ກັນ​ໃນ​ເລື່ອງ “ໂຮງ​ຮຽນ” ຖືກ​ເລື່ອນ​ອອກ​ໄປ​ໃນ​ຕອນ​ນີ້. ພໍ່​ແມ່​ຄົງ​ຈະ​ພໍ​ໃຈ​ທີ່​ຊາຣາ​ພະຍາຍາມ​ເວົ້າ​ລົມ ດັ່ງ​ນັ້ນ​ພໍ່​ແມ່​ຈຶ່ງ​ຮູ້ສຶກ​ດີ​ເຊັ່ນ​ກັນ. ທາງ​ເລືອກ​ຂໍ້​ນີ້​ຄົງ​ຈະ​ເປັນ​ໂອກາດ​ທີ່​ດີ​ທີ່​ສຸດ​ເພາະ​ທັງ​ສອງ​ຝ່າຍ​ໃຊ້​ຫຼັກ​ການ​ທີ່​ຢູ່​ໃນ​ຟີລິບ 2:4 ເຊິ່ງ​ກ່າວ​ວ່າ: “ຢ່າ​ໃຫ້​ຜູ້​ໜຶ່ງ​ຜູ້​ໃດ​ເບິ່ງ​ແຕ່​ສິ່ງ​ທັງ​ຫຼາຍ​ຂອງ​ຕົນ​ເອງ​ເທົ່າ​ນັ້ນ ແຕ່​ວ່າ​ໃຫ້​ເບິ່ງ​ສິ່ງ​ທັງ​ຫຼາຍ​ຂອງ​ຜູ້​ອື່ນ​ດ້ວຍ.”

ຫຼີກ​ລ່ຽງ​ການ​ສື່​ຄວາມ​ທີ່​ບໍ່​ຈະ​ແຈ້ງ

ຂໍ​ໃຫ້​ຈື່​ໄວ້​ວ່າ ຄຳ​ເວົ້າ​ທີ່​ເຈົ້າ​ເວົ້າ​ແລະ​ສິ່ງ​ທີ່​ພໍ່​ແມ່​ເຂົ້າ​ໃຈ​ບໍ່​ແມ່ນ​ຈະ​ເປັນ​ແບບ​ດຽວ​ກັນ​ສະເໝີ​ໄປ. ຕົວຢ່າງ​ເຊັ່ນ ຖ້າ​ພໍ່​ແມ່​ຖາມ​ວ່າ​ເປັນ​ຫຍັງ​ເບິ່ງ​ຄື​ວ່າ​ອາລົມ​ບໍ່​ດີ. ເຈົ້າ​ຕອບ​ວ່າ: “ລູກ​ບໍ່​ຢາກ​ເວົ້າ​ເລື່ອງ​ນີ້.” ແຕ່​ພໍ່​ແມ່​ພັດ​ຟັງ​ວ່າ: “ລູກ​ບໍ່​ໄວ້​ວາງໃຈ​ພໍ່ (ແມ່) ຫຼາຍ​ພໍ​ທີ່​ຈະ​ບອກ​ຄວາມ​ລັບ​ນີ້. ລູກ​ຈະ​ເລົ່າ​ໃຫ້​ໝູ່​ເພື່ອນ​ຟັງ​ແຕ່​ບໍ່​ແມ່ນ​ກັບ​ພໍ່ (ແມ່).” ພະຍາຍາມ​ເຮັດ​ບົດ​ຝຶກ​ຫັດ​ນີ້​ໂດຍ​ການ​ຂຽນ​ຄຳຕອບ​ຂອງ​ເຈົ້າ. ຂໍ​ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ກຳລັງ​ປະເຊີນ​ກັບ​ບັນຫາ​ຢ່າງ​ໜຶ່ງ​ທີ່​ຫຍຸ້ງຍາກ​ແລະ​ພໍ່​ແມ່​ສະເໜີ​ທີ່​ຈະ​ຊ່ວຍເຫຼືອ.

ຖ້າ​ເຈົ້າ​ເວົ້າ​ວ່າ: “ບໍ່​ຕ້ອງ​ເປັນ​ຫ່ວງ. ລູກ​ແກ້ໄຂ​ເອງ​ໄດ້.”

ພໍ່​ແມ່​ຂອງ​ເຈົ້າ​ອາດ​ຟັງ​ວ່າ: ․․․․․

ຄຳຕອບ​ທີ່​ດີ​ກວ່າ​ຈາກ​ເຈົ້າ​ອາດ​ຈະ​ເປັນ ․․․․․

ອັນ​ໃດ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ເຈົ້າ​ຄວນ​ຈື່​ໄວ້? ໃຫ້​ເລືອກ​ຄຳ​ເວົ້າ​ຢ່າງ​ລະອຽດ​ຖີ່​ຖ້ວນ. ກ່າວ​ຖ້ອຍຄຳ​ເຫຼົ່າ​ນັ້ນ​ດ້ວຍ​ສຽງ​ສຳນຽງ​ທີ່​ສະແດງ​ຄວາມ​ເຄົາລົບ​ນັບຖື. (ໂກໂລດ 4:6) ໃຫ້​ຄິດ​ວ່າ​ພໍ່​ແມ່​ເປັນ​ມິດ ບໍ່​ແມ່ນ​ເປັນ​ສັດຕູ. ເປັນ​ຄວາມ​ຈິງ​ທີ່​ວ່າ ເຈົ້າ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ທຸກ​ຢ່າງ​ທີ່​ເຈົ້າ​ສາມາດ​ຮັບ​ໄດ້​ເພື່ອ​ປະສົບ​ຜົນ​ສຳເລັດ​ໃນ​ສະພາບການ​ຕ່າງໆທີ່​ຫຍຸ້ງຍາກ​ເຊິ່ງ​ເຈົ້າ​ຈະ​ພົບ​ພໍ້.

ໃນ​ບົດ​ຕໍ່​ໄປ

ຈະ​ວ່າ​ແນວ​ໃດ​ຖ້າ​ການ​ເວົ້າ​ລົມ​ກັບ​ພໍ່​ແມ່​ບໍ່​ແມ່ນ​ບັນຫາ ແຕ່​ບັນຫາ​ກໍ​ຄື​ວ່າ​ທຸກ​ເທື່ອ​ທີ່​ເວົ້າ​ລົມ​ກັນ ຖຽງ​ກັນ​ໂລດ?

ຂໍ້​ພະ​ຄຳພີ​ຫຼັກ

“ຄຳ​ເວົ້າ​ທັງ​ໝົດ​ຂອງ​ຂ້ອຍ​ຈິງ​ໃຈ​ແລະ​ສັດ​ຊື່.”—ໂຢບ 33:3, ທ.ປ.

ຄຳ​ແນະນຳ

ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ມັນ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ນັ່ງ​ລົງ​ແລະ​ເວົ້າ​ກັບ​ພໍ່ (ແມ່) ກ່ຽວ​ກັບ​ບັນຫາ​ຢ່າງ​ໜຶ່ງ ໃຫ້​ເວົ້າ​ລົມ​ເລື່ອງ​ນັ້ນ​ຕອນ​ໄປ​ຍ່າງ​ຫຼິ້ນ ຕອນ​ນັ່ງ​ໃນ​ລົດ ຫຼື​ຕອນ​ຊື້​ເຄື່ອງ​ນຳ​ກັນ.

ເຈົ້າ​ຮູ້​ບໍ . . .?

ໃນ​ຂະນະ​ທີ່​ເຈົ້າ​ອາດ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເວົ້າ​ກັບ​ພໍ່​ແມ່​ກ່ຽວ​ກັບ​ເລື່ອງ​ຕ່າງໆທີ່​ຈິງ​ຈັງ ພໍ່​ແມ່​ກໍ​ອາດ​ຮູ້ສຶກ​ອຶດ​ອັດ​ແລະ​ຂາດ​ຄວາມ​ສາມາດ​ເມື່ອ​ພະຍາຍາມ​ເວົ້າ​ກັບ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ດຽວ​ກັນ​ນັ້ນ.

ແຜນ​ພາກ​ປະຕິບັດ!

ເທື່ອ​ໜ້າ​ເມື່ອ​ຂ້ອຍ​ຮູ້ສຶກ​ວ່າ​ຈະ​ຢຸດ​ລົມ​ນຳ​ພໍ່​ແມ່ ຂ້ອຍ​ຈະ ․․․․․

ຖ້າ​ພໍ່​ແມ່​ຊຸກ​ດັນ​ຂ້ອຍ​ໃຫ້​ເວົ້າ​ໃນ​ເລື່ອງ​ທີ່​ຂ້ອຍ​ບໍ່​ເຕັມ​ໃຈ​ຈະ​ເວົ້າ ຂ້ອຍ​ຈະ​ບອກ​ວ່າ: ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ເຈົ້າ​ຄິດ​ວ່າ​ການ​ເລືອກ​ຈັງຫວະ​ເວລາ​ທີ່​ເໝາະ​ສົມ​ມີ​ຄວາມ​ສຳຄັນ​ແນວ​ໃດ​ໃນ​ການ​ສື່​ຄວາມ​ທີ່​ດີ?—ສຸພາສິດ 25:11.

• ເປັນ​ຫຍັງ​ການ​ພະຍາຍາມ​ເວົ້າ​ລົມ​ກັບ​ພໍ່​ແມ່​ຈຶ່ງ​ຄຸ້ມ​ຄ່າ?—ໂຢບ 12:12.

[ຈຸດເດັ່ນໜ້າ 10]

“ການ​ສື່​ຄວາມ​ກັບ​ພໍ່​ແມ່​ບໍ່​ງ່າຍ​ສະເໝີ​ໄປ ແຕ່​ເມື່ອ​ເຈົ້າ​ເປີດ​ໃຈ​ແລະ​ເວົ້າ​ກັບ​ພໍ່​ແມ່ ເຈົ້າ​ຮູ້ສຶກ​ຄື​ກັບ​ວ່າ​ເອົາ​ໝາກ​ໂຕ້ນ​ຊິງ​ທີ່​ໃຫຍ່​ຫຼາຍ​ຍົກ​ອອກ​ຈາກ​ໃຈ​ເຈົ້າ.”—ນາງ ເດເວີເນ

[ຮູບ​ພາບ​ໜ້າ 8]

ທາງ​ທີ່​ມີ​ສິ່ງ​ກີດ​ຂວາງ​ບໍ່​ຈຳເປັນ​ຕ້ອງ​ກາຍ​ເປັນ​ທາງ​ຕັນ ເຈົ້າ​ອາດ​ພົບ​ວິທີ​ທີ່​ຈະ​ຜ່ານ​ມັນ​ໄປ​ໄດ້​ແລະ​ສາມາດ​ເວົ້າ​ລົມ​ກັບ​ພໍ່​ແມ່!

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌