ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມສ ຄຳຖາມ 3 ໜ້າ 9-11
  • ຂ້ອຍ​ຈະ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຈະ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ?
  • ຄຳຕອບຂອງ 10 ຄຳຖາມທີ່ໜຸ່ມສາວຖາມ
  • ເລື່ອງທີ່ຄ້າຍກັນ
  • ຂ້ອຍ​ຈະ​ເວົ້າ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ລູກຈະຮູ້ຈັກພໍ່ແມ່ໃຫ້ຫຼາຍຂຶ້ນໄດ້ແນວໃດ?
    ບົດຄວາມຈາກ “ຕື່ນເຖີດ!” ປີ 2009 ພາສາອັງກິດ
  • ເປັນ​ຫຍັງ​ພໍ່​ແມ່​ບໍ່​ປ່ອຍ​ໃຫ້​ຂ້ອຍ​ມີ​ຄວາມ​ມ່ວນ​ຊື່ນ​ແດ່?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ຄຳຕອບຂອງ 10 ຄຳຖາມທີ່ໜຸ່ມສາວຖາມ
ຄມສ ຄຳຖາມ 3 ໜ້າ 9-11
ໄວຮຸ່ນ​ຊາຍ​ປິ່ນ​ຫຼັງ​ໃສ່​ພໍ່​ໃນ​ຂະນະ​ທີ່​ພໍ່​ກຳລັງ​ເວົ້າ​ຢູ່

ຄຳຖາມ​ທີ 3

ຂ້ອຍ​ຈະ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

ຖ້າ​ເຈົ້າ​ເຂົ້າ​ກັບ​ພໍ່​ແມ່​ໄດ້​ດີ​ຊີວິດ​ຂອງ​ເຈົ້າ​ກໍ​ຈະ​ບໍ່​ຫຍຸ້ງຍາກ.

ເຈົ້າ ຈະ​ເຮັດ​ແນວ​ໃດ?

ໃຫ້​ນຶກ​ພາບ​ເຫດການ​ນີ້: ຕອນ​ແລງ​ມື້​ໜຶ່ງ​ຂອງ​ວັນ​ພຸດ. ທ້າວ​ຈອນ ອາຍຸ 17 ປີ ໄດ້​ເຮັດ​ວຽກ​ເຮືອນ​ແລ້ວໆແລະ​ຢາກ​ພັກຜ່ອນ​ເຊົາ​ເມື່ອຍ! ລາວ​ເປີດ​ໂທລະທັດ ແລະ​ນັ່ງ​ລົງ​ຕັ່ງ​ທີ່​ລາວ​ມັກ.

ທັນໃດ​ນັ້ນ ພໍ່​ກໍ​ຍ່າງ​ເຂົ້າ​ມາ​ດ້ວຍ​ອາລົມ​ທີ່​ບໍ່​ດີ​ແລະ​ເວົ້າ​ວ່າ:

“ຈອນ! ມາ​ເສຍ​ເວລາ​ເບິ່ງ​ໂທລະທັດ​ເຮັດ​ຫຍັງ ແທນ​ທີ່​ຈະ​ໄປ​ຊ່ວຍ​ນ້ອງ​ເຮັດ​ວຽກ​ບ້ານ? ເຈົ້າ​ນິ ບອກ​ເຮັດ​ຫຍັງ​ກໍ​ບໍ່​ເຮັດ!”

“ອີກ​ແລ້ວ” ຈອນ​ເວົ້າ​ສຽງ​ດັງ​ພໍ​ທີ່​ພໍ່​ໄດ້​ຍິນ.

ພໍ່​ເອນ​ໂຕ​ລົງ​ແລ້ວ​ເວົ້າ​ວ່າ: “ຈົ່ມ​ຫຍັງ ຈອນ?”

ຈອນ​ຕອບ​ວ່າ: “ບໍ່​ມີ​ຫຍັງ” ພ້ອມ​ທັງ​ຖອນ​ຫາຍ​ໃຈ​ແລະ​ເຮັດ​ຕາ​ຂຽວ​ໃສ່.

ຕອນ​ນີ້​ພໍ່​ໃຈ​ຮ້າຍ​ຫຼາຍ​ແທ້ໆຈຶ່ງ​ເວົ້າ​ວ່າ: “ຢ່າ​ໃຊ້​ນ້ຳ​ສຽງ​ແບບ​ນີ້​ກັບ​ພໍ່​ໄດ໋!”

ຖ້າ​ເຈົ້າ​ເປັນ​ຈອນ ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ບໍ່​ປະທະ​ກັບ​ພໍ່​ແບບ​ນັ້ນ?

ຢຸດ​ແລະ​ຄິດ!

ການ​ລົມ​ກັບ​ພໍ່​ແມ່​ກໍ​ຄ້າຍ​ກັບ​ການ​ຂັບ​ລົດ​ໃຫຍ່. ຖ້າ​ເຈົ້າ​ເຈິ​ສິ່ງ​ກີດ​ຂວາງ​ໃນ​ຫົນ​ທາງ ເຈົ້າ​ກໍ​ຈະ​ໄປ​ທາງ​ອື່ນ.

ຕົວຢ່າງ​ເຊັ່ນ:

ເລອາ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ລົມ​ກັບ​ພໍ່​ໄດ້​ຍາກ ບາງ​ຄັ້ງ​ຂ້ອຍ​ເວົ້າ​ໄປ​ດົນ​ເຕີບ ແລ້ວ​ເພິ່ນ​ກໍ​ຈະ​ຖາມ​ວ່າ ‘ລູກ​ເວົ້າ​ກັບ​ພໍ່​ບໍ?’”

ເລອາ​ມີ 3 ທາງ​ເລືອກ.

  1. ກ ຮ້ອງ​ໃສ່​ພໍ່

    ເລອາ​ຮ້ອງ​ໃສ່​ແບບ​ໃຈ​ຮ້າຍ​ວ່າ: “ຟັງ​ແດ່​ດຸ! ເລື່ອງ​ສຳຄັນ​ໄດ໋​ນິ!”

  2. ຂ ເຊົາ​ເວົ້າ​ນຳ​ພໍ່

    ເລອາ​ເຊົາ​ອອກ​ຄວາມ​ພະຍາຍາມ​ທີ່​ຈະ​ເວົ້າ​ເລື່ອງ​ບັນຫາ​ຂອງ​ລາວ​ໃຫ້​ພໍ່​ຟັງ.

  3. ຄ ລໍ​ຖ້າ​ເວລາ​ທີ່​ເໝາະ​ສົມ​ແລ້ວ​ຈຶ່ງ​ເວົ້າ​ເລື່ອງ​ນັ້ນ​ອີກ.

    ເລອາ​ເວົ້າ​ກັບ​ພໍ່​ໂດຍ​ກົງ​ໃນ​ເວລາ​ຕໍ່​ມາ ຫຼື​ຂຽນ​ຈົດ​ໝາຍ​ເລົ່າ​ໃຫ້​ພໍ່​ຟັງ​ກ່ຽວ​ກັບ​ບັນຫາ​ຂອງ​ລາວ.

ເຈົ້າ​ຈະ​ແນະນຳ​ໃຫ້​ເລອາ​ໃຊ້​ທາງ​ເລືອກ​ໃດ?

ສິ່ງ​ທີ່​ໜ້າ​ຄິດ: ພໍ່​ຂອງ​ເລອາ​ກຳລັງ​ສົນ​ໃຈ​ເລື່ອງ​ອື່ນ ດັ່ງ​ນັ້ນ​ຈຶ່ງ​ບໍ່​ຮູ້​ວ່າ​ລູກ​ສາວ​ບໍ່​ພໍ​ໃຈ. ຖ້າ​ໃຊ້​ທາງ​ເລືອກ ກ ພໍ່​ອາດ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ເລອາ​ຈຶ່ງ​ຮ້ອງ​ໃສ່​ພໍ່. ທາງ​ເລືອກ​ນີ້​ອາດ​ຈະ​ເຮັດ​ໃຫ້​ພໍ່​ບໍ່​ຟັງ​ລາວ ແລະ​ທັງ​ບໍ່​ໄດ້​ສະແດງ​ຄວາມ​ນັບຖື​ແລະ​ໃຫ້​ກຽດ​ພໍ່. (ເອເຟດ 6:2) ແທ້ໆແລ້ວ​ທາງ​ເລືອກ​ຂໍ້​ນີ້​ບໍ່​ໄດ້​ເຮັດ​ໃຫ້​ອັນ​ໃດ​ດີ​ຂຶ້ນ​ເລີຍ.

ລົດ​ຄັນ​ໜຶ່ງ​ກຳລັງ​ເຈິ​ສິ່ງ​ກີດ​ຂວາງ​ໃນ​ຫົນ​ທາງ

ເມື່ອ​ເຈິ​ຫົນ​ທາງ​ທີ່​ມີ​ສິ່ງ​ກີດ​ຂວາງ​ເຈົ້າ​ສາມາດ​ໄປ​ທາງ​ອື່ນ​ໄດ້ ຄ້າຍ​ຄື​ກັນ​ເມື່ອ​ມີ​ບັນຫາ​ເຈົ້າ​ກໍ​ສາມາດ​ຫາ​ທາງ​ອອກ​ແລະ​ລົມ​ກັບ​ພໍ່​ແມ່​ໄດ້

ເບິ່ງ​ຄື​ວ່າ​ທາງ​ເລືອກ ຂ ອາດ​ຈະ​ງ່າຍ​ທີ່​ສຸດ ແຕ່​ບໍ່​ແມ່ນ​ວິທີ​ທີ່​ດີ​ທີ່​ສຸດ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ເພື່ອ​ຈະ​ແກ້​ບັນຫາ​ໄດ້ ເລອາ​ຕ້ອງ​ລົມ​ກັບ​ພໍ່ ແລະ​ເພື່ອ​ຈະ​ຊ່ວຍ​ລາວ​ໄດ້ ພໍ່​ກໍ​ຕ້ອງ​ຮູ້ຈັກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເລອາ. ການ​ມິດ​ຢູ່​ກໍ​ບໍ່​ໄດ້​ຊ່ວຍ​ເລີຍ.

ສ່ວນ​ທາງ​ເລືອກ ຄ ເລອາ​ບໍ່​ຍອມ​ໃຫ້​ສິ່ງ​ກີດ​ຂວາງ​ມາ​ເຮັດ​ໃຫ້​ທາງ​ນັ້ນ​ຕັນ. ລາວ​ພະຍາຍາມ​ລົມ​ເລື່ອງ​ນັ້ນ​ໃນ​ເວລາ​ອື່ນ. ແຕ່​ຖ້າ​ເລອາ​ເລືອກ​ຂຽນ​ຈົດ​ໝາຍ​ເພື່ອ​ເລົ່າ​ໃຫ້​ພໍ່​ຟັງ ລາວ​ອາດ​ຮູ້ສຶກ​ດີ​ຂຶ້ນ​ໂດຍ​ທັນທີ.

ການ​ຂຽນ​ຈົດ​ໝາຍ​ອາດ​ຊ່ວຍ​ເລອາ​ໃຫ້​ຈັດ​ລຽງ​ຄຳ​ເວົ້າ​ທີ່​ລາວ​ຢາກ​ເວົ້າ​ກັບ​ພໍ່. ເມື່ອ​ອ່ານ​ຈົດ​ໝາຍ ພໍ່​ກໍ​ຈະ​ຮູ້​ສິ່ງ​ທີ່​ເລອາ​ພະຍາຍາມ​ຈະ​ບອກ ເຊິ່ງ​ອາດ​ຊ່ວຍ​ພໍ່​ໃຫ້​ເຂົ້າ​ໃຈ​ບັນຫາ​ຂອງ​ເລອາ​ໄດ້​ດີ​ຂຶ້ນ. ທາງ​ເລືອກ ຄ ຈຶ່ງ​ເປັນ​ປະໂຫຍດ​ຕໍ່​ທັງ​ເລອາ​ແລະ​ພໍ່. ບໍ່​ວ່າ​ຈະ​ເປັນ​ການ​ເວົ້າ​ໂດຍ​ກົງ​ຫຼື​ການ​ຂຽນ​ຈົດ​ໝາຍ ທາງ​ເລືອກ​ນີ້​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ວ່າ: “ໃຫ້​ເຮົາ​ຕັ້ງ​ໃຈ​ເຮັດ​ສິ່ງ​ທີ່​ສ້າງ​ສັນຕິສຸກ.”—ໂລມ 14:19, ລ.ມ.

ເລອາ​ອາດ​ມີ​ທາງ​ເລືອກ​ໃດ​ອີກ?

ຖ້າ​ເຈົ້າ​ຄິດ​ວ່າ​ມີ​ທາງ​ເລືອກ​ອື່ນ​ອີກ ໃຫ້​ຂຽນ​ໃສ່​ທາງ​ລຸ່ມ​ນີ້. ຈາກ​ນັ້ນ​ໃຫ້​ຂຽນ​ວ່າ​ຜົນ​ທີ່​ໄດ້​ຮັບ​ຈະ​ເປັນ​ແນວ​ໃດ.

ຄຳ​ແນະນຳ​ທີ່​ສຸຂຸມ​ຈາກ​ຄຳພີ​ໄບເບິນ

“ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ເຈົ້າ.”—ເອເຟດ 6:2

“ໃຫ້​ຄຳ​ເວົ້າ​ຂອງ​ເຈົ້າ​ເປັນ​ຄຳ​ເວົ້າ​ທີ່​ກະລຸນາ​ສະເໝີ.”—ໂກໂລດ 4:6, ລ.ມ.

‘ຈົ່ງ​ວ່ອງໄວ​ໃນ​ການ​ຟັງ ຊ້າ​ໃນ​ການ​ເວົ້າ ຊ້າ​ໃນ​ການ​ໂກດຮ້າຍ.’—ຢາໂກໂບ 1:19, ທ.ປ.

ຫຼີກ​ລ່ຽງ​ການ​ເຮັດ​ໃຫ້​ເຂົ້າ​ໃຈ​ຜິດ

ຂໍ​ໃຫ້​ຈື່​ວ່າ ສິ່ງ​ທີ່​ເຈົ້າ​ເວົ້າ​ກັບ​ສິ່ງ​ທີ່​ພໍ່​ແມ່​ເຂົ້າ​ໃຈ​ອາດ​ບໍ່​ກົງ​ກັນ​ທຸກ​ຄັ້ງ.

ຕົວຢ່າງ​ເຊັ່ນ:

ເມື່ອ​ພໍ່​ແມ່​ຖາມ​ວ່າ ເປັນ​ຫຍັງ​ລູກ​ເບິ່ງ​ຄື​ອາລົມ​ບໍ່​ດີ. ເຈົ້າ​ຕອບ​ວ່າ: “ລູກ​ບໍ່​ຢາກ​ເວົ້າ​ເຖິງ​ມັນ.”

ແຕ່​ພໍ່​ແມ່​ອາດ​ເຂົ້າ​ໃຈ​ວ່າ​ເຈົ້າ​ໝາຍ​ເຖິງ: “ລູກ​ບໍ່​ໄວ້​ວາງໃຈ​ພໍ່​ແມ່​ຫຼາຍ​ພໍ​ທີ່​ຈະ​ເລົ່າ​ເລື່ອງ​ນີ້​ໃຫ້​ຟັງ. ລູກ​ຈະ​ເລົ່າ​ໃຫ້​ໝູ່​ຟັງ​ແຕ່​ບໍ່​ແມ່ນ​ພໍ່​ແມ່.”

ລອງ​ນຶກ​ພາບ​ວ່າ​ເຈົ້າ​ກຳລັງ​ມີ​ບັນຫາ​ທີ່​ຍາກ​ຫຼາຍ​ແລະ​ພໍ່​ແມ່​ກໍ​ສະເໜີ​ທີ່​ຈະ​ຊ່ວຍ​ເຈົ້າ ແຕ່​ເຈົ້າ​ບອກ​ວ່າ: “ບໍ່​ເປັນ​ຫຍັງ ລູກ​ຈັດການ​ເອງ​ໄດ້.”

  • ພໍ່​ແມ່​ອາດ​ເຂົ້າ​ໃຈ​ວ່າ​ເຈົ້າ​ໝາຍ​ເຖິງຫຍັງ?

  • ຄຳ​ຕອບ​ທີ່​ດີ​ກວ່າ​ຂອງ​ເຈົ້າ​ແມ່ນຫຍັງ?

ແຜນ​ພາກ​ປະຕິບັດ

  • ເທື່ອ​ໜ້າ​ຖ້າ​ຮູ້ສຶກ​ວ່າ​ບໍ່​ຢາກ​ເວົ້າ​ກັບ​ພໍ່​ແມ່ ຂ້ອຍ​ຈະເຮັດຫຍັງ?

  • ຖ້າ​ພໍ່​ແມ່​ບັງຄັບ​ໃຫ້​ເວົ້າ​ໃນ​ເລື່ອງ​ທີ່​ຂ້ອຍ​ບໍ່​ຢາກ​ເວົ້າ​ເຖິງ ຂ້ອຍ​ຈະເຮັດຫຍັງ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌