ບົດທີ 4
ເປັນຫຍັງພໍ່ແມ່ຈຶ່ງຢ່າຮ້າງກັນ?
“ຂ້ອຍຢູ່ເຮືອນກັບແມ່ໃນມື້ທີ່ພໍ່ປະຖິ້ມພວກເຮົາໄປ. ຂ້ອຍອາຍຸພຽງແຕ່ຫົກປີ ສະນັ້ນຂ້ອຍບໍ່ເຂົ້າໃຈວ່າເກີດຫຍັງຂຶ້ນ. ຂ້ອຍນັ່ງຢູ່ພື້ນເຮືອນກຳລັງເບິ່ງໂທລະພາບ ແລະໄດ້ຍິນສຽງແມ່ຮ້ອງໄຫ້ສະອຶກສະອື້ນແລະອ້ອນວອນພໍ່ໃຫ້ຢູ່. ພໍ່ຍ່າງລົງມາທາງລຸ່ມພ້ອມກັບກະເປົ໋າເດີນທາງ ຄູ້ເຂົ່າລົງຈູບຂ້ອຍ ແລະເວົ້າວ່າ: “ພໍ່ຮັກລູກສະເໝີ.” ຈາກນັ້ນພໍ່ກໍຍ່າງອອກປະຕູໄປ. ຂ້ອຍບໍ່ໄດ້ເຫັນພໍ່ເປັນເວລາດົນນານຫຼັງຈາກນັ້ນ. ນັບແຕ່ນັ້ນມາຂ້ອຍຢ້ານວ່າແມ່ຈະປະຖິ້ມຂ້ອຍຄືກັນ.”—ນາງ ອິເລນ ອາຍຸ 19 ປີ.
ຖ້າພໍ່ແມ່ຂອງເຈົ້າຢ່າຮ້າງກັນ ມັນອາດເບິ່ງຄືວ່າຊີວິດຂອງເຈົ້າແຕກສະຫຼາຍຢ່າງສິ້ນເຊີງແລະຍ້ອນເຫດນັ້ນເຈົ້າຈະເຈັບປວດໄປຕະຫຼອດຊີວິດ. ຫຼາຍຄັ້ງມັນນຳມາເຊິ່ງຄວາມຮູ້ສຶກທີ່ອັບອາຍຢ່າງລົ້ນເຫຼືອ ຄວາມຄຽດຮ້າຍ ຄວາມກັງວົນ ການຢ້ານວ່າຈະຖືກປະຖິ້ມ ຄວາມຮູ້ສຶກຜິດ ຄວາມເສົ້າໃຈ ແລະຄວາມເສຍຫາຍທີ່ມີຜົນສະທ້ອນຫຼາຍ ແມ່ນແຕ່ມີຄວາມປາຖະໜາວ່າຢາກແກ້ແຄ້ນ.
ຖ້າພໍ່ແມ່ຂອງເຈົ້າຫາກໍຢ່າຮ້າງກັນໃນມໍ່ໆນີ້ ເຈົ້າອາດປະສົບກັບຄວາມຮູ້ສຶກທີ່ຄ້າຍໆກັນນັ້ນ ແລະເລື່ອງນີ້ເປັນສິ່ງທີ່ສາມາດຄາດຫວັງໄດ້ ເນື່ອງຈາກຜູ້ສ້າງຂອງເຮົາປະສົງໃຫ້ເດັກນ້ອຍໄດ້ຮັບການລ້ຽງດູຈາກທັງພໍ່ແລະແມ່. (ເອເຟດ 6:1-3) ແຕ່ບັດນີ້ເຈົ້າບໍ່ມີພໍ່ຫຼືແມ່ທີ່ເຈົ້າຮັກຢ່າງສຸດຊຶ້ງຢູ່ນຳກັນທຸກມື້. ທ້າວ ດານຽນ ເຊິ່ງພໍ່ແມ່ຢ່າຮ້າງກັນຕອນລາວອາຍຸເຈັດປີເວົ້າວ່າ: “ຂ້ອຍນັບຖືພໍ່ແທ້ໆແລະຕ້ອງການຢູ່ກັບເພິ່ນ. ແຕ່ແມ່ໄດ້ກຳມະສິດໃນການເບິ່ງແຍງລ້ຽງດູພວກຂ້ອຍ.”
ເຫດຜົນທີ່ພໍ່ແມ່ຢ່າຮ້າງກັນ
ຫຼາຍຄັ້ງ ການຢ່າຮ້າງເປັນຄືກັບສິ່ງທີ່ເຮັດໃຫ້ລູກຕື່ນຕົກໃຈເພາະວ່າພໍ່ແມ່ເຊື່ອງບັນຫາໄດ້ດີໂພດ. ນາງ ຣາເຊວ ເຊິ່ງອາຍຸ 15 ປີ ຕອນພໍ່ແມ່ຢ່າຮ້າງກັນ ເວົ້າວ່າ: “ຂ້ອຍຕົກຊະເງີ້ ຂ້ອຍຄິດສະເໝີວ່າພໍ່ກັບແມ່ຮັກກັນ.” ແມ່ນແຕ່ເມື່ອພໍ່ແມ່ຜິດກັນ ມັນກໍຍັງເປັນເລື່ອງຕົກຕະລຶງທີ່ເຮັດໃຫ້ເຈັບປວດໃຈເມື່ອພວກເພິ່ນຢ່າຮ້າງກັນແທ້ໆ!
ໃນຫຼາຍກໍລະນີ ການປະຮ້າງເກີດຂຶ້ນຍ້ອນຝ່າຍໜຶ່ງມີຄວາມຜິດໃນເລື່ອງການປະພຶດທາງເພດ. ພາຍໃຕ້ສະພາບການດັ່ງກ່າວນັ້ນ ພະເຈົ້າອະນຸຍາດໃຫ້ຝ່າຍທີ່ບໍ່ຜິດຂໍຢ່າຮ້າງໄດ້ແລະມີອິດສະຫຼະທີ່ຈະແຕ່ງດອງໃໝ່ໄດ້. (ມັດທາຍ 19:9) ໃນກໍລະນີອື່ນໆ “ຄວາມຮ້າຍ ແລະການຮ້ອງຖຽງກັນ ແລະຄວາມປ້ອຍດ່າ” ໄດ້ນຳໄປສູ່ການໃຊ້ຄວາມຮຸນແຮງເຊິ່ງເປັນສາເຫດໃຫ້ອີກຝ່າຍໜຶ່ງເປັນຫ່ວງໃນສະຫວັດດີພາບທາງກາຍຂອງຕົນເອງແລະຂອງລູກ.—ເອເຟດ 4:31.
ເປັນທີ່ຍອມຮັບກັນວ່າບາງຄູ່ຢ່າຮ້າງກັນດ້ວຍເຫດຜົນທີ່ສຳຄັນບໍ່ພໍ. ແທນທີ່ຈະແກ້ບັນຫາຂອງຕົນ ບາງຄົນຢ່າຮ້າງດ້ວຍຄວາມເຫັນແກ່ຕົວໂດຍອ້າງວ່າຕົນ “ບໍ່ມີຄວາມສຸກ” ຫຼື “ບໍ່ມີຄວາມຮັກອີກແລ້ວ.” ເລື່ອງນີ້ເຮັດໃຫ້ພະເຈົ້າຜູ້ເຊິ່ງ “ກຽດຊັງການປະຮ້າງ” ບໍ່ພໍໃຈ. (ມາລາກີ 2:16) ພະເຍຊູຍັງຊີ້ບອກວ່າບາງຄົນຈະຂໍຢ່າຮ້າງຍ້ອນຄູ່ສົມລົດຂອງຕົນເຂົ້າມາເປັນຄລິດສະຕຽນ.—ມັດທາຍ 10:34-36.
ບໍ່ວ່າດ້ວຍສາເຫດໃດກໍຕາມ ຄວາມຈິງທີ່ວ່າພໍ່ແມ່ຂອງເຈົ້າຕັດສິນໃຈທີ່ຈະບໍ່ບອກຫຍັງເຈົ້າເລີຍຫຼືໃຫ້ຄຳຕອບທີ່ບໍ່ຈະແຈ້ງຕໍ່ຄຳຖາມຕ່າງໆຂອງເຈົ້າກ່ຽວກັບການຢ່າຮ້າງ ນັ້ນບໍ່ໄດ້ໝາຍຄວາມວ່າພວກເພິ່ນບໍ່ຮັກເຈົ້າ. ເມື່ອຖືກຄອບງຳດ້ວຍຄວາມເຈັບປວດໃຈ ພໍ່ແມ່ອາດຮູ້ສຶກວ່າຍາກທີ່ຈະເວົ້າເລື່ອງການຢ່າຮ້າງ. (ສຸພາສິດ 24:10) ນອກຈາກນັ້ນ ພວກເພິ່ນອາດຈະອຶດອັດໃຈຫຼືໜ້າອາຍທີ່ຈະຍອມຮັບຄວາມຫຼົມແຫຼວຂອງຕົນເອງ.
ສິ່ງທີ່ເຈົ້າເຮັດໄດ້
ໃຫ້ເຂົ້າໃຈວ່າອັນໃດແມ່ນສິ່ງທີ່ເຈົ້າຢ້ານ. ເພາະວ່າການຢ່າຮ້າງສາມາດປ່ຽນແປງຊີວິດຂອງເຈົ້າຢ່າງສິ້ນເຊີງ ເຈົ້າອາດພົບວ່າຕົວເອງກັງວົນກ່ຽວກັບສິ່ງຕ່າງໆເຊິ່ງໃນເມື່ອກ່ອນບໍ່ເຄີຍເອົາຫົວຊາ. ເຖິງວ່າຈະເປັນແນວນັ້ນ ເຈົ້າອາດສາມາດຄວບຄຸມຄວາມຢ້ານຂອງເຈົ້າໂດຍທີ່ທຳອິດໃຫ້ລະບຸວ່າຄວາມຢ້ານມີຫຍັງແດ່. ທາງລຸ່ມນີ້ໃຫ້ໝາຍ ✔ ໃສ່ໃນບ່ອນທີ່ເຈົ້າຢ້ານຫຼາຍທີ່ສຸດ ຫຼືລະບຸຄວາມຢ້ານຂອງຕົນເອງໂດຍຂຽນໃສ່ທາງຂ້າງ “ອື່ນໆ.”
◻ ພໍ່ (ແມ່) ອີກຜູ້ໜຶ່ງຈະປະຖິ້ມຂ້ອຍເຊັ່ນດຽວກັນ.
◻ ຄອບຄົວຂອງຂ້ອຍຈະບໍ່ມີເງິນພຽງພໍເພື່ອຈະດຳລົງຊີວິດຢູ່ຕໍ່ໄປ.
◻ ດ້ວຍວິທີໃດວິທີໜຶ່ງການຢ່າຮ້າງແມ່ນຄວາມຜິດຂອງຂ້ອຍ.
◻ ຖ້າຂ້ອຍແຕ່ງດອງ ຊີວິດຄູ່ຂອງຂ້ອຍຈະຫຼົມແຫຼວ.
◻ ອື່ນໆ ․․․․․
ປຶກສາຫາລືເລື່ອງຄວາມກັງວົນຂອງເຈົ້າ. ກະສັດຊາໂລໂມນເວົ້າວ່າ: “ມີເວລາເວົ້າ.” (ຜູ້ເທສະໜາປ່າວປະກາດ 3:7) ດັ່ງນັ້ນ ຈົ່ງພະຍາຍາມຊອກຫາເວລາທີ່ເໝາະສົມເພື່ອເວົ້າລົມກັບພໍ່ແມ່ກ່ຽວກັບຄວາມຢ້ານຂອງເຈົ້າເຊິ່ງລະບຸໄວ້ຂ້າງເທິງນັ້ນ. ບອກໃຫ້ພວກເພິ່ນຮູ້ວ່າເຈົ້າຮູ້ສຶກໂສກເສົ້າເສຍໃຈແລະສັບສົນ. ບາງທີພວກເພິ່ນອາດສາມາດໃຫ້ຄຳອະທິບາຍຕໍ່ສິ່ງທີ່ກຳລັງເກີດຂຶ້ນແລະດ້ວຍເຫດນັ້ນຈະຫລຸດຜ່ອນຄວາມກະວົນກະວາຍໃຈຂອງເຈົ້າ. ຖ້າພໍ່ແມ່ບໍ່ພ້ອມຫຼືບໍ່ສາມາດໃຫ້ການຊ່ວຍເຫຼືອທີ່ເຈົ້າຕ້ອງການໃນຕອນນັ້ນໄດ້ ເຈົ້າອາດເວົ້າກັບເພື່ອນຄົນໜຶ່ງທີ່ເປັນຜູ້ໃຫຍ່ທີ່ອາວຸໂສ. ໃຫ້ເປັນຝ່າຍລິເລີ່ມເພື່ອເຂົ້າຫາຄົນເຊັ່ນນັ້ນ. ພຽງແຕ່ມີຜູ້ໃດຜູ້ໜຶ່ງຮັບຟັງເຈົ້າກໍເປັນການບັນເທົາໄດ້ຫຼາຍ.—ສຸພາສິດ 17:17.
ສຳຄັນທີ່ສຸດ ພໍ່ຂອງເຈົ້າທີ່ຢູ່ໃນສະຫວັນພ້ອມສະເໝີທີ່ຈະຟັງເຈົ້າ ເພາະວ່າພະອົງເປັນ “ຜູ້ຟັງຄວາມອ້ອນວອນ.” (ຄຳເພງ 65:2) ລະບາຍຄວາມໃນໃຈຂອງເຈົ້າກັບພະອົງ “ເພາະພະອົງເປັນຫ່ວງພວກທ່ານ.”—1 ເປໂຕ 5:7, ທ.ປ.
ສິ່ງທີ່ບໍ່ຄວນເຮັດ
ຢ່າເກັບຄວາມຂຸ່ນເຄືອງໄວ້. ທ້າວ ດານຽນ ເຊິ່ງກ່າວເຖິງກ່ອນໜ້ານີ້ເວົ້າວ່າ: “ພໍ່ແມ່ຂອງຂ້ອຍເຫັນແກ່ຕົວ. ທີ່ຈິງແລ້ວພວກເພິ່ນບໍ່ໄດ້ຄິດຫາເຮົາແລະບໍ່ໄດ້ຄິດວ່າສິ່ງທີ່ພວກເພິ່ນເຮັດຈະສົ່ງຜົນກະທົບຕໍ່ພວກເຮົາຂະໜາດໃດ.” ຄວາມຮູ້ສຶກຂອງດານຽນເປັນເລື່ອງທີ່ເຂົ້າໃຈໄດ້ແລະອາດຈະເປັນຄວາມຈິງ. ແຕ່ເຈົ້າຈະຕອບຄຳຖາມຕ່າງໆຕໍ່ໄປນີ້ແນວໃດ? ຂໍໃຫ້ຂຽນຄຳຕອບຂອງເຈົ້າໃສ່ແຖວທີ່ກຽມໄວ້.
ອັນຕະລາຍອັນໃດຈະເກີດຂຶ້ນກັບດານຽນ ຖ້າລາວປະຕິເສດທີ່ຈະປ່ອຍໃຫ້ຄວາມຄຽດຮ້າຍແລະຄວາມແຄ້ນໃຈຜ່ານພົ້ນໄປ? (ອ່ານສຸພາສິດ 29:22.) ․․․․․
ເຖິງແມ່ນວ່າມັນຈະຍາກ ເປັນຫຍັງມັນອາດເປັນສິ່ງທີ່ດີສຳລັບດານຽນທີ່ຈະພະຍາຍາມໃຫ້ອະໄພພໍ່ແມ່ສຳລັບຄວາມເຈັບປວດທີ່ພວກເພິ່ນກໍ່ຂຶ້ນໃຫ້ລາວ? (ອ່ານເອເຟດ 4:31, 32.) ․․․․․
ຄວາມຈິງພື້ນຖານທີ່ກ່າວໄວ້ໃນພະທຳໂລມ 3:23 ອາດຊ່ວຍດານຽນແນວໃດໃຫ້ມີທັດສະນະຕາມຄວາມເປັນຈິງກ່ຽວກັບພໍ່ແມ່ຂອງລາວ? ․․․․․
ຫຼີກລ່ຽງການປະພຶດທີ່ກໍ່ຄວາມເສຍຫາຍໃຫ້ກັບຕົນເອງ. ທ້າວ ເດນນີ ຈື່ໄດ້ວ່າ: “ຂ້ອຍບໍ່ມີຄວາມສຸກແລະຊຶມເສົ້າຫຼັງຈາກທີ່ພໍ່ແມ່ຢ່າຮ້າງກັນ. ຂ້ອຍເລີ່ມມີບັນຫາຢູ່ໂຮງຮຽນແລະຄ້າງຫ້ອງປີໜຶ່ງ. ຕໍ່ຈາກນັ້ນ . . . ຂ້ອຍເປັນຕົວຕະຫຼົກປະຈຳຫ້ອງຮຽນແລະກໍ່ເລື່ອງຕີກັນຫຼາຍ.”
ເຈົ້າຄິດວ່າເດນນີກຳລັງພະຍາຍາມບັນລຸເປົ້າໝາຍອັນໃດໂດຍການເປັນຕົວຕະຫຼົກປະຈຳຫ້ອງ? ․․․․․
ເປັນຫຍັງລາວຈຶ່ງເລີ່ມກໍ່ເລື່ອງຕີກັນຫຼາຍ? ․․․․․
ຖ້າເຈົ້າຮູ້ສຶກວ່າຕ້ອງການລົງໂທດພໍ່ແມ່ດ້ວຍການປະພຶດທີ່ບໍ່ດີ ຫຼັກການຢູ່ໃນຄາລາຊີ 6:7 ຈະຊ່ວຍເຈົ້າແນວໃດໃຫ້ຮັກສາທັດສະນະທີ່ຖືກຕ້ອງ? ․․․․․
ສິ່ງທີ່ຄາດໝາຍໄດ້ໃນອະນາຄົດ
ບາດແຜທາງຮ່າງກາຍເຊັ່ນ ກະດູກຫັກຕ້ອງໃຊ້ເວລາຫຼາຍອາທິດຫຼືແມ່ນແຕ່ຫຼາຍເດືອນເພື່ອປິ່ນປົວໃຫ້ເຊົາແທ້ໆ. ຄ້າຍໆກັນ ບາດແຜທາງອາລົມກໍຕ້ອງໃຊ້ເວລາໃນການປິ່ນປົວ. ຜູ້ຊ່ຽວຊານບາງຄົນຮູ້ສຶກວ່າສະພາບຮ້າຍແຮງທີ່ສຸດຂອງການຢ່າຮ້າງສູນຫາຍໄປພາຍໃນເວລາສາມປີ. ນັ້ນອາດເບິ່ງຄືວ່າດົນ ແຕ່ຂໍໃຫ້ຈື່ໄວ້ວ່າມີມາກມາຍຫຼາຍສິ່ງທີ່ຕ້ອງເກີດຂຶ້ນກ່ອນທີ່ຊີວິດຂອງເຈົ້າຈະຕັ້ງຫຼັກໄດ້.
ສິ່ງໜຶ່ງກໍຄືວຽກບ້ານການເຮືອນທີ່ແຕກຊະຊາຍຍ້ອນການຢ່າຮ້າງຕ້ອງໄດ້ມີການຈັດຄືນໃໝ່. ຕ້ອງໃຊ້ເວລາເຊັ່ນກັນກ່ອນທີ່ພໍ່ແມ່ຂອງເຈົ້າຈະຮູ້ສຶກປົກກະຕິຄືເກົ່າ. ໃນທີ່ສຸດເມື່ອຮອດຕອນນັ້ນເພິ່ນອາດສາມາດເອົາໃຈໃສ່ຄວາມຈຳເປັນຂອງເຈົ້າໄດ້. ແນວໃດກໍຕາມ ໃນຂະນະທີ່ຊີວິດຂອງເຈົ້າກັບຄືນສູ່ຄວາມເປັນລະບຽບ ເຈົ້າກໍຈະຮູ້ສຶກປົກກະຕິອີກຄັ້ງໜຶ່ງ.
ສາມາດອ່ານເພີ່ມເຕີມກ່ຽວກັບຫົວເລື່ອງນີ້ໃນບົດທີ 25 ຂອງເຫຼັ້ມທີ 2
ຮູ້ສຶກກັງວົນໃຈບໍຍ້ອນພໍ່ (ແມ່) ແຕ່ງດອງໃໝ່? ເຈົ້າສາມາດຮັບມືໄດ້ແນວໃດ?
ຂໍ້ພະຄຳພີຫຼັກ
“ມີເວລາປົວໃຫ້ດີ.”—ຜູ້ເທສະໜາປ່າວປະກາດ 3:1, 3.
ຄຳແນະນຳ
ຖ້າພໍ່ແມ່ຂອງເຈົ້າຢ່າຮ້າງກັນ ຝ່າຍໜຶ່ງຫຼືອາດເປັນໄປໄດ້ທີ່ທັງສອງຝ່າຍເຮັດຜິດພາດ. ພະຍາຍາມໄຈ້ແຍກຄວາມຜິດພາດເຫຼົ່ານັ້ນເພື່ອເຈົ້າຈະຫຼີກລ່ຽງບໍ່ເຮັດຊ້ຳຄວາມຜິດພາດແບບນັ້ນຖ້າເຈົ້າເລືອກທີ່ຈະແຕ່ງດອງໃນອະນາຄົດ.—ສຸພາສິດ 27:12.
ເຈົ້າຮູ້ບໍ . . .?
ຊີວິດສົມລົດທີ່ບໍ່ມີຄວາມສຸກບໍ່ແມ່ນສິ່ງທີ່ເຈົ້າໄດ້ຮັບເປັນມໍລະດົກຈາກພໍ່ແມ່
ແຜນພາກປະຕິບັດ!
ຂ້ອຍສາມາດເວົ້າເຖິງຄວາມຢ້ານກົວຂອງຂ້ອຍກັບ (ໃຫ້ຂຽນຊື່ຂອງຜູ້ໃຫຍ່ທີ່ອາວຸໂສເຊິ່ງເຈົ້າຢາກເວົ້າລົມນຳ) ․․․․․
ຖ້າຂ້ອຍຮູ້ສຶກວ່າຕ້ອງການລົງໂທດພໍ່ແມ່ດ້ວຍການປະພຶດທີ່ບໍ່ດີ ຂ້ອຍສາມາດຄວບຄຸມມັນໄດ້ໂດຍເຮັດສິ່ງຕໍ່ໄປນີ້ ․․․․․
ສິ່ງທີ່ຂ້ອຍຢາກເວົ້າລົມກັບພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເປັນຫຍັງພໍ່ແມ່ຈຶ່ງບໍ່ເຕັມໃຈທີ່ຈະເວົ້າກັບເຈົ້າກ່ຽວກັບການຢ່າຮ້າງຂອງພວກເພິ່ນ?
• ເປັນຫຍັງຈຶ່ງສຳຄັນທີ່ຈະຈື່ໄວ້ວ່າການຢ່າຮ້າງແມ່ນການຂັດແຍ່ງກັນລະຫວ່າງພໍ່ແມ່ ບໍ່ແມ່ນກັບເຈົ້າ?
[ຈຸດເດັ່ນໜ້າ 32]
“ຫຼັງຈາກທີ່ແມ່ໜີປະພວກເຮົາ ຂ້ອຍຊຶມເສົ້າແລະໄຫ້ທຸກມື້. ແຕ່ຂ້ອຍອະທິດຖານຕະຫຼອດ ຫຍຸ້ງກັບການຊ່ວຍເຫຼືອຄົນອື່ນ ແລະຕິດສະໜິດກັບໝູ່ເພື່ອນທີ່ເປັນຜູ້ທີ່ອາວຸໂສ. ຂ້ອຍຮູ້ສຶກວ່າໂດຍວິທີທາງເຫຼົ່ານີ້ ພະເຢໂຫວາຊ່ວຍຂ້ອຍທີ່ຈະຮັບມືໄດ້.”—ນາງ ນາຕາລີ
[ຮູບພາບໜ້າ 33]
ການຮັບມືກັບການຢ່າຮ້າງຂອງພໍ່ແມ່ຄືກັບການຟື້ນຕົວຈາກອາການແຂນຫັກ ນັ້ນຄືຂັ້ນຕອນແມ່ນເຈັບປວດ ແຕ່ໃນທີ່ສຸດເຈົ້າຈະດີເປັນປົກກະຕິ