ບົດທີ 32
ຂ້ອຍຈະປົກປ້ອງຕົວເອງແນວໃດຈາກການຕົກເປັນເຫຍື່ອທາງເພດ?
ໃນແຕ່ລະປີມີຫຼາຍລ້ານຄົນຖືກຂົ່ມຂືນຫຼືບໍ່ດັ່ງນັ້ນກໍຖືກທຳຮ້າຍທາງເພດ ແລະການຄົ້ນຄວ້າສະແດງໃຫ້ເຫັນວ່າຄົນໜຸ່ມສາວຕົກເປັນເປົ້າໝາຍຫຼັກ. ຕົວຢ່າງເຊັ່ນ ມີການຄາດຄະເນວ່າໃນປະເທດສະຫະລັດອາເມລິກາ ປະມານເຄິ່ງໜຶ່ງຂອງຜູ້ທີ່ຕົກເປັນເຫຍື່ອຂອງການຂົ່ມຂືນມີອາຍຸຕ່ຳກວ່າ 18 ປີ. ເນື່ອງຈາກການຖືກທຳຮ້າຍແມ່ນມີແຜ່ຫຼາຍ ຈຶ່ງເປັນເລື່ອງສຳຄັນທີ່ເຈົ້າຈະພິຈາລະນາຫົວເລື່ອງນີ້.
“ລາວຈັບຂ້ອຍໄວ້ແລະຍູ້ຂ້ອຍລົງກ່ອນທີ່ຂ້ອຍຈະຮູ້ວ່າພວມເກີດຫຍັງຂຶ້ນ. ຂ້ອຍພະຍາຍາມສຸດຄວາມສາມາດເພື່ອຈະສູ້ຄືນ. ຂ້ອຍຈັບເອົາກະປ໋ອງສະເປພິກໄທອອກມາ ແຕ່ລາວປັດມັນຖິ້ມຈາກມືຂອງຂ້ອຍ. ຂ້ອຍພະຍາຍາມທີ່ຈະຮ້ອງ ແຕ່ມີພຽງລົມຜ່ານອອກຈາກປອດ. ຂ້ອຍຍູ້ ເຕະ ຊົກ ແລະຂູດ ແລະນັ້ນເປັນຕອນທີ່ຂ້ອຍຮູ້ສຶກວ່າມີມີດຈີ້ຢູ່ຜິວໜັງຂ້ອຍ. ຂ້ອຍອ່ອນລົງພວບພາບ.”—ນາງ ແອນເນັດ.
ການຕົກເປັນເຫຍື່ອທາງເພດເປັນເລື່ອງປົກກະຕິທຳມະດາຫຼາຍທີ່ສຸດໃນທຸກມື້ນີ້ ແລະຄົນໜຸ່ມສາວມັກຕົກເປັນເຫຍື່ອຂອງການຖືກທຳຮ້າຍ. ເຊັ່ນດຽວກັບແອນເນັດ ໜຸ່ມສາວບາງຄົນຖືກທຳຮ້າຍໂດຍຄົນແປກໜ້າ. ສ່ວນຄົນອື່ນໆຖືກທຳຮ້າຍໂດຍເພື່ອນບ້ານ. ຢ່າງເຊັ່ນໃນກໍລະນີຂອງນາງນາຕາລີທີ່ອາຍຸພຽງແຕ່ 10 ປີເທົ່ານັ້ນເຊິ່ງຖືກທຳຮ້າຍທາງເພດໂດຍຊາຍໜຸ່ມທີ່ອາໄສຢູ່ໃກ້ໆເຮືອນ. ນາຕາລີເວົ້າວ່າ: “ຂ້ອຍທັງຢ້ານແລະທັງອາຍເຊິ່ງຕອນທຳອິດບໍ່ໄດ້ບອກໃຜເລີຍ.”
ໜຸ່ມສາວບາງຄົນຖືກຂົ່ມຂືນໂດຍສະມາຊິກຄອບຄົວຂອງຕົນເອງ. ຜູ້ຍິງຄົນໜຶ່ງຊື່ຄາເມັນເລົ່າວ່າ: “ຕອນອາຍຸລະຫວ່າງ 5 ປີ ຫາ 12 ປີ ຂ້ອຍຖືກພໍ່ທຳຮ້າຍທາງເພດ. ໃນທີ່ສຸດຕອນອາຍຸ 20 ປີ ຂ້ອຍປະເຊີນໜ້າກັບພໍ່ກ່ຽວກັບເລື່ອງນີ້. ເພິ່ນບອກວ່າຂໍໂທດ ແຕ່ບໍ່ເທົ່າໃດເດືອນຕໍ່ມາກໍໄລ່ຂ້ອຍອອກຈາກເຮືອນ.”
ການຖືກທຳຮ້າຍທາງເພດໂດຍເພື່ອນບ້ານ ໝູ່ເພື່ອນ ຫຼືສະມາຊິກຄອບຄົວເປັນເລື່ອງທີ່ໜ້າເປັນຫ່ວງໃນທຸກມື້ນີ້.a ແຕ່ການສວຍໃຊ້ປະໂຫຍດຈາກຄົນໜຸ່ມສາວບໍ່ແມ່ນເລື່ອງໃໝ່. ການປະພຶດທີ່ໜ້າເສົ້າໃຈແບບນັ້ນແມ່ນແຕ່ໄດ້ເກີດຂຶ້ນໃນສະໄໝທີ່ຂຽນຄຳພີໄບເບິນ. (ໂຢເອນ 3:3; ມັດທາຍ 2:16) ໃນປັດຈຸບັນນີ້ເຮົາມີຊີວິດໃນສະໄໝວິກິດການ. ຫຼາຍຄົນຂາດ ‘ຄວາມຮັກໄຄ່ຕາມທຳມະຊາດ’ ແລະເປັນເລື່ອງປົກກະຕິທຳມະດາສຳລັບເດັກຍິງ (ແລະແມ່ນແຕ່ເດັກຊາຍ) ທີ່ຈະຖືກສວຍປະໂຫຍດທາງເພດ. (2 ຕີໂມເຕ 3:1-3) ໃນຂະນະທີ່ບໍ່ມີການເຕືອນລ່ວງໜ້າ ເພື່ອຮັບປະກັນ ຄວາມປອດໄພຂອງເຈົ້າ ມີຫຼາຍສິ່ງທີ່ສາມາດເຮັດໄດ້ເພື່ອປົກປ້ອງຕົວເອງ. ຂໍໃຫ້ພິຈາລະນາຄຳແນະນຳຕໍ່ໄປນີ້
ຈົ່ງລະວັງຕົວ. ເມື່ອຍ່າງອອກໄປນອກເຮືອນ ໃຫ້ມີສະຕິຕໍ່ສິ່ງທີ່ພວມເກີດຂຶ້ນຢູ່ທາງໜ້າເຈົ້າ ທາງຫຼັງ ແລະທາງຊ້າຍແລະທາງຂວາ. ບາງບ່ອນເປັນເຂດທີ່ຮູ້ຈັກກັນດີວ່າອັນຕະລາຍໂດຍສະເພາະຍາມກາງຄືນ. ຖ້າເປັນໄປໄດ້ ໃຫ້ຫຼີກລ່ຽງເຂດແບບນັ້ນຫຼືເຮັດໃຫ້ແນ່ໃຈວ່າເຈົ້າບໍ່ໄດ້ໄປຄົນດຽວ.—ສຸພາສິດ 27:12.
ຢ່າສ້າງຄວາມປະທັບໃຈແບບທີ່ບໍ່ຖືກຕ້ອງ. ຫຼີກລ່ຽງການກ້ຽວແບບຫຼິ້ນໆຫຼືການແຕ່ງຕົວທີ່ຍົວະເຍົ້າ. ການປະພຶດແບບນັ້ນອາດສົ່ງສັນຍານວ່າເຈົ້າສົນໃຈຢາກມີຄວາມໃກ້ຊິດທາງກາຍ ຫຼືຢ່າງໜ້ອຍກໍບໍ່ປະຕິເສດມັນ.—1 ຕີໂມເຕ 2:9, 10.
ເວົ້າເຖິງຂອບເຂດ. ຖ້າກຳລັງຄົບຫາເປັນແຟນກັບຜູ້ໃດຜູ້ໜຶ່ງ ໃຫ້ເວົ້າລົມກັບຜູ້ນັ້ນວ່າການປະພຶດແບບໃດເປັນສິ່ງທີ່ເໝາະສົມແລະບໍ່ເໝາະສົມ.b ເມື່ອວາງຂອບເຂດແລ້ວ ຢ່າພາຕົວເອງຕົກຢູ່ໃນສະຖານະການທີ່ເປັນອັນຕະລາຍເຊິ່ງເຈົ້າອາດຖືກທຳຮ້າຍທາງເພດໄດ້.—ສຸພາສິດ 13:10.
ຈົ່ງເຕັມໃຈທີ່ຈະເວົ້າອອກມາ. ບໍ່ມີຫຍັງຜິດທີ່ຈະກ່າວຢ່າງໜັກແໜ້ນວ່າ: “ຢ່າເຮັດ!” ຫຼື “ເອົາມືອອກ!” ຢ່າຢ້ານທີ່ຈະສູນເສຍແຟນ. ຖ້າລາວຍຸດຕິສາຍສຳພັນນຳຍ້ອນປະເດັນນີ້ ລາວບໍ່ມີຄ່າພໍທີ່ຈະມີໄວ້! ໃນທີ່ສຸດ ເຈົ້າສົມຄວນໄດ້ຄົນທີ່ເປັນຜູ້ຊາຍແທ້ເຊິ່ງນັບຖືຮ່າງກາຍແລະຫຼັກການຂອງເຈົ້າ.c
ຈົ່ງລະວັງເມື່ອໃຊ້ອິນເຕີເນັດ. ຢ່າໃຫ້ຂໍ້ມູນສ່ວນຕົວຫຼືລົງຮູບຖ່າຍທີ່ສາມາດລະບຸບ່ອນຢູ່ຂອງເຈົ້າ.d ຖ້າເຈົ້າໄດ້ຮັບຂໍ້ຄວາມກ່ຽວກັບເລື່ອງເພດທີ່ແຈ່ມແຈ້ງ ປົກກະຕິແລ້ວການຕອບຄືນດີທີ່ສຸດສຳລັບຂໍ້ຄວາມແບບນັ້ນກໍຄືການບໍ່ຕອບກັບ. ການມິດງຽບສ່ວນຫຼາຍເຮັດໃຫ້ນັກລ່າເຫຍື່ອທາງອິນເຕີເນັດບໍ່ສາມາດເຮັດຫຍັງໄດ້.
ຂັ້ນຕອນຕ່າງໆທີ່ກ່າວເຖິງຂ້າງເທິງເຮັດໃຫ້ໂອກາດທີ່ເຈົ້າຈະຖືກໂຈມຕີນັ້ນມີໜ້ອຍຫຼາຍ. (ສຸພາສິດ 22:3) ແນວໃດກໍຕາມ ຕາມຄວາມເປັນຈິງແລ້ວເຈົ້າອາດຈະບໍ່ສາມາດຄວບຄຸມສະພາບການຕ່າງໆໄດ້ຢ່າງເຕັມທີຕະຫຼອດເວລາ. ຕົວຢ່າງເຊັ່ນ ເຈົ້າອາດຈະບໍ່ສາມາດມີໝູ່ເດີນທາງໄປນຳຕະຫຼອດ ຫຼືບໍ່ສາມາດຫຼີກລ່ຽງບ່ອນຕ່າງໆທີ່ເປັນອັນຕະລາຍໄດ້ຕະຫຼອດ. ເຈົ້າອາດແມ່ນແຕ່ອາໄສ ຢູ່ໃນເຂດທີ່ເປັນອັນຕະລາຍ.
ບາງທີເຈົ້າອາດຮຽນຮູ້ຈາກປະສົບການອັນຂົມຂື່ນທີ່ວ່າ ສິ່ງໂຫດຮ້າຍສາມາດເກີດຂຶ້ນໄດ້ເຖິງແມ່ນວ່າພະຍາຍາມຫຼີກລ່ຽງເລື່ອງຫຍຸ້ງຍາກ. ເຊັ່ນດຽວກັບແອນເນັດທີ່ກ່າວເຖິງໃນຕອນຕົ້ນ ເຈົ້າອາດຖືກຄອບງຳດ້ວຍຄວາມຕົກໃຈແລະຖືກເຮັດໃຫ້ພ່າຍແພ້. ຫຼືເຊັ່ນດຽວກັບຄາເມັນ ເຈົ້າອາດຕົກເປັນເຫຍື່ອຕອນເປັນເດັກນ້ອຍ ເມື່ອເປັນແນວນັ້ນເຈົ້າບໍ່ມີສິດອຳນາດທີ່ຈະຄວບຄຸມສະຖານະການ ຫຼືແມ່ນແຕ່ບໍ່ເຂົ້າໃຈຢ່າງເຕັມທີໃນສິ່ງທີ່ພວມເກີດຂຶ້ນ. ເຈົ້າຈະຮັບມືແນວໃດກັບຄວາມຮູ້ສຶກຜິດເຊິ່ງມັກສ້າງຄວາມເຈັບປວດໃຈຕໍ່ກັບຜູ້ທີ່ຖືກທຳຮ້າຍທາງເພດ?
ຮັບມືກັບຄວາມຮູ້ສຶກຜິດ
ແອນເນັດຍັງຕໍ່ສູ້ຢູ່ກັບຄວາມຮູ້ສຶກຜິດຕໍ່ກັບສິ່ງທີ່ໄດ້ເກີດຂຶ້ນ. ລາວບອກວ່າ: “ຂ້ອຍໂທດຕົວເອງຕະຫຼອດເວລາ. ຂ້ອຍຄິດເຖິງຄືນນັ້ນເທື່ອແລ້ວເທື່ອອີກໃນຫົວຂອງຂ້ອຍ. ຂ້ອຍຮູ້ສຶກວ່າຄວນພະຍາຍາມຫຼາຍຂຶ້ນທີ່ຈະຕໍ່ສູ້ກັບຊາຍຄົນນັ້ນ. ຄວາມຈິງກໍຄືວ່າ ພາຍຫຼັງທີ່ຖືກມີດແທງ ຂ້ອຍອ່ອນເປ້ຍດ້ວຍຄວາມຢ້ານ. ຂ້ອຍບໍ່ສາມາດເຮັດຫຍັງໄດ້ຕື່ມອີກ ແຕ່ຮູ້ສຶກວ່າຂ້ອຍຄວນ ຈະເຮັດ.”
ນາຕາລີກໍເຊັ່ນກັນຕ້ອງຕໍ່ສູ້ກັບຄວາມຮູ້ສຶກຜິດ. ລາວບອກວ່າ: “ຂ້ອຍບໍ່ຄວນໄວ້ໃຈງ່າຍໂພດ. ພໍ່ແມ່ອອກກົດລະບຽບທີ່ວ່າຂ້ອຍແລະເອື້ອຍຕ້ອງຢູ່ນຳກັນເມື່ອຫຼິ້ນຢູ່ນອກເຮືອນ ແຕ່ຂ້ອຍບໍ່ໄດ້ຟັງເພິ່ນ. ດັ່ງນັ້ນ ຂ້ອຍຈຶ່ງຮູ້ສຶກວ່າຕົນເອງເປີດໂອກາດໃຫ້ກັບເພື່ອນບ້ານທີ່ຈະທຳຮ້າຍຂ້ອຍ. ສິ່ງທີ່ເກີດຂຶ້ນກະທົບໃສ່ຄອບຄົວ ແລະຂ້ອຍຮູ້ສຶກວ່າຕ້ອງຮັບຜິດຊອບທີ່ສ້າງຄວາມເຈັບປວດໃຫ້ເຂົາເຈົ້າຫຼາຍປານນັ້ນ. ຂ້ອຍຕໍ່ສູ້ກັບເລື່ອງນີ້ຫຼາຍທີ່ສຸດ.”
ຖ້າຄວາມຮູ້ສຶກຂອງເຈົ້າເປັນຄ້າຍຄືກັບຄວາມຮູ້ສຶກຂອງແອນເນັດຫຼືນາຕາລີ ເຈົ້າຈະຮັບມືກັບຄວາມຮູ້ສຶກຜິດໄດ້ແນວໃດ? ກ່ອນອື່ນ ຂໍໃຫ້ພະຍາຍາມຈື່ໄວ້ວ່າຖ້າຖືກຂົ່ມຂືນ ເຈົ້າບໍ່ໄດ້ເປັນຜູ້ທີ່ມີສ່ວນຮ່ວມນຳດ້ວຍຄວາມເຕັມໃຈ. ບາງຄົນເຮັດໃຫ້ບັນຫາເປັນເລື່ອງເລັກນ້ອຍ ໂດຍໃຊ້ຂໍ້ແກ້ຕົວວ່າ: “ນີ້ເປັນການປະພຶດຕາມທຳມະດາຂອງຜູ້ຊາຍ” ແລະຜູ້ທີ່ຕົກເປັນເຫຍື່ອຄວນຖືກຕຳໜິທີ່ຖືກຂົ່ມຂືນ. ແຕ່ບໍ່ມີໃຜສົມຄວນທີ່ຈະຖືກຂົ່ມຂືນ. ຖ້າເຈົ້າຕົກເປັນເຫຍື່ອຂອງການກະທຳທີ່ຊົ່ວຮ້າຍແບບນີ້ ເຈົ້າບໍ່ຄວນຖືກຕຳໜິ!
ແນ່ນອນ ການອ່ານຖ້ອຍຄຳທີ່ວ່າ “ເຈົ້າບໍ່ຄວນຖືກຕຳໜິ” ແມ່ນເປັນເລື່ອງງ່າຍ ການເຊື່ອໃນຖ້ອຍຄຳນີ້ອາດຍາກຫຼາຍກວ່າ. ບາງຄົນເກັບສິ່ງທີ່ເກີດຂຶ້ນໄວ້ໃນໃຈແລະທົນທຸກທໍລະມານກັບຄວາມຮູ້ສຶກຜິດແລະຄວາມຮູ້ສຶກຕ່າງໆໃນແງ່ລົບ. ແນວໃດກໍຕາມ ການມິດງຽບຂອງເຈົ້າຊ່ວຍເຈົ້າຫຼືຜູ້ທີ່ທຳຮ້າຍເຈົ້າບໍ? ເພື່ອຊ່ວຍຕົວເອງເຈົ້າຄວນຈະເບິ່ງອີກທາງເລືອກໜຶ່ງ.
ເລົ່າໃຫ້ຄົນອື່ນຟັງ
ຄຳພີໄບເບິນບອກເຮົາວ່າໃນຈຸດໜັກໜ່ວງທີ່ສຸດຂອງຄວາມວຸ່ນວາຍສັບສົນຂອງຕົວເອງ ໂຢບຊາຍຜູ້ຊອບທຳເວົ້າວ່າ: “ຂ້ອຍຈະໃຫ້ຄວາມຮ້ອງຄາງອອກໄປຕາມນ້ຳໃຈ. ຂ້ອຍຈະປາກດ້ວຍຄວາມຂົມໃຈ.” (ໂຢບ 10:1) ເຈົ້າຈະໄດ້ຮັບປະໂຫຍດຈາກການເຮັດແບບດຽວກັນນັ້ນ. ການເວົ້າລົມກັບຜູ້ທີ່ໄວ້ໃຈໄດ້ກ່ຽວກັບສິ່ງທີ່ເກີດຂຶ້ນໃນທີ່ສຸດສາມາດຊ່ວຍໃຫ້ຍອມຮັບເລື່ອງການຖືກຂົ່ມຂືນແລະໄດ້ຮັບການປົດປ່ອຍຈາກອາລົມຄວາມຮູ້ສຶກທີ່ເຄັ່ງຕຶງ.
ທີ່ຈິງ ຖ້າເຈົ້າເປັນຄລິດສະຕຽນ ເປັນສິ່ງສຳຄັນທີ່ຈະບອກຜູ້ເຖົ້າແກ່ໃນປະຊາຄົມກ່ຽວກັບສິ່ງທີ່ເກີດຂຶ້ນ. ຖ້ອຍຄຳທີ່ປອບໂຍນຂອງຜູ້ລ້ຽງແກະທີ່ປ່ຽມດ້ວຍຄວາມຮັກສາມາດເຮັດໃຫ້ໝັ້ນໃຈວ່າໃນຂະນະທີ່ຕົກເປັນເຫຍື່ອຂອງການຖືກຂົ່ມຂືນ ເຈົ້າບໍ່ໄດ້ຖືກເຮັດໃຫ້ເປິເປື້ອນດ້ວຍບາບຂອງຄົນອື່ນ. ນັ້ນເປັນສິ່ງທີ່ແອນເນັດຄົ້ນພົບ. ລາວເວົ້າວ່າ: “ຂ້ອຍບອກກັບໝູ່ສະໜິດຄົນໜຶ່ງ ແລະລາວສະໜັບສະໜູນຂ້ອຍໃຫ້ໄປເວົ້າກັບຜູ້ເຖົ້າແກ່ໃນປະຊາຄົມ. ຂ້ອຍດີໃຈທີ່ໄດ້ເຮັດແບບນັ້ນ. ເຂົາເຈົ້ານັ່ງລົມກັບຂ້ອຍໃນຫຼາຍໂອກາດ ແລະເວົ້າໃນສິ່ງທີ່ຂ້ອຍຢາກຟັງທີ່ວ່າສິ່ງທີ່ເກີດຂຶ້ນບໍ່ແມ່ນຄວາມຜິດຂອງຂ້ອຍ. ບໍ່ມີຈັກແນວ ທີ່ເປັນຄວາມຜິດຂອງຂ້ອຍ.”
ການເວົ້າລົມກ່ຽວກັບສິ່ງທີ່ເກີດຂຶ້ນແລະການເປີດເຜີຍກ່ຽວກັບຄວາມຮູ້ສຶກສາມາດປົກປ້ອງເຈົ້າໄວ້ຈາກການຖືກຄອບງຳດ້ວຍຄວາມຄຽດຮ້າຍແລະຄວາມຂຸ່ນເຄືອງ. (ຄຳເພງ 37:8) ມັນອາດຊ່ວຍເຈົ້າໃຫ້ໄດ້ຮັບການປົດປ່ອຍ ບາງເທື່ອອາດຈະເປັນຄັ້ງທຳອິດໃນໄລຍະຫຼາຍປີທີ່ຜ່ານມາ. ພາຍຫຼັງທີ່ບອກພໍ່ແມ່ເລື່ອງການຖືກຂົ່ມຂືນ ນາຕາລີພົບວ່ານັ້ນເປັນຄວາມຈິງແທ້ໆ. ລາວເວົ້າວ່າ: “ພໍ່ແມ່ໃຫ້ກຳລັງໃຈຂ້ອຍ. ພວກເພິ່ນສະໜັບສະໜູນຂ້ອຍໃຫ້ເວົ້າລົມກ່ຽວກັບເລື່ອງນີ້ ແລະນັ້ນຊ່ວຍຂ້ອຍບໍ່ໃຫ້ຮູ້ສຶກໂສກເສົ້າເກີນໄປແລະຄຽດຮ້າຍຢູ່ພາຍໃນ.” ນອກຈາກນັ້ນ ນາຕາລີຍັງພົບການປອບໂຍນໂດຍການອະທິດຖານ. ລາວເວົ້າວ່າ: “ການເວົ້າລົມກັບພະເຈົ້າຊ່ວຍຂ້ອຍ ໂດຍສະເພາະໃນເວລາທີ່ຮູ້ສຶກວ່າຕົວເອງບໍ່ສາມາດເປີດປາກເວົ້າກັບຄົນອື່ນ. ເມື່ອຂ້ອຍອະທິດຖານ ຂ້ອຍສາມາດເວົ້າຢ່າງເສລີ. ມັນເຮັດໃຫ້ມີສັນຕິສຸກແລະຄວາມສະຫງົບພາຍໃນໃຈແທ້ໆ.”e
ເຈົ້າກໍເຊັ່ນກັນສາມາດພົບວ່າ “ມີເວລາປົວໃຫ້ດີ.” (ຜູ້ເທສະໜາປ່າວປະກາດ 3:3) ໃຫ້ເພິ່ງພາອາໄສໝູ່ທີ່ໃຫ້ການຊູໃຈເຊິ່ງເປັນຄືກັບຜູ້ເຖົ້າແກ່ທີ່ພັນລະນາໄວ້ວ່າເປັນຄ້າຍຄືກັບສິ່ງ “ປົກປ້ອງກັ້ນຈາກລົມພັດ ແລະທີ່ເພິ່ງອາໄສຈາກຟ້າແຕກຟ້າຜ້ຽງ.” (ເອຊາອີ 32:2) ໃຫ້ເອົາໃຈໃສ່ເບິ່ງແຍງສຸຂະພາບທາງກາຍແລະທາງອາລົມ. ໃຫ້ພັກຜ່ອນຕາມທີ່ຈຳເປັນ. ແລະເໜືອສິ່ງອື່ນໃດທັງໝົດ ໃຫ້ໄວ້ວາງໃຈໃນພະເຢໂຫວາພະເຈົ້າຜູ້ໃຫ້ການປອບໂຍນໃນທຸກສິ່ງ ຜູ້ທີ່ຈະນຳເອົາໂລກໃໝ່ເຊິ່ງ “ຄົນທັງຫຼາຍທີ່ເຮັດການຮ້າຍຈະຈິບຫາຍໄປ ແລະຄົນທັງຫຼາຍທີ່ຄອງຫາພະເຢໂຫວາພວກຄົນນັ້ນຈະມີແຜ່ນດິນໄວ້.”—ຄຳເພງ 37:9.
[ຂໍ້ຄວາມໄຂເງື່ອນ]
a ບາງກໍລະນີກ່ຽວຂ້ອງກັບການຖືກຂົ່ມຂືນໂດຍຜູ້ທີ່ຕົນຄົບຫາເປັນແຟນນຳ ເຊິ່ງຝ່າຍຍິງຖືກບັງຄັບໃຫ້ມີເພດສຳພັນນຳຫຼືຖືກວາງຢາສະຫຼົບເພື່ອໃຫ້ປະຕິບັດຕາມ.
b ສຳລັບຂໍ້ມູນເພີ່ມເຕີມ ຂໍໃຫ້ເບິ່ງບົດທີ 4 ຂອງເຫຼັ້ມທີ 2.
c ແນ່ນອນວ່າຄຳແນະນຳນັ້ນສາມາດໃຊ້ໄດ້ເຊັ່ນກັນຖ້າຍິງສາວກົດດັນໃຫ້ຊາຍໜຸ່ມມີເພດສຳພັນນຳ.
d ສຳລັບຂໍ້ມູນເພີ່ມເຕີມຂໍໃຫ້ເບິ່ງບົດທີ 11 ຂອງເຫຼັ້ມທີ 2.
e ບາງເທື່ອຜູ້ຕົກເປັນເຫຍື່ອຂອງການຖືກຂົ່ມຂືນຢູ່ພາຍໃຕ້ຄວາມໂສກເສົ້າອັນໜັກໜ່ວງ. ໃນກໍລະນີເຊັ່ນນັ້ນ ເປັນເລື່ອງສຸຂຸມທີ່ຈະປຶກສາແພດ. ສຳລັບຂໍ້ມູນເພີ່ມເຕີມໃນເລື່ອງການຮັບມືກັບຄວາມຮູ້ສຶກໂສກເສົ້າ ຂໍໃຫ້ເບິ່ງບົດທີ 13 ແລະ 14 ຂອງປຶ້ມຫົວນີ້.
ຂໍ້ພະຄຳພີຫຼັກ
“ໃນສະໄໝສຸດທ້າຍຈະເກີດວິກິດການເຊິ່ງຍາກຈະຮັບມືໄດ້. ເພາະວ່າຄົນຈະຮັກຕົວເອງ . . . ບໍ່ມີຄວາມຮັກໄຄ່ຕາມທຳມະຊາດ . . . ບໍ່ມີການຄວບຄຸມຕົນເອງ ຖ່ອຍຮ້າຍ ບໍ່ຮັກຄວາມດີ.”—2 ຕີໂມເຕ 3:1-3, ລ.ມ.
ຄຳແນະນຳ
ຖ້າເຈົ້າຕົກເປັນເຫຍື່ອຂອງການຖືກທຳຮ້າຍທາງເພດ ໃຫ້ຂຽນຂໍ້ພະຄຳພີຕ່າງໆທີ່ສາມາດປອບໂຍນເຈົ້າ. ຂໍ້ພະຄຳພີເຫຼົ່ານັ້ນອາດລວມເອົາຄຳເພງ 37:28; 46:1; 118:5-9; ສຸພາສິດ 17:17; ແລະ ຟີລິບ 4:6, 7.
ເຈົ້າຮູ້ບໍ . . .?
ໃນປະເທດສະຫະລັດອາເມລິກາ ຫຼາຍກວ່າ 90 ສ່ວນຮ້ອຍຂອງຄົນໜຸ່ມສາວທີ່ຕົກເປັນເຫຍື່ອຂອງການຂົ່ມຂືນຮູ້ຈັກກັບຜູ້ທີ່ທຳຮ້າຍເຂົາເຈົ້າ.
ແຜນພາກປະຕິບັດ!
ເມື່ອຂ້ອຍຮູ້ສຶກຜິດຕໍ່ກັບສິ່ງທີ່ເກີດຂຶ້ນ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ອັນໃດຄືຜົນປະໂຫຍດຂອງການເວົ້າກ່ຽວກັບການຖືກຂົ່ມຂືນ?
• ມີຫຍັງອາດເກີດຂຶ້ນທັງກັບເຈົ້າແລະກັບຄົນອື່ນ ຖ້າເຈົ້າມິດງຽບບໍ່ເວົ້າເຖິງມັນ?
[ຈຸດເດັ່ນໜ້າ 232]
“ເປັນເລື່ອງຍາກທີ່ຈະເວົ້າກ່ຽວກັບເລື່ອງການຖືກທຳຮ້າຍກັບຜູ້ໃດຜູ້ໜຶ່ງ ແຕ່ເປັນສິ່ງທີ່ດີທີ່ສຸດທີ່ຄວນເຮັດ. ການເວົ້າອອກມາສາມາດຊ່ວຍໃຫ້ປົດປ່ອຍຄວາມໂສກເສົ້າ ຄວາມໃຈຮ້າຍ ແລະໄດ້ກຳລັງກັບຄືນມາອີກ.”—ນາງ ນາຕາລີ
[ກອບໜ້າ 230]
“ຖ້າເຈົ້າຮັກຂ້ອຍ . . .”
ນັກລ່າເຫຍື່ອທາງເພດປະເພດໜຶ່ງບໍ່ໄດ້ບັງຄັບຜູ້ຍິງໂດຍກົງ ແຕ່ຫຼິ້ນກັບຄວາມຮູ້ສຶກຂອງເຂົາເຈົ້າ. ໂດຍວິທີໃດ? ໂດຍການເວົ້າສິ່ງຕ່າງເຊັ່ນ “ຄົນອື່ນໆກໍມີເພດສຳພັນ” “ບໍ່ມີໃຜຮູ້ດອກ” ຫຼືດັ່ງທີ່ກ່າວເຖິງໃນບົດທີ 24 ຂອງປຶ້ມຫົວນີ້ທີ່ວ່າ “ຖ້າເຈົ້າຮັກຂ້ອຍ ເຈົ້າຈະຍອມເຮັດສິ່ງນີ້.” ຢ່າຖືກຊັກນຳໃຫ້ຫຼົງຜິດໂດຍຊາຍໜຸ່ມທີ່ພະຍາຍາມເຮັດໃຫ້ເຈົ້າເຊື່ອວ່າການມີເພດສຳພັນເທົ່າທຽມກັບຄວາມຮັກ. ຄວາມຈິງກໍຄືວ່າ ໃຜກໍຕາມທີ່ຄິດແບບນັ້ນພຽງແຕ່ສະແຫວງຫາຄວາມພໍໃຈໃຫ້ກັບຕົວເອງ. ລາວບໍ່ໄດ້ຄິດເຖິງເຈົ້າຫຼືສະຫວັດດີພາບຂອງເຈົ້າ. ໃນທາງກົງກັນຂ້າມ ຜູ້ທີ່ເປັນຜູ້ຊາຍແທ້ໆຈະໃຫ້ຜົນປະໂຫຍດຂອງເຈົ້າມາກ່ອນຂອງຕົນເອງ ແລະຈະສະແດງຄວາມເຂັ້ມແຂງໃນການຍຶດໝັ້ນກັບມາດຕະຖານດ້ານສິລະທຳຂອງພະເຈົ້າ. (1 ໂກລິນໂທ 10:24) ຜູ້ທີ່ເປັນຜູ້ຊາຍແທ້ໆຈະບໍ່ປະຕິບັດກັບຜູ້ຍິງວ່າເປັນຄືກັບເຄື່ອງມືທາງເພດ. ແທນທີ່ຈະເປັນແນວນັ້ນ ລາວຈະຖືວ່າ “ຜູ້ຍິງຫນຸ່ມເໝືອນເປັນນ້ອງສາວໃນຄວາມບໍລິສຸດໝົດສິ້ນ.”—1 ຕີໂມເຕ 5:1, 2.
[ຮູບພາບໜ້າ 233]
ຄວາມຮູ້ສຶກທີ່ຍັງຫຼົງເຫຼືອຢູ່ຈາກການຖືກທຳຮ້າຍອາດໜັກໜ່ວງເກີນໄປສຳລັບເຈົ້າທີ່ຈະແບກຫາບດ້ວຍຕົວເອງ. ເປັນຫຍັງບໍ່ສະແຫວງຫາຄວາມຊ່ວຍເຫຼືອໂດຍການເວົ້າລົມກັບຜູ້ໃດຜູ້ໜຶ່ງ?