ບົດທີ 24
ເພດສຳພັນຈະເສີມສ້າງສາຍສຳພັນໃຫ້ດີຂຶ້ນບໍ?
ນາງເຮເຕີຫາກໍຄົບຫາກັບທ້າວໄມໄດ້ສອງເດືອນ ແຕ່ລາວຮູ້ສຶກວ່າຮູ້ຈັກກັບໄມມາດົນນານແລ້ວ. ທັງສອງສົ່ງຂໍ້ຄວາມຫາກັນທາງໂທລະສັບເປັນປະຈຳ ໂທລົມກັນແຕ່ລະເທື່ອດົນເປັນຊົ່ວໂມງ ແລະເຖິງຂັ້ນວ່າຮູ້ໃຈອີກຝ່າຍໜຶ່ງວ່າຈະເວົ້າຫຍັງອອກມາ! ແຕ່ຕອນນີ້ ເມື່ອທັງສອງນັ່ງຢູ່ໃນລົດໃຫຍ່ທີ່ຈອດຢູ່ພາຍໃຕ້ແສງເດືອນ ໄມຕ້ອງການຫຼາຍກວ່າການເວົ້າລົມກັນ.
ໃນໄລຍະສອງເດືອນທີ່ຜ່ານມາ ໄມກັບເຮເຕີບໍ່ໄດ້ເຮັດຫຍັງເກີນຂອບເຂດ ນອກຈາກຈັບມືກັນເທົ່ານັ້ນແລະຈູບກັນບຶດໜຶ່ງ. ເຮເຕີບໍ່ຕ້ອງການເຮັດຫຍັງທີ່ເກີນຂອບເຂດໄປກວ່ານັ້ນ. ແຕ່ໃນຂະນະດຽວກັນລາວກໍບໍ່ຕ້ອງການທີ່ຈະເສຍໄມໄປ. ບໍ່ເຄີຍມີໃຜເຮັດໃຫ້ລາວຮູ້ສຶກມີຄວາມສຸກ ຫຼືເປັນຄົນພິເສດແບບນີ້ມາກ່ອນ. ລາວບອກກັບຕົວເອງວ່າ ‘ອີກຢ່າງໜຶ່ງ ຂ້ອຍກັບໄມກໍຮັກກັນ . . .’
ເຈົ້າອາດເດົາໄດ້ວ່າເລື່ອງນີ້ຈະລົງທ້າຍແນວໃດ? ແຕ່ສິ່ງທີ່ເຈົ້າອາດບໍ່ຮູ້ກໍຄື ການມີເພດສຳພັນຈະປ່ຽນແປງສິ່ງຕ່າງໆຢ່າງໃຫຍ່ຫຼວງສຳລັບໄມແລະເຮເຕີ ແລະບໍ່ແມ່ນໃນທາງທີ່ດີຂຶ້ນ. ຂໍໃຫ້ພິຈາລະນາສິ່ງຕໍ່ໄປນີ້
ຖ້າເຈົ້າຝືນກົດທຳມະຊາດ ເຊັ່ນ ກົດເລື່ອງແຮງດຶງດູດ ເຈົ້າກໍຈະໄດ້ຮັບຜົນເສຍຫາຍ. ເປັນຈິງເຊັ່ນນັ້ນດ້ວຍຖ້າຝ່າຝືນກົດສິລະທຳ ດັ່ງຂໍ້ໜຶ່ງທີ່ກ່າວໄວ້ວ່າ: “ຈົ່ງອົດກັ້ນໄວ້ຈາກການຜິດຊາຍຍິງ.” (1 ເທຊະໂລນີກ 4:3) ອັນໃດຄືຜົນຈາກການບໍ່ເຊື່ອຟັງຄຳສັ່ງນັ້ນ? ຄຳພີໄບເບິນກ່າວວ່າ: “ຄົນທີ່ລ່ວງຜິດຊາຍຍິງກໍຜິດຕໍ່ກາຍຂອງຕົນເອງ.” (1 ໂກລິນໂທ 6:18) ຂໍ້ນີ້ເປັນຈິງແນວໃດ? ລອງເບິ່ງດູວ່າຢູ່ທາງລຸ່ມນີ້ເຈົ້າຈະສາມາດຂຽນເຖິງຜົນເສຍຫາຍສາມຢ່າງທີ່ອາດເກີດຂຶ້ນກັບຄົນທີ່ມີເພດສຳພັນກັນກ່ອນການແຕ່ງດອງ.
1 ․․․․․
2 ․․․․․
3 ․․․․․
ບັດນີ້ຂໍໃຫ້ເບິ່ງສິ່ງທີ່ຂຽນ. ເຈົ້າໄດ້ຂຽນພະຍາດທີ່ຕິດຕໍ່ກັນທາງເພດສຳພັນ ການຖືພາໂດຍທີ່ບໍ່ຕ້ອງການ ຫຼືການສູນເສຍຄວາມໂປດປານຈາກພະເຈົ້າບໍ? ສິ່ງເຫຼົ່ານີ້ເປັນຜົນເສຍຫາຍຮ້າຍແຮງເຊິ່ງເກີດຂຶ້ນໄດ້ກັບໃຜກໍຕາມທີ່ຝ່າຝືນກົດທາງສິລະທຳຂອງພະເຈົ້າໃນເລື່ອງການຜິດປະເວນີ.
ເຖິງຢ່າງນັ້ນ ເຈົ້າກໍອາດຖືກລໍ້ໃຈ. ເຈົ້າອາດຄິດວ່າ ‘ບໍ່ມີຫຍັງຈະເກີດຂຶ້ນກັບຂ້ອຍ ດອກ.’ ຖ້າຈະເວົ້າແລ້ວ ທຸກໆຄົນ ກໍມີເພດສຳພັນກັນໝົດບໍ່ແມ່ນບໍ? ໝູ່ຢູ່ໂຮງຮຽນໂອ້ອວດເລື່ອງປະສົບການທາງເພດ ແລະເຂົາເຈົ້າ ບໍ່ໄດ້ຮັບຄວາມເສຍຫາຍຫຍັງເລີຍ. ບາງເທື່ອເຈົ້າອາດຮູ້ສຶກຄືເຮເຕີໃນສາກເຫດການຂ້າງເທິງ ຄືຄິດວ່າເພດສຳພັນຈະເຮັດໃຫ້ສະໜິດກັບແຟນຫຼາຍຂຶ້ນ. ນອກຈາກນັ້ນ ມີໃຜແດ່ທີ່ຢາກຈະຖືກຢອກລໍ້ວ່າຍັງບໍລິສຸດ ຢູ່? ການມີເພດສຳພັນຄົງຈະດີກວ່າບໍ່ແມ່ນບໍ?
ຢ່າຟ້າວສະຫລຸບແນວນັ້ນ! ທຳອິດ ບໍ່ແມ່ນທຸກຄົນ ກຳລັງເຮັດແບບນັ້ນ. ແມ່ນຢູ່ ເຈົ້າອາດເຄີຍອ່ານສະຖິຕິທີ່ຊີ້ບອກວ່າໜຸ່ມສາວຈຳນວນຫຼວງຫຼາຍກຳລັງມີເພດສຳພັນ. ຕົວຢ່າງເຊັ່ນ ການສຶກສາຄົ້ນຄວ້າໃນສະຫະລັດອາເມລິກາສະແດງໃຫ້ເຫັນວ່າເມື່ອຮຽນຈົບຊັ້ນມໍປາຍມີໜຸ່ມສາວຂອງປະເທດນັ້ນເຖິງ 2 ໃນ 3 ມີເພດສຳພັນເປັນປະຈຳ. ແຕ່ນັ້ນກໍໝາຍຄວາມດ້ວຍວ່າ 1 ໃນ 3 ບໍ່ໄດ້ເຮັດແນວນັ້ນ ເຊິ່ງເປັນຈຳນວນຫຼາຍສົມຄວນ. ແລ້ວຄົນທີ່ມີ ເພດສຳພັນເດ? ນັກຄົ້ນຄວ້າພົບວ່າຄົນໜຸ່ມສາວເຫຼົ່ານັ້ນຈຳນວນຫຼາຍມັກປະເຊີນກັບຄວາມເປັນຈິງອັນໂຫດຮ້າຍຢ່າງໜຶ່ງຫຼືຫຼາຍກວ່ານັ້ນດັ່ງຕໍ່ໄປນີ້.
ຄວາມເປັນຈິງອັນໂຫດຮ້າຍທີ 1 ຄວາມທຸກໃຈ. ໜຸ່ມສາວສ່ວນຫຼາຍທີ່ມີເພດສຳພັນກ່ອນແຕ່ງດອງບອກວ່າເສຍໃຈທີ່ໄດ້ເຮັດແບບນັ້ນ.
ຄວາມເປັນຈິງອັນໂຫດຮ້າຍທີ 2 ການບໍ່ໄວ້ວາງໃຈກັນ. ຫຼັງຈາກມີເພດສຳພັນກັນແລ້ວ ແຕ່ລະຝ່າຍຈະເລີ່ມສົງໄສກັນວ່າ ‘ມີໃຜອີກບໍທີ່ລາວເຄີຍມີເພດສຳພັນນຳ?’
ຄວາມເປັນຈິງອັນໂຫດຮ້າຍທີ 3 ຄວາມຜິດຫວັງ. ໃນສ່ວນເລິກໆແລ້ວ ຍິງສາວຫຼາຍຄົນຢາກຈະມີຜູ້ໃດຜູ້ໜຶ່ງທີ່ປົກປ້ອງ ຕົນ ບໍ່ແມ່ນສວຍໃຊ້ປະໂຫຍດ ຈາກເຂົາເຈົ້າ. ແລະຊາຍໜຸ່ມຫຼາຍຄົນຮູ້ສຶກວ່າເຂົາເຈົ້າມີຄວາມສົນໃຈໜ້ອຍລົງຕໍ່ກັບຍິງສາວທີ່ຍອມມີເພດສຳພັນນຳ.
ນອກຈາກທີ່ກ່າວມາຂ້າງເທິງນັ້ນແລ້ວ ຊາຍໜຸ່ມຫຼາຍຄົນເວົ້າວ່າຈະບໍ່ມີວັນແຕ່ງດອງກັບຍິງສາວທີ່ພວກຕົນເຄີຍມີເພດສຳພັນນຳ. ຍ້ອນຫຍັງ? ຍ້ອນວ່າເຂົາເຈົ້າຢາກແຕ່ງດອງກັບຄົນທີ່ບໍລິສຸດ!
ຖ້າເຈົ້າເປັນຜູ້ຍິງ ເລື່ອງນີ້ເຮັດໃຫ້ເຈົ້າແປກໃຈຫຼືແມ່ນແຕ່ໃຈຮ້າຍບໍ? ຂໍໃຫ້ຈື່ໄວ້ວ່າ ຜົນຂອງການມີເພດສຳພັນກ່ອນແຕ່ງດອງນັ້ນຕ່າງຈາກທີ່ເຫັນໃນພາບພະຍົນແລະໃນໂທລະພາບ. ອຸດສາຫະກຳຄວາມບັນເທີງເຮັດໃຫ້ການມີເພດສຳພັນຂອງໄວຮຸ່ນເປັນເລື່ອງທີ່ຄັກຈັບໃຈ ແລະສ້າງໃຫ້ເບິ່ງຄືວ່າເປັນເລື່ອງມ່ວນທີ່ບໍ່ມີພິດມີໄພຫຍັງຫຼືແມ່ນແຕ່ເປັນຮັກແທ້. ແຕ່ຢ່າຖືກຫຼອກລວງ! ຄົນທີ່ພະຍາຍາມລໍ້ລວງເຈົ້າໃຫ້ມີເພດສຳພັນກ່ອນການແຕ່ງດອງກຳລັງສະແຫວງຫາຜົນປະໂຫຍດສ່ວນຕົວເທົ່ານັ້ນ. (1 ໂກລິນໂທ 13:4, 5) ອີກຢ່າງໜຶ່ງ ຄົນທີ່ຮັກເຈົ້າແທ້ໆ ຈະເຮັດສິ່ງໃດສິ່ງໜຶ່ງທີ່ອາດເປັນອັນຕະລາຍຕໍ່ຮ່າງກາຍແລະອາລົມຂອງເຈົ້າບໍ? (ສຸພາສິດ 5:3, 4) ແລະຄົນທີ່ເປັນຫ່ວງເຈົ້າແທ້ໆ ຈະພະຍາຍາມລໍ້ລວງເຈົ້າໃຫ້ເຮັດສິ່ງທີ່ມີຜົນເສຍຫາຍຕໍ່ສາຍສຳພັນຂອງເຈົ້າກັບພະເຈົ້າບໍ?—ເຫບເລີ 13:4.
ຖ້າເຈົ້າເປັນຊາຍໜຸ່ມແລະກຳລັງຕິດຕໍ່ຝາກຮັກ ສິ່ງທີ່ກ່າວໃນບົດນີ້ຄວນເຕືອນສະຕິເຈົ້າທີ່ຈະຄຳນຶງເຖິງສາຍສຳພັນທີ່ເຈົ້າກ່ຽວຂ້ອງຢູ່ນຳ. ຂໍໃຫ້ຖາມຕົວເອງວ່າ ‘ຂ້ອຍຫ່ວງໃຍແຟນຂອງຂ້ອຍແທ້ໆບໍ?’ ຖ້າເຈົ້າຕອບວ່າແມ່ນ ວິທີດີທີ່ສຸດທີ່ເຈົ້າຈະສະແດງອອກແມ່ນໂດຍທາງໃດ? ໂດຍການມີຄວາມເຂັ້ມແຂງ ທີ່ຈະຍຶດໝັ້ນກັບກົດໝາຍຂອງພະເຈົ້າ ມີສະຕິປັນຍາ ທີ່ຈະຫຼີກລ່ຽງຈາກສະພາບການຕ່າງໆທີ່ລໍ້ໃຈ ແລະຄວາມຮັກ ທີ່ຈະຫ່ວງໃຍສະຫວັດດີພາບຂອງແຟນ. ຖ້າເຈົ້າມີຄຸນສົມບັດແບບນີ້ ແຟນຂອງເຈົ້າກໍຄົງຮູ້ສຶກຄືກັບຍິງສາວຊາວຊຶລາມີດຜູ້ທີ່ຍຶດໝັ້ນກັບຫຼັກການດ້ານສິລະທຳເຊິ່ງເວົ້າວ່າ: “ທ່ານທີ່ຂ້ານ້ອຍຮັກຫຼາຍກໍເປັນຂອງຂ້ານ້ອຍ. ແລະຂ້ານ້ອຍເປັນຂອງທ່ານ.” (ບົດລຳເພງ 2:16) ເວົ້າສັ້ນໆກໍຄື ເຈົ້າຈະເປັນວິລະບຸລຸດຂອງລາວ!
ບໍ່ວ່າເຈົ້າຈະເປັນຍິງສາວຫຼືຊາຍໜຸ່ມ ຖ້າເຈົ້າມີເພດສຳພັນກ່ອນແຕ່ງດອງເຈົ້າຈະເຮັດໃຫ້ຕົວເອງເສຍກຽດດ້ວຍການຖິ້ມສິ່ງໜຶ່ງທີ່ມີຄ່າໃຫ້ເສຍໄປລ້າໆ. (ໂລມ 1:24) ບໍ່ເປັນຕາໜ້າແປກໃຈທີ່ຫຼາຍຄົນຮູ້ສຶກຫວ່າງເປົ່າແລະໄຮ້ຄ່າພາຍຫຼັງການມີເພດສຳພັນ ມັນເປັນຄືກັບວ່າຍອມໃຫ້ສ່ວນທີ່ມີຄ່າຂອງຕົນເອງຖືກລັກເອົາໄປໂດຍທີ່ບໍ່ໄດ້ລະວັງຮັກສາໄວ້! ຢ່າຍອມໃຫ້ສິ່ງແບບນີ້ເກີດຂຶ້ນກັບເຈົ້າ. ຖ້າຜູ້ໜຶ່ງພະຍາຍາມລໍ້ລວງເຈົ້າໃຫ້ຕົກເຂົ້າສູ່ການມີເພດສຳພັນໂດຍເວົ້າວ່າ: “ຖ້າເຈົ້າຮັກຂ້ອຍ ເຈົ້າຈະເຮັດສິ່ງນີ້” ຂໍໃຫ້ຕອບຄືນຢ່າງໜັກແໜ້ນວ່າ: “ຖ້າເຈົ້າຮັກຂ້ອຍ ເຈົ້າຈະບໍ່ຂໍແບບນີ້!”
ຮ່າງກາຍຂອງເຈົ້າມີຄ່າຢ່າງຍິ່ງ ຈຶ່ງບໍ່ຄວນຍອມສະລະຄືກັບວ່າມັນບໍ່ມີຄ່າ. ຈົ່ງສະແດງວ່າເຈົ້າເຂັ້ມແຂງພຽງພໍທີ່ຈະເຊື່ອຟັງຄຳສັ່ງຂອງພະເຈົ້າທີ່ໃຫ້ຫຼີກໜີຈາກການຜິດປະເວນີ. ແລ້ວມື້ໜຶ່ງຖ້າເຈົ້າແຕ່ງດອງ ເຈົ້າກໍມີເພດສຳພັນໄດ້. ແລະເຈົ້າຈະຊື່ນຊົມໄດ້ເຕັມທີ ໂດຍບໍ່ຕ້ອງກັງວົນ ເສຍໃຈ ແລະຮູ້ສຶກບໍ່ໝັ້ນຄົງປອດໄພເຊິ່ງມັກເກີດຫຼັງຈາກການມີເພດສຳພັນກ່ອນແຕ່ງດອງ.—ສຸພາສິດ 7:22, 23; 1 ໂກລິນໂທ 7:3.
ສາມາດອ່ານເພີ່ມເຕີມກ່ຽວກັບຫົວເລື່ອງນີ້ໃນບົດທີ 4 ແລະບົດທີ 5 ຂອງເຫຼັ້ມທີ 2
ການສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງເປັນເລື່ອງຮ້າຍແຮງພຽງໃດ?
ຂໍ້ພະຄຳພີຫຼັກ
“ຈົ່ງປົບໜີຈາກການຜິດຊາຍຍິງເສຍເຖີ້ນ . . . ຄົນທີ່ລ່ວງຜິດຊາຍຍິງກໍຜິດຕໍ່ກາຍຂອງຕົນເອງ.”—1 ໂກລິນໂທ 6:18.
ຄຳແນະນຳ
ເມື່ອມາເຖິງເລື່ອງການປະພຶດຕໍ່ເພດກົງກັນຂ້າມ ຫຼັກການທີ່ດີທີ່ຈະຕິດຕາມແມ່ນດັ່ງນີ້ ຖ້າມັນແມ່ນສິ່ງທີ່ເຈົ້າບໍ່ຢາກໃຫ້ພໍ່ແມ່ເຫັນເຈົ້າເຮັດ ດັ່ງນັ້ນ ເຈົ້າກໍບໍ່ຄວນເຮັດ.
ເຈົ້າຮູ້ບໍ . . .?
ຫຼັງຈາກທີ່ມີເພດສຳພັນ ໂດຍທົ່ວໄປຊາຍໜຸ່ມມັກຈະເຊົາຄົບຫາກັບແຟນແລະໄປຊອກຫາແຟນໃໝ່.
ແຜນພາກປະຕິບັດ!
ເມື່ອຢູ່ຕາມລຳພັງກັບຜູ້ທີ່ເປັນເພດກົງກັນຂ້າມ ສະພາບການທີ່ຂ້ອຍຕ້ອງຫຼີກລ່ຽງແມ່ນ ․․․․․
ຖ້າຄົນໜຶ່ງທີ່ເປັນເພດກົງກັນຂ້າມຢາກພົບກັບຂ້ອຍຢູ່ບ່ອນທີ່ລັບຕາຄົນ ຂ້ອຍຈະເວົ້າວ່າ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເຖິງແມ່ນວ່າການມີເພດສຳພັນກ່ອນແຕ່ງດອງອາດເປັນຕາດຶງດູດໃຈສຳລັບມະນຸດທີ່ບໍ່ສົມບູນແບບ ແຕ່ເປັນຫຍັງເປັນສິ່ງທີ່ຜິດສຳລັບເຈົ້າ?
• ເຈົ້າຈະເຮັດແນວໃດຖ້າມີຄົນຊວນໃຫ້ມີເພດສຳພັນນຳ?
[ຈຸດເດັ່ນໜ້າ 176]
“ເນື່ອງຈາກເປັນຄລິດສະຕຽນ ເຈົ້າມີຄຸນລັກສະນະຕ່າງໆທີ່ຄົນອື່ນນິຍົມຊົມຊອບ. ດັ່ງນັ້ນ ເຈົ້າຕ້ອງຕື່ນຕົວແລະປະຕິເສດເມື່ອຖືກຊັກຊວນໃຫ້ໄປເຮັດໃນສິ່ງທີ່ຜິດສິລະທຳ. ຈົ່ງເຫັນຄຸນຄ່າຄຸນລັກສະນະເຫຼົ່ານັ້ນ. ຢ່າຍອມເສຍມັນໄປ.”—ທ້າວ ໂຢຊວຍ
[ຮູບພາບໜ້າ 176, 177]
ການມີເພດສຳພັນກ່ອນແຕ່ງດອງເປັນຄືກັບການເອົາຮູບແຕ້ມທີ່ສວຍງາມໃຊ້ເປັນຜ້າເຊັດຕີນຢູ່ໜ້າປະຕູ