ບົດທີ 38
ຂ້ອຍຈະເຮັດໃຫ້ການນະມັດສະການພະເຈົ້າເປັນສິ່ງທີ່ໜ້າເພີດເພີນໄດ້ແນວໃດ?
ທ້າວໂຈຊົວອາຍຸ 16 ປີກຳລັງນອນຢູ່ເທິງຕຽງ. ແມ່ຂອງລາວຢືນຢູ່ປະຕູ. ແມ່ເວົ້າຢ່າງໜັກແໜ້ນວ່າ “ໂຈຊົວ ລຸກເດີ້! ລູກກໍຮູ້ວ່າເຮົາມີປະຊຸມໃນຄືນມື້ນີ້!” ໂຈຊົວໄດ້ຮັບການລ້ຽງດູໃນຖານະພະຍານພະເຢໂຫວາຄົນໜຶ່ງ ແລະການເຂົ້າຮ່ວມການປະຊຸມຄລິດສະຕຽນເປັນກິດຈະວັດການນະມັດສະການທີ່ຄອບຄົວເຮັດເປັນປະຈຳ. ແຕ່ ໃນມໍ່ໆນີ້ໂຈຊົວບໍ່ຢາກເຂົ້າຮ່ວມການປະຊຸມປານໃດ.
ໂຈຊົວຄວນຄາງວ່າ “ໂອ້ຍ ແມ່ ລູກຕ້ອງໄປແທ້ໆຫວາ?”
ແມ່ຕອບວ່າ “ເຊົາຈົ່ມແລະນຸ່ງເຄື່ອງໄວໆ. ແມ່ບໍ່ຢາກໄປຊ້າອີກ!” ຈາກນັ້ນແມ່ກໍຍ່າງໜີ.
ໃນຂະນະທີ່ແມ່ຍ່າງໄປບໍ່ໄກປານໃດໂຈຊົວກໍເວົ້າໂປ້ງອອກມາວ່າ “ແມ່ ນີ້ອາດເປັນສາສະໜາຂອງແມ່ ແຕ່ກໍບໍ່ໄດ້ໝາຍຄວາມວ່າຕ້ອງເປັນສາສະໜາຂອງລູກ.” ລາວຮູ້ວ່າແມ່ຕ້ອງໄດ້ຍິນສິ່ງທີ່ຕົນເວົ້າ ເພາະສຽງບາດຍ່າງຂອງແມ່ຢຸດ. ຫຼັງຈາກນັ້ນ ແມ່ກໍຍ່າງໄປຕໍ່ໂດຍທີ່ບໍ່ເວົ້າຫຍັງ.
ໂຈຊົວຮູ້ສຶກຜິດທີ່ໄດ້ເວົ້າແນວນັ້ນ. ລາວບໍ່ຕ້ອງການຈະເຮັດໃຫ້ແມ່ເສຍໃຈເລີຍ. ແຕ່ລາວກໍບໍ່ຕ້ອງການທີ່ຈະຂໍໂທດແມ່ຄືກັນ. ລາວພຽງແຕ່ . . .
ໂຈຊົວຖອນຫາຍໃຈແລ້ວກໍເລີ່ມນຸ່ງເຄື່ອງ. ຈາກນັ້ນລາວເວົ້າກັບຕົວເອງວ່າ “ບໍ່ຊ້າກໍໄວ ຂ້ອຍຈະຕັດສິນໃຈເລືອກດ້ວຍຕົວເອງ. ຂ້ອຍບໍ່ຄືກັບຄົນອື່ນໆທີ່ຢູ່ຫໍປະຊຸມລາຊະອານາຈັກ. ຂ້ອຍບໍ່ຢາກເປັນຄລິດສະຕຽນຊ້ຳ!”
ເຈົ້າເຄີຍຮູ້ສຶກຄືກັບໂຈຊົວໃນສາກເຫດການນີ້ບໍ? ບາງຄັ້ງ ຂະນະທີ່ເບິ່ງຄືວ່າຄົນອື່ນໆກຳລັງເພີດເພີນກັບກິດຈະກຳຂອງຄລິດສະຕຽນ ເຈົ້າກຳລັງຝືນໃຈເຮັດບໍ? ຍົກຕົວຢ່າງ
• ການສຶກສາພະຄຳພີເປັນຄືກັບວຽກບ້ານສຳລັບເຈົ້າບໍ?
• ເຈົ້າບໍ່ມັກການໄປປະກາດຕາມບ້ານບໍ?
• ເຈົ້າຮູ້ສຶກເບື່ອຕະຫຼອດບໍເມື່ອເຂົ້າຮ່ວມການປະຊຸມຕ່າງໆຂອງຄລິດສະຕຽນ?
ຖ້າເຈົ້າຕອບວ່າແມ່ນ ກໍຢ່າທໍ້ໃຈ. ເຈົ້າສາມາດຮຽນຮູ້ທີ່ຈະເພີດເພີນກັບການຮັບໃຊ້ພະເຈົ້າໄດ້. ໃຫ້ມາເບິ່ງວ່າຈະເຮັດແນວໃດ.
ຂໍ້ທ້າທາຍທີ 1 ສຶກສາພະຄຳພີ
ເຫດຜົນທີ່ບໍ່ແມ່ນເລື່ອງງ່າຍ. ບາງທີເຈົ້າຮູ້ສຶກວ່າເປັນຄົນບໍ່ມັກຮຽນ. ອາດເບິ່ງຄືວ່າມີສະມາທິສັ້ນ ແລະເປັນເລື່ອງຍາກ ທີ່ຈະນັ່ງໂດຍບໍ່ເໜັງບໍ່ຕີງແລະຕັ້ງໃຈຟັງ! ນອກຈາກນັ້ນ ເຈົ້າອາດຮູ້ສຶກວ່າຮຽນຢູ່ໂຮງຮຽນຍັງບໍ່ພໍອີກບໍ?
ເຫດຜົນທີ່ຄວນສຶກສາພະຄຳພີ. ຄຳພີໄບເບິນບໍ່ແມ່ນພຽງແຕ່ຂຽນຂຶ້ນດ້ວຍການດົນໃຈຈາກພະເຈົ້າເທົ່ານັ້ນ ແຕ່ຍັງ “ເປັນປະໂຫຍດສຳລັບສັ່ງສອນ . . . ຕິຕຽນວ່າກ່າວ . . . ດັດແປງແກ້ໄຂຄວາມຜິດ ແລະໃຫ້ຄຳແນະນຳສຳລັບດຳເນີນຊີວິດ.” (2 ຕີໂມເຕ 3:16, ທ.ປ.) ການສຶກສາພະຄຳພີແລະການຄຶດຕຶກຕອງສິ່ງທີ່ອ່ານສາມາດຊ່ວຍເຂົ້າໃຈສິ່ງຕ່າງໆໃນວິທີທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ. ເຈົ້າຕ້ອງຈື່ໄວ້ວ່າ ເຈົ້າບໍ່ສາມາດເປັນເຈົ້າຂອງສິ່ງທີ່ມີຄ່າແທ້ໆໄດ້ຖ້າບໍ່ທຸ່ມເທຢ່າງໜັກ. ຖ້າຕ້ອງການຫຼິ້ນກິລາໃຫ້ເກັ່ງ ເຈົ້າຕ້ອງຮຽນຮູ້ກະຕິກາແລະຝຶກຊ້ອມ. ຖ້າຢາກມີສຸຂະພາບທີ່ດີ ເຈົ້າຕ້ອງອອກກຳລັງກາຍ. ຖ້າຕ້ອງການຮຽນຮູ້ກ່ຽວກັບຜູ້ສ້າງ ເຈົ້າຈຳເປັນຕ້ອງສຶກສາພະຄຳຂອງພະເຈົ້າ.
ສິ່ງທີ່ຄົນໃນໄວດຽວກັນກັບເຈົ້າເວົ້າ. “ຂ້ອຍໄດ້ມາຮອດຈຸດທີ່ຕ້ອງເຮັດການຕັດສິນໃຈຄັ້ງສຳຄັນໃນຊີວິດເມື່ອເຂົ້າຮຽນໃນຊັ້ນມໍປາຍ. ພວກນັກຮຽນພາກັນເຮັດໃນສິ່ງທີ່ຜິດທຸກຢ່າງ ແລະຂ້ອຍຕ້ອງເຮັດການຕັດສິນໃຈບາງຢ່າງ ‘ນັ້ນເປັນສິ່ງທີ່ຂ້ອຍຕ້ອງການເຮັດບໍ? ພໍ່ແມ່ກຳລັງສອນຄວາມຈິງໃຫ້ຂ້ອຍແທ້ໆບໍ?’ ຂ້ອຍຕ້ອງຊອກຫາຄຳຕອບດ້ວຍຕົວເອງໃຫ້ໄດ້.”—ນາງ ເຊດຊາ.
“ຂ້ອຍເຊື່ອຕະຫຼອດວ່າສິ່ງທີ່ຮຽນຮູ້ເປັນຄວາມຈິງ ແຕ່ຈຳເປັນຕ້ອງພິສູດດ້ວຍຕົວເອງ. ຂ້ອຍຕ້ອງການນະມັດສະການພະເຈົ້າດ້ວຍຕົວຂອງຂ້ອຍເອງບໍ່ແມ່ນເປັນຍ້ອນວ່າຄອບຄົວຕ້ອງການໃຫ້ເຮັດ.”—ທ້າວ ເນລິຊາ.
ສິ່ງທີ່ເຮັດໄດ້. ຈົ່ງວາງແຜນການສຶກສາສ່ວນຕົວທີ່ກົງກັບຄວາມສົນໃຈແລະຄວາມຈຳເປັນຂອງເຈົ້າ. ເຈົ້າເອງຕ້ອງເລືອກຫົວຂໍ້ທີ່ຈະສຶກສາ ຈະເລີ່ມຈາກໃສ? ເປັນຫຍັງບໍ່ເຮັດການສຶກສາພະຄຳພີຢ່າງລະອຽດແລະກວດເບິ່ງຄວາມເຊື່ອຂອງເຈົ້າໂດຍອາດໃຊ້ປຶ້ມຄຳພີໄບເບິນສອນແນວໃດແທ້ໆ?a
ເລີ່ມຕົ້ນເລີຍ! ໃຫ້ໝາຍ ✔ ໃສ່ທາງຂ້າງຫົວເລື່ອງພະຄຳພີສອງຫຼືສາມຫົວເລື່ອງທາງລຸ່ມນີ້ທີ່ເຈົ້າຕ້ອງການຮຽນຮູ້ຫຼາຍຂຶ້ນ ຫຼືຖ້າຕ້ອງການ ໃຫ້ຂຽນບາງຫົວເລື່ອງດ້ວຍຕົວເຈົ້າເອງ.
◻ ມີພະເຈົ້າບໍ?
◻ ຂ້ອຍຈະແນ່ໃຈໄດ້ແນວໃດວ່າຜູ້ທີ່ຂຽນຄຳພີໄບເບິນໄດ້ຮັບການດົນບັນດານໃຈຈາກພະເຈົ້າ?
◻ ເປັນຫຍັງຂ້ອຍຄວນເຊື່ອເລື່ອງການນິລະມິດສ້າງແທນທີ່ຈະເຊື່ອເລື່ອງວິວັດທະນາການ?
◻ ລາຊະອານາຈັກຂອງພະເຈົ້າແມ່ນຫຍັງ ແລະຂ້ອຍຈະພິສູດແນວໃດວ່າລາຊະອານາຈັກນີ້ມີແທ້?
◻ ຂ້ອຍຈະອະທິບາຍຄວາມເຊື່ອຂອງຂ້ອຍແນວໃດກ່ຽວກັບສິ່ງທີ່ເກີດຂຶ້ນເມື່ອຄົນເຮົາຕາຍ?
◻ ເປັນຫຍັງຂ້ອຍຄວນໝັ້ນໃຈວ່າຈະມີການຟື້ນຄືນມາຈາກຕາຍ?
◻ ຂ້ອຍຈະແນ່ໃຈໄດ້ແນວໃດວ່າສາສະໜາໃດເປັນສາສະໜາແທ້?
․․․․․
ຂໍ້ທ້າທາຍທີ 2 ມີສ່ວນຮ່ວມໃນການປະກາດ
ເຫດຜົນທີ່ບໍ່ແມ່ນເລື່ອງງ່າຍ. ການເວົ້າກັບຄົນອື່ນເລື່ອງພະຄຳພີ ຫຼືປະເຊີນໜ້າກັບໝູ່ນັກຮຽນ ໃນຂະນະທີ່ເຮັດເຊັ່ນນັ້ນອາດເປັນເລື່ອງທີ່ເປັນຕາຢ້ານ.
ເຫດຜົນທີ່ຄວນປະກາດ. ພະເຍຊູສັ່ງເຫຼົ່າສາວົກວ່າ: “ຈົ່ງ . . . ກະທຳໃຫ້ພວກຕ່າງປະເທດທັງປວງເຂົ້າເປັນລູກສິດ . . . ຈົ່ງສັ່ງສອນເຂົາໃຫ້ຖືຮັກສາສິ່ງທັງປວງທີ່ເຮົາໄດ້ສັ່ງໄວ້ແກ່ທ່ານທັງຫຼາຍແລ້ວ.” (ມັດທາຍ 28:19, 20) ແຕ່ຍັງມີເຫດຜົນຫຼາຍກວ່ານັ້ນທີ່ຈະປະກາດແກ່ຄົນອື່ນໆ. ການຄົ້ນຄວ້າໜຶ່ງຊີ້ບອກວ່າໃນບາງແຫ່ງໜຸ່ມສາວຫຼາຍຄົນມີຄວາມເຊື່ອໃນພະເຈົ້າແລະໃນພະຄຳພີ. ເຖິງຢ່າງນັ້ນ ໜຸ່ມສາວກຸ່ມດຽວກັນນີ້ພັດບໍ່ມີຄວາມຫວັງທີ່ແທ້ຈິງກ່ຽວກັບອະນາຄົດ. ໂດຍການສຶກສາພະຄຳພີ ເຈົ້າມີຂໍ້ມູນທີ່ຄົນໃນໄວດຽວກັບເຈົ້າຫຼາຍຄົນກຳລັງສະແຫວງຫາແລະຕ້ອງການຢ່າງຍິ່ງ! ໂດຍການບອກຄວາມເຊື່ອຂອງເຈົ້າໃຫ້ຄົນອື່ນຮູ້ ເຈົ້າຈະຮູ້ສຶກດີກ່ຽວກັບຕົວເອງ ແລະທີ່ສຳຄັນຍິ່ງກວ່ານັ້ນເຈົ້າຈະເຮັດໃຫ້ໃຈຂອງພະເຢໂຫວາຍິນດີ.—ສຸພາສິດ 27:11.
ສິ່ງທີ່ຄົນໃນໄວດຽວກັນກັບເຈົ້າເວົ້າ. “ຂ້ອຍແລະໝູ່ໄດ້ກຽມຄຳນຳແບບທີ່ເກີດຜົນ ແລະເຮົາໄດ້ຮຽນຮູ້ວິທີທີ່ຈະເອົາຊະນະຂໍ້ຄັດຄ້ານແລະວິທີທີ່ຈະກັບຄືນໄປຢາມ. ທັນທີທີ່ຂ້ອຍເພີ່ມຄວາມພະຍາຍາມໃນການປະກາດວຽກນັ້ນກໍເພີດເພີນຍິ່ງຂຶ້ນ.”—ທ້າວ ເນລິຊາ.
“ພີ່ນ້ອງຍິງຄລິດສະຕຽນຄົນໜຶ່ງໄດ້ຊ່ວຍຂ້ອຍຫຼາຍແທ້ໆ! ລາວອາຍຸຫຼາຍກວ່າຂ້ອຍຫົກປີ ລາວພາຂ້ອຍອອກໄປປະກາດນຳແລະບາງຄັ້ງກໍກິນເຂົ້າເຊົ້ານຳກັນ. ລາວໃຫ້ຂ້ອຍເບິ່ງຂໍ້ພະຄຳພີທີ່ໜູນກຳລັງໃຈເຊິ່ງຊ່ວຍຂ້ອຍໃຫ້ປັບປຸງຄວາມຄິດຂອງຕົນເອງ. ຍ້ອນຕົວຢ່າງທີ່ດີເລີດຂອງລາວ ຂ້ອຍຈຶ່ງພົບວ່າຕອນນີ້ຂ້ອຍຊ່ວຍເຫຼືອຄົນອື່ນໄດ້ຫຼາຍຂຶ້ນ. ຂ້ອຍບໍ່ຮູ້ວ່າຈະຕອບແທນລາວແນວໃດ!”—ນາງ ຊອນເທ.
ສິ່ງທີ່ເຮັດໄດ້. ດ້ວຍການເຫັນດີຈາກພໍ່ແມ່ ຈົ່ງຂໍກັບຄົນໜຶ່ງໃນປະຊາຄົມເຊິ່ງມີອາຍຸຫຼາຍກວ່າທີ່ເຈົ້າສາມາດອອກປະກາດນຳກັນໄດ້. (ກິດຈະການ 16:1-3) ຄຳພີໄບເບິນກ່າວວ່າ: “ເຫຼັກປ່າຍເຫຼັກໃຫ້ຄົມໄດ້. ແລະຄົນຜູ້ໜຶ່ງໃຫ້ໜ້າຜາກຂອງສ່ຽວແຫ່ງຕົນຊື່ນບານໄດ້.” (ສຸພາສິດ 27:17) ມີຜົນປະໂຫຍດຫຼາຍຢ່າງໃນການຄົບຫາກັບຄົນທີ່ອາຍຸຫຼາຍກວ່າເຊິ່ງເຕັມໄປດ້ວຍປະສົບການ. ນາງ ອະເລກຊິດ ອາຍຸ 19 ປີກ່າວວ່າ: “ທີ່ຈິງການຄົບຫາກັບຄົນທີ່ອາຍຸຫຼາຍກວ່າເຮັດໃຫ້ສະບາຍໃຈ.”
ເລີ່ມຕົ້ນເລີຍ! ທາງລຸ່ມນີ້ໃຫ້ຂຽນຊື່ຄົນໜຶ່ງໃນປະຊາຄົມນອກຈາກພໍ່ແມ່ທີ່ສາມາດຊ່ວຍເຈົ້າໃນການປະກາດ.
․․․․․
ຂໍ້ທ້າທາຍທີ 3 ການເຂົ້າຮ່ວມການປະຊຸມຄລິດສະຕຽນ
ເຫດຜົນທີ່ບໍ່ແມ່ນເລື່ອງງ່າຍ. ຫຼັງຈາກທີ່ນັ່ງຮຽນໜັງສືໝົດມື້ ແລ້ວຕ້ອງມານັ່ງຟັງຄຳບັນລະຍາຍຈາກຄຳພີໄບເບິນໜຶ່ງຫຼືສອງຊົ່ວໂມງຈຶ່ງອາດເບິ່ງຄືວ່າຍາວນານບໍ່ຮູ້ຈັກສິ້ນສຸດ.
ເຫດຜົນທີ່ຄວນເຂົ້າຮ່ວມການປະຊຸມ. ຄຳພີໄບເບິນແນະນຳຄລິດສະຕຽນວ່າ: “ພວກເຮົາຈົ່ງລະວັງຄຶດເຖິງກັນແລະກັນ ເພື່ອຈະໄດ້ເຕືອນໃຈກັນໃຫ້ປົງໃຈຮັກກັນແລະກັນແລະກະທຳການດີ ຢ່າໃຫ້ປະການຊຸມນຸມກັນນັ້ນເໝືອນດັ່ງຜູ້ລາງຄົນເຄີຍປະ ແຕ່ວ່າຈົ່ງເຕືອນສະຕິກັນແລະກັນ ແລະມາກກວ່ານັ້ນອີກເພາະທ່ານທັງຫຼາຍເຫັນວ່າວັນນັ້ນພວມຫຍັບເຂົ້າມາ.”—ເຫບເລີ 10:24, 25.
ສິ່ງທີ່ຄົນໃນໄວດຽວກັນກັບເຈົ້າເວົ້າ. “ການກຽມສຳລັບການປະຊຸມປະຈຳປະຊາຄົມເປັນສິ່ງທີ່ຕ້ອງເຮັດແທ້ໆ. ບາງຄັ້ງເຈົ້າພຽງແຕ່ຕ້ອງກະຕຸ້ນຕົວເອງ. ເມື່ອກຽມຕົວ ເຈົ້າຈະເພີດເພີນກັບການປະຊຸມເພາະຮູ້ວ່າເລື່ອງຫຍັງທີ່ກຳລັງມີການພິຈາລະນາ ແລະແມ່ນແຕ່ສາມາດມີສ່ວນຮ່ວມໄດ້.”—ນາງ ເອນດາ.
“ຂ້ອຍເລີ່ມສັງເກດວ່າເມື່ອອອກຄວາມຄິດເຫັນຢູ່ການປະຊຸມ ການປະຊຸມເຫຼົ່ານັ້ນກໍແຮ່ງເປັນຕາໜ້າສົນໃຈຫຼາຍຂຶ້ນສຳລັບຂ້ອຍ.”—ນາງ ເຈດຊິກາ.
ສິ່ງທີ່ເຮັດໄດ້. ໃຊ້ເວລາກຽມຕົວລ່ວງໜ້າ ແລະຖ້າເປັນໄປໄດ້ໃຫ້ອອກຄວາມຄິດເຫັນຈັກໜຶ່ງຄັ້ງ. ການເຮັດແບບນີ້ຈະຊ່ວຍໃຫ້ຮູ້ສຶກວ່າມີສ່ວນຮ່ວມຫຼາຍຂຶ້ນໃນການປະຊຸມ.
ຕົວຢ່າງເຊັ່ນ ອັນໃດຈະມ່ວນຫຼາຍກວ່າລະຫວ່າງການຊົມກິລາຢູ່ໂທລະພາບຫຼືຫຼິ້ນກິລານັ້ນແທ້ໆຢູ່ເດີ່ນ? ເຫັນໄດ້ແຈ້ງວ່າ ການເປັນຜູ້ມີສ່ວນຮ່ວມຈະມ່ວນກວ່າການເປັນຜູ້ຊົມ. ເປັນຫຍັງບໍ່ໃຊ້ວິທີການດຽວກັນນີ້ກັບການປະຊຸມຄລິດສະຕຽນ?
ເລີ່ມຕົ້ນເລີຍ! ໃນບ່ອນຫວ່າງທາງລຸ່ມນີ້ ໃຫ້ຂຽນເວລາທີ່ເຈົ້າສາມາດຈັດໄດ້ຈັກ 30 ນາທີໃນແຕ່ລະອາທິດເພື່ອກຽມການປະຊຸມໜຶ່ງລາຍການ.
․․․․․
ໜຸ່ມສາວຫຼາຍຄົນກຳລັງປະສົບກັບຄວາມຈິງຂອງຄຳເພງ 34:8 ທີ່ວ່າ: “ຈົ່ງຊີມແລະເຫັນວ່າພະເຢໂຫວາດີ.” ການພຽງແຕ່ໄດ້ຍິນ ວ່າອາຫານແຊບຈະເຮັດໃຫ້ເຮົາອີ່ມໃຈໄດ້ແນວໃດ? ຈະບໍ່ດີກວ່າບໍຖ້າໄດ້ຊີມອາຫານນັ້ນດ້ວຍຕົວເອງ? ການນະມັດສະການພະເຈົ້າກໍເປັນແບບດຽວກັນ. ຈົ່ງຊີມແລະປະສົບດ້ວຍຕົວເອງເຖິງລາງວັນທີ່ໄດ້ຈາກການມີສ່ວນຮ່ວມໃນກິດຈະກຳຕ່າງໆຝ່າຍວິນຍານ. ຄຳພີໄບເບິນບອກວ່າຜູ້ທີ່ບໍ່ໄດ້ເປັນພຽງຜູ້ຟັງແຕ່ເປັນຜູ້ລົງມືປະຕິບັດ “ຈະໄດ້ຄວາມສຸກໃນການແຫ່ງຕົນ.”—ຢາໂກໂບ 1:25.
ຮຽນຮູ້ກ່ຽວກັບວິທີຕັ້ງເປົ້າໝາຍແລະເຮັດຕາມເປົ້າໝາຍນັ້ນ.
[ຂໍ້ຄວາມໄຂເງື່ອນ]
a ຈັດພິມໂດຍພະຍານພະເຢໂຫວາ.
ຂໍ້ພະຄຳພີຫຼັກ
“ຈົ່ງປ່ຽນໃຈດ້ວຍເອົາຈິດໃຈໃໝ່ ເພື່ອທ່ານທັງຫຼາຍຈະໄດ້ລອງເບິ່ງຮູ້ວ່າ ນ້ຳໃຈຂອງພະເຈົ້າເປັນອັນດີແລະທີ່ຊອບໃຈແລະສຳເລັດດີທີ່ສຸດ.”—ໂລມ 12:2.
ຄຳແນະນຳ
ໃຫ້ມີປຶ້ມບັນທຶກ ແລະເລີ່ມຕົ້ນຂຽນຈຸດຕ່າງໆທີ່ສຳຄັນຢູ່ການປະຊຸມຄລິດສະຕຽນ. ເວລາຈະຜ່ານໄປໄວກວ່າ ແລະການຮຽນຮູ້ກໍຈະງ່າຍຂຶ້ນ!
ເຈົ້າຮູ້ບໍ . . .?
ບໍ່ແມ່ນສິ່ງຜິດທີ່ຈະກວດເບິ່ງຄວາມເຊື່ອທາງສາສະໜາຂອງເຈົ້າ. ທີ່ຈິງ ການຖາມຄຳຖາມຕ່າງໆແລະເຮັດການຄົ້ນຄວ້າເປັນວິທີທີ່ດີທີ່ຈະຮູ້ວ່າສິ່ງທີ່ເຈົ້າເຊື່ອກ່ຽວກັບພະເຈົ້າເປັນຄວາມຈິງແທ້ໆຫຼືບໍ່.—ກິດຈະການ 17:11.
ແຜນພາກປະຕິບັດ!
ຂ້ອຍຈະຈັດ ․․․․․ ນາທີສຳລັບອ່ານຄຳພີໄບເບິນໃນແຕ່ລະມື້ແລະຈະໃຊ້ ․․․․․ ໃນແຕ່ລະອາທິດເພື່ອກຽມສຳລັບການປະຊຸມຕ່າງໆຂອງຄລິດສະຕຽນ
ເພື່ອທີ່ຈະມີສະມາທິຫຼາຍຂຶ້ນຢູ່ການປະຊຸມຄລິດສະຕຽນຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເປັນຫຍັງກິດຈະກຳຂອງຄລິດສະຕຽນຈຶ່ງອາດເບິ່ງຄືວ່າເປັນຕາໜ້າເບື່ອສຳລັບໄວຮຸ່ນ?
• ເຈົ້າຢາກພັດທະນາກິດຈະກຳແບບໃດຂອງຄລິດສະຕຽນຈາກສາມສ່ວນທີ່ພິຈາລະນາໃນບົດນີ້?
[ຈຸດເດັ່ນໜ້າ 278]
“ສາສະໜາທີ່ຂ້ອຍສັງກັດຢູ່ບໍ່ໄດ້ເປັນພຽງສາສະໜາຂອງພໍ່ແມ່ເທົ່ານັ້ນ ແຕ່ເປັນຂອງຂ້ອຍນຳ. ພະເຢໂຫວາເປັນພະເຈົ້າຂອງຂ້ອຍ ແລະຂ້ອຍບໍ່ຢາກເຮັດສິ່ງທີ່ຈະທຳລາຍສາຍສຳພັນທີ່ຂ້ອຍມີກັບພະອົງ.”—ນາງ ສະມານຕາ
[ກອບ/ຮູບພາບໜ້າ 280, 281]
ເຂົາເຈົ້າຕັ້ງເປົ້າໝາຍໃນຊີວິດ
ຄຳພີໄບເບິນກ່າວວ່າ: “ທ່ານທັງຫຼາຍ . . . ບໍ່ຮູ້ຈັກວ່າສິ່ງໃດຈະບັງເກີດມາໃນວັນໜ້າ.” (ຢາໂກໂບ 4:14) ໃນບາງກໍລະນີ ຄວາມຕາຍເກີດຂຶ້ນແບບບໍ່ໄດ້ຄາດຄິດແລະເມື່ອອາຍຸຍັງນ້ອຍ. ເມື່ອເຈົ້າອ່ານປະສົບການຂອງນາງເຄດທຣີນາແລະທ້າວໄຄ ຂໍໃຫ້ສັງເກດເບິ່ງວິທີທີ່ເຂົາເຈົ້າໄດ້ສ້າງຊື່ສຽງທີ່ດີກັບພະເຢໂຫວາໃນລະຫວ່າງໄລຍະເວລາສັ້ນໆທີ່ມີຊີວິດຢູ່ ໂດຍການຕັ້ງເປົ້າໝາຍຝ່າຍວິນຍານແລະເຮັດຕາມເປົ້າໝາຍເຫຼົ່ານັ້ນ.—ຜູ້ເທສະໜາປ່າວປະກາດ 7:1.
ເຄດທຣີນາເສຍຊີວິດຕອນອາຍຸໄດ້ 18 ປີ ແຕ່ຕອນອາຍຸ 13 ປີລາວໄດ້ຂຽນ “ແບບແຜນຊີວິດ” ໄວ້ຮຽບຮ້ອຍແລ້ວ ນັ້ນຄືລາຍການເປົ້າໝາຍຕ່າງໆທີ່ຕ້ອງການເຮັດໃຫ້ສຳເລັດ. ເປົ້າໝາຍຂອງລາວລວມເຖິງການເປັນຜູ້ຮັບໃຊ້ເຕັມເວລາ ຮັບໃຊ້ໃນດິນແດນທີ່ຈຳເປັນຕ້ອງມີຜູ້ສອນຄຳພີໄບເບິນ ແລະເຮັດວຽກຮ່ວມກັບພໍ່ໃນໂຄງການກໍ່ສ້າງຫໍປະຊຸມລາຊະອານາຈັກ. ລາວຂຽນວ່າ: “ຂ້ອຍໄດ້ອຸທິດຊີວິດໃຫ້ກັບພະເຢໂຫວາພະເຈົ້າແລ້ວ!” ຄວາມຕັ້ງໃຈຂອງເຄດທຣີນາແມ່ນ “ການດຳເນີນຊີວິດຕາມມາດຕະຖານຕ່າງໆຂອງພະເຢໂຫວາໃນແນວທາງທີ່ຈະເຮັດໃຫ້ພະອົງຍິນດີ.” ໃນງານປົງສົບຂອງເຄດທຣີນາ ມີການພັນລະນາເຖິງລາວວ່າເປັນຄືກັບ “ຍິງສາວຜູ້ງົດງາມທີ່ໄດ້ວາງແຜນຊີວິດທັງໝົດໃຫ້ວົນວຽນຢູ່ກັບພະເຢໂຫວາ.”
ນັບຕັ້ງແຕ່ອາຍຸຍັງນ້ອຍ ທ້າວໄຄຖືກສອນໃຫ້ມີເປົ້າໝາຍໃນຊີວິດ. ພາຍຫຼັງທີ່ເສຍຊີວິດເນື່ອງຈາກອຸບັດຕິເຫດທີ່ໜ້າສະເທືອນໃຈທາງລົດຕອນອາຍຸໄດ້ 20 ປີ ພີ່ນ້ອງຂອງລາວໄດ້ພົບ “ປຶ້ມເປົ້າໝາຍຊີວິດ” ເຊິ່ງແມ່ຊ່ວຍລາວຂຽນຕອນອາຍຸໄດ້ພຽງແຕ່ສີ່ປີເທົ່ານັ້ນ. ເປົ້າໝາຍໃນຊີວິດຂອງລາວລວມເຖິງການຮັບບັບເຕມາ ໃຫ້ຄຳບັນລະຍາຍຢູ່ຫໍປະຊຸມ ແລະຮັບໃຊ້ຢູ່ສຳນັກງານໃຫຍ່ຂອງພະຍານພະເຢໂຫວາເຊິ່ງເປັນບ່ອນທີ່ລາວສາມາດຊ່ວຍໃນການຜະລິດສັບພະໜັງສືເພື່ອທີ່ຈະຊ່ວຍຜູ້ຄົນໃຫ້ຮຽນຮູ້ກ່ຽວກັບພະເຈົ້າ. ພາຍຫຼັງທີ່ໄດ້ເບິ່ງປຶ້ມເປົ້າໝາຍຊີວິດຂອງໄຄ ເຊິ່ງຂຽນຕັ້ງແຕ່ຫຼາຍປີມາແລ້ວ ແມ່ຂອງລາວກ່າວວ່າ: “ລາວໄດ້ບັນລຸເປົ້າໝາຍທຸກຢ່າງ.”
ເຈົ້າ ຕັ້ງເປົ້າໝາຍຫຍັງແດ່ສຳລັບຕົວເອງ? ເຈົ້າບໍ່ຮູ້ວ່າຊີວິດຈະເປັນແນວໃດມື້ອື່ນ. ດັ່ງນັ້ນ ຈົ່ງໃຊ້ແຕ່ລະມື້ເພື່ອທີ່ຈະປະສົບຜົນສຳເລັດໃຫ້ຫຼາຍເທົ່າທີ່ສາມາດເຮັດໄດ້. ຄືກັບເຄດທຣີນາແລະໄຄ ຈົ່ງໃຊ້ເວລາຂອງເຈົ້າໃນແນວທາງທີ່ໃຫ້ຜົນຕອບແທນຫຼາຍທີ່ສຸດ. ຂໍໃຫ້ຮຽນແບບຕົວຢ່າງຂອງອັກຄະສາວົກໂປໂລ ຜູ້ເຊິ່ງສາມາດກ່າວໃກ້ຕອນທ້າຍຂອງຊີວິດວ່າ: “ເຮົາໄດ້ເລວເສິກໃນການທຳເສິກຢ່າງດີ ເຮົາໄດ້ແລ່ນເສັງເຖິງທີ່ສຸດທາງແລ້ວ ເຮົາໄດ້ຖືຮັກສາຄວາມເຊື່ອໄວ້.” (2 ຕີໂມເຕ 4:7) ບົດຕໍ່ໄປຈະຊ່ວຍເຈົ້າໃຫ້ເຮັດເຊັ່ນນັ້ນ!
[ຮູບພາບໜ້າ 274, 275]
ຖ້າຕ້ອງການມີຮ່າງກາຍທີ່ແຂງແຮງ ເຈົ້າຕ້ອງອອກກຳລັງກາຍ. ຖ້າຕ້ອງການເຂັ້ມແຂງທາງຝ່າຍວິນຍານເຈົ້າຈຳເປັນຕ້ອງສຶກສາພະຄຳຂອງພະເຈົ້າ