ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ24 ພຶດສະພາ ໜ້າ 20-25
  • ເຈົ້າ​ຈະ​ເຈິ​ຄົນ​ທີ່​ຈະ​ມາ​ເປັນ​ຄູ່​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ຈະ​ເຈິ​ຄົນ​ທີ່​ຈະ​ມາ​ເປັນ​ຄູ່​ໄດ້​ແນວ​ໃດ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຊອກ​ຫາ​ຄົນ​ທີ່​ເໝາະສົມ
  • ໃຊ້​ເວລາ​ສັງເກດ
  • ຈະ​ເລີ່ມ​ຄົບຫາ​ກັນ​ແນວ​ໃດ?
  • ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ຊ່ວຍ​ຄົນ​ໂສດ​ແນວ​ໃດ?
  • ໃຊ້​ເວລາ​ຕອນ​ທີ່​ເປັນ​ແຟນ​ກັນ​ເພື່ອ​ຊ່ວຍ​ໃຫ້​ຕັດສິນໃຈ​ຢ່າງ​ຖືກຕ້ອງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ການ​ກຽມ​ຕົວ​ສຳລັບ​ຊີວິດ​ສົມລົດ​ທີ່​ປະສົບ​ຜົນ​ສຳເລັດ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
  • ໃຫ້​ສັດ​ຊື່​ຕໍ່​ກັນ​ແລະ​ກັນ
    ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
  • ຊີວິດ​ສົມລົດ—ຂອງ​ປະທານ​ຈາກ​ພະເຈົ້າ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ຫ24 ພຶດສະພາ ໜ້າ 20-25

ບົດ​ຄວາມ​ສຶກສາ​ທີ 21

ເພງ​ທີ 107 ພະເຈົ້າ​ເປັນ​ແບບ​ຢ່າງ​ຂອງ​ຄວາມ​ຮັກ

ເຈົ້າ​ຈະ​ເຈິ​ຄົນ​ທີ່​ຈະ​ມາ​ເປັນ​ຄູ່​ໄດ້​ແນວ​ໃດ?

“ໃຜ​ຈະ​ຫາ​ເມຍ​ທີ່​ມີ​ຄວາມ​ສາມາດ​ໄດ້? ລາວ​ມີ​ຄ່າ​ຫຼາຍ​ກວ່າ​ປະ​ກາ​ລັງ.”—ສພສ. 31:10

ຈຸດ​ສຳຄັນ

ເຮົາ​ຈະ​ຮຽນ​ຫຼັກການ​ຕ່າງໆ​ໃນ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ຄົນ​ໂສດ​ໃຫ້​ເຈິ​ຄົນ​ທີ່​ເໝາະສົມ​ທີ່​ຈະ​ມາ​ເປັນ​ຄູ່ ແລະ​ເຮົາ​ຍັງ​ຈະ​ຮຽນ​ວ່າ​ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ຄົນ​ໂສດ​ທີ່​ຢາກ​ແຕ່ງດອງ.

1-2. (ກ) ກ່ອນ​ທີ່​ຄົນ​ໂສດ​ຈະ​ຄົບຫາ​ກັບ​ຜູ້​ໃດ​ຜູ້​ໜຶ່ງ ລາວ​ຕ້ອງ​ຄິດ​ເຖິງ​ເລື່ອງ​ຫຍັງ​ແດ່? (ຂ) ການ​ຄົບຫາ​ເປັນ​ແຟນ​ກັນ​ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ “ການ​ອະທິບາຍ​ຄຳສັບ”)

ເຈົ້າ​ຢາກ​ແຕ່ງດອງ​ບໍ? ເຖິງ​ວ່າ​ການ​ແຕ່ງດອງ​ບໍ່​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ຈະ​ເຮັດ​ໃຫ້​ຊີວິດ​ມີ​ຄວາມ​ສຸກ ແຕ່​ຄົນ​ໂສດ​ຫຼາຍ​ຄົນ​ບໍ່​ວ່າ​ຈະ​ອາຍຸ​ໜ້ອຍ​ຫຼື​ຫຼາຍ​ກໍ​ຢາກ​ຊອກ​ຜູ້​ໃດ​ຜູ້​ໜຶ່ງ​ມາ​ເປັນ​ຄູ່​ຊີວິດ. ແນ່ນອນ​ວ່າ​ກ່ອນ​ຈະ​ຄົບຫາ​ກັບ​ຜູ້​ໃດ​ຜູ້​ໜຶ່ງ ເຈົ້າ​ຕ້ອງ​ຫາ​ລ້ຽງ​ໂຕເອງ​ໄດ້ ມີ​ຄວາມ​ເຊື່ອ​ເຂັ້ມແຂງ ແລະ​ຄິດ​ແບບ​ຜູ້​ໃຫຍ່.a (1ກຣ. 7:36) ຖ້າ​ເຈົ້າ​ເປັນ​ຄື​ກັບ​ທີ່​ເວົ້າ​ມາ​ນີ້ ກໍ​ເປັນ​ໄປ​ໄດ້​ຫຼາຍ​ທີ່​ເຈົ້າ​ຈະ​ມີ​ຊີວິດ​ແຕ່ງດອງ​ທີ່​ມີ​ຄວາມ​ສຸກ.

2 ແຕ່​ການ​ຊອກ​ຄົນ​ທີ່​ເໝາະສົມ​ທີ່​ຈະ​ມາ​ເປັນ​ຄູ່​ກໍ​ບໍ່​ງ່າຍ. (ສພສ. 31:10) ເຖິງ​ວ່າ​ເຈິ​ຄົນ​ທີ່​ເຈົ້າ​ຢາກ​ຮູ້​ຈັກ​ຫຼາຍ​ຂຶ້ນ​ແລ້ວ ແຕ່​ກໍ​ອາດ​ບໍ່​ງ່າຍ​ທີ່​ຈະ​ເລີ່ມ​ຄົບຫາ​ເປັນ​ແຟນ​ກັນ.b ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ​ວ່າ​ມີ​ຫຍັງ​ທີ່​ຈະ​ຊ່ວຍ​ຄົນ​ໂສດ​ໃຫ້​ເຈິ​ຄົນ​ທີ່​ຈະ​ມາ​ເປັນ​ຄູ່​ແລະ​ເລີ່ມ​ເປັນ​ແຟນ​ກັນ ແລະ​ເຮົາ​ຍັງ​ຈະ​ເບິ່ງ​ວ່າ​ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ຄົນ​ໂສດ​ທີ່​ຢາກ​ແຕ່ງດອງ.

ຊອກ​ຫາ​ຄົນ​ທີ່​ເໝາະສົມ

3. ກ່ອນ​ທີ່​ຄົນ​ໂສດ​ຈະ​ຊອກ​ຫາ​ຄູ່ ລາວ​ຄວນ​ຄິດ​ເຖິງ​ເລື່ອງ​ຫຍັງ​ແດ່?

3 ຖ້າ​ເຈົ້າ​ຢາກ​ແຕ່ງດອງ ກ່ອນ​ເຈົ້າ​ຈະ​ຄົບຫາ​ກັບ​ຜູ້​ໃດ​ຜູ້​ໜຶ່ງ ເຈົ້າ​ຕ້ອງ​ຮູ້​ກ່ອນ​ວ່າ​ເຈົ້າ​ກຳລັງ​ຊອກ​ຫາ​ຄົນ​ແບບ​ໃດ. ຄັ້ນ​ບໍ່​ຊັ້ນ ເຈົ້າ​ອາດ​ຈະ​ເບິ່ງ​ຂ້າມ​ຄົນ​ທີ່​ເໝາະສົມ​ທີ່​ຈະ​ມາ​ເປັນ​ຄູ່​ຂອງ​ເຈົ້າ ຫຼື​ເຈົ້າ​ອາດ​ຈະ​ໄປ​ຄົບຫາ​ກັບ​ຄົນ​ທີ່​ບໍ່​ເໝາະສົມ​ກັບ​ເຈົ້າ. ແນ່ນອນ​ວ່າ​ຄົນ​ທີ່​ຈະ​ມາ​ເປັນ​ຄູ່​ຂອງ​ເຈົ້າ​ຕ້ອງ​ຮັບ​ບັບເຕມາ. (1ກຣ. 7:39) ແຕ່​ບໍ່​ແມ່ນ​ທຸກ​ຄົນ​ທີ່​ຮັບ​ບັບເຕມາ​ຈະ​ເໝາະສົມ​ກັບ​ເຈົ້າ. ດັ່ງນັ້ນ ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ມີ​ເປົ້າໝາຍ​ແນວ​ໃດ​ໃນ​ຊີວິດ? ຄົນ​ທີ່​ຈະ​ມາ​ເປັນ​ຄູ່​ຂອງ​ຂ້ອຍ​ຕ້ອງ​ມີ​ຄຸນລັກສະນະ​ຫຍັງ​ແດ່​ທີ່​ຂ້ອຍ​ຖື​ວ່າ​ສຳຄັນ? ສິ່ງ​ທີ່​ຂ້ອຍ​ຄາດໝາຍ​ມີ​ເຫດຜົນ​ບໍ?’

4. ບາງ​ຄົນ​ທີ່​ກຳລັງ​ຊອກ​ຄູ່​ໄດ້​ອະທິດຖານ​ແນວ​ໃດ?

4 ຖ້າ​ເຈົ້າ​ຢາກ​ແຕ່ງດອງ ແນ່ນອນ​ວ່າ​ເຈົ້າ​ຄື​ຊິ​ໄດ້​ອະທິດຖານ​ກ່ຽວກັບ​ເລື່ອງ​ນີ້. (ຟລປ. 4:6) ພະເຢໂຫວາ​ບໍ່​ໄດ້​ສັນຍາ​ວ່າ​ຊິ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເຈິ​ຄູ່. ແຕ່​ເພິ່ນ​ກໍ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ແລະ​ຄວາມ​ຕ້ອງການ​ຂອງ​ເຈົ້າ ແລະ​ເພິ່ນ​ສາມາດ​ຊ່ວຍ​ເຈົ້າ​ໄດ້​ໃນ​ການ​ຊອກ​ຄູ່. ດັ່ງນັ້ນ ໃຫ້​ເຈົ້າ​ບອກ​ພະ​ເຢໂຫວາ​ຕໍ່ໆ​ໄປ​ວ່າເຈົ້າ​ຮູ້ສຶກ​ແນວ​ໃດ​ແລະ​ຕ້ອງການ​ຫຍັງ. (ພສ. 62:8) ໃຫ້​ເຈົ້າ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ອົດທົນ​ແລະ​ມີ​ສະຕິ​ປັນຍາ. (ຢກບ. 1:5) ຈອນc​ພີ່ນ້ອງ​ຊາຍ​ໂສດ​ຈາກ​ອາເມຣິກາ​ເວົ້າ​ເຖິງ​ສິ່ງ​ທີ່​ລາວ​ເວົ້າ​ໃນ​ຄຳ​ອະທິດຖານ. ລາວ​ເວົ້າ​ວ່າ: “ຂ້ອຍ​ບອກ​ພະ​ເຢໂຫວາ​ວ່າ ຂ້ອຍ​ຢາກ​ແຕ່ງດອງ​ກັບ​ພີ່ນ້ອງຍິງ​ແບບ​ໃດ ແລະ​ຂ້ອຍ​ກໍ​ອະທິດຖານ​ຂໍ​ໃຫ້​ມີ​ໂອກາດ​ເຈິ​ກັບ​ຄົນ​ແບບ​ນັ້ນ. ຂ້ອຍ​ຂໍ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ພັດທະນາ​ຄຸນລັກສະນະ​ຕ່າງໆ​ທີ່​ຈະ​ເຮັດ​ໃຫ້​ຂ້ອຍ​ເປັນ​ຜົວ​ທີ່​ດີ.” ທັນຢ້າ​ພີ່ນ້ອງ​ຍິງ​ຈາກ​ສີລັງກາ​ບອກ​ວ່າ: “ຕອນ​ທີ່​ຂ້ອຍ​ກຳລັງ​ຊອກ​ຫາ​ຄົນ​ທີ່​ຈະ​ມາ​ເປັນ​ຄູ່. ຂ້ອຍ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ເປັນ​ຄົນ​ສັດຊື່ ເບິ່ງ​ໃນ​ແງ່​ບວກ ແລະ​ມີ​ຄວາມ​ສຸກ​ສະເໝີ.” ເຖິງ​ວ່າ​ເຈົ້າ​ອາດ​ບໍ່​ໄດ້​ເຈິ​ກັບ​ຄົນ​ທີ່​ຈະ​ມາເປັນ​ຄູ່​ທັນທີ ແຕ່​ພະ​ເຢໂຫວາ​ສັນຍາ​ວ່າ​ເພິ່ນ​ຈະ​ເບິ່ງແຍງ​ເຈົ້າ​ຕໍ່ໆ​ໄປ​ທາງ​ດ້ານ​ຮ່າງກາຍ​ແລະ​ອາລົມ​ຄວາມ​ຮູ້ສຶກ.—ພສ. 55:22

5. ມີ​ໂອກາດ​ໃດ​ແດ່​ທີ່​ເຈົ້າ​ຈະ​ເຈິ​ພີ່ນ້ອງ​ໂສດ​ທີ່​ຮັກ​ພະ​ເຢໂຫວາ? (1 ໂກຣິນໂທ 15:58) (ເບິ່ງ​ຮູບ​ນຳ)

5 ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ: “ໃຫ້​ທຸ່ມເທ​ກັບ​ວຽກ​ຂອງ​ຜູ້​ເປັນ​ນາຍ​ທີ່​ມີ​ໃຫ້​ເຮັດ​ຫຼາຍ​ແທ້​ຫຼາຍ​ວ່າ.” (ອ່ານ 1 ໂກຣິນໂທ 15:58) ຖ້າ​ເຈົ້າ​ໝັ່ນ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ແລະ​ໃຊ້​ເວລາ​ກັບ​ພີ່ນ້ອງ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ ເຈົ້າ​ບໍ່​ພຽງ​ແຕ່​ຈະ​ມີ​ຄວາມ​ສຸກ​ໃນ​ການ​ຄົບຫາ​ກັບ​ພີ່ນ້ອງ​ເທົ່າ​ນັ້ນ ແຕ່​ເຈົ້າ​ຈະ​ມີ​ໂອກາດ​ເຈິ​ພີ່ນ້ອງ​ໂສດ​ທີ່​ທຸ່ມເທ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ຄື​ກັນ​ກັບ​ເຈົ້າ. ຖ້າ​ເຈົ້າ​ພະຍາຍາມ​ເຕັມທີ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ແທ້ໆ.

ຮູບ: 1. ພີ່ນ້ອງ​ຍິງ​ໂສດ​ລົມ​ກັບ​ພີ່ນ້ອງ​ຍິງ​ທີ່​ອາຍຸ​ນ້ອຍ​ກວ່າ​ຢ່າງ​ມີ​ຄວາມ​ສຸກ​ຕອນ​ທີ່​ໄປ​ປະກາດ​ນຳ​ກັນ. 2. ພີ່ນ້ອງ​ຍິງ​ໂສດ​ຄົນ​ນັ້ນ​ໄປ​ຊ່ວຍ​ເສີບ​ອາຫານ​ຢູ່​ທີມ​ກໍ່ສ້າງ​ຂອງ​ອົງການ. 3. ພີ່ນ້ອງ​ຊາຍ​ໂສດ​ກັບ​ຜູ້​ເບິ່ງແຍງ​ໄປ​ໃຫ້​ກຳລັງ​ໃຈ​ຜົວ​ເມຍ​ຄູ່​ໜຶ່ງ. 4. ພີ່ນ້ອງ​ຊາຍ​ໂສດ​ຄົນ​ນັ້ນ​ໃຊ້​ເລື່ອຍ​ໄຟ​ຟ້າ​ເຮັດ​ວຽກ​ຢູ່​ທີມ​ກໍ່ສ້າງ​ໃນ​ບ່ອນ​ດຽວ​ກັນ.

ຖ້າ​ເຈົ້າ​ໝັ່ນ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ແລະ​ໃຊ້​ເວລາ​ກັບ​ພີ່ນ້ອງ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ ເຈົ້າ​ອາດ​ຈະ​ເຈິ​ບາງ​ຄົນ​ທີ່​ຢາກ​ແຕ່ງດອງ (ເບິ່ງ​ຂໍ້ 5)


6. ຕອນ​ທີ່​ຄົນ​ໂສດ​ກຳລັງ​ຊອກ​ຄູ່ ລາວ​ຄວນ​ຈື່​ຫຍັງ​ໄວ້?

6 ໃຫ້​ລະວັງ​ທີ່​ຈະ​ບໍ່​ໃຫ້​ການ​ຊອກ​ຄູ່​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (ຟລປ. 1:10) ຄວາມ​ສຸກ​ແທ້​ບໍ່​ໄດ້​ຂຶ້ນ​ກັບ​ວ່າ​ເຈົ້າ​ແຕ່ງດອງ​ຫຼື​ເປັນ​ໂສດ ແຕ່​ຂຶ້ນ​ກັບ​ວ່າ​ເຈົ້າ​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ. (ມທ. 5:3) ຕອນ​ທີ່​ຍັງ​ເປັນ​ໂສດ ເຈົ້າ​ມີ​ອິດສະຫຼະ​ຫຼາຍ​ກວ່າ​ໃນ​ການ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ. (1ກຣ. 7:32, 33) ໃຫ້​ໃຊ້​ເວລາ​ຕອນ​ທີ່​ເປັນ​ໂສດ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ. ເຈດຊິກ້າ​ພີ່ນ້ອງ​ຍິງ​ຈາກ​ອາເມຣິກາ​ແຕ່ງດອງ​ຕອນ​ອາຍຸ​ເກືອບ 40 ປີ ເວົ້າ​ວ່າ: “ຕອນ​ທີ່​ເປັນ​ໂສດ ຂ້ອຍ​ຫຍຸ້ງ​ຢູ່​ກັບ​ວຽກ​ຮັບໃຊ້. ມັນ​ຊ່ວຍ​ຂ້ອຍ​ໃຫ້​ມີ​ຄວາມ​ສຸກ​ເຖິງ​ວ່າ​ຂ້ອຍ​ຢາກ​ຈະ​ແຕ່ງດອງ.”

ໃຊ້​ເວລາ​ສັງເກດ

7. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສະຫຼາດ​ທີ່​ຈະ​ໃຊ້​ເວລາ​ໄລຍະ​ໜຶ່ງ​ສັງເກດ​ເບິ່ງ ກ່ອນ​ທີ່​ຈະ​ບອກ​ຜູ້​ໃດ​ຜູ້​ໜຶ່ງ​ວ່າ​ເຈົ້າ​ສົນໃຈ​ລາວ? (ສຸພາສິດ 13:16)

7 ຖ້າ​ເຈິ​ຄົນ​ທີ່​ເຈົ້າ​ຄິດ​ວ່າ​ອາດ​ຈະ​ເໝາະສົມ​ທີ່​ຈະ​ມາ​ເປັນ​ຄູ່​ຂອງ​ເຈົ້າ ເຈົ້າ​ຈະ​ເຮັດ​ແນວ​ໃດ? ເຈົ້າຄວນ​ບອກ​ລາວ​ທັນທີ​ເລີຍ​ບໍ​ວ່າ​ເຈົ້າ​ສົນໃຈ​ລາວ? ຄຳພີ​ໄບເບິນ​ບອກ​ວ່າ​ຄົນ​ສະຫຼາດ​ເຮັດ​ທຸກ​ສິ່ງ​ໃນ​ວິທີ​ທີ່​ສະແດງ​ວ່າ​ລາວ​ມີ​ຄວາມ​ຮູ້ (ອ່ານ​ສຸພາສິດ 13:16) ດັ່ງນັ້ນ ເປັນ​ເລື່ອງ​ສະຫຼາດ​ຖ້າ​ເຈົ້າ​ໃຊ້​ເວລາ​ສັງເກດເບິ່ງ​ຜູ້ນັ້ນ​ໄລຍະ​ໜຶ່ງ ກ່ອນ​ຈະ​ບອກ​ລາວ​ວ່າ​ເຈົ້າ​ສົນໃຈ​ລາວ. ອັດຊ໌ວິນ​ພີ່ນ້ອງ​ຊາຍ​ຈາກ​ເນເທີແລນ​ເວົ້າ​ວ່າ: “ຄວາມ​ຮູ້ສຶກ​ມັນ​ເກີດຂຶ້ນ​ໄວ ແລະ​ມັນ​ກໍ​ຫາຍ​ໄປ​ໄວ. ຖ້າ​ເຈົ້າ​ໃຊ້​ເວລາ​ສັງເກດ​ເບິ່ງ​ຜູ້​ນັ້ນ​ກ່ອນ ເຈົ້າ​ກໍ​ຈະ​ບໍ່​ຟ້າວ​ຄົບຫາ​ກັບ​ຜູ້​ໃດ​ຜູ້​ໜຶ່ງ​ໂດຍ​ອາໄສ​ແຕ່​ອາລົມ​ຄວາມ​ຮູ້ສຶກ.” ນອກ​ຈາກ​ນັ້ນ ຖ້າ​ເຈົ້າ​ໃຊ້​ເວລາ​ໜ້ອຍ​ໜຶ່ງ​ເພື່ອ​ສັງເກດ​ເບິ່ງ ເຈົ້າ​ອາດ​ຈະ​ເຫັນ​ວ່າ​ລາວ​ບໍ່​ເໝາະສົມ​ທີ່​ຈະ​ເປັນ​ຄູ່​ຂອງ​ເຈົ້າ.

8. ຄົນ​ທີ່​ເປັນ​ໂສດ​ຈະ​ສັງເກດ​ເບິ່ງ​ຄົນ​ທີ່​ລາວ​ສົນໃຈ​ແນວ​ໃດ? (ເບິ່ງ​ຮູບ​ນຳ)

8 ເຈົ້າ​ຈະ​ສັງເກດ​ເບິ່ງ​ຄົນ​ທີ່​ເຈົ້າ​ກຳລັງ​ສົນໃຈ​ແນວ​ໃດ? ຕອນ​ຢູ່​ການ​ປະຊຸມ​ຫຼື​ກິນ​ເຂົ້າ​ສັງສັນ​ກັນ ໃຫ້​ສັງເກດ​ເບິ່ງ​ວ່າ​ລາວ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ບໍ່ ລາວ​ເປັນ​ຄົນ​ນິດໄສ​ຈັ່ງ​ໃດ ການ​ປະພຶດ​ຂອງ​ລາວ​ເປັນ​ແນວ​ໃດ. ໃຜ​ເປັນ​ໝູ່​ຂອງ​ລາວ? ລາວ​ມັກ​ເວົ້າເລື່ອງ​ຫຍັງ? (ລກ. 6:45) ລາວ​ມີ​ເປົ້າໝາຍ​ຄ້າຍຄື​ກັບເຈົ້າ​ບໍ່? ເຈົ້າ​ອາດ​ຈະ​ລົມ​ກັບ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ​ຂອງ​ລາວ​ຫຼື​ລົມ​ກັບ​ພີ່ນ້ອງ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ທີ່​ຮູ້​ຈັກ​ລາວ​ດີ. (ສພສ. 20:18) ເຈົ້າ​ອາດ​ຈະ​ຖາມ​ວ່າ: ‘ລາວ​ມີ​ຊື່​ສຽງ​ແບບ​ໃດ? ນິດໄສ​ລາວ​ເປັນ​ແນວ​ໃດ?’ (ນຣ. 2:11) ຕອນ​ທີ່​ເຈົ້າ​ສັງເກດ​ເບິ່ງ​ຜູ້​ທີ່​ເຈົ້າ​ສົນໃຈ ຢ່າ​ເຮັດ​ໃຫ້​ລາວ​ຮູ້ສຶກ​ອຶດ​ອັດ​ແລະ​ບໍ່​ສະບາຍ​ໃຈ. ໃຫ້​ນັບຖື​ຄວາມ​ຮູ້ສຶກ​ແລະ​ຄວາມ​ເປັນ​ສ່ວນ​ໂຕ​ຂອງ​ລາວ ແລະ​ໃຫ້​ຮັກສາ​ໄລຍະ​ຫ່າງ​ນຳ.

ຮູບ: ພີ່ນ້ອງ​ຍິງ​ໂສດ​ແລະ​ພີ່ນ້ອງ​ຊາຍ​ໂສດ​ໃນ​ຮູບ​ກ່ອນ​ໜ້າ​ນີ້​ສັງເກດ​ເບິ່ງ​ກັນ​ຢູ່​ຫໍປະຊຸມ. 1. ພີ່ນ້ອງ​ຍິງ​ໂສດ​ສັງເກດ​ວ່າ​ພີ່ນ້ອງ​ຊາຍ​ປະຕິບັດ​ກັບ​ພີ່ນ້ອງ​ສູງ​ອາຍຸ​ແນວ​ໃດ. 2. ພີ່ນ້ອງ​ຊາຍ​ໂສດ​ສັງເກດ​ພີ່ນ້ອງ​ຍິງ​ໂສດ​ເຮັດ​ສ່ວນ​ໃນ​ການ​ປະຊຸມ​ກາງ​ອາທິດ.

ກ່ອນ​ຈະ​ບອກ​ຜູ້​ໃດ​ຜູ້​ໜຶ່ງ​ວ່າ​ເຈົ້າ​ສົນໃຈ​ລາວ ໃຫ້​ໃຊ້​ເວລາ​ສັງເກດ​ເບິ່ງ​ໄລຍະ​ໜຶ່ງ​ກ່ອນ (ເບິ່ງ​ຂໍ້ 7-8)


9. ກ່ອນ​ຈະ​ບອກ​ຜູ້​ໃດ​ຜູ້​ໜຶ່ງ​ວ່າ​ເຈົ້າ​ສົນໃຈ​ລາວ ເຈົ້າ​ຄວນ​ໝັ້ນໃຈ​ໃນ​ເລື່ອງ​ໃດ​ກ່ອນ?

9 ເຈົ້າ​ຄວນ​ໃຊ້​ເວລາ​ສັງເກດ​ເບິ່ງ​ດົນ​ປານ​ໃດ​ກ່ອນ​ຈະ​ບອກ​ຜູ້​ໃດ​ຜູ້​ໜຶ່ງ​ວ່າ​ເຈົ້າ​ສົນໃຈ​ລາວ? ຖ້າ​ເຈົ້າ​ຟ້າວ​ບອກ​ໂພດ ອາດ​ຈະ​ເຮັດ​ໃຫ້​ລາວ​ຮູ້ສຶກ​ວ່າ​ເຈົ້າ​ບໍ່​ໄດ້​ຄິດ​ຮອບຄອບ​ກ່ອນ​ຕັດສິນໃຈ. (ສພສ. 29:20) ກົງ​ກັນ​ຂ້າມ ຖ້າ​ເຈົ້າ​ໃຊ້​ເວລາ​ສັງເກດ​ເບິ່ງ​ດົນ​ໂພດ ໂດຍ​ສະເພາະ​ຖ້າ​ລາວ​ຮູ້ສຶກ​ວ່າ​ເຈົ້າ​ສົນໃຈ​ລາວ ລາວ​ອາດ​ຈະ​ຄິດ​ວ່າ​ເຈົ້າ​ເປັນ​ຄົນ​ຕັດສິນໃຈ​ຊ້າ. (ປຍຈ. 11:4) ຂໍ​ໃຫ້​ຈື່​ໄວ້​ວ່າ ກ່ອນ​ເຈົ້າ​ຈະ​ບອກ​ຜູ້​ໃດ​ຜູ້​ໜຶ່ງ​ວ່າ​ສົນໃຈ​ລາວ ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຖ້າ​ຈົນ​ແນ່​ໃຈ​ວ່າ​ຈະ​ແຕ່ງດອງ​ກັບ​ລາວ. ແຕ່​ເຈົ້າ​ຄວນ​ໝັ້ນໃຈ​ວ່າ​ເຈົ້າ​ພ້ອມ​ທີ່​ຈະ​ແຕ່ງດອງ ແລະ​ໝັ້ນໃຈ​ວ່າ​ຜູ້​ນັ້ນ​ອາດ​ຈະ​ເປັນ​ຄົນ​ທີ່​ເໝາະສົມ​ກັບ​ເຈົ້າ.

10. ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ມີ​ຄົນ​ກຳລັງ​ສົນໃຈ​ເຈົ້າ ແຕ່​ເຈົ້າ​ບໍ່​ສົນໃຈ​ລາວ ເຈົ້າ​ຄວນ​ເຮັດ​ແນວ​ໃດ?

10 ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ມີ​ຄົນ​ກຳລັງ​ສົນໃຈ​ເຈົ້າ? ຖ້າ​ເຈົ້າ​ບໍ່​ສົນໃຈ​ລາວ ເຈົ້າ​ຄວນ​ເຮັດ​ໃຫ້​ລາວ​ເຫັນ​ແຈ້ງ​ເລີຍ​ວ່າ​ເຈົ້າ​ບໍ່​ສົນໃຈ. ມັນ​ບໍ່​ດີ​ທີ່​ຈະ​ເຮັດ​ໃຫ້​ລາວ​ຄິດ​ວ່າ​ມີ​ຄວາມ​ຫວັງ​ທັງໆ​ທີ່​ມັນ​ເປັນ​ໄປ​ບໍ່​ໄດ້.—1ກຣ. 10:24; ອຟຊ. 4:25

11. ຖ້າ​ເຈົ້າ​ຖືກ​ຂໍ​ໃຫ້​ເລືອກ​ຄູ່​ໃຫ້​ຄົນ​ທີ່​ເປັນ​ໂສດ ເຈົ້າ​ຄວນ​ຄິດ​ເຖິງ​ເລື່ອງ​ຫຍັງ​ແດ່?

11 ໃນ​ບາງ​ປະເທດ​ອາດ​ມີ​ການ​ຄາດໝາຍ​ໃຫ້​ພໍ່​ແມ່​ຫຼື​ຜູ້​ໃຫຍ່​ເລືອກ​ຄູ່​ໃຫ້​ຄົນ​ໃນ​ຄອບຄົວ​ທີ່​ເປັນ​ໂສດ ແລະ​ໃນ​ບາງ​ປະເທດ​ອາດ​ມີ​ການ​ຂໍ​ໃຫ້​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ເລືອກ​ຄູ່​ໃຫ້​ຄົນ​ທີ່​ເປັນ​ໂສດ ແລ້ວ​ນັດ​ໃຫ້​ເຂົາເຈົ້າ​ມາ​ເຈິ​ກັນ​ເພື່ອ​ເບິ່ງ​ວ່າ​ເຂົາເຈົ້າ​ຢາກ​ຄົບຫາ​ເປັນ​ແຟນ​ກັນ​ບໍ່. ຖ້າ​ເຈົ້າ​ຖືກ​ຂໍ​ໃຫ້​ເລືອກ​ຄູ່​ໃຫ້​ຄົນ​ທີ່​ເປັນ​ໂສດ ຂໍ​ໃຫ້​ຄິດ​ເຖິງ​ຄວາມ​ມັກ​ແລະ​ຄວາມ​ຕ້ອງການ​ຂອງ​ທັງ​ສອງ​ຄົນ. ຖ້າ​ເຈົ້າ​ເຈິ​ຄົນ​ທີ່​ເຈົ້າ​ຄິດ​ວ່າ​ເໝາະສົມ​ທີ່​ຈະ​ເປັນ​ຄູ່​ຂອງ​ໝູ່​ຫຼື​ຍາດ​ຕິ​ພີ່ນ້ອງ​ຂອງ​ເຈົ້າ ໃຫ້​ເຈົ້າ​ພະຍາຍາມ​ຊອກ​ຂໍ້ມູນ​ກ່ຽວກັບ​ຜູ້​ນັ້ນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ວ່າ​ລາວ​ເປັນ​ຄົນ​ແບບ​ໃດ ມີ​ນິດໄສ​ຈັ່ງ​ໃດ ແລະ​ສຳຄັນ​ທີ່​ສຸດ​ຄວາມ​ເຊື່ອ​ຂອງ​ລາວ​ເປັນ​ແນວ​ໃດ. ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ​ສຳຄັນ​ຫຼາຍ​ກວ່າ​ເງິນ​ຄຳ ການ​ສຶກສາ ຫຼື​ຖານະ​ທາງ​ສັງຄົມ. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ຄົນ​ທີ່​ມີ​ສິດ​ຕັດສິນໃຈ​ຂັ້ນ​ສຸດທ້າຍ​ວ່າ​ຈະ​ແຕ່ງດອງ​ຫຼື​ບໍ່​ແມ່ນ​ຄົນ​ທີ່​ເປັນ​ໂສດ.—ຄລຕ. 6:5

ຈະ​ເລີ່ມ​ຄົບຫາ​ກັນ​ແນວ​ໃດ?

12. ຖ້າ​ເຈົ້າ​ຢາກ​ຄົບຫາ​ກັບ​ຄົນ​ທີ່​ເຈົ້າ​ສົນໃຈ ເຈົ້າ​ຈະ​ບອກ​ລາວ​ແນວ​ໃດ?

12 ຖ້າ​ເຈົ້າ​ຢາກ​ຄົບຫາ​ກັບ​ຄົນ​ທີ່​ເຈົ້າ​ສົນໃຈ ເຈົ້າ​ຈະ​ບອກ​ລາວ​ແນວ​ໃດ?d ເຈົ້າ​ອາດ​ຈະ​ນັດ​ເຈິ​ກັບ​ລາວ​ໃນ​ບ່ອນ​ສາທາລະນະ​ຫຼື​ລົມ​ກັບ​ລາວ​ທາງ​ໂທລະສັບ​ກໍ​ໄດ້. ໃຫ້​ບອກ​ລາວ​ແຈ້ງໆ​ວ່າ​ເຈົ້າ​ສົນໃຈ​ລາວ​ແລະ​ຢາກ​ຮູ້​ຈັກ​ລາວ​ຫຼາຍ​ຂຶ້ນ. (1ກຣ. 14:9) ຖ້າ​ຈຳເປັນ​ກໍ​ໃຫ້​ເວລາ​ລາວ​ຄິດ​ກ່ອນ. (ສພສ. 15:28) ຖ້າ​ລາວ​ບໍ່​ຢາກ​ຄົບຫາ​ກັບ​ເຈົ້າ​ກໍ​ໃຫ້​ນັບຖື​ການ​ຕັດສິນໃຈ​ຂອງ​ລາວ.

13. ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ຄົນ​ບອກ​ວ່າ​ສົນໃຈ​ເຈົ້າ? (ໂກໂລຊາຍ 4:6)

13 ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ຄົນ​ບອກ​ວ່າ​ລາວ​ສົນໃຈ​ເຈົ້າ? ຜູ້​ນັ້ນ​ຄື​ຊິ​ຕ້ອງ​ລວບລວມ​ຄວາມ​ກ້າ​ຫຼາຍ​ແທ້ໆ​ເພື່ອ​ຈະ​ບອກ​ເຈົ້າ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ​ກັບ​ເຈົ້າ. ດັ່ງນັ້ນ ຂໍ​ໃຫ້​ເຈົ້າ​ສະແດງ​ຄວາມ​ກະລຸນາ​ຕໍ່​ລາວ​ແລະ​ນັບຖື​ຄວາມ​ຮູ້ສຶກ​ຂອງ​ລາວ. (ອ່ານ​ໂກໂລຊາຍ 4:6) ຖ້າ​ເຈົ້າ​ຕ້ອງການ​ເວລາ​ເພື່ອ​ຄິດ​ກ່ອນ ກໍ​ໃຫ້​ບອກ​ລາວ. ແຕ່​ພະຍາຍາມ​ໃຫ້​ຄຳ​ຕອບ​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. (ສພສ. 13:12) ຖ້າ​ເຈົ້າ​ບໍ່​ຢາກ​ຄົບຫາ​ກັບ​ລາວ ກໍ​ໃຫ້​ບອກ​ລາວ​ດີໆ​ແບບ​ຈະ​ແຈ້ງ. ຂໍ​ໃຫ້​ສັງເກດ​ວ່າ​ພີ່ນ້ອງ​ຊາຍ​ຊື່​ຮັນສ໌​ຈາກ​ອອດເຕຣຍ​ຕອບ​ແນວ​ໃດ​ຕອນ​ທີ່​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ມາ​ຂໍ​ຄົບຫາ​ກັບ​ລາວ. ຮັນສ໌​ເວົ້າ​ວ່າ: “ຂ້ອຍ​ບອກ​ລາວ​ດີໆ​ແບບ​ຈະ​ແຈ້ງ. ຂ້ອຍ​ໃຫ້​ຄຳ​ຕອບ​ລາວ​ທັນທີ​ຍ້ອນ​ຂ້ອຍ​ບໍ່​ຢາກ​ໃຫ້​ລາວ​ມີ​ຄວາມ​ຫວັງ​ແບບ​ລົມໆ​ແລ້ງໆ. ຫຼັງ​ຈາກ​ນັ້ນ ຂ້ອຍ​ຕ້ອງ​ລະວັງ​ສິ່ງ​ທີ່​ຂ້ອຍ​ເວົ້າ​ຫຼື​ສິ່ງ​ທີ່​ຂ້ອຍ​ເຮັດ​ເຊິ່ງ​ອາດ​ເຮັດ​ໃຫ້​ລາວ​ຄິດ​ວ່າ​ຂ້ອຍ​ປ່ຽນ​ໃຈ.” ກົງ​ກັນ​ຂ້າມ ຖ້າ​ເຈົ້າ​ຢາກ​ຄົບຫາ​ກັບ​ຜູ້​ນັ້ນ​ຄື​ກັນ ກໍ​ໃຫ້​ບອກ​ລາວ​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ​ແລະ​ລົມ​ກັນ​ວ່າ​ຄວນ​ປະຕິບັດ​ຕໍ່​ກັນ​ແນວ​ໃດ​ຕອນ​ທີ່​ຄົບຫາ​ກັນ ຍ້ອນ​ວັດທະນະທຳ​ແລະ​ປັດໄຈ​ບາງ​ຢ່າງ​ອາດ​ເຮັດ​ໃຫ້​ທັງ​ສອງ​ຄົນ​ຄິດ​ບໍ່​ຄື​ກັນ​ໃນ​ເລື່ອງ​ນີ້.

ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ຊ່ວຍ​ຄົນ​ໂສດ​ແນວ​ໃດ?

14. ເຮົາ​ຄວນ​ເວົ້າ​ແນວ​ໃດ​ເພື່ອ​ຊ່ວຍ​ຄົນ​ທີ່​ເປັນ​ໂສດ?

14 ເຮົາ​ທຸກ​ຄົນ​ຈະ​ຊ່ວຍ​ຄົນ​ໂສດ​ທີ່​ຢາກ​ແຕ່ງດອງ​ແນວ​ໃດ? ວິທີ​ໜຶ່ງ​ແມ່ນ​ໃຫ້​ລະວັງ​ສິ່ງ​ທີ່​ເຮົາ​ເວົ້າ. (ອຟຊ. 4:29) ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ມັກ​ເວົ້າ​ຢອກ​ພີ່ນ້ອງ​ທີ່​ຢາກ​ແຕ່ງດອງ​ບໍ? ເມື່ອ​ຂ້ອຍ​ເຫັນ​ພີ່ນ້ອງ​ຊາຍ​ກັບ​ພີ່ນ້ອງ​ຍິງ​ທີ່​ເປັນ​ໂສດ​ລົມ​ກັນ ຂ້ອຍ​ຄິດ​ເອົາ​ເອງ​ບໍ​ວ່າ​ເຂົາເຈົ້າ​ມັກ​ກັນ?’ (1ຕມ. 5:13) ນອກ​ຈາກ​ນັ້ນ ເຮົາ​ບໍ່​ຄວນ​ເຮັດ​ໃຫ້​ຄົນ​ທີ່​ເປັນ​ໂສດ​ຮູ້ສຶກ​ວ່າ​ຊີວິດ​ຂອງ​ເຂົາເຈົ້າ​ຂາດ​ຫຍັງ​ບາງ​ຢ່າງ​ຍ້ອນ​ບໍ່​ໄດ້​ແຕ່ງດອງ. ຮັນສ໌​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເວົ້າ​ວ່າ: “ພີ່ນ້ອງ​ບາງ​ຄົນ​ຖາມ​ຂ້ອຍ​ວ່າ ‘ມື້​ໃດ​ຊິ​ເອົາ​ເມຍ? ອາຍຸ​ກະ​ສ່ຳ​ນີ້​ແລ້ວ.’ ຄຳເວົ້າ​ນີ້​ເຮັດ​ໃຫ້​ຄົນ​ທີ່​ເປັນ​ໂສດ​ຮູ້ສຶກ​ວ່າ​ບໍ່​ມີ​ຄ່າ​ແລະ​ແຮ່ງ​ຖືກ​ກົດ​ດັນ​ໃຫ້​ຮູ້ສຶກ​ວ່າ​ຕ້ອງ​ແຕ່ງດອງ.” ຄື​ຊິ​ດີ​ກວ່າ​ຖ້າ​ເຮົາ​ຊອກ​ຫາ​ໂອກາດ​ຊົມເຊີຍ​ຄົນ​ທີ່​ເປັນ​ໂສດ!—1ທຊ. 5:11

15. (ກ) ຕາມ​ຫຼັກການ​ໃນ​ໂຣມ 15:2 ເຮົາ​ຄວນ​ຄິດ​ເຖິງ​ຫຍັງ​ກ່ອນ​ຈະ​ຊ່ວຍ​ພີ່ນ້ອງ​ໂສດ​ຊອກ​ຫາ​ຄູ່? (ເບິ່ງ​ຮູບ​ນຳ) (ຂ) ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ວິດີໂອ? (ເບິ່ງ​ໄຂເງື່ອນ)

15 ຖ້າ​ເຮົາ​ເຫັນ​ວ່າ​ພີ່ນ້ອງ​ຊາຍ​ໂສດ​ກັບ​ພີ່ນ້ອງ​ຍິງ​ໂສດ​ເໝາະສົມ​ກັນ ເຮົາ​ຈະ​ເຮັດ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ​ໃຫ້​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ. (ອ່ານ​ໂຣມ 15:2) ຄົນ​ໂສດ​ຫຼາຍ​ຄົນ​ບໍ່​ມັກ​ໃຫ້​ຄົນ​ອື່ນ​ຈັບ​ຄູ່​ໃຫ້ ແລະ​ເຮົາ​ກໍ​ຄວນ​ນັບຖື​ການ​ຕັດສິນໃຈ​ຂອງ​ເຂົາເຈົ້າ. (2ທຊ. 3:11) ບາງ​ຄົນ​ກໍ​ຢາກ​ໃຫ້​ຊ່ວຍ​ລະດັບ​ໜຶ່ງ ແຕ່​ເຮົາ​ບໍ່​ຄວນ​ເຮັດ​ຖ້າ​ເຂົາເຈົ້າ​ບໍ່​ໄດ້​ຂໍ​ໃຫ້​ຊ່ວຍ.e (ສພສ. 3:27) ຄົນ​ໂສດ​ບາງ​ຄົນ​ກໍ​ບໍ່​ມັກ​ໃຫ້​ໃຜ​ມາ​ຈັບ​ຄູ່​ໃຫ້​ແບບ​ກົງໆ. ລີເດຍ​ພີ່ນ້ອງ​ຍິງ​ໂສດ​ຈາກ​ເຢຍລະມັນ​ເວົ້າ​ວ່າ: “ເຈົ້າ​ອາດ​ຈັດ​ກິດຈະກຳ​ທີ່​ມີ​ທັງ​ພີ່ນ້ອງ​ຊາຍ​ແລະ​ພີ່ນ້ອງ​ຍິງ​ຫຼາຍ​ຄົນ​ຢູ່​ນຳ​ກັນ​ເພື່ອ​ໃຫ້​ເຂົາເຈົ້າ​ມີ​ໂອກາດ​ຮູ້​ຈັກ​ກັນ. ສ່ວນ​ທີ່​ເຫຼືອ​ກໍ​ຂຶ້ນ​ຢູ່​ກັບ​ເຂົາເຈົ້າ.”

ພີ່ນ້ອງ​ຍິງ​ໂສດ​ແລະ​ພີ່ນ້ອງ​ຊາຍ​ໂສດ​ກຳລັງ​ລົມ​ກັນ​ຕອນ​ກິນ​ເຂົ້າ.

ການ​ຈັດ​ກິດຈະກຳ​ທີ່​ມີ​ຫຼາຍ​ຄົນ​ຢູ່​ນຳ​ກັນ​ຈະ​ເປີດ​ໂອກາດ​ໃຫ້​ຄົນ​ໂສດ​ໄດ້​ຮູ້​ຈັກ​ກັນ (ເບິ່ງ​ຂໍ້ 15)


16. ຄົນ​ທີ່​ເປັນ​ໂສດ​ຄວນ​ຈື່​ຫຍັງ​ໄວ້?

16 ເຮົາ​ທຸກ​ຄົນ​ບໍ່​ວ່າ​ເປັນ​ໂສດ​ຫຼື​ແຕ່ງດອງ​ແລ້ວ ກໍ​ສາມາດ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໄດ້. (ພສ. 128:1) ຖ້າ​ເຈົ້າ​ຢາກ​ແຕ່ງດອງ​ແຕ່​ຍັງ​ບໍ່​ທັນ​ເຈິ​ຄົນ​ທີ່​ເໝາະສົມ ຂໍ​ໃຫ້​ເຈົ້າ​ຕັ້ງໃຈ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ. ຊິນຢີ​ພີ່ນ້ອງ​ຍິງ​ຈາກ​ມາເກົ້າ​ເວົ້າ​ວ່າ: “ເມື່ອ​ສົມທຽບ​ເວລາ​ທີ່​ເຈົ້າ​ຈະ​ໃຊ້​ກັບ​ຄູ່​ຂອງ​ເຈົ້າ​ໃນ​ໂລກ​ໃໝ່ ເວລາ​ທີ່​ເຈົ້າ​ເປັນ​ໂສດ​ໃນ​ຕອນນີ້​ມັນ​ສັ້ນ​ຫຼາຍ​ແທ້ໆ. ຂໍ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ແລະ​ໃຊ້​ເວລາ​ໃນ​ຕອນນີ້​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ.” ແຕ່​ຖ້າ​ຕອນນີ້​ເຈົ້າ​ເຈິ​ຄົນ​ທີ່​ເໝາະສົມ​ແລະ​ເລີ່ມ​ເປັນ​ແຟນ​ກັນ​ແລ້ວ​ເດ ເຈົ້າ​ຈະ​ເຮັດ​ແນວ​ໃດ? ໃນ​ບົດ​ຕໍ່​ໄປ​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຈົ້າ​ຈະ​ໃຊ້​ເວລາ​ຕອນ​ທີ່​ເປັນ​ແຟນ​ກັນ​ແນວ​ໃດ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນໃຈ​ຢ່າງ​ຖືກຕ້ອງ.

ເຈົ້າ​ຈະ​ຕອບ​ແນວ​ໃດ?

  •  ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຢາກ​ເຈິ​ຄົນ​ທີ່​ຈະ​ມາ​ເປັນ​ຄູ່?

  •  ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສະຫຼາດ​ທີ່​ຈະ​ໃຊ້​ເວລາ​ສັງເກດ​ເບິ່ງ ກ່ອນ​ເລີ່ມ​ຄົບຫາ​ກັນ?

  •  ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ຄົນ​ໂສດ​ທີ່​ຢາກ​ແຕ່ງດອງ?

ເພງ​ທີ 137 ພີ່ນ້ອງ​ຍິງ​ທີ່​ສັດຊື່

a  ຖ້າ​ເຈົ້າ​ຢາກ​ຮູ້​ວ່າ​ໂຕເອງ​ພ້ອມ​ທີ່​ຈະ​ແຕ່ງດອງ​ຫຼື​ບໍ່ ໃຫ້​ເບິ່ງ​ບົດ​ຄວາມ​ໃນ​ເວັບໄຊ jw.org ເລື່ອງ “ແຟນ—ຕອນ 1: ຂ້ອຍ​ພ້ອມ​ຈະ​ມີ​ແຟນ​ບໍ?” (ພາສາ​ໄທ)

b  ການ​ອະທິບາຍ​ຄຳສັບ: ໃນ​ບົດ​ນີ້​ແລະ​ບົດ​ຕໍ່​ໄປ ຄຳ​ວ່າ “ຄົບຫາ​ເປັນ​ແຟນ​ກັນ” ໝາຍເຖິງ​ຕອນ​ທີ່​ຜູ້​ຊາຍ​ກັບ​ຜູ້​ຍິງ​ຢາກ​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ​ເພື່ອ​ເບິ່ງ​ວ່າ​ເຂົາເຈົ້າ​ເໝາະສົມ​ທີ່​ຈະ​ແຕ່ງດອງ​ກັນ​ບໍ່. ໃນ​ບາງ​ປະເທດ​ອາດ​ເອີ້ນ​ວ່າ​ເປັນ​ແຟນ​ກັນ​ຫຼື​ກຳລັງ​ເບິ່ງ​ໃຈ​ກັນ. ການ​ຄົບຫາ​ເປັນ​ແຟນ​ກັນ​ເລີ່ມ​ຕົ້ນ​ຕອນ​ທີ່​ຜູ້​ຊາຍ​ກັບ​ຜູ້​ຍິງ​ບອກ​ກັນ​ແຈ້ງໆ​ວ່າ​ເຂົາເຈົ້າ​ສົນໃຈ​ກັນ. ການ​ຄົບຫາ​ເປັນ​ແຟນ​ກັນ​ຈະ​ດຳເນີນ​ຕໍ່​ໄປ​ຈົນ​ຮອດ​ຕອນ​ທີ່​ເຂົາເຈົ້າ​ຕັດສິນໃຈ​ແຕ່ງດອງ​ກັນ ຫຼື​ເຊົາ​ເປັນ​ແຟນ​ກັນ.

c  ຊື່​ສົມມຸດ.

d  ໃນ​ບາງ​ວັດທະນະທຳ ຜູ້​ຊາຍ​ມັກ​ຈະ​ເປັນ​ຝ່າຍ​ຂໍ​ເປັນ​ແຟນ​ກັບ​ຜູ້​ຍິງ. ແຕ່​ມັນ​ກໍ​ບໍ່​ຜິດ​ທີ່​ຜູ້​ຍິງ​ຈະ​ຂໍ​ເປັນ​ແຟນ​ກັບ​ຜູ້​ຊາຍ. (ນຣ. 3:1-13) ສຳລັບ​ຂໍ້ມູນ​ເພີ່ມເຕີມ​ໃຫ້​ເບິ່ງ​ບົດ​ຄວາມ “ໜຸ່ມ​ສາວ​ຖາມ​ວ່າ ຂ້ອຍ​ຈະ​ບອກ​ຄວາມ​ໃນ​ໃຈ​ກັບ​ລາວ​ແນວ​ໃດ​ດີ?” ໃນ​ຕື່ນເຖີດ 8 ພະຈິກ 2004.

e  ເບິ່ງ​ວິດີໂອ​ໃນ​ເວັບໄຊ jw.org ໄດ້​ໄຊ​ຊະນະ​ໃນ​ການ​ຕໍ່ສູ້​ເພື່ອ​ຄວາມ​ເຊື່ອ—ພີ່ນ້ອງ​ທີ່​ເປັນ​ໂສດ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌