ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 20 ໜ້າ 52-ໜ້າ 53 ຂໍ້ 3
  • ໄພພິບັດ​ອີກ 6 ຢ່າງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໄພພິບັດ​ອີກ 6 ຢ່າງ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ໄພພິບັດ 3 ຢ່າງ​ທຳອິດ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ໂມເຊແລະອາໂລນເຂົ້າເຝົ້າຟາໂລ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ໂມເຊ​ເລືອກ​ນະມັດສະການ​ພະ​ເຢໂຫວາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ກະສັດບໍ່ດີປົກຄອງປະເທດອີຢີບ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 20 ໜ້າ 52-ໜ້າ 53 ຂໍ້ 3
ຕັກກະແຕນ​ຝູງ​ໃຫຍ່

ບົດ​ທີ 20

ໄພພິບັດ​ອີກ 6 ຢ່າງ

ພະເຈົ້າ​ໃຫ້​ໂມເຊ​ກັບ​ອາໂຣນ​ໄປ​ບອກ​ຟາໂຣ​ອີກ​ວ່າ: ‘ຖ້າ​ເຈົ້າ​ບໍ່​ຍອມ​ປ່ອຍ​ຄົນ​ຂອງ​ເຮົາ ເຮົາ​ຊິ​ເຮັດ​ໃຫ້​ມີ​ໂຕ​ເຫຼືອກ​ທົ່ວ​ແຜ່ນດິນ.’ ແລ້ວ​ຝູງ​ເຫຼືອກ​ກໍ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ເອຢິບ​ທັງ​ຄົນ​ລວຍ​ແລະ​ຄົນ​ທຸກ. ທົ່ວ​ແຜ່ນດິນ​ເຕັມ​ແຕ່​ຝູງ​ເຫຼືອກ. ແຕ່​ຢູ່​ໃນ​ແຜ່ນດິນ​ໂກເຊັນ​ທີ່​ຄົນ​ອິດສະຣາເອນ​ອາໄສ​ຢູ່​ບໍ່​ມີ​ໂຕ​ເຫຼືອກ​ເລີຍ. ນັບ​ຕັ້ງແຕ່​ໄພພິບັດ​ຢ່າງ​ທີ 4 ນີ້​ຂຶ້ນ​ໄປ​ຈະ​ມີ​ຜົນ​ກະທົບ​ແຕ່​ກັບ​ຄົນ​ເອຢິບ​ເທົ່າ​ນັ້ນ. ຟາໂຣ​ຂໍຮ້ອງ​ວ່າ: ‘ໃຫ້​ຂໍ​ພະ​ເຢໂຫວາ​ເຮັດ​ໃຫ້​ໂຕ​ເຫຼືອກ​ໝົດ​ໄປ​ແດ່ ແລ້ວ​ຂ້ອຍ​ຈະ​ປ່ອຍ​ພວກ​ອິດສະຣາເອນ​ໄປ.’ ແຕ່​ເມື່ອ​ພະ​ເຢໂຫວາ​ເຮັດ​ໃຫ້​ຝູງ​ເຫຼືອກ​ໝົດ​ໄປ​ແລ້ວ ຟາໂຣ​ກໍ​ປ່ຽນ​ໃຈ. ຟາໂຣ​ຕ້ອງ​ໄດ້​ຮັບ​ບົດ​ຮຽນ​ອີກ​ຈັກ​ເທື່ອ​ຈຶ່ງ​ຊິ​ຍອມຮັບ​ວ່າ​ສູ້​ພະ​ເຢໂຫວາ​ບໍ່​ໄດ້?

ພະ​ເຢໂຫວາ​ບອກ​ວ່າ: ‘ຖ້າ​ຟາໂຣ​ຍັງ​ບໍ່​ຍອມ​ປ່ອຍ​ຄົນ​ຂອງ​ເຮົາ​ໄປ ສັດ​ລ້ຽງ​ຂອງ​ພວກ​ເອຢິບ​ຈະ​ເປັນ​ພະຍາດ​ຮ້າຍ​ແຮງ​ແລະ​ຕາຍ.’ ມື້​ຕໍ່​ມາ ສັດ​ກໍ​ເລີ່ມ​ຕາຍ ແຕ່​ສັດ​ຂອງ​ຄົນ​ອິດສະຣາເອນ​ບໍ່​ຕາຍ​ຈັກ​ໂຕ. ແຕ່​ຟາໂຣ​ກໍ​ຍັງ​ເປັນ​ຄົນ​ຫົວ​ແຂງ​ແລະ​ບໍ່​ຍອມ​ປ່ອຍ​ຄົນ​ອິດສະຣາເອນ​ໄປ.

ພະ​ເຢໂຫວາ​ບອກ​ໂມເຊ​ໃຫ້​ກັບ​ໄປ​ຫາ​ຟາໂຣ​ແລະ​ສາດ​ຂີ້ເທົ່າ​ໃສ່​ອາກາດ. ແລ້ວ​ຂີ້ເທົ່າ​ກໍ​ກາຍ​ເປັນ​ຝຸ່ນ​ນ້ອຍໆ​ປິວ​ໄປ​ທົ່ວ​ອາກາດ​ແລະ​ໄປ​ຕິດ​ຕາມ​ຕົນ​ໂຕ​ຂອງ​ຄົນ​ເອຢິບ. ຝຸ່ນ​ນີ້​ເຮັດ​ໃຫ້​ເກີດ​ຝີ​ທີ່​ມີ​ໜອງ​ຢູ່​ຕາມ​ໂຕ​ຄົນ​ແລະ​ສັດ​ທົ່ວ​ແຜ່ນດິນ​ເອຢິບ. ເຖິງ​ປານ​ນັ້ນ ຟາໂຣ​ກໍ​ຍັງ​ບໍ່​ຍອມ​ປ່ອຍ​ຄົນ​ອິດສະຣາເອນ​ໄປ.

ໄພພິບັດ​ຢ່າງ​ທີ 4 ຫາ 6: ຝູງ​ໂຕ​ເຫຼືອກ ສັດ​ຕາຍ ຝີ

ພະ​ເຢໂຫວາ​ສົ່ງ​ໂມເຊ​ກັບ​ໄປ​ບອກ​ຟາໂຣ​ອີກ​ວ່າ: ‘ເຈົ້າ​ຍັງ​ຊິ​ບໍ່​ຍອມ​ປ່ອຍ​ຄົນ​ຂອງ​ເຮົາ​ໄປ​ອີກ​ຫວາ? ມື້​ອື່ນ ເຮົາ​ຊິ​ເຮັດ​ໃຫ້​ໝາກ​ເຫັບ​ຕົກ​ລົງ​ມາ​ຢ່າງ​ໜັກ.’ ມື້​ຕໍ່​ມາ ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ມີ​ໝາກ​ເຫັບ ຟ້າ​ຮ້ອງ ແລະ​ໄຟ. ນີ້​ເປັນ​ພາຍຸ​ທີ່​ຮຸນແຮງ​ທີ່​ສຸດ​ທີ່​ເຄີຍ​ເກີດຂຶ້ນ​ໃນ​ເອຢິບ. ຕົ້ນໄມ້​ທຸກ​ຕົ້ນ​ລວມ​ທັງ​ພືດ​ຜັກ​ທຸກ​ຊະນິດ​ຖືກ​ທຳລາຍ​ໄປ​ໝົດ ແຕ່​ຢູ່​ໃນ​ໂກເຊັນ​ບໍ່​ໄດ້​ເກີດ​ເຫດການ​ເຫຼົ່າ​ນີ້​ເລີຍ. ຟາໂຣ​ບອກ​ວ່າ: ‘ຂໍ​ໄປ​ອ້ອນວອນ​ພະ​ເຢໂຫວາ​ໃຫ້​ຢຸດ​ເຫດການ​ນີ້​ແດ່! ແລ້ວ​ຂ້ອຍ​ຊິ​ຍອມ​ປ່ອຍ​ພວກ​ເຈົ້າ​ໄປ.’ ແຕ່​ເມື່ອ​ຟາໂຣ​ເຫັນ​ວ່າ​ໝາກ​ເຫັບ​ແລະ​ຝົນ​ເຊົາ​ຕົກ​ແລ້ວ ລາວ​ກໍ​ປ່ຽນ​ໃຈອີກ.

ແລ້ວ​ໂມເຊ​ກໍ​ບອກ​ວ່າ: ‘ຕອນນີ້​ຝູງ​ຕັກກະແຕນ​ຈະ​ມາ​ກິນ​ພືດ​ທຸກ​ຢ່າງ​ທີ່​ເຫຼືອ​ຈາກ​ໝາກ​ເຫັບ​ຕົກ​ໃສ່.’ ແລ້ວ​ຝູງ​ຕັກກະແຕນ​ຫຼາຍ​ລ້ານ​ໂຕ​ກໍ​ມາ​ກິນ​ທຸກ​ຢ່າງ​ທີ່​ເຫຼືອ​ຢູ່​ໃນ​ທົ່ງ​ຫຍ້າ​ແລະ​ຕົ້ນໄມ້​ຈົນ​ໝົດ. ຟາໂຣ​ຂໍຮ້ອງ​ວ່າ: ‘ຂໍ​ອ້ອນວອນ​ພະ​ເຢໂຫວາ​ເຮັດ​ໃຫ້​ຝູງ​ຕັກກະແຕນ​ອອກ​ໄປ​ຈາກ​ແຜ່ນດິນ​ນີ້​ແດ່.’ ແຕ່​ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ບໍ່​ມີ​ຝູງ​ຕັກກະແຕນ​ແລ້ວ ຟາໂຣ​ກໍ​ຍັງ​ຫົວ​ແຂງ​ຕໍ່​ໄປ.

ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: ‘ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ເທິງ​ຟ້າ.’ ທັນໃດ​ນັ້ນ ທ້ອງຟ້າ​ກໍ​ມືດ​ຕຶບ. ຄົນ​ເອຢິບ​ແນມ​ບໍ່​ເຫັນ​ກັນ​ແລະ​ບໍ່​ເຫັນ​ຫຍັງ​ເລີຍ​ເປັນ​ເວລາ 3 ມື້. ມີ​ແຕ່​ຢູ່​ເຮືອນ​ຂອງ​ຄົນ​ອິດສະຣາເອນ​ເທົ່າ​ນັ້ນ​ທີ່​ມີ​ແສງ​ສະຫວ່າງ.

ໄພພິບັດ​ທີ 7 ຫາ 9: ໝາກ​ເຫັບ ຕັກກະແຕນ ຄວາມ​ມືດ

ຟາໂຣ​ເວົ້າ​ກັບ​ໂມເຊ​ວ່າ: ‘ເຮົາ​ໃຫ້​ພວກ​ເຈົ້າ​ໄປ​ໄດ້ ແຕ່​ພວກ​ເຈົ້າ​ຕ້ອງ​ປະ​ຝູງ​ສັດ​ໄວ້​ນີ້.’ ໂມເຊ​ບອກ​ວ່າ: ‘ພວກ​ເຮົາ​ຕ້ອງ​ເອົາ​ສັດ​ໄປ​ນຳ​ເພື່ອ​ຊິ​ໄດ້​ຂ້າ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ຂອງ​ພວກ​ເຮົາ.’ ຟາໂຣ​ໃຈ​ຮ້າຍ​ຫຼາຍ. ລາວ​ຮ້ອງ​ໃສ່​ວ່າ: ‘ຮີບ​ໜີ​ໄປ​ໄກໆ​ຂ້ອຍ! ຖ້າ​ມາ​ໃຫ້​ຂ້ອຍ​ເຫັນ​ໜ້າ​ອີກ ຂ້ອຍ​ຊິ​ຂ້າເຈົ້າ​ຖິ້ມ.’

“ພວກ​ເຈົ້າ​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ຄົນ​ດີ​ກັບ​ຄົນ​ຊົ່ວ ແລະ​ຄົນ​ທີ່​ຮັບໃຊ້​ພະເຈົ້າ​ກັບ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ເພິ່ນ.”—ມາລາກີ 3:18

ຄຳ​ຖາມ: ໄພພິບັດ​ອີກ 6 ຢ່າງ​ທີ່​ພະ​ເຢໂຫວາ​ເຮັດ​ແມ່ນ​ຫຍັງ? ໄພພິບັດ 6 ຢ່າງ​ນີ້​ແຕກຕ່າງ​ຈາກ 3 ຢ່າງ​ທຳອິດ​ແນວໃດ?

ອົບພະຍົບ 8:20–10:29

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌