ບົດທີ 21
ໄພພິບັດທີ 10
ໂມເຊສັນຍາກັບຟາໂຣວ່າຈະບໍ່ກັບມາໃຫ້ເຫັນໜ້າອີກ. ແຕ່ກ່ອນໄປ ລາວບອກຟາໂຣວ່າ: ‘ຕອນປະມານທ່ຽງຄືນ ລູກຊາຍຜູ້ທຳອິດທົ່ວແຜ່ນດິນເອຢິບຈະຕາຍ ນັບຕັ້ງແຕ່ລູກຊາຍຂອງຟາໂຣໄປຈົນຮອດລູກຊາຍຂອງທາດ.’
ພະເຢໂຫວາບອກໃຫ້ຄົນອິດສະຣາເອນກິນອາຫານຄາບພິເສດ. ເພິ່ນບອກວ່າ: ‘ໃຫ້ຂ້າແກະຫຼືແບ້ໂຕຜູ້ອາຍຸ 1 ປີ ແລ້ວເອົາເລືອດຂອງມັນສ່ວນໜຶ່ງມາຊິດໃສ່ວົງກົບປະຕູເຮືອນ. ໃຫ້ເອົາຊີ້ນນັ້ນໄປປີ້ງແລະກິນກັບເຂົ້າຈີ່ບໍ່ມີເຊື້ອ. ໃຫ້ພວກເຈົ້າແຕ່ງໂຕແລະໃສ່ເກີບເພື່ອກຽມພ້ອມອອກເດີນທາງ ຍ້ອນຄືນນີ້ເຮົາຈະຊ່ວຍພວກເຈົ້າໃຫ້ເປັນອິດສະຫຼະ.’ ເຈົ້ານຶກພາບອອກບໍວ່າຄົນອິດສະຣາເອນຈະຕື່ນເຕັ້ນຫຼາຍສ່ຳໃດ?
ເມື່ອຮອດຕອນທ່ຽງຄືນ ທູດສະຫວັນຂອງພະເຢໂຫວາກໍໄປເຮືອນທຸກຫຼັງໃນເອຢິບ. ເຮືອນໃດທີ່ບໍ່ມີເລືອດໝາຍໄວ້ຢູ່ວົງກົບປະຕູ ລູກຊາຍຜູ້ທຳອິດຂອງເຮືອນນັ້ນຈະຕາຍ. ແຕ່ຖ້າເຮືອນໃດມີເລືອດໝາຍໄວ້ ທູດສະຫວັນກໍຈະກາຍໄປ. ລູກຊາຍຜູ້ທຳອິດຂອງຄົນເອຢິບທັງຄົນລວຍແລະຄົນທຸກຕາຍໝົດ. ແຕ່ລູກຂອງຄົນອິດສະຣາເອນບໍ່ຕາຍຈັກຄົນເລີຍ.
ແມ່ນແຕ່ລູກຊາຍຂອງຟາໂຣກໍຕາຍຄືກັນ. ຟາໂຣທົນບໍ່ໄຫວແລ້ວ ລາວຈຶ່ງບອກໂມເຊກັບອາໂຣນທັນທີວ່າ: ‘ອອກໄປ. ຮີບອອກໄປຈາກບ່ອນນີ້. ໄປນະມັດສະການພະເຈົ້າຂອງພວກເຈົ້າ ແລະເອົາຝູງສັດຂອງພວກເຈົ້າໄປນຳໂລດ!’
ໃນຄືນທີ່ເດືອນເຕັມດວງ ຄົນອິດສະຣາເອນໄດ້ພາກັນເດີນທາງອອກຈາກເອຢິບໂດຍແຍກຕາມຄອບຄົວແລະຕະກູນ. ໃນນັ້ນມີຜູ້ຊາຍປະມານ 600.000 ຄົນແລະມີຜູ້ຍິງກັບເດັກນ້ອຍອີກຫຼາຍຄົນ. ນອກຈາກນັ້ນ ຍັງມີຄົນອື່ນໆອີກບັກຫຼາຍໆຄົນອອກມານຳເຂົາເຈົ້າເພື່ອໄປນະມັດສະການພະເຢໂຫວາຄືກັນ. ໃນທີ່ສຸດ ຄົນອິດສະຣາເອນກໍເປັນອິດສະຫຼະແລ້ວ!
ຄົນອິດສະຣາເອນຈະກິນອາຫານຄາບພິເສດນີ້ທຸກປີເພື່ອຈະບໍ່ລືມວ່າພະເຢໂຫວາເຄີຍຊ່ວຍເຂົາເຈົ້າແນວໃດ. ອາຫານຄາບພິເສດນີ້ເອີ້ນວ່າ ປັດສະຄາ.
“ເຮົາຍັງບໍ່ທັນຂ້າເຈົ້າເທື່ອກໍຍ້ອນວ່າ ເຮົາຢາກໃຫ້ເຈົ້າເຫັນລິດເດດຂອງເຮົາແລະຢາກໃຫ້ຄົນທົ່ວໂລກຮູ້ຈັກຊື່ຂອງເຮົາ.”—ໂຣມ 9:17