ບົດທີ 22
ການອັດສະຈັນຢູ່ທະເລແດງ
ເມື່ອຟາໂຣໄດ້ຍິນວ່າພວກອິດສະຣາເອນອອກຈາກເອຢິບແລ້ວ ລາວກໍປ່ຽນໃຈບໍ່ຢາກປ່ອຍເຂົາເຈົ້າໄປ. ລາວຈຶ່ງສັ່ງທະຫານວ່າ: ‘ກຽມລົດຮົບທຸກຄັນໃຫ້ພ້ອມແລະໄລ່ນຳພວກມັນໄປ! ເຮົາຈະບໍ່ປ່ອຍໃຫ້ພວກມັນໄປ.’ ແລ້ວຟາໂຣແລະທະຫານຂອງລາວກໍເລີ່ມໄລ່ນຳພວກອິດສະຣາເອນ.
ພະເຢໂຫວານຳທາງຄົນຂອງເພິ່ນໂດຍໃຫ້ມີເສົາຂີ້ເຝື້ອໃນຕອນກາງເວັນແລະເສົາໄຟໃນຕອນກາງຄືນ. ເພິ່ນພາເຂົາເຈົ້າໄປທະເລແດງແລະບອກເຂົາເຈົ້າໃຫ້ຕັ້ງຄ້າຍຢູ່ແຄມທະເລ.
ພວກອິດສະຣາເອນເຫັນຟາໂຣກັບກອງທັບຂອງລາວໄລ່ນຳຫຼັງເຂົາເຈົ້າມາ. ເຂົາເຈົ້າຕິດຢູ່ລະຫວ່າງທະເລແດງແລະກອງທັບເອຢິບ. ເຂົາເຈົ້າຈຶ່ງເວົ້າໃຫ້ໂມເຊວ່າ: ‘ພວກເຮົາຕ້ອງຕາຍແທ້ໆແຫຼະ! ເຈົ້າບໍ່ໜ້າພາພວກເຮົາອອກມາຈາກເອຢິບເລີຍ.’ ແຕ່ໂມເຊບອກວ່າ: ‘ບໍ່ຕ້ອງຢ້ານເດີ້. ຖ້າເບິ່ງວ່າມື້ນີ້ພະເຢໂຫວາຈະຊ່ວຍພວກເຮົາໃຫ້ລອດແນວໃດ.’ ໂມເຊໄວ້ໃຈພະເຢໂຫວາຫຼາຍແທ້ໆ.
ພະເຢໂຫວາບອກພວກອິດສະຣາເອນໃຫ້ມ້າງເຕັ້ນເພື່ອຍ້າຍຄ້າຍພັກ. ໃນຄືນນັ້ນ ພະເຢໂຫວາໄດ້ຍ້າຍເສົາຂີ້ເຝື້ອມາຂັ້ນກາງລະຫວ່າງພວກເອຢິບແລະພວກອິດສະຣາເອນ. ນີ້ເຮັດໃຫ້ເບື້ອງຂອງພວກເອຢິບມືດ ແຕ່ເບື້ອງຂອງພວກອິດສະຣາເອນແຈ້ງ.
ພະເຢໂຫວາບອກໂມເຊໃຫ້ຍົກໄມ້ຄ້ອນເທົ້າຂຶ້ນແລະຊີ້ໄປທາງທະເລ. ແລ້ວເພິ່ນກໍເຮັດໃຫ້ມີລົມບັກແຮງໆພັດໃສ່ທະເລໝົດຄືນຈົນນ້ຳທະເລແຍກອອກຈາກກັນຕັ້ງເປັນກຳແພງສອງເບື້ອງແລະເຮັດໃຫ້ພື້ນທະເລກາຍເປັນດິນແຫ້ງຢູ່ທາງກາງ. ແລ້ວພວກອິດສະຣາເອນຫຼາຍລ້ານຄົນກໍຍ່າງຂ້າມທະເລຜ່ານດິນແຫ້ງນັ້ນໄປອີກຟາກໜຶ່ງ.
ກອງທັບຂອງຟາໂຣໄລ່ນຳຫຼັງພວກອິດສະຣາເອນໄປເທິງດິນແຫ້ງຂອງທະເລນັ້ນ. ແລ້ວພະເຢໂຫວາກໍເຮັດໃຫ້ກອງທັບຂອງຟາໂຣສັບສົນວຸ່ນວາຍ. ກົງລົດຮົບຂອງເຂົາເຈົ້າເລີ່ມຫຼຸດອອກ. ແລ້ວພວກທະຫານກໍຮ້ອງວ່າ: ‘ໃຫ້ພວກເຮົາໜີໄປຈາກບ່ອນນີ້ໄວໆ! ພະເຢໂຫວາກຳລັງຕໍ່ສູ້ເພື່ອເຂົາເຈົ້າຢູ່!’
ພະເຢໂຫວາບອກໂມເຊວ່າ: ‘ໃຫ້ຍົກໄມ້ຄ້ອນເທົ້າຂຶ້ນແລະຊີ້ໄປທາງທະເລ.’ ທັນໃດນັ້ນ ກຳແພງນ້ຳກໍໄຫຼມາທັບກອງທັບຂອງພວກເອຢິບ. ຟາໂຣແລະທະຫານຂອງລາວທຸກຄົນຕາຍໝົດ ບໍ່ມີໃຜລອດຈັກຄົນເລີຍ.
ສ່ວນຢູ່ອີກຟາກໜຶ່ງຂອງທະເລ ຄົນຈຳນວນຫຼາຍໄດ້ພາກັນຮ້ອງເພງສັນລະເສີນພະເຈົ້າວ່າ: “ຮ້ອງເພງໃຫ້ພະເຢໂຫວາ ຍ້ອນເພິ່ນໄດ້ໄຊຊະນະທີ່ຍິ່ງໃຫຍ່. ເພິ່ນໄດ້ຖິ້ມພວກມ້າກັບຄົນຂີ່ມ້າລົງໃນທະເລ.” ຕອນທີ່ຫຼາຍຄົນຮ້ອງເພງ ພວກຜູ້ຍິງກໍພາກັນເຕັ້ນແລະຫຼິ້ນກອງແທມບູຣິນ. ທຸກຄົນມີຄວາມສຸກຫຼາຍ ຍ້ອນຕອນນີ້ເຂົາເຈົ້າເປັນອິດສະຫຼະແທ້ໆແລ້ວ.
“ພວກເຮົາຈຶ່ງມີຄວາມກ້າແລະເວົ້າໄດ້ວ່າ: ‘ພະເຢໂຫວາເປັນຜູ້ຊ່ວຍເຫຼືອຂ້ອຍ ຂ້ອຍຈະບໍ່ຢ້ານຫຍັງ. ມະນຸດຈະເຮັດຫຍັງຂ້ອຍໄດ້?’”—ເຮັບເຣີ 13:6