11 ໂມເຊ
“ໃຫ້ໄປຫາຟາໂຣ”
ໂມເຊປ່ຽນເປັນຄົນໃໝ່ແລ້ວ. ເບິ່ງຄືວ່າລາວບໍ່ໄດ້ຄິດແລ້ວວ່າພະເຢໂຫວາຈະໃຊ້ລາວໃຫ້ໄປຊ່ວຍພວກອິດສະຣາເອນອອກຈາກການເປັນທາດຢູ່ເອຢິບ. ຕອນນີ້ ໂມເຊອາຍຸໄດ້ 80 ປີ ແລະລາວມີເມຍແລະລູກ 2 ຄົນ. ຕະຫຼອດ 40 ປີທີ່ໂມເຊລ້ຽງແກະໃຫ້ພໍ່ເຖົ້າຢູ່ແຜ່ນດິນມີດີອານທີ່ທັງຮ້ອນທັງແຫ້ງແລ້ງ ລາວໄດ້ຮຽນຮູ້ທີ່ຈະເປັນຄົນຖ່ອມ.
ເມື່ອພະເຢໂຫວາເຫັນວ່າໂມເຊໄດ້ປ່ຽນແປງໂຕເອງແລ້ວ ເພິ່ນເຮັດແນວໃດ? ມີມື້ໜຶ່ງ ຕອນທີ່ໂມເຊກຳລັງຕ້ອນຝູງແກະຢູ່ຕີນພູໂຮເຣັບ (ຊີນາຍ) ພະເຢໂຫວາເຮັດໃຫ້ມີໄຟລຸກຢູ່ຟຸ່ມໄມ້ ແຕ່ຟຸ່ມໄມ້ນັ້ນກໍບໍ່ໄໝ້ເລີຍ. ເມື່ອໂມເຊເຫັນ ລາວກໍເຂົ້າໄປເບິ່ງໃກ້ໆ ແລ້ວລາວກໍໄດ້ຍິນສຽງຂອງພະເຢໂຫວາອອກມາຈາກຟຸ່ມໄມ້ທີ່ມີໄຟລຸກຢູ່ເຊິ່ງເວົ້າກັບລາວຜ່ານທາງທູດສະຫວັນ. ພະເຢໂຫວາບອກໃຫ້ໂມເຊກັບໄປເອຢິບແລະພາປະຊາຊົນຂອງເພິ່ນອອກມາຈາກບ່ອນນັ້ນ. ເພິ່ນຍັງໄດ້ໃຫ້ກຳລັງໃຈໂມເຊໂດຍບອກໃຫ້ລາວຮູ້ຄວາມໝາຍຂອງຊື່ທີ່ສັກສິດຂອງເພິ່ນຫຼາຍຂຶ້ນ ເພິ່ນບອກວ່າ: “ເຮົາຈະເປັນຫຍັງກໍໄດ້ທີ່ເຮົາຢາກເປັນ.” ດັ່ງນັ້ນ ພະເຢໂຫວາຈະເປັນຫຍັງກໍໄດ້ແລະເຮັດຫຍັງກໍໄດ້ເພື່ອຈະຊ່ວຍປະຊາຊົນຂອງເພິ່ນທີ່ຖືກກົດຂີ່ໃຫ້ຫຼຸດພົ້ນອອກຈາກການເປັນທາດແລະເຮັດໃຫ້ເຂົາເຈົ້າກາຍເປັນຊາດໃຫຍ່.
ແຕ່ໂມເຊກໍຍັງລັງເລຢູ່. ລາວຮູ້ສຶກວ່າບໍ່ມີຄວາມສາມາດທີ່ຈະນຳໜ້າປະຊາຊົນແລະບໍ່ກ້າໄປເວົ້າກັບຟາໂຣ. ພະເຢໂຫວາກໍເລີຍປັບຄວາມຄິດຂອງໂມເຊແລະຊ່ວຍລາວໃຫ້ມີຄວາມເຊື່ອຫຼາຍຂຶ້ນໂດຍໃຫ້ລາວມີລິດເດດເຮັດການອັດສະຈັນໄດ້. ນີ້ເປັນເທື່ອທຳອິດທີ່ຄຳພີໄບເບິນບັນທຶກວ່າພະເຢໂຫວາໃຫ້ລິດເດດກັບມະນຸດເພື່ອຈະເຮັດການອັດສະຈັນຕ່າງໆໄດ້. ນອກຈາກນັ້ນ ພະເຢໂຫວາຍັງໃຫ້ອາໂຣນອ້າຍຂອງໂມເຊມາເປັນຜູ້ຊ່ວຍແລະເປັນຜູ້ເວົ້າແທນລາວ. ໃນທີ່ສຸດ ໂມເຊກໍຍອມຮັບເອົາວຽກມອບໝາຍນັ້ນ. ຕອນນີ້ລາວຈຶ່ງກາຍເປັນຜູ້ຖືກເລືອກເຊິ່ງໝາຍເຖິງເປັນຜູ້ທີ່ພະເຢໂຫວາເລືອກໃຫ້ຊ່ວຍປະຊາຊົນຂອງເພິ່ນ.—ຮຣ. 11:26
ໂມເຊກັບໄປເອຢິບພ້ອມກັບອາໂຣນ ແລ້ວຂໍໃຫ້ຟາໂຣປ່ອຍພວກອິດສະຣາເອນໄປ. ເມື່ອໄດ້ຍິນແນວນັ້ນ ຟາໂຣກໍໃຈຮ້າຍແຮງ. ແທນທີ່ຈະປ່ອຍພວກອິດສະຣາເອນໄປຕາມທີ່ເຂົາເຈົ້າຂໍ ຟາໂຣພັດແຮ່ງສັ່ງໃຫ້ພວກທາດເຮັດວຽກໜັກກວ່າເກົ່າ. ເມື່ອເປັນແນວນັ້ນ ພະເຢໂຫວາກໍສັ່ງໃຫ້ໂມເຊກັບໄປຫາຟາໂຣອີກແລະໃຫ້ບອກຟາໂຣວ່າເພິ່ນຈະລົງໂທດເອຢິບດ້ວຍໄພພິບັດ. ແລ້ວໄພພິບັດທຳອິດກໍເກີດຂຶ້ນ ພະເຢໂຫວາເຮັດໃຫ້ແມ່ນ້ຳນິນກາຍເປັນເລືອດ. ແຕ່ຟາໂຣກໍຍັງບໍ່ຍອມປ່ອຍພວກອິດສະຣາເອນໄປ. ພະເຢໂຫວາສັ່ງໃຫ້ໂມເຊກັບໄປຫາຟາໂຣອີກຫຼາຍເທື່ອ ແລະແຕ່ລະເທື່ອກໍໃຫ້ລາວບອກຟາໂຣວ່າຈະເກີດໄພພິບັດຫຍັງ. ໂມເຊເຮັດຕາມທີ່ພະເຢໂຫວາບອກຢ່າງກ້າຫານ ແຕ່ກະສັດຜູ້ທີ່ຍິ່ງຈອງຫອງກໍບໍ່ຍອມຟັງ.
ໄພພິບັດແຕ່ລະຢ່າງທີ່ເກີດຂຶ້ນເຮັດໃຫ້ເຫັນແຈ້ງວ່າພະເຈົ້າທີ່ພວກເອຢິບນະມັດສະການເຮັດຫຍັງບໍ່ໄດ້ເລີຍແລະຫ້າມໄພພິບັດຕ່າງໆກໍບໍ່ໄດ້. ຟາໂຣເອງກັບພວກໝໍຄາຖາອາຄົມຂອງລາວກໍບໍ່ມີອຳນາດຫຍັງຄືກັນ. ນອກຈາກນັ້ນ ຕັ້ງແຕ່ໄພພິບັດທີ 4 ເປັນຕົ້ນໄປ ພະເຢໂຫວາໄດ້ປົກປ້ອງພວກອິດສະຣາເອນແລະມີແຕ່ພວກເອຢິບເທົ່ານັ້ນທີ່ຖືກໄພພິບັດຕ່າງໆ. ແຕ່ຟາໂຣກໍຍັງຫົວແຂງຢູ່ແລະບໍ່ຍອມປ່ອຍໃຫ້ຄົນຂອງເພິ່ນໄປ. ເມື່ອຮອດໄພພິບັດທີ 9 ພະເຢໂຫວາເຮັດໃຫ້ທົ່ວເອຢິບມືດໝົດ ແຕ່ເຮັດໃຫ້ບ່ອນທີ່ພວກອິດສະເອນຢູ່ມີແສງສະຫວ່າງ. ເບິ່ງຄືວ່າເທື່ອນີ້ຟາໂຣຊິຍອມປ່ອຍຄົນຂອງພະເຈົ້າໄປ ແຕ່ລາວກໍຍັງຫົວແຂງແລະປ່ຽນໃຈອີກ ແຖມຍັງຂູ່ໂມເຊວ່າຖ້າກ້າມາຫາລາວອີກ ລາວຊິຂ້າໂມເຊ.
ທັງໆທີ່ຮູ້ວ່າຜູ້ປົກຄອງທີ່ມີອຳນາດທີ່ສຸດໃນໂລກຈະໃຈຮ້າຍຫຼາຍ ແຕ່ໂມເຊກໍຍັງເອົາຂ່າວສານຈາກພະເຢໂຫວາກັບໄປບອກຜູ້ນັ້ນບັກຫຼາຍໆເທື່ອ
ແຕ່ພະເຢໂຫວາກໍຍັງສັ່ງໃຫ້ໂມເຊໄປຫາຟາໂຣອີກເປັນເທື່ອສຸດທ້າຍ ແລະໂມເຊກໍໄປ. ໃນທີ່ສຸດ ເມື່ອຮອດໄພພິບັດທີ 10 ພະເຢໂຫວາກໍເຮັດໃຫ້ລູກຊາຍຄົນທຳອິດຂອງພວກເອຢິບແລະລູກສັດທີ່ເປັນໂຕຜູ້ໂຕທຳອິດຂອງເຂົາເຈົ້າຕາຍໝົດ ແມ່ນແຕ່ລູກຊາຍຄົນທຳອິດຂອງຟາໂຣກໍຕາຍຄືກັນ. ຍ້ອນແນວນີ້ລາວຈຶ່ງເສຍໜ້າຫຼາຍ ລາວເລີຍເອີ້ນໂມເຊໃຫ້ມາຫາ ແລ້ວປ່ອຍພວກອິດສະຣາເອນໄປ ແລະຍັງຂໍໃຫ້ໂມເຊອວຍພອນໃຫ້ລາວນຳ. ໃນທີ່ສຸດ ພວກອິດສະຣາເອນກໍເປັນອິດສະຫຼະ. ຖ້ານັບຕັ້ງແຕ່ມື້ທີ່ອັບຣາຮາມເຂົ້າໄປໃນແຜ່ນດິນທີ່ພະເຈົ້າສັນຍາຈົນຮອດມື້ທີ່ພວກອິດສະຣາເອນອອກຈາກເອຢິບກໍ 430 ປີພໍດີ. ຕອນນີ້ ພວກອິດສະຣາເອນບໍ່ໄດ້ເປັນທາດອີກແລ້ວ ແລະເຂົາເຈົ້າອອກຈາກເອຢິບພ້ອມກັບ “ຄົນຕ່າງຊາດກຸ່ມໃຫຍ່” ເຊິ່ງຄົນສ່ວນຫຼາຍ ກໍຄືຊິແມ່ນຄົນເອຢິບ. ແຕ່ຟາໂຣກໍປ່ຽນໃຈອີກແລ້ວ. ບັດນີ້ ລາວໄດ້ລວບລວມທະຫານເປັນກອງທັບໃຫຍ່ໄລ່ນຳຫຼັງພວກອິດສະຣາເອນໄປ.
ເມື່ອໂມເຊກັບພວກອິດສະຣາເອນໄປຮອດແຄມທະເລແດງ ເບິ່ງຄືວ່າເຂົາເຈົ້າເຈິກັບທາງຕັນແລ້ວ ພວກອິດສະຣາເອນກໍເລີຍພາກັນຢ້ານຫຼາຍ. ໂມເຊຈຶ່ງຂໍໃຫ້ພະເຢໂຫວາຊ່ວຍ ແລ້ວເພິ່ນກໍຕອບໂມເຊໂດຍເຮັດການອັດສະຈັນທີ່ບໍ່ເຄີຍເກີດຂຶ້ນຢູ່ໃສຈັກເທື່ອ. ເພິ່ນແຍກນ້ຳທະເລແດງອອກຈາກກັນແລະໃຫ້ຄົນຂອງເພິ່ນຍ່າງຢູ່ພື້ນທະເລທີ່ເປັນດິນແຫ້ງ. ເມື່ອເຫັນພວກອິດສະຣາເອນກຳລັງຊິໜີໄປໄດ້ ຟາໂຣກັບກອງທັບຂອງລາວກໍຟ້າວໄລ່ນຳເຂົາເຈົ້າ. ແຕ່ເມື່ອເຂົາເຈົ້າຂ້າມໄປຟາກນັ້ນໄດ້ຢ່າງປອດໄພແລ້ວ ພະເຢໂຫວາກໍໃຫ້ນ້ຳທະເລໄຫຼກັບມາຫາກັນຄືເກົ່າ ແລ້ວຖ້ວມກອງທັບຂອງພວກເອຢິບຕາຍໝົດ. ໃນທີ່ສຸດ ກອງທັບທີ່ຍິ່ງໃຫຍ່ທີ່ສຸດໃນໂລກກໍບໍ່ເຫຼືອຊາກເລີຍ.
ໂມເຊບໍ່ເຄີຍລືມເຫດການທີ່ເປັນຕາງຶດເຫຼົ່ານັ້ນເລີຍ. ຕອນນີ້ ຄວາມເຊື່ອຂອງລາວເຂັ້ມແຂງຂຶ້ນກວ່າເກົ່າ. ນັບຕັ້ງແຕ່ເຫດການນີ້ໄປອີກ 40 ປີ ຈົນຮອດມື້ທີ່ໂມເຊຕາຍຕອນທີ່ລາວອາຍຸ 120 ປີ ລາວໄດ້ນຳໜ້າປະຊາຊົນຂອງພະເຈົ້າແລະເບິ່ງແຍງເຂົາເຈົ້າດ້ວຍຄວາມເຊື່ອ ຄວາມຮັກ ແລະຄວາມກ້າຫານ. ໂມເຊເປັນຕົວຢ່າງທີ່ດີໃຫ້ພວກເຮົາຮຽນແບບແທ້ໆ.
ອ່ານເລື່ອງຂອງລາວຢູ່ຂໍ້ຄຳພີເຫຼົ່ານີ້:
ໃຫ້ລົມກັນວ່າ:
ໃນບົດນີ້ໂມເຊສະແດງຄວາມກ້າຫານແນວໃດ?
ຄົ້ນຄວ້າຫຼາຍຂຶ້ນ
1. ເຖິງເຮົາຈະບໍ່ຮູ້ຊື່ຂອງຟາໂຣທີ່ປົກຄອງໃນຕອນນັ້ນແລະບໍ່ໄດ້ຄົ້ນພົບບັນທຶກຂອງຄົນເອຢິບເລື່ອງການອົບພະຍົບຂອງພວກອິດສະຣາເອນ ແຕ່ເປັນຫຍັງເຮົາຈຶ່ງເຊື່ອສິ່ງທີ່ຄຳພີໄບເບິນບອກໄດ້? (ຕ04 8/4 ໜ້າ 7 ຫຍໍ້ໜ້າ 4–ໜ້າ 9 ຫຍໍ້ໜ້າ 1-ຊກຈອ)
2. ເປັນຫຍັງຄົນຈຶ່ງຢ້ານຟາໂຣ? (ຫ14 15/4 ໜ້າ 8 ຫຍໍ້ໜ້າ 1-ຊກຈອ) ຮູບ ກ
PRISMA ARCHIVO/Alamy Stock Photo
ຮູບ ກ : ຮູບຂອງຟາໂຣລຸ້ນຕໍ່ມາທີ່ຢູ່ຝາເກົ່າແກ່
3. ໄພພິບັດທັງສິບຢ່າງເຮັດໃຫ້ເຫັນແນວໃດວ່າພະເຈົ້າຕ່າງໆຂອງພວກເອຢິບເຮັດຫຍັງບໍ່ໄດ້? (it “ເທບພະເຈົ້າແລະເທບທິດາ” ຫຍໍ້ໜ້າ 24-26-ຊກຈອ)
4. ມີຫຍັງທີ່ສະແດງວ່າພະເຢໂຫວາແຍກນ້ຳທະເລແດງໄດ້ແທ້ໆ ແລະມີພວກອິດສະຣາເອນຈັກຄົນທີ່ຍ່າງຂ້າມທະເລໄປໄດ້? (it “ອົບພະຍົບ” ຫຍໍ້ໜ້າ 46-51-ຊກຈອ) ຮູບ ຂ
ຮູບ ຂ: ວິວຂອງທະເລແດງຈາກຟາກທີ່ຢູ່ພູຊີນາຍເຊິ່ງຄາດວ່າເປັນບ່ອນທີ່ພວກອິດສະຣາເອນຂ້າມມາ
ຄິດເຖິງສິ່ງທີ່ເຈົ້າຈະເອົາໄປໃຊ້
ຕົວຢ່າງເລື່ອງຄວາມກ້າຫານຂອງໂມເຊຊ່ວຍເຮົາແນວໃດຕອນທີ່ຮູ້ສຶກວ່າເຮົາເຮັດວຽກມອບໝາຍຂອງພະເຢໂຫວາບໍ່ໄດ້? (ອພຍ. 4:10; 7:6, 7)
ຄືກັບທີ່ອາໂຣນຊ່ວຍໂມເຊໃຫ້ເຮັດວຽກມອບໝາຍໃຫ້ສຳເລັດໄດ້ຢ່າງກ້າຫານ ເຮົາຈະຊ່ວຍພີ່ນ້ອງຂອງເຮົາແນວໃດໃນທຸກມື້ນີ້? (ອພຍ. 4:14-16) ຮູບ ຄ
ຮູບ ຄ
ຈາກເລື່ອງທີ່ຮຽນໃນບົດນີ້ ເຈົ້າຈະຮຽນແບບຄວາມກ້າຫານຂອງໂມເຊແນວໃດ?
ເບິ່ງພາບໃຫ້ກວ້າງຂຶ້ນ
ເລື່ອງນີ້ສອນຫຍັງຂ້ອຍກ່ຽວກັບພະເຢໂຫວາ?
ເລື່ອງນີ້ກ່ຽວຂ້ອງແນວໃດກັບຄວາມຕ້ອງການຂອງພະເຢໂຫວາ?
ຕອນທີ່ໂມເຊຖືກປຸກໃຫ້ຄືນມາຈາກຕາຍ ຂ້ອຍຢາກຖາມຫຍັງລາວ?
ຮຽນຮູ້ຕື່ມອີກ
ໃຫ້ເຮົາມາເບິ່ງວ່າຄວາມໝາຍຂອງຊື່ພະເຢໂຫວາຊ່ວຍເດັກນ້ອຍໃຫ້ເປັນຄົນກ້າຫານໄດ້ແນວໃດ.
ປະສົບການຂອງໂມເຊສອນຫຍັງລາວກ່ຽວກັບຄຸນລັກສະນະຕ່າງໆຂອງພະເຢໂຫວາ?
“ໄດ້ຮັບການສອນໃຫ້ຮູ້ຈັກແນວທາງຂອງພະເຢໂຫວາ” (ຫ05 15/5 ໜ້າ 20-25-ຊກຈອ)