10 ໂມເຊ
ລາວເລືອກທາງທີ່ຖືກຕ້ອງ
ພໍ່ແມ່ຂອງໂມເຊບໍ່ໄດ້ຕັ້ງຊື່ນີ້ໃຫ້ລູກ ແຕ່ຜູ້ທີ່ຕັ້ງໃຫ້ແມ່ນລູກສາວຂອງຟາໂຣຜູ້ທີ່ເອົາໂມເຊມາເປັນລູກລ້ຽງ. ລາວເລືອກຊື່ນີ້ກໍຍ້ອນຊື່ນີ້ມີຄວາມໝາຍວ່າ “ຖືກຊ່ວຍຂຶ້ນມາຈາກນ້ຳ” ເຊິ່ງລາວກໍໄດ້ຊ່ວຍໂມເຊໃຫ້ຂຶ້ນມາຈາກນ້ຳແທ້ໆ. ລູກສາວຂອງຟາໂຣຄືຊິຄາດໝາຍວ່າເມື່ອໂມເຊໃຫຍ່ຂຶ້ນມາ ໂມເຊກໍຈະເປັນຄົນສຳຄັນຄົນໜຶ່ງໃນຄອບຄົວຂອງກະສັດເອຢິບ. ລາວຄືຊິດີໃຈຫຼາຍທີ່ໄດ້ເຫັນໂມເຊໄດ້ຮັບການສຶກສາທີ່ດີທີ່ສຸດ. ຄຳພີໄບເບິນບອກວ່າໂມເຊ “ໄດ້ຮັບການສອນວິຊາຄວາມຮູ້ທຸກຢ່າງຂອງຄົນເອຢິບ.”
ເມື່ອໂມເຊໃຫຍ່ແລ້ວ ລາວເປັນຄົນທີ່ໂດດເດັ່ນ ສະຫຼາດແລະມີຄົນນັບໜ້າຖືຕາຫຼາຍ. ຄຳພີໄບເບິນບອກວ່າໂມເຊ “ເກັ່ງຫຼາຍທັງໃນການເວົ້າແລະການເຮັດວຽກຕ່າງໆ.” ຖ້າລາວຢາກລວຍ ຢາກມີຊື່ສຽງ ແລະຢາກມີຊີວິດທີ່ສະດວກສະບາຍຢູ່ເອຢິບ ລາວກໍເຮັດໄດ້. ແຕ່ລາວຮູ້ວ່າຖ້າຈົດຈໍ່ຢູ່ກັບສິ່ງເຫຼົ່ານີ້ ລາວກໍຈະບໍ່ສະໜິດກັບພະເຢໂຫວາ. ດັ່ງນັ້ນ ລາວຕ້ອງໄດ້ເລືອກວ່າຈະເຮັດແນວໃດກັບຊີວິດ?
ຕອນອາຍຸ 40 ປີ ໂມເຊໄດ້ເລືອກແລ້ວວ່າຈະເຮັດແນວໃດກັບຊີວິດ. ຄຳພີໄບເບິນບອກວ່າ: “ຍ້ອນຄວາມເຊື່ອ ເມື່ອໂມເຊໃຫຍ່ແລ້ວ ລາວກໍບໍ່ຍອມໃຫ້ຜູ້ໃດເອີ້ນລາວວ່າລູກຂອງລູກສາວຟາໂຣ. ລາວເລືອກທີ່ຈະຖືກຂົ່ມເຫງຮ່ວມກັບປະຊາຊົນຂອງພະເຈົ້າແທນທີ່ຈະມ່ວນຊື່ນຊົ່ວຄາວກັບການເຮັດຜິດ.” ໂມເຊເລືອກຖືກແລ້ວ ແລະນີ້ສະແດງໃຫ້ເຫັນວ່າລາວມີຄວາມເຊື່ອແລະຄວາມກ້າຫານຫຼາຍ. ແຕ່ລາວພັດບໍ່ໄດ້ເຮັດໃນວິທີທີ່ຖືກຕ້ອງ.
ໂມເຊຖືວ່າພວກອິດສະຣາເອນເປັນ “ຄົນຊາດດຽວກັບລາວ” ແລະລາວກໍຢາກຊ່ວຍຄົນເຫຼົ່ານັ້ນຍ້ອນເຂົາເຈົ້າຖືກຄົນເອຢິບຂົ່ມເຫງ. ມີມື້ໜຶ່ງ ໂມເຊໄດ້ອອກໄປເບິ່ງພວກອິດສະຣາເອນເພື່ອຊິຮູ້ວ່າເຂົາເຈົ້າເຈິຄວາມຍາກລຳບາກຫຍັງແດ່. ເມື່ອອອກໄປ ລາວກໍເຫັນຄົນເອຢິບຄົນໜຶ່ງທີ່ເປັນຫົວໜ້າຄົນງານກຳລັງຕີທາດຄົນເຮັບເຣີ. ໂມເຊຮ້ອງບອກໃຫ້ຄົນເອຢິບເຊົາຕີບໍ? ເຮົາບໍ່ຮູ້. ແນວໃດກໍຕາມ ໂມເຊ “ຫຼຽວໜ້າຫຼຽວຫຼັງ” ເພື່ອຊິເບິ່ງວ່າຊິມີໃຜມາຊ່ວຍທາດຄົນນັ້ນບໍ. ແຕ່ລາວກໍບໍ່ເຫັນໃຜ ລາວຈຶ່ງຕັດສິນໃຈໄປຊ່ວຍທາດຄົນນັ້ນເອງ. ຄຳພີໄບເບິນບອກວ່າ: “ລາວກໍເລີຍຂ້າຄົນເອຢິບຜູ້ນັ້ນ.” ລາວຕັ້ງໃຈຂ້າຄົນນັ້ນບໍ ຫຼືລາວໃຈຮ້າຍແຮງເລີຍຂ້າຄົນນັ້ນໂດຍບໍ່ໄດ້ຕັ້ງໃຈ? ຄຳພີໄບເບິນບໍ່ໄດ້ບອກ. ແຕ່ໂມເຊຮູ້ວ່າໂຕເອງກຳລັງຊິເດືອດຮ້ອນແລ້ວ ລາວຈຶ່ງເອົາສົບເຊື່ອງໄວ້ຢູ່ຂີ້ຊາຍ.
ມື້ຕໍ່ມາ ໂມເຊກໍອອກໄປອີກ. ເທື່ອນີ້ລາວເຫັນທາດຄົນເຮັບເຣີ 2 ຄົນຕີກັນ ແລະລາວກໍພະຍາຍາມຫ້າມເຂົາເຈົ້າ. ແຕ່ທາດຄົນທີ່ເຮັດຜິດເວົ້າຂຶ້ນມາວ່າ: “ແມ່ນໃຜແຕ່ງຕັ້ງໃຫ້ເຈົ້າເປັນຫົວໜ້າຕັດສິນພວກເຮົາ? ເຈົ້າຊິຂ້າຂ້ອຍຄືກັບຂ້າຄົນເອຢິບຫັ້ນເບາະ?” ເມື່ອໄດ້ຍິນແນວນັ້ນ ໂມເຊກໍຕົກໃຈຫຼາຍ. ລາວຮູ້ວ່າເລື່ອງທີ່ລາວປົກປິດມີຄົນຮູ້ແລ້ວ. ຕອນນີ້ ຊີວິດຂອງລາວກຳລັງຕົກຢູ່ໃນອັນຕະລາຍ.
ສິ່ງທີ່ເກີດຂຶ້ນບໍ່ໄດ້ເປັນຄືກັບທີ່ໂມເຊຄິດໄວ້. ລາວຄິດແນວໃດ? ຄຳພີໄບເບິນບອກວ່າ: “ໂມເຊຄິດວ່າຄົນຊາດດຽວກັນກັບລາວຄືຊິເຂົ້າໃຈວ່າພະເຈົ້າໄດ້ໃຊ້ລາວໃຫ້ມາຊ່ວຍປົດປ່ອຍເຂົາເຈົ້າ ແຕ່ເຂົາເຈົ້າບໍ່ໄດ້ຄິດແບບນັ້ນ.” ເບິ່ງຄືວ່າໂມເຊເຊື່ອວ່າພະເຢໂຫວາເລືອກລາວໃຫ້ເປັນຜູ້ຊ່ວຍພວກອິດສະຣາເອນໃຫ້ອອກຈາກການເປັນທາດຢູ່ເອຢິບ. ແຕ່ລາວບໍ່ໄດ້ເຂົ້າໃຈວ່າຍັງບໍ່ຮອດເວລາທີ່ພະເຢໂຫວາຈະຊ່ວຍຄົນຂອງເພິ່ນເທື່ອ ແລະລາວກໍບໍ່ໄດ້ຄິດວ່າເຂົາເຈົ້າຈະເຮັດກັບລາວແບບນັ້ນ. ຕອນນັ້ນ ພວກອິດສະຣາເອນຍັງບໍ່ໄວ້ໃຈໂມເຊຍ້ອນລາວຖືກລ້ຽງມາໃນວັງຂອງກະສັດເອຢິບ.
ໂມເຊຈະເລືອກເປັນຄົນລວຍແລະມີອຳນາດ ຫຼືລາວຈະເລືອກຢູ່ຝ່າຍປະຊາຊົນຂອງພະເຢໂຫວາ?
ໂມເຊຄິດວ່າໂຕເອງພ້ອມແລ້ວທີ່ຈະຊ່ວຍຄົນຂອງພະເຢໂຫວາອອກຈາກການເປັນທາດຢູ່ເອຢິບ. ແຕ່ມີເຫດຜົນຫຼາຍຢ່າງທີ່ເຮັດໃຫ້ຮູ້ວ່າລາວຍັງບໍ່ພ້ອມເທື່ອ. ພະເຢໂຫວາເຫັນວ່າໂມເຊຍັງຕ້ອງໄດ້ຖືກຝຶກອີກຫຼາຍຢ່າງ. ກະແມ່ນຢູ່ວ່າລາວມີຄວາມກ້າຫານ ມີເຫື່ອແຮງຫຼາຍ ແລະ ‘ເກັ່ງຫຼາຍໃນການເວົ້າ’ ແຕ່ລາວຍັງຕ້ອງມີຄຸນລັກສະນະອີກຢ່າງໜຶ່ງທີ່ພະເຢໂຫວາຖືວ່າມີຄ່າຫຼາຍ ນັ້ນຄືຄວາມຖ່ອມ.
ໂມເຊເປັນຄົນໃຈຮ້ອນແລະໄດ້ຂ້າຄົນເອຢິບ. ບໍ່ດົນຟາໂຣກໍຮູ້ເລື່ອງນີ້ ຟາໂຣຈຶ່ງພະຍາຍາມຫາທາງຂ້າໂມເຊໂດຍທີ່ບໍ່ໄດ້ໃຫ້ໂອກາດລາວອະທິບາຍຫຍັງເລີຍ. ລາວຈຶ່ງຕ້ອງໜີອອກຈາກເອຢິບແລະຖິ້ມໂອກາດທີ່ຈະລວຍ ມີຊື່ສຽງ ແລະມີຊີວິດທີ່ສະດວກສະບາຍໂດຍບໍ່ຮູ້ຊ້ຳວ່າຊີວິດທາງໜ້າຈະເປັນແນວໃດ. ເຖິງຈະເປັນແນວນັ້ນ ລາວກໍລວບລວມຄວາມກ້າ ແລ້ວເດີນທາງບັກໄກໆໄປຢູ່ແຜ່ນດິນມີດີອານ. ລາວຕ້ອງໃຊ້ຊີວິດ “ເປັນຄົນຕ່າງຊາດທີ່ອາໄສຢູ່ຕ່າງປະເທດ” ໃນແຜ່ນດິນທີ່ແຫ້ງແລ້ງເປັນເວລາຫຼາຍສິບປີ. ລາວຈະກ້າປ່ຽນແປງໂຕເອງບໍ? ລາວຈະເປັນຄົນຖ່ອມຄືກັບທີ່ພະເຢໂຫວາຢາກໃຫ້ລາວເປັນບໍ? ໃຫ້ເຮົາມາເບິ່ງນຳກັນໃນບົດຕໍ່ໄປ.
ອ່ານເລື່ອງຂອງລາວຢູ່ຂໍ້ຄຳພີເຫຼົ່ານີ້:
ໃຫ້ລົມກັນວ່າ:
ໃນບົດນີ້ໂມເຊສະແດງຄວາມກ້າຫານແນວໃດ?
ຄົ້ນຄວ້າຫຼາຍຂຶ້ນ
1. ມີຫຼັກຖານຫຍັງທາງປະຫວັດສາດທີ່ສະແດງວ່າຄົນອິດສະຣາເອນເຄີຍເປັນທາດຢູ່ເອຢິບຄືກັບທີ່ຄຳພີໄບເບິນບອກ? (ຫ20.03 ໜ້າ 30) ຮູບ ກ
Courtesy Brooklyn Museum, gift of Theodora Wilbour
ຮູບ ກ: ຊິ້ນສ່ວນທີ່ມີລາຍຊື່ທາດຂອງຄົນເອຢິບບູຮານ ໃນລາຍຊື່ເຫຼົ່ານີ້ມີຫຼາຍກວ່າ 40 ຊື່ທີ່ເປັນພາສາເຊມິຕິກ ເຊິ່ງສະແດງໃຫ້ເຫັນວ່າມີຄົນອິດສະຣາເອນເປັນທາດຢູ່ເອຢິບ.
2. ພໍ່ແມ່ອາດຈະສອນຫຍັງໃຫ້ໂມເຊ ແລະລາວອາດໄດ້ຮຽນຫຍັງແດ່ຕອນທີ່ “ໄດ້ຮັບການສອນວິຊາຄວາມຮູ້ທຸກຢ່າງຂອງຄົນເອຢິບ”? (ກຈກ. 7:22; ຫ02 15/6 ໜ້າ 10 ຂໍ້ 2-5-ຊກຈອ)
3. ປົກກະຕິແລ້ວຄົນເອຢິບເຮັດແນວໃດກັບສົບຄົນຕາຍ?ແລ້ວເຂົາເຈົ້າຊິຮູ້ສຶກແນວໃດທີ່ໂມເຊຂ້າຄົນເອຢິບແລະເອົາສົບໄປເຊື່ອງໄວ້ ແທນທີ່ຈະເອົາສົບໄປອາບນ້ຳຢາແລະເອົາໄປໄວ້ໃນບ່ອນມ້ຽນສົບດີໆ? (it “ເອຢິບ, ຄົນເອຢິບ” ຫຍໍ້ໜ້າ 28-ຊກຈອ) ຮູບ ຂ
ຮູບ ຂ: ມຳມີ້ຄົນເອຢິບ
4. ໂມເຊໜີໄປມີດີອານ. ຄົນມີດີອານກັບຄົນອິດສະຣາເອນມີຫຍັງທີ່ຄືກັນ? (it “ມີດີອານ” ຈຸດທີ 2 ຫຍໍ້ໜ້າ 1-2-ຊກຈອ)
ຄິດເຖິງສິ່ງທີ່ເຈົ້າຈະເອົາໄປໃຊ້
ຕົວຢ່າງຂອງໂມເຊສອນຫຍັງເຈົ້າໃນເລື່ອງການຄວບຄຸມອາລົມ?
ໄວລຸ້ນໄດ້ຮຽນຫຍັງຈາກໂມເຊໃນເລື່ອງການກ້າເລືອກເປົ້າໝາຍທີ່ຖືກຕ້ອງ? ຮູບ ຄ
ຮູບ ຄ
ຈາກເລື່ອງທີ່ຮຽນໃນບົດນີ້ ເຈົ້າຈະກ້າຫານຄືກັບໂມເຊໄດ້ແນວໃດອີກ?
ເບິ່ງພາບໃຫ້ກວ້າງຂຶ້ນ
ເລື່ອງນີ້ສອນຫຍັງຂ້ອຍກ່ຽວກັບພະເຢໂຫວາ?
ເລື່ອງນີ້ກ່ຽວຂ້ອງແນວໃດກັບຄວາມຕ້ອງການຂອງພະເຢໂຫວາ?
ຕອນທີ່ໂມເຊຖືກປຸກໃຫ້ຄືນມາຈາກຕາຍ ຂ້ອຍຢາກຖາມຫຍັງລາວ?
ຮຽນຮູ້ຕື່ມອີກ
ໃຫ້ເຮົາມາເບິ່ງວ່າເຮົາຈະຮຽນແບບໂມເຊແນວໃດໃນເລື່ອງການເສຍສະລະໂຕເອງ.
ຮຽນແບບຄົນທີ່ມີຄວາມເຊື່ອ ບໍ່ແມ່ນຄົນທີ່ບໍ່ມີ—ໂມເຊ ບໍ່ແມ່ນຟາໂຣ (2:27)
ໂມເຊເສຍສະລະໂອກາດທີ່ຈະລວຍເພື່ອຮັບໃຊ້ພະເຢໂຫວາ.ເຮົາຈະຮຽນແບບລາວແນວໃດໃນທຸກມື້ນີ້?