ຊີວິດຄລິດສະຕຽນ
ການຈັດກຽມເພື່ອໃຫ້ກຳລັງໃຈພີ່ນ້ອງຢູ່ເບເທນ
ເຮົາທຸກຄົນຕ້ອງເຈິບັນຫາແລະຕ້ອງການກຳລັງໃຈກັບຄວາມຊ່ວຍເຫຼືອ. ແມ່ນແຕ່ພີ່ນ້ອງທີ່ມີຄວາມເຊື່ອເຂັ້ມແຂງຫຼືມີໜ້າທີ່ຮັບຜິດຊອບສຳຄັນໃນອົງການກໍອາດຮູ້ສຶກທໍ້ໃຈເປັນບາງເທື່ອ. (ໂຢບ 3:1-3; ເພງ 34:19) ເຮົາໄດ້ຮຽນຫຍັງຈາກການຈັດກຽມເພື່ອໃຫ້ກຳລັງໃຈພີ່ນ້ອງທີ່ຮັບໃຊ້ຢູ່ເບເທນ?
ເບິ່ງວິດີໂອ “ໄວ້ໃຈໃນພະເຈົ້າ” ແລ້ວຕອບຄຳຖາມຕໍ່ໄປນີ້:
ພີ່ນ້ອງທີ່ຮັບໃຊ້ຢູ່ເບເທນເຈິບັນຫາຫຍັງແດ່?
ມີການເຮັດ 4 ຢ່າງຫຍັງທີ່ໃຫ້ກຳລັງໃຈເຂົາເຈົ້າ?
ພີ່ນ້ອງທີ່ໃຫ້ກຳລັງໃຈຄົນອື່ນໄດ້ຮັບປະໂຫຍດຫຍັງແດ່?