ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ມື້ນີ້

ວັນ​ສຸກ​ທີ 31 ຕຸລາ

ພະເຈົ້າ​ຜູ້​ເປັນ​ພໍ່​ຮັກ​ພວກ​ເຈົ້າ ຍ້ອນ​ພວກ​ເຈົ້າ​ຮັກ​ຂ້ອຍ​ແລະ​ເຊື່ອ​ວ່າ​ຂ້ອຍ​ເປັນ​ຕົວແທນ​ຂອງ​ເພິ່ນ.—ຢຮ. 16:27

ພະ​ເຢໂຫວາ​ມັກ​ສະແດງ​ອອກ​ວ່າ​ເພິ່ນ​ຮັກ​ແລະ​ພໍໃຈ​ຜູ້​ຮັບໃຊ້​ຂອງ​ເພິ່ນ. ຄຳພີ​ໄບເບິນ​ເວົ້າ​ເຖິງ 2 ເຫດການ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ພະ​ເຢຊູ​ເປັນ​ລູກ​ທີ່​ເພິ່ນ​ຮັກ ແລະ​ເພິ່ນ​ພໍໃຈ​ພະ​ເຢຊູ​ຫຼາຍ. (ມທ. 3:17; 17:5) ເຈົ້າ​ຢາກ​ໄດ້​ຍິນ​ພະ​ເຢໂຫວາ​ເວົ້າ​ກັບ​ເຈົ້າ​ແບບ​ນີ້​ບໍ? ເຖິງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເວົ້າ​ແບບ​ນີ້​ກັບ​ເຮົາ​ໂດຍ​ກົງ ແຕ່​ເພິ່ນ​ເວົ້າ​ກັບ​ເຮົາ​ຜ່ານ​ທາງ​ຄຳພີ​ໄບເບິນ. ເຮົາ​ຈະ​ໄດ້​ຍິນ​ສຽງ​ຂອງ​ພະ​ເຢໂຫວາ​ເວົ້າ​ວ່າ​ເພິ່ນ​ພໍໃຈ​ເຮົາ​ເມື່ອ​ເຮົາ​ອ່ານ​ຄຳເວົ້າ​ຂອງ​ພະ​ເຢຊູ​ໃນ​ປຶ້ມ​ຂ່າວ​ດີ 4 ຫົວ. ພະ​ເຢຊູ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ຢ່າງ​ຄົບ​ຖ້ວນ. ດັ່ງນັ້ນ ເມື່ອ​ເຮົາ​ອ່ານ​ເລື່ອງ​ຂອງ​ພະ​ເຢຊູ​ທີ່​ເພິ່ນ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ພໍໃຈ​ພວກ​ລູກສິດ​ເຖິງ​ວ່າ​ເຂົາເຈົ້າ​ບໍ່​ສົມບູນແບບ ເຮົາ​ກໍ​ນຶກພາບ​ອອກ​ເລີຍ​ວ່າ​ພະ​ເຢໂຫວາ​ກໍ​ຮູ້ສຶກ​ແບບ​ນີ້​ກັບ​ເຮົາ​ຄື​ກັນ. (ຢຮ. 15:9, 15) ເມື່ອ​ສິ່ງ​ບໍ່​ດີ​ເກີດຂຶ້ນ​ກັບ​ເຮົາ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ບໍ່​ພໍໃຈ​ເຮົາ​ແລ້ວ. ແຕ່​ເປັນ​ໂອກາດ​ທີ່​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ໄວ້ໃຈ​ເພິ່ນ​ຫຼາຍ​ສ່ຳ​ໃດ.—ຢກບ. 1:12. ຫ24.03 ໜ້າ 28 ຂໍ້ 10-11

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ເສົາ​ທີ 1 ພະຈິກ

ພະອົງ​ເຮັດ​ໃຫ້​ມີ​ຄຳ​ສັນລະເສີນ​ອອກ​ຈາກ​ປາກ​ຂອງ​ເດັກນ້ອຍ​ແລະ​ແອນ້ອຍ.—ມທ. 21:16

ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ໃຫ້​ຊ່ວຍ​ລູກ​ກຽມ​ໂຕ​ອອກ​ຄຳ​ຄິດ​ເຫັນ​ແບບ​ທີ່​ເໝາະ​ກັບ​ອາຍຸ​ຂອງ​ລາວ. ບາງ​ເທື່ອ​ເນື້ອ​ເລື່ອງ​ໃນ​ການ​ປະຊຸມ​ອາດ​ເປັນ​ເລື່ອງ​ຍາກ ເຊັ່ນ ເລື່ອງ​ບັນຫາ​ຄອບຄົວ​ຫຼື​ເລື່ອງ​ສິນລະທຳ. ແຕ່​ກໍ​ຈະ​ມີ​ຂໍ້​ໜຶ່ງ​ຫຼື​ສອງ​ຂໍ້​ໃນ​ບົດ​ຄວາມ​ນັ້ນ​ທີ່​ເດັກນ້ອຍ​ຈະ​ອອກ​ຄວາມ​ຄິດ​ເຫັນ​ໄດ້. ນອກ​ຈາກ​ນັ້ນ ໃຫ້​ຊ່ວຍ​ລູກ​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ລາວ​ອາດ​ບໍ່​ໄດ້​ຖືກ​ເອີ້ນ​ທຸກ​ເທື່ອ​ທີ່​ຍົກ​ມື. ການ​ອະທິບາຍ​ໃຫ້​ລູກ​ເຂົ້າໃຈ​ເລື່ອງ​ນີ້​ຈະ​ຊ່ວຍ​ລູກ​ບໍ່​ໃຫ້​ຜິດ​ຫວັງ​ຕອນ​ທີ່​ຜູ້​ນຳ​ເອີ້ນ​ຄົນ​ອື່ນ​ແທນ​ທີ່​ຈະ​ເອີ້ນ​ລາວ. (1ຕມ. 6:18) ເຮົາ​ທຸກ​ຄົນ​ສາມາດ​ກຽມ​ຄຳ​ຕອບ​ທີ່​ເປັນ​ການ​ສັນລະເສີນ​ພະ​ເຢໂຫວາ​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຄົນ​ອື່ນ. (ສພສ. 25:11) ບາງ​ເທື່ອ​ເຮົາ​ອາດ​ເລົ່າ​ປະສົບການ​ສ່ວນ​ໂຕ​ສັ້ນໆ​ໄດ້ ແຕ່​ເຮົາ​ບໍ່​ຄວນ​ເຮັດ​ໃຫ້​ຄົນ​ອື່ນ​ສົນໃຈ​ໂຕ​ເຮົາ​ຫຼາຍ​ເກີນ​ໄປ. (ສພສ. 27:2; 2ກຣ. 10:18) ເຮົາ​ຄວນ​ພະຍາຍາມ​ໃຫ້​ພີ່ນ້ອງ​ສົນໃຈ​ພະ​ເຢໂຫວາ ຄຳພີ​ໄບເບິນ ແລະ​ຜູ້​ຮັບໃຊ້​ຂອງ​ເພິ່ນ.—ພນມ. 4:11. ຫ23.04 ໜ້າ 24-25 ຂໍ້ 17-18

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ອາທິດ​ທີ 2 ພະຈິກ

ຢ່າ​ໃຫ້​ພວກ​ເຮົາ​ຫຼັບ​ຄື​ກັບ​ຄົນ​ອື່ນໆ ແຕ່​ໃຫ້​ຕື່ນ​ໂຕ​ແລະ​ມີ​ສະຕິ​ຢູ່​ສະເໝີ.—1ທຊ. 5:6

ຄວາມ​ຮັກ​ຊ່ວຍ​ເຮົາ​ໃຫ້​ຕື່ນ​ໂຕ​ແລະ​ມີ​ສະຕິ​ຢູ່​ສະເໝີ. (ມທ. 22:37-39) ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ແລະ​ຍັງ​ສາມາດ​ປະກາດ​ຕໍ່ໆ​ໄປ​ໄດ້​ເຖິງ​ວ່າ​ການ​ເຮັດ​ແບບ​ນັ້ນ​ອາດ​ເຮັດ​ໃຫ້​ເຮົາ​ຕ້ອງເຈິ​ກັບ​ບັນຫາ. (2ຕມ. 1:7, 8) ແຕ່​ຍ້ອນ​ເຮົາ​ຮັກ​ຄົນ​ອື່ນ ເຮົາ​ຈຶ່ງ​ປະກາດ​ແລະ​ສອນ​ຕໍ່ໆ​ໄປ. ເຮົາ​ຍັງ​ປະກາດ​ທາງ​ໂທລະສັບ​ແລະ​ທາງ​ຈົດໝາຍ​ນຳ. ເຮົາ​ຫວັງ​ວ່າ​ຈັກ​ມື້​ໜຶ່ງ​ຄົນ​ທີ່​ເຮົາ​ປະກາດ​ຈະ​ປ່ຽນ​ໃຈ​ແລ້ວ​ເລີ່ມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ອຊກ. 18:27, 28) ເຮົາ​ຕ້ອງ​ຮັກ​ພີ່ນ້ອງ​ຂອງ​ເຮົາ​ນຳ. ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາເຈົ້າ​ໂດຍ “ໃຫ້​ກຳລັງ​ໃຈ​ກັນ​ແລະ​ເສີມສ້າງ​ກັນ​ໃຫ້​ເຂັ້ມແຂງ.” (1ທຊ. 5:11) ຄື​ກັບ​ທະຫານ​ທີ່​ຕໍ່ສູ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັນ ເຮົາ​ກໍ​ໃຫ້​ກຳລັງ​ໃຈ​ກັນ​ສະເໝີ. ເຮົາ​ຈະ​ບໍ່​ຕັ້ງໃຈ​ເຮັດ​ໃຫ້​ພີ່ນ້ອງ​ເຈັບ ແລະ​ເຖິງ​ວ່າ​ພີ່ນ້ອງ​ຈະ​ເຮັດ​ໃຫ້​ເຮົາ​ເຈັບ ເຮົາ​ກໍ​ຈະ​ບໍ່​ເຮັດ​ໃສ່​ເຂົາເຈົ້າ​ຄືນ. (1ທຊ. 5:13, 15) ນອກ​ຈາກ​ນັ້ນ ເຮົາ​ສະແດງ​ຄວາມ​ຮັກ​ໂດຍ​ນັບຖື​ພີ່ນ້ອງ​ທີ່​ນຳໜ້າ​ໃນ​ປະຊາຄົມ.—1ທຊ. 5:12. ຫ23.06 ໜ້າ 10 ຂໍ້ 6; ໜ້າ 11 ຂໍ້ 10-11

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌