ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ມື້ນີ້

ວັນ​ພຸດ​ທີ 5 ພະຈິກ

ພະເຈົ້າ​ຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ມີ​ກຳລັງ.—ພສ. 108:13

ເຈົ້າ​ຈະ​ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ເຈົ້າ​ຊັດເຈນ​ຂຶ້ນ​ໄດ້​ແນວ​ໃດ? ຖ້າ​ເຈົ້າ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ງາມໆ ໃຫ້​ອ່ານ​ວ່າ​ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວກັບ​ໂລກ​ໃໝ່​ແລະ​ຄິດ​ກ່ຽວກັບ​ເລື່ອງ​ນັ້ນ. (ອຊຢ. 25:8; 32:16-18) ລອງ​ນຶກພາບ​ວ່າ​ຊີວິດ​ໃນ​ໂລກ​ໃໝ່​ຈະ​ເປັນ​ແນວ​ໃດ. ຖ້າ​ເຮົາ​ຄິດ​ເລື້ອຍໆ​ກ່ຽວກັບ​ຄວາມ​ຫວັງ​ເລື່ອງ​ໂລກ​ໃໝ່ ເຮົາ​ກໍ​ຈະ​ຮູ້ສຶກ​ວ່າ​ບັນຫາ​ທີ່​ເຮົາ​ເຈິ “ຢູ່​ພຽງ​ໄລຍະ​ສັ້ນໆ​ແລະ​ບໍ່​ໜັກ.” (2ກຣ. 4:17) ຄວາມ​ຫວັງ​ທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ. ເພິ່ນ​ໄດ້​ກຽມ​ທຸກ​ຢ່າງ​ໃຫ້​ເຮົາ​ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ. ດັ່ງນັ້ນ ເມື່ອ​ເຈົ້າ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ຈະ​ເຮັດ​ວຽກ​ມອບໝາຍ​ໃຫ້​ສຳເລັດ ເພື່ອ​ຈະ​ອົດທົນ​ກັບ​ຄວາມ​ລຳບາກ ຫຼື​ເພື່ອ​ຈະ​ມີ​ຄວາມ​ສຸກ​ຢູ່​ສະເໝີ ໃຫ້​ເຈົ້າ​ອະທິດຖານ​ຫາ​ພະ​ເຢໂຫວາ​ແລະ​ສຶກສາ​ສ່ວນ​ໂຕ. ເພື່ອ​ຈະ​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ເພິ່ນ ໃຫ້​ເຈົ້າ​ຍອມຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ແລະ​ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ເຈົ້າ​ຊັດເຈນ​ຢູ່​ສະເໝີ. ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ “ໄດ້​ຮັບ​ກຳລັງ​ຈາກ​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ [ພະເຈົ້າ] ເພື່ອ​ຈະ​ອົດທົນ​ຈົນ​ເຖິງ​ທີ່​ສຸດ​ແລະ​ອົດ​ກັ້ນ​ດ້ວຍ​ຄວາມ​ຍິນດີ.”—ກລຊ. 1:11. ຫ23.10 ໜ້າ 17 ຂໍ້ 19-20

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ພະຫັດ​ທີ 6 ພະຈິກ

ຂອບໃຈ​ພະເຈົ້າ​ສຳລັບ​ທຸກ​ສິ່ງ​ທຸກ​ຢ່າງ.—1ທຊ. 5:18

ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ເຮົາ​ອະທິດຖານ​ຂອບໃຈ​ພະ​ເຢໂຫວາ. ເຮົາ​ຄວນ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ທຸກ​ສິ່ງ​ທີ່​ເຮົາ​ມີ ຍ້ອນ​ສິ່ງ​ດີ​ທຸກ​ຢ່າງ​ມາ​ຈາກ​ເພິ່ນ. (ຢກບ. 1:17) ຕົວຢ່າງ​ເຊັ່ນ: ເຮົາ​ຂອບໃຈ​ພະ​ເຢໂຫວາ​ທີ່​ສ້າງ​ໂລກ​ທີ່​ສວຍ​ງາມ​ແລະ​ສິ່ງ​ຕ່າງໆ​ທີ່​ໜ້າ​ງຶດງໍ້. ເຮົາ​ຂອບໃຈ​ທີ່​ເພິ່ນ​ໃຫ້​ເຮົາ​ມີ​ຊີວິດ ມີ​ຄອບຄົວ ມີ​ໝູ່ ມີ​ຄວາມ​ຫວັງ ແລະ​ເຮົາ​ຍັງ​ຂອບໃຈ​ທີ່​ເຮົາ​ໄດ້​ເປັນ​ໝູ່​ກັບ​ເພິ່ນ. ເຮົາ​ອາດ​ຕ້ອງ​ພະຍາຍາມ​ຫຼາຍ​ທີ່​ຈະ​ຄິດ​ເຖິງ​ເຫດຜົນ​ທີ່​ເຮົາ​ຄວນ​ຂອບໃຈ​ພະ​ເຢໂຫວາ ຍ້ອນ​ເຮົາ​ຢູ່​ໃນ​ໂລກ​ທີ່​ມີ​ແຕ່​ຄົນ​ເຫັນ​ແກ່​ໂຕ​ແລະ​ບໍ່​ຮູ້​ຈັກ​ຂອບໃຈ. ເຂົາເຈົ້າ​ສົນໃຈ​ແຕ່​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ໄດ້​ສິ່ງ​ທີ່​ໂຕເອງ​ຕ້ອງການ ບໍ່​ໄດ້​ສົນໃຈ​ວ່າ​ຈະ​ສະແດງ​ຄວາມ​ຂອບໃຈ​ແນວ​ໃດ​ສຳລັບ​ສິ່ງ​ທີ່​ໂຕເອງ​ມີ. ຖ້າ​ເຮົາ​ເລີ່ມ​ຄິດ​ຄື​ກັບ​ເຂົາເຈົ້າ ຄຳ​ອະທິດຖານ​ຂອງ​ເຮົາ​ກໍ​ຈະ​ມີ​ແຕ່​ການ​ຂໍ​ເທົ່າ​ນັ້ນ. ເພື່ອ​ຈະ​ບໍ່​ເປັນ​ແບບ​ນີ້ ເຮົາ​ຕ້ອງ​ພະຍາຍາມ​ສ້າງ​ນິດໄສ​ທີ່​ຈະ​ເຫັນຄ່າ​ແລະ​ຂອບໃຈ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຮົາ.—ລກ. 6:45. ຫ23.05 ໜ້າ 4 ຂໍ້ 8-9

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ສຸກ​ທີ 7 ພະຈິກ

ຂໍ​ເລື້ອຍໆ​ດ້ວຍ​ຄວາມ​ເຊື່ອ​ແລະ​ຢ່າ​ສົງໄສ.—ຢກບ. 1:6

ພະ​ເຢໂຫວາ​ພໍ່​ທີ່​ມີ​ຄວາມ​ຮັກ​ບໍ່​ຢາກ​ໃຫ້​ເຮົາ​ເຈິ​ຄວາມ​ເຈັບ​ປວດ​ທໍລະມານ. (ອຊຢ. 63:9) ເພິ່ນ​ບໍ່​ໄດ້​ປົກປ້ອງ​ເຮົາ​ໄວ້​ຈາກ​ບັນຫາ​ຕ່າງໆ​ທີ່​ເປັນ​ຄື​ກັບ​ແມ່​ນ້ຳ​ຫຼື​ໄຟ. (ອຊຢ. 43:2) ແຕ່​ເພິ່ນ​ສັນຍາ​ວ່າ​ຈະ​ຊ່ວຍ​ເຮົາ​ໃຫ້ “ຍ່າງ​ຂ້າມ [ແລະ] ຍ່າງ​ລຸຍ” ມັນ​ໄປ​ໄດ້. ໃນ​ຕອນນີ້ ບໍ່​ວ່າ​ເຮົາ​ຈະ​ເຈິ​ກັບ​ຄວາມ​ຍາກ​ລຳບາກ​ແບບ​ໃດ​ກໍ​ຕາມ ພະ​ເຢໂຫວາ​ຈະ​ໃຫ້​ພະລັງ​ບໍລິສຸດ​ກັບ​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ເພິ່ນ​ຕໍ່​ໄປ​ໄດ້. (ລກ. 11:13; ຟລປ. 4:13) ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ເພື່ອ​ເຮົາ​ຈະ​ອົດທົນ​ແລະ​ຮັກສາ​ຄວາມ​ສັດຊື່​ຕໍ່ໆ​ໄປ​ໄດ້. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໄວ້​ວາງໃຈ​ເພິ່ນ. (ຮຣ. 11:6) ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ບັນຫາ​ທີ່​ເຮົາ​ເຈິ​ມັນ​ຍາກ​ໂພດ​ທີ່​ຈະ​ຮັບມື​ໄດ້. ເຮົາ​ອາດ​ເລີ່ມ​ສົງໄສ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ຫຼື​ບໍ່. ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ໂດຍ​ພະລັງ​ຂອງ​ພະເຈົ້າ ເຮົາ​ສາມາດ “ປີນ​ຂ້າມ​ກຳແພງ​ໄດ້.” (ພສ. 18:29) ແທນ​ທີ່​ຈະ​ປ່ອຍ​ໃຫ້​ຄວາມ​ສົງໄສ​ແບບ​ນັ້ນ​ເພີ່ມ​ຂຶ້ນ ເຮົາ​ຄວນ​ອະທິດຖານ​ດ້ວຍ​ຄວາມ​ເຊື່ອ​ແລະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ.—ຢກບ. 1:6, 7. ຫ23.11 ໜ້າ 22 ຂໍ້ 8-9

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌