ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ມື້ນີ້

ວັນ​ພະຫັດ​ທີ 6 ພະຈິກ

ຂອບໃຈ​ພະເຈົ້າ​ສຳລັບ​ທຸກ​ສິ່ງ​ທຸກ​ຢ່າງ.—1ທຊ. 5:18

ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ເຮົາ​ອະທິດຖານ​ຂອບໃຈ​ພະ​ເຢໂຫວາ. ເຮົາ​ຄວນ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ທຸກ​ສິ່ງ​ທີ່​ເຮົາ​ມີ ຍ້ອນ​ສິ່ງ​ດີ​ທຸກ​ຢ່າງ​ມາ​ຈາກ​ເພິ່ນ. (ຢກບ. 1:17) ຕົວຢ່າງ​ເຊັ່ນ: ເຮົາ​ຂອບໃຈ​ພະ​ເຢໂຫວາ​ທີ່​ສ້າງ​ໂລກ​ທີ່​ສວຍ​ງາມ​ແລະ​ສິ່ງ​ຕ່າງໆ​ທີ່​ໜ້າ​ງຶດງໍ້. ເຮົາ​ຂອບໃຈ​ທີ່​ເພິ່ນ​ໃຫ້​ເຮົາ​ມີ​ຊີວິດ ມີ​ຄອບຄົວ ມີ​ໝູ່ ມີ​ຄວາມ​ຫວັງ ແລະ​ເຮົາ​ຍັງ​ຂອບໃຈ​ທີ່​ເຮົາ​ໄດ້​ເປັນ​ໝູ່​ກັບ​ເພິ່ນ. ເຮົາ​ອາດ​ຕ້ອງ​ພະຍາຍາມ​ຫຼາຍ​ທີ່​ຈະ​ຄິດ​ເຖິງ​ເຫດຜົນ​ທີ່​ເຮົາ​ຄວນ​ຂອບໃຈ​ພະ​ເຢໂຫວາ ຍ້ອນ​ເຮົາ​ຢູ່​ໃນ​ໂລກ​ທີ່​ມີ​ແຕ່​ຄົນ​ເຫັນ​ແກ່​ໂຕ​ແລະ​ບໍ່​ຮູ້​ຈັກ​ຂອບໃຈ. ເຂົາເຈົ້າ​ສົນໃຈ​ແຕ່​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ໄດ້​ສິ່ງ​ທີ່​ໂຕເອງ​ຕ້ອງການ ບໍ່​ໄດ້​ສົນໃຈ​ວ່າ​ຈະ​ສະແດງ​ຄວາມ​ຂອບໃຈ​ແນວ​ໃດ​ສຳລັບ​ສິ່ງ​ທີ່​ໂຕເອງ​ມີ. ຖ້າ​ເຮົາ​ເລີ່ມ​ຄິດ​ຄື​ກັບ​ເຂົາເຈົ້າ ຄຳ​ອະທິດຖານ​ຂອງ​ເຮົາ​ກໍ​ຈະ​ມີ​ແຕ່​ການ​ຂໍ​ເທົ່າ​ນັ້ນ. ເພື່ອ​ຈະ​ບໍ່​ເປັນ​ແບບ​ນີ້ ເຮົາ​ຕ້ອງ​ພະຍາຍາມ​ສ້າງ​ນິດໄສ​ທີ່​ຈະ​ເຫັນຄ່າ​ແລະ​ຂອບໃຈ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຮົາ.—ລກ. 6:45. ຫ23.05 ໜ້າ 4 ຂໍ້ 8-9

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ສຸກ​ທີ 7 ພະຈິກ

ຂໍ​ເລື້ອຍໆ​ດ້ວຍ​ຄວາມ​ເຊື່ອ​ແລະ​ຢ່າ​ສົງໄສ.—ຢກບ. 1:6

ພະ​ເຢໂຫວາ​ພໍ່​ທີ່​ມີ​ຄວາມ​ຮັກ​ບໍ່​ຢາກ​ໃຫ້​ເຮົາ​ເຈິ​ຄວາມ​ເຈັບ​ປວດ​ທໍລະມານ. (ອຊຢ. 63:9) ເພິ່ນ​ບໍ່​ໄດ້​ປົກປ້ອງ​ເຮົາ​ໄວ້​ຈາກ​ບັນຫາ​ຕ່າງໆ​ທີ່​ເປັນ​ຄື​ກັບ​ແມ່​ນ້ຳ​ຫຼື​ໄຟ. (ອຊຢ. 43:2) ແຕ່​ເພິ່ນ​ສັນຍາ​ວ່າ​ຈະ​ຊ່ວຍ​ເຮົາ​ໃຫ້ “ຍ່າງ​ຂ້າມ [ແລະ] ຍ່າງ​ລຸຍ” ມັນ​ໄປ​ໄດ້. ໃນ​ຕອນນີ້ ບໍ່​ວ່າ​ເຮົາ​ຈະ​ເຈິ​ກັບ​ຄວາມ​ຍາກ​ລຳບາກ​ແບບ​ໃດ​ກໍ​ຕາມ ພະ​ເຢໂຫວາ​ຈະ​ໃຫ້​ພະລັງ​ບໍລິສຸດ​ກັບ​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ເພິ່ນ​ຕໍ່​ໄປ​ໄດ້. (ລກ. 11:13; ຟລປ. 4:13) ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ເພື່ອ​ເຮົາ​ຈະ​ອົດທົນ​ແລະ​ຮັກສາ​ຄວາມ​ສັດຊື່​ຕໍ່ໆ​ໄປ​ໄດ້. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໄວ້​ວາງໃຈ​ເພິ່ນ. (ຮຣ. 11:6) ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ບັນຫາ​ທີ່​ເຮົາ​ເຈິ​ມັນ​ຍາກ​ໂພດ​ທີ່​ຈະ​ຮັບມື​ໄດ້. ເຮົາ​ອາດ​ເລີ່ມ​ສົງໄສ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ຫຼື​ບໍ່. ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ໂດຍ​ພະລັງ​ຂອງ​ພະເຈົ້າ ເຮົາ​ສາມາດ “ປີນ​ຂ້າມ​ກຳແພງ​ໄດ້.” (ພສ. 18:29) ແທນ​ທີ່​ຈະ​ປ່ອຍ​ໃຫ້​ຄວາມ​ສົງໄສ​ແບບ​ນັ້ນ​ເພີ່ມ​ຂຶ້ນ ເຮົາ​ຄວນ​ອະທິດຖານ​ດ້ວຍ​ຄວາມ​ເຊື່ອ​ແລະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ.—ຢກບ. 1:6, 7. ຫ23.11 ໜ້າ 22 ຂໍ້ 8-9

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ເສົາ​ທີ 8 ພະຈິກ

ຄວາມ​ຮັກ​ລຸກ​ໄໝ້​ແຮງ​ຄື​ກັບ​ແປວ​ໄຟ ນັ້ນ​ແມ່ນ​ແປວ​ໄຟ​ຂອງ​ເຢໂຫວາ. ນ້ຳ​ທີ່​ໄຫຼ​ແຮງໆ​ບໍ່​ສາມາດ​ມອດ​ໄຟ​ຂອງ​ຄວາມ​ຮັກ​ໄດ້ ແລະ​ແມ່​ນ້ຳ​ຕ່າງໆ​ກໍ​ບໍ່​ສາມາດ​ພັດ​ເອົາ​ຄວາມ​ຮັກ​ໄປ​ໄດ້​ຄື​ກັນ.—ພຊມ. 8:6, 7

ນີ້​ເປັນ​ການ​ພັນລະນາ​ທີ່​ໜ້າສົນໃຈ​ຫຼາຍ​ແທ້ໆ! ການ​ພັນລະນາ​ນີ້​ຮັບຮອງ​ກັບ​ຜູ້​ທີ່​ແຕ່ງດອງ​ວ່າ​ເຂົາເຈົ້າ​ສາມາດ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ກັນ​ໄດ້. ຄວາມ​ຮັກ​ຈະ​ໝັ້ນຄົງ​ຫຼື​ບໍ່ ແມ່ນ​ຂຶ້ນ​ຢູ່​ກັບ​ຜົວ​ແລະ​ເມຍ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ນີ້. ຕອນ​ທີ່​ເຮົາ​ກໍ່​ກອງ​ໄຟ ເພື່ອ​ໄຟ​ຈະ​ລຸກ​ຢູ່​ຕະຫຼອດ ເຮົາ​ຕ້ອງ​ໄດ້​ໃສ່​ຟືນ​ເລື້ອຍໆ. ແຕ່​ຖ້າ​ເຮົາ​ບໍ່​ໃສ່​ຟືນ ໃນ​ທີ່​ສຸດ​ໄຟ​ກໍ​ຈະ​ມອດ. ຄ້າຍຄື​ກັນ ເພື່ອ​ຄວາມ​ຮັກ​ລະຫວ່າງ​ຜົວ​ກັບ​ເມຍ​ຈະ​ໝັ້ນຄົງ ເຂົາເຈົ້າ​ຈະ​ຕ້ອງ​ເສີມສ້າງ​ສາຍ​ສຳພັນ​ທີ່​ແໜ້ນແຟ້ນ​ຕໍ່​ກັນ​ຢູ່​ສະເໝີ. ແຕ່​ບາງ​ເທື່ອ​ຜົວ​ກັບ​ເມຍ​ອາດ​ຮູ້ສຶກ​ວ່າ​ຄວາມ​ຮັກ​ຂອງ​ເຂົາເຈົ້າ​ເລີ່ມ​ຈືດ​ຈາງ​ລົງ​ໂດຍ​ສະເພາະ​ເມື່ອ​ເຂົາເຈົ້າ​ເຈິ​ຄວາມ​ຫຍຸ້ງ​ຍາກ ເຊັ່ນ: ເມື່ອ​ມີ​ບັນຫາ​ທາງ​ການ​ເງິນ ມີ​ບັນຫາ​ທາງ​ດ້ານ​ສຸຂະພາບ ຫຼື​ຖືກ​ຄວາມ​ກົດ​ດັນ​ຈາກ​ການ​ລ້ຽງ​ລູກ. ເພື່ອ​ຈະ​ເຮັດ​ໃຫ້​ຄວາມ​ຮັກ​ໃນ​ຊີວິດ​ຄູ່​ໝັ້ນຄົງ​ຢູ່​ສະເໝີ ທັງ​ຜົວ​ແລະ​ເມຍ​ຕ້ອງ​ມີ​ສາຍ​ສຳພັນ​ທີ່​ແໜ້ນແຟ້ນ​ກັບ​ພະ​ເຢໂຫວາ​ຢູ່​ສະເໝີ. ຫ23.05 ໜ້າ 20-21 ຂໍ້ 1-3

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌