ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ມື້ນີ້

ວັນ​ສຸກ​ທີ 7 ພະຈິກ

ຂໍ​ເລື້ອຍໆ​ດ້ວຍ​ຄວາມ​ເຊື່ອ​ແລະ​ຢ່າ​ສົງໄສ.—ຢກບ. 1:6

ພະ​ເຢໂຫວາ​ພໍ່​ທີ່​ມີ​ຄວາມ​ຮັກ​ບໍ່​ຢາກ​ໃຫ້​ເຮົາ​ເຈິ​ຄວາມ​ເຈັບ​ປວດ​ທໍລະມານ. (ອຊຢ. 63:9) ເພິ່ນ​ບໍ່​ໄດ້​ປົກປ້ອງ​ເຮົາ​ໄວ້​ຈາກ​ບັນຫາ​ຕ່າງໆ​ທີ່​ເປັນ​ຄື​ກັບ​ແມ່​ນ້ຳ​ຫຼື​ໄຟ. (ອຊຢ. 43:2) ແຕ່​ເພິ່ນ​ສັນຍາ​ວ່າ​ຈະ​ຊ່ວຍ​ເຮົາ​ໃຫ້ “ຍ່າງ​ຂ້າມ [ແລະ] ຍ່າງ​ລຸຍ” ມັນ​ໄປ​ໄດ້. ໃນ​ຕອນນີ້ ບໍ່​ວ່າ​ເຮົາ​ຈະ​ເຈິ​ກັບ​ຄວາມ​ຍາກ​ລຳບາກ​ແບບ​ໃດ​ກໍ​ຕາມ ພະ​ເຢໂຫວາ​ຈະ​ໃຫ້​ພະລັງ​ບໍລິສຸດ​ກັບ​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ເພິ່ນ​ຕໍ່​ໄປ​ໄດ້. (ລກ. 11:13; ຟລປ. 4:13) ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ເພື່ອ​ເຮົາ​ຈະ​ອົດທົນ​ແລະ​ຮັກສາ​ຄວາມ​ສັດຊື່​ຕໍ່ໆ​ໄປ​ໄດ້. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໄວ້​ວາງໃຈ​ເພິ່ນ. (ຮຣ. 11:6) ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ບັນຫາ​ທີ່​ເຮົາ​ເຈິ​ມັນ​ຍາກ​ໂພດ​ທີ່​ຈະ​ຮັບມື​ໄດ້. ເຮົາ​ອາດ​ເລີ່ມ​ສົງໄສ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ຫຼື​ບໍ່. ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ໂດຍ​ພະລັງ​ຂອງ​ພະເຈົ້າ ເຮົາ​ສາມາດ “ປີນ​ຂ້າມ​ກຳແພງ​ໄດ້.” (ພສ. 18:29) ແທນ​ທີ່​ຈະ​ປ່ອຍ​ໃຫ້​ຄວາມ​ສົງໄສ​ແບບ​ນັ້ນ​ເພີ່ມ​ຂຶ້ນ ເຮົາ​ຄວນ​ອະທິດຖານ​ດ້ວຍ​ຄວາມ​ເຊື່ອ​ແລະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ.—ຢກບ. 1:6, 7. ຫ23.11 ໜ້າ 22 ຂໍ້ 8-9

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ເສົາ​ທີ 8 ພະຈິກ

ຄວາມ​ຮັກ​ລຸກ​ໄໝ້​ແຮງ​ຄື​ກັບ​ແປວ​ໄຟ ນັ້ນ​ແມ່ນ​ແປວ​ໄຟ​ຂອງ​ເຢໂຫວາ. ນ້ຳ​ທີ່​ໄຫຼ​ແຮງໆ​ບໍ່​ສາມາດ​ມອດ​ໄຟ​ຂອງ​ຄວາມ​ຮັກ​ໄດ້ ແລະ​ແມ່​ນ້ຳ​ຕ່າງໆ​ກໍ​ບໍ່​ສາມາດ​ພັດ​ເອົາ​ຄວາມ​ຮັກ​ໄປ​ໄດ້​ຄື​ກັນ.—ພຊມ. 8:6, 7

ນີ້​ເປັນ​ການ​ພັນລະນາ​ທີ່​ໜ້າສົນໃຈ​ຫຼາຍ​ແທ້ໆ! ການ​ພັນລະນາ​ນີ້​ຮັບຮອງ​ກັບ​ຜູ້​ທີ່​ແຕ່ງດອງ​ວ່າ​ເຂົາເຈົ້າ​ສາມາດ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ກັນ​ໄດ້. ຄວາມ​ຮັກ​ຈະ​ໝັ້ນຄົງ​ຫຼື​ບໍ່ ແມ່ນ​ຂຶ້ນ​ຢູ່​ກັບ​ຜົວ​ແລະ​ເມຍ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ນີ້. ຕອນ​ທີ່​ເຮົາ​ກໍ່​ກອງ​ໄຟ ເພື່ອ​ໄຟ​ຈະ​ລຸກ​ຢູ່​ຕະຫຼອດ ເຮົາ​ຕ້ອງ​ໄດ້​ໃສ່​ຟືນ​ເລື້ອຍໆ. ແຕ່​ຖ້າ​ເຮົາ​ບໍ່​ໃສ່​ຟືນ ໃນ​ທີ່​ສຸດ​ໄຟ​ກໍ​ຈະ​ມອດ. ຄ້າຍຄື​ກັນ ເພື່ອ​ຄວາມ​ຮັກ​ລະຫວ່າງ​ຜົວ​ກັບ​ເມຍ​ຈະ​ໝັ້ນຄົງ ເຂົາເຈົ້າ​ຈະ​ຕ້ອງ​ເສີມສ້າງ​ສາຍ​ສຳພັນ​ທີ່​ແໜ້ນແຟ້ນ​ຕໍ່​ກັນ​ຢູ່​ສະເໝີ. ແຕ່​ບາງ​ເທື່ອ​ຜົວ​ກັບ​ເມຍ​ອາດ​ຮູ້ສຶກ​ວ່າ​ຄວາມ​ຮັກ​ຂອງ​ເຂົາເຈົ້າ​ເລີ່ມ​ຈືດ​ຈາງ​ລົງ​ໂດຍ​ສະເພາະ​ເມື່ອ​ເຂົາເຈົ້າ​ເຈິ​ຄວາມ​ຫຍຸ້ງ​ຍາກ ເຊັ່ນ: ເມື່ອ​ມີ​ບັນຫາ​ທາງ​ການ​ເງິນ ມີ​ບັນຫາ​ທາງ​ດ້ານ​ສຸຂະພາບ ຫຼື​ຖືກ​ຄວາມ​ກົດ​ດັນ​ຈາກ​ການ​ລ້ຽງ​ລູກ. ເພື່ອ​ຈະ​ເຮັດ​ໃຫ້​ຄວາມ​ຮັກ​ໃນ​ຊີວິດ​ຄູ່​ໝັ້ນຄົງ​ຢູ່​ສະເໝີ ທັງ​ຜົວ​ແລະ​ເມຍ​ຕ້ອງ​ມີ​ສາຍ​ສຳພັນ​ທີ່​ແໜ້ນແຟ້ນ​ກັບ​ພະ​ເຢໂຫວາ​ຢູ່​ສະເໝີ. ຫ23.05 ໜ້າ 20-21 ຂໍ້ 1-3

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ອາທິດ​ທີ 9 ພະຈິກ

ບໍ່​ຕ້ອງ​ຢ້ານ.—ດນອ. 10:19

ເຮົາ​ຈະ​ມີ​ຄວາມ​ກ້າຫານ​ໄດ້​ແນວ​ໃດ? ເຖິງ​ວ່າ​ພໍ່​ແມ່​ເຮົາ​ຢາກ​ໃຫ້​ເຮົາ​ເປັນ​ຄົນ​ກ້າຫານ ແລະ​ພໍ່​ແມ່​ເຮົາ​ກໍ​ເປັນ​ຄົນ​ກ້າຫານ ແຕ່​ເຂົາເຈົ້າ​ກໍ​ບໍ່​ສາມາດ​ເອົາ​ຄວາມ​ກ້າຫານ​ໃຫ້​ເຮົາ​ໄດ້​ຄື​ກັບ​ເອົາ​ມໍລະດົກ​ໃຫ້​ລູກ. ການ​ພະຍາຍາມ​ມີ​ຄວາມ​ກ້າຫານ​ເປັນ​ຄື​ກັບ​ການ​ຮຽນ​ຮູ້​ທີ່​ຈະ​ເຮັດ​ສິ່ງ​ໃໝ່ໆ​ທີ່​ເຮົາ​ບໍ່​ເຄີຍ​ເຮັດ. ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ຮຽນ​ທັກສະ​ໃໝ່ໆ​ກໍ​ຄື​ສັງເກດ​ເບິ່ງ​ຜູ້​ທີ່​ເກັ່ງ​ທາງ​ດ້ານ​ນັ້ນ ແລ້ວ​ກໍ​ຮຽນ​ແບບ​ລາວ. ເຮົາ​ກໍ​ຄື​ກັນ ເຮົາ​ຮຽນ​ທີ່​ຈະ​ເປັນ​ຄົນ​ກ້າຫານ​ໄດ້​ໂດຍ​ສັງເກດ​ເບິ່ງ​ວ່າ​ຄົນ​ອື່ນ​ສະແດງ​ຄຸນລັກສະນະ​ນີ້​ແນວ​ໃດ ແລ້ວ​ຮຽນ​ແບບ​ເຂົາເຈົ້າ. ຄື​ກັບ​ດານີເອນ ເຮົາ​ຕ້ອງ​ເຂົ້າໃຈ​ຄຳພີ​ໄບເບິນ​ເປັນ​ຢ່າງ​ດີ. ເຮົາ​ຕ້ອງ​ສະໜິດ​ກັບ​ພະ​ເຢໂຫວາ​ໂດຍ​ອະທິດຖານ​ເຖິງ​ເພິ່ນ​ເລື້ອຍໆ​ແລະ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ເພິ່ນ. ເຮົາ​ຕ້ອງ​ໄວ້​ວາງໃຈ​ເພິ່ນ​ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ຊ່ວຍ​ເຫຼືອ​ເຮົາ​ສະເໝີ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ເມື່ອ​ເຮົາ​ຖືກ​ທົດສອບ​ຄວາມ​ເຊື່ອ ເຮົາ​ກໍ​ຈະ​ກ້າຫານ​ຄື​ກັບ​ດານີເອນ. ຄົນ​ທີ່​ມີ​ຄວາມ​ກ້າຫານ​ມັກ​ຈະ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ຄົນ​ອື່ນ​ແລະ​ອາດ​ເຖິງຂັ້ນ​ເຮັດ​ໃຫ້​ບາງ​ຄົນ​ຢາກ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ. ເຮົາ​ເຫັນ​ເລີຍ​ວ່າ​ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ເປັນ​ຄົນ​ກ້າຫານ. ຫ23.08 ໜ້າ 2 ຂໍ້ 2; ໜ້າ 4 ຂໍ້ 8-9

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌