ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 14
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ຄວາມ​ແຫ້ງ​ແລ້ງ ຄວາມ​ອຶດຢາກ ແລະ​ດາບ (1-12)

      • ຜູ້​ພະຍາກອນ​ປອມ​ຖືກ​ຕຳໜິ (13-18)

      • ເຢເຣມີຢາ​ຮູ້​ວ່າ​ປະຊາຊົນ​ໄດ້​ເຮັດ​ຜິດ (19-22)

ເຢເຣມີຢາ 14:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:24

ເຢເຣມີຢາ 14:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 1:10

ເຢເຣມີຢາ 14:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:20; ພບຍ 28:23

ເຢເຣມີຢາ 14:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 12:4; ຢອ 1:18

ເຢເຣມີຢາ 14:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 7:9; ພສ 25:11; 115:1, 2
  • +ອຊຣ 9:6; ນຮຢ 9:33; ດນອ 9:5, 8

ເຢເຣມີຢາ 14:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 106:8, 21; ອຊຢ 45:15

ເຢເຣມີຢາ 14:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:45; ພບຍ 23:14
  • +ດນອ 9:19

ເຢເຣມີຢາ 14:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 2:23
  • +ຢຣມ 2:25
  • +ຢຣມ 6:20
  • +ຮຊອ 8:13

ເຢເຣມີຢາ 14:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 7:16; 11:14

ເຢເຣມີຢາ 14:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:15; 58:3; ຢຣມ 11:11; ອຊກ 8:18
  • +ອຊຢ 1:11
  • +ຢຣມ 9:16; ອຊກ 5:12

ເຢເຣມີຢາ 14:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:10; 5:31; 6:13, 14; 23:16, 17; 27:8-10; ອຊກ 13:10; ມກ 3:11

ເຢເຣມີຢາ 14:14

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເລື່ອງ​ຫຼອກລວງ​ໃນ​ໃຈ​ຂອງ​ເຂົາເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 23:25, 26; 29:21
  • +ຢຣມ 23:21; 27:15
  • +ສສ 2:14

ເຢເຣມີຢາ 14:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 5:12, 13; 23:15; ອຊກ 12:24; 13:9

ເຢເຣມີຢາ 14:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 79:2, 3; ຢຣມ 9:22
  • +ຢຣມ 4:18

ເຢເຣມີຢາ 14:17

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ລູກ​ສາວ​ທີ່​ຍັງ​ບໍລິສຸດ​ຂອງ​ປະຊາຊົນ​ຂອງ​ຂ້ອຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 8:18, 21; 9:1
  • +ສສ 1:15

ເຢເຣມີຢາ 14:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 7:15
  • +ສສ 5:10
  • +ພບຍ 28:36

ເຢເຣມີຢາ 14:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 12:8; ສສ 5:22
  • +2ຂຄ 36:15, 16
  • +ຢຣມ 8:15

ເຢເຣມີຢາ 14:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 9:7; ດນອ 9:5, 8

ເຢເຣມີຢາ 14:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 36:22; ດນອ 9:15
  • +ອພຍ 32:13; ລລວ 26:41, 42; ພສ 106:43-45

ເຢເຣມີຢາ 14:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:12; ອຊຢ 30:23; ຢອ 2:23

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 14:1ພບຍ 28:24
ຢຣມ. 14:2ຢອ 1:10
ຢຣມ. 14:4ລລວ 26:20; ພບຍ 28:23
ຢຣມ. 14:6ຢຣມ 12:4; ຢອ 1:18
ຢຣມ. 14:7ຢຊ 7:9; ພສ 25:11; 115:1, 2
ຢຣມ. 14:7ອຊຣ 9:6; ນຮຢ 9:33; ດນອ 9:5, 8
ຢຣມ. 14:8ພສ 106:8, 21; ອຊຢ 45:15
ຢຣມ. 14:9ອພຍ 29:45; ພບຍ 23:14
ຢຣມ. 14:9ດນອ 9:19
ຢຣມ. 14:10ຢຣມ 2:23
ຢຣມ. 14:10ຢຣມ 2:25
ຢຣມ. 14:10ຢຣມ 6:20
ຢຣມ. 14:10ຮຊອ 8:13
ຢຣມ. 14:11ຢຣມ 7:16; 11:14
ຢຣມ. 14:12ອຊຢ 1:15; 58:3; ຢຣມ 11:11; ອຊກ 8:18
ຢຣມ. 14:12ອຊຢ 1:11
ຢຣມ. 14:12ຢຣມ 9:16; ອຊກ 5:12
ຢຣມ. 14:13ຢຣມ 4:10; 5:31; 6:13, 14; 23:16, 17; 27:8-10; ອຊກ 13:10; ມກ 3:11
ຢຣມ. 14:14ຢຣມ 23:25, 26; 29:21
ຢຣມ. 14:14ຢຣມ 23:21; 27:15
ຢຣມ. 14:14ສສ 2:14
ຢຣມ. 14:15ຢຣມ 5:12, 13; 23:15; ອຊກ 12:24; 13:9
ຢຣມ. 14:16ພສ 79:2, 3; ຢຣມ 9:22
ຢຣມ. 14:16ຢຣມ 4:18
ຢຣມ. 14:17ຢຣມ 8:18, 21; 9:1
ຢຣມ. 14:17ສສ 1:15
ຢຣມ. 14:18ອຊກ 7:15
ຢຣມ. 14:18ສສ 5:10
ຢຣມ. 14:18ພບຍ 28:36
ຢຣມ. 14:19ຢຣມ 12:8; ສສ 5:22
ຢຣມ. 14:192ຂຄ 36:15, 16
ຢຣມ. 14:19ຢຣມ 8:15
ຢຣມ. 14:20ອຊຣ 9:7; ດນອ 9:5, 8
ຢຣມ. 14:21ອຊກ 36:22; ດນອ 9:15
ຢຣມ. 14:21ອພຍ 32:13; ລລວ 26:41, 42; ພສ 106:43-45
ຢຣມ. 14:22ພບຍ 28:12; ອຊຢ 30:23; ຢອ 2:23
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 14:1-22

ເຢເຣມີຢາ

14 ພະ​ເຢໂຫວາ​ເວົ້າ​ກັບ​ເຢເຣມີຢາ​ເລື່ອງ​ຄວາມ​ແຫ້ງ​ແລ້ງ​ວ່າ+

 2 ເມືອງ​ຢູດາ​ຮ້ອງໄຫ້​ໄວ້ທຸກ+​ແລະ​ປະຕູ​ເມືອງ​ກໍ​ພັງ​ໝົດ​ແລ້ວ.

ພວກ​ມັນ​ຟຸບ​ລົງ​ກັບ​ພື້ນ​ຍ້ອນ​ເສົ້າໃຈ​ຫຼາຍ

ແລະ​ມີ​ສຽງ​ຮ້ອງໄຫ້​ດັງ​ອອກ​ມາ​ຈາກ​ເມືອງ​ເຢຣູຊາເລັມ.

 3 ພວກ​ເຈົ້າ​ນາຍ​ໃຫ້​ພວກ​ຄົນ​ຮັບ​ໃຊ້​ໄປ​ເອົາ​ນ້ຳ.

ເຂົາ​ເຈົ້າ​ໄປ​ນ້ຳ​ສ້າງ​ຫຼາຍ​ບ່ອນ ແຕ່​ກໍ​ບໍ່​ມີ​ນ້ຳ​ເລີຍ.

ເຂົາ​ເຈົ້າ​ກັບ​ມາ​ພ້ອມ​ກັບ​ໄຫ​ເປົ່າ.

ເຂົາ​ເຈົ້າ​ຮູ້ສຶກ​ອາຍ​ແລະ​ຜິດ​ຫວັງ​ຫຼາຍ

ເຂົາ​ເຈົ້າ​ຈຶ່ງ​ປົກ​ຫົວ​ໂຕເອງ​ໄວ້.

 4 ພື້ນ​ດິນ​ແຕກ​ແຫງ

ຍ້ອນ​ໃນ​ແຜ່ນດິນ​ບໍ່​ມີ​ຝົນ​ຕົກ​ເລີຍ.+

ຊາວນາ​ກໍ​ພາກັນ​ທຸກໃຈ​ແລະ​ປົກ​ຫົວ​ໂຕເອງ​ໄວ້.

 5 ແມ່ນ​ແຕ່​ກວາງ​ທີ່​ຢູ່​ໃນ​ທົ່ງ​ກໍ​ຍັງ​ຖິ້ມ​ລູກ​ທີ່​ຫາກໍ​ເກີດ

ຍ້ອນ​ບໍ່​ມີ​ຫຍ້າ​ກິນ.

 6 ລາ​ປ່າ​ຢືນ​ຢູ່​ໂນນ​ພູ​ຫົວ​ໂລ້ນ.

ພວກ​ມັນ​ຫາຍໃຈ​ຫອບ​ຄື​ກັບ​ໝາ​ໄນ.

ພວກ​ມັນ​ຊອກ​ຫາ​ພືດ​ຜັກ​ຈົນ​ຕາ​ເມື່ອຍ ແຕ່​ກໍ​ບໍ່​ເຈິ​ຫຍັງ​ເລີຍ.+

 7 ເຖິງ​ວ່າ​ຄວາມ​ຜິດ​ຂອງ​ພວກ​ເຮົາ​ໃຫ້​ຫຼັກຖານ​ວ່າ​ພວກ​ເຮົາ​ຜິດ​ແທ້​ໆ​

ແຕ່​ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ເຮັດ​ຫຍັງ​ບາງ​ຢ່າງ​ເພື່ອ​ເຫັນ​ແກ່​ຊື່​ຂອງ​ພະອົງ+

ຍ້ອນ​ພວກ​ເຮົາ​ເຮັດ​ສິ່ງ​ທີ່​ບໍ່​ສັດຊື່​ຫຼາຍ​ຢ່າງ+

ແລະ​ພວກ​ເຮົາ​ໄດ້​ເຮັດ​ຜິດ​ຕໍ່​ພະອົງ.

 8 ພະເຈົ້າ​ຜູ້​ເປັນ​ຄວາມ​ຫວັງ​ຂອງ​ອິດສະຣາເອນ ຜູ້​ຊ່ວຍ​ໃຫ້​ລອດ+​ໃນ​ຍາມ​ທີ່​ຍາກ​ລຳບາກ​ເອີ້ຍ

ເປັນ​ຫຍັງ​ພະອົງ​ເປັນ​ຄື​ກັບ​ຄົນ​ແປກ​ໜ້າ​ໃນ​ແຜ່ນດິນ​ນີ້

ເປັນ​ຄື​ກັບ​ນັກ​ເດີນ​ທາງ​ທີ່​ແວ່​ມາ​ພັກ​ຄ້າງ​ຄືນ​ເທົ່າ​ນັ້ນ?

 9 ເປັນ​ຫຍັງ​ພະອົງ​ເປັນ​ຄື​ກັບ​ຄົນ​ທີ່​ຕົກ​ສະເງີ້

ເປັນ​ຄື​ກັບ​ຄົນ​ແຂງແຮງ​ທີ່​ຊ່ວຍ​ຄົນ​ອື່ນ​ບໍ່​ໄດ້?

ພະ​ເຢໂຫວາ​ເອີ້ຍ ພະອົງ​ຢູ່​ກັບ​ພວກ​ເຮົາ+

ແລະ​ພວກ​ເຮົາ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ພະອົງ.+

ຂໍ​ພະອົງ​ຢ່າ​ປະຖິ້ມ​ພວກ​ເຮົາ​ເດີ້.

10 ພະ​ເຢໂຫວາ​ເວົ້າ​ກ່ຽວ​ກັບ​ຄົນ​ເຫຼົ່າ​ນີ້​ວ່າ: “ເຂົາ​ເຈົ້າ​ມັກ​ເລາະ​ໄປ​ເລາະ​ມາ+ ຕີນ​ຂອງ​ເຂົາ​ເຈົ້າ​ຢູ່​ລ້າ​ບໍ່​ເປັນ+ ເຮົາ​ເຢໂຫວາ​ຈຶ່ງ​ບໍ່​ພໍໃຈ​ເຂົາ​ເຈົ້າ.+ ບັດ​ນີ້ ເຮົາ​ຈະ​ຄິດ​ເຖິງ​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ​ແລະ​ເອີ້ນ​ເຂົາ​ເຈົ້າ​ມາ​ຮັບ​ໂທດ.”+

11 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ: “ຢ່າ​ອະທິດຖານ​ຂໍ​ໃຫ້​ມີ​ສິ່ງ​ດີ​ໆ​ເກີດ​ຂຶ້ນ​ກັບ​ຄົນ​ພວກ​ນີ້.+ 12 ເມື່ອ​ເຂົາ​ເຈົ້າ​ອົດ​ອາຫານ ເຮົາ​ຈະ​ບໍ່​ຟັງ​ຄຳ​ອ້ອນວອນ​ຂອງ​ເຂົາ​ເຈົ້າ+ ແລະ​ເມື່ອ​ເຂົາ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ໃຫ້ ເຮົາ​ກໍ​ຈະ​ບໍ່​ພໍ​ໃຈ.+ ເຮົາ​ຈະ​ກຳຈັດ​ເຂົາ​ເຈົ້າ​ດ້ວຍ​ດາບ ດ້ວຍ​ຄວາມ​ອຶດຢາກ ແລະ​ດ້ວຍ​ໂລກ​ລະ​ບາດ.”+

13 ຂ້ອຍ​ຈຶ່ງ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເອີ້ຍ ພວກ​ຜູ້​ພະຍາກອນ​ກຳລັງ​ບອກ​ເຂົາ​ເຈົ້າ​ວ່າ ‘ເຈົ້າ​ຈະ​ບໍ່​ຖືກ​ຂ້າ​ດ້ວຍ​ດາບ​ດອກ​ແລະ​ເຈົ້າ​ຈະ​ບໍ່​ເຈິ​ຄວາມ​ອຶດຢາກ ແຕ່​ພະເຈົ້າ​ຈະ​ໃຫ້​ເຈົ້າ​ມີ​ຄວາມ​ສະຫງົບ​ສຸກ​ແທ້​ໃນ​ບ່ອນ​ນີ້.’”+

14 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “ພວກ​ຜູ້​ພະຍາກອນ​ກຳລັງ​ພະຍາກອນ​ຕົວະ​ໂດຍ​ໃຊ້​ຊື່​ຂອງ​ເຮົາ.+ ເຮົາ​ບໍ່​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ ບໍ່​ໄດ້​ສັ່ງ​ເຂົາ​ເຈົ້າ​ໃຫ້​ເວົ້າ​ແນວ​ນັ້ນ ແລະ​ບໍ່​ໄດ້​ເວົ້າ​ກັບ​ເຂົາ​ເຈົ້າ​ເລີຍ.+ ສິ່ງ​ທີ່​ເຂົາ​ເຈົ້າ​ບອກ​ເຈົ້າ​ເປັນ​ນິມິດ​ຂີ້​ຕົວະ ເປັນ​ຄຳ​ທຳນາຍ​ທີ່​ບໍ່​ມີ​ປະໂຫຍດ ແລະ​ເປັນ​ເລື່ອງ​ຫຼອກ​ລວງ​ທີ່​ເຂົາ​ເຈົ້າ​ຄິດ​ຂຶ້ນ​ມາ​ເອງ.*+ 15 ສຳລັບ​ພວກ​ຜູ້​ພະຍາກອນ​ທີ່​ພະຍາກອນ​ໂດຍ​ອ້າງ​ຊື່​ຂອງ​ເຮົາ​ແລະ​ເວົ້າ​ວ່າ​ຈະ​ບໍ່​ມີ​ໃຜ​ຖືກ​ຂ້າ​ດ້ວຍ​ດາບ​ແລະ​ຈະ​ບໍ່​ມີ​ຄວາມ​ອຶດຢາກ​ໃນ​ແຜ່ນດິນ​ນີ້​ທັງ​ໆ​ທີ່​ເຮົາ​ບໍ່​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ ພະ​ເຢໂຫວາ​ເວົ້າ​ກ່ຽວ​ກັບ​ເຂົາ​ເຈົ້າ​ວ່າ ‘ພວກ​ຜູ້​ພະຍາກອນ​ເຫຼົ່າ​ນີ້​ຈະ​ຕ້ອງ​ຕາຍ​ດ້ວຍ​ດາບ​ແລະ​ຄວາມ​ອຶດຢາກ.+ 16 ຄົນ​ທີ່​ເຂົາ​ເຈົ້າ​ພະຍາກອນ​ໃຫ້​ຟັງ​ກໍ​ຈະ​ຕ້ອງ​ຕາຍ​ດ້ວຍ​ດາບ​ແລະ​ຄວາມ​ອຶດຢາກ​ຄື​ກັນ. ສົບ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ໂຍນ​ຖິ້ມ​ໄປ​ຕາມ​ຫົນ​ທາງ​ຂອງ​ເມືອງ​ເຢຣູຊາເລັມ​ແລະ​ຈະ​ບໍ່​ມີ​ໃຜ​ຝັງ​ເຂົາ​ເຈົ້າ.+ ເມຍ ລູກ​ຊາຍ ແລະ​ລູກ​ສາວ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ບໍ່​ຖືກ​ຝັງ​ຄື​ກັນ ຍ້ອນ​ເຮົາ​ຈະ​ໃຫ້​ເຂົາ​ເຈົ້າ​ເຈິ​ຄວາມ​ຈິບຫາຍ​ທີ່​ເຂົາ​ເຈົ້າ​ສົມຄວນ​ໄດ້​ຮັບ.’+

17 ເຈົ້າ​ຕ້ອງ​ບອກ​ເຂົາ​ເຈົ້າ​ວ່າ

‘ຂ້ອຍ​ຈະ​ຮ້ອງ​ໄຫ້​ໝົດ​ມື້​ໝົດ​ຄືນ

ແລະ​ຈະ​ບໍ່​ເຊົາ​ຮ້ອງ​ໄຫ້+ ຍ້ອນ​ຄົນ​ຊາດ​ດຽວ​ກັນ​ກັບ​ຂ້ອຍ*​ຖືກ​ຕີ​ຢ່າງ​ຮຸນແຮງ+

ຈົນ​ມີ​ບາດ​ແຜ​ທີ່​ສາຫັດ​ຫຼາຍ.

18 ເມື່ອ​ຂ້ອຍ​ອອກ​ໄປ​ທົ່ງ​ຫຍ້າ​ແລະ​ແນມ​ເບິ່ງ

ຂ້ອຍ​ກໍ​ເຫັນ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ+

ແລະ​ເມື່ອ​ຂ້ອຍ​ເຂົ້າ​ໄປ​ໃນ​ເມືອງ

ຂ້ອຍ​ກໍ​ເຫັນ​ຄົນ​ທີ່​ເຈັບ​ປ່ວຍ​ຍ້ອນ​ຄວາມ​ອຶດຢາກ.+

ພວກ​ຜູ້​ພະຍາກອນ​ແລະ​ພວກ​ປະໂລຫິດ​ໄດ້​ເດີນ​ທາງ​ໄປ​ທົ່ວ​ແຜ່ນດິນ​ທີ່​ເຂົາ​ເຈົ້າ​ບໍ່​ຮູ້​ຈັກ.’”+

19 ພະອົງ​ບໍ່​ຍອມ​ຮັບ​ຢູດາ​ແລ້ວ​ບໍ?

ພະອົງ​ຊັງ​ຊີໂອນ​ແລ້ວ​ບໍ?+ ເປັນ​ຫຍັງ​ພະອົງ​ຕີ​ພວກ​ເຮົາ​ຈົນ​ປິ່ນປົວ​ບໍ່​ໄດ້?+

ພວກ​ເຮົາ​ລໍ​ຖ້າ​ຄວາມ​ສະຫງົບ​ສຸກ ແຕ່​ກໍ​ບໍ່​ມີ​ສິ່ງ​ດີ​ໆ​ມາ​ເລີຍ.

ພວກ​ເຮົາ​ລໍ​ຖ້າ​ເວລາ​ທີ່​ຈະ​ຖືກ​ປິ່ນປົວ ແຕ່​ພັດ​ມີ​ແຕ່​ຄວາມ​ຢ້ານ.+

20 ພະ​ເຢໂຫວາ​ເອີ້ຍ ພວກ​ເຮົາ​ຮູ້​ວ່າ​ພວກ​ເຮົາ​ເຮັດ​ຊົ່ວ

ແລະ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຮົາ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ.

ພວກ​ເຮົາ​ໄດ້​ເຮັດ​ຜິດ​ຕໍ່​ພະອົງ.+

21 ເພື່ອ​ເຫັນ​ແກ່​ຊື່​ຂອງ​ພະອົງ ຂໍ​ພະອົງ​ຢ່າ​ຖິ້ມ​ພວກ​ເຮົາ+

ຂໍ​ພະອົງ​ຢ່າ​ດູຖູກ​ບັນລັງ​ທີ່​ມີ​ກຽດ​ຂອງ​ພະອົງ

ຂໍ​ພະອົງ​ຄິດ​ເຖິງ​ສັນຍາ​ທີ່​ເຮັດ​ກັບ​ພວກ​ເຮົາ​ແລະ​ຢ່າ​ຍົກ​ເລີກ​ສັນຍາ​ນັ້ນ​ເລີຍ.+

22 ຮູບ​ບູຊາ​ທີ່​ບໍ່​ມີ​ຄ່າ​ຂອງ​ຊາດ​ຕ່າງ​ໆ​ຈະ​ເຮັດ​ໃຫ້​ຝົນ​ຕົກ​ໄດ້​ບໍ?

ຫຼື​ທ້ອງ​ຟ້າ​ຈະ​ເຮັດ​ໃຫ້​ຝົນ​ຕົກ​ລົງ​ມາ​ເອງ​ໄດ້​ບໍ?

ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ເອີ້ຍ ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ​ບໍ່​ແມ່ນ​ບໍ​ທີ່​ເຮັດ​ໄດ້?+

ພວກ​ເຮົາ​ລໍ​ຖ້າ​ພະອົງ

ຍ້ອນ​ພະອົງ​ຜູ້​ດຽວ​ທີ່​ໄດ້​ເຮັດ​ສິ່ງ​ເຫຼົ່າ​ນີ້​ທັງໝົດ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌