ບົດທີ 07
ພະເຢໂຫວາເປັນພະເຈົ້າແບບໃດ?
ເຈົ້າຄິດວ່າພະເຢໂຫວາເປັນພະເຈົ້າແບບໃດ? ເພິ່ນສູງສົ່ງຈົນເຮົາບໍ່ມີທາງຈະສະໜິດກັບເພິ່ນໄດ້ບໍ? ຫຼືເຈົ້າຄິດວ່າເພິ່ນເປັນພະເຈົ້າທີ່ມີພະລັງແຕ່ບໍ່ມີຄວາມຮູ້ສຶກ? ຄຳພີໄບເບິນບອກໃຫ້ຮູ້ວ່າພະເຢໂຫວາເປັນພະເຈົ້າແບບໃດແທ້ໆແລະມີຄຸນລັກສະນະຫຍັງແດ່ ແລະຍັງບອກໃຫ້ຮູ້ອີກວ່າເພິ່ນເປັນຫ່ວງເຮົາ.
1. ເປັນຫຍັງເຮົາເບິ່ງບໍ່ເຫັນພະເຈົ້າ?
ຄຳພີໄບເບິນບອກວ່າ: “ພະເຈົ້າເປັນຜູ້ທີ່ມະນຸດເບິ່ງບໍ່ເຫັນ.” (ໂຢຮັນ 4:24) ພະເຢໂຫວາບໍ່ໄດ້ມີຮ່າງກາຍແບບດຽວກັບມະນຸດ. ເພິ່ນມີຮ່າງກາຍສຳລັບສະຫວັນ ເຮົາກໍເລີຍເບິ່ງບໍ່ເຫັນເພິ່ນ.
2. ພະເຢໂຫວາມີຄຸນລັກສະນະຫຍັງແດ່?
ເຖິງວ່າເຮົາຈະເບິ່ງບໍ່ເຫັນພະເຢໂຫວາ ແຕ່ຖ້າເຮົາຮູ້ຈັກເພິ່ນເຮົາກໍຈະຮັກເພິ່ນ. ຄຳພີໄບເບິນບອກວ່າ: “ພະເຢໂຫວາຮັກຄວາມຍຸຕິທຳ ແລະເພິ່ນຈະບໍ່ປະຖິ້ມຄົນທີ່ສັດຊື່ຕໍ່ເພິ່ນ.” (ເພງສັນລະເສີນ 37:28) ເພິ່ນຍັງ “ມີຄວາມອີ່ຕົນແລະເຫັນອົກເຫັນໃຈຫຼາຍແທ້ໆ” ໂດຍສະເພາະຕໍ່ຄົນທີ່ເຈິກັບຄວາມທຸກ. (ຢາໂກໂບ 5:11) “ພະເຢໂຫວາຢູ່ໃກ້ຄົນທີ່ຫົວໃຈແຕກສະຫຼາຍ ເພິ່ນຊ່ວຍຄົນທີ່ທໍ້ໃຈແຮງ.” (ເພງສັນລະເສີນ 34:18) ແລະເຈົ້າຮູ້ບໍວ່າສິ່ງທີ່ເຮົາເຮັດສົ່ງຜົນຕໍ່ຄວາມຮູ້ສຶກຂອງພະເຢໂຫວານຳ? ຖ້າເຮົາເຮັດສິ່ງທີ່ບໍ່ດີ ພະເຢໂຫວາກໍຈະຮູ້ສຶກຜິດຫວັງແລະເສຍໃຈ. (ເພງສັນລະເສີນ 78:40, 41) ແຕ່ຖ້າເຮົາເຮັດສິ່ງທີ່ດີ ເພິ່ນກໍຈະດີໃຈ.—ອ່ານສຸພາສິດ 27:11
3. ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າເພິ່ນຮັກເຮົາ?
ຄຸນລັກສະນະເດັ່ນທີ່ສຸດຂອງພະເຢໂຫວາແມ່ນຄວາມຮັກ. ທີ່ຈິງ “ພະເຈົ້າເປັນຄວາມຮັກ.” (1 ໂຢຮັນ 4:8) ເຮົາຮູ້ວ່າພະເຢໂຫວາຮັກເຮົາຍ້ອນເພິ່ນບອກໄວ້ໃນຄຳພີໄບເບິນ ແລະຖ້າເຮົາເບິ່ງສິ່ງຕ່າງໆໃນທຳມະຊາດທີ່ເພິ່ນສ້າງໄວ້ ເຮົາກໍຈະເຫັນວ່າເພິ່ນຮັກເຮົາແທ້ໆ. (ອ່ານກິດຈະການ 14:17) ລອງຄິດເບິ່ງວ່າເຮົາສາມາດເຮັດຫຍັງໄດ້ແດ່. ພະເຢໂຫວາສ້າງເຮົາໃຫ້ແນມເຫັນສີສັນທີ່ສົດໃສ ໄດ້ຍິນສຽງເພງມ່ວນໆແລະໄດ້ຮູ້ລົດຊາດອາຫານທີ່ແຊບໆ. ນີ້ສະແດງວ່າເພິ່ນຢາກໃຫ້ເຮົາມີຊີວິດທີ່ມີຄວາມສຸກ.
ຮຽນຮູ້ຫຼາຍຂຶ້ນ
ພະເຢໂຫວາເຮັດສິ່ງຕ່າງໆທີ່ເປັນຕາງຶດໄດ້ແນວໃດ. ແລ້ວເພິ່ນເຮັດໃຫ້ເຮົາເຫັນຄຸນລັກສະນະທີ່ດີເລີດຂອງເພິ່ນໂດຍວິທີໃດ.
4. ພະລັງບໍລິສຸດແມ່ນພະລັງທີ່ພະເຈົ້າໃຊ້ເຮັດສິ່ງຕ່າງໆ
ປົກກະຕິແລ້ວມະນຸດຈະໃຊ້ມືເຮັດວຽກ ແຕ່ພະເຢໂຫວາໃຊ້ພະລັງບໍລິສຸດ. ບາງຄົນຄິດວ່າ ພະລັງບໍລິສຸດເປັນບຸກຄົນ ແຕ່ຄຳພີໄບເບິນບອກວ່າພະລັງບໍລິສຸດແມ່ນພະລັງທີ່ພະເຢໂຫວາໃຊ້ເຮັດສິ່ງຕ່າງໆ. ອ່ານລູກາ 11:13 ແລະກິດຈະການ 2:17 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຈົ້າຈະ “ໃຫ້” ພະລັງບໍລິສຸດຂອງເພິ່ນກັບຄົນທີ່ຂໍ.ຄັນຊັ້ນເຈົ້າຄິດວ່າພະລັງບໍລິສຸດເປັນບຸກຄົນ ຫຼືເປັນພະລັງຂອງພະເຈົ້າ? ເປັນຫຍັງເຈົ້າຈຶ່ງຄິດແນວນັ້ນ?
ພະເຢໂຫວາໃຊ້ພະລັງບໍລິສຸດເຮັດຫຼາຍສິ່ງທີ່ເປັນຕາງຶດ.ອ່ານເພງສັນລະເສີນ 33:6 ແລະ 2 ເປໂຕ 1:20, 21 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢໂຫວາໃຊ້ພະລັງບໍລິສຸດຂອງເພິ່ນເຮັດຫຍັງແດ່?
5. ພະເຢໂຫວາມີຄຸນລັກສະນະທີ່ໜ້າປະທັບໃຈ
ເຖິງວ່າໂມເຊຈະນັບຖືພະເຈົ້າມາດົນຫຼາຍປີແລ້ວ ແຕ່ລາວກໍຍັງຢາກຮູ້ຈັກເພິ່ນຫຼາຍຂຶ້ນ. ລາວຈຶ່ງເວົ້າກັບເພິ່ນວ່າ “ຂໍພະອົງຊ່ວຍໃຫ້ລູກຮູ້ວ່າພະອົງໄດ້ເຮັດຫຍັງ ແລະພະອົງຊິເຮັດຫຍັງ ຍ້ອນລູກຢາກຮູ້ຈັກພະອົງຫຼາຍຂຶ້ນ.” (ອົບພະຍົບ 33:13) ພະເຢໂຫວາຈຶ່ງບອກໂມເຊໃຫ້ຮູ້ວ່າເພິ່ນມີຄຸນລັກສະນະຫຍັງແດ່. ອ່ານອົບພະຍົບ 34:4-6 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢໂຫວາບອກໂມເຊວ່າເພິ່ນມີຄຸນລັກສະນະຫຍັງແດ່?
ຄຸນລັກສະນະໃດຂອງພະເຢໂຫວາທີ່ເຈົ້າມັກຫຼາຍທີ່ສຸດ?
6. ພະເຢໂຫວາເປັນຫ່ວງເຮົາ
ຄົນເຮັບເຣີເຊິ່ງເປັນປະຊາຊົນຂອງພະເຈົ້າເຄີຍເປັນທາດໃນເອຢິບ.ພະເຢໂຫວາຮູ້ສຶກແນວໃດເມື່ອເຫັນເຂົາເຈົ້າເຈິກັບຄວາມທຸກ? ເປີດຟາຍສຽງແລະເບິ່ງຄຳພີໄບເບິນໄປນຳ ຫຼືອ່ານອົບພະຍົບ 3:1-10. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢໂຫວາຮູ້ສຶກແນວໃດຕອນທີ່ເຫັນມະນຸດເຈິກັບຄວາມທຸກ?—ເບິ່ງຂໍ້ 7 ແລະ 8
ເຈົ້າຄິດວ່າພະເຢໂຫວາຢາກຊ່ວຍມະນຸດແທ້ໆບໍແລະເພິ່ນຈະຊ່ວຍເຮົາໄດ້ບໍ? ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
7. ເຮົາເຫັນຄຸນລັກສະນະຂອງພະເຢໂຫວາຈາກສິ່ງຕ່າງໆໃນທຳມະຊາດ
ພະເຢໂຫວາເຮັດໃຫ້ເຮົາເຫັນຄຸນລັກສະນະຕ່າງໆຂອງເພິ່ນຈາກສິ່ງທີ່ເພິ່ນສ້າງ. ເປີດວິດີໂອ. ແລ້ວອ່ານໂຣມ 1:20 ແລະລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າເຫັນຄຸນລັກສະນະຫຍັງແດ່ຂອງພະເຢໂຫວາຈາກສິ່ງຕ່າງໆທີ່ເພິ່ນສ້າງ?
ບາງຄົນເວົ້າວ່າ: “ພະເຈົ້າບໍ່ມີແທ້ດອກ.”
ເຈົ້າຄິດແນວໃດ?
ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ສະຫຼຸບ
ເຖິງວ່າເຮົາຈະເບິ່ງບໍ່ເຫັນພະເຢໂຫວາ ແຕ່ເຮົາຮູ້ວ່າເພິ່ນມີຄຸນລັກສະນະທີ່ໜ້າປະທັບໃຈຫຼາຍຢ່າງໂດຍສະເພາະຄວາມຮັກ.
ຄຳຖາມທົບທວນ
ເປັນຫຍັງເຮົາເບິ່ງພະເຢໂຫວາບໍ່ເຫັນ?
ພະລັງບໍລິສຸດແມ່ນຫຍັງ?
ພະເຢໂຫວາມີຄຸນລັກສະນະຫຍັງແດ່?
ເບິ່ງເພີ່ມເຕີມ
ມາຮູ້ຈັກພະເຢໂຫວາຫຼາຍຂຶ້ນໂດຍການຮຽນຮູ້ກ່ຽວກັບຄຸນລັກສະນະເດັ່ນ 4 ຢ່າງຂອງເພິ່ນ.
“ພະເຈົ້າເປັນພະເຈົ້າແບບໃດ?” (ຫໍສັງເກດການ ສະບັບທີ 1 ປີ 2019)
ມາເບິ່ງຫຼັກຖານວ່າພະເຢໂຫວາບໍ່ໄດ້ຢູ່ທົ່ວທຸກບ່ອນ.
ເປັນຫຍັງຄຳພີໄບເບິນເວົ້າເຖິງພະລັງບໍລິສຸດວ່າເປັນຄືກັບມືຂອງພະເຈົ້າ.
ຄົນຕາບອດຄົນໜຶ່ງເຄີຍເຊື່ອວ່າພະເຈົ້າບໍ່ສົນໃຈລາວ. ແຕ່ອັນໃດເຮັດໃຫ້ລາວປ່ຽນຄວາມຄິດ.
“ຕອນນີ້ຂ້ອຍຮູ້ສຶກວ່າຂ້ອຍກໍຊ່ວຍຄົນອື່ນໄດ້” (ຫໍສັງເກດການ 1 ຕຸລາ 2015)