ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນມ ບົດທີ 2 ໜ້າ 14-22
  • ຈົ່ງສັນລະເສີນພະເຢໂຫວາຖານະພະເຈົ້າທ່ຽງແທ້ແຕ່ອົງດຽວ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈົ່ງສັນລະເສີນພະເຢໂຫວາຖານະພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • “ພະເຈົ້າ​ເປັນ​ຄວາມ​ຮັກ”
  • ການ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ
  • “ທຽວ​ໄປ​ໃນ​ນາມ​ຊື່​ແຫ່ງ​ພະ​ເຢໂຫວາ”
  • ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ຄວາມຮັກ—ຄຸນລັກສະນະທີ່ມີຄ່າຫຼາຍ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • “ໃຊ້​ຊີວິດ​ດ້ວຍ​ຄວາມ​ຮັກ​ຕໍ່​ໄປ”
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
  • “ພະເຈົ້າ​ໄດ້​ຮັກ​ພວກ​ເຮົາ​ກ່ອນ”
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
ເບິ່ງຕື່ມ
ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນມ ບົດທີ 2 ໜ້າ 14-22

ບົດ​ສອງ

ຈົ່ງ​ສັນລະເສີນ​ພະ​ເຢໂຫວາ​ຖານະ​ພະເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ

1. ໃຜ​ແມ່ນ​ພະເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ?

ຄຳພີ​ໄບເບິນ​ບອກ​ວ່າ ແມ່ນ​ວ່າ​ສິ່ງ​ທີ່​ເຂົາ​ເຈົ້າ​ເອີ້ນ​ກັນ​ວ່າ​ພະເຈົ້າ​ນັ້ນ​ມີ​ຫຼາຍ ແຕ່ “ສຳລັບ​ເຮົາ​ທັງ​ຫຼາຍ​ມີ​ພະເຈົ້າ​ອົງ​ດຽວ ພະ​ບິດາ.” (1 ໂກລິນໂທ 8:5, 6) “ພະເຈົ້າ​ອົງ​ດຽວ” ນັ້ນ​ແມ່ນ​ພະ​ເຢໂຫວາ ຜູ້​ສ້າງ​ສິ່ງ​ທັງ​ປວງ. (ພະບັນຍັດ 6:4; ຄຳປາກົດ 4:11) ພະ​ເຍຊູ​ອ້າງ​ເຖິງ​ພະ​ເຢໂຫວາ​ວ່າ​ເປັນ “ພະເຈົ້າ​ຂອງ​ເຮົາ​ແລະ​ພະເຈົ້າ​ຂອງ​ພວກ​ທ່ານ.” (ໂຢຮັນ 20:17) ພະອົງ​ເຫັນ​ພ້ອມ​ກັບ​ສິ່ງ​ທີ່​ໂມເຊ​ບອກ​ໄວ້​ກ່ອນ​ໜ້າ​ນີ້​ວ່າ “ພະ​ເຢໂຫວາ​ເປັນ​ພະເຈົ້າ ແລະ​ບໍ່​ມີ​ພະເຈົ້າ​ອື່ນ.” (ພະບັນຍັດ 4:35) ພະ​ເຢໂຫວາ​ເໜືອ​ກວ່າ​ທຸກ​ສິ່ງ​ທີ່​ຜູ້​ຄົນ​ນະມັດສະການ​ເຊັ່ນ ຮູບ​ບູຊາ, ມະນຸດ​ທີ່​ໄດ້​ຮັບ​ການ​ເຊີດຊູ​ໃຫ້​ເປັນ​ພະເຈົ້າ, ຫຼື​ສັດຕູ​ຂອງ​ພະອົງ​ແມ່ນ​ຊາຕານ​ພະຍາມານ​ເຊິ່ງ​ເປັນ “ພະ​ຂອງ​ໂລກ​ນີ້.” (2 ໂກລິນໂທ 4:3, 4) ເມື່ອ​ທຽບ​ກັບ​ສິ່ງ​ເຫຼົ່າ​ນັ້ນ​ທັງ​ໝົດ ພະ​ເຢໂຫວາ​ເປັນ​ດັ່ງ​ທີ່​ພະ​ເຍຊູ​ໄດ້​ເອີ້ນ​ວ່າ “ພະເຈົ້າ​ອົງ​ດຽວ ທ່ຽງ​ແທ້.”—ໂຢຮັນ 17:3.

2. ເມື່ອ​ເຮົາ​ຮຽນ​ຮູ້​ເລື່ອງ​ພະເຈົ້າ ໜ້າ​ຈະ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ​ຢ່າງ​ໃດ?

2 ບຸກຄົນ​ທີ່​ມີ​ຫົວໃຈ​ຮູ້​ຄຸນຄ່າ ແລະ​ຮຽນ​ຮູ້​ກ່ຽວ​ກັບ​ຄຸນ​ລັກສະນະ​ອັນ​ເຮັດ​ໃຫ້​ອົບອຸ່ນ​ໃຈ​ຂອງ​ພະເຈົ້າ​ລວມ​ທັງ​ສິ່ງ​ທີ່​ພະອົງ​ໄດ້​ກະທຳ​ແລະ​ຍັງ​ຈະ​ກະທຳ​ເພື່ອ​ເຮົາ ຈຶ່ງ​ຖືກ​ດຶງ​ດູດ​ໃຫ້​ເຂົ້າ​ຫາ​ພະອົງ. ເມື່ອ​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ມີ​ຕໍ່​ພະ​ເຢໂຫວາ​ງອກ​ງາມ​ຂຶ້ນ ສິ່ງ​ນີ້​ໄດ້​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ສັນລະເສີນ​ພະອົງ. ໂດຍ​ວິທີ​ໃດ? ວິທີ​ໜຶ່ງ​ແມ່ນ ໂດຍ​ການ​ບອກ​ເລື່ອງ​ຂອງ​ພະອົງ​ແກ່​ຄົນ​ອື່ນໆ. ພະທຳ​ໂລມ 10:10 ບອກ​ວ່າ “ຍອມ​ດ້ວຍ​ປາກ ກໍ​ເຖິງ​ຄວາມ​ພົ້ນ.” ອີກ​ວິທີ​ໜຶ່ງ​ແມ່ນ ໂດຍ​ການ​ຮຽນ​ແບບ​ຄຳ​ເວົ້າ​ແລະ​ການ​ກະທຳ​ຂອງ​ພະອົງ. ເອເຟດ 5:1 ບອກ​ວ່າ “ຈົ່ງ​ເປັນ​ຜູ້​ກະທຳ​ຕາມ​ແບບ​ຢ່າງ​ພະເຈົ້າ ເໝືອນ​ເປັນ​ລູກ​ທີ່​ຮັກ.” ເພື່ອ​ຈະ​ເຮັດ​ເຊັ່ນ​ນັ້ນ​ໃຫ້​ຄົບ​ຖ້ວນ​ຂຶ້ນ ເຮົາ​ຕ້ອງ​ຮູ້​ຈັກ​ພະ​ເຢໂຫວາ​ຕາມ​ທີ່​ພະອົງ​ເປັນ​ແທ້ໆ.

3. ຄຸນ​ລັກສະນະ​ສຳຄັນ​ຂອງ​ພະເຈົ້າ​ມີ​ຫຍັງ​ແດ່?

3 ຄຳພີ​ໄບເບິນ​ໝົດ​ເຫຼັ້ມ​ມີ​ຂໍ້​ຄວາມ​ຫຼາຍ​ຕອນ​ທີ່​ກ່າວ​ເຖິງ​ຄຸນ​ລັກສະນະ​ເດັ່ນ​ຂອງ​ພະເຈົ້າ. ຄຸນ​ລັກສະນະ​ສຳຄັນ​ສີ່​ປະການ​ແມ່ນ ສະຕິ​ປັນຍາ, ຄວາມ​ຍຸຕິທຳ, ອຳນາດ ແລະ​ຄວາມ​ຮັກ. “ຄວາມ​ປັນຍາ . . . ຢູ່​ນຳ​ພະອົງ.” (ໂຢບ 12:13) “ທາງ​ທັງ​ປວງ​ຂອງ​ພະອົງ . . . ຊອບທຳ.” (ພະບັນຍັດ 32:4) ພະອົງ​ມີ “ລິດເດດ ອັນ​ໃຫຍ່.” (ເອຊາອີ 40:26) “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຢຮັນ 4:8) ໃນ​ສີ່​ຄຸນ​ລັກສະນະ​ທີ່​ສຳຄັນ​ຂອງ​ພະເຈົ້າ ອັນ​ໃດ​ເດັ່ນ​ທີ່​ສຸດ​ເຊິ່ງ​ບົ່ງ​ບອກ​ຊັດເຈນ​ກວ່າ​ຫມູ່​ເຖິງ​ແກ່ນ​ແທ້​ຂອງ​ພະອົງ?

“ພະເຈົ້າ​ເປັນ​ຄວາມ​ຮັກ”

4. ຄຸນ​ລັກສະນະ​ໃດ​ຂອງ​ພະເຈົ້າ​ເປັນ​ເຫດ​ໃຫ້​ພະອົງ​ສ້າງ​ເອກະພົບ​ແລະ​ສິ່ງ​ທີ່​ມີ​ຊີວິດ​ທັງ​ສິ້ນ?

4 ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ທີ່​ໄດ້​ກະຕຸ້ນ​ພະ​ເຢໂຫວາ​ໃຫ້​ສ້າງ​ເອກະພົບ, ພວກ​ກາຍ​ວິນຍານ ແລະ​ມະນຸດ​ທີ່​ມີ​ສະຕິ​ປັນຍາ. ແມ່ນ​ສະຕິ​ປັນຍາ​ຫຼື​ລິດ​ອຳນາດ​ຂອງ​ພະອົງ​ບໍ? ບໍ່​ແມ່ນ ເຖິງ​ວ່າ​ພະເຈົ້າ​ໄດ້​ໃຊ້​ຄຸນ​ລັກສະນະ​ເຫຼົ່າ​ນີ້​ກໍ​ຕາມ ແຕ່​ທັງ​ສອງ​ຢ່າງ​ນີ້​ບໍ່​ແມ່ນ​ພະລັງ​ກະຕຸ້ນ. ທັງ​ຄວາມ​ຍຸຕິທຳ​ຂອງ​ພະອົງ​ກໍ​ບໍ່​ໄດ້​ຮຽກ​ຮ້ອງ​ໃຫ້​ພະອົງ​ປະທານ​ຊີວິດ​ເປັນ​ຂອງ​ຂວັນ. ຄວາມ​ຈິງ​ແລ້ວ ແມ່ນ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ຂອງ​ພະເຈົ້າ​ຕ່າງ​ຫາກ​ທີ່​ກະຕຸ້ນ​ພະອົງ​ໃຫ້​ແບ່ງ​ປັນ​ຄວາມ​ຍິນດີ​ໂດຍ​ສ້າງ​ຄົນ​ອື່ນໆ. ຄວາມ​ຮັກ​ຍັງ​ກະຕຸ້ນ​ພະອົງ​ໃຫ້​ຕັ້ງ​ຈຸດ​ປະສົງ​ເພື່ອ​ມະນຸດ​ຊາດ​ທີ່​ເຊື່ອ​ຟັງ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ອຸທິຍານ. (ຕົ້ນເດີມ 1:28; 2:15) ຄວາມ​ຮັກ​ເຮັດ​ໃຫ້​ພະອົງ​ຈັດ​ຕຽມ​ການ​ປົດ​ປ່ອຍ​ມະນຸດ​ຊາດ​ໃຫ້​ພົ້ນ​ໂທດ​ທີ່​ເກີດ​ຈາກ​ການ​ກະທຳ​ຜິດ​ຂອງ​ອາດາມ.

5. ຕາມ​ຄຳພີ​ໄບເບິນ ພະ​ເຢໂຫວາ​ເປັນ​ແມ່​ແບບ​ຂອງ​ຄຸນ​ລັກສະນະ​ຫຍັງ ແລະ​ເພາະ​ເຫດ​ໃດ?

5 ສະນັ້ນ ໃນ​ຄຸນ​ລັກສະນະ​ຕ່າງໆຂອງ​ພະເຈົ້າ ຄຸນ​ລັກສະນະ​ທີ່​ເດັ່ນ​ທີ່​ສຸດ​ແມ່ນ​ຄວາມ​ຮັກ. ຄວາມ​ຮັກ​ຈຶ່ງ​ເປັນ​ແກ່ນ​ແທ້​ຂອງ​ພະອົງ. ເຖິງ​ວ່າ​ສະຕິ​ປັນຍາ, ຄວາມ​ຍຸຕິທຳ ແລະ​ອຳນາດ​ສຳຄັນ​ກໍ​ຕາມ ຄຳພີ​ໄບເບິນ​ບໍ່​ເຄີຍ​ບອກ​ວ່າ​ພະ​ເຢໂຫວາ​ເປັນ ສິ່ງ​ເຫຼົ່າ​ນີ້​ເລີຍ ແຕ່​ຄຳພີ​ໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ພະອົງ​ເປັນ ຄວາມ​ຮັກ. ຖືກ​ແລ້ວ ພະ​ເຢໂຫວາ​ເປັນ​ແມ່​ແບບ​ຂອງ​ຄວາມ​ຮັກ. ຄວາມ​ຮັກ​ທີ່​ອາໄສ​ຫຼັກ​ການ ບໍ່​ແມ່ນ​ອາລົມ​ຄວາມ​ຮູ້ສຶກ. ຄວາມ​ຮັກ​ຂອງ​ພະເຈົ້າ​ອາໄສ​ຫຼັກ​ການ​ແຫ່ງ​ຄວາມ​ຈິງ​ແລະ​ຄວາມ​ຊອບທຳ. ສະນັ້ນ ຈຶ່ງ​ເປັນ​ຄວາມ​ຮັກ​ໃນ​ຮູບ​ແບບ​ສູງ​ສຸດ ດັ່ງ​ທີ່​ສະແດງ​ອອກ​ໂດຍ​ທາງ​ພະ​ເຢໂຫວາ​ພະເຈົ້າ. ຄວາມ​ຮັກ​ແບບ​ນີ້​ເປັນ​ການ​ບົ່ງ​ບອກ​ເຖິງ​ຄວາມ​ບໍ່​ເຫັນ​ແກ່​ຕົວຢ່າງ​ແທ້​ຈິງ​ແລະ​ມັກ​ຈະ​ຄວບ​ຄູ່​ກັບ​ການ​ກະທຳ​ສະເໝີ.

6. ແມ່ນ​ຫຍັງ​ເຮັດ​ໃຫ້​ເຮົາ​ສາມາດ​ຮຽນ​ແບບ​ພະເຈົ້າ​ໄດ້​ເຖິງ​ແມ່ນ​ວ່າ​ພະອົງ​ສູງ​ສົ່ງ​ກວ່າ​ພວກ​ເຮົາ?

6 ຄຸນ​ລັກສະນະ​ອັນ​ດີ​ເລີດ​ແຫ່ງ​ຄວາມ​ຮັກ​ນີ້​ແຫຼະ​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ຮຽນ​ແບບ​ພະເຈົ້າ​ຜູ້​ມີ​ຄຸນ​ລັກສະນະ​ເຊັ່ນ​ນີ້. ໃນ​ຖານະ​ມະນຸດ​ທີ່​ຕ່ຳ​ຕ້ອຍ ບໍ່​ສົມບູນ​ແລະ​ມັກ​ຈະ​ຜິດ​ພາດ ເຮົາ​ອາດ​ຄິດ​ວ່າ ຄົງ​ບໍ່​ມີ​ທາງ​ຈະ​ຮຽນ​ແບບ​ພະເຈົ້າ​ໄດ້​ສຳເລັດ. ຢ່າງ​ໃດ​ກໍ​ຕາມ ອັນ​ນີ້​ເປັນ​ອີກ​ຕົວຢ່າງ​ໜຶ່ງ​ຂອງ​ຄວາມ​ຮັກ​ທີ່​ຍິ່ງ​ໃຫຍ່​ຂອງ​ພະ​ເຢໂຫວາ​ຄື​ວ່າ ພະອົງ​ຄຳນຶງ​ເຖິງ​ຂີດ​ຈຳກັດ​ຂອງ​ເຮົາ ແລະ​ບໍ່​ຮຽກ​ຮ້ອງ​ຄວາມ​ສົມບູນ​ຈາກ​ເຮົາ. ພະອົງ​ຮູ້​ວ່າ​ເວລາ​ນີ້​ເຮົາ​ຢູ່​ໄກ​ຈາກ​ຄວາມ​ສົມບູນ​ຫຼາຍ. (ຄຳເພງ 51:5) ນັ້ນ​ເປັນ​ເຫດ​ທີ່​ຄຳເພງ 130:3, 4 ກ່າວ​ວ່າ “ໂອ້​ພະ​ເຢໂຫວາ ຖ້າ​ພະອົງ​ຈະ​ກວດ​ເບິ່ງ​ການ​ອະທຳ​ທັງ​ຫຼາຍ ໂອ້​ພະອົງ​ເຈົ້າ​ໃຜ​ຈະ​ຢັ້ງຢືນ​ໄດ້? ແຕ່​ວ່າ​ພະອົງ​ໂຜດ​ຍົກ​ໂທດ.” ຖືກ​ແລ້ວ ພະ​ເຢໂຫວາ​ເປັນ “ພະເຈົ້າ​ຜູ້​ໂຜດ​ອີ່ດູ​ໂຜດ​ພະ​ຄຸນ ຜູ້​ຊ້າ​ນານ​ຈະ​ຄຽດ​ແລະ​ປະກອບ​ດ້ວຍ​ຄວາມ​ດີ​ແລະ​ຄວາມ​ຈິງ.” (ອົບພະຍົບ 34:6) ພະ​ເຢໂຫວາ “ພະອົງ​ດີ​ພະອົງ​ມີ​ໃຈ​ພ້ອມ​ຈະ​ຍົກ​ຜິດ.” (ຄຳເພງ 86:5) ຖື​ເປັນ​ການ​ປອບ​ໂຍນ​ໃຈ​ຫຼາຍ​ແທ້ໆ! ເຮົາ​ຊື່ນ​ໃຈ​ຂະໜາດ​ໃດ​ທີ່​ໄດ້​ຮັບໃຊ້​ພະເຈົ້າ​ອົງ​ດີ​ເລີດ​ອົງ​ນີ້​ແລະ​ຮັບ​ການ​ເບິ່ງ​ແຍງ​ດ້ວຍ​ຄວາມ​ເມດຕາ​ແລະ​ຄວາມ​ຮັກ!

7. ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເຫັນ​ໄດ້​ຈາກ​ຜົນ​ງານ​ການ​ສ້າງ​ຂອງ​ພະອົງ​ຢ່າງ​ໃດ?

7 ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ຍັງ​ເຫັນ​ໄດ້​ຈາກ​ຜົນ​ງານ​ທີ່​ພະອົງ​ສ້າງ​ຂຶ້ນ. ລອງ​ຄິດ​ເຖິງ​ສິ່ງ​ດີໆຫຼາຍ​ຢ່າງ​ເຊິ່ງ​ພະ​ເຢໂຫວາ​ໄດ້​ຈັດ​ຕຽມ​ໄວ້​ເພື່ອ​ຄວາມ​ເພີດເພີນ​ຂອງ​ເຮົາ​ເຊັ່ນ ພູ​ຜາ​ປ່າ​ໄມ້, ແມ່ນ້ຳ​ລຳ​ເຊ, ແລະ​ມະຫາ​ສະ​ມຸດ​ທີ່​ສວຍ​ສົດ​ງົດງາມ. ພະອົງ​ໃຫ້​ມີ​ອາຫານ​ຊະນິດ​ຕ່າງໆທີ່​ຖືກ​ອົກ​ຖືກ​ໃຈ​ເຊິ່ງ​ມີ​ຫຼາຍ​ລົດ​ຊາດ​ແຕກຕ່າງ​ກັນ​ເພື່ອ​ຄ້ຳ​ຊູ​ເຮົາ​ໃຫ້​ຢູ່​ຕໍ່​ໄປ​ໄດ້. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ໄດ້​ຈັດ​ໃຫ້​ມີ​ດອກ​ໄມ້​ນານາ​ຊະນິດ​ເຊິ່ງ​ທັງ​ງາມ​ຕາ ແລະ​ຫອມ​ຫວນ ພ້ອມ​ດ້ວຍ​ສັດ​ທີ່​ເປັນ​ຕາ​ໜ້າ​ຮັກ​ໜ້າ​ແພງ​ນຳ​ອີກ. ພະອົງ​ສ້າງ​ສິ່ງ​ຕ່າງໆທີ່​ໃຫ້​ຄວາມ​ເພີດເພີນ​ແກ່​ມະນຸດ ເຖິງ​ແມ່ນ​ວ່າ​ພະອົງ​ບໍ່​ຈຳເປັນ​ຕ້ອງ​ກະທຳ​ເຊັ່ນ​ນັ້ນ. ເວລາ​ນີ້​ເຮົາ​ດຳເນີນ​ຊີວິດ​ໃນ​ໂລກ​ຊົ່ວ​ທີ່​ຍັງ​ຢູ່​ໃນ​ສະພາບ​ບໍ່​ສົມບູນ ຈຶ່ງ​ບໍ່​ສາມາດ​ເພີດເພີນ​ກັບ​ສິ່ງ​ທີ່​ພະອົງ​ສ້າງ​ໄວ້​ຢ່າງ​ຄົບ​ຖ້ວນ. (ໂລມ 8:22) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ລອງ​ນຶກ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ກະທຳ​ເພື່ອ​ເຮົາ​ໃນ​ອຸທິຍານ​ເບິ່ງ​ດູ! ຜູ້​ປະພັນ​ຄຳເພງ​ຮັບ​ຮອງ​ກັບ​ເຮົາ​ວ່າ “ພະອົງ​ແບ​ມື​ອອກ​ແລະ​ໃຫ້​ສິ່ງ​ທັງ​ປວງ​ທີ່​ມີ​ຊີວິດ​ຢູ່​ກິນ​ອີ່ມ​ບໍລິບູນ.”—ຄຳເພງ 145:16.

8. ຕົວຢ່າງ​ເດັ່ນ​ທີ່​ສຸດ​ຂອງ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ພວກ​ເຮົາ​ແມ່ນ​ຫຍັງ?

8 ຕົວຢ່າງ​ເດັ່ນ​ທີ່​ສຸດ​ຂອງ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ມະນຸດ​ແມ່ນ​ຫຍັງ? ຄຳພີ​ໄບເບິນ​ຊີ້​ແຈງ​ວ່າ “ພະເຈົ້າ​ໄດ້​ຮັກ​ມະນຸດສະໂລກ​ຫຼາຍ​ປານ​ນັ້ນ ຈົນ​ໄດ້​ປະທານ​ໃຫ້​ພະ​ບຸດ​ອົງ​ດຽວ​ຂອງ​ພະອົງ ເພື່ອ​ຄົນ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ພະ​ບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ວ່າ​ຈະ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.” (ໂຢຮັນ 3:16) ພະອົງ​ກະທຳ​ເຊັ່ນ​ນີ້​ຍ້ອນ​ຄຸນ​ງາມ​ຄວາມ​ດີ​ຂອງ​ມະນຸດ​ບໍ? ໂລມ 5:8 ຕອບ​ວ່າ “ພະເຈົ້າ​ສຳແດງ​ຄວາມ​ຮັກ​ຂອງ​ພະອົງ​ແກ່​ເຮົາ​ທັງ​ຫຼາຍ​ໃນ​ສິ່ງ​ນີ້ ເມື່ອ​ເຮົາ​ທັງ​ຫຼາຍ​ຍັງ​ເປັນ​ຄົນ​ບາບ ພະ​ຄລິດ​ໄດ້​ຕາຍ​ແທນ​ພວກ​ເຮົາ.” ທີ່​ຈິງ ພະເຈົ້າ​ໄດ້​ສົ່ງ​ພະ​ບຸດ​ທີ່​ສົມບູນ​ເຂົ້າ​ມາ​ໃນ​ໂລກ​ໃຫ້​ສະລະ​ຊີວິດ​ເພື່ອ​ໄຖ່​ຖອນ​ພວກ​ເຮົາ​ຈາກ​ໂທດ​ທີ່​ມາ​ຈາກ​ບາບ​ແລະ​ຄວາມ​ຕາຍ. (ມັດທາຍ 20:28) ສິ່ງ​ນີ້​ເປີດ​ທາງ​ໃຫ້​ຄົນ​ທີ່​ຮັກ​ພະເຈົ້າ​ສາມາດ​ໄດ້​ຊີວິດ​ຕະຫຼອດ​ໄປ. ເປັນ​ເລື່ອງ​ຍິນດີ​ຫຼາຍ​ທີ່​ຄວາມ​ຮັກ​ຂອງ​ພະເຈົ້າ​ແພ່​ໄປ​ເຖິງ​ຄົນ​ທັງ​ປວງ​ເຊິ່ງ​ຕ້ອງການ​ທຳ​ຕາມ​ພະ​ປະສົງ​ຂອງ​ພະອົງ ເພາະ​ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ “ພະເຈົ້າ​ບໍ່​ເລືອກ​ໜ້າ​ຄົນ. ແຕ່​ວ່າ ໃນ​ທຸກ​ປະເທດ ຜູ້​ໜຶ່ງ​ຜູ້​ໃດ​ທີ່​ຢ້ານຢຳ​ພະເຈົ້າ​ແລະ​ກະທຳ​ການ​ຊອບທຳ ກໍ​ເປັນ​ທີ່​ຊອບ​ໃຈ​ແກ່​ພະອົງ.”— ກິດຈະການ 10:34, 35.

9. ຄວາມ​ຈິງ​ທີ່​ວ່າ​ພະ​ເຢໂຫວາ​ໄດ້​ປະທານ​ພະ​ບຸດ​ຂອງ​ພະອົງ​ໃຫ້​ເປັນ​ຄ່າໄຖ່​ສຳລັບ​ພວກ​ເຮົາ​ນັ້ນ​ຄວນ​ຈະ​ມີ​ຜົນ​ຕໍ່​ພວກ​ເຮົາ​ຢ່າງ​ໃດ?

9 ຄວາມ​ຈິງ​ທີ່​ວ່າ​ພະ​ເຢໂຫວາ​ໄດ້​ສະລະ​ພະ​ບຸດ​ໃຫ້​ເປັນ​ຄ່າໄຖ່​ເພື່ອ​ພວກ​ເຮົາ​ຈະ​ມີ​ໂອກາດ​ໄດ້​ຊີວິດ​ນິລັນດອນ​ນັ້ນ​ຄວນ​ສົ່ງ​ຜົນ​ຕໍ່​ວິຖີ​ຊີວິດ​ຂອງ​ເຮົາ​ໃນ​ຕອນ​ນີ້​ຢ່າງ​ໃດ? ນັ້ນ​ຄວນ​ຈະ​ເຮັດ​ໃຫ້​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ອົງ​ທ່ຽງ​ແທ້​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ. ໃນ​ເວລາ​ດຽວ​ກັນ ຄວນ​ຈະ​ເຮັດ​ໃຫ້​ເຮົາ​ຢາກ​ຟັງ​ພະ​ເຍຊູ​ຜູ້​ເຊິ່ງ​ເປັນ​ຕົວ​ແທນ​ຂອງ​ພະເຈົ້າ. “ພະອົງ [ພະ​ເຍຊູ] ໄດ້​ຕາຍ​ແທນ​ຄົນ​ທັງ​ປວງ ເພື່ອ​ຄົນ​ທັງ​ຫຼາຍ​ທີ່​ມີ​ຊີວິດ​ຢູ່ ຈະ​ມີ​ຊີວິດ​ຕໍ່​ໄປ​ບໍ່​ໃຊ່​ສຳລັບ​ຕົວ​ເອງ ແຕ່​ວ່າ​ສຳລັບ​ພະອົງ​ຜູ້​ໄດ້​ຕາຍ ແລະ​ໄດ້​ເປັນ​ຄືນ​ມາ​ຕາງ​ເຂົາ.” (2 ໂກລິນໂທ 5:15) ໜ້າ​ຍິນດີ​ສ່ຳ​ໃດ​ທີ່​ຈະ​ດຳເນີນ​ຕາມ​ບາດ​ກ້າວ​ຂອງ​ພະ​ເຍຊູ ເພາະ​ພະອົງ​ເປັນ​ຕົວຢ່າງ​ໃນ​ການ​ຮຽນ​ແບບ​ຄວາມ​ຮັກ​ແລະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພະ​ເຢໂຫວາ! ເລື່ອງ​ນີ້​ຈະ​ເຫັນ​ຈາກ​ສິ່ງ​ທີ່​ພະ​ເຍຊູ​ກ່າວ​ນຳ​ຜູ້​ມີ​ໃຈ​ຖ່ອມ​ດັ່ງ​ນີ້: “ທ່ານ​ທັງ​ຫຼາຍ​ທີ່​ເມື່ອຍ​ດ້ວຍ​ການ​ຍາກ​ແລະ​ຖື​ຂອງ​ໜັກ ຈົ່ງ​ມາ​ຫາ​ເຮົາ​ເທີ້ນ ແລະ​ເຮົາ​ຈະ​ປະທານ​ຄວາມ​ເຊົາ​ເມື່ອຍ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ. ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄປ ແລະ​ຮຽນ​ຮູ້​ດ້ວຍ​ເຮົາ ເພາະ​ວ່າ​ເຮົາ​ມີ​ໃຈ​ອ່ອນ​ຫວານ​ແລະ​ຖ່ອມ​ໃຈ​ລົງ ແລະ​ທ່ານ​ທັງ​ຫຼາຍ​ຈະ​ພົບ​ຄວາມ​ເຊົາ​ເມື່ອຍ​ໃນ​ຈິດໃຈ​ຂອງ​ທ່ານ. ເຫດ​ວ່າ​ແອກ​ຂອງ​ເຮົາ​ກໍ​ງ່າຍ​ແລະ​ເຄື່ອງ​ແບກ​ຂອງ​ເຮົາ​ກໍ​ເບົາ.”—ມັດທາຍ 11:28-30.

ການ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ

10. ເຮົາ​ສາມາດ​ສະແດງ​ຄວາມ​ຮັກ​ຕໍ່​ເພື່ອນ​ຄລິດສະຕຽນ​ໃນ​ວິທີ​ໃດ​ແດ່?

10 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ມີ​ຄວາມ​ຮັກ​ຕໍ່​ເພື່ອນ​ຄລິດສະຕຽນ​ແບບ​ດຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ມີ​ຕໍ່​ເຮົາ​ໄດ້​ແນວ​ໃດ? ຈົ່ງ​ສັງເກດ​ວ່າ​ມີ​ຫຼາຍ​ວິທີ​ທີ່​ເຮົາ​ເຮັດ​ໄດ້ ເຊັ່ນ​ວ່າ “ຄວາມ​ຮັກ​ກໍ​ອົດ​ທົນ​ດົນ​ນານ​ແລະ​ເຕັມ​ດ້ວຍ​ຄວາມ​ດີ ຄວາມ​ຮັກ​ບໍ່​ຫຶງສາ​ບໍ່​ອວດ​ຕົວ​ບໍ່​ຈອງຫອງ. ບໍ່​ກະທຳ​ເປັນ​ທີ່​ໜ້າ​ລະອາຍ ບໍ່​ຊອກ​ຫາ​ສ່ວນ​ຂອງ​ຕົນ​ເອງ ບໍ່​ຮ້າຍ​ງ່າຍ ບໍ່​ຄຶດ​ສົງໄສ​ໃນ​ການ​ຊົ່ວ [“ບໍ່​ຈົດ​ຈຳ​ຄວາມ​ເສຍຫາຍ,” ລ.ມ.]. ບໍ່​ມີ​ຄວາມ​ຍິນດີ​ໃນ​ການ​ບໍ່​ຊອບທຳ ແຕ່​ວ່າ​ມີ​ຄວາມ​ຍິນດີ​ໃນ​ຄວາມ​ຈິງ. ແລະ​ປົກ​ອັດ​ສັບພະ​ທຸກ​ສິ່ງ ແລະ​ເຊື່ອ​ສັບພະ​ທຸກ​ສິ່ງ ແລະ​ໄວ້​ໃຈ​ໃນ​ສັບພະ​ທຸກ​ສິ່ງ ແລະ​ອົດ​ທົນ​ສັບພະ​ທຸກ​ສິ່ງ. ຄວາມ​ຮັກ​ສູນ​ເສຍ​ບໍ່​ໄດ້.”—1 ໂກລິນໂທ 13:4-8; 1 ໂຢຮັນ 3:14-18; 4:7-12.

11. ເຮົາ​ຄວນ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ໃຜ​ອີກ​ແດ່ ແລະ​ໂດຍ​ວິທີ​ໃດ?

11 ເຮົາ​ຄວນ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ໃຜ​ອີກ​ແດ່ ແລະ​ໂດຍ​ວິທີ​ໃດ? ພະ​ເຍຊູ​ກ່າວ​ວ່າ “ເຫດ​ສັນນີ້ ທ່ານ​ທັງ​ຫຼາຍ​ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ພວກ​ຕ່າງ​ປະເທດ​ທັງ​ປວງ​ເຂົ້າ​ເປັນ​ລູກ​ສິດ ໃຫ້​ເຂົາ​ຮັບ​ສິນ​ບັບເຕມາ​ໃນ​ນາມ​ຊື່​ແຫ່ງ​ພະ​ບິດາ​ແລະ​ພະ​ບຸດ​ແລະ​ພະ​ວິນຍານ​ບໍລິສຸດ. ຈົ່ງ​ສັ່ງ​ສອນ​ເຂົາ ໃຫ້​ຖື​ຮັກສາ​ສິ່ງ​ທັງ​ປວງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້​ແກ່​ທ່ານ​ທັງ​ຫຼາຍ.” (ມັດທາຍ 28:19, 20) ນັ້ນ​ລວມ​ທັງ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ໂລກ​ໃໝ່​ທີ່​ເປັນ​ອຸທິຍານ​ຂອງ​ພະເຈົ້າ​ເຊິ່ງ​ຈະ​ມາ​ເຖິງ​ກັບ​ຄົນ​ເຫຼົ່າ​ນັ້ນ​ທີ່​ຍັງ​ບໍ່​ທັນ​ເປັນ​ເພື່ອນ​ຄລິດສະຕຽນ. ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ຢ່າງ​ຊັດເຈນ​ວ່າ ຄວາມ​ຮັກ​ຂອງ​ເຮົາ​ບໍ່​ຄວນ​ຈຳກັດ​ຢູ່​ກັບ​ແຕ່​ຜູ້​ທີ່​ມີ​ຄວາມ​ເຊື່ອ​ເຊັ່ນ​ດຽວ​ກັບ​ພວກ​ເຮົາ​ເທົ່າ​ນັ້ນ ເພາະ​ພະອົງ​ກ່າວ​ວ່າ “ຖ້າ​ທ່ານ​ທັງ​ຫຼາຍ​ຮັກ [ສະເພາະ] ຄົນ​ທັງ​ຫຼາຍ​ທີ່​ຮັກ​ທ່ານໆ ໄດ້​ບຳເໜັດ​ອັນ​ໃດ ພວກ​ເກັບ​ພາສີ​ທັງ​ມວນ​ບໍ່​ກະທຳ​ເໝືອນ​ດັ່ງ​ນັ້ນ​ຫຼື? ແລະ​ຖ້າ​ທ່ານ​ທັງ​ຫຼາຍ​ຄຳນັບ​ແຕ່​ພີ່​ນ້ອງ​ຂອງ​ທ່ານ​ເທົ່າ​ນັ້ນ ທ່ານ​ທັງ​ຫຼາຍ​ກະທຳ​ສິ່ງ​ໃດ​ລື່ນ​ຄົນ​ອື່ນ ຄົນ​ຕ່າງ​ປະເທດ​ທັງ​ມວນ​ບໍ່​ກະທຳ​ເໝືອນ​ດັ່ງ​ນັ້ນ​ຫຼື?”—ມັດທາຍ 5:46, 47; 24:14; ຄາລາຊີ 6:10.

“ທຽວ​ໄປ​ໃນ​ນາມ​ຊື່​ແຫ່ງ​ພະ​ເຢໂຫວາ”

12. ເປັນ​ຫຍັງ​ຊື່​ຂອງ​ພະເຈົ້າ​ຈຶ່ງ​ເໝາະ​ທີ່​ຈະ​ໃຊ້​ກັບ​ພະອົງ​ເທົ່າ​ນັ້ນ?

12 ແງ່​ມຸມ​ສຳຄັນ​ອີກ​ອັນ​ໜຶ່ງ​ໃນ​ການ​ສັນລະເສີນ​ພະເຈົ້າ​ອົງ​ທ່ຽງ​ແທ້​ແມ່ນ​ການ​ຮູ້​ຈັກ, ການ​ໃຊ້, ແລະ​ການ​ສອນ​ຄົນ​ອື່ນໆເຖິງ​ຊື່​ຂອງ​ພະ​ເຢໂຫວາ ຊື່​ທີ່​ບໍ່​ມີ​ໃຜ​ທຽບ​ທຽມ​ໄດ້. ຜູ້​ປະພັນ​ຄຳເພງ​ສະແດງ​ຄວາມ​ປາຖະໜາ​ຈາກ​ໃຈ​ດັ່ງ​ນີ້: “ໃຫ້​ເຂົາ​ຮູ້​ຈັກ​ວ່າ ພະເຈົ້າ​ຜູ້​ມີ​ນາມ​ຊື່​ວ່າ​ພະ​ເຢໂຫວາ​ອົງ​ດຽວ ເປັນ​ພະເຈົ້າ​ອົງ​ສູງ​ສຸດ​ເທິງ​ແຜ່ນດິນ​ທັງ​ສິ້ນ.” (ຄຳເພງ 83:18) ຊື່​ເຢໂຫວາ​ໝາຍ​ຄວາມ​ວ່າ “ພະອົງ​ຜູ້​ບັນດານ​ໃຫ້​ເປັນ.” ພະອົງ​ເປັນ​ຜູ້​ມີ​ພະ​ປະສົງ​ອົງ​ຍິ່ງ​ໃຫຍ່ ຜູ້​ທີ່​ກະທຳ​ໃຫ້​ພະ​ປະສົງ​ບັນລຸ​ຜົນ​ສຳເລັດ​ສະເໝີ. ສະເພາະ​ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ​ເທົ່າ​ນັ້ນ​ທີ່​ຄູ່​ຄວນ​ກັບ​ຊື່​ນັ້ນ ເພາະ​ວ່າ​ມະນຸດ​ບໍ່​ມີ​ທາງ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ຄວາມ​ພະຍາຍາມ​ຂອງ​ເຂົາ​ຈະ​ສຳເລັດ​ຫຼື​ບໍ່. (ຢາໂກໂບ 4:13, 14) ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ສາມາດ​ກ່າວ​ວ່າ ຄຳ​ຂອງ​ພະອົງ “ຈະ​ສຳເລັດ​ເປັນ​ແນ່” ຕາມ​ທີ່​ພະອົງ​ໄດ້​ໃຊ້​ໄປ. (ເອຊາອີ 55:11, ລ.ມ.) ຫຼາຍ​ຄົນ​ຮູ້ສຶກ​ຕື່ນ​ເຕັ້ນ​ເມື່ອ​ເຫັນ​ຊື່​ຂອງ​ພະເຈົ້າ​ເປັນ​ເທື່ອ​ທຳອິດ​ໃນ​ຄຳພີ​ໄບເບິນ​ຂອງ​ຕົນ ແລະ​ຮຽນ​ຮູ້​ເຖິງ​ຄວາມ​ໝາຍ​ຂອງ​ຊື່​ນັ້ນ. (ອົບພະຍົບ 6:3) ແຕ່​ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ປະໂຫຍດ ເຂົາ​ເຈົ້າ​ຕ້ອງ “ທຽວ​ໄປ​ໃນ​ນາມ​ຊື່​ແຫ່ງ​ພະ​ເຢໂຫວາ . . . ສືບໆໄປ​ເປັນ​ນິດ.”—ມີເກ 4:5.

13. ການ​ຮູ້​ຈັກ​ນາມ​ຊື່​ຂອງ​ພະ​ເຢໂຫວາ ແລະ​ການ​ດຳເນີນ​ໃນ​ນາມ​ຊື່​ຂອງ​ພະອົງ​ນັ້ນ​ໝາຍ​ລວມ​ເຖິງ​ສິ່ງ​ໃດ​ແດ່?

13 ກ່ຽວ​ກັບ​ນາມ​ຊື່​ຂອງ​ພະເຈົ້າ ຄຳເພງ 9:10 ບອກ​ວ່າ “ຄົນ​ທັງ​ຫຼາຍ​ທີ່​ຮູ້​ຈັກ​ນາມ​ຊື່​ຂອງ​ພະອົງ​ກໍ​ຈະ​ປົງ​ໃຈ​ໃນ​ພະອົງ.” ສິ່ງ​ນີ້​ກ່ຽວ​ຂ້ອງ​ຫຼາຍ​ກວ່າ​ການ​ຮູ້​ຈັກ​ຊື່​ພະ​ເຢໂຫວາ​ເທົ່າ​ນັ້ນ ເນື່ອງ​ຈາກ​ວ່າ​ການ​ຮູ້​ຈັກ​ຊື່​ຂອງ​ພະເຈົ້າ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ໄວ້​ວາງໃຈ​ພະອົງ​ໂດຍ​ອັດຕະໂນມັດ. ການ​ຮູ້​ຈັກ​ນາມ​ຊື່​ຂອງ​ພະເຈົ້າ​ໝາຍ​ເຖິງ​ການ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ, ສະແດງ​ຄວາມ​ນັບຖື​ຕໍ່​ອຳນາດ​ຂອງ​ພະອົງ, ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ, ແລະ​ໄວ້​ວາງໃຈ​ພະອົງ​ໃນ​ທຸກ​ສິ່ງ. (ສຸພາສິດ 3:5, 6) ໃນ​ທຳນອງ​ດຽວ​ກັນ ການ​ທຽວ​ໄປ​ຫຼື​ດຳເນີນ​ໃນ​ນາມ​ຊື່​ຂອງ​ພະ​ເຢໂຫວາ​ໝາຍ​ເຖິງ​ການ​ອຸທິດ​ຕົວ​ແດ່​ພະອົງ ການ​ເປັນ​ຕົວ​ແທນ​ຂອງ​ພະອົງ​ຖານະ​ຜູ້​ນະມັດສະການ​ພະອົງ ແລະ​ດຳເນີນ​ຊີວິດ​ໃຫ້​ປະສານ​ກັບ​ພະ​ປະສົງ​ຂອງ​ພະອົງ​ຢ່າງ​ແທ້​ຈິງ. (ລືກາ 10:27) ທ່ານ​ກຳລັງ​ເຮັດ​ຢ່າງ​ນັ້ນ​ຢູ່​ບໍ?

14. ຫາກ​ວ່າ​ເຮົາ​ຢາກ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕະຫຼອດ​ໄປ ຕ້ອງ​ມີ​ສິ່ງ​ໃດ​ອີກ​ນອກ​ຈາກ​ຄວາມ​ສຳນຶກ​ໃນ​ໜ້າທີ່?

14 ຖ້າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕະຫຼອດ​ໄປ ສິ່ງ​ທີ່​ກະຕຸ້ນ​ເຮົາ​ຕ້ອງ​ບໍ່​ແມ່ນ​ພຽງ​ແຕ່​ຄວາມ​ສຳນຶກ​ໃນ​ໜ້າທີ່​ເທົ່າ​ນັ້ນ. ອັກຄະສາວົກ​ໂປໂລ​ເຕືອນ​ຕີໂມເຕ​ຜູ້​ໄດ້​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ເວລາ​ຫຼາຍ​ປີ​ວ່າ “ຈົ່ງ​ແອບ​ຕົວ​ເອງ​ໃນ​ການ​ນັບຖື​ພະເຈົ້າ [“ດ້ວຍ​ຄວາມ​ເຫຼື້ອມໃສ​ຕໍ່​ພະເຈົ້າ,” ລ.ມ.].” (1 ຕີໂມເຕ 4:7) ຄວາມ​ເຫຼື້ອມໃສ​ແມ່ນ​ມາ​ຈາກ​ຫົວໃຈ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ຜູ້​ທີ່​ເຮົາ​ເຫຼື້ອມໃສ. “ຄວາມ​ເຫຼື້ອມໃສ​ຕໍ່​ພະເຈົ້າ” ເປັນ​ການ​ສະແດງ​ຄວາມ​ເຄົາລົບ​ຢຳ​ເກງ​ຢ່າງ​ເລິກ​ເຊິ່ງ​ຕໍ່​ພະ​ເຢໂຫວາ​ເປັນ​ສ່ວນ​ຕົວ. ຄວາມ​ເຫຼື້ອມໃສ​ນັ້ນ​ສະແດງ​ເຖິງ​ຄວາມ​ຜູກ​ພັນ​ດ້ວຍ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະອົງ ເນື່ອງ​ຈາກ​ຄວາມ​ນັບຖື​ອັນ​ລົ້ນ​ເຫຼືອ​ຕໍ່​ພະອົງ​ແລະ​ແນວ​ທາງ​ຂອງ​ພະອົງ. ຄວາມ​ເຫຼື້ອມໃສ​ນັ້ນ ເຮັດ​ໃຫ້​ເຮົາ​ມີ​ເຫດຜົນ​ທີ່​ຢາກ​ໃຫ້​ທຸກ​ຄົນ​ຍົກ​ຍໍ​ຊື່​ຂອງ​ພະອົງ​ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ​ສົ່ງ. ເຮົາ​ຕ້ອງ​ປູກ​ຝັງ​ຄວາມ​ເຫຼື້ອມໃສ​ຕໍ່​ພະເຈົ້າ​ໃນ​ຊີວິດ​ຂອງ​ເຮົາ ຫາກ​ເຮົາ​ຈະ​ດຳເນີນ​ໃນ​ນາມ​ຊື່​ຂອງ​ພະ​ເຢໂຫວາ ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ ຕະຫຼອດ​ໄປ.—ຄຳເພງ 37:4; 2 ເປໂຕ 3:11, ລ.ມ.

15. ເຮົາ​ຈະ​ຖວາຍ​ຄວາມ​ເຫຼື້ອມໃສ​ໂດຍ​ສະເພາະ​ແດ່​ພະເຈົ້າ​ໄດ້​ຢ່າງ​ໃດ?

15 ເພື່ອ​ໃຫ້​ພະເຈົ້າ​ຍອມ​ຮັບ​ການ​ຮັບໃຊ້​ຂອງ​ເຮົາ ເຮົາ​ຕ້ອງ​ຖວາຍ​ການ​ນະມັດສະການ​ແດ່​ພະອົງ​ພຽງ​ຜູ້​ດຽວ ເນື່ອງ​ຈາກ​ພະອົງ​ເປັນ “ພະເຈົ້າ​ທີ່​ຮຽກ​ຮ້ອງ​ຄວາມ​ເຫຼື້ອມໃສ​ໂດຍ​ສະເພາະ.” (ອົບພະຍົບ 20:5, ລ.ມ.) ເຮົາ​ບໍ່​ສາມາດ​ຮັກ​ພະເຈົ້າ ແລະ​ພ້ອມ​ກັນ​ນັ້ນ​ກໍ​ຮັກ​ໂລກ​ຊົ່ວ​ນີ້​ທີ່​ຊາຕານ​ເປັນ​ພະເຈົ້າ​ໄປ​ນຳ. (ຢາໂກໂບ 4:4; 1 ໂຢຮັນ 2:15-17) ພະ​ເຢໂຫວາ​ຮູ້​ຢ່າງ​ແທ້​ຈິງ​ວ່າ​ເຮົາ​ແຕ່​ລະ​ຄົນ​ພະຍາຍາມ​ເປັນ​ຄົນ​ແບບ​ໃດ. (ເຢເຣມີ 17:10) ຖ້າ​ເຮົາ​ຮັກ​ຄວາມ​ຊອບທຳ​ແທ້ໆ ພະອົງ​ເຫັນ​ສິ່ງ​ນັ້ນ ແລະ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ການ​ທົດລອງ​ຂອງ​ແຕ່​ລະ​ມື້. ໂດຍ​ການ​ຫນູນ​ຫຼັງ​ເຮົາ​ດ້ວຍ​ພະ​ວິນຍານ​ບໍລິສຸດ​ອັນ​ມີ​ພະລັງ​ຂອງ​ພະອົງ ພະອົງ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ໄຊ​ເໜືອ​ຄວາມ​ຊົ່ວ​ເຊິ່ງ​ແພ່​ຫຼາຍ​ໃນ​ໂລກ​ນີ້. (2 ໂກລິນໂທ 4:7) ນອກ​ຈາກ​ນັ້ນ ພະອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ຫວັງ​ອັນ​ໝັ້ນຄົງ​ເລື່ອງ​ຊີວິດ​ຕະຫຼອດ​ໄປ​ໃນ​ອຸທິຍານ​ເທິງ​ແຜ່ນດິນ​ໂລກ. ຖື​ວ່າ​ເປັນ​ອະນາຄົດ​ທີ່​ສົດ​ໃສ​ແທ້ໆ! ເຮົາ​ຄວນ​ຈະ​ຮູ້​ຄຸນຄ່າ​ຢ່າງ​ເລິກ​ເຊິ່ງ​ຕໍ່​ສິ່ງ​ນີ້ ແລະ​ເຕັມ​ໃຈ​ຮັບໃຊ້​ພະ​ເຢໂຫວາ ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ ຜູ້​ເຮັດ​ໃຫ້​ຄວາມ​ຫວັງ​ນັ້ນ​ເປັນ​ໄປ​ໄດ້.

16. ທ່ານ​ຄວນ​ຈະ​ເຮັດ​ຫຍັງ​ດັ່ງ​ທີ່​ອີກ​ຫຼາຍໆລ້ານ​ຄົນ​ກຳລັງ​ເຮັດ​ຢູ່?

16 ທົ່ວ​ໂລກ​ມີ​ຫຼາຍ​ລ້ານ​ຄົນ​ຍິນດີ​ຮັບ​ເອົາ​ຄຳ​ເຊີນ​ຂອງ​ຜູ້​ປະພັນ​ຄຳເພງ​ເຊິ່ງ​ຈາ​ລຶກ​ໄວ້​ວ່າ “ທ່ານ​ທັງ​ຫຼາຍ​ຈົ່ງ​ຖວາຍ​ລັດສະໝີ​ແກ່​ພະ​ເຢໂຫວາ​ດ້ວຍ​ກັນ​ກັບ​ຂ້າ​ນ້ອຍ ແລະ​ເຮົາ​ທັງ​ປວງ​ຈົ່ງ​ພາ​ກັນ​ຍົກ​ຍໍ​ນາມ​ຊື່​ຂອງ​ພະອົງ​ຂຶ້ນ.” (ຄຳເພງ 34:3) ພະ​ເຢໂຫວາ​ເຊີນ​ທ່ານ​ໃຫ້​ມາ​ຢູ່​ໃນ​ທ່າມກາງ​ຝູງ​ຊົນ​ທີ່​ເພີ່ມ​ຂຶ້ນ​ເລື່ອຍໆຈາກ​ຊາດ​ຕ່າງໆເຊິ່ງ​ກຳລັງ​ກະທຳ​ເຊັ່ນ​ນີ້​ຢູ່.

ການ​ພິຈາລະນາ​ທົບ​ທວນ

• ພະ​ເຢໂຫວາ​ເປັນ​ບຸກຄົນ​ແບບ​ໃດ? ເຮົາ​ໄດ້​ປະໂຫຍດ​ຢ່າງ​ໃດ​ຈາກ​ການ​ເຂົ້າ​ໃຈ​ຊັດເຈນ​ກ່ຽວ​ກັບ​ຄຸນ​ລັກສະນະ​ຕ່າງໆຂອງ​ພະອົງ?

• ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ໄດ້​ຢ່າງ​ໃດ?

• ການ​ຮູ້​ຈັກ​ນາມ​ຊື່​ຂອງ​ພະ​ເຢໂຫວາ ແລະ​ການ​ທຽວ​ໄປ​ໃນ​ນາມ​ຊື່​ຂອງ​ພະອົງ​ໝາຍ​ລວມ​ເຖິງ​ສິ່ງ​ໃດ?

[ຮູບ​ພາບ​ໜ້າ 14]

ດ້ວຍ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່ ພະ​ເຢໂຫວາ ‘ຈະ​ແບ​ມື​ອອກ​ແລະ​ໃຫ້​ສິ່ງ​ທັງ​ປວງ​ທີ່​ມີ​ຊີວິດ​ຢູ່​ກິນ​ອີ່ມ​ບໍລິບູນ’

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌