ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ໂຢບ 1-5
ໂຢບຮັກສາຄວາມສັດຊື່ເຖິງແມ່ນຖືກທົດລອງ
ໂຢບອາໄສຢູ່ໃນເມືອງອຶດເຊຕອນທີ່ຊາວອິດສະລາແອນເປັນທາດໃນປະເທດເອຢິບ. ລາວເປັນຜູ້ນະມັດສະການທີ່ສັດຊື່ຂອງພະເຢໂຫວາເຖິງວ່າບໍ່ແມ່ນຊາວອິດສະລາແອນ. ລາວມີຄອບຄົວໃຫຍ່ ຮັ່ງມີ ແລະມີອິດທິພົນໃນຊຸມຊົນ ທັງເປັນທີ່ປຶກສາທີ່ໄດ້ຮັບຄວາມນັບຖືຫຼາຍແລະເປັນຜູ້ພິພາກສາທີ່ບໍ່ລຳອຽງ. ລາວມີນ້ຳໃຈກັບຄົນທຸກຍາກແລະຄົນທີ່ຕ້ອງການຄວາມຊ່ວຍເຫຼືອ. ໂຢບເປັນຄົນທີ່ສັດຊື່.
ໂຢບສະແດງໃຫ້ເຫັນຢ່າງຊັດເຈນວ່າພະເຢໂຫວາສຳຄັນທີ່ສຸດໃນຊີວິດຂອງລາວ
ຊາຕານສັງເກດເຫັນຄວາມສັດຊື່ຂອງໂຢບ ມັນບໍ່ປະຕິເສດວ່າໂຢບເຊື່ອຟັງພະເຢໂຫວາ ແຕ່ມັນສົງໄສເຈດຕະນາຂອງໂຢບ
ຊາຕານກ່າວຫາວ່າໂຢບຮັບໃຊ້ພະເຢໂຫວາເພາະຢາກໄດ້ຜົນປະໂຫຍດ
ເພື່ອຕອບຂໍ້ກ່າວຫາຂອງຊາຕານ ພະເຢໂຫວາຍອມໃຫ້ມັນທຳຮ້າຍຜູ້ຊາຍທີ່ສັດຊື່ຄົນນີ້ ຊາຕານເຮັດໃຫ້ເກີດຄວາມເສຍຫາຍທຸກດ້ານໃນຊີວິດຂອງໂຢບ
ເມື່ອໂຢບຮັກສາຄວາມສັດຊື່ໄວ້ໄດ້ ຊາຕານກໍຕັ້ງຂໍ້ສົງໄສຄວາມສັດຊື່ຂອງມະນຸດທຸກຄົນ
ໂຢບບໍ່ໄດ້ເຮັດບາບຫຼືກ່າວຫາວ່າພະເຈົ້າເຮັດຜິດ