ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສດຮ ບົດຮຽນ 4
  • ຖ່ອມ​ໂຕ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຖ່ອມ​ໂຕ
  • ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ໂປໂລ​ເຮັດ
  • ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ໂປໂລ?
  • ຮຽນ​ແບບ​ໂປໂລ
  • ພະ​ເຢໂຫວາ​ເຫັນ​ຄ່າ​ຜູ້​ຮັບໃຊ້​ທີ່​ຖ່ອມ​ຕົວ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • “ເຮົາ . . . ຖ່ອມ​ໃຈ​ລົງ”
    “ຕາມເຮົາໄປເຖີ້ນ”
  • ປູກ​ຝັງ​ຄຸນ​ລັກສະນະ​ແບບ​ພະເຈົ້າ—ຄວາມ​ຖ່ອມ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
  • ຢ່າ​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
ເບິ່ງຕື່ມ
ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ສດຮ ບົດຮຽນ 4

ເລີ່ມ​ລົມ

ອັກຄະສາວົກ​ໂປໂລ​ຖືກ​ລ່າມ​ໂສ້​ໄວ້​ກັບ​ທະຫານ​ຍາມ ລາວ​ເວົ້າ​ກັບ​ກະສັດ​ອັກກິບປາ ເຈົ້າແຂວງ​ເຟຊະໂຕ ແລະ​ເບນີເກ​ດ້ວຍ​ຄວາມ​ເຄົາລົບ​ນັບຖື.

ກຈກ. 26:2, 3

ບົດ​ທີ 4

ຖ່ອມ​ໂຕ

ຫຼັກການ: “ໃຫ້​ຖ່ອມ​ໂຕ​ແລະ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ໂຕເອງ.”—ຟລປ. 2:3

ສິ່ງ​ທີ່​ໂປໂລ​ເຮັດ

ອັກຄະສາວົກ​ໂປໂລ​ຖືກ​ລ່າມ​ໂສ້​ໄວ້​ກັບ​ທະຫານ​ຍາມ ລາວ​ເວົ້າ​ກັບ​ກະສັດ​ອັກກິບປາ ເຈົ້າແຂວງ​ເຟຊະໂຕ ແລະ​ເບນີເກ​ດ້ວຍ​ຄວາມ​ເຄົາລົບ​ນັບຖື.

ວິດີໂອ: ໂປໂລ​ປະກາດ​ກັບ​ກະສັດ​ອັກກິບປາ

1. ເບິ່ງ ວິດີໂອ ຫຼື​ອ່ານ​ກິດຈະການ 26:2, 3. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1. ກ. ໂປໂລ​ສະແດງ​ຄວາມ​ຖ່ອມ​ແນວ​ໃດ​ເມື່ອ​ເວົ້າ​ກັບ​ກະສັດ​ອັກກິບປາ?

  2. ຂ. ໂປໂລ​ເຮັດ​ໃຫ້​ຜູ້​ຟັງ​ສົນໃຈ​ທີ່​ພະ​ເຢໂຫວາ​ແລະ​ຄຳພີ​ໄບເບິນ​ຫຼາຍ​ກວ່າ​ໂຕ​ລາວ​ເອງ​ແນວ​ໃດ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ໂປໂລ?

2. ຂ່າວ​ສານ​ທີ່​ເຮົາ​ປະກາດ​ຈະ​ໜ້າສົນໃຈ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ເວົ້າ​ແບບ​ຖ່ອມ​ໂຕ​ແລະ​ໃຫ້​ກຽດ.

ຮຽນ​ແບບ​ໂປໂລ

3. ເວົ້າ​ດ້ວຍ​ຄວາມ​ນັບຖື. ຢ່າ​ເຮັດ​ໃຫ້​ຜູ້​ທີ່​ເຈົ້າ​ລົມ​ນຳ​ຮູ້ສຶກ​ວ່າ​ເຈົ້າ​ຮູ້​ທຸກ​ຢ່າງ​ແລະ​ລາວ​ບໍ່​ຮູ້​ຫຍັງ​ເລີຍ. ແຕ່​ໃຫ້​ເວົ້າ​ກັບ​ລາວ​ດ້ວຍ​ຄວາມ​ນັບຖື.

4. ເຮັດ​ໃຫ້​ເຫັນ​ຈະ​ແຈ້ງ​ວ່າ​ສິ່ງ​ທີ່​ເຈົ້າ​ກຳລັງ​ສອນ​ນັ້ນ​ມາ​ຈາກ​ຄຳພີ​ໄບເບິນ. ຄຳພີ​ໄບເບິນ​ສາມາດ​ສົ່ງ​ຜົນ​ຕໍ່​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຄົນ​ໄດ້. ເມື່ອ​ເຮົາ​ໃຊ້​ຄຳພີ​ໄບເບິນ ເຮົາ​ກໍ​ກຳລັງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ເທິງ​ຮາກ​ຖານ​ທີ່​ຖືກຕ້ອງ.

5. ອ່ອນໂຍນ​ສະເໝີ. ຢ່າ​ພະຍາຍາມ​ພິສູດ​ວ່າ​ເຈົ້າ​ເປັນ​ຝ່າຍ​ຖືກ. ເຮົາ​ບໍ່​ຢາກ​ໃຫ້​ມີ​ການ​ຖຽງ​ກັນ. ໃຫ້​ສະແດງ​ຄວາມ​ຖ່ອມ​ໂຕ​ໂດຍ​ໃຈ​ເຢັນ​ໆ​ແລະ​ຮູ້​ວ່າ​ຕອນ​ໃດ​ຄວນ​ເຊົາ​ລົມ. (ສພສ. 17:14; ຕຕ. 3:2) ຖ້າ​ເຈົ້າ​ເວົ້າ​ແບບ​ອ່ອນໂຍນ ຄົນ​ທີ່​ເຈົ້າ​ລົມ​ນຳ​ອາດຈະ​ຢາກ​ຟັງ​ຂ່າວ​ສານ​ທີ່​ເຈົ້າ​ປະກາດ​ໃນ​ເທື່ອ​ໜ້າ​ກໍ​ໄດ້.

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ

ຣມ. 12:16-18; 1 ກຣ. 8:1; 2 ກຣ. 3:5

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌