ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 4 ໜ້າ 28-33
  • ເປັນ​ຫຍັງ​ພໍ່​ແມ່​ຈຶ່ງ​ຢ່າ​ຮ້າງ​ກັນ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນ​ຫຍັງ​ພໍ່​ແມ່​ຈຶ່ງ​ຢ່າ​ຮ້າງ​ກັນ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເຫດຜົນ​ທີ່​ພໍ່​ແມ່​ຢ່າ​ຮ້າງ​ກັນ
  • ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້
  • ສິ່ງ​ທີ່​ບໍ່​ຄວນ​ເຮັດ
  • ສິ່ງ​ທີ່​ຄາດ​ໝາຍ​ໄດ້​ໃນ​ອະນາຄົດ
  • ຖ້າ​ພໍ່​ແມ່​ຜິດ​ກັນ​ຈະ​ເຮັດ​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ເປັນ​ຫຍັງ​ຂ້ອຍ​ກັບ​ພໍ່​ແມ່​ຈຶ່ງ​ຖຽງ​ກັນ​ຕະຫຼອດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຂ້ອຍ​ຈະ​ໃສ່​ເຄື່ອງ​ນຸ່ງ​ແບບ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ເປັນ​ເລື່ອງ​ປົກກະຕິ​ບໍ​ທີ່​ຈະ​ໂສກ​ເສົ້າ​ແບບ​ທີ່​ຂ້ອຍ​ເປັນ​ຢູ່?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ເບິ່ງຕື່ມ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 4 ໜ້າ 28-33

ບົດ​ທີ 4

ເປັນ​ຫຍັງ​ພໍ່​ແມ່​ຈຶ່ງ​ຢ່າ​ຮ້າງ​ກັນ?

“ຂ້ອຍ​ຢູ່​ເຮືອນ​ກັບ​ແມ່​ໃນ​ມື້​ທີ່​ພໍ່​ປະ​ຖິ້ມ​ພວກ​ເຮົາ​ໄປ. ຂ້ອຍ​ອາຍຸ​ພຽງ​ແຕ່​ຫົກ​ປີ ສະນັ້ນ​ຂ້ອຍ​ບໍ່​ເຂົ້າ​ໃຈ​ວ່າ​ເກີດ​ຫຍັງ​ຂຶ້ນ. ຂ້ອຍ​ນັ່ງ​ຢູ່​ພື້ນ​ເຮືອນ​ກຳລັງ​ເບິ່ງ​ໂທລະພາບ ແລະ​ໄດ້​ຍິນ​ສຽງ​ແມ່​ຮ້ອງໄຫ້​ສະອຶກ​ສະອື້ນ​ແລະ​ອ້ອນ​ວອນ​ພໍ່​ໃຫ້​ຢູ່. ພໍ່​ຍ່າງ​ລົງ​ມາ​ທາງ​ລຸ່ມ​ພ້ອມ​ກັບ​ກະເປົ໋າ​ເດີນ​ທາງ ຄູ້​ເຂົ່າ​ລົງ​ຈູບ​ຂ້ອຍ ແລະ​ເວົ້າ​ວ່າ: “ພໍ່​ຮັກ​ລູກ​ສະເໝີ.” ຈາກ​ນັ້ນ​ພໍ່​ກໍ​ຍ່າງ​ອອກ​ປະຕູ​ໄປ. ຂ້ອຍ​ບໍ່​ໄດ້​ເຫັນ​ພໍ່​ເປັນ​ເວລາ​ດົນ​ນານ​ຫຼັງ​ຈາກ​ນັ້ນ. ນັບ​ແຕ່​ນັ້ນ​ມາ​ຂ້ອຍ​ຢ້ານ​ວ່າ​ແມ່​ຈະ​ປະ​ຖິ້ມ​ຂ້ອຍ​ຄື​ກັນ.”—ນາງ ອິເລນ ອາຍຸ 19 ປີ.

ຖ້າ​ພໍ່​ແມ່​ຂອງ​ເຈົ້າ​ຢ່າ​ຮ້າງ​ກັນ ມັນ​ອາດ​ເບິ່ງ​ຄື​ວ່າ​ຊີວິດ​ຂອງ​ເຈົ້າ​ແຕກ​ສະຫຼາຍ​ຢ່າງ​ສິ້ນ​ເຊີງ​ແລະ​ຍ້ອນ​ເຫດ​ນັ້ນ​ເຈົ້າ​ຈະ​ເຈັບ​ປວດ​ໄປ​ຕະຫຼອດ​ຊີວິດ. ຫຼາຍ​ຄັ້ງ​ມັນ​ນຳ​ມາ​ເຊິ່ງ​ຄວາມ​ຮູ້ສຶກ​ທີ່​ອັບອາຍ​ຢ່າງ​ລົ້ນ​ເຫຼືອ ຄວາມ​ຄຽດ​ຮ້າຍ ຄວາມ​ກັງວົນ ການ​ຢ້ານ​ວ່າ​ຈະ​ຖືກ​ປະ​ຖິ້ມ ຄວາມ​ຮູ້ສຶກ​ຜິດ ຄວາມ​ເສົ້າໃຈ ແລະ​ຄວາມ​ເສຍຫາຍ​ທີ່​ມີ​ຜົນ​ສະທ້ອນ​ຫຼາຍ ແມ່ນ​ແຕ່​ມີ​ຄວາມ​ປາຖະໜາ​ວ່າ​ຢາກ​ແກ້ແຄ້ນ.

ຖ້າ​ພໍ່​ແມ່​ຂອງ​ເຈົ້າ​ຫາ​ກໍ​ຢ່າ​ຮ້າງ​ກັນ​ໃນ​ມໍ່ໆນີ້ ເຈົ້າ​ອາດ​ປະສົບ​ກັບ​ຄວາມ​ຮູ້ສຶກ​ທີ່​ຄ້າຍໆກັນ​ນັ້ນ ແລະ​ເລື່ອງ​ນີ້​ເປັນ​ສິ່ງ​ທີ່​ສາມາດ​ຄາດ​ຫວັງ​ໄດ້ ເນື່ອງ​ຈາກ​ຜູ້​ສ້າງ​ຂອງ​ເຮົາ​ປະສົງ​ໃຫ້​ເດັກ​ນ້ອຍ​ໄດ້​ຮັບ​ການ​ລ້ຽງ​ດູ​ຈາກ​ທັງ​ພໍ່​ແລະ​ແມ່. (ເອເຟດ 6:1-3) ແຕ່​ບັດ​ນີ້​ເຈົ້າ​ບໍ່​ມີ​ພໍ່​ຫຼື​ແມ່​ທີ່​ເຈົ້າ​ຮັກ​ຢ່າງ​ສຸດ​ຊຶ້ງ​ຢູ່​ນຳ​ກັນ​ທຸກ​ມື້. ທ້າວ ດານຽນ ເຊິ່ງ​ພໍ່​ແມ່​ຢ່າ​ຮ້າງ​ກັນ​ຕອນ​ລາວ​ອາຍຸ​ເຈັດ​ປີ​ເວົ້າ​ວ່າ: “ຂ້ອຍ​ນັບຖື​ພໍ່​ແທ້ໆແລະ​ຕ້ອງການ​ຢູ່​ກັບ​ເພິ່ນ. ແຕ່​ແມ່​ໄດ້​ກຳມະສິດ​ໃນ​ການ​ເບິ່ງ​ແຍງ​ລ້ຽງ​ດູ​ພວກ​ຂ້ອຍ.”

ເຫດຜົນ​ທີ່​ພໍ່​ແມ່​ຢ່າ​ຮ້າງ​ກັນ

ຫຼາຍ​ຄັ້ງ ການ​ຢ່າ​ຮ້າງ​ເປັນ​ຄື​ກັບ​ສິ່ງ​ທີ່​ເຮັດ​ໃຫ້​ລູກ​ຕື່ນ​ຕົກໃຈ​ເພາະ​ວ່າ​ພໍ່​ແມ່​ເຊື່ອງ​ບັນຫາ​ໄດ້​ດີ​ໂພດ. ນາງ ຣາເຊວ ເຊິ່ງ​ອາຍຸ 15 ປີ ຕອນ​ພໍ່​ແມ່​ຢ່າ​ຮ້າງ​ກັນ ເວົ້າ​ວ່າ: “ຂ້ອຍ​ຕົກ​ຊະເງີ້ ຂ້ອຍ​ຄິດ​ສະເໝີ​ວ່າ​ພໍ່​ກັບ​ແມ່​ຮັກ​ກັນ.” ແມ່ນ​ແຕ່​ເມື່ອ​ພໍ່​ແມ່​ຜິດ​ກັນ ມັນ​ກໍ​ຍັງ​ເປັນ​ເລື່ອງ​ຕົກຕະລຶງ​ທີ່​ເຮັດ​ໃຫ້​ເຈັບ​ປວດ​ໃຈ​ເມື່ອ​ພວກ​ເພິ່ນ​ຢ່າ​ຮ້າງ​ກັນ​ແທ້ໆ!

ໃນ​ຫຼາຍ​ກໍລະນີ ການ​ປະ​ຮ້າງ​ເກີດ​ຂຶ້ນ​ຍ້ອນ​ຝ່າຍ​ໜຶ່ງ​ມີ​ຄວາມ​ຜິດ​ໃນ​ເລື່ອງ​ການ​ປະພຶດ​ທາງ​ເພດ. ພາຍ​ໃຕ້​ສະພາບການ​ດັ່ງ​ກ່າວ​ນັ້ນ ພະເຈົ້າ​ອະນຸຍາດ​ໃຫ້​ຝ່າຍ​ທີ່​ບໍ່​ຜິດ​ຂໍ​ຢ່າ​ຮ້າງ​ໄດ້​ແລະ​ມີ​ອິດສະຫຼະ​ທີ່​ຈະ​ແຕ່ງ​ດອງ​ໃໝ່​ໄດ້. (ມັດທາຍ 19:9) ໃນ​ກໍລະນີ​ອື່ນໆ “ຄວາມ​ຮ້າຍ ແລະ​ການ​ຮ້ອງ​ຖຽງ​ກັນ ແລະ​ຄວາມ​ປ້ອຍ​ດ່າ” ໄດ້​ນຳ​ໄປ​ສູ່​ການ​ໃຊ້​ຄວາມ​ຮຸນແຮງ​ເຊິ່ງ​ເປັນ​ສາເຫດ​ໃຫ້​ອີກ​ຝ່າຍ​ໜຶ່ງ​ເປັນ​ຫ່ວງ​ໃນ​ສະຫວັດດີພາບ​ທາງ​ກາຍ​ຂອງ​ຕົນ​ເອງ​ແລະ​ຂອງ​ລູກ.—ເອເຟດ 4:31.

ເປັນ​ທີ່​ຍອມ​ຮັບ​ກັນ​ວ່າ​ບາງ​ຄູ່​ຢ່າ​ຮ້າງ​ກັນ​ດ້ວຍ​ເຫດຜົນ​ທີ່​ສຳຄັນ​ບໍ່​ພໍ. ແທນ​ທີ່​ຈະ​ແກ້​ບັນຫາ​ຂອງ​ຕົນ ບາງ​ຄົນ​ຢ່າ​ຮ້າງ​ດ້ວຍ​ຄວາມ​ເຫັນ​ແກ່​ຕົວ​ໂດຍ​ອ້າງ​ວ່າ​ຕົນ “ບໍ່​ມີ​ຄວາມ​ສຸກ” ຫຼື “ບໍ່​ມີ​ຄວາມ​ຮັກ​ອີກ​ແລ້ວ.” ເລື່ອງ​ນີ້​ເຮັດ​ໃຫ້​ພະເຈົ້າ​ຜູ້​ເຊິ່ງ “ກຽດ​ຊັງ​ການ​ປະ​ຮ້າງ” ບໍ່​ພໍ​ໃຈ. (ມາລາກີ 2:16) ພະ​ເຍຊູ​ຍັງ​ຊີ້​ບອກ​ວ່າ​ບາງ​ຄົນ​ຈະ​ຂໍ​ຢ່າ​ຮ້າງ​ຍ້ອນ​ຄູ່​ສົມລົດ​ຂອງ​ຕົນ​ເຂົ້າ​ມາ​ເປັນ​ຄລິດສະຕຽນ.—ມັດທາຍ 10:34-36.

ບໍ່​ວ່າ​ດ້ວຍ​ສາເຫດ​ໃດ​ກໍ​ຕາມ ຄວາມ​ຈິງ​ທີ່​ວ່າ​ພໍ່​ແມ່​ຂອງ​ເຈົ້າ​ຕັດສິນ​ໃຈ​ທີ່​ຈະ​ບໍ່​ບອກ​ຫຍັງ​ເຈົ້າ​ເລີຍ​ຫຼື​ໃຫ້​ຄຳຕອບ​ທີ່​ບໍ່​ຈະ​ແຈ້ງ​ຕໍ່​ຄຳຖາມ​ຕ່າງໆຂອງ​ເຈົ້າ​ກ່ຽວ​ກັບ​ການ​ຢ່າ​ຮ້າງ ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພວກ​ເພິ່ນ​ບໍ່​ຮັກ​ເຈົ້າ. ເມື່ອ​ຖືກ​ຄອບງຳ​ດ້ວຍ​ຄວາມ​ເຈັບ​ປວດ​ໃຈ ພໍ່​ແມ່​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເວົ້າ​ເລື່ອງ​ການ​ຢ່າ​ຮ້າງ. (ສຸພາສິດ 24:10) ນອກ​ຈາກ​ນັ້ນ ພວກ​ເພິ່ນ​ອາດ​ຈະ​ອຶດ​ອັດ​ໃຈ​ຫຼື​ໜ້າ​ອາຍ​ທີ່​ຈະ​ຍອມ​ຮັບ​ຄວາມ​ຫຼົມ​ແຫຼວ​ຂອງ​ຕົນ​ເອງ.

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ໃຫ້​ເຂົ້າ​ໃຈ​ວ່າ​ອັນ​ໃດ​ແມ່ນ​ສິ່ງ​ທີ່​ເຈົ້າ​ຢ້ານ. ເພາະ​ວ່າ​ການ​ຢ່າ​ຮ້າງ​ສາມາດ​ປ່ຽນ​ແປງ​ຊີວິດ​ຂອງ​ເຈົ້າ​ຢ່າງ​ສິ້ນ​ເຊີງ ເຈົ້າ​ອາດ​ພົບ​ວ່າ​ຕົວ​ເອງ​ກັງວົນ​ກ່ຽວ​ກັບ​ສິ່ງ​ຕ່າງໆເຊິ່ງ​ໃນ​ເມື່ອ​ກ່ອນ​ບໍ່​ເຄີຍ​ເອົາ​ຫົວ​ຊາ. ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ເຈົ້າ​ອາດ​ສາມາດ​ຄວບຄຸມ​ຄວາມ​ຢ້ານ​ຂອງ​ເຈົ້າ​ໂດຍ​ທີ່​ທຳອິດ​ໃຫ້​ລະບຸ​ວ່າ​ຄວາມ​ຢ້ານ​ມີ​ຫຍັງ​ແດ່. ທາງ​ລຸ່ມ​ນີ້​ໃຫ້​ໝາຍ ✔ ໃສ່​ໃນ​ບ່ອນ​ທີ່​ເຈົ້າ​ຢ້ານ​ຫຼາຍ​ທີ່​ສຸດ ຫຼື​ລະບຸ​ຄວາມ​ຢ້ານ​ຂອງ​ຕົນ​ເອງ​ໂດຍ​ຂຽນ​ໃສ່​ທາງ​ຂ້າງ “ອື່ນໆ.”

◻ ພໍ່ (ແມ່) ອີກ​ຜູ້​ໜຶ່ງ​ຈະ​ປະ​ຖິ້ມ​ຂ້ອຍ​ເຊັ່ນ​ດຽວ​ກັນ.

◻ ຄອບຄົວ​ຂອງ​ຂ້ອຍ​ຈະ​ບໍ່​ມີ​ເງິນ​ພຽງ​ພໍ​ເພື່ອ​ຈະ​ດຳລົງ​ຊີວິດ​ຢູ່​ຕໍ່​ໄປ.

◻ ດ້ວຍ​ວິທີ​ໃດ​ວິທີ​ໜຶ່ງ​ການ​ຢ່າ​ຮ້າງ​ແມ່ນ​ຄວາມ​ຜິດ​ຂອງ​ຂ້ອຍ.

◻ ຖ້າ​ຂ້ອຍ​ແຕ່ງ​ດອງ ຊີວິດ​ຄູ່​ຂອງ​ຂ້ອຍ​ຈະ​ຫຼົມ​ແຫຼວ.

◻ ອື່ນໆ ․․․․․

ປຶກສາ​ຫາ​ລື​ເລື່ອງ​ຄວາມ​ກັງວົນ​ຂອງ​ເຈົ້າ. ກະສັດ​ຊາໂລໂມນ​ເວົ້າ​ວ່າ: “ມີ​ເວລາ​ເວົ້າ.” (ຜູ້ເທສະໜາປ່າວປະກາດ 3:7) ດັ່ງ​ນັ້ນ ຈົ່ງ​ພະຍາຍາມ​ຊອກ​ຫາ​ເວລາ​ທີ່​ເໝາະ​ສົມ​ເພື່ອ​ເວົ້າ​ລົມ​ກັບ​ພໍ່​ແມ່​ກ່ຽວ​ກັບ​ຄວາມ​ຢ້ານ​ຂອງ​ເຈົ້າ​ເຊິ່ງ​ລະບຸ​ໄວ້​ຂ້າງ​ເທິງ​ນັ້ນ. ບອກ​ໃຫ້​ພວກ​ເພິ່ນ​ຮູ້​ວ່າ​ເຈົ້າ​ຮູ້ສຶກ​ໂສກ​ເສົ້າ​ເສຍໃຈ​ແລະ​ສັບສົນ. ບາງ​ທີ​ພວກ​ເພິ່ນ​ອາດ​ສາມາດ​ໃຫ້​ຄຳ​ອະທິບາຍ​ຕໍ່​ສິ່ງ​ທີ່​ກຳລັງ​ເກີດ​ຂຶ້ນ​ແລະ​ດ້ວຍ​ເຫດ​ນັ້ນ​ຈະ​ຫລຸດ​ຜ່ອນ​ຄວາມ​ກະວົນກະວາຍ​ໃຈ​ຂອງ​ເຈົ້າ. ຖ້າ​ພໍ່​ແມ່​ບໍ່​ພ້ອມ​ຫຼື​ບໍ່​ສາມາດ​ໃຫ້​ການ​ຊ່ວຍເຫຼືອ​ທີ່​ເຈົ້າ​ຕ້ອງການ​ໃນ​ຕອນ​ນັ້ນ​ໄດ້ ເຈົ້າ​ອາດ​ເວົ້າ​ກັບ​ເພື່ອນ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ໃຫຍ່​ທີ່​ອາວຸໂສ. ໃຫ້​ເປັນ​ຝ່າຍ​ລິເລີ່ມ​ເພື່ອ​ເຂົ້າ​ຫາ​ຄົນ​ເຊັ່ນ​ນັ້ນ. ພຽງ​ແຕ່​ມີ​ຜູ້​ໃດ​ຜູ້​ໜຶ່ງ​ຮັບ​ຟັງ​ເຈົ້າ​ກໍ​ເປັນ​ການ​ບັນເທົາ​ໄດ້​ຫຼາຍ.—ສຸພາສິດ 17:17.

ສຳຄັນ​ທີ່​ສຸດ ພໍ່​ຂອງ​ເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ພ້ອມ​ສະເໝີ​ທີ່​ຈະ​ຟັງ​ເຈົ້າ ເພາະ​ວ່າ​ພະອົງ​ເປັນ “ຜູ້​ຟັງ​ຄວາມ​ອ້ອນ​ວອນ.” (ຄຳເພງ 65:2) ລະບາຍ​ຄວາມ​ໃນ​ໃຈ​ຂອງ​ເຈົ້າ​ກັບ​ພະອົງ “ເພາະ​ພະອົງ​ເປັນ​ຫ່ວງ​ພວກ​ທ່ານ.”—1 ເປໂຕ 5:7, ທ.ປ.

ສິ່ງ​ທີ່​ບໍ່​ຄວນ​ເຮັດ

ຢ່າ​ເກັບ​ຄວາມ​ຂຸ່ນ​ເຄືອງ​ໄວ້. ທ້າວ ດານຽນ ເຊິ່ງ​ກ່າວ​ເຖິງ​ກ່ອນ​ໜ້າ​ນີ້​ເວົ້າ​ວ່າ: “ພໍ່​ແມ່​ຂອງ​ຂ້ອຍ​ເຫັນ​ແກ່​ຕົວ. ທີ່​ຈິງ​ແລ້ວ​ພວກ​ເພິ່ນ​ບໍ່​ໄດ້​ຄິດ​ຫາ​ເຮົາ​ແລະ​ບໍ່​ໄດ້​ຄິດ​ວ່າ​ສິ່ງ​ທີ່​ພວກ​ເພິ່ນ​ເຮັດ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ພວກ​ເຮົາ​ຂະໜາດ​ໃດ.” ຄວາມ​ຮູ້ສຶກ​ຂອງ​ດານຽນ​ເປັນ​ເລື່ອງ​ທີ່​ເຂົ້າ​ໃຈ​ໄດ້​ແລະ​ອາດ​ຈະ​ເປັນ​ຄວາມ​ຈິງ. ແຕ່​ເຈົ້າ​ຈະ​ຕອບ​ຄຳຖາມ​ຕ່າງໆຕໍ່​ໄປ​ນີ້​ແນວ​ໃດ? ຂໍ​ໃຫ້​ຂຽນ​ຄຳຕອບ​ຂອງ​ເຈົ້າ​ໃສ່​ແຖວ​ທີ່​ກຽມ​ໄວ້.

ອັນຕະລາຍ​ອັນ​ໃດ​ຈະ​ເກີດ​ຂຶ້ນ​ກັບ​ດານຽນ ຖ້າ​ລາວ​ປະຕິເສດ​ທີ່​ຈະ​ປ່ອຍ​ໃຫ້​ຄວາມ​ຄຽດ​ຮ້າຍ​ແລະ​ຄວາມ​ແຄ້ນ​ໃຈ​ຜ່ານ​ພົ້ນ​ໄປ? (ອ່ານ​ສຸພາສິດ 29:22.) ․․․․․

ເຖິງ​ແມ່ນ​ວ່າ​ມັນ​ຈະ​ຍາກ ເປັນ​ຫຍັງ​ມັນ​ອາດ​ເປັນ​ສິ່ງ​ທີ່​ດີ​ສຳລັບ​ດານຽນ​ທີ່​ຈະ​ພະຍາຍາມ​ໃຫ້​ອະໄພ​ພໍ່​ແມ່​ສຳລັບ​ຄວາມ​ເຈັບ​ປວດ​ທີ່​ພວກ​ເພິ່ນ​ກໍ່​ຂຶ້ນ​ໃຫ້​ລາວ? (ອ່ານ​ເອເຟດ 4:31, 32.) ․․․․․

ຄວາມ​ຈິງ​ພື້ນຖານ​ທີ່​ກ່າວ​ໄວ້​ໃນ​ພະທຳ​ໂລມ 3:23 ອາດ​ຊ່ວຍ​ດານຽນ​ແນວ​ໃດ​ໃຫ້​ມີ​ທັດສະນະ​ຕາມ​ຄວາມ​ເປັນ​ຈິງ​ກ່ຽວ​ກັບ​ພໍ່​ແມ່​ຂອງ​ລາວ? ․․․․․

ຫຼີກ​ລ່ຽງ​ການ​ປະພຶດ​ທີ່​ກໍ່​ຄວາມ​ເສຍຫາຍ​ໃຫ້​ກັບ​ຕົນ​ເອງ. ທ້າວ ເດນນີ ຈື່​ໄດ້​ວ່າ: “ຂ້ອຍ​ບໍ່​ມີ​ຄວາມ​ສຸກ​ແລະ​ຊຶມເສົ້າ​ຫຼັງ​ຈາກ​ທີ່​ພໍ່​ແມ່​ຢ່າ​ຮ້າງ​ກັນ. ຂ້ອຍ​ເລີ່ມ​ມີ​ບັນຫາ​ຢູ່​ໂຮງ​ຮຽນ​ແລະ​ຄ້າງ​ຫ້ອງ​ປີ​ໜຶ່ງ. ຕໍ່​ຈາກ​ນັ້ນ . . . ຂ້ອຍ​ເປັນ​ຕົວ​ຕະຫຼົກ​ປະຈຳ​ຫ້ອງ​ຮຽນ​ແລະ​ກໍ່​ເລື່ອງ​ຕີ​ກັນ​ຫຼາຍ.”

ເຈົ້າ​ຄິດ​ວ່າ​ເດນນີ​ກຳລັງ​ພະຍາຍາມ​ບັນລຸ​ເປົ້າ​ໝາຍ​ອັນ​ໃດ​ໂດຍ​ການ​ເປັນ​ຕົວ​ຕະຫຼົກ​ປະຈຳ​ຫ້ອງ? ․․․․․

ເປັນ​ຫຍັງ​ລາວ​ຈຶ່ງ​ເລີ່ມ​ກໍ່​ເລື່ອງ​ຕີ​ກັນ​ຫຼາຍ? ․․․․․

ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຕ້ອງການ​ລົງໂທດ​ພໍ່​ແມ່​ດ້ວຍ​ການ​ປະພຶດ​ທີ່​ບໍ່​ດີ ຫຼັກ​ການ​ຢູ່​ໃນ​ຄາລາຊີ 6:7 ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຮັກສາ​ທັດສະນະ​ທີ່​ຖືກຕ້ອງ? ․․․․․

ສິ່ງ​ທີ່​ຄາດ​ໝາຍ​ໄດ້​ໃນ​ອະນາຄົດ

ບາດ​ແຜ​ທາງ​ຮ່າງກາຍ​ເຊັ່ນ ກະດູກ​ຫັກ​ຕ້ອງ​ໃຊ້​ເວລາ​ຫຼາຍ​ອາທິດ​ຫຼື​ແມ່ນ​ແຕ່​ຫຼາຍ​ເດືອນ​ເພື່ອ​ປິ່ນປົວ​ໃຫ້​ເຊົາ​ແທ້ໆ. ຄ້າຍໆກັນ ບາດ​ແຜ​ທາງ​ອາລົມ​ກໍ​ຕ້ອງ​ໃຊ້​ເວລາ​ໃນ​ການ​ປິ່ນປົວ. ຜູ້​ຊ່ຽວຊານ​ບາງ​ຄົນ​ຮູ້ສຶກ​ວ່າ​ສະພາບ​ຮ້າຍແຮງ​ທີ່​ສຸດ​ຂອງ​ການ​ຢ່າ​ຮ້າງ​ສູນ​ຫາຍ​ໄປ​ພາຍ​ໃນ​ເວລາ​ສາມ​ປີ. ນັ້ນ​ອາດ​ເບິ່ງ​ຄື​ວ່າ​ດົນ ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ມີ​ມາກ​ມາຍ​ຫຼາຍ​ສິ່ງ​ທີ່​ຕ້ອງ​ເກີດ​ຂຶ້ນ​ກ່ອນ​ທີ່​ຊີວິດ​ຂອງ​ເຈົ້າ​ຈະ​ຕັ້ງ​ຫຼັກ​ໄດ້.

ສິ່ງ​ໜຶ່ງ​ກໍ​ຄື​ວຽກ​ບ້ານ​ການ​ເຮືອນ​ທີ່​ແຕກ​ຊະຊາຍ​ຍ້ອນ​ການ​ຢ່າ​ຮ້າງ​ຕ້ອງ​ໄດ້​ມີ​ການ​ຈັດ​ຄືນ​ໃໝ່. ຕ້ອງ​ໃຊ້​ເວລາ​ເຊັ່ນ​ກັນ​ກ່ອນ​ທີ່​ພໍ່​ແມ່​ຂອງ​ເຈົ້າ​ຈະ​ຮູ້ສຶກ​ປົກກະຕິ​ຄື​ເກົ່າ. ໃນ​ທີ່​ສຸດ​ເມື່ອ​ຮອດ​ຕອນ​ນັ້ນ​ເພິ່ນ​ອາດ​ສາມາດ​ເອົາໃຈໃສ່​ຄວາມ​ຈຳເປັນ​ຂອງ​ເຈົ້າ​ໄດ້. ແນວ​ໃດ​ກໍ​ຕາມ ໃນ​ຂະນະ​ທີ່​ຊີວິດ​ຂອງ​ເຈົ້າ​ກັບ​ຄືນ​ສູ່​ຄວາມ​ເປັນ​ລະບຽບ ເຈົ້າ​ກໍ​ຈະ​ຮູ້ສຶກ​ປົກກະຕິ​ອີກ​ຄັ້ງ​ໜຶ່ງ.

ສາມາດ​ອ່ານ​ເພີ່ມ​ເຕີມ​ກ່ຽວ​ກັບ​ຫົວ​ເລື່ອງ​ນີ້​ໃນ​ບົດ​ທີ 25 ຂອງ​ເຫຼັ້ມ​ທີ 2

ໃນ​ບົດ​ຕໍ່​ໄປ

ຮູ້ສຶກ​ກັງວົນ​ໃຈ​ບໍ​ຍ້ອນ​ພໍ່ (ແມ່) ແຕ່ງ​ດອງ​ໃໝ່? ເຈົ້າ​ສາມາດ​ຮັບ​ມື​ໄດ້​ແນວ​ໃດ?

ຂໍ້​ພະ​ຄຳພີ​ຫຼັກ

“ມີ​ເວລາ​ປົວ​ໃຫ້​ດີ.”—ຜູ້​ເທສະໜາ​ປ່າວ​ປະກາດ 3:1, 3.

ຄຳ​ແນະນຳ

ຖ້າ​ພໍ່​ແມ່​ຂອງ​ເຈົ້າ​ຢ່າ​ຮ້າງ​ກັນ ຝ່າຍ​ໜຶ່ງ​ຫຼື​ອາດ​ເປັນ​ໄປ​ໄດ້​ທີ່​ທັງ​ສອງ​ຝ່າຍ​ເຮັດ​ຜິດ​ພາດ. ພະຍາຍາມ​ໄຈ້​ແຍກ​ຄວາມ​ຜິດ​ພາດ​ເຫຼົ່າ​ນັ້ນ​ເພື່ອ​ເຈົ້າ​ຈະ​ຫຼີກ​ລ່ຽງ​ບໍ່​ເຮັດ​ຊ້ຳ​ຄວາມ​ຜິດ​ພາດ​ແບບ​ນັ້ນ​ຖ້າ​ເຈົ້າ​ເລືອກ​ທີ່​ຈະ​ແຕ່ງ​ດອງ​ໃນ​ອະນາຄົດ.—ສຸພາສິດ 27:12.

ເຈົ້າ​ຮູ້​ບໍ . . .?

ຊີວິດ​ສົມລົດ​ທີ່​ບໍ່​ມີ​ຄວາມ​ສຸກ​ບໍ່​ແມ່ນ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ​ເປັນ​ມໍລະດົກ​ຈາກ​ພໍ່​ແມ່

ແຜນ​ພາກ​ປະຕິບັດ!

ຂ້ອຍ​ສາມາດ​ເວົ້າ​ເຖິງ​ຄວາມ​ຢ້ານ​ກົວ​ຂອງ​ຂ້ອຍ​ກັບ (ໃຫ້​ຂຽນ​ຊື່​ຂອງ​ຜູ້​ໃຫຍ່​ທີ່​ອາວຸໂສ​ເຊິ່ງ​ເຈົ້າ​ຢາກ​ເວົ້າ​ລົມ​ນຳ) ․․․․․

ຖ້າ​ຂ້ອຍ​ຮູ້ສຶກ​ວ່າ​ຕ້ອງການ​ລົງໂທດ​ພໍ່​ແມ່​ດ້ວຍ​ການ​ປະພຶດ​ທີ່​ບໍ່​ດີ ຂ້ອຍ​ສາມາດ​ຄວບຄຸມ​ມັນ​ໄດ້​ໂດຍ​ເຮັດ​ສິ່ງ​ຕໍ່​ໄປ​ນີ້ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ເວົ້າ​ລົມ​ກັບ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ເປັນ​ຫຍັງ​ພໍ່​ແມ່​ຈຶ່ງ​ບໍ່​ເຕັມ​ໃຈ​ທີ່​ຈະ​ເວົ້າ​ກັບ​ເຈົ້າ​ກ່ຽວ​ກັບ​ການ​ຢ່າ​ຮ້າງ​ຂອງ​ພວກ​ເພິ່ນ?

• ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ຈື່​ໄວ້​ວ່າ​ການ​ຢ່າ​ຮ້າງ​ແມ່ນ​ການ​ຂັດ​ແຍ່ງ​ກັນ​ລະຫວ່າງ​ພໍ່​ແມ່ ບໍ່​ແມ່ນ​ກັບ​ເຈົ້າ?

[ຈຸດເດັ່ນໜ້າ 32]

“ຫຼັງ​ຈາກ​ທີ່​ແມ່​ໜີ​ປະ​ພວກ​ເຮົາ ຂ້ອຍ​ຊຶມເສົ້າ​ແລະ​ໄຫ້​ທຸກ​ມື້. ແຕ່​ຂ້ອຍ​ອະທິດຖານ​ຕະຫຼອດ ຫຍຸ້ງ​ກັບ​ການ​ຊ່ວຍເຫຼືອ​ຄົນ​ອື່ນ ແລະ​ຕິດ​ສະໜິດ​ກັບ​ໝູ່​ເພື່ອນ​ທີ່​ເປັນ​ຜູ້​ທີ່​ອາວຸໂສ. ຂ້ອຍ​ຮູ້ສຶກ​ວ່າ​ໂດຍ​ວິທີ​ທາງ​ເຫຼົ່າ​ນີ້ ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ທີ່​ຈະ​ຮັບ​ມື​ໄດ້.”—ນາງ ນາຕາລີ

[ຮູບ​ພາບ​ໜ້າ 33]

ການ​ຮັບ​ມື​ກັບ​ການ​ຢ່າ​ຮ້າງ​ຂອງ​ພໍ່​ແມ່​ຄື​ກັບ​ການ​ຟື້ນ​ຕົວ​ຈາກ​ອາການ​ແຂນ​ຫັກ ນັ້ນ​ຄື​ຂັ້ນ​ຕອນ​ແມ່ນ​ເຈັບ​ປວດ ແຕ່​ໃນ​ທີ່​ສຸດ​ເຈົ້າ​ຈະ​ດີ​ເປັນ​ປົກກະຕິ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌