ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ພຶດສະພາ ໜ້າ 26-31
  • ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຮົາ​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຮົາ​ແນວ​ໃດ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • “ໃຫ້​ໃຊ້​ຊື່​ຂອງ​ເພິ່ນ”
  • “ເຈົ້າ​ເປັນ​ພະຍານ​ຂອງ​ເຮົາ”
  • ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຮົາ​ແນວ​ໃດ?
  • ເປັນ​ຫຍັງ​ຊື່​ຂອງ​ພະ​ເຢໂຫວາ​ຈຶ່ງ​ສຳຄັນ​ຕໍ່​ພະ​ເຢຊູ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • “ໃຫ້​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • “ໃຫ້​ພວກ​ເຈົ້າ​ເລືອກ​ເອງ​ວ່າ​ຈະ​ນະມັດສະການ​ໃຜ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ໃຫ້​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ພຶດສະພາ ໜ້າ 26-31

ບົດ​ຄວາມ​ສຶກສາ​ທີ 23

ເພງ​ທີ 2 ຊື່​ຂອງ​ພະອົງ​ຄື​ເຢໂຫວາ

ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຮົາ​ແນວ​ໃດ?

“ພະ​ເຢໂຫວາ​ບອກ​ວ່າ: ‘ເຈົ້າ​ເປັນ​ພະຍານ​ຂອງ​ເຮົາ.’”—ອຊຢ. 43:10

ຈຸດ​ສຳຄັນ

ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ແລະ​ພົ້ນ​ຈາກ​ຄຳ​ຕຳໜິ.

1-2. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ພະ​ເຢຊູ?

ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ຕໍ່​ພະ​ເຢຊູ. ພະ​ເຢຊູ​ເປັນ​ບຸກຄົນ​ສຳຄັນ​ທີ່​ເຮັດ​ໃຫ້​ຄົນ​ຮູ້​ຈັກ​ຊື່​ຂອງ​ພະ​ເຢໂຫວາ. ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ແລ້ວ​ນີ້ ພະ​ເຢຊູ​ຍອມ​ຕາຍ​ຍ້ອນ​ເພິ່ນ​ຮັກ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ທຸກ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ຊື່​ນັ້ນ. (ມຣກ. 14:36; ຮຣ. 10:7-9) ຫຼັງ​ຈາກ​ການ​ປົກຄອງ 1.000 ປີ​ຂອງ​ພະ​ເຢຊູ​ສິ້ນ​ສຸດ​ລົງ ເພິ່ນ​ຈະ​ເຕັມໃຈ​ມອບ​ສິດ​ອຳນາດ​ທຸກ​ຢ່າງ​ຄືນ​ໃຫ້​ພະ​ເຢໂຫວາ​ເພື່ອ​ຊື່​ຂອງ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ຄວາມ​ນັບຖື​ຕະຫຼອດ​ໄປ. (1ກຣ. 15:26-28) ທຸກ​ສິ່ງ​ທີ່​ພະ​ເຢຊູ​ໄດ້​ເຮັດ​ເພື່ອ​ຊື່​ຂອງ​ພະ​ເຢໂຫວາ​ພິສູດ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ພະ​ເຢໂຫວາ​ຫຼາຍ​ແທ້ໆ.

2 ພະ​ເຢຊູ​ມາ​ໂລກ​ນີ້​ໃນ​ນາມ​ພະ​ເຢໂຫວາ​ເພື່ອ​ບອກ​ຄົນ​ໃຫ້​ຮູ້​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຂົາເຈົ້າ​ຮູ້. (ຢຮ. 5:43; 12:13) ພະ​ເຢຊູ​ເຮັດ​ໃຫ້​ພວກ​ລູກສິດ​ຂອງ​ເພິ່ນ​ຮູ້​ຈັກ​ຊື່​ຂອງ​ພະ​ເຢໂຫວາ. (ຢຮ. 17:6, 26) ເມື່ອ​ພະ​ເຢຊູ​ສອນ​ຜູ້​ຄົນ​ແລະ​ເຮັດ​ການ​ອັດສະຈັນ​ຕ່າງໆ ເພິ່ນ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ສະຕິ​ປັນຍາ​ແລະ​ລິດເດດ​ເພິ່ນ​ເພື່ອ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ. (ຢຮ. 10:25) ຕອນ​ທີ່​ພະ​ເຢຊູ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ເບິ່ງແຍງ​ພວກ​ລູກສິດ ເພິ່ນ​ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ສິ່ງ​ນີ້ “ເພື່ອ​ເຫັນ​ແກ່​ຊື່​ຂອງ​ເພິ່ນ​ເອງ.” (ຢຮ. 17:11) ຄັນຊັ້ນ ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ບາງ​ຄົນ​ອ້າງ​ວ່າ​ເປັນ​ລູກສິດ​ແທ້​ຂອງ​ພະ​ເຢຊູ ແຕ່​ພັດ​ບໍ່​ຮູ້​ຊື່​ຂອງ​ພະ​ເຢໂຫວາ​ຫຼື​ບໍ່​ໄດ້​ໃຊ້​ຊື່​ນັ້ນ?

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

3 ເຮົາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ ເຮົາ​ຮຽນ​ແບບ​ພະ​ເຢຊູ​ໂດຍ​ສະແດງ​ຄວາມ​ຮັກ​ແລະ​ນັບຖື​ຊື່​ຂອງ​ພະ​ເຢໂຫວາ. (1ປຕ. 2:21) ໃນ​ບົດ​ນີ້ ເຮົາ​ຈະ​ຮຽນ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເອີ້ນ​ຜູ້​ປະກາດ “ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ” ຕາມ​ຊື່​ຂອງ​ເພິ່ນ. (ມທ. 24:14) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ຮຽນ​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ແນວ​ໃດ​ຕໍ່​ເຮົາ​ແຕ່​ລະ​ຄົນ.

“ໃຫ້​ໃຊ້​ຊື່​ຂອງ​ເພິ່ນ”

4. (ກ) ກ່ອນ​ພະ​ເຢຊູ​ຈະ​ກັບ​ໄປ​ສະຫວັນ ເພິ່ນ​ບອກ​ພວກ​ລູກສິດ​ວ່າ​ແນວ​ໃດ? (ຂ) ຈາກ​ສິ່ງ​ທີ່​ພະ​ເຢຊູ​ບອກ​ພວກ​ລູກສິດ​ເຮັດ​ໃຫ້​ມີ​ຄຳ​ຖາມ​ຫຍັງ?

4 ບໍ່​ດົນ​ກ່ອນ​ພະ​ເຢຊູ​ຈະ​ກັບ​ໄປ​ສະຫວັນ ເພິ່ນ​ບອກ​ພວກ​ລູກສິດ​ວ່າ: “ພວກ​ເຈົ້າ​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ. ພະລັງ​ນັ້ນ​ຈະ​ຢູ່​ກັບ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ເປັນ​ພະຍານ​ຂອງ​ຂ້ອຍ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ​ຈົນ​ຮອດ​ສຸດ​ຂອບ​ໂລກ.” (ກຈກ. 1:8) ສະນັ້ນ ພວກ​ລູກສິດ​ຈະ​ປະກາດ​ຂ່າວ​ດີ​ຢູ່​ທຸກ​ບ່ອນ ບໍ່​ແມ່ນ​ແຕ່​ໃນ​ອິດສະຣາເອນ​ເທົ່າ​ນັ້ນ. ໃນ​ທີ່​ສຸດ​ຄົນ​ຢູ່​ທົ່ວ​ໂລກ​ຈະ​ມີ​ໂອກາດ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ. (ມທ. 28:19, 20) ແຕ່​ພະ​ເຢຊູ​ເວົ້າ​ວ່າ: “ພວກ​ເຈົ້າ​ຈະ​ເປັນ​ພະຍານ​ຂອງ​ຂ້ອຍ.” ພວກ​ລູກສິດ​ໃໝ່​ເຫຼົ່າ​ນີ້​ຈະ​ເປັນ​ແຕ່​ພະຍານ​ຂອງ​ພະ​ເຢຊູ​ເທົ່າ​ນັ້ນ​ບໍ ຫຼື​ເຂົາເຈົ້າ​ຕ້ອງ​ຮູ້​ຈັກ​ພະ​ເຢໂຫວາ​ແລະ​ເປັນ​ພະຍານ​ໃຫ້​ເພິ່ນ​ນຳ? ເລື່ອງ​ໃນ​ກິດຈະການ​ບົດ 15 ຈະ​ຊ່ວຍ​ເຮົາ​ຕອບ​ຄຳ​ຖາມ​ນີ້.

5. ພວກ​ອັກຄະສາວົກ​ແລະ​ພວກ​ຜູ້​ເບິ່ງແຍງ​ໃນ​ເມືອງ​ເຢຣູຊາເລັມ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ທຸກ​ຄົນ​ຈະ​ຕ້ອງ​ຮູ້​ຈັກ​ຊື່​ຂອງ​ພະ​ເຢໂຫວາ? (ເບິ່ງ​ຮູບ​ນຳ)

5 ໃນ​ປີ 49 ພວກ​ອັກຄະສາວົກ​ກັບ​ພວກ​ຜູ້​ເບິ່ງແຍງ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ປະຊຸມ​ກັນ​ວ່າ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ​ຈະ​ຕ້ອງ​ຮັບ​ສິນຕັດ​ຫຼື​ບໍ່​ເພື່ອ​ຈະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ. ໃນ​ຕອນ​ທ້າຍ​ຂອງ​ການ​ປະຊຸມ​ນັ້ນ ຢາໂກໂບ​ທີ່​ເປັນ​ນ້ອງ​ຊາຍ​ຂອງ​ພະ​ເຢຊູ​ເວົ້າ​ວ່າ: “[ເປໂຕ] ໄດ້​ເລົ່າ​ຢ່າງ​ລະອຽດ​ວ່າ ຕອນນີ້​ພະເຈົ້າ​ໄດ້​ສົນໃຈ​ຄົນ​ຕ່າງ​ຊາດ​ແລ້ວ ແລະ​ເພິ່ນ​ລວບລວມ​ປະຊາຊົນ​ກຸ່ມ​ໜຶ່ງ​ໃນ​ເຂົາເຈົ້າ​ໃຫ້​ໃຊ້​ຊື່​ຂອງ​ເພິ່ນ.” ຢາໂກໂບ​ຍົກ​ເອົາ​ຄຳເວົ້າ​ຂອງ​ຜູ້​ພະຍາກອນ​ອາໂມດ​ມາ​ເວົ້າ ລາວ​ເວົ້າ​ຕື່ມ​ວ່າ: “ເພື່ອ​ຄົນ​ທີ່​ເຫຼືອ​ຢູ່​ຈະ​ຊອກ​ຫາ​ເຮົາ​ເຢໂຫວາ​ຢ່າງ​ຈິງ​ຈັງ​ນຳ​ກັນ​ກັບ​ປະຊາຊົນ​ຈາກ​ຊາດ​ຕ່າງໆ ເຊິ່ງ​ແມ່ນ​ປະຊາຊົນ​ທີ່​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເຮົ.” (ກຈກ. 15:14-18) ພວກ​ລູກສິດ​ໃໝ່​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ເທົ່າ​ນັ້ນ ແຕ່​ເຂົາເຈົ້າ​ຈະ ‘ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເພິ່ນ​ນຳ.’ ນີ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ຈະ​ໄດ້​ເປັນ​ພະຍານ​ຂອງ​ພະ​ເຢໂຫວາ​ແລະ​ຍັງ​ຈະ​ຖືກ​ເອີ້ນ​ຕາມ​ຊື່​ນັ້ນ​ນຳ.

ຢາໂກໂບ​ກຳລັງ​ເວົ້າ​ກັບ​ພວກ​ອັກຄະສາວົກ​ແລະ​ຜູ້​ເບິ່ງແຍງ​ບາງ​ຄົນ​ໃນ​ເມືອງ​ເຢຣູຊາເລັມ. ພີ່ນ້ອງ​ຊາຍ 2 ຄົນ​ຈັບ​ມ້ວນ​ໜັງສື​ທີ່​ມາຍ​ອອກ​ຕອນ​ທີ່​ເຂົາເຈົ້າ​ກຳລັງ​ຟັງ.

ໃນ​ການ​ປະຊຸມ​ຂອງ​ຄະນະ​ກຳມະການ​ປົກຄອງ​ໃນ​ສະຕະວັດ​ທຳອິດ ພີ່ນ້ອງ​ຊາຍ​ທີ່​ສັດຊື່​ເຫຼົ່າ​ນີ້​ເຂົ້າໃຈ​ແຈ້ງ​ວ່າ​ຄລິດສະຕຽນ​ຕ້ອງ​ໃຊ້​ຊື່​ຂອງ​ພະເຈົ້າ (ເບິ່ງ​ຂໍ້ 5)


6-7. (ກ) ພະ​ເຢຊູ​ມາ​ໂລກ​ນີ້​ເພື່ອ​ຫຍັງ? (ຂ) ອັນ​ໃດ​ເປັນ​ເຫດຜົນ​ທີ່​ສຳຄັນ​ກວ່າ​ການ​ຊ່ວຍ​ມະນຸດ​ໃຫ້​ລອດ?

6 ຊື່​ຂອງ​ພະ​ເຢຊູ​ມີ​ຄວາມ​ໝາຍ​ວ່າ “ພະ​ເຢໂຫວາ​ເປັນ​ຄວາມ​ລອດ” ແລະ​ເພິ່ນ​ພິສູດ​ໃຫ້​ເຫັນ​ເລື່ອງ​ນີ້​ໂດຍ​ຊ່ວຍ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ໃນ​ເພິ່ນ​ໃຫ້​ລອດ. ພະ​ເຢຊູ​ມາ​ໂລກ​ນີ້​ເພື່ອ​ຕາຍ​ເປັນ​ຄ່າໄຖ່​ໃຫ້​ມະນຸດ. (ມທ. 20:28) ການ​ທີ່​ພະ​ເຢຊູ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ມະນຸດ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ.—ຢຮ. 3:16

7 ເປັນ​ຫຍັງ​ມະນຸດ​ຈຳເປັນ​ຕ້ອງ​ມີ​ຄ່າໄຖ່? ຍ້ອນ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ສວນ​ເອເດັນ. ຄື​ກັບ​ທີ່​ໄດ້​ເວົ້າ​ໃນ​ບົດ​ແລ້ວ​ນີ້ ອາດາມ​ກັບ​ເອວາ​ມະນຸດ​ຄູ່​ທຳອິດ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ ເຂົາເຈົ້າ​ຈຶ່ງ​ສູນ​ເສຍ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. (ປຖກ. 3:6, 24) ແຕ່​ພະ​ເຢຊູ​ມາ​ໂລກ​ນີ້​ເພື່ອ​ເຮັດ​ສິ່ງ​ໜຶ່ງ​ທີ່​ສຳຄັນ​ກວ່າ​ການ​ຊ່ວຍ​ມະນຸດ​ໃຫ້​ລອດ. ຊື່​ຂອງ​ພະ​ເຢໂຫວາ​ຖືກ​ໃສ່​ຮ້າຍ. (ປຖກ. 3:4, 5) ສະນັ້ນ ຄວາມ​ລອດ​ຂອງ​ລູກ​ຫຼານ​ຂອງ​ອາດາມ​ກັບ​ເອວາ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ໜຶ່ງ​ທີ່​ສຳຄັນ​ກວ່າ ນັ້ນ​ຄື​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື. ຍ້ອນ​ພະ​ເຢຊູ​ເປັນ​ຕົວແທນ​ຂອງ​ພະ​ເຢໂຫວາ​ແລະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ພະ​ເຢໂຫວາ​ຕ້ອງການ ເພິ່ນ​ຈຶ່ງ​ມີ​ບົດບາດ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື.

ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ບາງ​ຄົນ​ອ້າງ​ວ່າ​ເປັນ​ລູກສິດ​ແທ້​ຂອງ​ພະ​ເຢຊູ ແຕ່​ພັດ​ບໍ່​ຮູ້​ຊື່​ຂອງ​ພະ​ເຢໂຫວາ​ແລະ​ບໍ່​ໄດ້​ໃຊ້​ຊື່​ນັ້ນ?

8. ລູກສິດ​ຂອງ​ພະ​ເຢຊູ​ທຸກ​ຄົນ​ຕ້ອງ​ຍອມຮັບ​ເລື່ອງ​ຫຍັງ?

8 ຄລິດສະຕຽນ​ທຸກ​ຄົນ​ຕ້ອງ​ຍອມຮັບ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ. ຄື​ກັບ​ພະ​ເຢຊູ ເຂົາເຈົ້າ​ຈະ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ພະ​ເຢໂຫວາ. (ຢຮ. 17:3) ນອກ​ຈາກ​ຍອມຮັບ​ວ່າ​ພະ​ເຢໂຫວາ​ເປັນ​ຄວາມ​ລອດ​ແລ້ວ ເຂົາເຈົ້າ​ຍັງ​ຕ້ອງ​ເຂົ້າໃຈ​ວ່າ​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ແທ້ໆ. ເຂົາເຈົ້າ​ຕ້ອງ​ເຮັດ​ແບບ​ນີ້​ເພື່ອ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ. (ກຈກ. 2:21, 22) ລູກສິດ​ທີ່​ສັດຊື່​ຂອງ​ພະ​ເຢຊູ​ທຸກ​ຄົນ​ຕ້ອງ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ. ຍ້ອນ​ແນວ​ນີ້​ພະ​ເຢຊູ​ຈຶ່ງ​ຈົບ​ຄຳ​ອະທິດຖານ​ຂອງ​ເພິ່ນ​ທີ່​ຂຽນ​ໄວ້​ໃນ​ໂຢຮັນ​ບົດ 17 ດ້ວຍ​ຄຳເວົ້າ​ທີ່​ວ່າ: “ລູກ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້​ຈັກ​ຊື່​ຂອງ​ພໍ່​ແລ້ວ ແລະ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້​ຈັກ​ຕໍ່ໆ​ໄປ​ອີກ ເພື່ອ​ເຂົາເຈົ້າ​ຈະ​ຮັກ​ຄົນ​ອື່ນ​ຄື​ກັບ​ທີ່​ພໍ່​ຮັກ​ລູກ ແລະ​ລູກ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ເຂົາເຈົ້າ.”—ຢຮ. 17:26

“ເຈົ້າ​ເປັນ​ພະຍານ​ຂອງ​ເຮົາ”

9. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຮົາ?

9 ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ ລູກສິດ​ແທ້​ທຸກ​ຄົນ​ຂອງ​ພະ​ເຢຊູ​ຕ້ອງ​ສົນໃຈ​ໃນ​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື. (ມທ. 6:9, 10) ເຮົາ​ຕ້ອງ​ຖື​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ ແລະ​ເຮົາ​ຕ້ອງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້ສຶກ​ແບບ​ນັ້ນ. ແຕ່​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື ແລະ​ພິສູດ​ວ່າ​ສິ່ງ​ທີ່​ຊາຕານ​ໃສ່​ຮ້າຍ​ພະ​ເຢໂຫວາ​ບໍ່​ແມ່ນ​ຄວາມ​ຈິງ?

10. ເອຊາຢາ​ບົດ 42 ຫາ 44 ເວົ້າ​ເຖິງ​ເລື່ອງ​ຫຍັງ? (ເອຊາຢາ 43:9; 44:7-9) (ເບິ່ງ​ຮູບ​ນຳ)

10 ໃນ​ເອຊາຢາ​ບົດ 42 ຫາ 44 ເວົ້າ​ເຖິງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື. ໃນ​ບົດ​ເຫຼົ່າ​ນີ້​ເວົ້າ​ຄື​ກັບ​ວ່າ​ກຳລັງ​ມີ​ການ​ພິ​ຈາ​ລະ​ນາ​ຄະດີ​ໃນ​ສານ​ກ່ຽວກັບ​ເລື່ອງ​ທີ່​ວ່າ​ໃຜ​ເປັນ​ພະເຈົ້າ​ທ່ຽງແທ້. ພະ​ເຢໂຫວາ​ທ້າ​ພວກ​ພະເຈົ້າ​ຕ່າງໆ​ໃຫ້​ອອກ​ມາ​ພິສູດ​ວ່າ​ເຂົາເຈົ້າ​ເປັນ​ພະເຈົ້າ​ທ່ຽງແທ້​ບໍ ແລະ​ເພິ່ນ​ຍັງ​ໃຫ້​ພວກ​ພະເຈົ້າ​ເຫຼົ່າ​ນັ້ນ​ເອົາ​ພະຍານ​ມາ​ພິສູດ​ປະເດັນ​ນີ້​ນຳ ແຕ່​ບໍ່​ມີ​ໃຜ​ເຮັດ​ໄດ້​ເລີຍ.—ອ່ານ​ເອຊາຢາ 43:9; 44:7-9

ຮູບ: ພວກ​ທູດສະຫວັນ​ບິນ​ຢູ່​ເທິງ​ໜ່ວຍໂລກ​ຕອນ​ທີ່​ພີ່ນ້ອງ​ຢູ່​ທົ່ວ​ໂລກ​ມີ​ສ່ວນ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື. 1. ຜົວ​ເມຍ​ຄູ່​ໜຶ່ງ​ຢືນ​ປະກາດ​ໂດຍ​ໃຊ້​ລໍ້​ວາງ​ສະແດງ​ປຶ້ມ. 2. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໄວລຸ້ນ​ເອົາ​ນາມ​ບັດ jw.org ໃຫ້​ໝູ່​ຢູ່​ໂຮງຮຽນ. 3. ພີ່ນ້ອງ​ຊາຍ​ປະກາດ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ຕອນ​ທີ່​ຢູ່​ໃນ​ລົດ​ເມ. 4. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຖືກ​ໃສ່​ກະ​ຫຼັບ​ມື​ແລະ​ຖືກ​ພວກ​ເຈົ້າ​ໜ້າທີ່​ທີ່​ໃສ່​ຜ້າ​ປິດ​ໜ້າ​ຈັບ​ໂຕ​ໄປ. 5. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ນອນ​ຢູ່​ໂຮງໝໍ​ບອກ​ທ່ານ​ໝໍ​ກ່ຽວກັບ​ຈຸດຢືນ​ຂອງ​ລາວ​ໃນ​ເລື່ອງ​ເລືອດ.

ເຮົາ​ສະແດງ​ໃຫ້​ເຫັນ​ໃນ​ຫຼາຍໆ​ທາງ​ວ່າ​ເຮົາ​ເປັນ​ພະຍານ​ຂອງ​ພະ​ເຢໂຫວາ (ເບິ່ງ​ຂໍ້ 10-11)


11. ໃນ​ເອຊາຢາ 43:10-12 ພະ​ເຢໂຫວາ​ເວົ້າ​ຫຍັງ​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ?

11 ອ່ານ​ເອຊາຢາ 43:10-12. ພະ​ເຢໂຫວາ​ເວົ້າ​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ວ່າ: “ເຈົ້າ​ເປັນ​ພະຍານ​ຂອງ​ເຮົາ. . . . ແລະ​ເຮົາ​ເປັນ​ພະເຈົ້າ​ທ່ຽງແທ້.” ພະ​ເຢໂຫວາ​ໃຫ້​ເຂົາເຈົ້າ​ຕອບ​ຄຳ​ຖາມ​ທີ່​ວ່າ: “ມີ​ພະເຈົ້າ​ອື່ນ​ບໍ​ນອກ​ຈາກ​ເຮົາ?” (ອຊຢ. 44:8) ເຮົາ​ໄດ້​ຮັບ​ກຽດ​ຍິ່ງໃຫຍ່​ທີ່​ຈະ​ຕອບ​ຄຳ​ຖາມ​ນັ້ນ. ສິ່ງ​ທີ່​ເຮົາ​ເວົ້າ​ແລະ​ເຮັດ​ພິສູດ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້ ແລະ​ຊື່​ຂອງ​ເພິ່ນ​ຍິ່ງໃຫຍ່​ທີ່​ສຸດ. ໃນ​ການ​ໃຊ້​ຊີວິດ​ຂອງ​ເຮົາ ເຮົາ​ເຮັດ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ແທ້ໆ​ແລະ​ພັກດີ​ຕໍ່​ເພິ່ນ​ເຖິງ​ວ່າ​ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ເຮັດ​ແບບ​ນັ້ນ. ເມື່ອ​ເຮົາ​ໃຊ້​ຊີວິດ​ຈັ່ງຊີ້ ເຮົາ​ກໍ​ມີ​ໂອກາດ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື.

12. ຄຳ​ພະຍາກອນ​ໃນ​ເອຊາຢາ 40:3, 5 ເກີດຂຶ້ນ​ແທ້​ແນວ​ໃດ?

12 ເມື່ອ​ເຮົາ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ຫຼື​ຊື່​ສຽງ​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ນັບຖື ເຮົາ​ກໍ​ກຳລັງ​ຮຽນ​ແບບ​ພະ​ເຢຊູ. ເອຊາຢາ​ຍັງ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ຜູ້​ໜຶ່ງ “ຖາງ (ຫຼື “ກຽມ”, ໄຂເງື່ອນ) ທາງ​ຂອງ​ພະ​ເຢໂຫວາ​ໃຫ້​ກ້ຽງ.” (ອຊຢ. 40:3) ເລື່ອງ​ນີ້​ເກີດຂຶ້ນ​ແທ້​ແນວ​ໃດ? ໂຢຮັນ​ຜູ້​ໃຫ້​ບັບເຕມາ​ກຽມ​ທາງ​ໄວ້​ສຳລັບ​ພະ​ເຢຊູ ແຕ່​ທີ່​ຈິງ​ແລ້ວ​ເປັນ​ການ​ກຽມ​ທາງ​ໄວ້​ສຳລັບ​ພະ​ເຢໂຫວາ ຍ້ອນ​ພະ​ເຢຊູ​ມາ​ໂລກ​ນີ້​ໃນ​ນາມ​ຂອງ​ພະ​ເຢໂຫວາ​ແລະ​ເວົ້າ​ແທນ​ພະ​ເຢໂຫວາ. (ມທ. 3:3; ມຣກ. 1:2-4; ລກ. 3:3-6) ຄຳ​ພະຍາກອນ​ດຽວ​ກັນ​ນີ້​ເວົ້າ​ວ່າ: “ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຫັນ​ຄວາມ​ຍິ່ງໃຫຍ່​ຂອງ​ເພິ່ນ.” (ອຊຢ. 40:5) ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ? ຕອນ​ທີ່​ພະ​ເຢຊູ​ຢູ່​ໂລກ​ນີ້ ເພິ່ນ​ສະທ້ອນ​ໃຫ້​ເຫັນ​ພະ​ເຢໂຫວາ​ໄດ້​ຢ່າງ​ສົມບູນແບບ​ຈົນ​ເປັນ​ຄື​ກັບ​ວ່າ​ພະ​ເຢໂຫວາ​ມາ​ໂລກ​ນີ້​ເອງ.—ຢຮ. 12:45

13. ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ໄດ້​ແນວ​ໃດ?

13 ຄື​ກັບ​ພະ​ເຢຊູ ເຮົາ​ກໍ​ເປັນ​ພະຍານ​ຂອງ​ພະ​ເຢໂຫວາ. ເຮົາ​ໃຊ້​ຊື່​ຂອງ​ພະ​ເຢໂຫວາ​ແລະ​ບອກ​ທຸກ​ຄົນ​ທີ່​ເຮົາ​ເຈິ​ໃຫ້​ຮູ້​ກ່ຽວກັບ​ສິ່ງ​ດີໆ​ທີ່​ເພິ່ນ​ເຮັດ. ແຕ່​ເພື່ອ​ຈະ​ເປັນ​ພະຍານ​ທີ່​ດີ​ຂອງ​ພະ​ເຢໂຫວາ ເຮົາ​ຍັງ​ຕ້ອງ​ບອກ​ໃຫ້​ຄົນ​ຮູ້​ກ່ຽວກັບ​ທຸກ​ສິ່ງ​ທີ່​ພະ​ເຢຊູ​ໄດ້​ເຮັດ​ເພື່ອ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື. (ກຈກ. 1:8) ພະ​ເຢຊູ​ເປັນ​ພະຍານ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພະ​ເຢໂຫວາ ແລະ​ເຮົາ​ເຮັດ​ຕາມ​ຕົວຢ່າງ​ຂອງ​ເພິ່ນ. (ພນມ. 1:5) ເຮົາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ອີກ​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຮົາ?

ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຮົາ​ແນວ​ໃດ?

14. ຕາມ​ເພງ​ສັນລະເສີນ 105:3 ເຮົາ​ຮູ້ສຶກ​ແນວ​ໃດ​ກ່ຽວກັບ​ຊື່​ຂອງ​ພະ​ເຢໂຫວາ?

14 ເຮົາ​ພູມໃຈ​ໃນ​ຊື່​ຂອງ​ພະ​ເຢໂຫວາ. (ອ່ານ​ເພງ​ສັນລະເສີນ 105:3) ພະ​ເຢໂຫວາ​ດີ​ໃຈ​ຫຼາຍ​ເມື່ອ​ເຮົາ​ອວດ​ກ່ຽວກັບ​ຊື່​ຂອງ​ເພິ່ນ. (ຢຣມ. 9:23, 24; 1ກຣ. 1:31; 2ກຣ. 10:17) ເຮົາ​ຮູ້ສຶກ​ເປັນ​ກຽດ​ຫຼາຍ​ທີ່​ໄດ້​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ທຸກ​ສິ່ງ​ທີ່​ເພິ່ນ​ເຮັດ​ແມ່ນ​ຖືກຕ້ອງ. ເຮົາ​ຕ້ອງ​ບໍ່​ອາຍ​ທີ່​ຈະ​ບອກ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ ໝູ່​ຢູ່​ໂຮງຮຽນ ເພື່ອນ​ບ້ານ ແລະ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ. ຊາຕານ​ຢາກ​ໃຫ້​ເຮົາ​ເຊົາ​ເວົ້າ​ໃຫ້​ຄົນ​ອື່ນ​ຟັງ​ເລື່ອງ​ຊື່​ຂອງ​ພະ​ເຢໂຫວາ. (ຢຣມ. 11:21; ພນມ. 12:17) ທີ່​ຈິງ ຊາຕານ​ກັບ​ຜູ້​ທີ່​ແຜ່​ຄຳ​ຕົວະ​ຂອງ​ມັນ​ຢາກ​ໃຫ້​ຄົນ​ລືມ​ຊື່​ຂອງ​ພະ​ເຢໂຫວາ. (ຢຣມ. 23:26, 27) ແຕ່​ຍ້ອນ​ເຮົາ​ຮັກ​ຊື່​ຂອງ​ພະ​ເຢໂຫວາ ເຮົາ​ຈຶ່ງ​ມີ​ຄວາມ​ສຸກ​ທີ່​ໄດ້​ສັນລະເສີນ​ຊື່​ນັ້ນ “ໝົດ​ມື້.”—ພສ. 5:11; 89:16

15. ການ​ຮ້ອງ​ອອກ​ຊື່​ຂອງ​ພະ​ເຢໂຫວາ​ໝາຍ​ຄວາມ​ວ່າ​ແນວ​ໃດ?

15 ເຮົາ​ຮ້ອງ​ອອກ​ຊື່​ຂອງ​ພະ​ເຢໂຫວາ​ຕໍ່ໆ​ໄປ. (ຢອ. 2:32; ຣມ. 10:13, 14) ການ​ຮ້ອງ​ອອກ​ຊື່​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ມີ​ແຕ່​ຮູ້​ຈັກ​ຊື່​ຂອງ​ເພິ່ນ​ແລະ​ໃຊ້​ຊື່​ນັ້ນ​ເທົ່າ​ນັ້ນ ແຕ່​ເຮົາ​ຕ້ອງ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮູ້ສຶກ​ແລະ​ມີ​ຄຸນລັກສະນະ​ຕ່າງໆ​ທີ່​ດີ ແລະ​ເຮົາ​ສາມາດ​ມີ​ສາຍ​ສຳພັນ​ກັບ​ເພິ່ນ​ໄດ້. ເຮົາ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງໃຈ​ເພິ່ນ​ແລະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ແລະ​ການ​ຊີ້ນຳ​ຈາກ​ເພິ່ນ. (ພສ. 20:7; 99:6; 116:4; 145:18) ການ​ຮ້ອງ​ອອກ​ຊື່​ຂອງ​ພະ​ເຢໂຫວາ​ຍັງ​ໝາຍ​ຄວາມ​ວ່າ​ເຮົາ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ເພິ່ນ​ຊື່​ຫຍັງ​ແລະ​ເພິ່ນ​ມີ​ຄຸນລັກສະນະ​ທີ່​ດີ​ຫຍັງ​ແດ່. ເມື່ອ​ເຮັດ​ແບບ​ນີ້​ເຮົາ​ກໍ​ຊ່ວຍ​ເຂົາເຈົ້າ​ໃຫ້​ກັບໃຈ​ແລະ​ປ່ຽນແປງ​ໂຕເອງ​ເພື່ອ​ພະ​ເຢໂຫວາ​ຈະ​ພໍໃຈ​ເຂົາເຈົ້າ ແລະ​ເຂົາເຈົ້າ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ.—ອຊຢ. 12:4; ກຈກ. 2:21, 38

16. ເຮົາ​ພິສູດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຊາຕານ​ເວົ້າ​ຕົວະ?

16 ເຮົາ​ຍອມ​ເຈິ​ຄວາມ​ລຳບາກ​ເພື່ອ​ຊື່​ຂອງ​ພະ​ເຢໂຫວາ. (ຢກບ. 5:10, 11) ເມື່ອ​ເຮົາ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະ​ເຢໂຫວາ​ຕອນ​ທີ່​ເຮົາ​ເຈິ​ຄວາມ​ລຳບາກ ເຮົາ​ກໍ​ພິສູດ​ວ່າ​ຊາຕານ​ເວົ້າ​ຕົວະ. ໃນ​ສະໄໝ​ຂອງ​ໂຢບ ຊາຕານ​ກ່າວຫາ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ວ່າ: “ຄົນໆ​ໜຶ່ງ​ຈະ​ຍອມ​ເສຍ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ແລກ​ກັບ​ຊີວິດ​ຂອງ​ໂຕເອງ.” (ໂຢບ 2:4) ຊາຕານ​ເວົ້າ​ວ່າ​ຄົນ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕອນ​ທີ່​ສະດວກ​ສະບາຍ​ເທົ່າ​ນັ້ນ ແຕ່​ຖ້າ​ເຈິ​ບັນຫາ​ເຂົາເຈົ້າ​ກໍ​ຈະ​ປະຖິ້ມ​ພະ​ເຢໂຫວາ. ໂຢບ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ສິ່ງ​ທີ່​ຊາຕານ​ເວົ້າ​ບໍ່​ແມ່ນ​ຄວາມ​ຈິງ. ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ມີ​ໂອກາດ​ທີ່​ຈະ​ພິສູດ​ໃຫ້​ເຫັນ​ໄດ້​ຄື​ກັນ​ວ່າ​ເມື່ອ​ເຈິ​ບັນຫາ​ໃນ​ຊີວິດ ຫຼື​ເມື່ອ​ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ທໍ້ໃຈ ເຮົາ​ຈະ​ບໍ່​ມີ​ທາງ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ເຮົາ​ໝັ້ນໃຈ​ເຕັມທີ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງແຍງ​ເຮົາ​ຕໍ່ໆ​ໄປ​ເພື່ອ​ເຫັນ​ແກ່​ຊື່​ຂອງ​ເພິ່ນ.—ຢຮ. 17:11

17. ຕາມ 1 ເປໂຕ 2:12 ເຮົາ​ສາມາດ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ທາງ​ໃດ​ອີກ?

17 ເຮົາ​ສະແດງ​ຄວາມ​ນັບຖື​ຕໍ່​ຊື່​ຂອງ​ພະ​ເຢໂຫວາ. (ສພສ. 30:9; ຢຣມ. 7:8-11) ຍ້ອນ​ເຮົາ​ເປັນ​ພະຍານ​ຂອງ​ພະ​ເຢໂຫວາ ສິ່ງ​ທີ່​ເຮົາ​ເຮັດ​ສາມາດ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ຄຳ​ສັນລະເສີນ​ຫຼື​ຖືກ​ຕຳໜິ​ກໍ​ໄດ້. (ອ່ານ 1 ເປໂຕ 2:12) ສະນັ້ນ ເຮົາ​ຢາກ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ເຮົາ. ເມື່ອ​ເຮັດ​ແບບ​ນີ້ ເຮົາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ​ຕາມ​ທີ່​ມະນຸດ​ບໍ່​ສົມບູນແບບ​ສາມາດ​ເຮັດ​ໄດ້.

18. ມີ​ວິທີ​ໃດ​ອີກ​ທີ່​ເຮົາ​ພິສູດ​ໃຫ້​ເຫັນ​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຮົາ? (ເບິ່ງ​ໄຂເງື່ອນ​ນຳ)

18 ເຮົາ​ເປັນ​ຫ່ວງ​ຊື່​ຂອງ​ພະ​ເຢໂຫວາ​ຫຼາຍ​ກວ່າ​ຊື່​ສຽງ​ຂອງ​ໂຕເອງ. (ພສ. 138:2) ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ​ຫຼາຍ? ຍ້ອນ​ວ່າ​ເມື່ອ​ເຮົາ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ ຫຼາຍ​ເທື່ອ​ຄົນ​ອື່ນ​ອາດ​ຈະ​ບໍ່​ມັກ​ແລະ​ອາດ​ເວົ້າ​ແນວ​ບໍ່​ດີ​ໃຫ້​ເຮົາ.a ຕອນ​ທີ່​ພະ​ເຢຊູ​ຕາຍ ຄົນ​ເບິ່ງ​ວ່າ​ເພິ່ນ​ເປັນ​ຜູ້​ທີ່​ເຮັດ​ຜິດ​ຮ້າຍ​ແຮງ​ແລະ​ເຂົາເຈົ້າ​ເວົ້າ​ດູຖູກ​ເພິ່ນ ແຕ່​ພະ​ເຢຊູ​ກໍ​ຍອມ​ຕາຍ​ແບບ​ນັ້ນ​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ. ພະ​ເຢຊູ​ຍອມ​ເຈິ​ກັບ​ຄວາມ​ອັບອາຍ​ແລະ​ບໍ່​ໄດ້​ເປັນ​ຫ່ວງ​ຫຼາຍ​ເກີນ​ໄປ​ວ່າ​ຄົນ​ອື່ນ​ຄິດ​ແນວ​ໃດ​ກ່ຽວກັບ​ເພິ່ນ. (ຮຣ. 12:2-4) ເພິ່ນ​ສົນໃຈ​ທີ່​ຈະ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ຕ້ອງການ.—ມທ. 26:39

19. ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ຊື່​ຂອງ​ພະ​ເຢໂຫວາ ແລະ​ຍ້ອນຫຍັງ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ?

19 ເຮົາ​ພູມໃຈ​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ແລະ​ຮູ້ສຶກ​ເປັນ​ກຽດ​ທີ່​ຖືກ​ເອີ້ນ​ວ່າ​ເປັນ​ພະຍານ​ພະ​ເຢໂຫວາ. ຍ້ອນ​ແນວ​ນີ້ ເຮົາ​ຈະ​ສັນລະເສີນ​ເພິ່ນ​ຕໍ່ໆ​ໄປ​ເຖິງ​ວ່າ​ຄົນ​ອື່ນ​ເວົ້າ​ໃຫ້​ເຮົາ​ກໍ​ຕາມ. ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຮົາ​ຫຼາຍ​ກວ່າ​ຊື່​ສຽງ​ຂອງ​ເຮົາ​ເອງ. ສະນັ້ນ ຂໍ​ໃຫ້​ເຮົາ​ຕັ້ງໃຈ​ທີ່​ຈະ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ຕໍ່ໆ​ໄປ​ເຖິງ​ວ່າ​ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ເຮັດ​ແບບ​ນັ້ນ. ເມື່ອ​ເຮົາ​ຕັ້ງໃຈ​ເຮັດ​ຈັ່ງຊີ້ ເຮົາ​ຈະ​ພິສູດ​ໃຫ້​ເຫັນ​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ຕໍ່​ເຮົາ​ຄື​ກັບ​ທີ່​ສຳຄັນ​ຕໍ່​ພະ​ເຢຊູ.

ເຈົ້າ​ຈະ​ຕອບ​ແນວ​ໃດ?

  •  ເປັນ​ຫຍັງ​ຊື່​ຂອງ​ພະ​ເຢໂຫວາ​ຈຶ່ງ​ສຳຄັນ​ຕໍ່​ພວກ​ລູກສິດ​ຂອງ​ພະ​ເຢຊູ?

  •  ໃນ​ທຸກ​ມື້​ນີ້​ເຮົາ​ຕ້ອງ​ເປັນ​ພະຍານ​ກ່ຽວກັບ​ເລື່ອງ​ຫຍັງ?

  •  ເຮົາ​ຈະ​ພິສູດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຮົາ?

ເພງ​ທີ 10 ສັນລະເສີນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ!

a ໂຢບ​ທີ່​ເປັນ​ຄົນ​ສັດຊື່​ເລີ່ມ​ຄິດ​ເຖິງ​ໂຕເອງ​ຫຼາຍ​ໂພດ​ວ່າ​ຄົນ​ອື່ນ​ຈະ​ເບິ່ງ​ລາວ​ແນວ​ໃດ​ຕອນ​ທີ່​ໝູ່ 3 ຄົນ​ເວົ້າ​ວ່າ​ລາວ​ຕ້ອງ​ເຮັດ​ຜິດ​ບາງ​ຢ່າງ. ທຳອິດ ຕອນ​ທີ່​ລູກ​ຂອງ​ໂຢບ​ຕາຍ​ແລະ​ລາວ​ສູນ​ເສຍ​ຊັບສິນ​ທັງໝົດ “ລາວ​ກໍ​ບໍ່​ໄດ້​ເຮັດ​ຜິດ ແລະ​ບໍ່​ໄດ້​ເວົ້າ​ວ່າ​ພະເຈົ້າ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ.” (ໂຢບ 1:22; 2:10) ແຕ່​ເມື່ອ​ໂຢບ​ຖືກ​ກ່າວຫາ​ແບບ​ຜິດໆ ລາວ​ຈຶ່ງ “ເວົ້າ​ອອກ​ມາ​ແບບ​ບໍ່​ຄິດ.” ໂຢບ​ໃຫ້​ການ​ປົກປ້ອງ​ຊື່​ສຽງ​ຂອງ​ໂຕເອງ​ສຳຄັນ​ກວ່າ​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື.—ໂຢບ 6:3; 13:4, 5; 32:2; 34:5

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌