ບົດຄວາມສຶກສາທີ 22
ເພງທີ 15 ສັນລະເສີນລູກຫົວປີຂອງພະເຢໂຫວາ!
ເປັນຫຍັງຊື່ຂອງພະເຢໂຫວາຈຶ່ງສຳຄັນຕໍ່ພະເຢຊູ?
“ລູກເຮັດໃຫ້ເຂົາເຈົ້າຮູ້ຈັກຊື່ຂອງພໍ່ແລ້ວ ແລະຈະເຮັດໃຫ້ເຂົາເຈົ້າຮູ້ຈັກຕໍ່ໆໄປອີກ.”—ຢຮ. 17:26
ຈຸດສຳຄັນ
ພະເຢຊູເຮັດໃຫ້ຄົນຮູ້ຈັກຊື່ຂອງພະເຢໂຫວາໂດຍວິທີໃດ ແລະເພິ່ນເຮັດໃຫ້ຊື່ນັ້ນໄດ້ຮັບຄວາມນັບຖືແລະພົ້ນຈາກຄຳຕຳໜິແນວໃດ?
1-2. (ກ) ພະເຢຊູໄດ້ເຮັດຫຍັງໃນຄືນກ່ອນທີ່ເພິ່ນຈະຕາຍ? (ຂ) ເຮົາຈະຕອບຄຳຖາມຫຍັງໃນບົດນີ້?
ຕອນແລງວັນພະຫັດທີ 14 ເດືອນນີຊານ ປີ 33 ພະເຢຊູກິນອາຫານແລງຄາບພິເສດເຊິ່ງເອີ້ນວ່າ “ອາຫານແລງຂອງພະຄລິດ” ກັບພວກອັກຄະສາວົກທີ່ສັດຊື່ຢູ່ຫ້ອງຊັ້ນເທິງ. ພະເຢຊູຮູ້ວ່າອີກຈັກໜ້ອຍເພິ່ນຈະຖືກທໍລະຍົດ ຖືກຕັດສິນ ຖືກດ່າ ຖືກທໍລະມານ ແລະຖືກຂ້າ. ສະນັ້ນ ຫຼັງຈາກກິນເຂົ້າແລ້ວໆ ພະເຢຊູໄດ້ເວົ້າບາງສິ່ງເພື່ອໃຫ້ກຳລັງໃຈພວກອັກຄະສາວົກ ແລະກ່ອນທີ່ພະເຢຊູກັບພວກອັກຄະສາວົກຈະອອກຈາກຫ້ອງນັ້ນ ເພິ່ນໄດ້ອະທິດຖານກ່ຽວກັບເລື່ອງໜຶ່ງທີ່ສຳຄັນຫຼາຍ. ອັກຄະສາວົກໂຢຮັນໄດ້ຂຽນຄຳອະທິດຖານນັ້ນໄວ້ເຊິ່ງແມ່ນໂຢຮັນບົດ 17.
2 ໃນຄຳອະທິດຖານຂອງພະເຢຊູບອກໃຫ້ເຮົາຮູ້ວ່າເພິ່ນເປັນຫ່ວງກ່ຽວກັບເລື່ອງຫຍັງ? ຄຳອະທິດຖານນັ້ນສະແດງໃຫ້ເຫັນແນວໃດວ່າອັນໃດເປັນສິ່ງທີ່ສຳຄັນສຳລັບເພິ່ນຕອນທີ່ຢູ່ໃນໂລກນີ້? ໃນບົດນີ້ ເຮົາຈະຕອບຄຳຖາມເຫຼົ່ານີ້.
“ລູກເຮັດໃຫ້ເຂົາເຈົ້າຮູ້ຈັກຊື່ຂອງພໍ່ແລ້ວ”
3. ພະເຢຊູເວົ້າແນວໃດກ່ຽວກັບຊື່ຂອງພະເຢໂຫວາ ແລະເພິ່ນໝາຍຄວາມວ່າຈັ່ງໃດ? (ໂຢຮັນ 17:6, 26)
3 ໃນຄຳອະທິດຖານ ພະເຢຊູເວົ້າວ່າ: “ລູກເຮັດໃຫ້ເຂົາເຈົ້າຮູ້ຈັກຊື່ຂອງພໍ່ແລ້ວ.” (ອ່ານໂຢຮັນ 17:6, 26) ພະເຢຊູໝາຍຄວາມວ່າແນວໃດ? ເພິ່ນບອກພວກລູກສິດໃຫ້ຮູ້ຈັກຊື່ທີ່ເຂົາເຈົ້າບໍ່ເຄີຍຮູ້ຈັກມາກ່ອນບໍ? ພວກລູກສິດຂອງພະເຢຊູເປັນຄົນຢິວ ເຂົາເຈົ້າຮູ້ແລ້ວວ່າຊື່ຂອງພະເຈົ້າແມ່ນເຢໂຫວາ ຍ້ອນຊື່ນີ້ມີຢູ່ໃນພະຄຳພີພາກພາສາເຮັບເຣີເກືອບ 7.000 ເທື່ອ. ສະນັ້ນ ເມື່ອພະເຢຊູເວົ້າວ່າ ລູກເຮັດໃຫ້ເຂົາເຈົ້າຮູ້ຈັກຊື່ຂອງພໍ່ແລ້ວ ນັ້ນບໍ່ໄດ້ໝາຍຄວາມວ່າເພິ່ນສອນເຂົາເຈົ້າໃຫ້ຮູ້ວ່າພະເຈົ້າຊື່ເຢໂຫວາ ແຕ່ເພິ່ນກຳລັງສອນເຂົາເຈົ້າໃຫ້ຮູ້ວ່າພະເຢໂຫວາເປັນພະເຈົ້າແບບໃດ. ເພິ່ນໄດ້ຊ່ວຍພວກລູກສິດໃຫ້ຮູ້ຈັກພະເຢໂຫວາດີຂຶ້ນ ເຊິ່ງລວມເຖິງໃຫ້ເຂົາເຈົ້າຮູ້ກ່ຽວກັບຄວາມຕ້ອງການຂອງພະເຢໂຫວາທີ່ມີຕໍ່ໂລກນີ້ແລະຕໍ່ມະນຸດ ສິ່ງທີ່ເພິ່ນໄດ້ເຮັດຜ່ານມາແລະສິ່ງທີ່ເພິ່ນຈະເຮັດໃນອະນາຄົດ ແລະຄຸນລັກສະນະຕ່າງໆຂອງເພິ່ນ. ມີແຕ່ພະເຢຊູເທົ່ານັ້ນທີ່ຮູ້ຈັກພະເຢໂຫວາດີແບບນີ້.
4-5. (ກ) ຊື່ຂອງບາງຄົນມີຄວາມໝາຍຫຼາຍຂຶ້ນຕໍ່ເຮົາໄດ້ແນວໃດ? ຂໍໃຫ້ຍົກຕົວຢ່າງ (ຂ) ພວກລູກສິດຂອງພະເຢຊູຮູ້ຈັກພະເຢໂຫວາຫຼາຍຂຶ້ນໂດຍວິທີໃດ?
4 ເພື່ອເປັນຕົວຢ່າງ ສົມມຸດວ່າໃນປະຊາຄົມຂອງເຈົ້າມີຜູ້ເບິ່ງແຍງຄົນໜຶ່ງຊື່ເດວິດ ແລະລາວຍັງເປັນໝໍຜ່າຕັດນຳ. ເຈົ້າຮູ້ຈັກພີ່ນ້ອງຜູ້ນີ້ມາຫຼາຍປີແລ້ວ. ແຕ່ມື້ໜຶ່ງເຈົ້າບໍ່ສະບາຍກະທັນຫັນແລະຕ້ອງຟ້າວໄປໂຮງໝໍທີ່ລາວເຮັດວຽກຢູ່. ລາວໄດ້ໃຊ້ຄວາມສາມາດທີ່ລາວມີເພື່ອຊ່ວຍຊີວິດເຈົ້າ. ຕອນນີ້ເຈົ້າຮັກພີ່ນ້ອງຜູ້ນີ້ຫຼາຍກວ່າເກົ່າ ແລະເມື່ອເຈົ້າໄດ້ຍິນຊື່ຂອງລາວ ເຈົ້າກໍຄິດເຖິງສິ່ງທີ່ລາວໄດ້ເຮັດເພື່ອເຈົ້າແລະຊື່ຂອງລາວມີຄວາມໝາຍຫຼາຍຂຶ້ນສຳລັບເຈົ້າ. ລາວບໍ່ໄດ້ເປັນພຽງແຕ່ຜູ້ເບິ່ງແຍງທີ່ເຈົ້າຮູ້ຈັກມາດົນແລ້ວເທົ່ານັ້ນ ແຕ່ລາວຍັງເປັນທ່ານໝໍທີ່ຊ່ວຍຊີວິດເຈົ້ານຳ.
5 ຄ້າຍຄືກັນ ພວກລູກສິດຂອງພະເຢຊູກໍຮູ້ຈັກຊື່ຂອງພະເຢໂຫວາຢູ່ແລ້ວ ແຕ່ຊື່ນັ້ນມີຄວາມໝາຍຕໍ່ເຂົາເຈົ້າຫຼາຍຂຶ້ນຍ້ອນພະເຢຊູຊ່ວຍເຂົາເຈົ້າໃຫ້ຮູ້ຈັກພະເຢໂຫວາຫຼາຍຂຶ້ນ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ຍ້ອນພະເຢຊູຮຽນແບບພະເຢໂຫວາພໍ່ຂອງເພິ່ນໃນທຸກສິ່ງທີ່ເພິ່ນເວົ້າແລະເຮັດ. ສະນັ້ນ ເມື່ອພວກລູກສິດຟັງສິ່ງທີ່ພະເຢຊູສອນແລະເຫັນວິທີທີ່ເພິ່ນປະຕິບັດກັບຄົນອື່ນ ເຂົາເຈົ້າກໍສາມາດຮູ້ຈັກພະເຢໂຫວາຫຼາຍຂຶ້ນ.—ຢຮ. 14:9; 17:3
“ຊື່ຂອງພໍ່ເອງ ເຊິ່ງເປັນຊື່ທີ່ພໍ່ໃຫ້ລູກໃຊ້”
6. ພະເຢຊູໝາຍຄວາມວ່າແນວໃດເມື່ອເພິ່ນເວົ້າວ່າ ພະເຢໂຫວາເອົາຊື່ໃຫ້ເພິ່ນໃຊ້? (ໂຢຮັນ 17:11, 12)
6 ໃນຄຳອະທິດຖານ ພະເຢຊູໄດ້ອະທິດຖານເພື່ອພວກລູກສິດວ່າ: “ຂໍເບິ່ງແຍງເຂົາເຈົ້າເພື່ອເຫັນແກ່ຊື່ຂອງພໍ່ເອງ ເຊິ່ງເປັນຊື່ທີ່ພໍ່ໃຫ້ລູກໃຊ້.” (ອ່ານໂຢຮັນ 17:11, 12) ນີ້ໝາຍຄວາມວ່າບັດນີ້ພະເຢຊູຈະຖືກເອີ້ນວ່າພະເຢໂຫວາຄືກັນບໍ? ບໍ່ແມ່ນ. ຂໍໃຫ້ສັງເກດໃນຄຳອະທິດຖານ ພະເຢຊູເວົ້າເຖິງຊື່ຂອງພະເຢໂຫວາວ່າ “ຊື່ຂອງພໍ່ເອງ.” ສະນັ້ນ ຊື່ຂອງພະເຢໂຫວາບໍ່ໄດ້ເປັນຊື່ຂອງພະເຢຊູ. ຄັນຊັ້ນ ພະເຢຊູໝາຍຄວາມວ່າແນວໃດເມື່ອເພິ່ນເວົ້າວ່າຊື່ຂອງພະເຢໂຫວາເປັນຊື່ທີ່ເອົາໃຫ້ເພິ່ນໃຊ້? ເຫດຜົນທຳອິດ ພະເຢຊູເປັນຕົວແທນຂອງພະເຢໂຫວາແລະເປັນຜູ້ເວົ້າແທນພະເຢໂຫວາ. ພະເຢຊູມາໂລກນີ້ໃນນາມຂອງພໍ່ເພິ່ນແລະເຮັດການອັດສະຈັນໃນນາມຂອງຊື່ນັ້ນ. (ຢຮ. 5:43; 10:25) ເຫດຜົນທີ 2 ຊື່ຂອງພະເຢຊູມີຄວາມໝາຍວ່າ “ພະເຢໂຫວາເປັນຄວາມລອດ.” ສະນັ້ນ ຄວາມໝາຍຂອງຊື່ພະເຢຊູລວມເອົາຊື່ຂອງພະເຢໂຫວາຢູ່ນຳ.
7. ເປັນຫຍັງພະເຢຊູຈຶ່ງເວົ້າແທນພະເຢໂຫວາໄດ້? ຂໍໃຫ້ຍົກຕົວຢ່າງ
7 ເພື່ອເປັນຕົວຢ່າງ ຄູປະຈຳຫ້ອງເປັນຕົວແທນຂອງອຳນວຍການໂຮງຮຽນ. ລາວອາດເວົ້າກັບນັກຮຽນໃນນາມຂອງອຳນວຍການ. ສະນັ້ນ ຄຳເວົ້າຂອງຄູປະຈຳຫ້ອງຈຶ່ງມີສິດອຳນາດສ່ຳກັບຄຳເວົ້າຂອງອຳນວຍການ. ຄ້າຍຄືກັນ ພະເຢຊູມີສິດອຳນາດທີ່ຈະເວົ້າແທນພະເຢໂຫວາຍ້ອນເພິ່ນເປັນຕົວແທນຂອງພະເຢໂຫວາ.—ມທ. 21:9; ລກ. 13:35
8. ກ່ອນພະເຢຊູມາໂລກນີ້ ເປັນຫຍັງພະເຢໂຫວາຈຶ່ງເວົ້າວ່າພະເຢຊູ “ມາໃນນາມຂອງເພິ່ນ”? (ອົບພະຍົບ 23:20, 21)
8 ຄຳພີໄບເບິນເອີ້ນພະເຢຊູວ່າ “ໂຄສົກ” ຍ້ອນເພິ່ນເຮັດໜ້າທີ່ເປັນຜູ້ເວົ້າແທນພະເຢໂຫວາ. ພະເຢໂຫວາໃຊ້ພະເຢຊູໃຫ້ບອກພວກທູດສະຫວັນແລະມະນຸດໃນສິ່ງທີ່ເພິ່ນຢາກໃຫ້ເຂົາເຈົ້າຮູ້ແລະໃນສິ່ງທີ່ເພິ່ນຢາກໃຫ້ເຂົາເຈົ້າເຮັດ. (ຢຮ. 1:1-3) ພະເຢຊູອາດຈະແມ່ນທູດສະຫວັນທີ່ພະເຢໂຫວາໃຊ້ໃຫ້ໄປປົກປ້ອງພວກອິດສະຣາເອນຕອນທີ່ເຂົາເຈົ້າຢູ່ບ່ອນກັນດານ. ເມື່ອພະເຢໂຫວາບອກພວກອິດສະຣາເອນໃຫ້ເຊື່ອຟັງທູດສະຫວັນອົງນັ້ນ ເພິ່ນເວົ້າວ່າ: “ເພາະລາວມາໃນນາມຂອງເຮົາ.”a (ອ່ານອົບພະຍົບ 23:20, 21) ພະເຢໂຫວາເວົ້າແບບນີ້ຍ້ອນພະເຢຊູເວົ້າແທນເພິ່ນ ແລະພະເຢຊູເປັນບຸກຄົນສຳຄັນທີ່ສະແດງໃຫ້ເຫັນວ່າທຸກສິ່ງທີ່ພະເຢໂຫວາເຮັດແມ່ນຖືກຕ້ອງ ແລະພະເຢໂຫວາເປັນພະເຈົ້າທີ່ບໍລິສຸດ.
“ພໍ່ເອີ້ຍ ຂໍໃຫ້ຊື່ຂອງພໍ່ໄດ້ຮັບການຍົກຍ້ອງ”
9. ຊື່ຂອງພະເຢໂຫວາສຳຄັນຕໍ່ພະເຢຊູຫຼາຍສ່ຳໃດ ແລະເປັນຫຍັງເຮົາຈຶ່ງເວົ້າແນວນັ້ນ?
9 ຄືກັບທີ່ເຮົາຫາກໍເວົ້າ ຊື່ຂອງພະເຢໂຫວາສຳຄັນຫຼາຍຕໍ່ພະເຢຊູແມ່ນແຕ່ກ່ອນທີ່ເພິ່ນມາໂລກນີ້ຊ້ຳ. ຕອນທີ່ຢູ່ໃນໂລກນີ້ ພະເຢຊູຍັງສະແດງໃຫ້ເຫັນໃນທຸກສິ່ງທີ່ເພິ່ນເຮັດວ່າຊື່ຂອງພະເຢໂຫວາສຳຄັນຕໍ່ເພິ່ນຫຼາຍແທ້ໆ. ໃນຕອນທ້າຍໆທີ່ພະເຢຊູຮັບໃຊ້ຢູ່ໃນໂລກ ເພິ່ນຂໍກັບພະເຢໂຫວາວ່າ: “ພໍ່ເອີ້ຍ ຂໍໃຫ້ຊື່ຂອງພໍ່ໄດ້ຮັບການຍົກຍ້ອງ.” ທັນທີທັນໃດ ພະເຢໂຫວາກໍຕອບສຽງດັງຈາກສະຫວັນວ່າ: “ເຮົາເຮັດໃຫ້ຊື່ຂອງເຮົາໄດ້ຮັບການຍົກຍ້ອງແລ້ວ ແລະເຮົາຈະເຮັດໃຫ້ໄດ້ຮັບການຍົກຍ້ອງອີກ.”—ຢຮ. 12:28
10-11. (ກ) ພະເຢຊູຍົກຍ້ອງຊື່ຂອງພະເຢໂຫວາແນວໃດ? (ເບິ່ງຮູບນຳ) (ຂ) ເປັນຫຍັງຊື່ຂອງພະເຢໂຫວາຕ້ອງໄດ້ຮັບຄວາມນັບຖືແລະພົ້ນຈາກຄຳຕຳໜິ?
10 ພະເຢຊູເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບການຍົກຍ້ອງຄືກັນ. ໂດຍວິທີໃດ ວິທີໜຶ່ງແມ່ນໂດຍບອກຄົນອື່ນໃຫ້ຮູ້ກ່ຽວກັບຄຸນລັກສະນະທີ່ດີຂອງພະເຢໂຫວາແລະສິ່ງດີຕ່າງໆທີ່ເພິ່ນເຮັດ. ນອກຈາກນັ້ນ ພະເຢຊູຍັງໄດ້ເຮັດສິ່ງອື່ນນຳເພື່ອຍົກຍ້ອງຊື່ຂອງພະເຢໂຫວາ. ຊື່ຂອງພະເຢໂຫວາຕ້ອງໄດ້ຮັບຄວາມນັບຖືແລະພົ້ນຈາກຄຳຕຳໜິ. ພະເຢຊູສະແດງໃຫ້ເຫັນວ່າເລື່ອງນີ້ສຳຄັນຫຼາຍເມື່ອເພິ່ນສອນພວກລູກສິດໃນຕົວຢ່າງຄຳອະທິດຖານຂອງເພິ່ນ ເພິ່ນເວົ້າວ່າ: “ພະເຈົ້າ ພໍ່ຂອງພວກເຮົາທີ່ຢູ່ໃນສະຫວັນ ຂໍໃຫ້ຊື່ຂອງພະອົງໄດ້ຮັບຄວາມນັບຖືຫຼາຍທີ່ສຸດຕະຫຼອດໄປ.”—ມທ. 6:9
11 ເປັນຫຍັງຊື່ຂອງພະເຢໂຫວາຈຶ່ງຕ້ອງໄດ້ຮັບຄວາມນັບຖືແລະພົ້ນຈາກຄຳຕຳໜິ? ໃນສວນເອເດັນ ຊາຕານໃສ່ຮ້າຍພະເຢໂຫວາ. ມັນເວົ້າວ່າພະເຢໂຫວາຂີ້ຕົວະ ແລະເພິ່ນຫວງສິ່ງທີ່ດີໄວ້ຈາກອາດາມກັບເອວາ. (ປຖກ. 3:1-5) ການເຮັດແບບນີ້ສ່ຳກັບມັນເວົ້າວ່າ ວິທີການປົກຄອງຂອງພະເຢໂຫວາບໍ່ຖືກຕ້ອງ. ການເວົ້າຕົວະຂອງຊາຕານອາດເຮັດໃຫ້ຄົນຄິດວ່າພະເຢໂຫວາເປັນພະເຈົ້າທີ່ບໍ່ດີ. ຕໍ່ມາ ໃນສະໄໝຂອງໂຢບ ຊາຕານເວົ້າວ່າຄົນຮັບໃຊ້ພະເຢໂຫວາກໍຍ້ອນເຂົາເຈົ້າໄດ້ບາງຢ່າງຈາກເພິ່ນ. ຄຳຕົວະນີ້ຍັງໝາຍຄວາມວ່າ ຄົນເຮົາຈະເຊົາຮັບໃຊ້ພະເຢໂຫວາເມື່ອເຂົາເຈົ້າເຈິບັນຫາຍ້ອນເຂົາເຈົ້າບໍ່ໄດ້ຮັກພະເຢໂຫວາແທ້ໆ. (ໂຢບ 1:9-11; 2:4) ຕ້ອງໃຊ້ເວລາເພື່ອພິສູດວ່າໃຜເວົ້າຕົວະ ພະເຢໂຫວາຫຼືຊາຕານ.
ພະເຢຊູສອນພວກລູກສິດວ່າເປັນເລື່ອງສຳຄັນທີ່ຈະເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບຄວາມນັບຖື (ເບິ່ງຂໍ້ 10)
“ຂ້ອຍຍອມສະລະຊີວິດ”
12. ພະເຢຊູຍອມເຮັດຫຍັງຍ້ອນເພິ່ນຮັກຊື່ຂອງພະເຢໂຫວາ?
12 ພະເຢຊູຮັກພະເຢໂຫວາຫຼາຍເພິ່ນຈຶ່ງຢາກເຮັດທຸກສິ່ງທີ່ເຮັດໄດ້ເພື່ອເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບຄວາມນັບຖືແລະພົ້ນຈາກຄຳຕຳໜິ. ພະເຢຊູເວົ້າວ່າ: “ຂ້ອຍຍອມສະລະຊີວິດ” ຂອງຂ້ອຍ. (ຢຮ. 10:17, 18) ພະເຢຊູເຖິງຂັ້ນຍອມຕາຍຍ້ອນເພິ່ນຮັກຊື່ຂອງພະເຢໂຫວາ.b ອາດາມກັບເອວາມະນຸດສົມບູນແບບຄູ່ທຳອິດບໍ່ເຊື່ອຟັງພະເຢໂຫວາແລະໄປຢູ່ຝ່າຍຊາຕານ ແຕ່ພະເຢຊູພັດເຕັມໃຈມາໂລກນີ້ແລະພິສູດວ່າເພິ່ນຮັກພະເຢໂຫວາ. ພະເຢຊູເຮັດແບບນັ້ນໂດຍເຊື່ອຟັງພະເຢໂຫວາໃນທຸກສິ່ງທີ່ເພິ່ນເວົ້າແລະເຮັດ. (ຮຣ. 4:15; 5:7-10) ພະເຢຊູຮັກສາຄວາມສັດຊື່ຕໍ່ພະເຢໂຫວາຈົນຮອດຕອນທີ່ເພິ່ນຕາຍຢ່າງເຈັບປວດຢູ່ເທິງເສົາທໍລະມານ. (ຮຣ. 12:2) ການທີ່ພະເຢຊູເຮັດແບບນີ້ພິສູດໃຫ້ເຫັນວ່າເພິ່ນຮັກພະເຢໂຫວາແລະຮັກຊື່ຂອງພະເຢໂຫວາ.
13. ເປັນຫຍັງພະເຢຊູຈຶ່ງເປັນຄົນທີ່ເໝາະສົມທີ່ສຸດທີ່ພິສູດວ່າຊາຕານເປັນຈອມຂີ້ຕົວະ? (ເບິ່ງຮູບນຳ)
13 ທຸກສິ່ງທີ່ພະເຢຊູເຮັດພິສູດວ່າຊາຕານເປັນຈອມຂີ້ຕົວະ ບໍ່ແມ່ນພະເຢໂຫວາ. (ຢຮ. 8:44) ພະເຢຊູຮູ້ຈັກພະເຢໂຫວາດີກວ່າທຸກຄົນໃນໂລກນີ້. ຖ້າສິ່ງທີ່ຊາຕານກ່າວຫາພະເຢໂຫວາເປັນຄວາມຈິງ ພະເຢຊູກໍຈະຮູ້ໂລດ. ພະເຢຊູຕັ້ງໃຈທີ່ຈະປົກປ້ອງຊື່ສຽງຂອງພະເຢໂຫວາເຊິ່ງສະແດງໃຫ້ເຫັນວ່າເພິ່ນຮູ້ວ່າຂໍ້ກ່າວຫາເຫຼົ່ານັ້ນບໍ່ແມ່ນຄວາມຈິງເລີຍ. ແມ່ນແຕ່ຕອນທີ່ພະເຢໂຫວາບໍ່ໄດ້ປົກປ້ອງພະເຢຊູແລ້ວ ແຕ່ເພິ່ນກໍຍອມຕາຍແລະຮັກສາຄວາມສັດຊື່ແທນທີ່ຈະບໍ່ເຊື່ອຟັງພະເຢໂຫວາພໍ່ຂອງເພິ່ນ.—ມທ. 27:46c
ທຸກສິ່ງທີ່ພະເຢຊູເຮັດພິສູດວ່າຊາຕານເປັນຈອມຂີ້ຕົວະ ບໍ່ແມ່ນພະເຢໂຫວາ (ເບິ່ງຂໍ້ 13)
“ລູກໄດ້ . . . ເຮັດວຽກທີ່ພໍ່ມອບໝາຍໃຫ້ເຮັດຈົນສຳເລັດ”
14. ພະເຢໂຫວາໃຫ້ລາງວັນຫຍັງພະເຢຊູຍ້ອນເພິ່ນສັດຊື່?
14 ໃນຄຳອະທິດຖານຂອງພະເຢຊູໃນຄືນກ່ອນທີ່ເພິ່ນຈະຕາຍ ເພິ່ນເວົ້າວ່າ: “ລູກໄດ້ . . . ເຮັດວຽກທີ່ພໍ່ມອບໝາຍໃຫ້ເຮັດຈົນສຳເລັດ.” ພະເຢຊູໝັ້ນໃຈວ່າພະເຢໂຫວາຈະໃຫ້ລາງວັນເພິ່ນ ຍ້ອນເພິ່ນຮັກສາຄວາມສັດຊື່. (ຢຮ. 17:4, 5) ພະເຢຊູບໍ່ຜິດຫວັງເລີຍທີ່ໄວ້ວາງໃຈພະເຢໂຫວາ. ພະເຢໂຫວາບໍ່ໄດ້ປ່ອຍໃຫ້ພະເຢຊູຕາຍຕະຫຼອດໄປ. (ກຈກ. 2:23, 24) ເພິ່ນໄດ້ປຸກພະເຢຊູໃຫ້ຄືນມາຈາກຕາຍແລະໃຫ້ພະເຢຊູມີຕຳແໜ່ງທີ່ສູງໃນສະຫວັນ. (ຟລປ. 2:8, 9) ໃນທີ່ສຸດ ພະເຢຊູກໍໄດ້ເປັນກະສັດໃນການປົກຄອງຂອງພະເຢໂຫວາ. ການປົກຄອງນັ້ນຈະເຮັດຫຍັງໃຫ້ສຳເລັດ? ພະເຢຊູຕອບຄຳຖາມນີ້ໃນຄຳອະທິດຖານຕົວຢ່າງຂອງເພິ່ນທີ່ບອກວ່າ: “ຂໍໃຫ້ [ພະເຢໂຫວາ] ເລີ່ມປົກຄອງພວກເຮົາ ແລະຂໍໃຫ້ທຸກຢ່າງໃນໂລກແລະໃນສະຫວັນເປັນໄປຕາມທີ່ພະອົງຕ້ອງການໃຫ້ເປັນ.”—ມທ. 6:10
15. ພະເຢຊູຈະເຮັດຫຍັງອີກ?
15 ໃນອະນາຄົດໃກ້ໆນີ້ ພະເຢຊູຈະຕໍ່ສູ້ກັບສັດຕູຂອງພະເຈົ້າແລະທຳລາຍຄົນຊົ່ວໃນສົງຄາມອາມາເຄໂດນ. (ພນມ. 16:14, 16; 19:11-16) ບໍ່ດົນຫຼັງຈາກນັ້ນ ເພິ່ນຈະຖິ້ມຊາຕານລົງໃນ “ເຫວເລິກ” ເຊິ່ງຢູ່ຫັ້ນມັນຈະຖືກຂັງໄວ້ແລະບໍ່ສາມາດເຮັດຫຍັງໄດ້ເລີຍ. (ພນມ. 20:1-3) ຈາກນັ້ນ ພະເຢຊູຈະປົກຄອງເປັນເວລາ 1.000 ປີ ແລະເພິ່ນຈະເຮັດໃຫ້ໂລກນີ້ມີຄວາມສະຫງົບສຸກແລະຊ່ວຍມະນຸດໃຫ້ກາຍເປັນຄົນສົມບູນແບບ. ເພິ່ນຈະປຸກຄົນຕາຍໃຫ້ຟື້ນຄືນມາແລະເຮັດໃຫ້ທົ່ວໂລກເປັນບ່ອນທີ່ງາມໆ. ຄວາມຕ້ອງການຂອງພະເຢໂຫວາຈະສຳເລັດແນ່ນອນ!—ພນມ. 21:1-4
16. ຈະເກີດຫຍັງຂຶ້ນເມື່ອການປົກຄອງ 1.000 ປີຂອງພະເຢຊູສິ້ນສຸດລົງ?
16 ຈະເກີດຫຍັງຂຶ້ນເມື່ອການປົກຄອງ 1.000 ປີຂອງພະເຢຊູສິ້ນສຸດລົງ? ບາບແລະຄວາມບໍ່ສົມບູນແບບຂອງມະນຸດຈະຖືກກຳຈັດໃຫ້ໝົດໄປ. ມະນຸດຈະບໍ່ຈຳເປັນຕ້ອງຂໍໃຫ້ພະເຢໂຫວາຍົກໂທດໃຫ້ອີກຕໍ່ໄປໃນສິ່ງທີ່ເຂົາເຈົ້າເຮັດຜິດໂດຍອາໄສຄ່າໄຖ່ຂອງພະເຢຊູ ມະນຸດຈະບໍ່ຈຳເປັນຕ້ອງມີ 144.000 ຄົນເພື່ອເປັນປະໂລຫິດຂອງເຂົາເຈົ້າ ແລະເຂົາເຈົ້າບໍ່ຈຳເປັນຕ້ອງມີພະເຢຊູເປັນຄົນກາງເພື່ອຈະມີສາຍສຳພັນທີ່ດີກັບພະເຢໂຫວາ. “ຄວາມຕາຍເຊິ່ງເປັນສັດຕູໂຕສຸດທ້າຍຈະຖືກທຳລາຍ” ແລະຄົນຕາຍຈະຖືກປຸກໃຫ້ຟື້ນຄືນມາ. ທຸກຄົນໃນໂລກຈະເປັນຄົນສົມບູນແບບ.—1ກຣ. 15:25, 26
17-18. (ກ) ຈະເກີດຫຍັງຂຶ້ນອີກເມື່ອການປົກຄອງ 1.000 ປີຂອງພະເຢຊູສິ້ນສຸດລົງ? (ຂ) ພະເຢຊູຈະເຮັດຫຍັງຫຼັງຈາກການປົກຄອງຂອງເພິ່ນສິ້ນສຸດລົງ? (1 ໂກຣິນໂທ 15:24, 28) (ເບິ່ງຮູບນຳ)
17 ຈະເກີດຫຍັງຂຶ້ນອີກເມື່ອການປົກຄອງ 1.000 ປີຂອງພະເຢຊູສິ້ນສຸດລົງ? ໃນຕອນນັ້ນປະເດັນເລື່ອງການເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບຄວາມນັບຖືຈະຈົບລົງ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ໃນສວນເອເດັນ ຊາຕານເວົ້າວ່າພະເຢໂຫວາເປັນພະເຈົ້າທີ່ຂີ້ຕົວະແລະເພິ່ນບໍ່ໄດ້ປົກຄອງມະນຸດດ້ວຍຄວາມຮັກ. ນັບຕັ້ງແຕ່ນັ້ນມາ ຜູ້ທີ່ຮັບໃຊ້ພະເຢໂຫວາໄດ້ພິສູດໃຫ້ເຫັນແລ້ວເຫັນອີກວ່າສິ່ງທີ່ເພິ່ນເຮັດດີທີ່ສຸດ. ສະນັ້ນ ໃນຕອນທ້າຍຂອງການປົກຄອງ 1.000 ປີຂອງພະເຢຊູ ຊື່ສຽງຂອງພະເຢໂຫວາຈະພົ້ນຈາກຄຳຕຳໜິແທ້ໆ. ເພິ່ນຈະພິສູດໃຫ້ເຫັນວ່າເພິ່ນເປັນພະເຈົ້າທີ່ມີຄວາມຮັກ.
18 ຫຼັງຈາກການປົກຄອງ 1.000 ປີຂອງພະເຢຊູສິ້ນສຸດລົງ ທຸກຄົນຈະຮູ້ວ່າທຸກສິ່ງທີ່ຊາຕານເວົ້າກ່ຽວກັບພະເຢໂຫວາເປັນເລື່ອງຕົວະ. ພະເຢຊູຈະເຮັດຫຍັງເມື່ອການປົກຄອງຂອງເພິ່ນສິ້ນສຸດລົງ? ເພິ່ນຈະເຮັດຄືກັບທີ່ຊາຕານເຮັດບໍ? ເພິ່ນຈະບໍ່ເຮັດແບບນັ້ນເດັດຂາດ! (ອ່ານ 1 ໂກຣິນໂທ 15:24, 28) ພະເຢຊູຈະສົ່ງການປົກຄອງຄືນໃຫ້ພະເຢໂຫວາ ແລ້ວເພິ່ນຈະຢູ່ໃຕ້ການປົກຄອງຂອງພະເຢໂຫວາ. ບໍ່ຄືກັບຊາຕານ ພະເຢຊູຍອມສະລະສິດອຳນາດທຸກຢ່າງຍ້ອນເພິ່ນຮັກພະເຢໂຫວາ.
ພະເຢຊູເຕັມໃຈມອບການປົກຄອງຄືນໃຫ້ພະເຢໂຫວາເມື່ອການປົກຄອງ 1.000 ປີຂອງເພິ່ນສິ້ນສຸດລົງ (ເບິ່ງຂໍ້ 18)
19. ຊື່ຂອງພະເຢໂຫວາສຳຄັນຫຼາຍສ່ຳໃດຕໍ່ພະເຢຊູ?
19 ຍ້ອນເຫດຜົນທັງໝົດນີ້ ພະເຢໂຫວາຈຶ່ງເຕັມໃຈໃຫ້ພະເຢຊູໃຊ້ຊື່ຂອງເພິ່ນ. ພະເຢຊູສະແດງໃຫ້ເຫັນວ່າເພິ່ນເປັນຕົວແທນຂອງພະເຢໂຫວາໄດ້ຢ່າງສົມບູນແບບ. ຊື່ຂອງພະເຢໂຫວາສຳຄັນຫຼາຍສ່ຳໃດຕໍ່ພະເຢຊູ? ຊື່ນີ້ສຳຄັນທີ່ສຸດຕໍ່ພະເຢຊູ. ເພິ່ນເຕັມໃຈທີ່ຈະຕາຍເພື່ອຊື່ນັ້ນ ແລະເພິ່ນກໍເຕັມໃຈທີ່ຈະມອບທຸກສິ່ງທຸກຢ່າງຄືນໃຫ້ພະເຢໂຫວາເມື່ອການປົກຄອງ 1.000 ປີສິ້ນສຸດລົງ. ເຮົາຈະຮຽນແບບຕົວຢ່າງຂອງພະເຢຊູແນວໃດ? ເຮົາຈະລົມກັນກ່ຽວກັບເລື່ອງນີ້ໃນບົດຕໍ່ໄປ.
ເພງທີ 16 ສັນເສີນເຢໂຫວາສຳລັບລູກຊາຍທີ່ຖືກແຕ່ງຕັ້ງ
a ບາງເທື່ອທູດສະຫວັນເວົ້າແທນພະເຢໂຫວາເມື່ອເຂົາເຈົ້າເອົາຂ່າວສານຂອງເພິ່ນໄປບອກໃຫ້ຄົນຮູ້. ຍ້ອນແນວນີ້ ບາງເທື່ອໃນຄຳພີໄບເບິນຈຶ່ງເວົ້າວ່າພະເຢໂຫວາກຳລັງເວົ້າ ແຕ່ແທ້ໆແລ້ວແມ່ນທູດສະຫວັນເປັນຜູ້ເວົ້າ. (ປຖກ. 18:1-33) ເຖິງວ່າຄຳພີໄບເບິນບອກວ່າໂມເຊໄດ້ຮັບກົດໝາຍຈາກພະເຢໂຫວາ ແຕ່ກໍມີພະຄຳພີຫຼາຍຂໍ້ທີ່ບອກໃຫ້ຮູ້ວ່າພະເຢໂຫວາໃຊ້ທູດສະຫວັນໃຫ້ຖ່າຍທອດກົດໝາຍເຫຼົ່ານັ້ນໃນນາມຂອງເພິ່ນ.—ລລວ. 27:34; ກຈກ. 7:38, 53; ຄລຕ. 3:19; ຮຣ. 2:2-4
b ການຕາຍຂອງພະເຢຊູຍັງເປີດໂອກາດໃຫ້ມະນຸດມີຊີວິດຕະຫຼອດໄປ.
c ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ ເດືອນເມສາ ປີ 2021 ໜ້າ 30-31.